2023
ເຮົາ​ຈຳ​ເປັນ​ຕ້ອງ​ດີ​ພ້ອມ​ຕອນ​ນີ້​ບໍ?
ເດືອນ​ກຸມ​ພາ 2023


“Do We Need to Be Perfect Now?” For the Strength of Youth, Feb. 2023.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ກຸມ​ພາ 2023

ເຮົາ​ຈຳ​ເປັນ​ຕ້ອງ​ດີ​ພ້ອມ​ຕອນ​ນີ້​ບໍ?

ຮູບ​ພາບ
ຊາຍ​ໜຸ່ມ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ຮູບ​ພາບ​ປະ​ກອບ ໂດຍ ເອັມ​ມະ​ລີ ອີ ໂຈນສ໌

ພຣະ​ຄຳ​ພີ​ໄດ້​ຖືກ​ຂຽນ​ໄວ້​ເພື່ອ ເປັນ​ພອນ ແລະ ຊຸກ​ຍູ້ ເຮົາ, ແລະ ມັນ​ກໍ​ເປັນ​ແນວ​ນັ້ນ​ແທ້. ແຕ່​ບາງ​ຄັ້ງ​ທ່ານ​ເຄີຍ​ສັງ​ເກດ​ບໍ​ວ່າ ຂໍ້​ຄວາມ​ຈະ​ເບິ່ງ​ຄື​ເປັນ​ສິ່ງ​ເຕືອນ​ເຮົາ​ວ່າ ເຮົາ​ຂາດ​ຕົກ​ບົກ​ພ່ອງ ຢູ່? ຍົກ​ຕົວ​ຢ່າງ: “ດ້ວຍ​ເຫດ​ນັ້ນ ເຈົ້າ​ທັງ​ຫລາຍ​ຕ້ອງ​ເປັນ​ຄົນ​ດີ​ທີ່​ສຸດ ເໝືອນ​ຢ່າງ​ພຣະ​ບິ​ດາ​ຂອງ​ເຈົ້າ … ໃນ​ສະ​ຫວັນ​ເປັນ​ຜູ້​ດີ​ທີ່​ສຸດ” (ມັດ​ທາຍ 5:48). ດ້ວຍ​ພຣະ​ບັນ​ຍັດ​ນັ້ນ, ເຮົາ​ຢາກ​ກັບ​ຄືນ​ໄປ​ນອນ ແລະ ເອົາ​ຜ້າ​ຫົ່ມ​ປົກ​ຫົວ​ໄວ້. ເປົ້າ​ໝາຍ​ຊັ້ນ​ສູງ​ນັ້ນ ເບິ່ງ​ຄື​ວ່າ​ເກີນ​ກວ່າ​ທີ່​ເຮົາ​ຈະ​ບັນ​ລຸ​ໄດ້. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ເຄີຍ​ປະ​ທານ​ພຣະ​ບັນ​ຍັດ​ຂໍ້​ໃດ ທີ່​ພຣະ​ອົງ​ຮູ້​ວ່າ ເຮົາ​ບໍ່​ສາ​ມາດ​ຮັກ​ສາ.

ຮູບ​ພາບ
ຍິງ​ໜຸ່ມ​ຖື​ຄັນ​ຮົ່ມ​ໃນ​ຝົນ

“ແທ້​ຈິງ​ແລ້ວ, ຈົ່ງ​ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ,” ໂມ​ໂຣ​ໄນ​ໄດ້​ອ້ອນ​ວອນ. “ຈົ່ງ​ຮັກ​ພຣະ​ເຈົ້າ​ດ້ວຍ​ສຸດ​ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງ​ຂອງ​ທ່ານ, ເມື່ອ​ນັ້ນ … ໂດຍ​ພຣະ​ຄຸນ​ຂອງ​ພຣະ​ອົງ, ທ່ານ​ຈະ​ດີ​ພ້ອມ​ໃນ​ພຣະ​ຄຣິດ” (ໂມ​ໂຣ​ໄນ 10:32; ເນັ້ນ​ຄຳ​ເນີ້ງ). ຄວາມ​ຫວັງ​ຢ່າງ​ດຽວ​ຂອງ​ເຮົາ​ສຳ​ລັບ​ຄວາມ​ດີ​ພ້ອມ​ທີ່​ແທ້​ຈິງ ແມ່ນ​ຂໍ​ໃຫ້​ສະ​ຫວັນ ປະ​ທານ ໃຫ້—ເຮົາ​ບໍ່​ສາ​ມາດ “ຊອກ​ຫາ” ມາ​ໄດ້​ດ້ວຍ​ຕົວ​ເອງ.

ຮູບ​ພາບ
ຍິງ​ໜຸ່ມ​ກຳ​ລັງ​ເດີນ​ປ່າ​ຂຶ້ນ​ເຂົາ​ກັບ​ໝາ

ຍົກ​ເວັ້ນ​ແຕ່​ພຣະ​ເຢ​ຊູ​ເທົ່າ​ນັ້ນ, ບໍ່​ເຄີຍ​ມີ​ການ​ກະ​ທຳ​ໃດ​ທີ່​ປາດ​ສະ​ຈາກ​ຂໍ້​ບົກ​ພ່ອງ ຢູ່​ໃນ​ໂລກ​ທີ່​ເຮົາ​ອາ​ໄສ​ຢູ່​ນີ້, ສະ​ນັ້ນ ໃນ​ຊ່ວງ​ມະ​ຕະ​ນີ້ ຂໍ​ໃຫ້​ເຮົາ​ພະ​ຍາ​ຍາມ ພັດ​ທະ​ນາ​ຕົນ​ເລື້ອຍ​ໄປ ແລະ ຫລີກ​ເວັ້ນ​ຈາກ​ຄວາມ​ຄາດ​ຫວັງ​ທີ່​ຫລາຍ​ຈົນ​ເກີນ​ໄປ ສຳ​ລັບ​ຕົວ​ເຮົາ​ເອງ ແລະ ຄົນ​ອື່ນ.

ຮູບ​ພາບ
ເຮືອ​ຢູ່​ທະ​ເລ​ທີ່​ມີ​ພະ​ຍຸ

ຖ້າ​ຫາກ​ເຮົາ ພາກ​ພຽນ, ແລ້ວ ໃນ​ຈຸດ​ໃດ​ຈຸດ​ໜຶ່ງ​ໃນ​ນິ​ລັນ​ດອນ ການ​ຫລໍ່​ຫລອມ​ຂອງ​ເຮົາ​ຈະ​ສຳ​ເລັດ ແລະ ສົມ​ບູນ​ແບບ—ຊຶ່ງ​ເປັນ​ຄວາມ​ໝາຍ​ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່ ຂອງ​ຄຳ​ວ່າ ດີ​ພ້ອມ.

ພິມ