ຈົ່ງ​ຕາມ​ເຮົາ​ມາ 2024
ວັນ​ທີ 22–28 ເດືອນ​ມັງ​ກອນ: “ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ.” 1 ນີ​ໄຟ 11–15


“ວັນ​ທີ 22–28 ເດືອນ​ມັງ​ກອນ: ‘ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ.’ 1 ນີ​ໄຟ 11–15,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024 (2024)

“ວັນ​ທີ 22–28 ເດືອນ​ມັງ​ກອນ. 1 ນີ​ໄຟ 11–15,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2024 (2024)

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ກິນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ

The Love of God [ຄວາມ​ຮັກ​ຂອງ​ພຣະ​ເຈົ້າ], ໂດຍ ຊາ​ບຣິ​ນາ ສະ​ກວາຍສ໌

ວັນ​ທີ 22–28 ເດືອນ​ມັງ​ກອນ: “ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ”

1 ນີ​ໄຟ 11–15

ເມື່ອ​ພຣະ​ເຈົ້າ​ມີ​ວຽກ​ງານ​ທີ່​ສຳ​ຄັນ​ໃຫ້​ສາດ​ສະ​ດາ​ຂອງ​ພຣະ​ອົງ​ເຮັດ, ພຣະ​ອົງ​ມັກ​ຈະ​ມອບ​ພາບ​ນິ​ມິດ​ທີ່​ສຳ​ຄັນ​ໃຫ້​ສາດ​ສະ​ດາ​ຄົນ​ນັ້ນ. ໂມ​ເຊ, ໂຢ​ຮັນ, ລີ​ໄຮ, ແລະ ໂຈ​ເຊັບ ສະ​ມິດ ທຸກ​ຄົນ​ໄດ້​ເຫັນ​ພາບ​ນິ​ມິດ​ແບບ​ນັ້ນ—ພາບ​ນິ​ມິດ​ທີ່​ໄດ້​ຂະ​ຫຍາຍ​ຄວາມ​ຄິດ​ຂອງ​ພວກ​ເພິ່ນ ແລະ ໄດ້​ຊ່ວຍ​ພວກ​ເພິ່ນ​ໃຫ້​ເຫັນ​ວ່າ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ນັ້ນ​ແມ່ນ​ຍິ່ງ​ໃຫຍ່ ແລະ ໜ້າ​ດົນ​ໃຈ​ຂະ​ໜາດ​ໃດ.

ນີ​ໄຟ​ກໍ​ໄດ້​ເຫັນ​ພາບ​ໜຶ່ງ​ໃນ​ຈຳ​ນວນ​ພາບ​ນິ​ມິດ​ທີ່​ປ່ຽນ​ແປງ​ຊີ​ວິດ​ເຫລົ່າ​ນີ້. ເພິ່ນ​ໄດ້​ເຫັນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໄດ້​ເຫັນ​ລູກ​ຫລານ​ຂອງ​ລີ​ໄຮ​ໃນ​ອະ​ນາ​ຄົດ ຢູ່​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ແລະ ໄດ້​ເຫັນ​ຈຸດ​ໝາຍ​ປາຍ​ທາງ​ຍຸກ​ສຸດ​ທ້າຍ​ຂອງ​ວຽກ​ງານ​ຂອງ​ພຣະ​ເຈົ້າ. ຫລັງ​ຈາກ​ພາບ​ນິ​ມິດ​ນີ້, ນີ​ໄຟ​ກໍ​ໄດ້​ກຽມ​ພ້ອມ​ຫລາຍ​ຂຶ້ນ​ສຳ​ລັບ​ວຽກ​ງານ​ທີ່​ຢູ່​ຂ້າງ​ໜ້າ. ແລະ ການ​ອ່ານ​ກ່ຽວ​ກັບ​ພາບ​ນິ​ມິດ​ນີ້​ສາ​ມາດ​ຊ່ວຍ​ກະ​ກຽມ​ທ່ານ​ຄື​ກັນ—ເພາະ​ພຣະ​ເຈົ້າ​ກໍ​ມີ​ວຽກ​ງານ​ໃຫ້​ທ່ານ​ເຮັດ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ເຊັ່ນ​ກັນ. ທ່ານ​ເປັນ​ຜູ້​ໜຶ່ງ​ໃນ​ບັນ​ດາ “ໄພ່​ພົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມ​ສາ​ນ້ອຍ” ທີ່​ນີ​ໄຟ​ໄດ້​ເຫັນ, “ຊຶ່ງ​ກະ​ຈັດ​ກະ​ຈາຍ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ; ແລະ ພວກ​ເຂົາ​ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່” (1 ນີ​ໄຟ 14:14).

ເບິ່ງ “Nephi Sees a Vision of Future Events” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

1 ນີ​ໄຟ 11

ພຣະ​ເຈົ້າ​ໄດ້​ສົ່ງ​ພຣະ​ເຢ​ຊູ​ຄຣິດ​ມາ ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ.

ເມື່ອ​ນີ​ໄຟ​ໄດ້​ທູນ​ຖາມ​ທູດ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຕົ້ນ​ໄມ້​ທີ່​ຢູ່​ໃນ​ພາບ​ນິ​ມິດ​ຂອງ​ລີ​ໄຮ, ທູດ​ອົງ​ນັ້ນ​ສາ​ມາດ​ກ່າວ​ພຽງ​ແຕ່​ວ່າ, “ມັນ​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ” ກໍ​ໄດ້. ແຕ່, ທູດ​ອົງ​ນັ້ນ​ໄດ້​ສະ​ແດງ​ໃຫ້​ນີ​ໄຟ​ເຫັນ​ລຳ​ດັບ​ຂອງ​ສັນ​ຍາ​ລັກ ແລະ ເຫດ​ການ​ຕ່າງໆ​ຈາກ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ໃຫ້​ຊອກ​ຫາ​ສັນ​ຍາ​ລັກ​ເຫລົ່າ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ ແລະ ໄຕ່​ຕອງ 1 ນີ​ໄຟ 11. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ​ພຣະ​ເຢ​ຊູ​ຄຣິດ ຈຶ່ງ​ເປັນ​ການ​ສະ​ແດງ​ອັນ​ສຸດ​ຍອດ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ?

ທ່ານ​ອາດ​ພິ​ຈາ​ລະ​ນາ​ທີ່​ຈະ​ເບິ່ງ​ວິ​ດີ​ໂອ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຢູ່​ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ​ທີ່​ກົງ​ກັບ​ເຫດ​ການ​ທີ່​ນີ​ໄຟ​ໄດ້​ເຫັນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊ່ວຍ​ໃຫ້​ທ່ານ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ Susan H. Porter, “God’s Love: The Most Joyous to the Soul,” Liahona, Nov. 2021, 33–35 ນຳ​ອີກ.

1 ນີ​ໄຟ 12–14

ເຮົາ​ສາ​ມາດ “ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ” ແລະ ອຳ​ນາດ.

ນີ​ໄຟ​ຈະ​ບໍ່​ມີ​ຊີ​ວິດ​ຢູ່​ຈົນ​ເຫັນ​ຫລາຍ​ສິ່ງ​ທີ່​ເພິ່ນ​ໄດ້​ເຫັນ​ຢູ່​ໃນ​ພາບ​ນິ​ມິດ​ຂອງ​ເພິ່ນ​ເກີດ​ເປັນ​ຈິງ. ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຕໍ່​ນີ​ໄຟ​ທີ່​ຈະ​ຮູ້​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ​ທີ່​ຈະ​ຮູ້​ສິ່ງ​ເຫລົ່າ​ນີ້? ຖາມ​ຄຳ​ຖາມ​ເຫລົ່າ​ນີ້​ທຸກໆ​ເທື່ອ ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ນີ​ໄຟ​ໄດ້​ເຫັນ ຢູ່​ໃນ​ພາບ​ນິ​ມິດ​ຂອງ​ເພິ່ນ (ເບິ່ງ 1 ນີ​ໄຟ 12–14). ທ່ານ​ໄດ້​ຮັບ​ການ​ປະ​ທັບ​ໃຈ​ຢ່າງ​ໃດ​ແດ່​ກ່ຽວ​ກັບ​ບົດ​ບາດ​ຂອງ​ທ່ານ​ຢູ່​ໃນ “ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ແລະ … ໜ້າ​ອັດ​ສະ​ຈັນ​ໃຈ” ຂອງ​ພຣະ​ຜູ້​ເປັນ​ເຈົ້າ? (1 ນີ​ໄຟ 14:7). ມີ​ສິ່ງ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ໃຈ​ໃດ​ແດ່ ທີ່​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ທ່ານ?

ໃຫ້​ພິ​ຈາ​ລະ​ນາ​ໂດຍ​ສະ​ເພາະ​ຄຳ​ສັນ​ຍາ​ທີ່​ຢູ່​ໃນ 1 ນີ​ໄຟ 14:14. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ໃຫ້​ຄຳ​ສັນ​ຍາ​ນີ້​ເກີດ​ເປັນ​ຈິງ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? (ສຳ​ລັບ​ບາງ​ຕົວ​ຢ່າງ, ໃຫ້​ເບິ່ງ David A. Bednar, “With the Power of God in Great Glory,” Liahona, Nov. 2021, 28–30, ໂດຍ​ສະ​ເພາະ​ສອງ​ພາກ​ສຸດ​ທ້າຍ.)

1 ນີ​ໄຟ 13:1–9; 14:9–11

ແມ່ນ​ຫຍັງ​ຄື “ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ” ທີ່​ນີ​ໄຟ​ໄດ້​ເຫັນ?

ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ອະ​ທິ​ບາຍ​ວ່າ “ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ” ທີ່​ນີ​ໄຟ​ໄດ້​ບັນ​ຍາຍ ເປັນ​ຕົວ​ແທນ​ໃຫ້​ແກ່ “ທິດ​ສະ​ດີ ຫລື ອົງ​ການ​ໃດໆ ທີ່​ຕໍ່​ຕ້ານ​ຄວາມ​ເຊື່ອ​ຖື​ໃນ​ພຣະ​ເຈົ້າ. ແລະ ‘ການ​ເປັນ​ຊະ​ເລີຍ’ ທີ່ ‘ສາດ​ສະ​ໜາ​ຈັກ’ ນີ້​ປະ​ສົງ​ຈະ​ນຳ​ມາ​ສູ່​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ບໍ່​ແມ່ນ​ການ​ເປັນ​ຊະ​ເລີຍ​ທາງ​ຮ່າງ​ກາຍ ແຕ່​ເປັນ​ຊະ​ເລີຍ​ໃນ​ຄວາມ​ຄິດ​ຜິດ” (“Stand as Witnesses of God,” Ensign, Mar. 2015, 32). ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊ່ວຍ​ໃຫ້​ທ່ານ​ຫລີກ​ລ້ຽງ—ແລະ ໜີ​ຈາກ—ການ​ເປັນ​ຊະ​ເລີຍ​ຂອງ​ແນວ​ຄິດ​ຜິດ​ແນວ​ໃດ?

1 ນີ​ໄຟ 15:1–11

ພຣະ​ເຈົ້າ​ຈະ​ຕອບ​ເຮົາ ຖ້າ​ຫາກ​ເຮົາ​ທູນ​ຖາມ​ດ້ວຍ​ສັດ​ທາ.

ທ່ານ​ເຄີຍ​ຮູ້​ສຶກ​ວ່າ ທ່ານ​ບໍ່​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ບໍ—ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ກ່າວ​ກັບ​ທ່ານ​ບໍ? ນີ​ໄຟ​ໄດ້​ໃຫ້​ຄຳ​ແນະ​ນຳ​ຢ່າງ​ໃດ​ແດ່​ກັບ​ພວກ​ອ້າຍ​ຂອງ​ເພິ່ນ ເມື່ອ​ເຂົາ​ເຈົ້າ​ໄດ້​ຮູ້​ສຶກ​ເຊັ່ນ​ນີ້? ເບິ່ງ 1 ນີ​ໄຟ 15:1–11. ທ່ານ​ຈະ​ນຳ​ໃຊ້​ຄຳ​ແນະ​ນຳ​ຂອງ​ນີ​ໄຟ​ໃນ​ຊີ​ວິດ​ຂອງ​ທ່ານ​ໄດ້​ແນວ​ໃດ?

1 ນີ​ໄຟ 15:23–25

ຮູບ​ພາບ
ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ການ​ຍຶດ​ໝັ້ນ​ຕໍ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຊ່ວຍ​ເຮົາ​ໃຫ້​ຕ້ານ​ທານ​ອິດ​ທິ​ພົນ​ຂອງ​ຊາ​ຕານ.

ນີ​ໄຟ​ມັກ​ຈະ​ມີ​ເລື່ອງ​ຮີບ​ຮ້ອນ​ທີ່​ຈະ​ກ່າວ​ກັບ​ພວກ​ອ້າຍ​ຂອງ​ເພິ່ນ. ແຕ່​ເພິ່ນ​ເບິ່ງ​ຄື​ວ່າ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ເປັນ​ພິ​ເສດ​ກ່ຽວ​ກັບ​ສິ່ງ​ທີ່​ເພິ່ນ​ໄດ້​ບອກ​ເຂົາ​ເຈົ້າ​ຢູ່​ໃນ 1 ນີ​ໄຟ 15:23–25. ແມ່ນ​ຫຍັງ​ຄື​ຂ່າວ​ສານ​ຂອງ​ນີ​ໄຟ, ແລະ ເປັນ​ຫຍັງ​ທ່ານ​ຈຶ່ງ​ຄິດ​ວ່າ​ເພິ່ນ​ໄດ້​ຮູ້​ສຶກ​ຢ່າງ​ແຮງ​ກ້າ​ກ່ຽວ​ກັບ​ຂ່າວ​ສານ​ນັ້ນ?

ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ວ່າ “ພຣະ​ຄຳ​ຂອງ​ພຣະ​ເຈົ້າ” ສາ​ມາດ​ອ້າງ​ເຖິງ​ພຣະ​ຄຳ​ພີ, ເຖິງ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ແລະ ເຖິງ​ພຣະ​ເຢ​ຊູ​ຄຣິດ​ພຣະ​ອົງ​ເອງ. ທ່ານ​ຄິດ​ວ່າ “ການ​ຍຶດ​ໝັ້ນ” ຕໍ່​ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ໝາຍ​ຄວາມ​ວ່າ​ແນວ​ໃດ? “ການ​ຍຶດ​ໝັ້ນ” ຕໍ່​ພຣະ​ເຢ​ຊູ​ຄຣິດ​ອາດ​ໝາຍ​ຄວາມ​ວ່າ​ແນວ​ໃດ? ທ່ານ​ອາດ​ຊອກ​ຫາ​ຄຳ​ຕອບ​ທີ່​ເປັນ​ໄປ​ໄດ້​ຕໍ່​ຄຳ​ຖາມ​ເຫລົ່າ​ນີ້​ຢູ່​ໃນ​ຂ່າວ​ສານ​ຂອງ​ແອວ​ເດີ ແບ໊ດ​ນາ “But We Heeded Them Not” (Liahona, May 2022, 14–16).

ການ​ຍຶດ​ໝັ້ນ​ຕໍ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຊ່ວຍ​ໃຫ້​ທ່ານ​ຕ້ານ​ທານ​ຜູ້​ປໍ​ລະ​ປັກ​ແນວ​ໃດ? ການ​ປະ​ກອບ​ຕາ​ຕະ​ລາງ​ທີ່​ຄ້າຍ​ຄື​ກັນ​ກັບ​ອັນ​ນີ້ ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ຈັດ​ລະ​ບຽບ​ຄວາມ​ຄິດ​ຂອງ​ທ່ານ​ໄດ້:

 … ຊ່ວຍ​ໃຫ້​ເຮົາ​ເອົາ​ຊະ​ນະ​ຄວາມ​ມືດ​ຂອງ​ການ​ລໍ້​ລວງ? (ເບິ່ງ 1 ນີ​ໄຟ 12:17)

 … ຊ່ວຍ​ໃຫ້​ເຮົາ “ບໍ່​ຫົວ​ຊາ” ນຳ​ຄວາມ​ບໍ່​ມີ​ປະ​ໂຫຍດ ແລະ ຄວາມ​ທະ​ນົງ​ໃຈ​ຂອງ​ໂລກ? (1 ນີ​ໄຟ 12:18)

ການ​ຍຶດ​ໝັ້ນ​ຕໍ່​ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ …

ການ​ຍຶດ​ໝັ້ນ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ …

ເບິ່ງ “ພື້ນ​ໝັ້ນ​ຄົງ​ໜັກ​ໜາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 6; Jorge F. Zeballos, “Building a Life Resistant to the Adversary,” Liahona, Nov. 2022, 50–52 ນຳ​ອີກ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ພຣະ​ຄຳ​ພີ​ແມ່ນ​ຄ້າຍ​ຄື​ຮາວ​ເຫລັກ​ທີ່​ນຳ​ເຮົາ​ໄປ​ຫາ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

1 ນີ​ໄຟ 11:16–33

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສົ່ງ​ພຣະ​ເຢ​ຊູ​ຄຣິດ​ມາ​ເພາະ​ພຣະ​ອົງ​ຮັກ​ເຮົາ.

  • ເພື່ອ​ສິດ​ສອນ​ນີ​ໄຟ​ກ່ຽວ​ກັບ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ທູດ​ອົງ​ໜຶ່ງ​ໄດ້​ສະ​ແດງ​ເຫດ​ການ​ຕ່າງໆ​ຈາກ​ພຣະ​ຊົນ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ນີ​ໄຟ​ເຫັນ. ທ່ານ​ສາ​ມາດ​ເຮັດ​ແບບ​ດຽວ​ກັນ​ສຳ​ລັບ​ລູກໆ​ຂອງ​ທ່ານ—ເອົາ​ຮູບ​ພາບ​ຈາກ​ເຫດ​ການ​ທີ່​ນີ​ໄຟ​ໄດ້​ເຫັນ​ຢູ່​ໃນ 1 ນີ​ໄຟ 11:20, 24, 27, 31 ໃຫ້​ພວກ​ເຂົາ​ເບິ່ງ, ແລະ 33 (ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 30, 35, 39, 4257). ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ໃຫ້​ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຮູບ​ພາບ​ທີ່​ເປັນ​ຄູ່​ກັນ​ກັບ​ຮູບ​ພາບ​ນັ້ນ. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຈາກ​ຂໍ້​ພຣະ​ຄຳ​ພີ ແລະ ຮູບ​ພາບ​ເຫລົ່າ​ນີ້?

  • ການ​ຮ້ອງ​ເພງ​ເຊັ່ນ “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27) ສາ​ມາດ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ຫລັງ​ຈາກ​ພວກ​ທ່ານ​ຮ້ອງ​ເພງ​ແລ້ວ, ໃຫ້​ຖາມ​ລູກໆ​ຂອງ​ທ່ານ​ວ່າ​ພວກ​ເຂົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເພງ​ນັ້ນ. ເຮົາ​ຮຽນ​ຮູ້​ຫຍັງ​ອີກ​ແດ່​ກ່ຽວ​ກັບ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ຈາກ 1 ນີ​ໄຟ 11:22–23?

ໃຊ້​ສິ​ລະ​ປະ​ເພື່ອ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ຮຽນ​ຮູ້. ເມື່ອ​ທ່ານ​ສິດ​ສອນ​ເດັກ​ນ້ອຍ​ເຖິງ​ເລື່ອງ​ລາວ​ຈາກ​ພຣະ​ຄຳ​ພີ, ຊ່ວຍ​ໃຫ້​ພວກ​ເຂົາ​ວາດ​ພາບ​ເຫັນ​ເລື່ອງ​ລາວ​ນັ້ນ. ທ່ານ​ສາ​ມາດ​ໃຊ້​ຮູບ​ພາບ, ວິ​ດີ​ໂອ, ຫຸ່ນ​ຕຸກ​ກະ​ຕາ, ເຄື່ອງ​ແຕ່ງ​ຕົວ, ແລະ ອື່ນໆ.

1 ນີ​ໄຟ 13:26–29, 35–36, 40

ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ຄວາມ​ຈິງ​ທີ່​ມີ​ຄ່າ.

  • ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ເຫັນ​ຄຸນ​ຄ່າ​ຂອງ​ຄວາມ​ຈິງ​ທີ່ “ແຈ່ມ​ແຈ້ງ ແລະ ມີ​ຄ່າ” ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ທ່ານ​ສາ​ມາດ​ແຕ້ມ​ຮູບ ແລະ ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ປ່ຽນ ຫລື ເອົາ​ພາກ​ສ່ວນ​ຂອງ​ຮູບ​ອອກ​ເພື່ອ​ເຮັດ​ໃຫ້​ມັນ​ເບິ່ງ​ວ່າ​ແຕກ​ຕ່າງ. ທ່ານ​ສາ​ມາດ​ນຳ​ໃຊ້​ສິ່ງ​ນີ້​ເພື່ອ​ສິດ​ສອນ​ວ່າ ສິ່ງ​ທີ່​ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ໄດ້​ຖືກ​ປ່ຽນ​ແປງ ແລະ ເອົາ​ອອກ​ໄປ​ເມື່ອ​ເວ​ລາ​ຜ່ານ​ໄປ. ອ່ານ 1 ນີ​ໄຟ 13:40 ນຳ​ກັນ ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ ພຣະ​ຄຳ​ພີ​ມໍ​ມອນ (“ບັນ​ທຶກ​ສະ​ບັບ​ຫລັງ”) ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃຈ “ສິ່ງ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ” ທີ່​ໄດ້​ສູນ​ເສຍ​ໄປ​ຈາກ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ (ບັນ​ທຶກ “ສະ​ບັບ​ທຳ​ອິດ”) ແນວ​ໃດ. ຄວາມ​ຈິງ​ທີ່ “ແຈ່ມ​ແຈ້ງ ແລະ ມີ​ຄ່າ” ໃດ​ແດ່​ທີ່​ທ່ານ​ໄດ້​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ​ມໍ​ມອນ?

  • ວິ​ດີ​ໂອ​ຊື່ “The Book of Mormon—a Book from God” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຫັນ​ວ່າ ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ມີ​ທັງ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ. ເດັກ​ນ້ອຍ​ອາດ​ມັກ​ແຕ້ມ​ຮູບ​ຄືນ​ໃໝ່​ຈາກ​ວິ​ດີ​ໂອ.

ຮູບ​ພາບ
ພຣະ​ຄຳ​ພີ​ມໍ​ມອນ ໃນ​ຫລາຍ​ພາ​ສາ

ພຣະ​ຄຳ​ພີ​ມໍ​ມອນ​ຟື້ນ​ຟູ​ຄວາມ​ຈິງ ທີ່​ໄດ້​ສູນ​ເສຍ​ໄປ​ລະ​ຫວ່າງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ.

1 ນີ​ໄຟ 15:23–24

ການ​ຍຶດ​ໝັ້ນ​ຕໍ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຊ່ວຍ​ໃຫ້​ເຮົາ​ມີ​ພະ​ລັງ​ທີ່​ຈະ​ຕ້ານ​ທານ​ກັບ​ການ​ລໍ້​ລວງ.

  • ໃຫ້​ໂອ​ກາດ​ລູກໆ​ຂອງ​ທ່ານ​ທີ່​ຈະ​ແບ່ງ​ປັນ​ສິ່ງ​ທີ່​ພວກ​ເຂົາ​ຈື່​ຈຳ​ກ່ຽວ​ກັບ​ພາບ​ນິ​ມິດ​ຂອງ​ລີ​ໄຮ. ມັນ​ອາດ​ຈະ​ຊ່ວຍ​ໄດ້​ທີ່​ຈະ​ໃຊ້​ຮູບ, ຄື​ຮູບ​ທີ່​ຢູ່​ໃນ​ໂຄງ​ຮ່າງ​ສຳ​ລັບ​ອາ​ທິດ​ຜ່ານ​ມາ. ແມ່ນ​ຫຍັງ​ໄດ້​ກີດ​ກັນ​ຜູ້​ຄົນ​ບໍ່​ໃຫ້​ໄປ​ເຖິງ​ຕົ້ນ​ໄມ້​ນັ້ນ? ແມ່ນ​ຫຍັງ​ໄດ້​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ໄປ​ເຖິງ​ມັນ? ທ່ານ​ອາດ​ຂໍ​ໃຫ້​ພວກ​ເຂົາ​ຊອກ​ຫາ​ຮາວ​ເຫລັກ​ຢູ່​ໃນ​ຮູບ. ອ່ານ 1 ນີ​ໄຟ 15:23–24 ນຳ​ກັນ ເພື່ອ​ຈະ​ເຫັນ​ວ່າ ຮາວ​ເຫລັກ​ນັ້ນ​ເປັນ​ຕົວ​ແທນ​ໃຫ້​ແກ່​ຫຍັງ ແລະ ວ່າ​ມັນ​ຈະ​ຊ່ວຍ​ເຮົາ​ໄດ້​ແນວ​ໃດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ຮູບ​ພາບ
ພາບ​ນິ​ມິດ​ຂອງ​ນີ​ໄຟ​ກ່ຽວ​ກັບ​ນາງ​ມາ​ຣີ ແລະ ກຸມ​ມານ​ນ້ອຍ​ເຢ​ຊູ

Nephi’s Vision of Mary [ພາບ​ນິ​ມິດ​ຂອງ​ນີ​ໄຟ​ກ່ຽວ​ກັບ​ນາງ​ມາ​ຣີ], ໂດຍ ເຈມສ໌ ຈອນ​ສັນ

ພິມ