ຈົ່ງ​ຕາມ​ເຮົາ​ມາ
ວັນທີ 13–19 ເດືອນ​ເມສາ. ໂມໄຊຢາ 1–3: “ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ແລະ ມະ​ນຸດ​ທັງ​ປວງ”


“ວັນ​ທີ 13-19 ເດືອນ​ເມສາ. ໂມໄຊຢາ 1–3: ‘ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ແລະ ມະ​ນຸດ​ທັງ​ປວງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນ​ທີ 13-19 ເດືອນ​ເມສາ. ໂມໄຊຢາ 1–3,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ກະ​ສັດ​ເບັນ​ຢາ​ມິນ​ສິດ​ສອນ​ຜູ້​ຄົນ​ຂອງ​ເພິ່ນ

ມິເນີວາ ເຄ ໄທເກີດ (1888–1976), King Benjamin’s Farewell Address [ຄຳ​ປາ​ໄສ​ອຳ​ລາ​ຂອງ​ກະ​ສັດ​ເບັນ​ຢາ​ມິນ], 1935, ສີ​ນ້ຳ​ມັນ ເທິງແຜ່ນ​ໄມ້ອັດ, 36 x 48 ນິ້ວ. ຫໍ​ພິພິດ​ທະພັນ​ສິລະ​ປະ​ຂອງ​ມະຫາ​ວິທະ​ຍາໄລ​ບຣິກຳ ຢັງ

ວັນທີ 13–19 ເດືອນ​ເມສາ

ໂມໄຊຢາ 1–3

“ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ແລະ ມະ​ນຸດ​ທັງ​ປວງ”

ກະ​ສັດ​ເບັນ​ຢາ​ມິນ​ໃຫ້​ເຫດ​ຜົນ​ຢ່າງ​ໜຶ່ງ ເພື່ອ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທາງວິນ​ຍານ​ຂອງ​ເຮົາ ນັ້ນ​ຄື “ມັນເປັນ​ໄປ​ບໍ່​ໄດ້​ທີ່​ລີໄຮ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ຈະ​ຈື່​ຈຳ​ເລື່ອງ​ເຫລົ່າ​ນີ້​ໄດ້​ທັງ​ໝົດ ເພື່ອ​ສິດ​ສອນ​ລູກ​ຫລານ​ຂອງ​ເພິ່ນ​ນອກ​ຈາກ​ຈະ​ເປັນ​ໄປ​ໂດຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ແຜ່ນ​ຈາລຶກ​ເຫລົ່າ​ນີ້” (ໂມໄຊຢາ 1:4).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເມື່ອ​ທ່ານ​ໄດ້​ຍິນ​ຄຳ​ວ່າ ກະ​ສັດ, ທ່ານ​ອາດ​ຄິດ​ກ່ຽວ​ກັບ​ມົງ​ກຸດ, ຫໍ​ປາ​ສາດ, ຜູ້​ຮັບ​ໃຊ້, ແລະ ບັນ​ລັງ. ໃນ ໂມໄຊຢາ 1–3, ທ່ານ​ຈະ​ອ່ານ​ກ່ຽວ​ກັບ​ກະ​ສັດ​ທີ່​ແຕກ​ຕ່າງ​ຈາກ​ກະ​ສັດ​ອື່ນ. ແທນ​ທີ່​ຈະ​ໃຊ້​ຊີ​ວິດ​ຈາກ​ແຮງ​ງານ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ, ກະ​ສັດ​ເບັນ​ຢາ​ມິນ “ໄດ້​ເຮັດ​ວຽກ​ງານ​ດ້ວຍ​ມື [ຂອງ​ເພິ່ນ] ເອງ” (ໂມໄຊຢາ 2:14). ແທນ​ທີ່​ຈະ​ໃຫ້​ຄົນ​ອື່ນ​ຮັບ​ໃຊ້​ເພິ່ນ, ເພິ່ນ​ໄດ້​ຮັບ​ໃຊ້​ຜູ້​ຄົນ​ຂອງ​ເພິ່ນ “ດ້ວຍ​ສຸດ​ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​​ທານ​ໃຫ້ [ເພິ່ນ]” (ໂມໄຊຢາ 2:11). ກະ​ສັດ​ອົງ​ນີ້ບໍ່​ຢາກ​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ນະ​ມັດ​ສະ​ການ​ເພິ່ນ; ແຕ່​ເພິ່ນ​ໄດ້​ສິດ​ສອນພວກ​ເຂົາ​ໃຫ້​ນະ​ມັດ​ສະ​ການ​ອົງ​ກະ​ສັດ​ທີ່​ຍິ່ງ​ໃຫຍ່ກວ່າ​ເພິ່ນ, ເພາະ​ເພິ່ນ​ເຂົ້າ​ໃຈ​ວ່າ ນັ້ນ​ຄື “ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່” (ໂມໄຊຢາ 3:5). ຄື​ກັນ​ກັບ​ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ທັງ​ໝົດ ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ຖ້ອຍ​ຄຳ ແລະ ຕົວ​ຢ່າງ​ຂອງ​ກະ​ສັດ​ເບັນ​ຢາ​ມິນ ຊີ້ບອກ​ເຮົາ​ເຖິງ​ອົງ​ກະ​ສັດ​ແຫ່ງ​ສະ​ຫວັນ, ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ. ກະ​ສັດ​ເບັນ​ຢາ​ມິນ​ໄດ້​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ໄດ້ສະ​ເດັດ “ມາ​ຈາກ​ສະ​ຫວັນ” ແລະ ໄດ້​ສະ​ເດັດ “ອອກ​ໄປ​ໃນ​ບັນ​ດາ​ມະ​ນຸດ ແລະ ເຮັດ​ສິ່ງ​ມະ​ຫັດ​ສະ​ຈັນ. … ແລະ ແລ້ວ​ພຣະ​ອົງ​ຈະ​ສະ​ເດັດ​ໄປ​ຫາ​ຜູ້​ຄົນ​ຂອງ​ພຣະ​ອົງ​ເພື່ອ ຄວາມ​ລອດ​ຈະ​ໄດ້​ມາ​ເຖິງ​ລູກ​ຫລານ​ມະນຸດ ເຖິງ​ແມ່ນ​ໂດຍ​ທາງ ສັດທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ” (ໂມໄຊຢາ 3:5, 9).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂມໄຊຢາ 2:1–9

ການ​ຮັບ​ເອົາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຮຽກ​ຮ້ອງ​ການ​ກະ​ກຽມ.

ເມື່ອ​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສົ່ງ​ຂໍ້​ຄວາມ​ອອກ​ໄປ​ວ່າ ເພິ່ນ​ຢາກ​ກ່າວ​ກັບ​ຜູ້​ຄົນ​ຂອງ​ເພິ່ນ, ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໄດ້​ມາ “ຈົນ​ວ່າ​ນັບ​ບໍ່​ຖ້ວນ” (ໂມໄຊຢາ 2:2). ພວກ​ເຂົາ​ໄດ້​ມາ, ຢ່າງ​ໜຶ່ງ, ເພາະ​ຄວາມ​ຮູ້​ບຸນ​ຄຸນ ແລະ ຄວາມ​ຮັກ​ທີ່​ພວກ​ເຂົາ​ມີ​ຕໍ່​ຜູ້​ນຳ​ຂອງ​ພວກ​ເຂົາ. ແຕ່​ສິ່ງ​ທີ່​ສຳ​ຄັນ​ກວ່ານັ້ນ​ແມ່ນ, ພວກ​ເຂົາ​ໄດ້​ມາ​ເພື່ອ​ຮັບ​ການ​ສິດ​ສອນ​ໂດຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

ຂະ​ນະ​ທີ່​ທ່ານ​ອ່ານ ໂມໄຊຢາ 2:1–9, ໃຫ້​ຊອກ​ຫາ​ສິ່ງ​ທີ່​ຜູ້​ຄົນ​ໄດ້​ເຮັດ ເພື່ອ​ສະ​ແດງ​ອອກວ່າ ພວກ​ເຂົາ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ກະ​ສັດ​ເບັນ​ຢາ​ມິນ​ໄດ້​ຂໍ​ໃຫ້​ພວກ​ເຂົາ​ເຮັດ​ຫຍັງ ເພື່ອ​ກະ​ກຽມ​ທີ່​ຈະ​ຮັບ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ? (ເບິ່ງ ຂໍ້ທີ 9). ທ່ານ​ຈະ​ສາ​ມາດ​ກະ​ກຽມຕົວ​ເອງ​ໃຫ້​ດີກວ່າ​ເກົ່າ ເພື່ອ​ຮັບ​ເອົາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ໃນ​ການ​ສຶກ​ສາ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ ແລະ ໃນ​ການ​ປະ​ຊຸມ​ທີ່​ໂບດ​ໄດ້​ແນວ​ໃດ?

ເບິ່ງ ມັດທາຍ 13:18–23; ແອວມາ 16:16–17 ນຳ​ອີກ.

ໂມໄຊຢາ 2:10–26

ເມື່ອ​ເຮົາ​ຮັບ​ໃຊ້​ຄົນ​ອື່ນ, ເຮົາ​ກໍ​ຮັບ​ໃຊ້​ພຣະ​ເຈົ້າ​ນັ້ນ​ເອງ.

ທ່ານ​ເຄີຍ​ຫຍຸ້ງ​ຍາກ​ຢູ່​ບໍ ທີ່​ຈະ​ຫາເວ​ລາ ເພື່ອ​ຮັບ​ໃຊ້ ຫລື ຫວັງວ່າ ການ​ຮັບ​ໃຊ້​ຂອງ​ທ່ານ ຈະນຳ​ຄວາມ​ສຸກ​ມາ​ໃຫ້​ທ່ານ​ຫລາຍກວ່າ​ເກົ່າ​? ທ່ານ​ຄິດ​ວ່າ ກະ​ສັດ​ເບັນ​ຢາ​ມິນ​ຈະ​ກ່າວ​ແນວ​ໃດ ຖ້າ​ຫາກ​ທ່ານ​ຖາມ​ເພິ່ນ​ວ່າ ເປັນ​ຫຍັງ​ເພິ່ນ​ຈຶ່ງ​ຮັບ​ໃຊ້​ດ້ວຍສຸດ​ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງ​ຂອງ​ເພິ່ນ”? (ໂມໄຊຢາ 2:11). ຂະ​ນະ​ທີ່​ທ່ານ​ອ່ານ ໂມໄຊຢາ 2:10–26, ໃຫ້​ຊອກ​ຫາ​ຄວາມ​ຈິງ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ກ່ຽວ​ກັບ​ການ​ຮັບ​ໃຊ້ ແລະ ໃຫ້​ໄຕ່​ຕອງ​ເຖິງວິ​ທີ​ທີ່​ທ່ານ​ສາ​ມາດ​ໃຊ້​ຄວາມ​ຈິງ​ເຫລົ່າ​ນັ້ນ​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ. ຍົກ​ຕົວ​ຢ່າງ, ຄຳ​ວ່າ ເມື່ອ​ທ່ານ​ຮັບ​ໃຊ້​ຄົນ​ອື່ນ, ທ່ານ​ກໍ​ຮັບ​ໃຊ້​ພຣະ​ເຈົ້າ​ຂອງ​ທ່ານນັ້ນ​ເອງ ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ? (ເບິ່ງ ໂມໄຊຢາ 2:17). ໃຫ້​ຄິດ​ຫາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ຮັບ​ໃຊ້​ບາງ​ຄົນ ໃນ​ອາ​ທິດນີ້!

ເບິ່ງ ມັດທາຍ 25:40 ນຳ​ອີກ.

ຮູບ​ພາບ
ຜູ້​ຍິງ​ສອງ​ຄົນ​ໂອບກອດ​ກັນ

ເມື່ອ​ເຮົາ​ຮັບ​ໃຊ້​ຄົນ​ອື່ນ, ເຮົາ​ກໍ​ຮັບ​ໃຊ້​ພຣະ​ເຈົ້າ​ນັ້ນ​ເອງ.

ໂມໄຊຢາ 3:1–20

ເຮົາ​ສາ​ມາດ​ເອົາ​ຊະ​ນະ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ແລະ ກາຍ​ເປັນ​ໄພ່​ພົນ​ໄດ້ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ກະ​ສັດ​ເບັນ​ຢາ​ມິນ, ຄື​ກັນ​ກັບ​ສາດ​ສະ​ດາ​ທຸກ​ຄົນ, ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ວ່າ​ຜູ້​ຄົນ​ຂອງ​ເພິ່ນ “ຈະ​ໄດ້​ຮັບ​ການ​ປົດ​ບາບ​ຂອງ​ພວກ​ເຂົາ, ແລະ ປິ​ຕິ​ຍິນ​ດີ​ດ້ວຍ​ຄວາມ​ຊື່ນ​ຊົມ​ຢ່າງ​ຍິ່ງ” (ໂມໄຊຢາ 3:13). ເພິ່ນ​ຍັງ​ໄດ້​ສິດ​ສອນ​ອີກວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ບໍ່​ພຽງ​ແຕ່​ເຮັດ​ໃຫ້​ເຮົາ​ສະ​ອາດ​ເທົ່າ​ນັ້ນ ແຕ່​ຍັງ​ໄດ້​ມອບ​ພະ​ລັງ​ໃຫ້​ເຮົາ ເພື່ອ​ປະ​ຖິ້ມ “ມະ​ມຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ” ແລະ ກາຍມາ​ເປັນ “ໄພ່​ພົນ” (ໂມໄຊຢາ 3:19; ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ,” scriptures.ChurchofJesusChrist.org ນຳ​ອີກ).

ແອວເດີ ເດວິດ ເອ ແບ໊ດນາ ໄດ້​ອະ​ທິ​ບາຍ​ວ່າ: “ມັນ​ແມ່ນ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດນັ້ນ​ເອງ ທີ່​ຈັດ​ໃຫ້​ມີ ອຳ​ນາດ​ແຫ່ງ​ການ​ຊຳ​ລະ​ລ້າງ ແລະ ການ​ໄຖ່ ເພື່ອ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ບາບ ແລະ ອຳ​ນາດ​ແຫ່ງ​ການ​ເຮັດ​ໃຫ້​ບໍ​ລິ​ສຸດ ແລະ ການ​ເພີ່ມ​ຄວາມ​ເຂັ້ມ​ແຂງນັ້ນ ຈະ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ​ຄົນ​ດີກວ່າ​ເກົ່າ ເກີນກວ່າ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົວ​ເອງ. ການ​ຊົດ​ໃຊ້​ອັນ​ເປັນ​ນິດ​ແມ່ນ​ສຳ​ລັບທັງ​ຄົນ​ບາບ ແລະ ໄພ່​ພົນ ໃນ​ຕົວ​ເຮົາ​ແຕ່​ລະ​ຄົນ” (“Clean Hands and a Pure Heart,” Ensign ຫລື Liahona, Nov. 2007, 82).

ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ​ຈຳ​ນວນ​ໜຶ່ງ ເພື່ອ​ໃຫ້​ໄຕ່​ຕອງ​ຂະ​ນະ​ທີ່​ທ່ານ​ອ່ານ​ປະ​ຈັກ​ພະ​ຍານ​ຂອງ​ກະ​ສັດ​ເບັນ​ຢາ​ມິນ ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ ໂມໄຊຢາ 3:1–20:

  • ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້ ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພາ​ລະ​ກິດ​ຂອງ​ພຣະ​ອົງ?

  • ພຣະ​ເຢ​ຊູ​ຄຣິດ​ໄດ້​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ບາບ​ເຫລົ່າ​ນີ້​ແນວ​ໃດ? ພຣະ​ອົງ​ໄດ້​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ທຳ​ມະ​ຊາດ​ຂອງ​ເຮົາ ແລະ ກາຍ​ເປັນ​ເໝືອນ​ໄພ່​ພົນ​ຫລາຍກວ່າ​ເກົ່າ​ໄດ້​ແນວ​ໃດ?

  • ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ກາຍ​ເປັນ​ເໝືອນ​ໄພ່​ພົນ ຈາກ ໂມໄຊຢາ 3:19?

ໂມໄຊຢາ 3:8

ເປັນ​ຫຍັງ​ກະ​ສັດ​ເບັນ​ຢາ​ມິນ​ຈຶ່ງ​ອ້າງ​ເຖິງ​ພຣະ​ເຢ​ຊູ ວ່າ​ເປັນ “ພຣະ​ບິ​ດາ​ແຫ່ງ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ”?

ປະທານ​ໂຈເຊັບ ແອັຟ ສະມິດ ໄດ້​ອະ​ທິ​ບາຍ​ວ່າ: “ພຣະ​ເຢ​ຊູ​ຄຣິດ, ຜູ້​ທີ່​ເຮົາ​ຮູ້​ຈັກ​ອີກວ່າ​ເປັນ​ພຣະ​ເຢ​ໂຮ​ວາ, ໄດ້​ເປັນ​ຜູ້​ບໍ​ລິ​ຫານ​ຂອງ​ພຣະ​ບິ​ດາ, ເອ​ໂລ​ຮິມ, ໃນ​ວຽກ​ງານ​ແຫ່ງ​ການ​ສ້າງ. … ພຣະ​ເຢ​ຊູ​ຄຣິດ, ໂດຍ​ທີ່​ເປັນ​ພຣະ​ຜູ້​ສ້າງ, ຈຶ່ງ​ຖືກ​ເອີ້ນ​ສະ​ເໝີ​ວ່າ ພຣະ​ບິ​ດາ​ແຫ່ງ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ … ; ແລະ ເພາະ​ການ​ສ້າງ​ຂອງ​ພຣະ​ອົງ ເປັນ​ວຽກ​ງານ​ຊົ່ວ​ນິ​ລັນ​ດອນ ພຣະ​ອົງ​ຈຶ່ງ​ຖືກ​ເອີ້ນ​ຢ່າງ​ຖືກ​ຕ້ອງວ່າ​ເປັນ​ພຣະ​ບິ​ດາ​ນິ​ລັນ​ດອນ​ແຫ່ງ​ສະຫວັນ ແລະ ແຜ່ນ​ດິນ​ໂລກ” (Teachings of Presidents of the Church: Joseph F. Smith [1998], 357).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ໂມໄຊຢາ 1:1–7

ແຜ່ນ​ຈາ​ລຶກ​ທອງ​ເຫລືອງ ແລະ ແຜ່ນ​ຈາ​ລຶກ​ຂອງ​ນີໄຟ ເປັນ​ພອນ​ໃຫ້​ແກ່​ຜູ້​ຄົນ​ຂອງ​ກະ​ສັດ​ເບັນ​ຢາ​ມິນແນວ​ໃດ? ພຣະ​ຄຳ​ພີ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ເຮົາ​ແນວ​ໃດ?

ໂມໄຊຢາ 2–3

ມັນອາດ​ເປັນສິ່ງ​ມ່ວນ​ຊື່ນ ຖ້າ​ຫາກ​ຄອບ​ຄົວ​ຂອງ​ທ່ານ​ຈັດ​ສະ​ຖານທີ່​ຢູ່​ໃນ​ເຮືອນ ສຳ​ລັບ​ການ​ກ່າວ​ປາ​ໄສ​ຂອງ​ກະ​ສັດ​ເບັນ​ຢາ​ມິນ. ທ່ານ​ສາ​ມາດ​ເຮັດ​ຫໍສູງ ແລະ ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ປ່ຽນ​ຜຽນ​ກັນ​ຂຶ້ນອ່ານ​ຖ້ອຍ​ຄຳ​ຂອງ​ກະ​ສັດ​ເບັນ​ຢາ​ມິນ ຂະ​ນະ​ທີ່​ຢືນ​ຢູ່​ເທິງ​ຫໍ​ສູງນັ້ນ. ສ່ວນຄົນ​ອື່ນໆ​ໃນ​ຄອບ​ຄົວ ໃຫ້ນັ່ງ​ຟັງ​ຢູ່​ໃນ​ຜ້າ​ເຕັ້ນ.

ໂມໄຊຢາ 2:9–19

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ຮັບ​ໃຊ້ ຈາກ​ການ​ສິດ​ສອນ ແລະ ຕົວ​ຢ່າງ​ຂອງ​ກະ​ສັດ​ເບັນ​ຢາ​ມິນ? ເຮົາ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ?

ໂມໄຊຢາ 2:15–25

ມັນ​ຈະ​ເປັນ​ປະ​ໂຫຍດ​ບໍ ຖ້າ​ຫາກ​ຄອບ​ຄົວ​ຂອງ​ທ່ານ​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ຄວາມ​ຖ່ອມ​ຕົວ? ເປັນ​ຫຍັງ​ກະ​ສັດ​ເບັນ​ຢາ​ມິນ​ຈຶ່ງບໍ່​ກ່າວອວດ​ອ້າງ​ກ່ຽວ​ກັບ​ທຸກ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ສິດ​ສອນ​ຂອງ​ເພິ່ນກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ເຮົາກັບ​ພຣະ​ເຈົ້າ?

ໂມໄຊຢາ 2:36–41

ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ຜົນ​ສະ​ທ້ອນ​ຂອງ​ການ​ຮູ້​ຄວາມ​ຈິງ ແຕ່ບໍ່​ດຳ​ລົງ​ຊີ​ວິດ​ຕາມນັ້ນ? ເພິ່ນ​ໄດ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ໄດ້​ຮັບ​ຄວາມ​ສຸກ​ທີ່​ແທ້​ຈິງ?

ໂມໄຊຢາ 3:19

ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່ ເພື່ອ​ຈະ​ກາຍ​ເປັນ​ໄພ່​ພົນ​ໄດ້? ຄຸນ​ສົມ​ບັດ​ໃດ​ແດ່​ຈາກ​ຂໍ້​ນີ້ ທີ່​ເຮົາ​ຄວນ​ເອົາ​ໃຈ​ໃສ່​ເພື່ອ​ພັດ​ທະ​ນາ​ເປັນ​ຄອບ​ຄົວ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຕັ້ງ​ເປົ້າ​ໝາຍ​ທີ່ຈັດ​ການ​ໄດ້. ການ​ໃຊ້​ເວ​ລາ​ສຶກ​ສາ​ພຣະ​ຄຳ​ພີ​ພຽງ​ສອງ​ສາມ​ນາ​ທີ​ໃນ​ແຕ່​ລະ​ວັນ ກໍ​ສາ​ມາດເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ທ່ານ​ໄດ້. ເຮັດ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ສຶກ​ສາ​ທຸກວັນ, ແລະ ຊອກ​ຫາ​ວິ​ທີ​ເພື່ອ​ເຕືອນຕົວ​ເອງ​ເຖິງ​ຄຳ​ໝັ້ນ​ສັນ​ຍານັ້ນ.

ຮູບ​ພາບ
ກະ​ສັດ​ເບັນ​ຢາ​ມິນ​ສິດ​ສອນ​ຜູ້​ຄົນ​ຂອງ​ເພິ່ນ

King Benjamin’s Address [ການ​ປາ​ໄສ​ຂອງ​ກະ​ສັດ​ເບັນ​ຢາ​ມິນ], ໂດຍ ແຈຣາມີ ວິນບອກ

ພິມ