​Liahona
ຢາ​ໂຄບ ແລະ ນີ​ໄຟ ໄດ້​ເຫັນ​ພຣະ​ເຢ​ຊູ
ເດືອນ​ມີ​ນາ 2024


“Jacob and Nephi Saw Jesus,” Friend, March 2024, 26–27.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ມີ​ນາ 2024

ຢາ​ໂຄບ ແລະ ນີ​ໄຟ ໄດ້​ເຫັນ​ພຣະ​ເຢ​ຊູ

ຮູບ​ພາບ
alt text

ພາບ​ປະ​ກອບ ໂດຍ ແອນ​ດຣູ ໂບສ໌​ລີ

ຢາ​ໂຄບ​ແມ່ນ​ນ້ອງ​ຊາຍ​ຂອງ​ນີ​ໄຟ. ເພິ່ນ​ໄດ້​ເກີດ​ຫລັງ​ຈາກ​ທີ່​ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ໜີ​ຈາກ​ເຢ​ຣູ​ຊາ​ເລັມ. ຢາ​ໂຄບ​ໄດ້​ມາ​ເຖິງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ຕອນ​ເພິ່ນ​ເປັນ​ເດັກ​ນ້ອຍ.

ຮູບ​ພາບ
alt text

ທັງ​ຢາ​ໂຄບ ແລະ ນີ​ໄຟ ໄດ້​ເຫັນ​ພຣະ​ເຢ​ຊູ​ຄຣິດ. ພວກ​ເພິ່ນ​ໄດ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ກັບ​ຄອບ​ຄົວ​ຂອງ​ພວກ​ເພິ່ນ ເພື່ອ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ.

ຮູບ​ພາບ
alt text

ພວກ​ເພິ່ນ​ໄດ້​ແບ່ງ​ປັນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ເອ​ຊາ​ຢາ​ເຊັ່ນ​ກັນ. ເອ​ຊາ​ຢາ​ກໍ​ເຄີຍ​ໄດ້​ເຫັນ​ພຣະ​ເຢ​ຊູ ແລະ ໄດ້​ຂຽນ​ກ່ຽວ​ກັບ​ພຣະ​ອົງ​ໃນ​ພຣະ​ຄຳ​ພີ. ຢາ​ໂຄບ ແລະ ນີ​ໄຟ ໄດ້​ໃຊ້​ຖ້ອຍ​ຄຳ​ຂອງ​ເອ​ຊາ​ຢາ​ຈາກ​ພຣະ​ຄຳ​ພີ ເພື່ອ​ສິດ​ສອນ​ຄອບ​ຄົວ​ຂອງ​ພວກ​ເພິ່ນ​ກ່ຽວ​ກັບ​ພຣະ​ເຢ​ຊູ.

ຮູບ​ພາບ
alt text

ພວກ​ເພິ່ນ​ຍັງ​ໄດ້​ສິດ​ສອນ​ວ່າ ພຣະ​ເຢ​ຊູ​ຈະ​ສະ​ເດັດ​ມາ​ສູ່​ແຜ່ນ​ດິນ​ໂລກ. ພຣະ​ອົງ​ຈະ​ສິ້ນ​ພຣະ​ຊົນ ແລະ ມີ​ຊີ​ວິດ​ອີກ​ຄັ້ງ. ພວກ​ເພິ່ນ​ໄດ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ວ່າ​ຄອບ​ຄົວ​ຂອງ​ພວກ​ເພິ່ນ​ຈະ​ຄອງ​ຄອຍ​ຖ້າ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ.

ໜ້າ​ລະ​ບາຍ​ສີ

ພຣະ​ເຢ​ຊູ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ

ຮູບ​ພາບ
alt text here

ພາບ​ປະ​ກອບ ໂດຍ ອາ​ດາມ ໂຄ​ຟອດ

ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຢ​ຊູ​ຕອນ​ໃດ?

ພິມ