2023
ຂອງ​ຂວັນ​ສຳ​ລັບ​ພຣະ​ເຢ​ຊູ
ເດືອນ​ມັງ​ກອນ 2023


“Gifts for Jesus,” Monthly Friend Messages, January 2023

“Gifts for Jesus”

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ມັງ​ກອນ 2023

ຂອງ​ຂວັນ​ສຳ​ລັບ​ພຣະ​ເຢ​ຊູ

ຮູບ​ພາບ
ນາງ​ມາ​ຣີ​ກັບ​ກຸມ​ມານ​ນ້ອຍ​ເຢ​ຊູ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ຮູບ​ພາບ
ພວກ​ໂຫ​ລາ​ຈານ​ກຳ​ລັງ​ເດີນ​ທາງ

ເມື່ອ​ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ກຳ​ເນີດ, ດາວ​ດວງ​ໃໝ່​ໄດ້​ປະ​ກົດ​ຂຶ້ນ​ໃນ​ທ້ອງ​ຟ້າ. ພວກ​ໂຫ​ລາ​ຈານ​ໄດ້​ຮູ້​ວ່າ​ດາວ​ດວງ​ໃໝ່​ນັ້ນ​ມີ​ຄວາມ​ໝາຍ​ວ່າ​ພຣະ​ເຢ​ຊູ​ໄດ້​ກຳ​ເນີດ​ມາ​ແລ້ວ. ພວກ​ເພິ່ນ​ໄດ້​ຕິດ​ຕາມ​ດາວ​ດວງ​ນັ້ນ​ໄປ. ພວກ​ເພິ່ນ​ໄດ້​ເດີນ​ທາງ​ເປັນ​ເວ​ລາ​ຫລາຍ​ມື້.

ຮູບ​ພາບ
ພວກ​ໂຫ​ລາ​ຈານ​ກຳ​ລັງ​ມອບ​ຂອງ​ຂວັນ​ໃຫ້​ພຣະ​ເຢ​ຊູ

ເມື່ອ​ພວກ​ໂຫ​ລາ​ຈານ​ພົບ​ເຫັນ​ພຣະ​ເຢ​ຊູ, ພວກ​ເພິ່ນ​ໄດ້​ມອບ​ຂອງ​ຂວັນ​ໃຫ້​ພຣະ​ອົງ. ພວກ​ເພິ່ນ​ໄດ້​ຄຸ​ເຂົ່າ​ລົງ​ຕໍ່​ພຣະ​ພັກ​ພຣະ​ອົງ ແລະ ນະ​ມັດ​ສະ​ການ​ພຣະ​ອົງ. ພວກ​ເພິ່ນ​ຮູ້​ວ່າ​ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

ຮູບ​ພາບ
ເດັກ​ນ້ອຍ​ກຳ​ລັງ​ຊ້ວນ​ຫິ​ມະ

ເຮົາ​ສາ​ມາດ​ມອບ​ຂອງ​ຂວັນ​ໃຫ້​ພຣະ​ເຢ​ຊູ​ເຊັ່ນ​ກັນ. ເຮົາ​ສາ​ມາດ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ອົງ ເມື່ອ​ເຮົາ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ ແລະ ສະ​ແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ.

ໜ້າ​ລະ​ບາຍ​ສີ

ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ

ຮູບ​ພາບ
ພໍ່​ກັບ​ລູກ​ສາວ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ເຈົ້າ​ພະ​ຍາ​ຍາມ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ແນວ​ໃດ?

ພິມ