​Liahona
ເລຍ​ໂຮ​ນາ
ເດືອນ​ກຸມ​ພາ 2024


“The Liahona,” Friend, Feb. 2024, 26–27.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ກຸມ​ພາ 2024

ເລຍ​ໂຮ​ນາ

ຮູບ​ພາບ
alt text

ພາບ​ປະ​ກອບ ໂດຍ ແອນ​ດຣູ ໂບສ໌​ລີ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ລີ​ໄຮ​ໃຫ້​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ກັບ​ຄອບ​ຄົວ​ຂອງ​ເພິ່ນ. ແຕ່​ເຂົາ​ເຈົ້າ​ບໍ່​ແນ່​ໃຈ​ວ່າ ຈະ​ໄປ​ທີ່​ນັ້ນ​ໄດ້​ດ້ວຍ​ວິ​ທີ​ໃດ.

ຮູບ​ພາບ
alt text

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ເຄື່ອງ​ມື​ພິ​ເສດ​ໃຫ້​ແກ່​ລີ​ໄຮ. ມັນ​ຄ້າຍ​ຄື​ກັນ​ກັບ​ເຂັມ​ທິດ. ມັນ​ໄດ້​ຊີ້​ໄປ​ທາງ​ທີ່​ເຂົາ​ເຈົ້າ​ຄວນ​ໄປ. ເຂົາ​ເຈົ້າ​ເອີ້ນ​ມັນ​ວ່າ ເລຍ​ໂຮ​ນາ.

ຮູບ​ພາບ
alt text

ເມື່ອ​ເຂົາ​ເຈົ້າ​ຮັກ​ສາ​ພຣະ​ບັນ​ຍັດ, ເລຍ​ໂຮ​ນາ​ກໍ​ຈະ​ໃຊ້​ງານ​ໄດ້. ມັນ​ໄດ້​ນຳ​ເຂົາ​ເຈົ້າ​ໄປ​ສູ່​ອາ​ຫານ ແລະ ຄວາມ​ປອດ​ໄພ. ແຕ່​ເມື່ອ​ເຂົາ​ເຈົ້າ​ຜິດ​ຖຽງ​ກັນ ແລະ ບໍ່​ເຊື່ອ​ຟັງ, ມັນ​ກໍ​ຢຸດ​ເຮັດ​ວຽກ.

ຮູບ​ພາບ
alt text

ຄອບ​ຄົວ​ຂອງ​ລີ​ໄຮ​ໄດ້​ຕິດ​ຕາມ​ເລຍ​ໂຮ​ນາ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ໄປ​ຮອດ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ໄດ້. ເມື່ອ​ເຮົາ​ເລືອກ​ສິ່ງ​ທີ່​ຖືກ​ຕ້ອງ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ນຳ​ພາ​ເຮົາ​ເຊັ່ນ​ກັນ.

ໜ້າ​ລະ​ບາຍ​ສີ

ເຮົາ​ສາ​ມາດ​ຮັບ​ບັບ​ຕິ​ສະ​ມາ​ໄດ້​ເໝືອນ​ດັ່ງ​ພຣະ​ເຢ​ຊູ

ຮູບ​ພາບ
Alt text

ພາບ​ປະ​ກອບ ໂດຍ ອາ​ດາມ ໂຄ​ຟອດ

ເຈົ້າ​ຈະ​ສາ​ມາດ​ກຽມ​ຕົວ​ເພື່ອ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ​ໄດ້​ຢ່າງ​ໃດ?

ພິມ