2023
ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ
ເດືອນ​ເມ​ສາ 2023


“Faith in Jesus Christ,” Liahona, Apr. 2023.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ເມ​ສາ 2023

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ
ລັກ​ສະ​ນະ​ຂອງ​ພຣະ​ເຢ​ຊູ

Jesus Christ [ພຣະ​ເຢ​ຊູ​ຄຣິດ], ໂດຍ ແຮ​ຣີ ແອນ​ເດີ​ສັນ

ການ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຫລັກ​ທຳ​ຂໍ້​ທຳ​ອິດ​ຂອງ​ພຣະ​ກິດ​ຕິ​ຄຸນ (ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:4). ສັດ​ທາ​ຂອງ​ເຮົາ​ຈະ​ຊ່ວຍ​ໃຫ້​ເຮົາ​ເລືອກ​ສິ່ງ​ທີ່​ຈະ​ນຳ​ພາ​ເຮົາ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ເຮົາ​ສາ​ມາດ​ເຮັດ​ວຽກ​ງານ​ໃນ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ​ໄດ້.

ຮູບ​ພາບ
ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ຫຸ້ມ​ລ້ອມ​ປຶ້ມ

ສັດ​ທາ​ຄື​ຫຍັງ?

ສັດ​ທາ​ຄື​ຄວາມ​ເຊື່ອ​ອັນ​ໜັກ​ແໜ້ນ ຫລື ໄວ້​ວາງ​ໃຈ​ໃນ​ບາງ​ສິ່ງ. ການ​ມີ​ສັດ​ທາ​ແມ່ນ​ລວມ​ທັງ​ການ​ມີ​ຄວາມ​ຫວັງ ແລະ ຄວາມ​ເຊື່ອ​ວ່າ​ສິ່ງ​ນັ້ນ​ເປັນ​ຄວາມ​ຈິງ, ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ສາ​ມາດ​ເບິ່ງ​ເຫັນ ຫລື ເຂົ້າ​ໃຈ​ສິ່ງ​ນັ້ນ​ທັງ​ໝົດ​ກໍ​ຕາມ (ເບິ່ງ ເຮັບ​ເຣີ 11:1; ແອວມາ 32:21).

ຮູບ​ພາບ
ຮູບ​ພາບ​ຂອງ​ພຣະ​ເຢ​ຊູ​ຄຣິດ

ລາຍ​ລະ​ອຽດ​ຈາກ Christ and the Rich Young Ruler [ພຣະ​ຄຣິດ ແລະ ເຈົ້າ​ນາຍ​ມະ​ຫາ​ເສດ​ຖີ​ໜຸ່ມ], ໂດຍ ເຮັນ​ຣິກ ຮ໊ອບ​ແມນ

ສັດ​ທາ​ມີ​ສູນ​ກາງ​ຢູ່​ທີ່​ພຣະ​ເຢ​ຊູ​ຄຣິດ

ເພື່ອ​ນຳ​ໄປ​ສູ່​ຄວາມ​ລອດ, ສັດ​ທາ​ຂອງ​ເຮົາ​ຕ້ອງ​ມີ​ສູນ​ກາງ​ຢູ່​ທີ່​ພຣະ​ເຢ​ຊູ​ຄຣິດ​ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ການ​ມີ​ສັດ​ທາ​ໃນ​ພຣະ​ຄຣິດ​ໝາຍ​ເຖິງ​ການ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ພຣະ​ອົງ. ໝາຍ​ເຖິງ​ການ​ເພິ່ງ​ອາ​ໄສ​ພຣະ​ອົງ​ຢ່າງ​ເຕັມ​ທີ່—ໄວ້​ວາງ​ໃຈ​ໃນ​ອຳ​ນາດ, ສະ​ຕິ​ປັນ​ຍາ, ແລະ ຄວາມ​ຮັກ​ຂອງ​ພຣະ​ອົງ. ລວມ​ທັງ​ການ​ເຊື່ອ ແລະ ການ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ​ເຊັ່ນ​ກັນ.

ຮູບ​ພາບ
ຄູ່​ສາ​ມີ​ພັນ​ລະ​ຍາ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ເພີ່ມ​ພູນ​ສັດ​ທາ​ຂອງ​ເຮົາ

ສັດ​ທາ​ຄື​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ, ແຕ່​ເຮົາ​ຕ້ອງ​ສະ​ແຫວງ​ຫາ ແລະ ພະ​ຍາ​ຍາມ​ຮັກ​ສາ​ມັນ​ໃຫ້​ແຂງ​ແກ່ນ. ເຮົາ​ສາ​ມາດ​ເພີ່ມ​ພູນ​ສັດ​ທາ​ຂອງ​ເຮົາ​ໂດຍ​ການ​ອະ​ທິ​ຖານ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ. ເຮົາ​ຍັງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ​ຂະ​ນະ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ ແລະ ຮັກ​ສາ ພັນ​ທະ​ສັນ​ຍາ ຂອງ​ເຮົາ.

ດຳ​ລົງ​ຊີ​ວິດ​ດ້ວຍ​ສັດ​ທາ

ສັດ​ທາ​ແມ່ນ​ເປັນ​ຫລາຍ​ກວ່າ​ການ​ມີ​ຄວາມ​ເຊື່ອ. ມັນ​ລວມ​ທັງ​ການ​ປະ​ຕິ​ບັດ​ຕາມ​ຄວາມ​ເຊື່ອ​ນັ້ນ​ດ້ວຍ. ເຮົາ​ສະ​ແດງ​ສັດ​ທາ​ຂອງ​ເຮົາ​ໃນ​ວິ​ທີ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ. ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ກະ​ຕຸ້ນ​ໃຫ້​ເຮົາ​ເຮັດ​ຕາມ​ຕົວ​ຢ່າງ​ອັນ​ດີ​ພ້ອມ​ຂອງ​ພຣະ​ອົງ. ສັດ​ທາ​ຂອງ​ເຮົາ​ນຳ​ພາ​ເຮົາ​ໃຫ້​ເຊື່ອ​ຟັງ​ພຣະ​ບັນ​ຍັດ, ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ, ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຕ່າງໆ.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ປິ່ນ​ປົວ​ຜູ້​ຊາຍ​ທີ່​ຕາ​ບອດ

ສັດ​ທາ​ສາ​ມາດ​ນຳ​ພາ​ໄປ​ສູ່​ການ​ມະ​ຫັດ​ສະ​ຈັນ

ສັດ​ທາ​ທີ່​ແທ້​ຈິງ​ນຳ​ໄປ​ສູ່ ການ​ມະ​ຫັດ​ສະ​ຈັນ, ທີ່​ອາດ​ລວມ​ທັງ​ພາບ​ນິ​ມິດ, ຄວາມ​ຝັນ, ການ​ປິ່ນ​ປົວ, ແລະ ຂອງ​ປະ​ທານ​ອື່ນໆ​ທີ່​ມາ​ຈາກ​ພຣະ​ເຈົ້າ. ພຣະ​ຄຳ​ພີ​ບັນ​ຈຸ​ດ້ວຍ​ເລື່ອງ​ລາວ​ຢ່າງ​ຫລວງ​ຫລາຍ​ຂອງ​ຜູ້​ຄົນ​ທີ່​ໄດ້​ຮັບ​ການ​ມະ​ຫັດ​ສະ​ຈັນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ຍ້ອນ​ສັດ​ທາ​ຂອງ​ພວກ​ເຂົາ​ໃນ​ພຣະ​ອົງ. ເບິ່ງ “ການ​ມະ​ຫັດ​ສະ​ຈັນ” ໃນ ຄູ່​ມື​ພຣະ​ຄຳ​ພີ ສຳ​ລັບ​ບາງ​ຕົວ​ຢ່າງ.

ສັດ​ທາ​ສາ​ມາດ​ນຳ​ສັນ​ຕິ​ສຸກ​ມາ​ໃຫ້

ການ​ມີ​ສັດ​ທາ​ໃນ​ພຣະ​ເຈົ້າ ແລະ ໃນ ແຜນ​ແຫ່ງ​ຄວາມ​ລອດ ຂອງ​ພຣະ​ອົງ ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຮົາ​ໃນ​ຊ່ວງ​ຂອງ​ການ​ທ້າ​ທາຍ​ຕ່າງໆ​ຂອງ​ເຮົາ​ໄດ້. ສັດ​ທາ​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຮົາ​ທີ່​ຈະ​ດຳ​ເນີນ​ໄປ​ໜ້າ ແລະ ປະ​ເຊີນ​ກັບ​ຄວາມ​ຍາກ​ລຳ​ບາກ​ດ້ວຍ​ຄວາມ​ກ້າ​ຫານ. ເຖິງ​ແມ່ນ​ວ່າ​ອະ​ນາ​ຄົດ​ເບິ່ງ​ຄື​ບໍ່​ແນ່​ນອນ, ແຕ່​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ມອບ​ສັນ​ຕິ​ສຸກ​ໃຫ້​ເຮົາ​ໄດ້.

ຮູບ​ພາບ
ພໍ່​ກຳ​ລັງ​ອູ້ມ​ລູກ​ຂອງ​ລາວ​ຂະ​ນະ​ທີ່​ເບິ່ງ​ຮູບ​ແຕ້ມ​ຂອງ​ພຣະ​ເຢ​ຊູ

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ນຳ​ພາ​ໄປ​ສູ່​ຄວາມ​ລອດ

ການ​ໃຊ້​ສັດ​ທາ​ໃນ​ພຣະ​ຄຣິດ​ຈະ​ນຳ​ພາ​ໄປ​ສູ່​ຄວາມ​ລອດ​ຂອງ​ເຮົາ. ພຣະ​ຄຣິດ​ໄດ້​ກະ​ກຽມ​ວິ​ທີ​ທາງ​ໄວ້​ໃຫ້​ເຮົາ​ເພື່ອ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ. ຂະ​ນະ​ທີ່​ເຮົາ​ດຳ​ລົງ​ຊິ​ວິດ​ດ້ວຍ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ອົງ, ເຮົາ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ເຮົາ ແລະ ກັບ​ຄືນ​ໄປ​ຢູ່​ກັບ​ພຣະ​ເຈົ້າ​ອີກ​ຄັ້ງ.

ພິມ