“The Savior of All, a Gospel for All,” Liahona, Mar. 2024.
ຂ່າວສານປະຈຳເດືອນ Liahona, ເດືອນມີນາ 2024
ພຣະຜູ້ຊ່ວຍໃຫ້ລອດ ຂອງທຸກຄົນ, ພຣະກິດຕິຄຸນສຳລັບທຸກຄົນ
ພຣະກິດຕິຄຸນ, ການຊົດໃຊ້, ແລະ ການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດເປັນພອນໃຫ້ແກ່ລູກໆທຸກຄົນຂອງພຣະເຈົ້າ.
ພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດແມ່ນ, ກ່ອນອື່ນໝົດ, ແລະ ຕະຫລອດການ, ແຫລ່ງແຫ່ງຄວາມສຸກທີ່ຍືນຍົງ, ສັນຕິສຸກທີ່ແທ້ຈິງ, ແລະ ຄວາມຊື່ນຊົມສຳລັບທຸກຄົນໃນຍຸກສຸດທ້າຍນີ້. ພອນທີ່ຫລັ່ງໄຫລຈາກພຣະກິດຕິຄຸນ ແລະ ຈາກຄວາມເມດຕາກະລຸນາທີ່ບໍ່ມີຂີດຈຳກັດຂອງພຣະຄຣິດ ບໍ່ເຄີຍມີໄວ້ພຽງແຕ່ສຳລັບໜ້ອຍຄົນທີ່ຖືກເລືອກເທົ່ານັ້ນ, ໃນສະໄໝບູຮານ ຫລື ໃນສະໄໝໃໝ່.
ບໍ່ວ່າເຮົາຈະຮູ້ສຶກບໍ່ພຽບພ້ອມພຽງໃດ, ແລະ ເຖິງແມ່ນຈະມີບາບທີ່ອາດເຮັດໃຫ້ເຮົາເຫີນຫ່າງຈາກພຣະອົງຊົ່ວໄລຍະໜຶ່ງກໍຕາມ, ແຕ່ພຣະຜູ້ຊ່ວຍໃຫ້ລອດຂອງເຮົາຮັບຮອງກັບເຮົາວ່າ “ພຣະອົງໄດ້ຍື່ນພຣະຫັດຂອງພຣະອົງອອກໄປໃຫ້ [ເຮົາ] ຕະຫລອດທັງວັນ” (ຢາໂຄບ 6:4), ໂດຍເຊື້ອເຊີນເຮົາທຸກຄົນໃຫ້ມາຫາພຣະອົງ ແລະ ສຳຜັດເຖິງຄວາມຮັກຂອງພຣະອົງ.
ພອນແຫ່ງພຣະກິດຕິຄຸນສຳລັບຄົນທັງໂລກ
ພຣະກິດຕິຄຸນຂອງພຣະເຢຊູຄຣິດໄດ້ຖືກ “ຟື້ນຟູຂຶ້ນໃນຍຸກສຸດທ້າຍນີ້ເພື່ອຕອບສະໜອງ … ຄວາມຕ້ອງການຂອງທົ່ວທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງເທິງແຜ່ນດິນໂລກ.”1 ພຣະກິດຕິຄຸນຢູ່ເໜືອທຸກເຊື້ອຊາດ ແລະ ສີຜິວ ຂະນະທີ່ຂ້າມເສັ້ນວັດທະນະທຳທັງໝົດ ເພື່ອສິດສອນວ່າ “ທຸກຄົນເທົ່າທຽມກັນໝົດສຳລັບພຣະເຈົ້າ” (2 ນີໄຟ 26:33).2 ພຣະຄຳພີມໍມອນຢືນເປັນພະຍານອັນໂດດເດັ່ນຂອງຄວາມຈິງນີ້.
ບັນທຶກອັນຍິ່ງໃຫຍ່ນີ້ເປັນພະຍານວ່າ ພຣະຄຣິດຈົດຈຳຊົນຊາດທັງໝົດ (ເບິ່ງ 2 ນີໄຟ 29:7) ແລະ ຈະສະແດງ “ພຣະອົງເອງໃຫ້ປະຈັກແກ່ຄົນທັງໝົດທີ່ເຊື່ອໃນພຣະອົງ, … [ແລະ ເຮັດ] ສິ່ງມະຫັດສະຈັນ, ເຄື່ອງໝາຍ, ແລະ ການແປກປະຫລາດອັນຍິ່ງໃຫຍ່ໃນບັນດາລູກຫລານມະນຸດ” (2 ນີໄຟ 26:13). ທ່າມກາງເຄື່ອງໝາຍ, ແລະ ການແປກປະຫລາດອັນຍິ່ງໃຫຍ່ນັ້ນ ແມ່ນການແຜ່ກະຈາຍຂອງພຣະກິດຕິຄຸນ. ສະນັ້ນ, ເຮົາຈຶ່ງສົ່ງຜູ້ສອນສາດສະໜາໄປຕະຫລອດທົ່ວໂລກ ເພື່ອເປັນພະຍານເຖິງຂ່າວປະເສີດຂອງມັນ. ເຮົາຍັງແບ່ງປັນພຣະກິດຕິຄຸນກັບຄົນທີ່ຢູ່ອ້ອມຕົວເຮົານຳອີກ. ການໃຊ້ຂໍກະແຈຂອງຖານະປະໂລຫິດທີ່ຖືກຟື້ນຟູສຳລັບຜູ້ທີ່ມີຊີວິດຢູ່ ແລະ ຜູ້ທີ່ຕາຍແລ້ວ ເຮັດໃຫ້ແນ່ໃຈວ່າ ຄວາມສົມບູນແຫ່ງພຣະກິດຕິຄຸນຈະມີໃຫ້ສຳລັບບຸດ ແລະ ທິດາທຸກຄົນຂອງພຣະບິດາມານດາເທິງສະຫວັນຂອງເຮົາໃນທີ່ສຸດ—ອະດີດ, ປະຈຸບັນ, ຫລື ອະນາຄົດ.
ໃຈກາງຂອງພຣະກິດຕິຄຸນນີ້—ຂ່າວສານຫລັກຂອງສາດສະດາ ແລະ ອັກຄະສາວົກທຸກຄົນທີ່ຖືກເອີ້ນໃຫ້ເຮັດວຽກ—ກໍຄືວ່າ ພຣະເຢຊູຄືພຣະຄຣິດ ແລະ ວ່າພຣະອົງໄດ້ສະເດັດມາເພື່ອອວຍພອນທຸກຄົນ. ໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເຮົາປະກາດວ່າ ການເສຍສະລະຊົດໃຊ້ຂອງພຣະອົງແມ່ນສຳລັບຄົນທັງໂລກ.
ຄວາມຈຳເປັນຂອງການຊົດໃຊ້ທີ່ບໍ່ມີຂອບເຂດ ແລະ ນິລັນດອນ
ຂະນະທີ່ຂ້າພະເຈົ້າໄປອ້ອມໂລກ, ຂ້າພະເຈົ້າຈັດການສຳພາດກັບສະມາຊິກຂອງສາດສະໜາຈັກທີ່ຫລາກຫລາຍ. ຂ້າພະເຈົ້າໄດ້ຮັບການດົນໃຈທີ່ໄດ້ຍິນວິທີທີ່ເຂົາເຈົ້າຮູ້ສຶກເຖິງພອນແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດໃນຊີວິດຂອງເຂົາເຈົ້າ, ແມ່ນແຕ່ຕອນທີ່ເຂົາເຈົ້າສາລະພາບບາບບາງຢ່າງ ທີ່ດົນນານມາແລ້ວກໍຕາມ. ຊ່າງວິເສດຫລາຍສໍ່າໃດທີ່ການປອບໂຍນໃນການຊຳລະລ້າງຂອງການຊົດໃຊ້ຂອງພຣະອົງນັ້ນ ມີໃຫ້ສຳລັບເຮົາທຸກຄົນສະເໝີ!
“ມັນຈະຕ້ອງມີການຊົດໃຊ້ເກີດຂຶ້ນ,” ແອມມິວເລັກປະກາດ, “ຖ້າບໍ່ດັ່ງນັ້ນມະນຸດຊາດທັງປວງຕ້ອງຕາຍຢ່າງຫລີກລ້ຽງບໍ່ໄດ້.” ເຮົາທຸກຄົນຈະ “ຕົກ ແລະ … ຫລົງທາງໄປ, … ເວັ້ນເສຍແຕ່ຈະເປັນໂດຍທາງການຊົດໃຊ້,” ຊຶ່ງຮຽກຮ້ອງໃຫ້ມີ “ການເສຍສະລະອັນບໍ່ມີຂອບເຂດ ແລະ ນິລັນດອນ.” ດ້ວຍວ່າ “ຈະບໍ່ມີສິ່ງໃດທີ່ໜ້ອຍກວ່າການຊົດໃຊ້ອັນບໍ່ມີຂອບເຂດ ຊຶ່ງຈະມີພຽງພໍສຳລັບບາບຂອງໂລກ” (ແອວມາ 34:9, 10, 12).
ສາດສະດາຢາໂຄບຜູ້ຍິ່ງໃຫຍ່ຍັງໄດ້ສິດສອນວ່າ ຍ້ອນ “ຄວາມຕາຍຜ່ານມາຫາມະນຸດທັງປວງ, … ຈຶ່ງຈຳຕ້ອງມີອຳນາດແຫ່ງການຟື້ນຄືນຊີວິດ” ເພື່ອນຳເຮົາເຂົ້າໄປສູ່ທີ່ປະທັບຂອງພຣະເຈົ້າ (2 ນີໄຟ 9:6).
ທັງບາບ ແລະ ຄວາມຕາຍຈຳເປັນຕ້ອງຖືກເອົາຊະນະ. ນີ້ແມ່ນພາລະກິດຂອງພຣະຜູ້ຊ່ວຍໃຫ້ລອດ, ຊຶ່ງພຣະອົງໄດ້ສຳເລັດຢ່າງກ້າຫານສຳລັບລູກໆທຸກຄົນຂອງພຣະເຈົ້າ.
ການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ
ໃນຄືນສຸດທ້າຍຂອງຄວາມເປັນມະຕະຂອງພຣະອົງ, ພຣະເຢຊູຄຣິດໄດ້ເຂົ້າໄປໃນສວນເຄັດເຊມາເນ. ໃນທີ່ນັ້ນ, ພຣະອົງໄດ້ຄຸເຂົ່າລົງທ່າມກາງຕົ້ນໝາກກອກ ແລະ ໄດ້ເລີ່ມລົງສູ່ຄວາມທຸກທໍລະມານທີ່ທ່ານ ແລະ ຂ້າພະເຈົ້າຈະບໍ່ມີວັນຮູ້ຈັກ.
ໃນທີ່ນັ້ນ, ພຣະອົງໄດ້ເລີ່ມຮັບເອົາບາບຂອງໂລກ. ພຣະອົງຮູ້ສຶກເຖິງທຸກໆຄວາມເຈັບປວດ, ຄວາມປວດໃຈ, ແລະ ຄວາມທຸກໂສກ, ແລະ ພຣະອົງໄດ້ອົດທົນຕໍ່ຄວາມເຈັບປວດ ແລະ ຄວາມທຸກທໍລະມານທີ່ປະສົບໂດຍທ່ານ, ຂ້າພະເຈົ້າ, ແລະ ທຸກໆຈິດວິນຍານທີ່ເຄີຍມີຊີວິດຢູ່ ຫລື ຈະມີຊີວິດຢູ່. ຄວາມທຸກທໍລະມານທີ່ຍິ່ງໃຫຍ່ ແລະ ບໍ່ມີຂອບເຂດນີ້ “ເຮັດໃຫ້ [ພຣະອົງ], … ຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທຸກສິ່ງທັງປວງ, ຕ້ອງສັ່ນເພາະຄວາມເຈັບປວດ, ແລະ ເລືອດໄຫລອອກຈາກທຸກຂຸມຂົນ” (ຄຳສອນ ແລະ ພັນທະສັນຍາ 19:18). ມີພຽງແຕ່ພຣະອົງເທົ່ານັ້ນທີ່ສາມາດເຮັດສິ່ງນີ້ໄດ້.
ມັນບໍ່ມີໃຜອື່ນອີກທີ່ດີພໍ
ທີ່ຈະຈ່າຍຄ່າຂອງບາບ.
ພຣະອົງເທົ່ານັ້ນສາມາດເປີດທາງ
ແຫ່ງສະຫວັນເພື່ອເຮົາຜ່ານ.3
ຫລັງຈາກນັ້ນ ພຣະເຢຊູໄດ້ຖືກນຳຕົວໄປຍັງພູກະໂຫລກຫົວ, ແລະ ໃນຊ່ວງເວລາທີ່ບໍ່ຍຸດຕິທຳຢ່າງໜ້າສະຫລົດໃຈທີ່ສຸດໃນປະຫວັດສາດຂອງໂລກນີ້, ພຣະອົງໄດ້ຖືກຄຶງ. ບໍ່ມີໃຜສາມາດເອົາພຣະຊົນຊີບຂອງພຣະອົງໄປຈາກພຣະອົງໄດ້. ໃນຖານະພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ, ພຣະອົງມີອຳນາດເໜືອຄວາມຕາຍທາງຮ່າງກາຍ. ພຣະອົງສາມາດອະທິຖານຫາພຣະບິດາຂອງພຣະອົງ, ແລະ ກອງທັບທູດສະຫວັນກໍຈະມາປາບຜູ້ທໍລະມານພຣະອົງ ແລະ ສຳແດງລິດອຳນາດຂອງພຣະອົງເໜືອທຸກສິ່ງ. “ຖ້າຢ່າງນັ້ນ ພຣະຄຳພີທີ່ກ່າວວ່າ, ຈຳເປັນຕ້ອງເກີດຂຶ້ນຢ່າງນັ້ນ,” ພຣະເຢຊູຖາມເມື່ອຖືກທໍລະຍົດ, “ຈະສຳເລັດໄດ້ຢ່າງໃດ?” (ມັດທາຍ 26:54).
ຈາກການເຊື່ອຟັງທີ່ດີພ້ອມຕໍ່ພຣະບິດາຂອງພຣະອົງ—ແລະ ຄວາມຮັກທີ່ດີພ້ອມ—ພຣະເຢຊູເຕັມໃຈທີ່ຈະມອບພຣະຊົນຊີບຂອງພຣະອົງ ແລະ ສຳເລັດການເສຍສະລະຊົດໃຊ້ທີ່ບໍ່ມີຂອບເຂດ ແລະ ນິລັນດອນຂອງພຣະອົງ, ຊຶ່ງໄປເຖິງອະດີດ ແລະ ສົ່ງຕໍ່ໄປຕະຫລອດຊົ່ວນິລັນດອນ.
ໄຊຊະນະຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ
ພຣະເຢຊູໄດ້ບັນຊາບັນດາອັກຄະສາວົກຂອງພຣະອົງໃຫ້ສືບຕໍ່ເຮັດວຽກງານຂອງພຣະອົງຕໍ່ໄປ ຫລັງຈາກການສິ້ນພຣະຊົນຂອງພຣະອົງ. ພວກເພິ່ນຈະເຮັດແນວນັ້ນໄດ້ແນວໃດ? ສອງສາມຄົນໃນພວກເພິ່ນເປັນພຽງແຕ່ຄົນຫາປາທຳມະດາ, ແລະ ບໍ່ມີໃຜທີ່ໄດ້ຮັບການຝຶກອົບຮົມໃນທຳມະສາລາສຳລັບການປະຕິບັດສາດສະໜາກິດ. ໃນຊ່ວງເວລານັ້ນ, ສາດສະໜາຈັກຂອງພຣະຄຣິດເບິ່ງຄືວ່າ ໄດ້ຖືກກຳນົດໃຫ້ສູນພັນ. ແຕ່ບັນດາອັກຄະສາວົກໄດ້ພົບຄວາມເຂັ້ມແຂງໃນການແບກຮັບການເອີ້ນຂອງພວກເພິ່ນ ແລະ ປະຕິຮູບປະຫວັດສາດຂອງໂລກ.
ແມ່ນຫຍັງທີ່ເຮັດໃຫ້ຄວາມເຂັ້ມແຂງມາຈາກຄວາມອ່ອນແອທີ່ເຫັນໄດ້ຢ່າງຊັດເຈນເຊັ່ນນັ້ນ? ຜູ້ນຳໂບດແອັງກລິກັນ ແລະ ນັກວິຊາການ ເຟຣເດຣິກ ຟາຣາ ໄດ້ກ່າວວ່າ: “ມີຄຳຕອບໜຶ່ງ, ແລະ ຄຳຕອບດຽວເທົ່ານັ້ນທີ່ ເປັນໄປໄດ້—ການຟື້ນຄືນຊີວິດຈາກຄວາມຕາຍ. ການປະຕິວັດຄັ້ງຍິ່ງໃຫຍ່ ແມ່ນເນື່ອງມາຈາກອຳນາດແຫ່ງການຟື້ນຄືນພຣະຊົນຂອງພຣະຄຣິດ.”4 ໃນຖານະພະຍານຂອງພຣະຜູ້ເປັນເຈົ້າທີ່ໄດ້ເປັນຄືນມາ, ບັນດາອັກຄະສາວົກຮູ້ວ່າ ບໍ່ມີສິ່ງໃດສາມາດຢຸດຢັ້ງວຽກງານນີ້ຈາກການດຳເນີນໄປໜ້າໄດ້. ຄຳພະຍານຂອງພວກເພິ່ນເປັນແຫລ່ງຂອງພະລັງຄ້ຳຊູ ເມື່ອສາດສະໜາຈັກຍຸກທຳອິດເອົາຊະນະອຸປະສັກທັງໝົດ.
ໃນເທດສະການອີດສະເຕີນີ້, ໃນຖານະພະຍານທີ່ໄດ້ຮັບການແຕ່ງຕັ້ງຂອງພຣະອົງ, ຂ້າພະເຈົ້າປະກາດວ່າ ໃນເຊົ້າວັນອາທິດທີ່ງົດງາມມື້ໜຶ່ງ, ອົງພຣະເຢຊູຄຣິດເຈົ້າໄດ້ເປັນຄືນມາຈາກຄວາມຕາຍ ເຮັດໃຫ້ເຮົາເຂັ້ມແຂງຂຶ້ນ ແລະ ທຳລາຍພັນທະແຫ່ງຄວາມຕາຍສຳລັບທຸກຄົນ. ພຣະເຢຊູຄຣິດຊົງພຣະຊົນ! ເພາະພຣະອົງ, ຄວາມຕາຍຈຶ່ງບໍ່ແມ່ນຈຸດຈົບຂອງເຮົາ. ການຟື້ນຄືນຊີວິດແມ່ນຂອງປະທານທີ່ມອບໃຫ້ຟຣີ ແລະ ທົ່ວໄປຂອງພຣະຄຣິດສຳລັບທຸກຄົນ.
ຈົ່ງມາຫາພຣະຄຣິດ
ພຣະກິດຕິຄຸນ ແລະ ການຊົດໃຊ້ຂອງພຣະເຢຊູຄຣິດແມ່ນສຳລັບທຸກໆຄົນ—ນັ້ນກໍຄື, ທຸກຄົນ. ວິທີດຽວທີ່ເຮົາຈະປະສົບກັບພອນທີ່ຄົບຖ້ວນຂອງການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ກໍຄືໂດຍການຍອມຮັບຄຳເຊື້ອເຊີນຂອງພຣະອົງເປັນສ່ວນບຸກຄົນ: “ຈົ່ງມາຫາເຮົາ” (ມັດທາຍ 11:28).
ເຮົາມາຫາພຣະຄຣິດເມື່ອເຮົາໃຊ້ສັດທາໃນພຣະອົງ ແລະ ກັບໃຈ. ເຮົາມາຫາພຣະອົງເມື່ອເຮົາຮັັບບັບຕິສະມາໃນພຣະນາມຂອງພຣະອົງ ແລະ ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ. ເຮົາມາຫາພຣະອົງເມື່ອເຮົາຮັກສາພຣະບັນຍັດ, ຮັບພິທີການ, ນັບຖືພັນທະສັນຍາ, ນ້ອມຮັບປະສົບການໃນພຣະວິຫານ, ແລະ ໃຊ້ຊີວິດໃນແບບທີ່ສານຸສິດຂອງພຣະຄຣິດໃຊ້.
ບາງຄັ້ງ, ທ່ານຈະປະເຊີນກັບຄວາມທໍ້ໃຈ ແລະ ຄວາມຜິດຫວັງ. ຫົວໃຈຂອງທ່ານອາດແຕກສະຫລາຍຍ້ອນຕົວເອງ ຫລື ຍ້ອນຄົນທີ່ທ່ານຮັກ. ທ່ານອາດແບກພາລະຈາກບາບຂອງຄົນອື່ນ. ຄວາມຜິດພາດທີ່ທ່ານໄດ້ເຮັດ—ບາງທີກໍເປັນອັນທີ່ຮ້າຍແຮງ—ອາດເຮັດໃຫ້ທ່ານຢ້ານວ່າ ສັນຕິສຸກ ແລະ ຄວາມສຸກໄດ້ຈາກທ່ານໄປຕະຫລອດການ. ໃນຊ່ວງເວລາເຊັ່ນນັ້ນ, ໃຫ້ຈື່ໄວ້ວ່າ ພຣະຜູ້ຊ່ວຍໃຫ້ລອດບໍ່ພຽງແຕ່ຍົກຄວາມໜັກໜ່ວງຂອງບາບອອກໄປເທົ່ານັ້ນ ແຕ່ຍັງ “[ໄດ້] ທົນຕໍ່ຄວາມເຈັບປວດ ແລະ ຄວາມທຸກ ແລະ ການລໍ້ລວງທຸກຢ່າງ” (ແອວມາ 7:11), ລວມທັງຂອງທ່ານ! ເພາະສິ່ງທີ່ພຣະອົງໄດ້ຜ່ານຜ່າເພື່ອທ່ານ, ພຣະອົງຈຶ່ງຮູ້ຈັກດ້ວຍຕົນເອງເຖິງວິທີທີ່ຈະຊ່ວຍທ່ານ ເມື່ອທ່ານຍອມຮັບຄຳເຊື້ອເຊີນທີ່ປ່ຽນຊີວິດ ຂອງພຣະອົງ: “ຈົ່ງມາຫາເຮົາ.”
ທຸກຄົນແມ່ນໄດ້ຮັບການຍິນດີຕ້ອນຮັບ
ພຣະເຢຊູຄຣິດໄດ້ເຮັດໃຫ້ຊັດເຈນວ່າ ລູກໆທຸກຄົນຂອງພຣະບິດາເທິງສະຫວັນມີສິດເທົ່າທຽມກັນໃນພອນແຫ່ງພຣະກິດຕິຄຸນ ແລະ ການຊົດໃຊ້ຂອງພຣະອົງ. ພຣະອົງຢໍ້າເຕືອນເຮົາວ່າ ທຸກຄົນ “ມີສິດເທົ່າທຽມກັນ ແລະ ບໍ່ມີໃຜຖືກຫ້າມ” (2 ນີໄຟ 26:28).
“ພຣະອົງຈະເຊື້ອເຊີນເຂົາທັງໝົດໃຫ້ເຂົ້າມາຫາພຣະອົງ; ແລະ ຮັບສ່ວນພຣະກະລຸນາທິຄຸນຂອງພຣະອົງ; ແລະ ພຣະອົງບໍ່ປະຕິເສດຜູ້ໃດທີ່ມາຫາພຣະອົງເລີຍ, ບໍ່ວ່າດຳ ແລະ ຂາວ, ຂ້າທາດ ແລະ ຜູ້ເປັນອິດສະລະ, ຊາຍ ແລະ ຍິງ” (2 ນີໄຟ 26:33).
“ພຣະອົງຈະເຊື້ອເຊີນເຂົາທັງໝົດ”—ນັ້ນໝາຍເຖິງເຮົາທຸກຄົນ! ເຮົາບໍ່ຄວນຈຳແນກຢ່າງຜິວເຜີຍ ແລະ ລະບຸຄວາມແຕກຕ່າງທີ່ຈອມປອມໃສ່ຕົວເຮົາເອງ ຫລື ຄົນອື່ນ. ເຮົາບໍ່ຄວນວາງສິ່ງກີດຂວາງໃດໆຕໍ່ຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ຫລື ບັນເທີງກັບຄວາມຄິດທີ່ວ່າເຮົາ ຫລື ຄົນອື່ນຢູ່ໄກເກີນທີ່ພຣະອົງຈະເອື້ອມເຖິງ. ດັ່ງທີ່ຂ້າພະເຈົ້າໄດ້ກ່າວໄວ້ກ່ອນໜ້ານີ້, “ມັນເປັນໄປບໍ່ໄດ້ທີ່ [ຜູ້ໃດກໍຕາມ] ຈະຈົມລົງເລິກ ກວ່າຄວາມສະຫວ່າງທີ່ບໍ່ມີຂອບເຂດຂອງການຊົດໃຊ້ຂອງພຣະຄຣິດຈະສ່ອງແສງໄປເຖິງໄດ້.”5
ແທນທີ່ແລ້ວ, ດັ່ງທີ່ ຊິດສະເຕີ ຮໍແລນ ແລະ ຂ້າພະເຈົ້າໄດ້ສິດສອນເມື່ອບໍ່ເທົ່າໃດເດືອນກ່ອນການຈາກໄປຂອງນາງ, ພວກເຮົາໄດ້ຮັບບັນຊາໃຫ້ “ມີຄວາມໃຈບຸນ ຊຶ່ງຄວາມໃຈບຸນຄື ຄວາມຮັກ” (2 ນີໄຟ 26:30).6 ນີ້ແມ່ນຄວາມຮັກທີ່ພຣະຜູ້ຊ່ວຍໃຫ້ລອດສະແດງໃຫ້ແກ່ເຮົາ, ເພາະ “ພຣະອົງຍ່ອມຈະບໍ່ກະທຳສິ່ງໃດນອກຈາກມັນຈະເປັນຜົນປະໂຫຍດແກ່ໂລກ; ເພາະພຣະອົງຮັກໂລກຈົນຍອມສະລະຊີວິດຂອງພຣະອົງ ເພື່ອຈະໄດ້ພາມະນຸດທັງປວງມາຫາພຣະອົງ” (2 ນີໄຟ 26:24).
ຂ້າພະເຈົ້າເປັນພະຍານວ່າ ພຣະກິດຕິຄຸນ ແລະ ການຊົດໃຊ້ຂອງພຣະເຢຊູຄຣິດແມ່ນສຳລັບທຸກຄົນ. ຂ້າພະເຈົ້າອະທິຖານວ່າ ທ່ານຈະນ້ອມຮັບພອນທີ່ພຣະອົງນຳມາໃຫ້ດ້ວຍຄວາມຊື່ນຊົມ.
© 2024 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Liahona Message, March 2024. Laotian. 19284 331