“The Lasting Joy of Gospel Living,” Liahona, February 2024.
ຂ່າວສານປະຈຳເດືອນ Liahona, ເດືອນກຸມພາ 2024
ຄວາມຊື່ນຊົມທີ່ຍືນຍົງຂອງ ການດຳລົງຊີວິດຕາມພຣະກິດຕິຄຸນ
ຄວາມຊື່ນຊົມທີ່ອົດທົນ ມາເຖິງໂດຍການອົດທົນໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ການຊ່ວຍເຫລືອຄົນອື່ນໃຫ້ເຮັດເຊັ່ນດຽວກັນ.
ສຳນວນທີ່ກະທັດລັດເຖິງຈຸດປະສົງຂອງຊີວິດເຮົາ ສາມາດພົບເຫັນໄດ້ໃນຄຳສອນຂອງສາດສະດາຂອງລີໄຮກ່ຽວກັບຈຸດເລີ່ມຕົ້ນຂອງຊີວິດມະນຸດເທິງແຜ່ນດິນໂລກ. ໃນສວນເອເດນ, ອາດາມ ແລະ ເອວາໄດ້ມີຊີວິດຢູ່ໃນສະຖານະຂອງຄວາມໄຮ້ດຽງສາ. ຖ້າຫາກພວກເຂົາຍັງຄົງຢູ່ໃນສະພາບນັ້ນຢູ່, ພວກເຂົາຄົງຈະ “ບໍ່ມີຄວາມສຸກ, ເພາະພວກເຂົາບໍ່ຮູ້ຈັກຄວາມທຸກທໍລະມານ; ບໍ່ເຮັດຄວາມດີ ເພາະພວກເຂົາບໍ່ຮູ້ຈັກບາບ” (2 ນີໄຟ 2:23). ດັ່ງນັ້ນ, ດັ່ງທີ່ລີໄຮໄດ້ອະທິບາຍໄວ້, “ອາດາມຕົກເພື່ອມະນຸດຈະໄດ້ເປັນຢູ່; ແລະ ມະນຸດເປັນຢູ່ກໍເພື່ອພວກເຂົາຈະໄດ້ມີຄວາມສຸກ” (2 ນີໄຟ 2:25; ເບິ່ງ ໂມເຊ 5:10–11) ນຳອີກ.
ໃນຂະນະທີ່ເຮົາເຕີບໃຫຍ່ຂຶ້ນໃນໂລກທີ່ໄດ້ຕົກໄປ, ເຮົາໄດ້ຮຽນຮູ້ຄວາມແຕກຕ່າງລະຫວ່າງຄວາມດີ ແລະ ຄວາມຊົ່ວ ໂດຍສິ່ງທີ່ເຮົາໄດ້ຖືກສິດສອນ ແລະ ໂດຍສິ່ງທີ່ເຮົາໄດ້ປະສົບ. ເຮົາ “ຊີມລົດຊາດອັນຂົມຂື່ນ, ເພື່ອວ່າ [ເຮົາ] ຈະຮູ້ຈັກໃຫ້ຄຸນຄ່າແກ່ຄວາມດີ” (ໂມເຊ 6:55). ຄວາມຊື່ນຊົມຈະມາເຖິງ ເມື່ອເຮົາປະຕິເສດສິ່ງທີ່ຂົມຂື່ນ ແລະ ທະນຸຖະໜອມ ແລະ ຍຶດໝັ້ນໃນຄວາມດີຫລາຍຍິ່ງຂຶ້ນ.
ການພົບກັບຄວາມຊື່ນຊົມ
ຍ້ອນຄວາມຮັກອັນດີພ້ອມຂອງພຣະອົງທີ່ມີຕໍ່ເຮົາ, ພຣະບິດາເທິງສະຫວັນຊົງປາດຖະໜາຢ່າງແຮງກ້າທີ່ຈະແບ່ງປັນຄວາມຊື່ນຊົມທີ່ດີພ້ອມຂອງພຣະອົງກັບເຮົາ, ທັງໃນຕອນນີ້ ແລະ ໃນຊົ່ວນິລັນດອນ. ນັ້ນແມ່ນແຮງຈູງໃຈຂອງພຣະອົງໃນທຸກສິ່ງຕັ້ງແຕ່ຕົ້ນ, ລວມທັງແຜນແຫ່ງຄວາມສຸກທີ່ສະຫງ່າລາສີຂອງພຣະອົງ ແລະ ການເສຍສະລະຂອງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງໃນການໄຖ່ເອົາເຮົາ.
ພຣະເຈົ້າບໍ່ພະຍາຍາມທີ່ຈະຍັດຍຽດຄວາມຊື່ນຊົມ ຫລື ຄວາມສຸກໃຫ້ເຮົາ, ແຕ່ພຣະອົງສິດສອນເຮົາເຖິງວິທີທີ່ຈະພົບມັນ. ພຣະອົງຍັງບອກເຮົາອີກວ່າ ບ່ອນໃດທີ່ຄວາມຊື່ນຊົມຈະບໍ່ສາມາດຖືກພົບໄດ້—“ຄວາມຊົ່ວຮ້າຍ [ບໍ່ແມ່ນ ແລະ] ບໍ່ເຄີຍເປັນຄວາມສຸກເລີຍ” (ແອວມາ 41:10). ແມ່ນໂດຍພຣະບັນຍັດຂອງພຣະອົງທີ່ພຣະບິດາເທິງສະຫວັນຂອງເຮົາໄດ້ເປີດເຜີຍເສັ້ນທາງສູ່ຄວາມຊື່ນຊົມໃຫ້ແກ່ເຮົາ.
ປະທານຣະໂຊ ເອັມ ແນວສັນ ໄດ້ສະແດງອອກດ້ວຍວິທີນີ້:
“ແຕ່ນີ້ຄືຄວາມຈິງທີ່ຍິ່ງໃຫຍ່: ໃນຂະນະທີ່ໂລກຢືນຢັນວ່າ ອຳນາດ, ຊັບສົມບັດ, ຄວາມນິຍົມ, ແລະ ຄວາມສະໜຸກສະໜານຂອງເນື້ອໜັງ ນຳຄວາມສຸກມາໃຫ້, ແຕ່ມັນບໍ່ເປັນເຊັ່ນນັ້ນ! ມັນບໍ່ສາມາດເຮັດໄດ້! ສິ່ງທີ່ມັນຜະລິດໄດ້ແມ່ນພຽງແຕ່ເປັນການທົດແທນທີ່ວ່າງເປົ່າສຳລັບ “ສະພາບອັນເປັນພອນ ແລະ ຄວາມສຸກຂອງ [ຜູ້ທີ່] ຮັກສາພຣະບັນຍັດຂອງພຣະເຈົ້າ’ [ໂມໄຊຢາ 2:41].
“ຄວາມຈິງກໍຄື ການສະແຫວງຫາຄວາມສຸກໃນບ່ອນທີ່ທ່ານຈະ ບໍ່ມີວັນ ຫາພົບ ທ່ານຈະ ເມື່ອຍຫລາຍກວ່າ! ເຖິງຢ່າງໃດກໍຕາມ, ເມື່ອທ່ານທຽມແອກຂອງທ່ານກັບພຣະເຢຊູຄຣິດ ແລະ ເຮັດວຽກງານຝ່າຍວິນຍານທີ່ຈຳເປັນຕໍ່ການເອົາຊະນະໂລກ, ແລ້ວພຣະອົງ, ແລະ ພຣະອົງພຽງຜູ້ດຽວ, ຈະມີອຳນາດທີ່ຈະຍົກທ່ານຂຶ້ນເໜືອການດຶງດູດຂອງໂລກນີ້.”1
ດັ່ງນັ້ນ, ຄວາມຊື່ນຊົມທີ່ຍືນຍົງ ແມ່ນພົບໃນການຮັກສາພຣະບັນຍັດຂອງພຣະເຈົ້າ, ແລະ ພຣະບັນຍັດຂອງພຣະເຈົ້າແມ່ນພົບໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ. ແຕ່ມັນເປັນທາງເລືອກຂອງເຮົາ. ຖ້າໃນຄວາມອ່ອນແອຂອງເຮົາ ເຮົາລົ້ມເຫລວທີ່ຈະຮັກສາພຣະບັນຍັດ, ເຮົາກໍຍັງສາມາດຫັນຫລັງກັບ, ປະຕິເສດຄວາມຂົມຂື່ນ, ແລະ ສະແຫວງຫາຄວາມດີໄດ້ອີກຄັ້ງ. ຄວາມຮັກຂອງພຣະເຈົ້າບໍ່ແກ້ຄວາມຜິດເພາະບາບ—ນັ້ນຈະເປັນຄວາມເມດຕາທີ່ຂະໂມຍຄວາມຍຸດຕິທຳ—ແຕ່ໂດຍການຊົດໃຊ້ຂອງພຣະອົງ, ພຣະເຢຊູຄຣິດຈຶ່ງໄດ້ສະເໜີການໄຖ່ຈາກບາບ:
“ແອມມິວເລັກ … ໄດ້ເວົ້າ … ວ່າ ພຣະຜູ້ເປັນເຈົ້າຈະສະເດັດມາຢ່າງແນ່ນອນ ເພື່ອໄຖ່ຜູ້ຄົນຂອງພຣະອົງ, ແຕ່ວ່າພຣະອົງຈະບໍ່ໄຖ່ພວກເຂົາ ໃນ ບາບຂອງພວກເຂົາ, ແຕ່ຈະໄຖ່ພວກເຂົາ ຈາກ ບາບຂອງພວກເຂົາ.
“ແລະ ພຣະອົງມີອຳນາດຊຶ່ງໄດ້ຮັບຈາກພຣະບິດາເພື່ອໄຖ່ມະນຸດຈາກບາບຂອງພວກເຂົາ ຍ້ອນການກັບໃຈ; ສະນັ້ນ ພຣະອົງຈຶ່ງໄດ້ສົ່ງທູດຂອງພຣະອົງລົງມາເພື່ອປະກາດຂ່າວກ່ຽວກັບເງື່ອນໄຂຂອງການກັບໃຈ, ຊຶ່ງຈະນຳໄປຫາອຳນາດຂອງພຣະຜູ້ໄຖ່, ໄປຫາຄວາມລອດຂອງຈິດວິນຍານຂອງພວກເຂົາ” (ຮີລາມັນ 5:10–11; ເນັ້ນຄຳເນີ້ງ).
ພຣະເຢຊູໄດ້ກ່າວວ່າ:
“ຖ້າພວກເຈົ້າເຊື່ອຟັງຂໍ້ຄຳສັ່ງຂອງເຮົາ ພວກເຈົ້າກໍຈະຕັ້ງຢູ່ໃນຄວາມຮັກຂອງເຮົາ ເໝືອນດັ່ງເຮົາໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະບິດາ ແລະ ຕັ້ງຢູ່ໃນຄວາມຮັກຂອງພຣະອົງ.
“ເຮົາໄດ້ບອກຂໍ້ຄວາມເຫລົ່ານີ້ແກ່ພວກເຈົ້າ ເພື່ອຄວາມຊົມຊື່ນຍິນດີຂອງເຮົາຈະໄດ້ຢູ່ໃນພວກເຈົ້າ ແລະເພື່ອວ່າຄວາມຊົມຊື່ນຍິນດີຂອງພວກເຈົ້າຈະໄດ້ຄົບເຕັມບໍລິບູນ” (ໂຢຮັນ 15:10–11).
ນີ້ຄືສິ່ງທີ່ລີໄຮໄດ້ຮູ້ສຶກໃນຄວາມຝັນຂອງເພິ່ນ ຂະນະທີ່ເພິ່ນຊີມໝາກໄມ້ຈາກຕົ້ນໄມ້ແຫ່ງຊີວິດ—ຊຶ່ງເປັນຕົວແທນໃຫ້ແກ່ຄວາມຮັກຂອງພຣະເຈົ້າ. ເພິ່ນໄດ້ກ່າວວ່າ, “ເມື່ອພໍ່ໄດ້ຮັບສ່ວນໝາກໄມ້ຈາກຕົ້ນນັ້ນແລ້ວ ຈິດວິນຍານຂອງພໍ່ເຕັມໄປດ້ວຍ ຄວາມຊື່ນຊົມຢ່າງໃຫຍ່ຫລວງ” (1 ນີໄຟ 8:12; ເບິ່ງ 11:21–23 ນຳອີກ).
ລີໄຮຍັງໄດ້ເປີດເຜີຍວິທີທີສອງທີ່ເຮົາສາມາດນຳຄວາມຊື່ນຊົມເຂົ້າມາໃນຊີວິດເຮົາ ເມື່ອເພິ່ນເວົ້າວ່າ, “ດັ່ງນັ້ນ, ພໍ່ຈຶ່ງເລີ່ມປາດຖະໜາໃຫ້ຄອບຄົວຂອງພໍ່ຮັບສ່ວນໝາກໄມ້ນັ້ນນຳກັນ” (1 ນີໄຟ 8:12).
ຊ່ວຍຄົນອື່ນໃຫ້ພົບຄວາມຊື່ນຊົມ
ເຊັ່ນດຽວກັບຜູ້ຄົນຂອງກະສັດເບັນຢາມິນ, ເຮົາກໍ “ເຕັມໄປດ້ວຍຄວາມສຸກ” ເມື່ອເຮົາໄດ້ຮັບການປົດບາບຂອງເຮົາ ແລະ ປະສົບກັບ “ຄວາມສະຫງົບໃນຈິດສຳນຶກ” (ໂມໄຊຢາ 4:3). ເຮົາຮູ້ສຶກເຖິງມັນອີກຄັ້ງ ເມື່ອເຮົາເບິ່ງອອກມາທາງນອກ ແລະ ສະແຫວງຫາທີ່ຈະຊ່ວຍເຫລືອສະມາຊິກຄອບຄົວ ແລະ ຄົນອື່ນໃຫ້ຮັບຄວາມຊື່ນຊົມ ແລະ ຄວາມສະຫງົບດຽວກັນນັ້ນ.
ສະໄໝເປັນຊາຍໜຸ່ມ, ແອວມາໄດ້ສະແຫວງຫາຄວາມສຸກໃນທຸກສິ່ງທີ່ຂັດແຍ້ງກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຫລັງຈາກທີ່ໄດ້ຖືກຕິຕຽນໂດຍທູດສະຫວັນ, ເພິ່ນກໍໄດ້ມາໄກ ຈາກ “ຄວາມຂົມຂື່ນ” ສູ່ “ຄວາມດີ” ໂດຍການກັບໃຈ “ຈົນເກືອບຈະເຖິງແກ່ຄວາມຕາຍ” (ໂມໄຊຢາ 27:28) ແລະ ພຣະຄຸນອັນລົ້ນເຫລືອຂອງພຣະຜູ້ຊ່ວຍໃຫ້ລອດ. ຫລາຍປີຕໍ່ມາ, ແອວມາໄດ້ປະກາດຢ່າງປາບປື້ມໃຈຕໍ່ລູກຊາຍຂອງເພິ່ນ ຮີລາມັນວ່າ:
“ແລະ ໂອ້, ພໍ່ບໍ່ເຄີຍເຫັນຄວາມສຸກ ແລະ ຄວາມສະຫວ່າງອັນໃດທີ່ໜ້າອັດສະຈັນເຊັ່ນນີ້; ແທ້ຈິງແລ້ວ, ຈິດວິນຍານຂອງພໍ່ເຕັມໄປດ້ວຍຄວາມສຸກທີ່ສຸດເທົ່າກັບຄວາມເຈັບປວດຂອງພໍ່! …
“ແທ້ຈິງແລ້ວ, ນັບແຕ່ເວລານັ້ນເປັນຕົ້ນມາຈົນເຖິງເວລານີ້, ພໍ່ໄດ້ເຮັດວຽກຢ່າງບໍ່ທໍ້ຖອຍ, ເພື່ອພໍ່ຈະໄດ້ຊັກນຳເອົາຈິດວິນຍານຫລາຍດວງມາຫາການກັບໃຈ; ເພື່ອພໍ່ຈະໄດ້ນຳເອົາພວກເຂົາມາຊີມລົດຊາດຂອງຄວາມສຸກ ຊຶ່ງພໍ່ໄດ້ຊີມມັນມາແລ້ວ. …
“ແທ້ຈິງແລ້ວ, ແລະ ບັດນີ້ຈົ່ງເບິ່ງ, ໂອ້ ລູກຂອງພໍ່, ພຣະຜູ້ເປັນເຈົ້າໄດ້ປະທານຄວາມຊື່ນຊົມຢ່າງຍິ່ງໃຫ້ພໍ່ໃນຜົນງານຂອງພໍ່;
“ເພາະຍ້ອນວ່າ ພຣະຄຳ [ພຣະກິດຕິຄຸນຂອງພຣະເຢຊູຄຣິດ] ຊຶ່ງພຣະອົງໃຫ້ແກ່ພໍ່, ຈົ່ງເບິ່ງ, ຄົນຢ່າງຫລວງຫລາຍຈຶ່ງເກີດຈາກພຣະເຈົ້າ, ແລະ ໄດ້ຊີມລົດຊາດຄືກັນກັບພໍ່ໄດ້ຊີມມາ” (ແອວມາ 36:20, 24–26).
ໃນອີກໂອກາດໜຶ່ງ, ແອວມາໄດ້ເປັນພະຍານວ່າ:
“ນີ້ຄືຄວາມປາບປື້ມຂອງຂ້າພະເຈົ້າ ເພື່ອບາງທີຂ້າພະເຈົ້າອາດຈະເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າໃນການນຳຈິດວິນຍານດວງໜຶ່ງມາສູ່ການກັບໃຈ; ແລະ ນີ້ຄືຄວາມສຸກຂອງຂ້າພະເຈົ້າ.
“ແລະ ຈົ່ງເບິ່ງ, ເມື່ອຂ້າພະເຈົ້າເຫັນພີ່ນ້ອງຂອງຂ້າພະເຈົ້າຫລາຍຄົນທີ່ສຳນຶກຜິດດ້ວຍຄວາມຈິງໃຈ, ແລ້ວເຂົ້າມາຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ເວລານັ້ນຈິດວິນຍານຂອງຂ້າພະເຈົ້າເຕັມໄປດ້ວຍຄວາມສຸກ” (ແອວມາ 29:9–10).
ແອວມາໄດ້ອອກໄປປະກາດຄວາມສຸກອັນເຕັມລົ້ນທີ່ເພິ່ນໄດ້ຮູ້ສຶກ ເມື່ອຄົນອື່ນປະສົບຜົນສຳເລັດໃນການນຳຈິດວິນຍານທັງຫລາຍເຂົ້າມາຫາພຣະຄຣິດ.
“ແຕ່ຂ້າພະເຈົ້າບໍ່ໄດ້ປິຕິຍິນດີໃນຄວາມສຳເລັດຂອງຂ້າພະເຈົ້າແຕ່ຝ່າຍດຽວເທົ່ານັ້ນ, ແຕ່ຂ້າພະເຈົ້າເຕັມປ່ຽມໄປດ້ວຍຄວາມສຸກໃນຄວາມສຳເລັດຂອງພີ່ນ້ອງຂອງຂ້າພະເຈົ້າ [ພວກລູກຊາຍຂອງໂມໄຊຢາ], ຜູ້ທີ່ໄດ້ຂຶ້ນໄປຫາແຜ່ນດິນນີໄຟນຳອີກ.
“ຈົ່ງເບິ່ງ, ພວກເຂົາໄດ້ອອກແຮງງານຢ່າງດຸໝັ່ນ, ແລະ ໄດ້ນຳເອົາຜົນງານຢ່າງຫລວງຫລາຍອອກມາ; ແລະ ລາງວັນຂອງພວກເຂົານັ້ນຍິ່ງໃຫຍ່ແທ້ໆ!
“ບັດນີ້, ເມື່ອຂ້າພະເຈົ້າຄິດເຖິງຄວາມສຳເລັດຂອງພີ່ນ້ອງເຫລົ່ານີ້ຂອງຂ້າພະເຈົ້າ ຈິດວິນຍານຂອງຂ້າພະເຈົ້າກໍຖືກພາໄປ, ຈົນວ່າມັນຖືກແຍກອອກຈາກຮ່າງກາຍ, ຄືກັບວ່າ ມັນເປັນຄວາມສຸກທີ່ສຸດຂອງຂ້າພະເຈົ້າ” (ແອວມາ 29:14–16).
ເຮົາສາມາດພົບຄວາມສຸກດຽວກັນໄດ້ ເມື່ອເຮົາ ຮັກ ຄົນອື່ນດ້ວຍ “ຄວາມຮັກອັນບໍລິສຸດຂອງພຣະຄຣິດ” (ໂມໂຣໄນ 7:47; ເບິ່ງ ຂໍ້ທີ 48 ນຳອີກ), ແບ່ງປັນ ຄວາມຈິງທີ່ໄດ້ຖືກຟື້ນຟູກັບພວກເຂົາ, ແລະ ເຊື້ອເຊີນ ພວກເຂົາໃຫ້ເຕົ້າໂຮມກັບຜູ້ຄົນແຫ່ງພັນທະສັນຍາ.
ຄວາມຊື່ນຊົມທ່າມກາງຄວາມທຸກຍາກລຳບາກ
ເຮົາບໍ່ຄວນຢ້ານວ່າ ການທົດລອງ ແລະ ຄວາມທ້າທາຍຕ່າງໆທີ່ເຮົາຈະປະເຊີນໂດຍຫລີກລ້ຽງບໍ່ໄດ້ໃນຄວາມເປັນມະຕະນັ້ນ ຈະຂັດຂວາງ ຫລື ທຳລາຍຄວາມຊື່ນຊົມຂອງເຮົາ. ແອວມາເປັນໜຶ່ງໃນຜູ້ທີ່ການຮັບໃຊ້ອັນບໍ່ເຫັນແກ່ຕົວຂອງເພິ່ນເພື່ອຄົນອື່ນ ໄດ້ເຮັດໃຫ້ເພິ່ນຕ້ອງຈ່າຍຄ່າເສຍຫາຍຢ່າງຫລວງຫລາຍ. ເພິ່ນໄດ້ທົນທຸກຕໍ່ການຖືກກັກຂັງ, ຄວາມຫິວ ແລະ ຄວາມກະຫາຍເປັນເວລາຍາວນານ, ການທຸບຕີ, ໄພຄຸກຄາມຕໍ່ຊີວິດ, ແລະ ການເຍາະເຍີ້ຍ ແລະ ການປະຕິເສດຢ່າງຊໍ້າໆ. ແຕ່ແລ້ວ, ທັງໝົດນັ້ນກໍໄດ້ “ຖືກກືນເຂົ້າໄປໃນຄວາມສຸກຂອງພຣະຄຣິດ” (ແອວມາ 31:38). ບາງທີ ຄວາມທຸກທໍລະມານຂອງແອວມາໄດ້ເຮັດໃຫ້ຄວາມສຸກທີ່ຕາມມານັ້ນ ຍິ່ງໃຫຍ່ຂຶ້ນໄປອີກ.
ປະທານແນວສັນຢໍ້າເຕືອນເຮົາວ່າ ຄວາມສຸກມີບົດບາດໃນຄວາມທຸກທໍລະມານຂອງພຣະຜູ້ຊ່ວຍໃຫ້ລອດ—“ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ” (ເຮັບເຣີ 12:2).
“ຂໍໃຫ້ຄິດເບິ່ງດູ! ເພື່ອວ່າພຣະອົງຈະອົດທົນຕໍ່ປະສົບການທີ່ຮ້າຍກາດທີ່ສຸດທີ່ຈະທົນໄດ້ຢູ່ເທິງໂລກ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາກໍໄດ້ເອົາໃຈໃສ່ຕໍ່ ຄວາມສຸກ ນັ້ນ!
“ແລະ ແມ່ນຫຍັງທີ່ເປັນຄວາມສຸກທີ່ຕັ້ງໄວ້ຕໍ່ໜ້າພຣະອົງ? ແນ່ນອນວ່າ ມັນຮ່ວມທັງຄວາມສຸກຂອງການຊຳລະໃຫ້ສະອາດ, ການປິ່ນປົວ, ແລະ ການເພີ່ມຄວາມເຂັ້ມແຂງໃຫ້ແກ່ເຮົາ; ຄວາມສຸກຂອງການຈ່າຍຄ່າບາບຂອງທຸກຄົນທີ່ຈະກັບໃຈ; ຄວາມສຸກຂອງການເຮັດໃຫ້ເປັນໄປໄດ້ສຳລັບທ່ານ ແລະ ຂ້າພະເຈົ້າ ທີ່ຈະກັບຄືນໄປສູ່ບ້ານ—ສະອາດ ແລະ ມີຄຸນຄ່າດີພໍ—ທີ່ຈະດຳລົງຊີວິດຢູ່ກັບພຣະບິດາມານດາ ແລະ ຄອບຄົວແຫ່ງສະຫວັນຂອງເຮົາ.
“ຖ້າຫາກເຮົາເອົາໃຈໃສ່ຕໍ່ຄວາມສຸກທີ່ຈະມາສູ່ເຮົາ, ຫລື ມາສູ່ຜູ້ຄົນທີ່ເຮົາຮັກ, ແລ້ວເຮົາຈະສາມາດ ອົດທົນຕໍ່ສິ່ງໃດແດ່ ທີ່ໃນເວລານີ້ເບິ່ງຄືວ່າລຳບາກ, ເຈັບປວດ, ໜ້າຢ້ານກົວ, ບໍ່ຍຸດຕິທຳ, ຫລື ແມ່ນແຕ່ເປັນໄປບໍ່ໄດ້?”2
ຄວາມຊື່ນຊົມທີ່ອົດທົນ ມາເຖິງໂດຍການອົດທົນໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ການຊ່ວຍເຫລືອຄົນອື່ນໃຫ້ເຮັດເຊັ່ນດຽວກັນ. ຄວາມຊື່ນຊົມທີ່ຍືນຍົງ ມາເຖິງເມື່ອເຮົາແນບສະໜິດຢູ່ໃນຄວາມຮັກຂອງພຣະເຈົ້າ, ເຊື່ອຟັງພຣະບັນຍັດຂອງພຣະອົງ ແລະ ຮັບພຣະຄຸນຂອງພຣະຜູ້ຊ່ວຍໃຫ້ລອດ. ໃນເສັ້ນທາງຂອງພຣະກິດຕິຄຸນ, ມີຄວາມຊື່ນຊົມໃນການເດີນທາງ ເຊັ່ນດຽວກັບຄວາມຊື່ນຊົມຢູ່ທີ່ປາຍທາງ. ພຣະກິດຕິຄຸນຂອງພຣະເຢຊູຄຣິດ ແມ່ນເສັ້ນທາງແຫ່ງຄວາມຊື່ນຊົມໃນແຕ່ລະມື້.
© 2024 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Liahona Message, February 2024. Language. 19276 331