​2022
ພັນ​ທະ​ສັນ​ຍາ​ເຊື່ອມ​ຕໍ່​ເຮົາ​ເຂົ້າ​ກັບ​ພຣະ​ເຈົ້າ
ເດືອນ​ກຸມ​ພາ 2022


“Covenants Connect Us with God,” Liahona, February 2022

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ກຸມ​ພາ 2022

ພັນ​ທະ​ສັນ​ຍາ​ເຊື່ອມ​ຕໍ່​ເຮົາ​ເຂົ້າ​ກັບ​ພຣະ​ເຈົ້າ

ການ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ນຳ​ພອນ​ມາ​ໃຫ້.

ພັນ​ທະ​ສັນ​ຍາ​ແມ່ນ​ຄຳ​ສັນ​ຍາ​ລະ​ຫວ່າງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ກັບ​ລູກໆ​ຂອງ​ພຣະ​ອົງ. ພຣະ​ອົງ​ກຳ​ນົດ​ເງື່ອນ​ໄຂ​ຕ່າງໆ​ສຳ​ລັບ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ເຮັດ​ກັບ​ພຣະ​ອົງ. ເມື່ອ​ເຮົາ​ເຮັດ​ຕາມ​ສິ່ງ​ທີ່​ພຣະ​ອົງ​ຂໍ, ເຮົາ​ຈະ​ໄດ້​ຮັບ​ພອນ​ຫລາຍ​ຢ່າງ. ແລະ ເຮົາ​ບໍ່​ພຽງ​ແຕ່​ໄດ້​ຮັບພອນ​ເທິງ​ແຜ່ນ​ດິນ​ໂລກ—ເມື່ອ​ເຮົາ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ, ເຮົາ​ຈະ​ໄດ້​ກັບ​ໄປ​ຢູ່​ກັບ​ພຣະ​ເຈົ້າ ແລະ ຄອບ​ຄົວ​ຂອງ​ເຮົາ​ໃນ​ສະ​ຫວັນ​ຈັກ​ມື້​ໜຶ່ງ.

ຮູບ​ພາບ
ການ​ບັບ​ຕິ​ສະ​ມາ

ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ

ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ໃນ​ລະ​ຫວ່າງ​ພິ​ທີ​ການ​ໃດ​ໜຶ່ງ​ໂດຍ​ສະ​ເພາະ. ເຮົາ​ຈຳ​ຕ້ອງ​ໄດ້​ຮັບ​ພິ​ທີ​ການ​ເຫລົ່າ​ນັ້ນ ແລະ ເຊື່ອ​ຟັງ​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ​ເພື່ອ​ຈະ​ໄດ້​ກັບ​ໄປ​ຢູ່​ກັບ​ພຣະ​ເຈົ້າ. ພິ​ທີ​ການ​ຕ່າງໆ​ຖືກ​ປະ​ຕິ​ບັດ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ພິ​ທີ​ການ​ເຫລົ່າ​ນັ້ນ ແມ່ນ​ລວມ​ທັງ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ການ​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ (ສຳ​ລັບ​ຜູ້​ຊາຍ), ແລະ ພິ​ທີ​ການ​ຕ່າງໆ​ທີ່​ເຮົາ​ໄດ້​ຮັບ​ໃນ​ພຣະ​ວິ​ຫານ. ໃນ​ລະ​ຫວ່າງ​ພິ​ທີ​ສິນ​ລະ​ລຶກ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຕໍ່​ຄຳ​ສັນ​ຍາ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ກັບ​ພຣະ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79).

ຮູບ​ພາບ
ສິນ​ລະ​ລຶກ

ພັນ​ທະ​ສັນ​ຍາ​ຊ່ວຍ​ໃຫ້​ເຮົາ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ

ໃນ​ລະ​ຫວ່າງ​ພິ​ທີ​ບັບ​ຕິ​ສະ​ມາ, ເຮົາ​ສັນ​ຍາ​ວ່າ​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ, ແລະ ຮັກ​ສາ​ພຣະ​ບັນ​ຍັດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37). ພຣະ​ເຈົ້າ​ສັນ​ຍາ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ມາ​ສະ​ຖິດ​ຢູ່​ນຳ​ເຮົາ​ຕະ​ຫລອດ​ເວ​ລາ.

ເມື່ອ​ຜູ້​ຊາຍ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ, ເຂົາ​ເຈົ້າ​ສັນ​ຍາ​ວ່າ​ຈະ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄ່າ​ຄວນ​ຕໍ່​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ. ພຣະ​ເຈົ້າ​ສັນ​ຍາ​ວ່າ​ຈະ​ໃຫ້​ພອນ​ແກ່​ເຂົາ​ເຈົ້າ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:33–40.)

ຮູບ​ພາບ
ພຣະ​ວິ​ຫານ ບຣາ​ຊິນ ເຣ​ຊີ​ເຟ

ພາບ​ປະ​ກອບ​ຂອງ​ພຣະ​ວິ​ຫານ ບຣາ​ຊິນ ເຣ​ຊີ​ເຟ ໂດຍ ເຈມສ໌ ພອດ​ເຕີ

ພັນ​ທະ​ສັນ​ຍາ​ທີ່​ເຮົາ​ເຮັດ​ຢູ່​ໃນ​ພຣະ​ວິ​ຫານ

ເມື່ອ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ, ເຂົາ​ເຈົ້າ​ສັນ​ຍາ​ວ່າ​ຈະ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ ແລະ ເສຍ​ສະ​ລະ​ເພື່ອ​ພຣະ​ກິດ​ຕິ​ຄຸນ. ເຂົາ​ເຈົ້າ​ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ ຈະ​ໄດ້​ຮັບ​ອຳ​ນາດ​ຈາກ​ພຣະ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 38:32; 109:22).

ໃນ​ລະ​ຫວ່າງ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ, ສາ​ມີ ແລະ ພັນ​ລະ​ຍາ​ໄດ້​ແຕ່ງ​ງານ​ຊົ່ວ​ນິ​ລັນ​ດອນ ແລະ ສັນ​ຍາ​ວ່າ​ຈະ​ຊື່​ສັດ​ຕໍ່​ກັນ ແລະ ຕໍ່​ພຣະ​ເຈົ້າ. ພຣະ​ເຈົ້າ​ສັນ​ຍາ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ກັບ​ໄປ​ຫາ​ພຣະ​ອົງ ແລະ ຢູ່​ນຳ​ກັນ​ເປັນ​ຄອບ​ຄົວ​ຕະ​ຫລອດ​ໄປ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:19–20.)

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ

ພວກ​ເຮົາ​ແມ່ນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ

ຜູ້​ທີ່​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ກາຍ​ເປັນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ. ເຂົາ​ເຈົ້າ​ຍັງ​ສືບ​ທອດ​ພອນ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ຕ່າງໆ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ນຳ​ອີກ (ເບິ່ງ ຄາ​ລາ​ເຕຍ 3:27–29). ການ​ເປັນ​ພາກ​ສ່ວນ​ໃນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໝາຍ​ຄວາມ​ວ່າ ເຮົາ​ຊ່ວຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ​ຂະ​ນະ​ທີ່​ເຮົາ​ເຂົ້າ​ໃກ້​ພຣະ​ຄຣິດ​ຫລາຍ​ຂຶ້ນ. ມັນ​ຍັງ​ມີ​ຄວາມ​ໝາຍ​ຕື່ມ​ອີກ​ວ່າ ເຮົາ​ເຮັດ​ວຽກ​ເພື່ອ​ເສີມ​ສ້າງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ​ເທິງ​ແຜ່ນ​ດິນ​ໂລກ. ເມື່ອ​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຮົາ​ສາ​ມາດ​ເຫັນ​ອຳ​ນາດ ແລະ ຄວາມ​ເຂັ້ມ​ແຂງ​ຈາກ​ພຣະ​ເຈົ້າ.

ພິມ