​2022
ປິ​ຕຸ: ພວກ​ເພິ່ນ​ແມ່ນ​ໃຜ ແລະ ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ
ເດືອນ​ກຸມ​ພາ 2022


“The Patriarchs: Who They Were and Why It Matters,” For the Strength of Youth, Feb. 2022.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ກຸມ​ພາ 2022

ປະ​ຖົມ​ມະ​ການ 11–50

ປິ​ຕຸ

ພວກ​ເພິ່ນ​ແມ່ນ​ໃຜ ແລະ ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ

ບາງ​ທີ​ເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ​ກ່ຽວ​ກັບ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ. ເຮົາ​ມັກ​ຈະ​ໄດ້​ອ່ານ​ກ່ຽວ​ກັບ​ພວກ​ເພິ່ນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ແລະ ​ແນ່​ນອນ​ວ່າ​ເຈົ້າ​ຈະ​ໄດ້​ຍິນ​ກ່ຽວ​ກັບ​ພວກ​ເພິ່ນ​ຫລາຍ​ຂຶ້ນ​ຂະ​ນະ​ທີ່​ເຈົ້າ​ສຶກ​ສາ​ພຣະ​ຄຳ​ພີ​ເດີມ​ໃນ​ປີ​ນີ້. ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຫລວງ​ຫລາຍ​ກັບ​ພວກ​ເພິ່ນ​, ພວກ​ເພິ່ນ​ກໍ​ຕ້ອງ​ຂ້ອນ​ຂ້າງ​ສຳ​ຄັນ, ແມ່ນ​ບໍ? ແຕ່​ວ່າ​ເຈົ້າ​ອາດ​ຈະ​ຖາມ​ຕົວ​ເອງ​ວ່າ, “ເປັນ​ຫຍັງ​ຊາຍ​ທັງ​ສາມ​ຄົນ​ຜູ້​ທີ່​ມີ​ຊີ​ວິດ​ຢູ່​ເມື່ອ​ຫລາຍ​ພັນ​ປີ​ກ່ອນ​ຈຶ່ງ​ສຳ​ຄັນ​ກັບ​ປະ​ຈຸ​ບັນ​ນີ້?” ແລ້ວ, ຂໍ​ກະ​ແຈ​ສຳ​ລັບ​ຄຳ​ຕອບ​ນັ້ນ​ແມ່ນ​ມີ​ຢູ່​ໃນ​ພັນ​ທະ​ສັນ​ຍາ​ນິ​ລັນ​ດອນ ແລະ ພອນ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ພວກ​ເພິ່ນ.

ອັບ​ຣາ​ຮາມ

ຮູບ​ພາບ
ອັບ​ຣາ​ຮາມ

ຮູບ​ພາບ​ປະ​ກອບ ໂດຍ ແຈ​ຣຳ ໂວ​ໂກ

ອັບ​ຣາ​ຮາມ​ເປັນ​ສາດ​ສະ​ດາ​ທີ່​ຍິ່ງ​ໃຫຍ່. ເພິ່ນ​ເປັນ​ຄົນ​ຊອບ​ທຳ ແລະ ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

ເພິ່ນ​ໄດ້​ຮັບ​ບັບ​ຕິ​ສະ​ມາ, ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ, ແລະ ໄດ້​ຜະ​ນຶກ​ເຂົ້າ​ກັບ​ພັນ​ລະ​ຍາ​ຂອງ​ເພິ່ນ​ນາງ​ຊາ​ຣາ​ຊົ່ວ​ນິ​ລັນ​ດອນ.

ພຣະ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ອັບ​ຣາ​ຮາມ​ວ່າ ລູກ​ຫລານ​ຂອງ​ເພິ່ນ​ຈະ​ຍິ່ງ​ໃຫຍ່ ແລະ ຈະ​ໄດ້​ຮັບ​ພອນ​ເຊັ່ນ​ດຽວ​ກັນ​ກັບ​ທີ່​ເພິ່ນ​ໄດ້​ຮັບ.

ເຂົາ​ເຈົ້າ​ຈະ​ນຳ​ເອົາ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄປ​ໃຫ້​ຫລາຍ​ປະ​ຊາ​ຊາດ​ໃນ​ໂລກ.

ອີ​ຊາກ

ຮູບ​ພາບ
ອີ​ຊາກ

ອີ​ຊາກ​ເປັນ​ລູກ​ຊາຍ​ຂອງ​ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ.

ພຣະ​ເຈົ້າ​ໄດ້​ບອກ​ໃຫ້​ອັບ​ຣາ​ຮາມ​ຖວາຍ​ອີ​ຊາກ. ອັບ​ຣາ​ຮາມ​ຮັກ​ອີ​ຊາກ​ແຕ່​ວ່າ​ເລືອກ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ເຈົ້າ. ກ່ອນ​ທີ່​ອັບ​ຣາ​ຮາມ​ກຳ​ລັງ​ຈະ​ຖວາຍ​ອີ​ຊາກ, ທູດ​ອົງ​ໜຶ່ງ​ໄດ້​ບອກ​ໃຫ້​ອັບ​ຣາ​ຮາມ​ຢຸດ. ຄວາມ​ເຕັມ​ໃຈ​ຂອງ​ອັບ​ຣາ​ຮາມ ແລະ ອີ​ຊາກ​ທີ່​ຈະ​ເຊື່ອ​ຟັງ​ພ​ຣະ​ເຈົ້າ ຄື​ສັນ​ຍາ​ລັກ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ.

ອີ​ຊາກ​ໄດ້​ຮັບ​ຄຳ​ສັນ​ຍາ​ເຊັ່ນ​ດຽວ​ກັນ​ກັບ​ອັບ​ຣາ​ຮາມ.

ຢາ​ໂຄບ

ຮູບ​ພາບ
ຢາ​ໂຄບ

ເຊັ່ນ​ດຽວ​ກັນ​ກັບ​ພໍ່ ແລະ ພໍ່​ຕູ້​ປູ່​ຂອງ​ເພິ່ນ, ຢາ​ໂຄບ​ຊື່​ສັດ​ຕໍ່​ພຣະ​ເຈົ້າ.

ຍ້ອນ​ຄວາມ​ຊື່​ສັດ​ຂອງ​ເພິ່ນ, ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ປ່ຽນ​ຊື່​ຂອງ​ຢາ​ໂຄບ​ເປັນ​ອິດ​ສະ​ຣາ​ເອນ, ຊຶ່ງ​ມີ​ຄວາມ​ໝາຍ​ວ່າ “ຜູ້​ທີ່​ໄຊ​ຊະ​ນະ​ກັບ​ພຣະ​ເຈົ້າ” ຫລື “ຂໍ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ” (ເບິ່ງ Bible Dictionary, “Israel”).

ຢາ​ໂຄບ​ມີ​ລູກ​ຊາຍ 12 ຄົນ. ລູກ​ຊາຍ​ເຫລົ່າ​ນີ້ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ກາຍ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ ຊົນ​ເຜົ່າຂອງ​ອິດ​ສະ​ຣາ​ເອນ.

ພັນ​ທະ​ສັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ອັບ​ຣາ​ຮາມ​ໄດ້​ຖືກ​ຕໍ່​ໃຫ້​ກັບ​ຢາ​ໂຄບ ແລະ ລູກໆ​ຂອງ​ເພິ່ນ.

ປິ​ຕຸ ແລະ ເຈົ້າ

ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຈົ້າ​ກໍ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ລູກ​ຫລານ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ. ພັນ​ທະ​ສັນ​ຍາ​ທີ່​ພວກ​ເພິ່ນ​ໄດ້​ເຮັດ​ໄວ້​ກັບ​ພຣະ​ເຈົ້າ​ກໍ​ກ່ຽວ​ຂ້ອງ​ກັບ​ເຈົ້າ​ຄື​ກັນ!

ເຈົ້າ​ມີ​ພອນ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ເຈົ້າ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ.

ເຈົ້າ​ຍັງ​ຖືກ​ເອີ້ນ​ໃຫ້​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ ແລະ ຮັບ​ເອົາ​ພິ​ທີ​ການ​ຕ່າງໆ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ນຳ​ອີກ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ ນີ້​ແມ່ນ​ທຸກ​ສ່ວນ​ຂອງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ, ຊຶ່ງ “ເປັນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ໂລກ​ທຸກ​ມື້​ນີ້” (“Hope of Israel,” [worldwide youth devotional, June 3, 2018], 8, ChurchofJesusChrist.org).

ພິມ