2023
ພຣະ​ເຢ​ຊູ​ປິ່ນ​ປົວ​ຜູ້​ຍິງ​ຄົນ​ໜຶ່ງ
ເດືອນ​ກຸມ​ພາ 2023


“Jesus Heals a Woman,” Monthly Friend Messages, February 2023

“Jesus Heals a Woman”

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ກຸມ​ພາ 2023

ພຣະ​ເຢ​ຊູ​ປິ່ນ​ປົວ​ຜູ້​ຍິງ​ຄົນ​ໜຶ່ງ

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ຍ່າງ​ໄປ​ຕາມ​ຖະ​ໜົນ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ມື້​ໜຶ່ງ ພຣະ​ເຢ​ຊູ​ໄດ້​ຍ່າງ​ໄປ​ຕາມ​ຖະ​ໜົນ​ທີ່​ມີ​ຜູ້​ຄົນ​ໜາ​ແໜ້ນ. ໃນ​ທ່າມ​ກາງ​ຝູງ​ຊົນ ມີ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເຈັບ​ປ່ວຍ​ມາ​ເປັນ​ເວ​ລາ 12 ປີ​ແລ້ວ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ບາຍ​ເສື້ອ​ຜ້າ​ຂອງ​ພຣະ​ເຢ​ຊູ

ຜູ້​ຍິງ​ຄົນ​ນີ້​ມີ​ສັດ​ທາ​ວ່າ ພຣະ​ເຢ​ຊູ​ສາ​ມາດ​ປິ່ນ​ປົວ​ນາງ. ນາງ​ໄດ້​ຍື່ນ​ມື​ອອກ​ໄປ ແລະ ບາຍ​ເສື້ອ​ຄຸມ​ຂອງ​ພຣະ​ອົງ. ນາງ​ໄດ້​ຫາຍ​ດີ​ໂດຍ​ທັນ​ທີ!

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

“ຜູ້​ໃດ​ບາຍ​ເຄື່ອງ​ນຸ່ງ​ເຮົາ?” ພຣະ​ເຢ​ຊູ​ຖາມ. ຜູ້​ຍິງ​ຄົນ​ນັ້ນ​ຢ້ານ​ກົວ. ນາງ​ໄດ້​ຄຸ​ເຂົ່າ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຢ​ຊູ ແລະ ບອກ​ພຣະ​ອົງ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ເວົ້າ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ

ພຣະ​ເຢ​ຊູ​ເປັນ​ຄົນ​ທີ່​ມີ​ຄວາມ​ຮັກ. ພຣະ​ອົງ​ກ່າວ​ວ່າ, “ຈົ່ງ​ຊື່ນ​ໃຈ​ເທີ້ນ.” ພຣະ​ອົງ​ໄດ້​ບອກ​ນາງ​ວ່າ ນາງ​ໄດ້​ຫາຍ​ດີ​ຍ້ອນ​ສັດ​ທາ​ຂອງ​ນາງ.

ຮູບ​ພາບ
ເດັກ​ນ້ອຍ​ຢູ່​ໃນ​ເຮືອ

ເຮົາ​ສາ​ມາດ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ຄວາມ​ຮັກ​ຂອງ​ພຣະ​ອົງ​ສາ​ມາດ​ຊ່ວຍ​ເຫລືອ​ເຮົາ ແລະ ນຳ​ສັນ​ຕິ​ສຸກ​ມາ​ໃຫ້​ເຮົາ.

ໜ້າ​ລະ​ບາຍ​ສີ

ເຮົາ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ
ແມ່ ແລະ ລູກ​ຊາຍ​ກຳ​ລັງ​ອະ​ທິ​ຖານ

ໃຫ້​ກົດ​ຮູບ​ເພື່ອ​ດາວ​ໂຫລດ.

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ເຈົ້າ​ຈະ​ສະ​ແດງ​ສັດ​ທາ​ຂອງ​ເຈົ້າ​ແນວ​ໃດ?

ພິມ