2023
ແຫລ່ງ​ຂໍ້​ມູນ​ສຳ​ລັບ​ຊາວ​ໜຸ່ມ ແລະ ເດັກ​ນ້ອຍ
ເດືອນ​ກຸມ​ພາ 2023


“Resources for Youth and Children,” Liahona, Feb. 2023.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ກຸມ​ພາ 2023

ແຫລ່ງ​ຂໍ້​ມູນ​ສຳ​ລັບ​ຊາວ​ໜຸ່ມ ແລະ ເດັກ​ນ້ອຍ

ຮູບ​ພາບ
ພໍ່​ແມ່​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ​ກັບ​ລູກ​ຊາຍ

ພໍ່​ແມ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ທີ່​ຈະ​ສິດ​ສອນ​ລູກໆ​ຂອງ​ຕົນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ມີ​ອົງ​ການ, ໂຄງ​ການ, ແລະ ແຫລ່ງ​ຂໍ້​ມູນ​ອື່ນໆ​ເພື່ອ​ຊ່ວຍ​ເຫລືອ​ພໍ່​ແມ່​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຂົາ. ຮ່ວມ​ກັນ, ພໍ່​ແມ່, ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ, ແລະ ໝູ່​ເພື່ອນ ສາ​ມາດ​ຊ່ວຍ​ໃຫ້​ເດັກ​ນ້ອຍ ແລະ ໄວ​ລຸ້ນ​ທຸກ​ຄົນ​ມາ​ຫາ​ພຣະ​ຄຣິດ​ໄດ້.

ຮູບ​ພາບ
ເດັກ​ນ້ອຍ​ປະ​ຖົມ​ໄວ

ຮູບ​ຖ່າຍ ໂດຍ ເບັນ ຈອນ​ສັນ

ປະ​ຖົມ​ໄວ

ປະ​ຖົມ​ໄວ ແມ່ນ​ອົງ​ການ​ຂອງ​ສາດ​ສະ​ໜາ​ຈັກ​ສຳ​ລັບ​ເດັກ​ນ້ອຍ​ອາ​ຍຸ 18 ເດືອນ ຫາ 11 ປີ. ໃນ​ປະ​ຖົມ​ໄວ, ເດັກ​ນ້ອຍ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ຜ່ານ​ທາງ​ບົດ​ຮຽນ, ເພງ, ແລະ ກິດ​ຈະ​ກຳ​ຕ່າງໆ. ປະ​ຖົມ​ໄວ​ສາ​ມາດ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ພວກ​ເຂົາ.

ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຫ້ອງ​ຮຽນ​ຍິງ​ໜຸ່ມ

ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ເດັກ​ນ້ອຍ​ມີ​ອາ​ຍຸ​ໄດ້ 12 ປີ, ພວກ​ເຂົາ​ຈະ​ຍ້າຍ​ຈາກ​ປະ​ຖົມ​ໄວ​ໄປ​ຫາ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ (ສຳ​ລັບ​ຜູ້​ຊາຍ) ຫລື ຫ້ອງ​ຮຽນ​ຍິງ​ໜຸ່ມ (ສຳ​ລັບ​ຜູ້​ຍິງ). ໃນ​ກຸ່ມ ແລະ ໃນ​ຫ້ອງ​ຮຽນ​ຂອງ​ພວກ​ເຂົາ, ຊາວ​ໜຸ່ມ​ສືບ​ຕໍ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຂົາ ແລະ ຮັບ​ໃຊ້​ຜູ້​ອື່ນ.

ຮູບ​ພາບ
ມື​ກຳ​ລັງ​ແຕ້ມ​ຮູບ

ໂຄງ​ການ​ເດັກ ແລະ ຊາວ​ໜຸ່ມ

ໃນ​ຊ່ວງ​ໄວ​ເຍົາ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ໄດ້​ຈະ​ເລີນ​ເຕີບ​ໃຫຍ່​ຂຶ້ນ “ໃນ​ດ້ານ​ສະ​ຕິ​ປັນ​ຍາ ແລະ ໃນ​ດ້ານ​ຮ່າງ​ກາຍ, ແລະ ເປັນ​ທີ່​ພໍ​ພຣະ​ໄທ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ມະ​ນຸດ​ດ້ວຍ” (ລູ​ກາ 2:52). ໂຄງ​ການ​ເດັກ ແລະ ຊາວ​ໜຸ່ມ ຊ່ວຍ​ໃຫ້​ສະ​ມາ​ຊິກ​ໜຸ່ມ​ໃນ​ສາດ​ສະ​ໜາ​ຈັກ​ຕິດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຄຣິດ. ພວກ​ເຂົາ​ຮຽນ​ຮູ້ ແລະ ເຕີບ​ໃຫຍ່​ໃນ​ທຸກ​ດ້ານ​ຂອງ​ຊີ​ວິດ—ດ້ານ​ວິນ​ຍານ, ດ້ານ​ສັງ​ຄົມ, ດ້ານ​ຮ່າງ​ກາຍ, ແລະ ດ້ານ​ສະ​ຕິ​ປັນ​ຍາ.

ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ

ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ​ສຳ​ລັບ​ເດັກ​ນ້ອຍ​ແມ່ນ ວາ​ລະ​ສານ Friend. For the Strength of Youth ແມ່ນ​ວາ​ລະ​ສານ​ສຳ​ລັບ​ຊາວ​ໜຸ່ມ. ວາ​ລະ​ສານ​ເຫລົ່າ​ນີ້​ລວມ​ທັງ ເລື່ອງ​ລາວ, ຄຳ​ສອນ, ແລະ ກິດ​ຈະ​ກຳ​ຕ່າງໆ​ທີ່​ມີ​ຂຽນ​ໄວ້​ສຳ​ລັບ​ເດັກ​ນ້ອຍ ແລະ ໄວ​ລຸ້ນ​ໂດຍ​ສະ​ເພາະ.

ຮູບ​ພາບ
ໜ້າ​ປົກ​ຂອງ​ປຶ້ມ​ຄູ່​ມື​ເປັນ​ພາ​ສາ​ສະ​ເປນ

ປຶ້ມ​ຄູ່​ມື For the Strength of Youth

For the Strength of Youth: A Guide for Making Choices ສິດ​ສອນ​ຊາວ​ໜຸ່ມ​ກ່ຽວ​ກັບ​ຄວາມ​ຈິງ​ເລື່ອງ​ພຣະ​ກິດ​ຕິ​ຄຸນ. ມັນ​ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ວິ​ທີ​ການ​ຕັດ​ສິນ​ໃຈ ທີ່​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ. ມັນ​ຍັງ​ລວມ​ທັງ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ທີ່​ຊາວ​ໜຸ່ມ​ອາດ​ມີ​ກ່ຽວ​ກັບ​ວິ​ທີ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ນຳ​ອີກ.

ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ

ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ​ມີ​ແຫລ່ງ​ຂໍ້​ມູນ​ດິ​ຈິ​ຕັນ​ຫລາຍໆ​ຢ່າງ, ລວມ​ທັງ​ວິ​ດີ​ໂອ, ເພງ, ເລື່ອງ​ລາວ​ພຣະ​ຄຳ​ພີ, ແລະ ກິດ​ຈະ​ກຳ​ຕ່າງໆ. ມັນ​ຍັງ​ລວມ​ທັງ​ແຫລ່ງ​ຂໍ້​ມູນ​ເພື່ອ​ຊ່ວຍ​ເຫລືອ​ພໍ່​ແມ່ ແລະ ຜູ້​ນຳ ໃນ​ການ​ສິດ​ສອນ​ຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ​ອີກ​ດ້ວຍ. ແຫລ່ງ​ຂໍ້​ມູນ​ເຫລົ່າ​ນີ້​ມີ​ຢູ່​ທີ່​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ​ທີ່ ChurchofJesusChrist.org ແລະ ໃນ​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

ກອງ​ປະ​ຊຸມ FSY

ເລີ່ມ​ຈາກ​ປີ​ທີ່​ພວກ​ເຂົາ​ມີ​ອາ​ຍຸ​ໄດ້ 14 ປີ, ຊາວ​ໜຸ່ມ​ຈະ​ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ (FSY). ລາຍ​ການ​ເຫລົ່າ​ນີ້​ລວມ​ທັງ​ກິດ​ຈະ​ກຳ ແລະ ຫ້ອງ​ຮຽນ​ຕ່າງໆ​ທີ່​ຊ່ວຍ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ຊ່ວຍ​ໃຫ້​ຊາວ​ໜຸ່ມ​ເຕີບ​ໂຕ​ດ້ານ​ວິນ​ຍານ, ດ້ານ​ສັງ​ຄົມ, ດ້ານ​ຮ່າງ​ກາຍ, ແລະ ດ້ານ​ສະ​ຕິ​ປັນ​ຍາ.

ພິມ