​2022
ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ
ເດືອນ​ກຸມ​ພາ 2022


“Abraham and Sarah,” Monthly Friend Messages, February 2022

“ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ”

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ກຸມ​ພາ 2022

ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ

ຮູບ​ພາບ
ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ໃນ​ຜ້າ​ເຕັ້ນ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ອັບ​ຣາ​ຮາມ​ເປັນ​ສາດ​ສະ​ດາ. ພຣະ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ອັບ​ຣາ​ຮາມ ແລະ ພັນ​ລະ​ຍາ​ຂອງ​ເພິ່ນ, ນາງ​ຊາ​ຣາ.

ຮູບ​ພາບ
ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ໂສກ​ເສົ້າ

ພຣະ​ອົງ​ໄດ້​ສັນ​ຍາ​ວ່າ​ຈະ​ໃຫ້​ພອນ​ແກ່​ພວກ​ເພິ່ນ. ພຣະ​ອົງ​ໄດ້​ບອກ​ວ່າ ພວກ​ເພິ່ນ​ຈະ​ມີ​ລູກ. ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ສັນ​ຍາ​ວ່າ​ຈະ​ເຮັດ​ຕາມ​ພຣະ​ເຈົ້າ.

ຮູບ​ພາບ
ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ

ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພວກ​ເພິ່ນ. ແຕ່​ພວກ​ເພິ່ນ​ກໍ​ຍັງ​ບໍ່​ມີ​ລູກ​ເປັນ​ເວ​ລາ​ດົນ​ນານ. ພວກ​ເພິ່ນ​ກໍ​ເຖົ້າ​ແກ່​ລົງ​ເລື້ອຍໆ.

ຮູບ​ພາບ
ອັບ​ຣາ​ຮາມ ແລະ ນາງ​ຊາ​ຣາ​ພ້ອມ​ດ້ວຍ​ລູກ​ນ້ອຍ​ອີ​ຊາກ

ໃນ​ທີ່​ສຸດ, ເມື່ອ​ອັບ​ຣາ​ຮາມ​ອາ​ຍຸ 100 ປີ ແລະ ນາງ​ຊາ​ຣາ​ອາ​ຍຸ 90 ປີ, ພວກ​ເພິ່ນ​ໄດ້​ມີ​ລູກ​ເປັນ​ຜູ້​ຊາຍ. ພວກ​ເພິ່ນ​ໄດ້​ຕັ້ງ​ຊື່​ໃຫ້​ລາວ​ວ່າ ອີ​ຊາກ. ພວກ​ເພິ່ນ​ຮູ້​ວ່າ​ພຣະ​ເຈົ້າ​ໄດ້​ໃຫ້​ພອນ​ພວກ​ເພິ່ນ.

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ປູກ​ເມັດ​ພືດ

ຂ້ອຍ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ. ບາງ​ທີ​ພອນ​ຕ່າງໆ​ບໍ່​ໄດ້​ມາ​ເຖິງ​ໃນ​ທັນ​ທີ​ທັນ​ໃດ. ແຕ່​ວ່າ​ພຣະ​ເຈົ້າ​ຈະ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ສະ​ເໝີ.

ໜ້າ​ລະ​ບາຍ​ສີ

ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ.

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ອະ​ທິ​ຖານ

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຊ່ວຍ​ເຈົ້າ​ແນວ​ໃດ ເມື່ອ​ເຈົ້າ​ຮູ້​ສຶກ​ຢ້ານ​ກົວ ຫລື ໂສກ​ເສົ້າ?

ພິມ