“ວັນທີ 23–29 ເດືອນມີນາ. ເອໂນດ–ຄຳຂອງມໍມອນ: ພຣະອົງຈຶ່ງທຳງານໃນຂ້າພະເຈົ້າເພື່ອໃຫ້ເປັນໄປຕາມພຣະປະສົງຂອງພຣະອົງ,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີມໍມອນ 2020 (2020)
“ວັນທີ 23–29 ເດືອນມີນາ. ເອໂນດ–ຄຳຂອງມໍມອນ,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2020
ວັນທີ 23–29 ເດືອນມີນາ
ເອໂນດ–ຄຳຂອງມໍມອນ
ພຣະອົງຈຶ່ງທຳງານໃນຂ້າພະເຈົ້າເພື່ອໃຫ້ເປັນໄປຕາມພຣະປະສົງຂອງພຣະອົງ
ຂະນະທີ່ທ່ານອ່ານ ເອໂນດ ຈົນເຖິງ ຄຳຂອງມໍມອນ, ໃຫ້ຊອກເບິ່ງຂ່າວສານທີ່ຈະມີຄ່າຕໍ່ທ່ານ ຫລື ຄອບຄົວຂອງທ່ານ.
ບັນທຶກຄວາມປະທັບໃຈຂອງທ່ານ
ເອໂນດໄດ້ເຂົ້າໄປໃນປ່າເພື່ອລ່າສັດ, ແຕ່ແລ້ວໄດ້ຢູ່ທີ່ນັ້ນເພື່ອອະທິຖານ “ຕະຫລອດທັງວັນ … ແລະ ເມື່ອເຖິງຕອນກາງຄືນ” (ເອໂນດ 1:3–4). ເພາະຈິດວິນຍານຂອງເພິ່ນຢາກໄດ້ຮັບການໃຫ້ອະໄພແກ່ບາບຂອງເພິ່ນຫລາຍທີ່ສຸດ, ເອໂນດຈຶ່ງເຕັມໃຈທີ່ຈະອະທິຖານ ບໍ່ວ່າຈະຕ້ອງໃຊ້ເວລາດົນປານໃດກໍຕາມ ແລະ ແມ່ນແຕ່ມີ “ການຕໍ່ສູ້” ຢູ່ຕໍ່ພຣະພັກຂອງພຣະເຈົ້າ (ເອໂນດ 1:2). ນັ້ນຄືການອະທິຖານດ້ວຍຄວາມຈິງໃຈ ຄື: ການບໍ່ທູນຂໍສິ່ງທີ່ເຮົາຕ້ອງການ ແຕ່ທຸ້ມເທໃຈເພື່ອສື່ສານກັບພຣະເຈົ້າ ແລະ ໃຫ້ຄວາມປະສົງຂອງເຮົາ ສອດຄ່ອງກັບພຣະປະສົງຂອງພຣະອົງ. ເມື່ອທ່ານອະທິຖານໃນວິທີນີ້, ເມື່ອສຽງຂອງທ່ານ “ຂຶ້ນເຖິງຟ້າສະຫວັນ,” ທ່ານຈະພົບເຫັນດັ່ງທີ່ເອໂນດໄດ້ພົບເຫັນວ່າ ພຣະເຈົ້າຮັບຟັງທ່ານ, ແລະ ພຣະອົງເປັນຫ່ວງເປັນໃຍທ່ານ, ຄົນທີ່ທ່ານຮັກ, ແລະ ແມ່ນແຕ່ສັດຕູຂອງທ່ານແທ້ໆ (ເບິ່ງ ເອໂນດ 1:4–17). ໃນເວລານັ້ນເອງ, ພຣະເຈົ້າຈະສາມາດເຮັດໃຫ້ພຣະປະສົງຂອງພຣະອົງເປັນທີ່ຮູ້ຈັກແກ່ທ່ານ, ແລະ ທ່ານຈະເຕັມໃຈ ແລະ ສາມາດເຮັດຕາມພຣະປະສົງຂອງພຣະອົງຫລາຍກວ່າເກົ່າ ເພາະວ່າທ່ານສອດຄ່ອງກັບພຣະອົງ. ຄືກັນກັບມໍມອນ, ທ່ານອາດ “ບໍ່ຮູ້ຈັກໝົດທຸກເລື່ອງ; ແຕ່ວ່າພຣະຜູ້ເປັນເຈົ້າຮູ້ທຸກເລື່ອງ … [ແລະ] ພຣະອົງຈຶ່ງທຳງານໃນ [ທ່ານ] ເພື່ອໃຫ້ມັນເປັນໄປຕາມພຣະປະສົງຂອງພຣະອົງ” (ຄຳຂອງມໍມອນ 1:7).
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ຖ້ອຍຄຳຂອງພໍ່ແມ່ສາມາດເປັນອິດທິພົນທີ່ຍືນຍົງໄດ້.
ຂໍ້ເຫລົ່ານີ້ມີຂ່າວສານໃດແດ່ສຳລັບພໍ່ແມ່ ແລະ ສຳລັບລູກໆ?
ຄຳອະທິຖານທີ່ຈິງໃຈຂອງເຮົາຈະໄດ້ຮັບຄຳຕອບ.
ປະສົບການຂອງເອໂນດກັບການອະທິຖານ ເປັນປະສົບການທີ່ໜ້າຊົງຈຳຫລາຍທີ່ສຸດ ຢູ່ໃນພຣະຄຳພີ. ປະສົບການຂອງທ່ານ ອາດບໍ່ຕື່ນເຕັ້ນເທົ່ານີ້, ແຕ່ມັນບໍ່ຈຳເປັນຕ້ອງມີຄວາມໝາຍໜ້ອຍກວ່າ. ປະສົບການຂອງເອໂນດອາດເປີດເຜີຍວິທີທີ່ຈະປັບປຸງຄຳອະທິຖານຂອງທ່ານ. ຕໍ່ໄປນີ້ແມ່ນຄຳຖາມບາງຢ່າງ ເພື່ອໃຫ້ພິຈາລະນາ:
-
ຄຳໃດທີ່ບັນຍາຍເຖິງຄວາມພະຍາຍາມຂອງເອໂນດ ຂະນະທີ່ເພິ່ນອະທິຖານ?
-
ທຳອິດເອໂນດໄດ້ອະທິຖານທູນຂໍສິ່ງໃດ? (ເບິ່ງ ເອໂນດ 1:4). ທ່ານຮຽນຮູ້ຫຍັງແດ່ຈາກການຕອບຮັບຂອງເອໂນດ ຫລັງຈາກເພິ່ນໄດ້ຮັບຄຳຕອບ? (ເບິ່ງ ເອໂນດ 1:5–7).
-
ເອໂນດມີປະຕິກິລິຍາແນວໃດ ກັບຄຳຕອບທີ່ເພິ່ນໄດ້ຮັບ?
-
ທ່ານຮຽນຮູ້ຫຍັງແດ່ຈາກເອໂນດ ກ່ຽວກັບການມີສັດທາທີ່ “ບໍ່ຫວັ່ນໄຫວ” ໃນພຣະຜູ້ເປັນເຈົ້າ? (ເອໂນດ 1:11).
ພຣະຜູ້ເປັນເຈົ້າຈະໃຫ້ພອນແກ່ເຮົາ ເມື່ອເຮົາຮັກສາພຣະບັນຍັດ.
ຄຳສັນຍາທີ່ເຫັນຫລາຍທີ່ສຸດຢູ່ໃນພຣະຄຳພີມໍມອນແມ່ນ ຖ້າຫາກຊາວນີໄຟຮັກສາພຣະບັນຍັດ, ເຂົາເຈົ້າຈະຮຸ່ງເຮືອງ (ເບິ່ງ 2 ນີໄຟ 1:20; ເຈຣອມ 1:9–12; ອອມໄນ 1:6). ໜັງສື ເຈຣອມ ແລະ ອອມໄນ ສະແດງໃຫ້ເຫັນຫລາຍວິທີ ຊຶ່ງໃນນັ້ນຄຳສັນຍານີ້ໄດ້ສຳເລັດຄົບຖ້ວນ. ທ່ານໄດ້ຮຽນຮູ້ຫຍັງແດ່ຈາກເລື່ອງລາວເຫລົ່ານີ້ ທີ່ສາມາດຊ່ວຍທ່ານໃຫ້ “ຮຸ່ງເຮືອງຢູ່ໃນແຜ່ນດິນ”?
ແມ່ນໃຜຄືຜູ້ຄົນຂອງເຊຣາເຮັມລາ?
ຫລັງຈາກຊາວນີໄຟໄດ້ໜີຈາກແຜ່ນດິນນີໄຟ, ເຂົາເຈົ້າໄດ້ພົບເຫັນຜູ້ຄົນຢ່າງຫລວງຫລາຍ ອາໄສຢູ່ໃນບ່ອນທີ່ເອີ້ນວ່າ ເຊຣາເຮັມລາ. ຜູ້ຄົນຂອງເຊຣາເຮັມລາເປັນຜູ້ສືບຕະກຸນຂອງຊາວອິດສະຣາເອນກຸ່ມໜຶ່ງ ຜູ້ຊຶ່ງ, ຄືກັນກັບຄອບຄົວຂອງລີໄຮ, ໄດ້ໜີຈາກເຢຣູຊາເລັມ ແລະ ໄດ້ຖືກພຣະເຈົ້ານຳພາໄປຫາແຜ່ນດິນແຫ່ງຄຳສັນຍາ. ໃນບັນດາກຸ່ມນັ້ນແມ່ນມິວເລັກ, ລູກຊາຍຄົນໜຶ່ງຂອງເຊເດກີຢາ, ກະສັດຂອງຢູດາ ຜູ້ຖືກຊາວບາບີໂລນຈັບໄປ ປະມານ 587 ປີ ກ່ອນ ຄ.ສ. (ເບິ່ງ ເຢເຣມີຢາ 52:1–11; ໂມໄຊຢາ 25:2; ຮີລາມັນ 8:21).
ຫລັງຈາກຜູ້ຄົນຂອງເຊຣາເຮັມລາໄດ້ໄປເຖິງແຜ່ນດິນແຫ່ງຄຳສັນຍາແລ້ວ, ເຂົາເຈົ້າໄດ້ພົບກັບໂຄຣິອານທະເມີ (ເບິ່ງ ອອມໄນ 1:21), ຄົນດຽວທີ່ຍັງມີຊີວິດຢູ່ຂອງຊາວຢາເຣັດ, ຊຶ່ງເລື່ອງລາວຂອງເພິ່ນ ຖືກເລົ່າຢູ່ໃນໜັງສືອີເທີ.
ຄຳຂອງມໍມອນ ແມ່ນຫຍັງ?
ຄຳຂອງມໍມອນ ເປັນບົດເຊື່ອມຕໍ່ລະຫວ່າງແຜ່ນຈາລຶກສອງຊຸດ ທີ່ລວມເປັນ ພຣະຄຳພີມໍມອນ. ຢູ່ບ່ອນນີ້ ມໍມອນໄດ້ບັນຍາຍກ່ຽວກັບບັນທຶກສອງສະບັບນີ້, ແລະ ຖ້ອຍຄຳຂອງເພິ່ນສິດສອນຂ່າວສານທີ່ສຳຄັນກ່ຽວກັບການໄວ້ວາງໃຈໃນພຣະຜູ້ເປັນເຈົ້າ, ແມ່ນແຕ່ໃນເວລາທີ່ເຮົາບໍ່ເຂົ້າໃຈການຊີ້ນຳຂອງພຣະອົງຢ່າງຄັກແນ່.
ຂະນະທີ່ນີໄຟກຳລັງບັນທຶກກ່ຽວກັບຜູ້ຄົນຂອງເພິ່ນຢູ່ນັ້ນ, ພຣະເຈົ້າໄດ້ຊີ້ນຳເພິ່ນໃຫ້ເຮັດແຜ່ນຈາລຶກສອງຊຸດ, ເອີ້ນວ່າແຜ່ນຈາລຶກນ້ອຍ ແລະ ແຜ່ນຈາລຶກໃຫຍ່ຂອງນີໄຟ. ນີໄຟບໍ່ຮູ້ຈັກວ່າ ເປັນຫຍັງເພິ່ນຈຶ່ງຖືກບັນຊາໃຫ້ເຮັດແຜ່ນຈາລຶກສອງຊຸດ, ແຕ່ເພິ່ນໄວ້ວາງໃຈວ່າ ພຣະຜູ້ເປັນເຈົ້າມີ “ຈຸດປະສົງອັນສະຫລາດ … , ຊຶ່ງຂ້າພະເຈົ້າບໍ່ຮູ້ຫຍັງເລີຍກ່ຽວກັບຈຸດປະສົງນີ້” (1 ນີໄຟ 9:5; ເບິ່ງ “ບົດວິເຄາະໂດຍຫຍໍ້ກ່ຽວກັບພຣະຄຳພີມໍມອນ” ນຳອີກ).
ຫລາຍສັດຕະວັດຕໍ່ມາ, ຂະນະທີ່ມໍມອນຫຍໍ້ແຜ່ນຈາລຶກໃຫຍ່, ເພິ່ນໄດ້ພົບເຫັນແຜ່ນຈາລຶກນ້ອຍ. ແຜ່ນຈາລຶກນ້ອຍບັນຈຸເຫດການຫລາຍຢ່າງທີ່ມີບັນຍາຍຢູ່ໃນແຜ່ນຈາລຶກໃຫຍ່ ທີ່ມໍມອນໄດ້ຫຍໍ້, ແຕ່ແຜ່ນຈາລຶກນ້ອຍເຈາະຈົງຫລາຍກວ່າຢູ່ກັບເລື່ອງທາງຝ່າຍວິນຍານ ແລະ ການປະຕິບັດສາດສະໜາກິດ ແລະ ການສິດສອນຂອງສາດສະດາ. ພຣະເຈົ້າດົນໃຈມໍມອນໃຫ້ລວມແຜ່ນຈາລຶກນ້ອຍຂອງນີໄຟ ໃສ່ກັບບັນທຶກຂອງເພິ່ນ ທີ່ນອກເໜືອໄປຈາກແຜ່ນຈາລຶກໃຫຍ່.
ຄືກັນກັບນີໄຟ, ມໍມອນບໍ່ເຂົ້າໃຈເຖິງຈຸດປະສົງຂອງພຣະເຈົ້າ ທີ່ຈະລວມແຜ່ນຈາລຶກທັງສອງຊຸດ, ແຕ່ເພິ່ນກໍໄດ້ໄວ້ວາງໃຈວ່າ ມັນເປັນ “ເພື່ອຈຸດປະສົງອັນສະຫລາດ” (ຄຳຂອງມໍມອນ 1:7).
ທຸກວັນນີ້ເຮົາຮູ້ວ່າ ຈຸດປະສົງຂອງພຣະເຈົ້ານັ້ນແມ່ນຫຍັງ. ໃນປີ 1828, ຫລັງຈາກໂຈເຊັບ ສະມິດ ໄດ້ແປພາກສ່ວນໜຶ່ງຂອງແຜ່ນຈາລຶກໃຫຍ່ຂອງນີໄຟ ທີ່ມໍມອນໄດ້ຫຍໍ້ (ຕົ້ນສະບັບ 116 ໜ້າ), ມາຕິນ ແຮຣິສ ໄດ້ເຮັດມັນເສຍ. ພຣະເຈົ້າໄດ້ບັນຊາໂຈເຊັບ ສະມິດ ບໍ່ໃຫ້ແປພາກສ່ວນນີ້ຄືນໃໝ່ ເພາະພວກຜູ້ຊາຍທີ່ຊົ່ວຮ້າຍຈະປ່ຽນຖ້ອຍຄຳ ແລະ ພະຍາຍາມເຮັດໃຫ້ໂຈເຊັບເສຍຊື່ສຽງ (ເບິ່ງ ຄ&ພ 10, ຫົວຂໍ້ພາກ; ຄ&ພ 10:14–19, 30–45). ໂຊກດີທີ່ພຣະເຈົ້າໄດ້ເຫັນສິ່ງນີ້ລ່ວງໜ້າ ແລະ ໄດ້ຈັດຕຽມແຜ່ນຈາລຶກນ້ອຍໄວ້, ຊຶ່ງບັນຈຸປະຫວັດສາດຢ່າງດຽວກັນກັບອັນທີ່ໄດ້ເສຍໄປກັບ 116 ໜ້ານັ້ນ. ແຜ່ນຈາລຶກນ້ອຍປະກອບດ້ວຍໜັງສືທີ່ມາກ່ອນ ຄຳຂອງມໍມອນ, ແລະ ມໍມອນໄດ້ຫຍໍ້ແຜ່ນຈາລຶກໃຫຍ່ເລີ່ມຕົ້ນຫລັງຈາກ ຄຳຂອງມໍມອນ.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
ຂະນະທີ່ທ່ານອ່ານພຣະຄຳພີກັບຄອບຄົວຂອງທ່ານ, ພຣະວິນຍານສາມາດຊ່ວຍທ່ານໃຫ້ຮູ້ຈັກວ່າ ຫລັກທຳຂໍ້ໃດທີ່ຄວນເນັ້ນ ແລະ ຄວນສົນທະນາ ເພື່ອສະໜອງຄວາມຕ້ອງການຂອງຄອບຄົວຂອງທ່ານ. ຕໍ່ໄປນີ້ແມ່ນແນວຄິດບາງຢ່າງ.
ເອໂນດ 1:1–17
ຄອບຄົວຂອງທ່ານສາມາດເບິ່ງຮູບ ເອໂນດກຳລັງອະທິຖານ ແລະ ໃຫ້ຄົ້ນຄວ້າ ເອໂນດ 1:1–17 ສຳລັບສຳນວນທີ່ສາມາດເອົາມາໃຊ້ເພື່ອເປັນຊື່ໃຫ້ແກ່ຮູບແຜ່ນນັ້ນ. ທ່ານກໍສາມາດຂໍໃຫ້ສະມາຊິກໃນຄອບຄົວແຕ້ມຮູບກ່ຽວກັບປະສົບການຂອງເອໂນດ. ເຮົາຮຽນຮູ້ຫຍັງແດ່ຈາກເອໂນດກ່ຽວກັບການສະແຫວງຫາການໃຫ້ອະໄພ?
ເຈຣອມ 1:2
ການສຶກສາພຣະຄຳພີມໍມອນຂອງເຮົາ “ໄດ້ເປີດເຜີຍແຜນແຫ່ງຄວາມລອດ” ຕໍ່ເຮົາແນວໃດ?
ອອມໄນ 1:12–22
ຂໍ້ເຫລົ່ານີ້ສິດສອນເຮົາຫຍັງແດ່ ເຖິງຄວາມສຳຄັນຂອງການມີພຣະຄຳຂອງພຣະເຈົ້າ ໃນຊີວິດຂອງເຮົາ?
ຄຳຂອງມໍມອນ 1:3–9
ເຮົາຈະໄດ້ຮັບພອນແນວໃດແດ່ ໂດຍການຮັກສາບັນທຶກສ່ວນຕົວ ແລະ ບັນທຶກຄອບຄົວ? ເຮັດແນວໃດເຮົາຈຶ່ງຈະສາມາດເຮັດໃຫ້ບັນທຶກຂອງເຮົາເຈາະຈົງຢູ່ທີ່ພຣະຄຣິດໄດ້?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.