“Jesus Raises Lazarus from the Dead,” Friend, Apr. 2023, 46–47.
ຂ່າວສານປະຈຳເດືອນ Friend, ເດືອນເມສາ 2023
ພຣະເຢຊູບັນດານລາຊະໂຣໃຫ້ເປັນຄືນມາຈາກຕາຍ
ຮູບພາບປະກອບ ໂດຍ ເອໂພ ສະຕ໋ອດ
ນາງມາຣີ ແລະ ນາງມາທາມີນ້ອງຊາຍຊື່ວ່າ ລາຊະໂຣ. ເຂົາເຈົ້າເປັນໝູ່ເພື່ອນຂອງພຣະເຢຊູຄຣິດ.
ລາຊະໂຣໄດ້ລົ້ມປ່ວຍໜັກ. ບໍ່ດົນ, ລາວກໍໄດ້ສິ້ນຊີວິດໄປ. ນາງມາຣີ ແລະ ນາງມາທາເສົ້າໂສກເສຍໃຈ. ເມື່ອພຣະເຢຊູມາເຖິງ, ພຣະອົງກໍກັນແສງນຳເຂົາເຈົ້າ.
ແລ້ວພຣະເຢຊູກໍໄດ້ອອກໄປທີ່ອຸບມຸງຂອງລາຊະໂຣກັບເຂົາເຈົ້າ. ພຣະອົງໄດ້ກ່າວວ່າ, “ລາຊະໂຣເອີຍ, ຈົ່ງອອກມາ.”
ລາຊະໂຣໄດ້ຢືນຂຶ້ນ ແລະ ຍ່າງອອກມາຈາກອຸບມຸງ. ລາວໄດ້ມີຊີວິດອີກຄັ້ງ! ເພາະພຣະເຢຊູ, ເຮົາທຸກຄົນຈະມີຊີວິດອີກເຊັ່ນກັນ!
ໜ້າລະບາຍສີ
ພຣະເຢຊູຄຣິດຊົງພຣະຊົນ
ຮູບພາບປະກອບ ໂດຍ ເອໂພ ສະຕ໋ອດ
ເຈົ້າລະນຶກເຖິງພຣະເຢຊູໃນຊ່ວງເວລາອີດສະເຕີແນວໃດ?
© 2023 ໂດຍ Intellectual Reserve, Inc. ສະຫງວນລິຂະສິດທຸກປະການ. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Friend Message, April 2023. Language. 19006 331