ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 15–21 ເດືອນ​ມັງ​ກອນ: “ໄດ້​ຮັບ​ສ່ວນ​ໝາກ​ໄມ້.” 1 ນີ​ໄຟ 6–10


“ວັນ​ທີ 15–21 ເດືອນ​ມັງ​ກອນ: ‘ໄດ້​ຮັບ​ສ່ວນ​ໝາກ​ໄມ້.’ 1 ນີ​ໄຟ 6–10,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2023)

“ວັນ​ທີ 15–21 ເດືອນ​ມັງ​ກອນ. 1 ນີ​ໄຟ 6–10,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2023)

ຮູບ​ພາບ
ພາບ​ນິ​ມິດ​ຂອງ​ລີ​ໄຮ​ກ່ຽວ​ກັບ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ

Lehi’s Dream [ຄວາມ​ຝັນ​ຂອງ​ລີ​ໄຮ], ໂດຍ ສະ​ຕີບ​ເວັນ ຫລອຍ ນຽວ

ວັນ​ທີ 15–21 ເດືອນ​ມັງ​ກອນ: “ໄດ້​ຮັບ​ສ່ວນ​ໝາກ​ໄມ້”

1 ນີ​ໄຟ 6–10

ຄວາມ​ຝັນ​ຂອງ​ລີ​ໄຮ—ພ້ອມ​ທັງ​ຮາວ​ເຫລັກ, ໝອກ​ແຫ່ງ​ຄວາມ​ມືດ, ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ, ແລະ ຕົ້ນ​ໄມ້​ກັບ​ໝາກ​ທີ່ “ຫວານ​ທີ່​ສຸດ”—ເປັນ​ການ​ເຊື້ອ​ເຊີນ​ທີ່​ດົນ​ໃຈ ໃຫ້​ຮັບ​ເອົາ​ພອນ​ແຫ່ງ​ຄວາມ​ຮັກ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສຳ​ລັບ​ລີ​ໄຮ​ແລ້ວ ພາບ​ນິ​ມິດ​ນີ້​ແມ່ນ​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ເພິ່ນ​ນຳ​ອີກ: “ເພາະ​ສິ່ງ​ທີ່​ພໍ່​ເຫັນ, ພໍ່​ຈຶ່ງ​ມີ​ເຫດ​ຜົນ​ທີ່​ຈະ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ຍ້ອນ​ນີ​ໄຟ ແລະ ແຊມ​ນຳ​ອີກ. … ແຕ່ ຈົ່ງ​ເບິ່ງ, ຍ້ອນ​ພວກ​ເຈົ້າ, ເລ​ມັນ ແລະ ເລ​ມູ​ເອນ, ພໍ່​ຈຶ່ງ​ຢ້ານ​ກົວ​ຢ່າງ​ຍິ່ງ” (1 ນີ​ໄຟ 8:3–4). ເມື່ອ​ລີ​ໄຮ​ໄດ້​ເລົ່າ​ພາບ​ນິ​ມິດ​ຂອງ​ເພິ່ນ​ຈົບ​ແລ້ວ, ເພິ່ນ​ໄດ້​ຂໍ​ໃຫ້​ເລ​ມັນ​ກັບ​ເລ​ມູ​ເອນ “ເຊື່ອ​ຟັງ​ຄຳ​ຂອງ​ເພິ່ນ, ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ​ອາດ​ຈະ​ເມດ​ຕາ ແລະ ບໍ່​ປະ​ຖິ້ມ​ພວກ​ເຂົາ” (1 ນີ​ໄຟ 8:37). ເຖິງ​ແມ່ນ​ຖ້າ​ຫາກ​ທ່ານ​ໄດ້​ສຶກ​ສາ​ພາບ​ນິ​ມິດ​ຂອງ​ລີ​ໄຮ​ຫລາຍ​ເທື່ອ​ແລ້ວ​ກໍ​ຕາມ, ແຕ່​ເທື່ອ​ນີ້ ໃຫ້​ຄິດ​ຄື​ກັນ​ກັບ​ທີ່​ລີ​ໄຮ​ໄດ້​ຄິດ—ຄິດ​ເຖິງ​ບາງ​ຄົນ​ທີ່​ທ່ານ​ຮັກ. ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ຄວາມ​ໝັ້ນ​ຄົງ​ຂອງ​ຮາວ​ເຫລັກ, ສິ່ງ​ອັນ​ຕະ​ລາຍ​ຂອງ​ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ, ແລະ ຄວາມ​ຫວານ​ຂອງ​ໝາກ​ໄມ້ ຈະ​ມີ​ຄວາມ​ໝາຍ​ໃໝ່. ແລະ ທ່ານ​ຈະ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ ເຖິງ “ຄວາມ​ຮູ້​ສຶກ​ທັງ​ໝົດ​ຂອງ​ບິ​ດາ​ທີ່​ປາ​ນີ” ຜູ້​ໄດ້​ຮັບ​ພາບ​ນິ​ມິດ​ທີ່​ແປກ​ປະ​ຫລາດ​ນັ້ນ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

1 ນີ​ໄຟ 7:6–21

ເຮົາ​ສາ​ມາດ​ໃຫ້​ອະ​ໄພ​ຜູ້​ອື່ນ​ໄດ້.

ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ຕົວ​ຢ່າງ​ຂອງ​ນີ​ໄຟ​ຢູ່​ໃນ 1 ນີ​ໄຟ 7:6–21? ເຮົາ​ໄດ້​ຮັບ​ພອນ​ແນວ​ໃດ ເມື່ອ​ເຮົາ “ຍົກ​ໂທດ​ໃຫ້ [ກັນ​ແລະ​ກັນ] ຢ່າງ​ເຕັມ​ໃຈ”? ວິ​ດີ​ໂອ “The Lord Delivers Nephi from His Rebellious Brothers” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ສາ​ມາດ​ເປັນ​ປະ​ໂຫຍດ​ຕໍ່​ການ​ສຶກ​ສາ​ຂອງ​ທ່ານ​ໄດ້.

1 ນີ​ໄຟ 8

ການ​ຈັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໄວ້​ໃຫ້​ແໜ້ນ ນຳ​ພາ​ເຮົາ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຊ່ວຍ​ໃຫ້​ເຮົາ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ.

ພາບ​ນິ​ມິດ​ຂອງ​ລີ​ໄຮ​ສະ​ເໜີ​ຄຳ​ເຊື້ອ​ເຊີນ​ໃຫ້​ຄຳ​ນຶງ​ວ່າ ທ່ານ​ຢູ່​ໃສ​ໃນ​ການ​ເດີນ​ທາງ​ສ່ວນ​ຕົວ​ຂອງ​ທ່ານ ເພື່ອ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ. ປະ​ທານ​ບອຍ ເຄ ແພ໊ກ​ເກີ ໄດ້​ກ່າວ​ວ່າ: “ທ່ານ​ຢູ່​ໃນ​ນັ້ນ; ເຮົາ​ທຸກ​ຄົນ​ຢູ່​ໃນ​ນັ້ນ. ຄວາມ​ຝັນ ຫລື ພາບ​ນິ​ມິດ​ຂອງ​ລີ​ໄຮ ກ່ຽວ​ກັບ​ຮາວ​ເຫລັກ ມີ​ທຸກ​ສິ່ງ​ໃນ​ນັ້ນ … ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຕ້ອງ​ເຂົ້າ​ໃຈ​ການ​ທົດ​ສອບ​ຂອງ​ຊີ​ວິດ” (“Lehi’s Dream and You,” New Era, Jan. 2015, 2).

ຂະ​ນະ​ທີ່​ທ່ານ​ສຶກ​ສາ, ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ມັນ​ໄວ້​ຢູ່​ໃນ​ຕາ​ຕະ​ລາງ ທີ່​ຄື​ກັນ​ກັບ​ອັນ​ນີ້.

ເຄື່ອງ​ໝາຍ​ຈາກ​ພາບ​ນິ​ມິດ​ຂອງ​ລີ​ໄຮ

ຄວາມ​ໝາຍ

ຄຳ​ຖາມ​ໃຫ້​ໄຕ່​ຕອງ

ເຄື່ອງ​ໝາຍ​ຈາກ​ພາບ​ນິ​ມິດ​ຂອງ​ລີ​ໄຮ

ຕົ້ນ​ໄມ້ ແລະ ໝາກ​ຂອງ​ມັນ (1 ນີ​ໄຟ 8:10–12)

ຄວາມ​ໝາຍ

ຄຳ​ຖາມ​ໃຫ້​ໄຕ່​ຕອງ

ເຮົາ​ກຳ​ລັງ​ເຮັດ​ຫຍັງ ເພື່ອ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ມາ​ຮັບ​ເອົາ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ?

ເຄື່ອງ​ໝາຍ​ຈາກ​ພາບ​ນິ​ມິດ​ຂອງ​ລີ​ໄຮ

ແມ່​ນ້ຳ (1 ນີ​ໄຟ 8:13)

ຄວາມ​ໝາຍ

ຄຳ​ຖາມ​ໃຫ້​ໄຕ່​ຕອງ

ເຄື່ອງ​ໝາຍ​ຈາກ​ພາບ​ນິ​ມິດ​ຂອງ​ລີ​ໄຮ

ຮາວ​ເຫລັກ (1 ນີ​ໄຟ 8:19–20, 30)

ຄວາມ​ໝາຍ

ຄຳ​ຖາມ​ໃຫ້​ໄຕ່​ຕອງ

ເຄື່ອງ​ໝາຍ​ຈາກ​ພາບ​ນິ​ມິດ​ຂອງ​ລີ​ໄຮ

ໝອກ​ແຫ່ງ​ຄວາມ​ມືດ (1 ນີ​ໄຟ 8:23)

ຄວາມ​ໝາຍ

ຄຳ​ຖາມ​ໃຫ້​ໄຕ່​ຕອງ

ເຄື່ອງ​ໝາຍ​ຈາກ​ພາບ​ນິ​ມິດ​ຂອງ​ລີ​ໄຮ

ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ (1 ນີ​ໄຟ 8:26–27, 33)

ຄວາມ​ໝາຍ

ຄຳ​ຖາມ​ໃຫ້​ໄຕ່​ຕອງ

ທ່ານ​ຍັງ​ສາ​ມາດ​ຄົ້ນ​ຫາ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້ ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ຄົນ​ສີ່​ກຸ່ມ​ທີ່​ລີ​ໄຮ​ໄດ້​ເຫັນ: 1 ນີ​ໄຟ 8:21–23, 24–28, 30, ແລະ 31–33. ທ່ານ​ສັງ​ເກດ​ເຫັນ​ຄວາມ​ແຕກ​ຕ່າງ​ຫຍັງ​ແດ່​ລະ​ຫວ່າງ​ກຸ່ມ​ເຫລົ່າ​ນີ້? ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ໜີ​ໄປ​ຫລັງ​ຈາກ​ທີ່​ໄປ​ຮອດ​ຕົ້ນ​ໄມ້ ແລະ ໄດ້​ຊີມ​ໝາກ​ໄມ້​ແລ້ວ (ເບິ່ງ ຂໍ້​ທີ 24–28)? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ນີ້?

ເບິ່ງ Kevin W. Pearson, “Stay by the Tree,” Liahona, May 2015, 114–16; “Lehi Sees a Vision of the Tree of Life” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສຳ​ລັບ​ປະ​ສົບ​ການ​ທີ່​ຕອບ​ໂຕ້ ເພື່ອ​ຊ່ວຍ​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ພາບ​ນິ​ມິດ​ຂອງ​ລີ​ໄຮ, ກົດ​ບ່ອນ​ນີ້.

ໃຫ້​ຜູ້​ຮຽນ​ແບ່ງ​ປັນ​ການ​ຄົ້ນ​ພົບ​ຂອງ​ຕົນ​ເອງ. ໃຫ້​ຄິດ​ທີ່​ຈະ​ເຊື້ອ​ເຊີນ​ຜູ້​ຮຽນ​ໃຫ້​ຄົ້ນ​ຫາ​ຂໍ້​ພຣະ​ຄຳ​ພີ​ດ້ວຍ​ຕົນ​ເອງ ເພື່ອ​ຊອກ​ຫາ​ຄວາມ​ຈິງ​ທີ່​ເຂົາ​ເຈົ້າ​ພົບ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ໃຫ້​ເຂົາ​ເຈົ້າ​ຄົ້ນ​ຫາ​ການ​ອ້າງ​ອີງ​ຈາກ​ພຣະ​ຄຳ​ພີ ໃນ​ຕາ​ຕະ​ລາງ​ທີ່​ຢູ່​ຂ້າງ​ເທິງ​ດ້ວຍ​ຕົວ​ເຂົາ​ເຈົ້າ​ເອງ ຫລື ເປັນ​ກຸ່ມ​ນ້ອຍໆ. ເຂົາ​ເຈົ້າ​ຈະ​ຈົດ​ຈຳ ແລະ ທະ​ນຸ​ຖະ​ໜອມ​ຄວາມ​ຈິງ​ທີ່​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ.

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ຈັບ​ຮາວ​ເຫລັກ​ທີ່​ນຳ​ໄປ​ຫາ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ

Common Thread [ລັກ​ສະ​ນະ​ທົ່ວ​ໄປ], ໂດຍ ແຄວ​ຊີ ແລະ ແຈ​ຊີ ແບ​ແຣັດ

1 ນີ​ໄຟ 10:2–16

ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ​ຮູ້​ເຖິງ​ພາ​ລະ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ.

ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຢາກ​ໃຫ້​ຄອບ​ຄົວ​ຂອງ​ລີ​ໄຮ—ແລະ ເຮົາ​ທຸກ​ຄົນ—ຮູ້​ຈັກ​ຄວາມ​ຈິງ​ທີ່​ພົບ​ເຫັນ​ຢູ່​ໃນ 1 ນີ​ໄຟ 10:2–16? ໃຫ້​ພິ​ຈາ​ລະ​ນາ​ວ່າ ທ່ານ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ຄົນ​ທີ່​ທ່ານ​ຮັກ​ເຊື້ອ​ເຊີນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ.

1 ນີ​ໄຟ 10:17–19

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ເຈົ້າ​ຈະ​ເປີດ​ເຜີຍ​ຄວາມ​ຈິງ​ຕໍ່​ເຮົາ ໂດຍ​ອຳ​ນາດ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ທ່ານ​ຈະ​ຕອບ​ຮັບ​ແນວ​ໃດ ເມື່ອ​ທ່ານ​ຖືກ​ຂໍ​ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ທີ່​ທ່ານ​ບໍ່​ເຂົ້າ​ໃຈ? ໃນ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້, ໃຫ້​ສັງ​ເກດ​ເບິ່ງ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ການ​ຕອບ​ຮັບ​ຂອງ​ນີ​ໄຟ​ຕໍ່​ພາບ​ນິ​ມິດ​ຂອງ​ລີ​ໄຮ (ເບິ່ງ 1 ນີ​ໄຟ 10:17–19; 11:1) ແລະ ການ​ຕອບ​ຮັບ​ຂອງ​ເລ​ມັນ​ກັບ​ເລ​ມູ​ເອນ (ເບິ່ງ 1 ນີ​ໄຟ 15:1–10). ຄວາມ​ຈິງ​ຢ່າງ​ໃດ​ແດ່​ທີ່​ນີ​ໄຟ​ເຂົ້າ​ໃຈ ທີ່​ໄດ້​ນຳ​ພາ​ເພິ່ນ​ໃຫ້​ຕອບ​ເຊັ່ນ​ນັ້ນ?

ໂດຍ​ມີ​ຕົວ​ຢ່າງ​ຂອງ​ນີ​ໄຟ​ໃນ​ໃຈ, ໃຫ້​ເຮັດ​ລາຍ​ການ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ທີ່​ທ່ານ​ຢາກ​ເຂົ້າ​ໃຈ​ຫລາຍ​ຂຶ້ນ. ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ຊອກ​ຫາ​ຄຳ​ຕອບ​ໃຫ້​ກັບ​ຕົນ​ເອງ? (ເບິ່ງ “ຄວາມ​ຈິງ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ອິດ​ສະ​ລະ” ໃນ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ, 30–33 ນຳ​ອີກ.)

ດັ່ງ​ທີ່​ນີ​ໄຟ​ໄດ້​ຄົ້ນ​ພົບ​ດ້ວຍ​ຕົວ​ຂອງ​ເພິ່ນ​ເອງ​ວ່າ ຄຳ​ເວົ້າ​ຂອງ​ບິ​ດາ​ຂອງ​ເພິ່ນ​ນັ້ນ​ເປັນ​ຄວາມ​ຈິງ, ເຮົາ​ກໍ​ສາ​ມາດ​ເຮັດ​ຢ່າງ​ດຽວ​ກັນ ເມື່ອ​ເຮົາ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ບັນ​ດາ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ສະ​ໄໝ​ໃໝ່. ບັນ​ດາ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ໄດ້​ສິດ​ສອນ​ຫຍັງ​ແດ່​ໃຫ້​ແກ່​ເຮົາ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຄັ້ງ​ລ່າ​ສຸດ​ນີ້? ທ່ານ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ສ່ວນ​ຕົວ​ເຖິງ​ສິ່ງ​ທີ່​ພວກ​ເພິ່ນ​ໄດ້​ສິດ​ສອນ​ແນວ​ໃດ?

ເບິ່ງ 1 ນີ​ໄຟ 2:11–19; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:1–3; “ອະ​ທິ​ຖານ​ຄອບ​ຄົວ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 73; Gospel Topics, “Revelation,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

1 ນີ​ໄຟ 8

ການ​ຈັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃຫ້​ແໜ້ນ ນຳ​ພາ​ເຮົາ​ໄປ​ຫາ​ພຣະ​ອົງ ແລະ ຊ່ວຍ​ເຮົາ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ.

  • ລູກໆ​ຂອງ​ທ່ານ​ອາດ​ມັກ​ແຕ້ມ​ຮູບ​ພາບ​ນິ​ມິດ​ຂອງ​ລີ​ໄຮ ຂະ​ນະ​ທີ່​ພວກ​ທ່ານ​ອ່ານ 1 ນີ​ໄຟ 8 ນຳ​ກັນ. ໃຫ້​ພວກ​ເຂົາ​ແບ່ງ​ປັນ​ຮູບ​ພາບ​ຂອງ​ພວກ​ເຂົາ, ແລະ ຊ່ວຍ​ໃຫ້​ພວກ​ເຂົາ​ຄົ້ນ​ພົບ​ວ່າ​ສັນ​ຍາ​ລັກ​ຕ່າງໆ​ໃນ​ຄວາມ​ຝັນ​ນັ້ນ​ເປັນ​ຕົວ​ແທນ​ໃຫ້​ສິ່ງ​ໃດ (ເບິ່ງ 1 ນີ​ໄຟ 11:21–22; 12:16–18; 15:23–33, 36 ແລະ ໜ້າ​ກິດ​ຈະ​ກຳ​ຂອງ​ອາ​ທິດ​ນີ້). ຂໍ​ໃຫ້​ພວກ​ເຂົາ​ແບ່ງ​ປັນ​ຄຳ​ຕອບ​ໃຫ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ພວກ​ເຂົາ​ຈະ​ເຮັດ​ໄດ້​ຕໍ່​ຄຳ​ຖາມ​ນີ້: ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ພາບ​ນິ​ມິດ​ຂອງ​ລີ​ໄຮ?

  • ທ່ານ​ມີ​ບາງ​ຢ່າງ​ທີ່​ສາ​ມາດ​ເປັນ​ຕົວ​ແທນ​ໃຫ້​ແກ່​ຮາວ​ເຫລັກ​ໃນ​ພາບ​ນິ​ມິດ​ຂອງ​ລີ​ໄຮ​ເຊັ່ນ ທໍ່ ຫລື ກິ່ງ​ໄມ້​ບໍ່? ໃຫ້​ລູກໆ​ຂອງ​ທ່ານ​ຈັບ​ມັນ​ໃຫ້​ແໜ້ນ ຂະ​ນະ​ທີ່​ທ່ານ​ພາ​ພວກ​ເຂົາ​ຍ່າງ​ອ້ອມ​ຫ້ອງ​ໄປ​ຫາ​ຮູບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເປັນ​ຫຍັງ​ຮາວ​ເຫລັກ​ຈຶ່ງ​ສຳ​ຄັນ​ໃນ​ພາບ​ນິ​ມິດ​ຂອງ​ລີ​ໄຮ? (ເບິ່ງ 1 ນີ​ໄຟ 8:20, 24, 30). ຮາວ​ເຫລັກ​ເປັນ​ເໝືອນ​ດັ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແນວ​ໃດ?

  • ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ບາງ​ຄົນ​ໃຫ້​ອ່ານ 1 ນີ​ໄຟ 8:10–12 ແລະ ອະ​ທິ​ບາຍ​ສິ່ງ​ທີ່​ລີ​ໄຮ​ໄດ້​ເຫັນ. ຂໍ​ໃຫ້​ຄົນ​ອື່ນ​ທີ່​ເຫລືອ​ອ່ານ 1 ນີ​ໄຟ 11:20–23 ແລະ ອະ​ທິ​ບາຍ​ສິ່ງ​ທີ່​ນີ​ໄຟ​ໄດ້​ເຫັນ. ເປັນ​ຫຍັງ​ທູດ​ສະ​ຫວັນ​ຈຶ່ງ​ສະ​ແດງ​ໃຫ້​ນີ​ໄຟ​ເຫັນ​ກຸມ​ມານ​ນ້ອຍ​ເຢ​ຊູ​ເພື່ອ​ສິດ​ສອນ​ເພິ່ນ​ກ່ຽວ​ກັບ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ? ເວົ້າ​ລົມ​ກັບ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ວ່າ ພວກ​ເຂົາ​ເຄີຍ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ພວກ​ເຂົາ​ແນວ​ໃດ? ເພງ​ເຊັ່ນ “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27) ສາ​ມາດ​ຊ່ວຍ​ໃຫ້​ພວກ​ເຂົາ​ຄິດ​ອອກ​ເຖິງ​ຕົວ​ຢ່າງ​ໄດ້.

1 ນີ​ໄຟ 10:17–19; 11:1

ພຣະ​ເຈົ້າ​ຈະ​ເປີດ​ເຜີຍ​ຄວາມ​ຈິງ​ຕໍ່​ເຮົາ ໂດຍ​ອຳ​ນາດ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

  • ທ່ານ​ຈະ​ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຂົ້້າ​ໃຈ​ສິ່ງ​ທີ່​ນີ​ໄຟ​ໄດ້​ສິດ​ສອນ​ໃນ 1 ນີ​ໄຟ 10:19 ແນວ​ໃດ? ບາງ​ທີ​ທ່ານ​ອາດ​ສາ​ມາດ​ສອດ​ຮູບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຫລື ວັດ​ຖຸ​ທີ່​ພິ​ເສດ​ຢ່າງ​ໜຶ່ງ​ໄວ້​ໃນ​ຫລືບ​ຜ້າ​ຫົ່ມ ແລະ ເຊື້ອ​ເຊີນ​ໃຫ້​ລູກໆ​ຂອງ​ທ່ານ​ເປີດ​ມັນ​ອອກ. ຂະ​ນະ​ທີ່​ທ່ານ​ອ່ານ 1 ນີ​ໄຟ 10:19, ພວກ​ເຂົາ​ສາ​ມາດ​ຍົກ​ມື​ຂຶ້ນ​ເມື່ອ​ພວກ​ເຂົາ​ໄດ້​ຍິນ​ຄຳ​ວ່າ “ຖືກ​ເປີດ​ອອກ” ແລະ “ພຣະ​ວິນ​ຍານ​ບໍ​ລິ​ສຸດ.” ແລ້ວ​ພວກ​ທ່ານ​ກໍ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ຕອນ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ຊ່ວຍ​ໃຫ້​ພວກ​ທ່ານ​ຄົ້ນ​ພົບ​ຄວາມ​ຈິງ.

  • ຂໍ​ໃຫ້​ລູກໆ​ຂອງ​ທ່ານ​ບອກ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ເຮັດ​ເມື່ອ​ພວກ​ເຂົາ​ພົບ​ຄຳ​ຕອບ​ໃຫ້​ກັບ​ຄຳ​ຖາມ​ໜຶ່ງ. ນີ​ໄຟ​ອາດ​ເວົ້າ​ວ່າ​ແນວ​ໃດ ຖ້າ​ຫາ​ມີ​ຄົນ​ຖາມ​ເພິ່ນ​ກ່ຽວ​ກັບ​ວິ​ທີ​ຊອກ​ຫາ​ຄຳ​ຕອບ​ໃຫ້​ກັບ​ຄຳ​ຖາມ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ? ຊຸກ​ຍູ້​ໃຫ້​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຄຳ​ຕອບ​ໂດຍ​ການ​ອ່ານ 1 ນີ​ໄຟ 10:17–19; 11:1.

  • ລູກໆ​ຂອງ​ທ່ານ​ເຄີຍ​ຮູ້​ສຶກ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ຊ່ວຍ​ໃຫ້​ພວກ​ເຂົາ​ຮູ້​ບາງ​ຢ່າງ​ທີ່​ເປັນ​ຄວາມ​ຈິງ​ຫລື​ບໍ່? ໃຫ້​ພວກ​ເຂົາ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ພວກ​ເຂົາ. ເຮົາ​ຈະ​ເວົ້າ​ວ່າ​ແນວ​ໃດ​ຕໍ່​ໝູ່​ຄົນ​ໜຶ່ງ​ທີ່​ຄິດ​ວ່າ​ລາວ​ບໍ່​ສາ​ມາດ​ໄດ້​ຮັບ​ຄຳ​ຕອບ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ? ເຮົາ​ພົບ​ຫຍັງ​ແດ່​ຢູ່​ໃນ 1 ນີ​ໄຟ 10:17–19 ແລະ 11:1 ທີ່​ສາ​ມາດ​ຊ່ວຍ​ໝູ່​ຄົນ​ນັ້ນ​ໄດ້?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ພາບ​ນິ​ມິດ​ຂອງ​ລີ​ໄຮ

The Tree of Life [ຕົ້ນ​ໄມ້​ແຫ່ງ​ຊີ​ວິດ], ໂດຍ ເອ​ວອນ ໂອກ​ສັນ

ພິມ