2023
ເປີດ​ໃຈ​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ
ເດືອນ​ເມ​ສາ 2023


“Open Your Heart to the Holy Ghost,” For the Strength of Youth, Apr. 2023.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ເມ​ສາ 2023

ເປີດ​ໃຈ​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ໃນ​ເທດ​ສະ​ການ​ບຸນ​ອີດ​ສະ​ເຕີ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ຂອບ​ພຣະ​ໄທ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ຂອງ​ປະ​ທານ​ທີ່​ເປັນ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ຜູ້​ໄດ້​ອາ​ສາ​ສະ​ໝັກ​ມາ​ສູ່​ໂລກ ເພື່ອ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ທີ່​ຮູ້​ວ່າ ພຣະ​ອົງ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ ແລະ ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ. ທຸກ​ວັນ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ ທີ່​ຮູ້​ວ່າ, ເປັນ​ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ຂ້າ​ພະ​ເຈົ້າ​ຈະ​ຟື້ນ​ຄືນ​ຊີ​ວິດ ໃນ​ມື້​ໜຶ່ງ ແລະ ມີ​ຊີ​ວິດ​ຕະ​ຫລອດ​ການ ໃນ​ຄອບ​ຄົວ​ທີ່​ຮັກ​ແພງ​ກັນ.

ຂ້າ​ພະ​ເຈົ້າ​ຮູ້​ສິ່ງ​ເຫລົ່າ​ນັ້ນ ໂດຍ ພຽງ​ວິ​ທີ​ດຽວ ທີ່​ເຮົາ​ທຸກ​ຄົນ​ສາ​ມາດ​ຮູ້​ໄດ້. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ກ່າວ​ແກ່​ຄວາມ​ຄິດ ແລະ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ສິ່ງ​ເຫລົ່າ​ນັ້ນ​ເປັນ​ຄວາມ​ຈິງ—ບໍ່​ແມ່ນ​ພຽງ​ເທື່ອ​ດຽວ, ແຕ່​ເລື້ອຍໆ.

ເຮົາ​ມີ​ຄຳ​ສັນ​ຍາ​ອັນ​ລ້ຳ​ຄ່າ​ວ່າ​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ. ພາກ​ສ່ວນ​ທີ່​ເຮົາ​ຕ້ອງ​ເຮັດ​ແມ່ນ​ວ່າ​ເຮົາ​ຈະ​ເລືອກ​ເປີດ​ໃຈ ຮັບ​ເອົາ​ການ​ຊີ້​ນຳ ແລະ ການ​ປອບ​ໂຍນ​ທາງ​ວິນ​ຍານ​ຢ່າງ​ຕໍ່​ເນື່ອງ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຕະ​ຫລອດ​ຊີ​ວິດ​ຫລື​ບໍ່.

ຮູບ​ພາບ
ດອກ​ໄມ້

ຮູບ​ພາບ​ປະ​ກອບ ໂດຍ ເອັມ​ມະ​ລີ ອີ ໂຈນສ໌

ການ​ເລືອກ​ທຳ​ອິດ ແມ່ນ​ຕ້ອງ ຖ່ອມ​ຕົວ ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

ຮູບ​ພາບ
ມື​ແຫ່ງ​ການ​ອະ​ທິ​ຖານ

ທີ​ສອງ ແມ່ນ​ການ ອະ​ທິ​ຖານ​ດ້ວຍ​ສັດ​ທາ ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.

ຮູບ​ພາບ
ເຂັມ​ທິດ

ທີ​ສາມ ແມ່ນ​ການ ເຊື່ອ​ຟັງ​ຕາມ​ນັ້ນ.

ຮູບ​ພາບ
ຮູບ​ຫົວ​ໃຈ

ແລະ ທີ​ສີ່ ແມ່ນ​ການ ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ເຖິງ​ຄວາມ​ຕ້ອງ​ການ ແລະ ຮູ້​ໃຈ​ຂອງ​ຄົນ​ອື່ນ ແລະ ເຖິງ​ວິ​ທີ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້ ແທນ​ພຣະ​ຜູ້​ເປັນ​ເຈົ້າ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ດ້ວຍ​ສຸດ​ໃຈ​ວ່າ ທ່ານ​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ, ຊຶ່ງ​ຖືກ​ສົ່ງ​ມາ​ຫາ​ທ່ານ ດ້ວຍ​ຄວາມ​ເພື່ອ​ແຜ່. ແລະ ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທ່ານ​ຈະ​ເປີດ​ໃຈ​ຮັບ​ພຣະ​ວິນ​ຍານ​ສະ​ເໝີ ເພື່ອ​ທ່ານ​ຈະ​ມີ​ຄວາມ​ຊື່ນ​ຊົມ​ທີ່​ມີ​ພຣະ​ອົງ​ສະ​ຖິດ​ຢູ່​ນຳ​ເປັນ​ເພື່ອນ​ຕະ​ຫລອດ​ເວ​ລາ.

ພິມ