2023
ຄອບ​ຄົວ​ຢູ່​ນຳ​ກັນ​ຊົ່ວ​ນິ​ລັນ​ດອນ
ເດືອນ​ມັງ​ກອນ 2023


“Families Are Eternal,” Liahona, Jan. 2023.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ມັງ​ກອນ 2023

ຄອບ​ຄົວ​ຢູ່​ນຳ​ກັນ​ຊົ່ວ​ນິ​ລັນ​ດອນ

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ຍິ້ມ

ຄອບ​ຄົວ​ເປັນ​ໜ່ວຍ​ພື້ນ​ຖານ​ຂອງ​ສັງ​ຄົມ ແລະ ສາດ​ສະ​ໜາ​ຈັກ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເຊື່ອ​ວ່າ​ຄອບ​ຄົວ​ສາ​ມາດ​ຢູ່​ນຳ​ກັນ​ຊົ່ວ​ນິ​ລັນ​ດອນ. ເຮົາ​ເຮັດ​ວຽກ​ໃນ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ​ຂອງ​ເຮົາ​ຢູ່​ໃນ​ໂລກ​ນີ້. ເຮົາ​ຍັງ​ມີ​ສັດ​ທາ​ວ່າ​ເຮົາ​ສາ​ມາດ​ຮັບ​ພອນ​ຂອງ​ຄອບ​ຄົວ​ນິ​ລັນ​ດອນ​ໄດ້.

ຄອບ​ຄົວ​ຂອງ​ພຣະ​ເຈົ້າ

ທຸກ​ຄົນ​ລ້ວນ​ແລ້ວ​ແຕ່​ເປັນ​ບຸດ ຫລື ທິ​ດາ​ທາງ​ວິນ​ຍານ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ. ເຮົາ​ທຸກ​ຄົນ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ. ເຮົາ​ທຸກ​ຄົນ​ມີ ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ຈຸດ​ໝາຍ​ປາຍ​ທາງ​ທີ່​ສູງ​ສົ່ງ. ຖ້າ​ເຮົາ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ, ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ຊຶ່ງ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ຄອບ​ຄົວ​ຂອງ​ພຣະ​ອົງ​ຕະ​ຫລອດ​ໄປ.

ຮູບ​ພາບ
ຄູ່​ບ່າວ​ສາວ​ຢູ່​ນອກ​ພຣະ​ວິ​ຫານ

ຮູບ​ຖ່າຍ​ງານ​ແຕ່ງ ໂດຍ ໂຈ​ເຊັບ ຄາ​ລູ​ບາ

ຄອບ​ຄົວ​ນິ​ລັນ​ດອນ

ເມື່ອ​ຊາຍ ແລະ ຍິງ​ແຕ່ງ​ງານ​ກັນ​ໃນ​ພຣະ​ວິ​ຫານ ແລະ ຮັກ​ສາ ພັນ​ທະ​ສັນ​ຍາ ຂອງ​ເຂົາ​ເຈົ້າ, ການ​ແຕ່ງ​ງານ​ຂອງ​ເຂົາ​ເຈົ້າ​ຈະ​ຄົງ​ຢູ່​ຊົ່ວ​ນິ​ລັນ​ດອນ. ພິ​ທີ​ການ​ພຣະ​ວິ​ຫານ​ຢ່າງ​ນີ້​ເອີ້ນ​ວ່າ ການ​ຜະ​ນຶກ. ເດັກ​ນ້ອຍ​ທີ່​ເກີດ​ມາ​ຫລັງ​ຈາກ​ພໍ່​ແມ່​ຂອງ​ເຂົາ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ແລ້ວ ແມ່ນ​ຖື​ວ່າ​ກຳ​ເນີດ​ໃນ​ພັນ​ທະ​ສັນ​ຍາ​ນັ້ນ. ເດັກ​ນ້ອຍ​ທີ່​ເກີດ​ມາ​ກ່ອນ​ທີ່​ພໍ່​ແມ່​ຂອງ​ເຂົາ​ໄດ້​ຜະ​ນຶກ​ເຂົ້າ​ກັນ ກໍ​ສາ​ມາດ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່​ໄດ້​ໃນ​ພຣະ​ວິ​ຫານ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ເປັນ​ຄອບ​ຄົວ​ດຽວ​ກັນ​ຕະ​ຫລອດ​ໄປ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ເຮັດ​ການ​ສຶບ​ປະ​ຫວັດ​ຄອບ​ຄົວ ແລະ ວຽກ​ງານ​ພຣະ​ວິ​ຫານ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ຜະ​ນຶກ​ເຂົ້າ​ກັບ​ຄອບ​ຄົວ​ຂອງ​ຕົນ ໄວ້​ນຳ​ກັນ​ທຸກ​ຊົ່ວ​ອາ​ຍຸ​ຄົນ. ພອນ​ຂອງ​ຄອບ​ຄົວ​ນິ​ລັນ​ດອນ​ສາ​ມາດ​ເປັນ​ໄປ​ໄດ້​ຍ້ອນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ການ​ແຕ່ງ​ງານ

ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ​ໄດ້​ຖືກ ແຕ່ງ​ຕັ້ງ ໄວ້​ໂດຍ​ພຣະ​ເຈົ້າ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສິດ​ສອນ​ວ່າ ສາ​ມີ ແລະ ພັນ​ລະ​ຍາ​ຈະ​ຕ້ອງ​ຈົງ​ຮັກ​ພັກ​ດີ​ຕໍ່​ກັນ ແລະ ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ການ​ແຕ່ງ​ງານ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຕ້ອງ​ຊື່​ສັດ​ໃນ​ຄວາມ​ຄິດ, ໃນ​ຄຳ​ວາ​ຈາ, ແລະ ໃນ​ການ​ກະ​ທຳ. ການ​ແຕ່ງ​ງານ​ຄື​ການ​ເປັນ​ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ, ແລະ ທັງ​ຄູ່​ຄວນ​ໃຫ້​ກຳ​ລັງ​ໃຈ, ປອບ​ໂຍນ, ແລະ ຊ່ວຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ.

ຮູບ​ພາບ
ພໍ່​ແມ່ ແລະ ລູກ​ນ້ອຍ

ພໍ່​ແມ່ ແລະ ລູກໆ

ພຣະ​ເຈົ້າ​ໄດ້​ບັນ​ຊາ​ອາ​ດາມ ແລະ ເອ​ວາ​ໃຫ້​ມີ​ລູກ. ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ສິດ​ສອນ​ວ່າ ພຣະ​ບັນ​ຍັດ​ຂໍ້​ນີ້​ຍັງ​ນຳ​ໃຊ້​ຢູ່. ພໍ່ ແລະ ແມ່​ເຮັດ​ວຽກ​ຮ່ວມ​ກັນ​ໃນ​ການ​ລ້ຽງ​ດູ​ລູກໆ​ຂອງ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ຊອບ​ທຳ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:25–28). ລູກໆ​ໄດ້​ຖືກ​ສິດ​ສອນ​ໃຫ້​ເຄົາ​ລົບ ແລະ ເຊື່ອ​ຟັງ​ພໍ່​ແມ່​ຂອງ​ພວກ​ເຂົາ (ເບິ່ງ ອົບ​ພະ​ຍົບ 20:12).

ການ​ສິດ​ສອນ ແລະ ການ​ຮຽນ​ຮູ້

ພໍ່​ແມ່​ສິດ​ສອນ​ລູກໆ​ຂອງ​ເຂົາ​ເຈົ້າ​ໃຫ້​ຮັກ​ພຣະ​ເຈົ້າ ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ຊີ​ວິດ​ຄອບ​ຄົວ​ເຮັດ​ໃຫ້​ເຮົາ​ມີ​ໂອ​ກາດ​ຮູ້​ສຶກ​ເຖິງ​ຄວາມ​ສຸກ ແລະ ຮຽນ​ຮູ້​ຄວາມ​ອົດ​ທົນ ແລະ ຄວາມ​ບໍ່​ເຫັນ​ແກ່​ຕົວ. ຄຸນ​ລັກ​ສະ​ນະ​ເຫລົ່າ​ນີ້​ຊ່ວຍ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ ແລະ ກຽມ​ເຮົາ​ໃຫ້​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄວາມ​ສຸກ​ໃນ​ຖາ​ນະ​ຄອບ​ຄົວ​ຕະ​ຫລອດ​ໄປ.

ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ

ຕ້ອງ​ມີ​ການ​ປະ​ຕິ​ບັດ, ອຸ​ທິດ​ຕົນ, ແລະ ອົດ​ທົນ​ໃນ​ການ​ສ້າງ​ຄອບ​ຄົວ​ທີ່​ປະ​ສົບ​ຜົນ​ສຳ​ເລັດ. ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ເຊັ່ນ ສັດ​ທາ, ການ​ອະ​ທິ​ຖານ, ການ​ໃຫ້​ອະ​ໄພ, ຄວາມ​ຮັກ, ວຽກ​ງານ, ແລະ ຄວາມ​ມ່ວນ​ຊື່ນ​ທີ່​ເປັນ​ປະ​ໂຫຍດ​ສາ​ມາດ​ຊ່ວຍ​ໃຫ້​ເຮົາ​ພົບ​ຄວາມ​ສຸກ​ໃນ​ຊີ​ວິດ​ຄອບ​ຄົວ​ໄດ້. ເຮົາ​ຍັງ​ສາ​ມາດ​ໄດ້​ຮັບ ການ​ເປີດ​ເຜີຍ ສ່ວນ​ຕົວ​ເພື່ອ​ໃຫ້​ຮູ້​ວິ​ທີ​ທີ່​ຈະ​ຊ່ວຍ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ​ຂອງ​ເຮົາ​ໄດ້​ແນວ​ໃດ.

ຮູບ​ພາບ
ຮູບ​ພາບ​ຂອງ​ພຣະ​ເຢ​ຊູ​ຄຣິດ

Christ’s Image [ຮູບ​ພາບ​ພຣະ​ຄຣິດ], ໂດຍ ເຮັນ​ຣິກ ຮ໊ອບ​ແມນ

ພອນ​ຕ່າງໆ​ມີ​ໃຫ້​ສຳ​ລັບ​ທຸກ​ຄົນ

ບໍ່​ແມ່ນ​ທຸກ​ຄົນ​ທີ່​ມີ​ໂອ​ກາດ​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບ​ຄົວ​ໃນ​ອຸ​ດົມ​ຄະ​ຕິ​ຢູ່​ເທິງ​ໂລກ​ນີ້. ແຕ່​ພຣະ​ເຈົ້າ​ໄດ້​ສັນ​ຍາ​ວ່າ ທຸກ​ຄົນ​ຜູ້​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຈະ​ໄດ້​ຮັບ​ພອນ​ທຸກ​ປະ​ການ​ຂອງ​ຄອບ​ຄົວ​ນິ​ລັນ​ດອນ. ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ ແລະ ມີ​ສັດ​ທາ​ຕາມ​ເວ​ລາ​ຂອງ​ພຣະ​ອົງ.

ພິມ