2023
4 ວິ​ທີ​ທີ່​ພຣະ​ເຢ​ຊູ​ຄຣິດ​ຊູ​ກຳ​ລັງ​ເຈົ້າ
ເດືອນ​ມັງ​ກອນ 2023


“4 Ways Jesus Christ Strengthens You,” For the Strength of Youth, Jan. 2023.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ມັງ​ກອນ 2023

4 ວິ​ທີ ທີ່​ພຣະ​ເຢ​ຊູ​ຄຣິດ​ຊູ​ກຳ​ລັງ ເຈົ້າ

ເຮົາ​ສາ​ມາດ​ສູ້​ກັບ​ທຸກ​ສິ່ງ​ໄດ້​ໂດຍ ພຣະ​ຄຣິດ.
ຟີ​ລິບ​ປອຍ 4:13

ຮູບ​ພາບ
ກອງ​ກ້ອນ​ຫີນ​ທີ່​ຢອງ​ກັນ​ຂຶ້ນ

ຕະ​ຫລອດ​ທົ່ວ​ໂລກ, ຊາວ​ຄຣິດ​ໄດ້​ປິ​ຕິ​ຍິນ​ດີ​ກັບ​ພຣະ​ຄຳ​ພີ​ຂໍ້​ນີ້​ທີ່​ວ່າ: “ເຮົາ​ສາ​ມາດ​ສູ້​ກັບ​ທຸກ​ສິ່ງ​ໄດ້​ໂດຍ [ພຣະ​ຄຣິດ] ຜູ້​ຊົງ​ຊູ​ກຳ​ລັງ​ເຮົາ” (ຟີ​ລິບ​ປອຍ 4:13).

ເມື່ອ​ຜູ້​ຄົນ​ໄດ້​ຍິນ​ແນວ​ນີ້, ບາງ​ຄົນ​ອາດ​ຈະ​ຄິດ​ວ່າ​ມັນ​ໝາຍ​ຄວາມ​ວ່າ​ເຂົາ​ເຈົ້າ​ສາ​ມາດ​ຜ່ານ​ການ​ທົດ​ສອບ​ໃດໆ​ກໍ​ໄດ້, ຊະ​ນະ​ເກມ​ໃດໆ​ກໍ​ໄດ້, ແລະ ທຸກໆ​ຄວາມ​ປາດ​ຖະ​ໜາ​ນັ້ນ​ເປັນ​ຈິງ. ແຕ່​ວ່າ​ນັ້ນ​ບໍ່​ແມ່ນ​ສິ່ງ​ທີ່​ພຣະ​ຄຳ​ພີ​ສິດ​ສອນ.

ມັນ​ຖືກ​ຂຽນ​ຂຶ້ນ​ໂດຍ​ອັກ​ຄະ​ສາ​ວົກ​ໂປ​ໂລ ໃນ​ຂະ​ນະ​ທີ່​ເພິ່ນ​ຢູ່​ໃນ​ຄຸກ. ໃນ​ຖາ​ນະ​ນັກ​ໂທດ, ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ໂປ​ໂລ ບໍ່ ສາ​ມາດ​ເຮັດ​ໄດ້, ແຕ່​ເພິ່ນ​ຮູ້​ວ່າ​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊູ​ກຳ​ລັງ​ເພິ່ນ​ໃຫ້​ເຮັດ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ.

ມັນ​ກໍ​ຈິງ​ເຊັ່ນ​ດຽວ​ກັນ​ສຳ​ລັບ​ເຈົ້າ!

1 ພຣະ​ຄຣິດ​ຊູ​ກຳ​ລັງ​ເຈົ້າ​ໃຫ້ ຮູ້

ພຣະ​ເຢ​ຊູ​ຄຣິດ​ໄດ້​ປະ​ທານ​ວິ​ທີ​ສຳ​ຄັນ​ຫລາຍ​ປະ​ການ​ເພື່ອ​ເຈົ້າ​ຈະ​ສາ​ມາດ​ຮູ້​ວ່າ​ສິ່ງ​ໃດ​ເປັນ​ຄວາມ​ຈິງ. ພຣະ​ອົງ​ໄດ້​ສິດ​ສອນ​ເຮົາ​ທຸກ​ຄົນ​ໃຫ້​ອະ​ທິ​ຖານ​ຕະ​ຫລອດ​ເວ​ລາ (ເບິ່ງ 3 ນີ​ໄຟ 18:18) ແລະ ໃຫ້​ທູນ​ຂໍ​ເພື່ອ​ຈະ​ໄດ້​ຮູ້​ວ່າ​ສິ່ງ​ໃດ​ເປັນ​ຄວາມ​ຈິງ (ເບິ່ງ ໂມ​ໂຣ​ໄນ 10:4–5). ເຈົ້າ​ຍັງ​ສາ​ມາດ​ຊອກ​ຫາ ແລະ ຮູ້​ວ່າ​ສິ່ງ​ໃດ​ເປັນ​ຄວາມ​ຈິງ​ຜ່ານ​ທາງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ເຈົ້າ​ໄດ້​ເຊັ່ນ​ກັນ.

ການ​ອະ​ທິ​ຖານ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ​ຈະ​ນຳ​ພຣະ​ວິນ​ຍານ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຈົ້າ. ພຣະ​ວິນ​ຍານ​ຈະ​ບອກ “ໃນ​ຈິດ​ໃຈ ແລະ … ຫົວ​ໃຈ​ຂອງ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2), “ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ,” ແລະ “ໃຫ້​ຄວາມ​ສະ​ຫວ່າງ​ແກ່​ຄວາມ​ຄິດ​ຂອງ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:13).

ໃນ​ວິ​ທີ​ເຫລົ່າ​ນີ້, ເຈົ້າ​ຈະ​ສາ​ມາດ “ຟັງ​ພຣະ​ອົງ”—ຟັງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເຮັດ​ຕາມ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ​ໄວ້. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ ນີ້​ແມ່ນ “ແບບ​ແຜນ​ຂອງ​ຄວາມ​ສຳ​ເລັດ​ຜົນ, ຄວາມ​ສຸກ, ແລະ ຄວາມ​ຊື່ນ​ຊົມ​ໃນ​ຊີ​ວິດ​ນີ້.”1

2 ພຣະ​ຄຣິດ​ຊູ​ກຳ​ລັງ​ເຈົ້າ​ໃຫ້ ເຮັດ

ຄວາມ​ເຂັ້ມ​ແຂງ​ຈະ​ມາ​ຫາ​ເຈົ້າ​ຂະ​ນະ​ທີ່​ເຈົ້າ​ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ ແລະ ເຮັດ​ການ​ເລືອກ​ໃນ​ສິ່ງ​ທີ່​ດີ ທີ່​ນຳ​ໄປ​ສູ່​ຄວາມ​ສະ​ຫງົບ ແລະ ຄວາມ​ສຸກ. ພຣະ​ເຢ​ຊູ​ຄຣິດ​ຊູ​ກຳ​ລັງ​ເຈົ້າ​ໃນ​ການ​ເຮັດ​ສິ່ງ​ນີ້​ເຖິງ​ແມ່ນ​ວ່າ​ການ​ເລືອກ​ເຫລົ່າ​ນັ້ນ​ເຮັດ​ໄດ້​ຍາກ​ກໍ​ຕາມ. ບາງ​ຄັ້ງ​ເຈົ້າ​ອາດ​ຈະ​ເລືອກ​ໃນ​ສິ່ງ​ທີ່​ບໍ່​ດີ. ໂຊກ​ດີ​ທີ່, ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຮັດ​ໃຫ້​ການ​ກັບ​ໃຈ​ນັ້ນ​ເປັນ​ໄປ​ໄດ້. ເພາະ​ພຣະ​ເຢ​ຊູ​ຄຣິດ, ເຈົ້າ​ຈຶ່ງ​ສາ​ມາດ​ສະ​ອາດ ແລະ ພົບ​ຄວາມ​ສຸກ​ໄດ້. ພຣະ​ອົງ​ສາ​ມາດ​ຊູ​ກຳ​ລັງ​ເຈົ້າ​ໃຫ້ “ເຮັດ ດີ​ຂຶ້ນ​ກວ່າ​ເກົ່າ ແລະ ເປັນ​ຄົນ ດີ​ຂຶ້ນ​ກວ່າ​ເກົ່າ”2 ໃນ​ແຕ່​ລະ​ມື້.

3 ພຣະ​ຄຣິດ​ຊູ​ກຳ​ລັງ​ເຈົ້າ​ໃຫ້ ເອົາ​ຊະ​ນະ

ໃນ​ຂະ​ນະ​ທີ່​ຢູ່​ໃນ​ຄຸກ, ໂປ​ໂລ​ໄດ້​ຂຽນ​ວ່າ: “ເພາະ​ເຮົາ​ຈະ​ມີ​ຖາ​ນະ​ຢ່າງ​ໃດ​ກໍ​ຕາມ ເຮົາ​ກໍ​ຮຽນ​ຮູ້​ແລ້ວ​ທີ່​ຈະ​ພໍ​ໃຈ​ຢູ່​ຢ່າງ​ນັ້ນ.

“ເຮົາ​ຮູ້​ຈັກ​ທີ່​ຈະ​ປະ​ສົບ​ກັບ​ການ​ຕົກ​ຕ່ຳ, ແລະ ຮູ້​ຈັກ​ທີ່​ຈະ​ປະ​ສົບ​ກັບ​ຄວາມ​ອຸ​ດົມ​ສົມ​ບູນ: ບໍ່​ວ່າ​ໃນ​ກໍ​ລະ​ນີ​ໃດໆ ເຮົາ​ໄດ້​ຮຽນ​ຮູ້​ເຖິງ​ແງ່​ຄວາມ​ລັບ” (ຟີ​ລິບ​ປອຍ 4:11–12).

ໃນ​ອີກ​ຄຳ​ໜຶ່ງ, ໂປ​ໂລ​ໄດ້​ຮຽນ​ຮູ້​ວ່າ, ຜ່ານ​ທາງ​ພຣະ​ຄຣິດ, ເພິ່ນ​ສາ​ມາດ​ເອົາ​ຊະ​ນະ ແລະ ຮຽນ​ຮູ້​ຈາກ​ການ​ທົດ​ລອງ ແລະ ສິ່ງ​ທ້າ​ທາຍ​ຂອງ​ເພິ່ນ. ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊູ​ກຳ​ລັງ​ເຈົ້າ​ໃຫ້​ເຮັດ​ໄດ້​ເຊັ່ນ​ກັນ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ທົນ​ຕໍ່ “ຄວາມ​ເຈັບ​ປວດ ແລະ ຄວາມ​ທຸກ ແລະ ການ​ລໍ້​ລວງ​ທຸກ​ຢ່າງ.” ພຣະ​ອົງ​ຮັບ​ເອົາ​ຄວາມ​ບົກ​ພ່ອງ​ຂອງ​ເຮົາ​ໄວ້​ກັບ​ພຣະ​ອົງ​ເອງ “ເພື່ອ​ພຣະ​ອົງ​ຈະ​ຮູ້​ຈັກ … ວ່າ​ຈະ​ຊ່ວຍ​ເຫລືອ [ຊຶ່ງ​ມີ​ຄວາມ​ໝາຍ​ວ່າ​ຊ່ວຍ] ຜູ້​ຄົນ​ຂອງ​ພຣະ​ອົງ​ຕາມ​ຄວາມ​ບົກ​ພ່ອງ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ” (​ແອວ​ມາ 7:11–12). ບໍ່​ວ່າ​ເຈົ້າ​ຈະ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ໃດ​ກໍ​ຕາມ, ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊູ​ກຳ​ລັງ​ເຈົ້າ​ໃຫ້​ອົດ​ທົນ ແລະ ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ສິ່ງ​ທີ່​ເຈົ້າ​ບໍ່​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົວ​ເອງ.

4 ພຣະ​ຄຣິດ​ຊູ​ກຳ​ລັງ​ເຈົ້າ​ໃຫ້ ກາຍ​ເປັນ

ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ​ໃຫ້​ການ​ຟື້ນ​ຄືນ​ຊີ​ວິດ​ເປັນ​ຈິງ​ໄດ້​ສຳ​ລັບ​ເຮົາ​ທຸກ​ຄົນ, ແລະ ພຣະ​ອົງ​ເຮັດ​ໃຫ້​ຊີ​ວິດ​ນິ​ລັນ​ດອນ​ເປັນ​ໄປ​ໄດ້​ສຳ​ລັບ​ຜູ້​ທີ່​ກັບ​ໃຈ, ຮັບ​ເອົາ​ພິ​ທີ​ການ​ທີ່​ຈຳ​ເປັນ, ແລະ ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ​ກັບ​ເຂົາ​ເຈົ້າ. ປາດ​ສະ​ຈາກ​ພຣະ​ຄຣິດ​ແລ້ວ, ເຮົາ​ບໍ່​ສາ​ມາດ​ບັນ​ລຸ​ໃນ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕ້ອງ​ການ​ຫລາຍ​ທີ່​ສຸດ—ເພື່ອ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ແລະ ຢູ່​ກັບ​ພວກ​ພຣະ​ອົງ​ຊົ່ວ​ນິ​ລັນ​ດອນ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

ເຈົ້າ​ສາ​ມາດ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ​ເມື່ອ​ເຈົ້າ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ອົງ, ເພິ່ງ​ພາ ແລະ ໄວ້​ວາງ​ໃຈ​ໃນ​ພຣະ​ອົງ, ແລະ ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ. ສິ່ງ​ນີ້​ຈະ​ນຳ​ພາ​ເຈົ້າ​ໃຫ້​ດຳ​ລົງ​ຊີ​ວິດ​ດ້ວຍ​ສັດ​ທາ, ຄວາມ​ຫວັງ, ຄວາມ​ໃຈ​ບຸນ, ຄວາມ​ອົດ​ທົນ, ຄວາມ​ຖ່ອມ​ຕົວ, ຄວາມ​ບໍ​ລິ​ສຸດ ແລະ ການ​ເຊື່ອ​ຟັງ​ຫລາຍ​ຂຶ້ນ. ທັງ​ໝົດ​ນີ້​ແມ່ນ​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຂະ​ນະ​ທີ່​ເຈົ້າ​ພະ​ຍາ​ຍາມ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ພຣະ​ອົງ​ຈະ​ເປັນ​ຄວາມ​ຫວັງ ແລະ ແສງ​ສະ​ຫວ່າງ​ຂອງ​ເຈົ້າ ທີ່​ຈະ​ນຳ​ພາ​ເຈົ້າ​ໃຫ້​ກາຍ​ເປັນ​ທຸກ​ສິ່ງ​ທີ່​ພຣະ​ອົງ​ຮູ້​ວ່າ​ເຈົ້າ​ສາ​ມາດ​ກາຍ​ເປັນ​ໄດ້. ແລະ, ຮ່ວມ​ກັບ​ໂປ​ໂລ, ເຈົ້າ​ຈະ​ສາ​ມາດ​ເວົ້າ​ໄດ້​ວ່າ, “ຂ້ອຍ​ສາ​ມາດ​ສູ້​ກັບ​ທຸກ​ສິ່ງ​ໄດ້ ໂດຍ​ພຣະ​ອົງ​ຜູ້​ຊູ​ກຳ​ລັງ​ຂ້ອຍ.”

ພິມ