​Liahona
ເຮົາ​ກຳ​ລັງ​ດຳ​ລົງ​ຊີ​ວິດ “ຕາມ​ທາງ​ແຫ່ງ​ຄວາມ​ສຸກ” ແລ້ວ​ບໍ?
ເດືອນ​ກຸມ​ພາ 2024


“Am I Living ‘after the Manner of Happiness’?,” For the Strength of Youth, Feb. 2024.

ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ກຸມ​ພາ 2024

2 ນີ​ໄຟ 5

ເຮົາ​ກຳ​ລັງ​ດຳ​ລົງ​ຊີ​ວິດ “ຕາມ​ທາງ​ແຫ່ງ​ຄວາມ​ສຸກ” ແລ້ວ​ບໍ?

ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ​ເພື່ອ​ໃຫ້​ເຈົ້າ​ມີ​ຊີ​ວິດ​ຕາມ​ທາງ​ທີ່​ນີ​ໄຟ​ໄດ້​ກ່າວ​ວ່າ​ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ມີ.

ຮູບ​ພາບ
ຊາວ​ໜຸ່ມ

ພາບ​ປະ​ກອບ ໂດຍ ອາ​ລີ​ສາ ກອນ​ຊາ​ເລັສ

ບໍ່​ດົນ​ຫລັງ​ຈາກ​ທີ່​ແຍກ​ຕົວ​ອອກ​ຈາກ​ຊາວ​ເລ​ມັນ, ນີ​ໄຟ​ໄດ້​ກ່າວ​ວ່າ ຜູ້​ຄົນ​ຂອງ​ເພິ່ນ “ມີ​ຊີ​ວິດ​ຢູ່​ຕາມ​ທາງ​ແຫ່ງ​ຄວາມ​ສຸກ” (2 ນີ​ໄຟ 5:27). ໂດຍ​ຄຳ​ນຶງ​ວ່າ ມີ​ຄົນ​ອີກ​ກຸ່ມ​ໜຶ່ງ​ທີ່​ຢາກ​ຂ້າ​ພວກ​ເຂົາ (ເບິ່ງ 2 ນີ​ໄຟ 5:1–6, 14), ນັ້ນ​ອາດ​ເປັນ​ສິ່ງ​ທີ່​ໜ້າ​ປະ​ຫລາດ​ໃຈ. ຄົນ​ເຮົາ​ຈະ​ສາ​ມາດ​ມີ​ຄວາມ​ສຸກ​ພາຍ​ໃຕ້​ສະ​ຖາ​ນະ​ການ​ເຊັ່ນ​ນັ້ນ​ໄດ້​ຢ່າງ​ໃດ?

ກ່ອນ​ອື່ນ​ໝົດ, ໃຫ້​ຮູ້​ໄວ້​ວ່າ “ພວກ​ເຮົາ​ມີ​ຊີ​ວິດ​ຢູ່​ຕາມ​ທາງ​ແຫ່ງ​ຄວາມ​ສຸກ” ບໍ່​ໄດ້ ໝາຍ​ຄວາມ​ວ່າ “ຊາວ​ນີ​ໄຟ​ແຕ່​ລະ​ຄົນ​ມີ​ຄວາມ​ສຸກ​ຕະ​ຫລອດ 24 ຊົ່ວ​ໂມງ.” ມັນ​ໝາຍ​ຄວາມ​ວ່າ ພວກ​ເຂົາ​ໄດ້​ມີ​ຊີ​ວິດ​ໃນ​ວິ​ທີ, ແລະ ໄດ້​ເຮັດ​ສິ່ງ, ທີ່ ໂດຍ​ທົ່ວ​ໄປ​ແລ້ວ ນຳ​ໄປ​ສູ່​ຄວາມ​ສຸກ. ໂດຍ​ລວມ​ແລ້ວ, ເຖິງ​ແມ່ນ​ພວກ​ເຂົາ​ຈະ​ມີ​ຄວາມ​ທ້າ​ທາຍ​ກໍ​ຕາມ, ມັນ​ກໍ​ເປັນ​ຊ່ວງ​ເວ​ລາ​ທີ່​ມີ​ຄວາມ​ສຸກ.

ສະ​ນັ້ນ, “ທາງ​ແຫ່ງ​ຄວາມ​ສຸກ” ແມ່ນ​ຫຍັງ? ເຮົາ​ຈະ​ສາ​ມາດ​ເຮັດ​ມັນ​ຊໍ້າ​ໃນ​ຊີ​ວິດ​ຂອງ​ເຮົາ​ເອງ, ຊຶ່ງ​ມີ​ຄວາມ​ທ້າ​ທາຍ​ເຊັ່ນ​ກັນ​ໄດ້​ຢ່າງ​ໃດ? ມາ​ເບິ່ງ​ນຳ​ກັນ!

  • ຈົ່ງ​ເຊື່ອ​ຟັງ. “ພວກ​ເຮົາ​ໄດ້​ຍຶດ​ຖື​ທີ່​ຈະ​ຮັກ​ສາ … ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (2 ນີ​ໄຟ 5:10).

    ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ຂັ້້ນ​ຕອນ​ທີ 1. ເຈົ້າ​ອາດ​ມີ​ຄວາມ​ສຸກ​ຊົ່ວ​ຄາວ​ໃນ​ບາບ, ແຕ່​ມັນ​ຈະ​ບໍ່​ຄົງ​ຢູ່​ຕະ​ຫລອດ​ໄປ. ການ​ຈົງ​ໃຈ​ບໍ່​ເຊື່ອ​ຟັງ​ພຣະ​ເຈົ້າ ບໍ່​ແມ່ນ “ທາງ​ແຫ່ງ​ຄວາມ​ສຸກ” (ເບິ່ງ ແອວ​ມາ 41:10).

  • ຄົ້ນ​ຄວ້າ​ພຣະ​ຄຳ​ພີ. “ຂ້າ​ພະ​ເຈົ້າ​ນີ​ໄຟ​ໄດ້​ນຳ​ແຜ່ນ​ຈາ​ລຶກ​ທີ່​ໄດ້​ບັນ​ທຶກ​ໄວ້​ໃນ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ມາ​ນຳ” (2 ນີ​ໄຟ 5:12). “ພວກ​ເຮົາ … ຄົ້ນ​ຄວ້າ​ມັນ ແລະ ພົບ​ວ່າ​ເປັນ​ສິ່ງ​ເພິ່ງ​ປາດ​ຖະ​ໜາ; ແທ້​ຈິງ​ແລ້ວ, ແມ່ນ​ມີ​ຄຸນ​ຄ່າ​ຫລາຍ​ຕໍ່​ພວກ​ເຮົາ” (1 ນີ​ໄຟ 5:21).

    ຜູ້​ຄົນ​ຂອງ​ນີ​ໄຟ​ມີ​ພຣະ​ຄຳ​ພີ. ແລະ ພວກ​ເຂົາ​ບໍ່​ໄດ້​ພຽງ​ແຕ່ ມີ ມັນ​ເທົ່າ​ນັ້ນ—ພວກ​ເຂົາ​ໄດ້ ຄົ້ນ​ຄວ້າ ມັນ.

  • ຟັງ​ຜູ້​ນຳ​ທີ່​ໄດ້​ຮັບ​ການ​ດົນ​ໃຈ. “ຂ້າ​ພະ​ເຈົ້າ​ນີ​ໄຟ​ໄດ້​ແຕ່ງ​ຕັ້ງ​ຢາ​ໂຄບ​ກັບ​ໂຢ​ເຊັບ ເພື່ອ​ພວກ​ເຂົາ​ຈະ​ໄດ້​ເປັນ​ປະ​ໂລ​ຫິດ ແລະ ຜູ້​ສອນ … ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ” (2 ນີ​ໄຟ 5:26).

    ຜູ້​ສອນ​ເຫລົ່າ​ນີ້​ໄດ້​ໃຊ້​ພຣະ​ຄຳ​ພີ​ເປັນ​ຄູ່​ມື​ຂອງ​ພວກ​ເຂົາ (ເບິ່ງ 2 ນີ​ໄຟ 4:15; 6:4).

  • ໄປ​ພຣະ​ວິ​ຫານ (ແລະ ສະ​ຖານ​ທີ່​ສັກ​ສິດ​ອື່ນໆ). “ຂ້າ​ພະ​ເຈົ້າ​ນີ​ໄຟ​ໄດ້​ສ້າງ​ພຣະ​ວິ​ຫານ​ໄວ້​ແຫ່ງ​ໜຶ່ງ” (2 ນີ​ໄຟ 5:16).

    ມັນ​ສຳ​ຄັນ​ທີ່​ຈະ​ມີ​ສະ​ຖານ​ທີ່​ສັກ​ສິດ​ຕ່າງໆ​ເຊັ່ນ ອາ​ຄານ​ປະ​ຊຸມ ແລະ ພຣະ​ວິ​ຫານ ເພື່ອ​ໃຫ້​ບັນ​ດາ​ສາ​ນຸ​ສິດ​ເຕົ້າ​ໂຮມ​ກັນ ແລະ ນະ​ມັດ​ສະ​ການ. (ເຮົາ​ສາ​ມາດ​ສັນ​ນິ​ຖານ​ໄດ້​ວ່າ ຊາວ​ນີ​ໄຟ​ບໍ່​ໄດ້​ພຽງ​ແຕ່ ມີ ພຣະ​ວິ​ຫານ​ເທົ່າ​ນັ້ນ—ພວກ​ເຂົາ​ໄດ້​ໃຊ້​ມັນ​ແທ້ໆ.) ຖ້າ​ເຈົ້າ​ບໍ່​ສາ​ມາດ​ເຂົ້າ​ພຣະ​ວິ​ຫານ​ດ້ວຍ​ຕົນ​ເອງ​ໄດ້, ເຈົ້າ​ສາ​ມາດ​ເຮັດ​ວຽກ​ງານ​ປະ​ຫວັດ​ຄອບ​ຄົວ​ໄດ້​ສະ​ເໝີ.

  • ມີ​ປະ​ສິດ​ທິ​ຜົນ. “ຂ້າ​ພະ​ເຈົ້າ​ໄດ້​ສິດ​ສອນ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ສ້າງ​ເຮືອນ​ຊານ ແລະ ໃຫ້​ເຮັດ​ວຽກ. … [ຂ້າ​ພະ​ເຈົ້າ] ໄດ້​ໃຫ້​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ດຸ​ໝັ່ນ ແລະ ທຳ​ງານ​ດ້ວຍ​ຝີ​ມື​ຂອງ​ພວກ​ເຂົາ” (2 ນີ​ໄຟ 5:15, 17).

    ສ່ວນ​ໜຶ່ງ​ຂອງ “ທາງ​ແຫ່ງ​ຄວາມ​ສຸກ” ແມ່ນ​ການ​ມີ​ຫຍັງ​ໃຫ້​ເຮັດ! ການ​ມອບ​ໝາຍ, ວຽກ​ງານ, ໜ້າ​ທີ່​ຮັບ​ຜິດ​ຊອບ—ບາງ​ສິ່ງ​ທີ່​ໃຫ້​ເຈົ້າ​ສຸມ​ໃຈ​ໃສ່ ແລະ ມີ​ຈຸດ​ປະ​ສົງ (ແນ່​ນອນ, ພ້ອມ​ກັບ​ເວ​ລາ​ວ່າງ​ສຳ​ລັບ​ຜ່ອນ​ຄາຍ). ມັນ​ຍາກ​ທີ່​ຈະ​ມີ​ຄວາມ​ສຸກ ຖ້າ​ຫາກ​ເຈົ້າ​ຮູ້​ສຶກ​ເບື່ອ​ຢູ່​ຕະ​ຫລອດ​ເວ​ລາ.

ເຈົ້າ​ຈະ​ເວົ້າ​ວ່າ ປະ​ຈຸ​ບັນ​ເຈົ້າ​ກຳ​ລັງ​ດຳ​ລົງ​ຊີ​ວິດ​ຕາມ​ທາງ​ແຫ່ງ​ຄວາມ​ສຸກ​ໄດ້​ບໍ? ຖ້າ​ບໍ່​ດັ່ງ​ນັ້ນ, ບາງ​ເທື່ອ ຕົວ​ຢ່າງ​ຂອງ​ນີ​ໄຟ​ສາ​ມາດ​ໃຫ້​ແນວ​ຄິດ​ບາງ​ຢ່າງ​ແກ່​ເຈົ້າ​ກ່ຽວ​ກັບ​ວິ​ທີ​ປັບ​ປຸງ​ໄດ້.

ພິມ