​Liahona
ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຂ່າວ​ສານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຖິງ​ເຈົ້າ
ເດືອນ​ມີ​ນາ 2024


“For the Strength of Youth: The Savior’s Message to You,” For the Strength of Youth, Mar. 2024.

ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ມີ​ນາ 2024

ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຂ່າວ​ສານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຖິງ​ເຈົ້າ

ຄູ່​ມື​ນີ້ຈະ​ຊ່ວຍ​ໃຫ້​ເຈົ້າ​ເຊື່ອມ​ຕໍ່​ການ​ເລືອກ​ຂອງ​ເຈົ້າ​ເຂົ້າ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

I Stand at the Door and Knock [ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະ​ຕູ], ໂດຍ ເຈ ເຄີກ ຣິ​ເຈີດສ໌

ລອງ​ຈິນ​ຕະ​ນາ​ການ​ເບິ່ງ​ວ່າ ເຈົ້າ​ກຳ​ລັງ​ຢູ່​ໃນ​ຄາ​ລີ​ເລ​ສະ​ໄໝ​ບູ​ຮານ, ເມື່ອ 2,000 ປີ​ກ່ອນ. ເຈົ້າ ແລະ ໝູ່​ເພື່ອນ​ຂອງ​ເຈົ້າ​ໄດ້​ຖືກ​ເຊີນ​ໃຫ້​ໄປ​ຮ່ວມ​ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຊາວ​ໜຸ່ມ​ຢູ່​ທີ່​ທຳ​ມະ​ສາ​ລາ​ໃນ​ທ້ອງ​ຖິ່ນ, ໂດຍ​ມີ​ຜູ້​ປາ​ໄສ​ຮັບ​ເຊີນ​ພິ​ເສດ: ເຢ​ຊູ​ໄທ​ນາ​ຊາ​ເຣັດ. ແລະ ເມື່ອ​ເຖິງ​ຈຸດ​ໜຶ່ງ​ໃນ​ຂ່າວ​ສານ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ເຊື້ອ​ເຊີນ​ຊາວ​ໜຸ່ມ​ໃນ​ກຸ່ມ​ຜູ້​ຟັງ​ໃຫ້​ຖາມ​ຄຳ​ຖາມ​ພຣະ​ອົງ.

ເຈົ້າ​ຄິດ​ວ່າ​ເຈົ້າ​ອາດ​ໄດ້​ຍິນ​ຄຳ​ຖາມ​ປະ​ເພດ​ໃດ?

ຂ້າ​ພະ​ເຈົ້າ​ເດົາ​ວ່າ ບາງ​ຄຳ​ຖາມ​ຈະ​ສະ​ທ້ອນ​ເຖິງ​ວັດ​ທະ​ນະ​ທຳ ແລະ ສະ​ພາບ​ການ​ຂອງ​ສະ​ໄໝ​ນັ້ນ. ແຕ່​ຂ້າ​ພະ​ເຈົ້າ​ເຊື່ອ​ຢ່າງ​ແທ້​ຈິງ​ວ່າ ຫລາຍໆ​ຄຳ​ຖາມ ໜ້າ​ຈະ​ຄ້າຍ​ຄື​ກັບ​ຄຳ​ຖາມ​ທີ່​ເຮົາ​ມີ​ໃນ​ທຸກວັນ​ນີ້.

ຍົກ​ຕົວ​ຢ່າງ, ໃນ​ພຣະ​ຄຳ​ພີ​ໃໝ່, ຜູ້​ຄົນ​ໄດ້​ຖາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຄຳ​ຖາມ​ດັ່ງ​ນີ້:

  • ຂ້າ​ນ້ອຍ​ຈະ​ຕ້ອງ​ເຮັດ​ແນວ​ໃດ ຈຶ່ງ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ?1

  • ຂ້າ​ນ້ອຍ​ໄດ້​ເປັນ​ທີ່​ຍອມ​ຮັບ​ແລ້ວ​ບໍ? ຂ້າ​ນ້ອຍ​ເປັນ​ສ່ວນ​ໜຶ່ງ​ແລ້ວ​ບໍ?2

  • ຖ້າ​ພີ່​ນ້ອງ​ຂອງ​ຂ້າ​ນ້ອຍ​ເຮັດ​ຜິດ​ຕໍ່​ຂ້າ​ນ້ອຍ, ຂ້າ​ນ້ອຍ​ຕ້ອງ​ຍົກ​ໂທດ​ໃຫ້​ເຂົາ​ຈັກ​ເທື່ອ?3

  • ຈະ​ເກີດ​ຫຍັງ​ຂຶ້ນ​ຕໍ່​ໂລກ​ນີ້​ໃນ​ອະ​ນາ​ຄົດ? ຂ້າ​ນ້ອຍ​ຈະ​ປອດ​ໄພ​ບໍ່?4

  • ພຣະ​ອົງ​ສາ​ມາດ​ປິ່ນ​ປົວ​ຄົນ​ທີ່​ຂ້າ​ນ້ອຍ​ຮັກ​ໄດ້​ບໍ່?5

  • ແມ່ນ​ຫຍັງ​ຄື​ຄວາມ​ຈິງ?6

  • ຂ້າ​ນ້ອຍ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຂ້າ​ນ້ອຍ​ກຳ​ລັງ​ໄປ​ໃນ​ທາງ​ທີ່​ຖືກ​ຕ້ອງ?7

ເຮົາ​ທຸກ​ຄົນ​ບໍ່​ສົງ​ໄສ​ໃນ​ສິ່ງ​ດຽວ​ກັນ​ເປັນ​ບາງ​ຄັ້ງ​ຄາວ​ບໍ? ຕະ​ຫລອດ​ຫລາຍ​ສັດ​ຕະ​ວັດ​ທີ່​ຜ່ານ​ມາ, ຄຳ​ຖາມ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ຫລາຍ. ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ຜູ້​ທີ່​ຖາມ​ຄຳ​ຖາມ​ກໍ​ບໍ່​ໄດ້​ປ່ຽນ​ແປງ​ເຊັ່ນ​ກັນ. ພຣະ​ອົງ​ຮູ້​ຈັກ​ວ່າ ຊີ​ວິດ​ຊ່າງ​ໜ້າ​ໜັກ​ໃຈ ແລະ ສັບ​ສົນ​ພຽງ​ໃດ. ພຣະ​ອົງ​ຮູ້​ວ່າ ມັນ​ງ່າຍ​ຫລາຍ​ສໍ່າ​ໃດ​ທີ່​ຈະ​ຫລົງ​ທາງ. ພຣະ​ອົງ​ຮູ້​ວ່າ ບາງ​ເທື່ອ​ເຮົາ​ກໍ​ກັງ​ວົນ​ກ່ຽວ​ກັບ​ອະ​ນາ​ຄົດ. ແລະ ພຣະ​ອົງ​ກ່າວ​ກັບ​ເຈົ້າ ແລະ ຂ້າ​ພະ​ເຈົ້າ, ດັ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ​ກັບ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ເມື່ອ​ດົນ​ນານ​ມາ​ແລ້ວ​ວ່າ:

  • “ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ທັງ​ຫລາຍ​ວຸ້ນ​ວາຍ​ໄປ.”8

  • “ເຮົາ​ນີ້​ແຫລະ ເປັນ​ທາງ​ນັ້ນ [ແລະ] ເປັນ​ຄວາມຈິງ.”9

  • “ຈົ່ງ​ຕາມ​ເຮົາ​ມາ.”10

ເມື່ອ​ເຈົ້າ​ມີ​ການ​ເລືອກ​ທີ່​ສຳ​ຄັນ​ທີ່​ຕ້ອງ​ຕັດ​ສິນ​ໃຈ​ເລືອກ, ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ​ເປັນ​ທາງ​ເລືອກ​ທີ່​ດີ​ທີ່​ສຸດ. ເມື່ອ​ເຈົ້າ​ມີ​ຄຳ​ຖາມ, ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ​ແມ່ນ​ຄຳ​ຕອບ​ທີ່​ດີ​ທີ່​ສຸດ.

ນີ້​ຄື​ເຫດ​ຜົນ​ທີ່​ຂ້າ​ພະ​ເຈົ້າ​ມັກ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ. ມັນ​ຊີ້​ໃຫ້​ເຮົາ​ໄປ​ຍັງ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຮັບ​ຄວາມ​ເຂັ້ມ​ແຂງ​ຈາກ​ພຣະ​ອົງ​ໄດ້. ຂ້າ​ພະ​ເຈົ້າ​ເກັບ​ຫົວ​ໜຶ່ງ​ໄວ້​ໃນ​ຖົງ​ຂອງ​ຂ້າ​ພະ​ເຈົ້າ​ຕະ​ຫລອດ​ເວ​ລາ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ພົບ​ຄົນ​ທັງ​ຫລາຍ​ທົ່ວ​ໂລກ ຜູ້​ທີ່​ຢາກ​ຮູ້​ວ່າ ເປັນ​ຫຍັງ​ເຮົາ, ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ເຮັດ, ຂ້າ​ພະ​ເຈົ້າ​ກໍ​ແບ່ງ​ປັນ​ຄູ່​ມື​ນີ້​ໃຫ້​ກັບ​ເຂົາ​ເຈົ້າ.

ປຶ້ມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ສິດ​ສອນ ຄວາມ​ຈິງ​ນິ​ລັນ​ດອນ ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ວິ​ທີ​ທາງ​ຂອງ​ພຣະ​ອົງ. ມັນ ເຊື້ອ​ເຊີນ ເຈົ້າ​ໃຫ້​ຕັດ​ສິນ​ໃຈ​ເລືອກ​ຕາມ​ຄວາມ​ຈິງ​ເຫລົ່າ​ນັ້ນ. ແລະ ມັນ​ແບ່ງ​ປັນ ພອນ​ທີ່​ສັນ​ຍາ​ໄວ້ ທີ່​ພຣະ​ອົງ​ຍື່ນ​ໃຫ້​ຜູ້​ທີ່​ຕິດ​ຕາມ​ພຣະ​ອົງ. ກະ​ລຸ​ນາ​ອ່ານ, ໄຕ່​ຕອງ, ແລະ ແບ່ງ​ປັນ​ຄູ່​ມື​ນີ້!

ເຊື້ອ​ເຊີນ​ໃຫ້​ພຣະ​ອົງ​ເຂົ້າ​ມາ

ພຣະ​ເຢ​ຊູ​ຄຣິດ​ຢາກ​ເປັນ​ສ່ວນ​ໜຶ່ງ​ຂອງ​ຊີ​ວິດ​ເຈົ້າ—ສະ​ຖິດ​ຢູ່​ດ້ວຍ, ເປັນ​ປະ​ຈຳ​ທຸກ​ມື້, ທັງ​ໃນ​ຍາມ​ດີ ແລະ ຍາມ​ຮ້າຍ. ພຣະ​ອົງ​ບໍ່​ພຽງ​ແຕ່​ຢືນ​ຢູ່​ທີ່​ປາຍ​ເສັ້ນ​ທາງ, ລໍ​ຖ້າ​ໃຫ້​ເຈົ້າ​ໄລ່​ຕາມ​ພຣະ​ອົງ​ໃຫ້​ທັນ​ເທົ່າ​ນັ້ນ. ພຣະ​ອົງ​ຈະ​ຍ່າງ​ໄປ​ກັບ​ເຈົ້າ​ທຸກໆ​ບາດ​ກ້າວ. ພຣະ​ອົງ ເປັນ ທາງ​ນັ້ນ!

ແຕ່​ພຣະ​ອົງ​ຈະ​ບໍ່​ຍັດ​ຍຽດ​ວິ​ທີ​ທາງ​ຂອງ​ພຣະ​ອົງ​ໃສ່​ໃນ​ຊີ​ວິດ​ເຈົ້າ. ເຈົ້າ​ເຊື້ອ​ເຊີນ​ພຣະ​ອົງ​ເຂົ້າ​ມາ, ຜ່ານ​ທາງ​ການ​ເລືອກ​ຂອງ​ເຈົ້າ. ນີ້​ຄື​ເຫດ​ຜົນ​ທີ່​ຄູ່​ມື​ສຳ​ລັບ​ການ​ເລືອກ, ເຊັ່ນ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, ຈຶ່ງ​ລໍ້າ​ຄ່າ​ຫລາຍ. ທຸກ​ເທື່ອ​ທີ່​ເຈົ້າ​ຕັດ​ສິນ​ໃຈ​ເລືອກ​ເຮັດ​ສິ່ງ​ທີ່​ຊອບ​ທຳ ຕາມ​ຄວາມ​ຈິງ​ນິ​ລັນ​ດອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຈົ້າ​ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ ເຈົ້າ​ຕ້ອງ​ການ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຈົ້າ. ການ​ເລືອກ​ເຫລົ່າ​ນັ້ນ​ໄຂ​ປະ​ຕູ​ສະ​ຫວັນ, ແລະ ຄວາມ​ເຂັ້ມ​ແຂງ​ຂອງ​ພຣະ​ອົງ​ຈະ​ຖອກ​ເທ​ລົງ​ມາ​ສູ່​ຊີ​ວິດ​ຂອງ​ເຈົ້າ.11

ສ້າງ​ການ​ເຊື່ອມ​ຕໍ່​ທີ່​ແຂງ​ແຮງ

ເຈົ້າ​ອາດ​ຈື່​ໄດ້​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປຽບ​ທຽບ​ຜູ້​ທີ່ ໄດ້​ຍິນ ແລະ ປະ​ຕິ​ບັດ ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ​ວ່າ​ເປັນ​ເໝືອນ​ຄົນ​ສະ​ຫລາດ​ທີ່ “ປຸກ​ເຮືອນ​ຂອງ​ຕົນ​ຢູ່​ເທິງ​ດານ​ຫີນ.” ພຣະ​ອົງ​ໄດ້​ອະ​ທິ​ບາຍ​ວ່າ:

“ຝົນ​ທັ່ງ​ເທ​ລົງ​ມາ, ນໍ້າ​ກໍ​ນອງ​ຖ້ວມ​ລົ້ນ​ຫ້ວຍ​ຮ່ອງ, ແລະ ລົມ​ກໍ​ພັດ, ປະ​ທະ​ເຮືອນ​ຢ່າງ​ແຮງ; ແຕ່​ເຮືອນ​ນັ້ນ​ກໍ​ບໍ່​ເຈື່ອນ​ເພ​ພັງ​ລົງ, ເພາະ​ມັນ​ຖືກ​ສ້າງ​ຂຶ້ນ​ເທິງ​ດານ​ຫີນ.”12

ເຮືອນ​ຈະ​ບໍ່​ລອດ​ໃນ​ພະ​ຍຸ​ເພາະ​ຄວາມ​ແໜ້ນ​ໜາ​ຂອງ​ມັນ. ມັນ​ຈະ​ບໍ່​ລອດ​ເພາະ​ດານ​ຫີນ​ທີ່​ແຂງ​ແກ່ນ​ເຊັ່ນ​ກັນ. ເຮືອນ​ຈະ​ລອດ​ໄດ້​ຍ້ອນ​ວ່າ​ມັນ​ຍຶດ​ຕິດ​ຢ່າງ​ໝັ້ນ​ຄົງ​ຢູ່​ກັບ​ດານ​ຫີນ​ທີ່​ແຂງ​ແກ່ນ. ມັນ​ແມ່ນ​ຄວາມ​ເຂັ້ມ​ແຂງ​ຂອງ ການ​ເຊື່ອມ​ຕໍ່ ກັບ​ດານ​ຫີນ ທີ່​ເປັນ​ສິ່ງ​ສຳ​ຄັນ.

ເຊັ່ນ​ດຽວ​ກັນ, ດັ່ງ​ທີ່​ເຮົາ​ສ້າງ​ຊີ​ວິດ​ຂອງ​ເຮົາ, ການ​ຕັດ​ສິນ​ໃຈ​ເລືອກ​ທີ່​ດີ​ເປັນ​ສິ່ງ​ສຳ​ຄັນ. ແລະ ມັນ​ສຳ​ຄັນ​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ຈິງ​ນິ​ລັນ​ດອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແຕ່​ຄວາມ​ເຂັ້ມ​ແຂງ​ທີ່​ເຮົາ​ຈະ​ຕ້ອງ​ການ​ເພື່ອ​ທົນ​ທານ​ຕໍ່​ມໍ​ລະ​ສຸມ​ຊີ​ວິດ ມາ​ເຖິງ​ເມື່ອ​ເຮົາ ເຊື່ອມ​ຕໍ່ ການ​ເລືອກ​ຂອງ​ເຮົາ​ເຂົ້າ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ. ນັ້ນ​ຄື​ສິ່ງ​ທີ່ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ຊ່ວຍ​ໃຫ້​ເຮົາ​ເຮັດ.

ຍົກ​ຕົວ​ຢ່າງ, ໝູ່​ເພື່ອນ​ຂອງ​ເຈົ້າ​ອາດ​ຮູ້​ວ່າ ເຈົ້າ​ພະ​ຍາ​ຍາມ​ບໍ່​ໃຊ້​ພາ​ສາ​ທີ່​ກ້າວ​ລ້າວ ຫລື ເຮັດ​ໃຫ້​ເຈັບ​ໃຈ. ພວກ​ເຂົາ​ອາດ​ເຫັນ​ເຈົ້າ​ເອື້ອມ​ອອກ​ໄປ​ຊ່ວຍ​ເດັກ​ນ້ອຍ​ຄົນ​ນັ້ນ​ໃນ​ໂຮງ​ຮຽນ​ທີ່​ຄົນ​ສ່ວນ​ຫລາຍ​ເມີນ​ເສີຍ ຫລື ແມ່ນ​ແຕ່​ກັ່ນ​ແກ້ງ. ແຕ່​ພວກ​ເຂົາ​ຮູ້​ບໍ່​ວ່າ ເຈົ້າ​ຕັດ​ສິນ​ໃຈ​ເລືອກ​ເຮັດ​ສິ່ງ​ເຫລົ່າ​ນີ້ ເພາະ​ພຣະ​ເຢ​ຊູ​ຄຣິດ​ໄດ້​ສິດ​ສອນ​ວ່າ “ທຸກ​ຄົນ​ແມ່ນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ—ລວມ​ທັງ … ຄົນ​ທັງ​ຫລາຍ​ທີ່​ແຕກ​ຕ່າງ​ຈາກ​ເຈົ້າ”?13

ໝູ່​ເພື່ອນ​ຂອງ​ເຈົ້າ​ອາດ​ຮູ້​ວ່າ ເຈົ້າ​ໄປ​ໂບດ​ທຸກໆ​ວັນ​ອາ​ທິດ. ພວກ​ເຂົາ​ອາດ​ສັງ​ເກດ​ເຫັນ​ເມື່ອ​ເຈົ້າ​ປິດ​ເພງ​ບາງ​ເພງ ຫລື ປະ​ຕິ​ເສດ​ຄຳ​ເຊີນ​ໃຫ້​ໄປ​ເບິ່ງ​ໜັງ​ບາງ​ເລື່ອງ. ແຕ່​ພວກ​ເຂົາ​ຮູ້​ບໍ່​ວ່າ ເຈົ້າ​ຕັດ​ສິນ​ໃຈ​ເລືອກ​ເຮັດ​ສິ່ງ​ເຫລົ່າ​ນີ້ ເພາະ​ເຈົ້າ​ມີ “ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ທີ່​ຊື່ນ​ຊົມ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ,” ແລະ ວ່າ​ໃນ​ຖາ​ນະ​ທີ່​ເປັນ​ສ່ວນ​ໜຶ່ງ​ຂອງ​ຂໍ້​ຜູກ​ມັດ​ໃນ​ການ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນັ້ນ, ເຈົ້າ​ກະ​ຕັນ​ຍູ “ທີ່​ມີ​ພຣະ​ວິນ​ຍານ​ສັກ​ສິດ​ເປັນ​ເພື່ອນ​ຂອງ​ເຈົ້າ​ຕະ​ຫລອດ​ເວ​ລາ”?14

ຜູ້​ຄົນ​ອາດ​ຮູ້​ວ່າ ເຈົ້າ​ບໍ່​ດື່ມ​ເຫລົ້າ ຫລື ສູບ​ຢາ ຫລື ໃຊ້​ຢາ​ທີ່​ເປັນ​ອັນ​ຕະ​ລາຍ. ແຕ່​ພວກ​ເຂົາ​ຮູ້​ບໍ່​ວ່າ ເຈົ້າ​ຕັດ​ສິນ​ໃຈ​ເລືອກ​ເຮັດ​ສິ່ງ​ເຫລົ່າ​ນີ້ ເພາະ​ພຣະ​ເຢ​ຊູ​ຄຣິດ​ໄດ້​ສິດ​ສອນ​ວ່າ “ຮ່າງ​ກາຍ​ຂອງ​ເຈົ້າ​ນັ້ນ​ສັກ​ສິດ,” “ເປັນ​ຂອງ​ຂວັນ​ທີ່​ໜ້າ​ອັດ​ສະ​ຈັນ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຈົ້າ,” ຊຶ່ງ​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ອົງ?15

ໝູ່​ເພື່ອນ​ຂອງ​ເຈົ້າ​ອາດ​ຮູ້​ວ່າ ເຈົ້າ​ຈະ​ບໍ່​ໂກງ ຫລື ຕົວະ ແລະ ວ່າ​ເຈົ້າ​ຈິງ​ຈັງ​ກັບ​ການ​ສຶກ​ສາ. ແຕ່​ເຈົ້າ​ຮູ້​ບໍ່​ວ່າ ນີ້​ເປັນ​ເພາະ​ວ່າ ພຣະ​ເຢ​ຊູ​ຄຣິດ​ໄດ້​ສິດ​ສອນ​ວ່າ “ຄວາມ​ຈິງ​ນັ້ນ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ອິດ​ສະ​ລະ”?16

ທີ່​ສຳ​ຄັນ​ທີ່​ສຸດ, ໝູ່​ເພື່ອນ​ຂອງ​ເຈົ້າ​ຮູ້​ບໍ່​ວ່າ ເຈົ້າ​ຕັດ​ສິນ​ໃຈ​ເລືອກ​ເຮັດ​ສິ່ງ​ທີ່​ບໍ່​ເປັນ​ທີ່​ນິ​ຍົມ​ໃນ​ບາງ​ຄັ້ງ ເພື່ອ​ຄົງ​ຢູ່​ໃນ​ຄວາມ​ແນ່ວ​ແນ່​ຕໍ່​ມາດ​ຕະ​ຖານ​ຂອງ​ພຣະ​ຄຣິດ ເພາະ​ເຈົ້າ​ຮູ້​ວ່າ “ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ເຈົ້າ”?17

ພຣະ​ອົງ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ເຈົ້າ

ຂ້າ​ພະ​ເຈົ້າ​ມອບ​ພະ​ຍານ​ທີ່​ແນ່​ນອນ​ແກ່​ເຈົ້າ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ທາງ​ນັ້ນ ສູ່​ອະ​ນາ​ຄົດ​ທີ່​ສົດ​ໃສ ແລະ ຮຸ່ງ​ເຮືອງ—ອະ​ນາ​ຄົດ​ຂອງ​ເຈົ້າ. ແລະ ພຣະ​ອົງ​ເປັນ​ທາງ​ນັ້ນ ສູ່​ປະ​ຈຸ​ບັນ​ທີ່​ສົດ​ໃສ ແລະ ຮຸ່ງ​ເຮືອງ​ເຊັ່ນ​ກັນ. ຈົ່ງ​ຍ່າງ​ໄປ​ຕາມ​ທາງ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ຍ່າງ​ໄປ​ກັບ​ເຈົ້າ. ເຈົ້າ​ສາ​ມາດ​ເຮັດ​ໄດ້!

ໝູ່​ເພື່ອນ​ໜຸ່ມ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພຣະ​ເຢ​ຊູ​ຄຣິດ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ເຈົ້າ. ຈົ່ງ​ສືບ​ຕໍ່​ຍ່າງ​ໄປ​ກັບ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ຊ່ວຍ​ເຈົ້າ​ທະ​ຍານ​ຂຶ້ນ “ດ້ວຍ​ປີກ​ຄື​ກັນ​ກັບ​ນົກ​ອິນ​ຊີ”18 ສູ່​ຄວາມ​ຊື່ນ​ຊົມ​ນິ​ລັນ​ດອນ​ທີ່​ພຣະ​ອົງ​ໄດ້​ກຽມ​ໄວ້​ສຳ​ລັບ​ເຈົ້າ.

ພິມ