ຈົ່ງ​ຕາມ​ເຮົາ​ມາ
ວັນ​ທີ 30 ເດືອນ​ມີນາ–ວັນ​ທີ 12 ເດືອນ​ເມສາ. ອີດສະເຕີ: “ພຣະ​ອົງ​ຈະ​ລຸກ​ຂຶ້ນ … ໂດຍ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ”


“ວັນ​ທີ 30 ເດືອນ​ມີນາ–ວັນ​ທີ 12 ເດືອນ​ເມສາ. ອີດສະເຕີ: ‘ພຣະ​ອົງ​ຈະ​ລຸກ​ຂຶ້ນ … ໂດຍ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນ​ທີ 30 ເດືອນ​ມີນາ–ວັນ​ທີ 12 ເດືອນ​ເມສາ. ອີດ​ສະ​ເຕີ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ພຣະ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ກັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ

Christ and the Apostles [ພຣະ​ຄຣິດ​ກັບ​ອັກ​ຄະ​ສາ​ວົກ], ໂດຍ ແດວ ພາສັນ

ວັນທີ 30 ເດືອນ​ມີນາ–ວັນທີ 12 ເດືອນ​ເມສາ

ອີດ​ສະ​ເຕີ

“ພຣະ​ອົງ​ຈະ​ລຸກ​ຂຶ້ນ … ໂດຍ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ”

ໃນ​ໄລ​ຍະ​ທີ່​ໃກ້​ເຖິງວັນອາ​ທິດ ອີດສະເຕີ, ໃຫ້ເຈາະ​ຈົງການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ​ຂອງ​ທ່ານ ໃສ່​ກັບ​ປະ​ຈັກ​ພະ​ຍານ​ທີ່​ມີ​ພະ​ລັງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ກ່ຽວ​ກັບພຣະ​ຊົນ​ຊີບ, ການສິ້ນ​ພຣະ​ຊົນ, ການ​ຟື້ນ​ຄືນ​ພຣະ​ຊົນ, ແລະ ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ອັກ​ຄະ​ສາ​ວົກ​ໃນ​ສະ​ໄໝບູ​ຮານ ມີ​ຄວາມ​ກ້າ​ຫານ​ຫລາຍ​ໃນ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ. ຫລາຍ​ລ້ານ​ຄົນ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ພະ​ຍາ​ຍາມ​ຕິດ​ຕາມ​ພຣະ​ອົງ ເພາະ​ຖ້ອຍ​ຄຳ​ຂອງ​ເຂົາ​ເຈົ້າ​ມີ​ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ແຕ່​ບາງ​ຄົນ​ອາດ​ສົງ​ໃສ, ຖ້າ​ຫາກວ່າ​ພຣະ​ເຢ​ຊູ​ຄຣິດ​ຄື ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກທັງ​ໂລກ, ແລ້ວ​ເປັນ​ຫຍັງພະ​ຍານ​ຂອງ​ພຣະ​ອົງ​ຈຶ່ງ​ມີ​ໜ້ອຍ​ຄົນ ທີ່​ເປັນ​ກຸ່ມ​ຢູ່​ໃນ​ພາກ​ພື້ນ​ນ້ອຍ​ໜຶ່ງ​ເທົ່າ​ນັ້ນ?

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພະ​ຍານ​ເພີ່ມ​ເຕີມ​ຢ່າງ​ໜຶ່ງ ທີ່​ເປັນ​ໜ້າ​ເຊື່ອ​ວ່າ ພຣະ​ເຢ​ຊູ​ຄຣິດ ເປັນ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ທີ່ “ສະ​ແດງ​ພຣະ​ອົງ​ເອງ​ໃຫ້​ປະ​ຈັກ​ແກ່​ປະ​ຊາ​ຊາດ​ທັງ​ປວງ” (ໜ້າ​ວິ​ເຄາະ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ) ແລະ ສະ​ເໜີ​ມອບ​ຄວາມ​ລອດ​ໃຫ້​ທຸກ​ຄົນ ທີ່​ມາ​ຫາ​ພຣະ​ອົງ. ນອກ​ເໜືອ​ຈາກນັ້ນ, ພະ​ຍານ​ຢ່າງ​ທີ​ສອງນີ້ ກໍ​ຍັງ​ໃຫ້​ຄວາມ​ແຈ່ມ​ແຈ້ງ​ນຳ​ອີກ ວ່າ​ຄວາມ​ລອດ​ໝາຍ​ຄວາມ​ວ່າ​ແນວ​ໃດ. ດ້ວຍ​ເຫດນີ້ ນີໄຟ, ຢາໂຄບ, ມໍມອນ, ແລະ ສາດ​ສະ​ດາ​ຄົນ​ອື່ນໆ ຈຶ່ງ​ໄດ້​ອອກ​ແຮງ​ງານ “ຢ່າງ​ພາກ​ພຽນ​ທີ່​ຈະ​ຄວັດ​ຂໍ້​ຄວາມນີ້​ໄວ້​ໃນ​ແຜ່ນ​ຈາ​ລຶກ”—ເພື່ອ​ປະ​ກາດ​ຕໍ່​ຄົນ​ລຸ້ນຫລັງ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ “ຮູ້​ຈັກ​ພຣະ​ຄຣິດ, ແລະ … ມີ​ຄວາມ​ຫວັງ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ” (ຢາໂຄບ 4:3–4). ໃນ​ເທດ​ສະ​ການ​ອີດ​ສະ​ເຕີ​ນີ້, ໃຫ້​ສະ​ທ້ອນ​ເຖິງ​ປະ​ຈັກ​ພະ​ຍານ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ວ່າ​ອຳ​ນາດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ແມ່ນ​ສຳ​ລັບທົ່ວ​ໄປ ແລະ ສ່ວນ​ບຸກ​ຄົນ—ໄຖ່​ຖອນ​ໂລກ​ທັງ​ໂລກ ແລະ ໄຖ່​ຖອນ​ທ່ານ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

2 ນີໄຟ 9:6–15, 22; ແອວມາ 11:41–45; 40:21–23; 3 ນີໄຟ 26:4–5

ເພາະ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ທຸກ​ຄົນ​ຈຶ່ງ​ຈະ​ຟື້ນ​ຄືນ​ຊີ​ວິດ.

ມັນ​ເປັນ​ປະ​ເພ​ນີ​ໃນ​ວັນ​ອີດ​ສະ​ເຕີ ທີ່​ຈະ​ໄຕ່​ຕອງ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແຕ່​ຄຳ​ວ່າ ການ​ຟື້ນ​ຄືນ​ຊີ​ວິດ ໝາຍ​ຄວາມ​ວ່າ​ແນວ​ໃດ​ແທ້ໆ? ມີ​ຄວາມ​ຮູ້​ຢ່າງ​ໃດ​ແດ່​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ມີ​ໃຫ້ ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ? ບາງ​ທີ ພາກ​ສ່ວນ​ໜຶ່ງ​ຂອງ​ການ​ສະ​ຫລອງ​ວັນ​ອີດ​ສະ​ເຕີ​ແມ່ນ ທ່ານ​ສາ​ມາດ​ຂຽນ​ຄວາມ​ຈິງ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ 2 ນີໄຟ 9:6–15, 22; ແອວມາ 11:41–45; 40:21–23; ແລະ 3 ນີໄຟ 26:4–5. ທ່ານ​ກໍ​ສາ​ມາດ​ບັນ​ທຶກ​ນຳ​ອີກວ່າ ເປັນ​ຫຍັງ​ທ່ານ​ຈຶ່ງ​ຄິດ​ວ່າ​ມັນ​ສຳ​ຄັນ ທີ່​ຈະ​ຮູ້​ຈັກ​ເຖິງ​ຄວາມ​ຈິງ​ແຕ່​ລະ​ຢ່າງ​ເຫລົ່າ​ນັ້ນ.

ທ່ານ​ອາດ​ສັງ​ເກດເຫັນ​ວ່າ ຄວາມ​ຈິງ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ພຣະ​ຊົນ ມັກ​ຖືກ​ສິດ​ສອນ​ໄປ​ກັບ​ຄວາມ​ຈິງ​ກ່ຽວ​ກັບ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ. ໃຫ້​ໄຕ່​ຕອງ​ກ່ຽວ​ກັບສິ່ງ​ທີ່​ສິດ​ສອນ​ທ່ານ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຟື້ນ​ຄືນ​ພຣະ​ຊົນ ຢູ່​ໃນ​ແຜນ​ແຫ່ງ​ຄວາມ​ລອດ.

ເບິ່ງ ລູກາ 24:36–43; ກິດຈະການ 24:15; 1 ໂກຣິນໂທ 15:12–23.

ໂມໄຊຢາ 3:7; 15:5–9; ແອວມາ 7:11–13

ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ເອົາ​ບາບ, ຄວາມ​ເຈັບ​ປວດ, ແລະ ຄວາມ​ອ່ອນ​ແອ​ຂອງ​ເຮົາ​ໄປ.

ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ສິດ​ສອນ​ຢ່າງ​ແຈ່ມ​ແຈ້ງວ່າ ພຣະ​ເຢ​ຊູ​ຄຣິດ​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ. ເຖິງ​ແນວ​ໃດ​ກໍ​ຕາມ, ພຣະ​ຄຳ​ພີ​ມໍ​ມອນໄດ້​ຂະ​ຫຍາຍ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ ເຖິງ​ການ​ເສຍ​ສະ​ລະ ແລະ ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ຄຣິດ ໃນ​ທາງ​ທີ່​ສຳ​ຄັນ. ທ່ານ​ສາ​ມາດ​ພົບ​ເຫັນ​ຄຳ​ສອນ​ເຫລົ່າ​ນີ້ ຢູ່​ໃນ ໂມໄຊຢາ 3:7; 15:5–9; ແລະ ແອວມາ 7:11–13. ຫລັງ​ຈາກ​ທ່ານ​ໄດ້​ອ່ານ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ໃຫ້ຄິດ​ທີ່​ຈະ​ບັນ​ທຶກ​ສິ່ງ​ທີ່​ທ່ານ​ຄົ້ນ​ພົບ​ໄວ້​ຢູ່​ໃນ​ແຜນ​ຜັງ ທີ່​ຄື​ກັນ​ກັບ​ອັນ​ນີ້:

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ກັບ​ສິ່ງ​ໃດ​ແດ່?

ເປັນຫຍັງ​ພຣະ​ອົງ​ຈຶ່ງ​ຮັບ​ທຸກ​ທໍ​ລະ​ມານ?

ສິ່ງນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ເຮົາ?

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ກັບ​ສິ່ງ​ໃດ​ແດ່?

ເປັນຫຍັງ​ພຣະ​ອົງ​ຈຶ່ງ​ຮັບ​ທຸກ​ທໍ​ລະ​ມານ?

ສິ່ງນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ເຮົາ?

ເບິ່ງ ເອຊາຢາ 53; ເຮັບເຣີ 4:14–16 ນຳ​ອີກ.

ຮູບ​ພາບ
ພຣະ​ຄຣິດ​ອະ​ທິ​ຖານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ

Gethsemane [ເຄັດ​ເຊ​ມາ​ເນ], ໂດຍ ໄມໂກ ທີ ມອມ

ໂມໄຊຢາ 5:1–2; 27:8–28; ແອວມາ 15:3–12; 24:7–19

ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ຊຳ​ລະ​ເຮົາ​ໃຫ້​ສະ​ອາດ ແລະ ຊ່ວຍ​ເຮົາ​ໃຫ້​ດີ​ພ້ອມ​ທຸກ​ຢ່າງ.

ສາ​ມາດ​ເວົ້າ​ໄດ້​ວ່າ ສ່ວນ​ຫລາຍ​ແລ້ວ​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ຜູ້​ຄົນ​ທີ່​ປ່ຽນ​ແປງ ເພາະ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ຕາມ​ຈິງ​ແລ້ວ, ບາງ​ຄົນ​ເຫລົ່າ​ນັ້ນ​ໄດ້​ເຮັດ​ບາບ​ທີ່​ຮ້າຍ​ແຮງ​ທີ່​ສຸດ ແລະ ຍັງ​ເປັນ​ສັດ​ຕູ​ຂອງ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ນຳ​ອີກ ກ່ອນ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ທຳ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ໃນ​ຕົວ​ຂອງ​ພວກ​ເຂົາ ອີງ​ຕາມ​ສັດ​ທາ​ຂອງ​ພວກ​ເຂົາ​ໃນ​ພຣະ​ອົງ. ທ່ານ​ສາ​ມາດ​ອ່ານ​ບາງ​ເລື່ອງ​ກ່ຽວ​ກັບ​ປະ​ສົບ​ການ​ເຫລົ່າ​ນີ້ ຢູ່​ໃນ ໂມໄຊຢາ 5:1–2; 27:8–28; ແລະ ແອວມາ 15:3–12; 24:7–19; ທ່ານ​ສາ​ມາດ​ຄິດ​ກ່ຽວ​ກັບ​ຕົວ​ຢ່າງ​ອື່ນໆ​ອີກ ເພື່ອ​ສຶກ​ສາ. ທ່ານ​ສັງ​ເກດ​ເຫັນ​ຫຍັງ​ແດ່ ທີ່​ປະ​ສົບ​ການ​ເຫລົ່າ​ນີ້ ມີບາງ​ສິ່ງ​ທີ່​ຄ້າຍ​ຄື​ກັນ? ທ່ານ​ສັງ​ເກດ​ເຫັນ​ສິ່ງ​ໃດ​ແດ່​ທີ່​ແຕກ​ຕ່າງ? ເລື່ອງ​ລາວ​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ປ່ຽນ​ແປງ​ທ່ານ?

ເບິ່ງ ແອວມາ 5:6–14; 13:11–12; 18; 19:1–16; 22:1–26; 36:16–21; ອີເທີ 12:27; ໂມໂຣໄນ 10:32–33.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ສະ​ເຫລີມ​ສະ​ຫລອງ​ບຸນ​ອີດ​ສະ​ເຕີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ໃຫ້​ຊອກ​ຫາ​ວິ​ທີ​ທີ່​ຈະ​ຮຽນ​ຮູ້​ນຳ​ກັນ ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ລວມ​ທັງ​ການ​ຟື້ນ​ຄືນ​ພຣະ​ຊົນ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

3 ນີໄຟ 1117

ບາງ​ຄອບ​ຄົວ​ໄດ້​ພົບ​ເຫັນ​ວ່າ ການ​ສຶກ​ສາ​ເລື່ອງ​ລາວ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ ຢ້ຽມ​ຢາມ​ອາ​ເມ​ຣິ​ກາ ມີ​ຄວາມ​ໝາຍ​ຫລາຍ​ໂດຍ​ສະ​ເພາະ ລະ​ຫວ່າງ​ເທດ​ສະ​ການ ອີດ​ສະ​ເຕີ. ຊຸກ​ຍູ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້ວາດ​ພາບ​ວ່າ ຄົງ​ເປັນ​ແບບ​ໃດ ທີ່​ໄດ້​ສຳ​ພັດ​ຮອຍແຜ​ຂອງ​ພຣະ​ອົງ (ເບິ່ງ 3 ນີໄຟ 11:14–15) ຫລື ໄດ້​ເປັນ​ເດັກ​ນ້ອຍ​ຄົນ​ໜຶ່ງ ທີ່​ພຣະ​ອົງ​ໄດ້​ອວຍ​ພອນ (ເບິ່ງ 3 ນີໄຟ 17:21). ເລື່ອງນີ້​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ຊຶ້ງ​ແນວ​ໃດ ສຳ​ລັບ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ຮູບ​ພາບໜຶ່ງ​ທີ່​ວາດ​ໃຫ້​ເຫັນ​ເລື່ອງນີ້ ກໍ​ບັນ​ຈຸ​ຢູ່​ໃນ​ໂຄງ​ຮ່າງນີ້; ຮູບພາບ​ອື່ນໆ ກໍ​ມີ​ຢູ່​ທີ່ ChurchofJesusChrist.org. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ອາດຢາກ​ແຕ້ມ​ຮູບ​ເອງ ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ອ່ານ.

ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ

ໃນ​ຫລາຍ​ພາກ​ສ່ວນ​ຂອງ​ໂລກ, ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເດືອນ​ເມສາ ຂອງ​ປີນີ້ ຈະ​ຖືກ​ຈັດ​ຂຶ້ນ​ກ່ອນ​ວັນ ອີດ​ສະ​ເຕີ. ບາງ​ທີ​ການ​ຮັບ​ຟັງ​ຂ່າວ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່ ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ເຈາະ​ຈົງ​ຢູ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ວັນ​ອີດ​ສະ​ເຕີນີ້. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ໃຫ້​ຮັບ​ຟັງ​ຂ່າວ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່ ທີ່​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ—ໂດຍ​ສະ​ເພາະ​ຈາກ​ອັກ​ຄະ​ສາ​ວົກ, ຜູ້​ເປັນ​ພະ​ຍານ​ພິ​ເສດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ແລ້ວ ທ່ານ​ສາ​ມາດ​ທົບ​ທວນ​ຂ່າວ​ສານ​ເຫລົ່ານີ້ ແລະ ຊີ້ບອກ​ຄຳ​ສອນ​ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ

ນຳກັນເປັນ​ຄອບ​ຄົວ, ໃຫ້​ອ່ານ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ” (Ensign ຫລື Liahona, May 2017, ດ້ານ​ໃນ​ຂອງ​ໜ້າ​ປົກ, ເບິ່ງ ChurchofJesusChrist.org) ນຳ​ອີກ ແລະ ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ ໃຫ້​ເລືອກ​ເອົາ​ຂ່າວ​ສານ​ໃດ​ໜຶ່ງ​ກ່ຽວ​ກັບ​ອີດ​ສະ​ເຕີ ຈາກ​ປະ​ຈັກ​ພະ​ຍານນີ້ ເພື່ອ​ແບ່ງ​ປັນ​ກັບ​ຄົນ​ອື່ນ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ເຮັດ​ໂປສເຕີ​ເພື່ອ​ສະ​ແດງ​ຢູ່​ໃນ​ສື່​ສານມວນ​ຊົນ, ຕິດ​ໄວ້​ຢູ່​ປະ​ຕູ​ໜ້າ​ບ້ານ, ຫລື ຢູ່​ປ່ອງ​ຢ້ຽມ.

ວິ​ດີ​ໂອ: Special Witnesses of Christ

ChurchofJesusChrist.org ແລະ ແອພ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ກໍ​ມີ​ວິ​ດີ​ໂອຫລາຍ​ຕອນ ທີ່​ເອີ້ນ​ວ່າ Special Witnesses of Christ. ມັນ​ລວມ​ດ້ວຍ​ວິ​ດີ​ໂອ​ຂອງ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ​ແຕ່​ລະ​ທ່ານ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ກ່າວ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເບິ່ງວິ​ດີ​ໂອ​ເລື່ອງ​ໜຶ່ງ ຫລື ຫລາຍກວ່ານັ້ນ ແລະ ສົນ​ທະ​ນາ​ເຖິງ​ສິ່ງ​ທີ່ພວກ​ເພິ່ນ​ສິດ​ສອນ​ເຮົາ​ກ່ຽວ​ກັບສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ​ເພື່ອ​ເຮົາ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ ທີ່​ທ່ານ​ສາ​ມາດ​ເຮັດ ໃນ​ຖາ​ນະ​ເປັນ​ພໍ່​ແມ່ແມ່ນ ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ ດ້ວຍ​ສຸດ​ໃຈ​ຂອງ​ທ່ານ. ນີ້​ແມ່ນ​ວິ​ທີ​ທີ່​ດີ​ທີ່​ສຸດ ທີ່​ຈະເໝາະ​ສົມ​ກັບ​ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ທ່ານບໍ່​ຈຳ​ເປັນ​ຕ້ອງ​ດີ​ພ້ອມ​ທຸກ​ຢ່າງ, ພຽງ​ແຕ່ໃຫ້​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ ທີ່​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ ແລະ ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. (ເບິ່ງ Teaching in the Savior’s Way, 13–14.)

ຮູບ​ພາບ
ພຣະ​ຄຣິດ​ທັກ​ທາຍ​ຊາວ​ນີໄຟ

ຮູບ​ພາບ​ພຣະ​ຄຣິດ​ກັບ​ຊາວ​ນີໄຟ ໂດຍ ເບັນ ຊໍວອດ

ພິມ