“ສຽງຂອງການຟື້ນຟູ: ຄຸກລີເບີຕີ,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ຄຳສອນ ແລະ ພັນທະສັນຍາ 2025 (2025)
“ຄຸກລີເບີຕີ,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2025
ສຽງຂອງການຟື້ນຟູ
ຄຸກລີເບີຕີ
ຂະນະທີ່ຖືກຈຳຄຸກຢູ່ເມືອງລີເບີຕີ, ລັດມີເຊີຣີ, ໂຈເຊັບ ສະມິດ ໄດ້ຮັບຈົດໝາຍລາຍງານກ່ຽວກັບສະຖານະການທີ່ຫຍຸ້ງຍາກຂອງໄພ່ພົນຍຸກສຸດທ້າຍ ຜູ້ທີ່ຖືກຂັບໄລ່ອອກຈາກລັດ ໂດຍຄຳສັ່ງຂອງເຈົ້າລັດ. ຈົດໝາຍທີ່ໂສກເສົ້າສະບັບໜຶ່ງໄດ້ມາຈາກ ເອມມາ ພັນລະຍາຂອງເພິ່ນ. ຖ້ອຍຄຳຂອງນາງ, ແລະ ຈົດໝາຍຂຽນຕອບຂອງໂຈເຊັບ, ສະແດງໃຫ້ເຫັນທັງຄວາມທຸກທໍລະມານ ແລະ ສັດທາຂອງພວກເພິ່ນ ໃນຊ່ວງໄລຍະຫຍຸ້ງຍາກນີ້ ໃນປະຫວັດສາດຂອງສາດສະໜາຈັກ.
ຈົດໝາຍຈາກ ເອມມາ ສະມິດ ເຖິງ ໂຈເຊັບ ສະມິດ, ວັນທີ 7 ເດືອນມີນາ, 18391
ສາມີສຸດທີ່ຮັກ
ໂດຍທີ່ມີໂອກາດສົ່ງຈົດໝາຍມາກັບເພື່ອນຄົນໜຶ່ງ, ນ້ອງກໍເລີຍພະຍາຍາມຂຽນ, ແຕ່ນ້ອງຈະບໍ່ພະຍາຍາມຂຽນກ່ຽວກັບຄວາມຮູ້ສຶກຂອງນ້ອງທັງໝົດ, ເພາະສະພາບຂອງອ້າຍໃນເວລານີ້, ຝາຫ້ອງ, ເຫລັກກັ້ນ, ແລະ ໄລກອນ, ແມ່ນ້ຳທີ່ໄຫລຜ່ານ, ລຳທານທີ່ໄຫລຂັ້ນ, ຄ້ອຍພູສູງ, ຫ່ອມພູຕ່ຳ ແລະ ທົ່ງພຽງອັນກວ້າງໄກທີ່ແຍກພວກເຮົາ, ແລະ ຄວາມບໍ່ຍຸດຕິທຳ ທີ່ໄດ້ສົ່ງອ້າຍເຂົ້າຄຸກ ແລະ ຍັງກັກຂັງອ້າຍຢູ່ທີ່ນີ້, ພ້ອມດ້ວຍຫລາຍຢ່າງທີ່ຕ້ອງພິຈາລະນາ, ເຮັດໃຫ້ນ້ອງຮູ້ສຶກເກີນກວ່າທີ່ຈະອະທິບາຍໄດ້.
ຖ້າຫາກບໍ່ໄດ້ເປັນເພາະຄວາມສຳນຶກທີ່ຕົນບໍລິສຸດ, ແລະ ການຊີ້ນຳທີ່ແຊກແຊງດ້ວຍຄວາມເມດຕາຂອງສະຫວັນ, ນ້ອງແນ່ໃຈວ່ານ້ອງຄົງບໍ່ສາມາດອົດທົນກັບສະພາບຂອງຄວາມທຸກທໍລະມານທີ່ນ້ອງໄດ້ຜ່ານຜ່າ … ; ແຕ່ນ້ອງຍັງມີຊີວິດຢູ່ ແລະ ເຕັມໃຈທີ່ຈະອົດທົນຕໍ່ໄປ ຖ້າຫາກມັນເປັນພຣະປະສົງຂອງສະຫວັນ ທີ່ນ້ອງຕ້ອງມີຊີວິດຢູ່ຕໍ່ໄປເພື່ອເຫັນແກ່ອ້າຍ.
ພວກເຮົາທຸກຄົນກໍສະບາຍດີ, ຍົກເວັ້ນແຕ່ ເຟເດຣິກ ຜູ້ບໍ່ສະບາຍໜັກ.
ທ້າວນ້ອຍ ອາເລັກຊານເດີ ທີ່ຢູ່ໃນອ້ອມແຂນຂອງນ້ອງ ເປັນເດັກດີທີ່ສຸດ ທີ່ພວກເຮົາເຄີຍເຫັນມາ ໃນຊີວິດຂອງພວກເຮົາ. ລາວແຂງແຮງຫລາຍ ແລະ ດ້ວຍການໃຊ້ຕັ່ງຊ່ວຍເຫລືອ ລາວໄດ້ແລ່ນອ້ອມເຮືອນ. …
ບໍ່ມີໃຜ ຍົກເວັ້ນແຕ່ພຣະເຈົ້າເທົ່ານັ້ນ ທີ່ຮູ້ຈັກການສະທ້ອນຄວາມຄິດໃນໃຈ ແລະ ຄວາມຮູ້ສຶກຂອງນ້ອງ ຕອນນ້ອງໄດ້ໜີຈາກບ້ານເຮືອນຂອງພວກເຮົາ, ແລະ ໄດ້ປະຖິ້ມເກືອບທຸກສິ່ງ ຍົກເວັ້ນແຕ່ລູກໆຂອງພວກເຮົາ, ແລະ ໄດ້ເດີນທາງອອກໜີຈາກລັດມີເຊີຣີ, ປະອ້າຍໄວ້ຢູ່ໃນຄຸກທີ່ໂດດດ່ຽວນີ້. ແຕ່ຄວາມຊົງຈຳແມ່ນເກີນກວ່າທີ່ມະນຸດຈະທົນໄດ້. …
… ນ້ອງຫວັງວ່າ ມັນຈະມີວັນທີ່ດີກວ່ານີ້ສຳລັບພວກເຮົາ. … [ນ້ອງ] ເປັນຂອງອ້າຍຕະຫລອດໄປດ້ວຍຄວາມສະເນ່ຫາ.
ເອມມາ ສະມິດ
ຈົດໝາຍຈາກ ໂຈເຊັບ ສະມິດ ເຖິງ ເອມມາ ສະມິດ, ວັນທີ 4 ເດືອນເມສາ, 18392
ພັນລະຍາ—ແລະ ຜູ້ສະເນ່ຫາ—ທີ່ແສນຮັກ.
ແລງວັນພະຫັດອ້າຍໄດ້ນັ່ງລົງຕອນຕາເວັນຄ້ອຍຄ່ຳ, ຂະນະທີ່ພວກເຮົາໄດ້ສ່ອງຜ່ານປ່ອງຢ້ຽມເຫລັກຂອງຄຸກທີ່ໂດດດ່ຽວນີ້, ເພື່ອຂຽນຫານ້ອງ, ເພື່ອບອກນ້ອງເຖິງສະຖານະການຂອງອ້າຍ. ອ້າຍເຊື່ອວ່າ ມັນຄົງເປັນເວລາຫ້າເດືອນກັບຫົກມື້ແລ້ວ3 ນັບແຕ່ອ້າຍໄດ້ຖືກເຝົ້າຍາມຢ່າງເຄັ່ງຄັດທັງເວັນ ແລະ ຄືນ, ແລະ ຖືກຂັງຢູ່ໃນຫ້ອງ, ຢູ່ຂ້າງໃນປ່ອງຢ້ຽມເຫລັກ, ແລະ ໄດ້ຍິນແຕ່ສຽງດັງຂອງປະຕູເຫລັກໃນຄຸກທີ່ໂດດດ່ຽວ, ມືດຕຶບ, ແລະ ເປິເປື້ອນນີ້. ອ້າຍໄດ້ຂຽນຈົດໝາຍສະບັບນີ້ ດ້ວຍຄວາມຮູ້ສຶກທີ່ພຣະເຈົ້າເທົ່ານັ້ນຮູ້ຈັກ. ການໄຕ່ຕອງຂອງຈິດໃຈ ພາຍໃຕ້ສະຖານະການເຫລົ່ານີ້ ແມ່ນເກີນກວ່າທີ່ອ້າຍຈະສາມາດຂຽນ, ຫລື ເວົ້າ, ຫລື ເຫລົ່າທູດຈະບັນຍາຍ, ຫລື ວາດພາບໄດ້, ແກ່ມະນຸດ ຜູ້ທີ່ບໍ່ເຄີຍມີປະສົບການ ຄືກັນກັບທີ່ພວກເຮົາປະເຊີນຢູ່ໃນເວລານີ້. … ພວກເຮົາເພິ່ງອາໄສລິດອຳນາດຂອງພຣະເຢໂຮວາ, ແລະ ບໍ່ມີຄົນອື່ນໃດອີກ, ສຳລັບການປົດປ່ອຍຂອງພວກເຮົາ, ແລະ ຖ້າຫາກພຣະອົງບໍ່ກະທຳ, ມັນກໍເປັນໄປບໍ່ໄດ້, ໃຫ້ນ້ອງແນ່ໃຈໄດ້, ເພາະລັດນີ້ກະຫາຍເລືອດຂອງພວກເຮົາ; ບໍ່ແມ່ນເປັນເພາະພວກເຮົາມີຄວາມຜິດໃນສິ່ງໃດໆ. … ເອມມາ ສຸດທີ່ຮັກຂອງອ້າຍ, ອ້າຍຄິດເຖິງນ້ອງ ແລະ ລູກໆຕະຫລອດເວລາ. … ອ້າຍຢາກເຫັນທ້າວນ້ອຍ ເຟເດຣິກ, ໂຈເຊັບ, ຈູເລຍ, ອາເລັກຊານເດີ, ໂຈແອນນາ, ແລະ ເຖົ້າເມເຈີ້ [ໝາຂອງຄອບຄົວ]. … ອ້າຍເຕັມໃຈທີ່ຈະຍ່າງຕີນເປົ່າ, ບໍ່ໃສ່ໝວກ, ແລະ ເຄິ່ງໂຕເປືອຍກາຍ ຈາກບ່ອນນີ້ໄປຫານ້ອງ, ເພື່ອຈະໄດ້ເຫັນນ້ອງ ແລະ ຖືວ່າເປັນຄວາມສຸກອັນຍິ່ງໃຫຍ່, ແລະ ບໍ່ຄິດວ່າມັນເປັນການເມື່ອຍລ້າ. … ອ້າຍໄດ້ທົນກັບການກົດຂີ່ທັງໝົດດ້ວຍຄວາມແຂງແກ່ນ, ແລະ ທຸກຄົນທີ່ຢູ່ນຳອ້າຍກໍເຮັດຄືກັນ; ບໍ່ມີໃຜໃນກຸ່ມຂອງພວກເຮົາທີ່ຍອມແພ້. ອ້າຍບໍ່ຢາກໃຫ້ລູກຂອງພວກເຮົາລືມອ້າຍ. ໃຫ້ບອກພວກເຂົາວ່າ ພໍ່ຮັກພວກເຂົາຫລາຍທີ່ສຸດ, ແລະ ພໍ່ກໍໄດ້ເຮັດທຸກສິ່ງທີ່ສາມາດເຮັດໄດ້ ເພື່ອໜີຈາກກຸ່ມອັນຕະພານເພື່ອມາຫາພວກເຂົາ. … ໃຫ້ບອກພວກເຂົາວ່າ ພໍ່ຢາກໃຫ້ພວກເຂົາເປັນເດັກດີ, ແລະ ຟັງຄວາມແມ່. …
ຂອງນ້ອງ,
ໂຈເຊັບ ສະມິດ ຜູ້ລູກ