“ວັນທີ 2–8 ເດືອນມີນາ. 2 ນີໄຟ 31–33: ‘ນີ້ຄືທາງນັ້ນ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີມໍມອນ 2020 (2020)
“ວັນທີ 2–8 ເດືອນມີນາ. 2 ນີໄຟ 31–33,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2020
ວັນທີ 2–8 ເດືອນມີນາ
2 ນີໄຟ 31–33
“ນີ້ຄືທາງນັ້ນ”
ໂຄງຮ່າງນີ້ແນະນຳຫລັກທຳທີ່ທ່ານອາດພົບເຫັນວ່າມີຄວາມໝາຍ ຢູ່ໃນ 2 ນີໄຟ 31–33. ແຕ່ສິ່ງທີ່ສຳຄັນທີ່ສຸດ ທີ່ທ່ານຈະຮຽນຮູ້ຢູ່ໃນການສຶກສາຂອງທ່ານ ຈະມາຈາກການສື່ມຂອງພຣະວິນຍານ. ໃຫ້ສະແຫວງຫາການນຳພານີ້, ແລະ ບັນທຶກການກະຕຸ້ນທີ່ມາເຖິງ.
ບັນທຶກຄວາມປະທັບໃຈຂອງທ່ານ
ໃນບັນດາຖ້ອຍຄຳສຸດທ້າຍທີ່ນີໄຟໄດ້ບັນທຶກ, ເຮົາພົບເຫັນການປະກາດນີ້: “ພຣະຜູ້ເປັນເຈົ້າບັນຊາຂ້າພະເຈົ້າດັ່ງນີ້, ແລະ ຂ້າພະເຈົ້າຕ້ອງເຊື່ອຟັງ” (2 ນີໄຟ 33:15). ສິ່ງນີ້ເບິ່ງຄືວ່າເປັນບົດສະຫລຸບທີ່ເໝາະສົມຂອງຊີວິດຂອງນີໄຟ. ເພິ່ນໄດ້ສະແຫວງຫາທີ່ຈະເຮັດຕາມພຣະຜູ້ເປັນເຈົ້າ ແລະ ພະຍາຍາມເຊື່ອຟັງຢ່າງກ້າຫານ—ບໍ່ວ່າ ນັ້ນໝາຍຄວາມວ່າ ຕ້ອງສ່ຽງຊີວິດຂອງເພິ່ນ ເພື່ອຈະໄດ້ແຜ່ນຈາລຶກທອງເຫລືອງຈາກລາບານ, ການສ້າງເຮືອ ແລະ ການຂ້າມທະເລ, ຫລື ການສິດສອນຄຳສອນຂອງພຣະຄຣິດ ຢ່າງຊື່ສັດ ດ້ວຍຄວາມແຈ່ມແຈ້ງ ແລະ ດ້ວຍອຳນາດກໍຕາມ. ນີໄຟສາມາດກ່າວດ້ວຍຄວາມຈູງໃຈ ເຖິງຄວາມຈຳເປັນຕ້ອງ “ມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ,” ເຖິງການເດີນຕາມ “ທາງຄັບ ແລະ ແຄບນີ້ຊຶ່ງນຳໄປຫາຊີວິດນິລັນດອນ” (2 ນີໄຟ 31:20, 18), ເພາະວ່ານັ້ນຄືທາງທີ່ເພິ່ນໄດ້ເດີນຕາມ. ເພິ່ນໄດ້ຮູ້ຈັກໂດຍປະສົບການວ່າ ທາງນີ້, ເຖິງແມ່ນຕ້ອງໃຊ້ຄວາມພະຍາຍາມຫລາຍເປັນບາງຄັ້ງ, ແຕ່ກໍເປັນໜ້າປິຕິຍິນດີ, ແລະ ວ່າ “ບໍ່ມີທາງ ຫລື ພຣະນາມອື່ນໃດຈະປະທານໃຫ້ພາຍໃຕ້ສະຫວັນອີກເລີຍ ຊຶ່ງໂດຍທາງນັ້ນມະນຸດຈະລອດໄດ້ໃນອານາຈັກຂອງພຣະເຈົ້າ” (2 ນີໄຟ 31:21).
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ພຣະເຢຊູຄຣິດ ແລະ ຄຳສອນຂອງພຣະອົງ ເປັນພຽງທາງດຽວທີ່ພາໄປສູ່ຊີວິດນິລັນດອນ.
ຖ້າຫາກທ່ານຕ້ອງສະຫລຸບເສັ້ນທາງທີ່ພາໄປສູ່ຊີວິດນິລັນດອນ ໃນສອງສາມຄຳ, ທ່ານຈະວ່າແນວໃດ? ດ້ວຍບຸກຄະລິກລັກສະນະທີ່ແຈ່ມແຈ້ງ ແລະ ລຽບງ່າຍຂອງເພິ່ນ, ນີໄຟໄດ້ສະຫລຸບໃນທາງນີ້: ສັດທາໃນພຣະຄຣິດ, ການກັບໃຈ, ການບັບຕິສະມາ, ການຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ການອົດທົນຈົນເຖິງທີ່ສຸດ. ຫລັງຈາກທ່ານສຶກສາຄຳສອນຂອງນີໄຟ ຢູ່ໃນ 2 ນີໄຟ 31–32, ໃຫ້ພິຈາລະນາວິທີທີ່ທ່ານຈະອະທິບາຍມັນໃຫ້ບາງຄົນຟັງ ໃນຄຳຂອງທ່ານເອງ. ໃຫ້ຄິດກ່ຽວກັບວິທີທີ່ການດຳລົງຊີວິດຕາມຄຳສອນໄດ້ເປັນພອນແກ່ທ່ານແນວໃດ. ທ່ານອາດພິຈາລະນາຄຳສອນຂອງນີໄຟ ຢູ່ໃນ 2 ນີໄຟ 31:18–20 ແລະ ປະເມີນຄວາມພະຍາຍາມຂອງທ່ານ ທີ່ຈະ “ມຸ້ງໜ້າ” ໄປໃນເສັ້ນທາງແຫ່ງພຣະກິດຕິຄຸນແນວໃດ.
ເບິ່ງ 3 ນີໄຟ 11:32–39; 27:13–22; D. Todd Christofferson, “The Doctrine of Christ,” Ensign ຫລື Liahona, May 2012, 86–90; Brian K. Ashton, “The Doctrine of Christ,” Ensign ຫລື Liahona, Nov. 2016, 106–9 ນຳອີກ.
ພຣະເຢຊູຄຣິດເປັນຕົວຢ່າງທີ່ດີເລີດ ເຖິງການເຊື່ອຟັງ ເມື່ອພຣະອົງໄດ້ຮັບບັບຕິສະມາ.
ບໍ່ວ່າການບັບຕິສະມາຂອງທ່ານໄດ້ເກີດຂຶ້ນມື້ວານນີ້ ຫລື ເມື່ອ 80 ປີ ກ່ອນກໍຕາມ, ແຕ່ມັນກໍເປັນໂອກາດທີ່ສຳຄັນຫລາຍ—ທ່ານໄດ້ເຂົ້າເຮັດພັນທະສັນຍາຕະຫລອດຊີວິດ ທີ່ຈະຕິດຕາມພຣະເຢຊູຄຣິດ. ໃຫ້ຄິດກ່ຽວກັບການບັບຕິສະມາຂອງທ່ານ ຂະນະທີ່ທ່ານອ່ານກ່ຽວກັບການບັບຕິສະມາຂອງພຣະຜູ້ຊ່ວຍໃຫ້ລອດ ຢູ່ໃນ 2 ນີໄຟ 31:4–13. ເປັນຫຍັງພຣະຜູ້ຊ່ວຍໃຫ້ລອດຈຶ່ງຮັບບັບຕິສະມາ? ແມ່ນຫຍັງຄືເຫດຜົນທີ່ພຣະອົງໄດ້ຮັບບັບຕິສະມາ ທີ່ຄ້າຍຄືກັນກັບເຫດຜົນທີ່ທ່ານໄດ້ຮັບບັບຕິສະມາ? ທ່ານເຮັດຫຍັງໃນມື້ນີ້ ເພື່ອສືບຕໍ່ເຮັດຕາມຕົວຢ່າງຂອງການເຊື່ອຟັງຂອງພຣະຜູ້ຊ່ວຍໃຫ້ລອດ?
ພິທີການສິນລະລຶກເປັນໂອກາດອາທິດລະເທື່ອສຳລັບທ່ານ ເພື່ອສັນຍາຄືນໃໝ່ ທີ່ຈະຕິດຕາມພຣະເຢຊູຄຣິດ. ເທື່ອໜ້າເມື່ອທ່ານຮັບສິນລະລຶກ, ໃຫ້ຄິດທີ່ຈະອ່ານ 2 ນີໄຟ 31:13 ແລະ ໄຕ່ຕອງຄວາມຕັ້ງໃຈຂອງທ່ານ ທີ່ຈະ “ໄປຕາມພຣະບຸດ ດ້ວຍຈຸດປະສົງເຕັມທີ່” ແລະ ຄວາມເຕັມໃຈຂອງທ່ານ ທີ່ຈະ “ຮັບເອົາພຣະນາມຂອງພຣະຄຣິດ.”
ພຣະວິນຍານບໍລິສຸດຈະສະແດງໃຫ້ເຮົາເຫັນສິ່ງທີ່ເຮົາຄວນເຮັດ.
ຖ້າຫາກການບັບຕິສະມາ ແລະ ການຢືນຢັນຄື “ປະຕູທີ່ [ພວກເຮົາ] ຄວນເຂົ້າໄປ” ໃນທາງຄັບ ແລະ ແຄບ (2 ນີໄຟ 31:17), ແລ້ວເຮົາຈະເຮັດຫຍັງ ຕອນເຮົາຢູ່ໃນເສັ້ນທາງ? ນັ້ນຄືສິ່ງທີ່ຜູ້ຄົນຂອງນີໄຟໄດ້ສົງໄສ (ເບິ່ງ 2 ນີໄຟ 32:1). ນີໄຟໄດ້ຕອບແນວໃດ ຢູ່ໃນ 2 ນີໄຟ 31:19–20 ແລະ ບົດທີ 32? ທ່ານພົບເຫັນຄຳຕອບໃດແດ່ສຳລັບຕົວທ່ານເອງ?
ເບິ່ງ David A. Bednar, “Receive the Holy Ghost,” Ensign ຫລື Liahona, Nov. 2010, 94–97; “Holy Ghost,” Gospel Topics, topics.ChurchofJesusChrist.org ນຳອີກ.
ພຣະຄຳພີມໍມອນຊັກຊວນທຸກຄົນໃຫ້ເຊື່ອໃນພຣະຄຣິດ.
ໃນ 2 ນີໄຟ 33, ຂະນະທີ່ນີໄຟໄດ້ສະຫລຸບການຂຽນຂອງເພິ່ນ, ເພິ່ນໄດ້ອະທິບາຍເຫດຜົນວ່າ ເປັນຫຍັງເພິ່ນຈຶ່ງຂຽນມັນຕັ້ງແຕ່ເດີມ. ມີເຫດຜົນຢ່າງໃດແດ່ທີ່ທ່ານພົບເຫັນຢູ່ໃນບົດນີ້? ໃຫ້ຄິດເຖິງສິ່ງທີ່ທ່ານໄດ້ອ່ານມາຈົນເຖິງບັດນີ້ ໃນ 1 ນີໄຟ ແລະ 2 ນີໄຟ ແລະ ໝາຍເຫດທີ່ທ່ານໄດ້ເຮັດໄວ້. ເລື່ອງລາວ ແລະ ຄຳສອນ ບັນລຸຈຸດປະສົງຂອງນີໄຟສຳລັບທ່ານແນວໃດ? ຍົກຕົວຢ່າງ, ມັນຊັກຊວນທ່ານໃຫ້ “ເຊື່ອໃນ [ພຣະຄຣິດ], ແລະ ອົດທົນຈົນເຖິງທີ່ສຸດ” ແນວໃດ? (ຂໍ້ທີ 4). ໃຫ້ຄິດທີ່ຈະບັນທຶກປະສົບການເຫລົ່ານີ້ ຫລື ແບ່ງປັນມັນກັບສະມາຊິກໃນຄອບຄົວ ຫລື ໝູ່ເພື່ອນ.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
ຂະນະທີ່ທ່ານອ່ານພຣະຄຳພີກັບຄອບຄົວຂອງທ່ານ, ພຣະວິນຍານສາມາດຊ່ວຍທ່ານໃຫ້ຮູ້ຈັກວ່າ ຫລັກທຳຂໍ້ໃດທີ່ຄວນເນັ້ນ ແລະ ຄວນສົນທະນາ ເພື່ອສະໜອງຄວາມຕ້ອງການຂອງຄອບຄົວຂອງທ່ານ. ຕໍ່ໄປນີ້ແມ່ນແນວຄິດບາງຢ່າງ.
2 ນີໄຟ 31:5–13
ມີສະມາຊິກຄົນໃດໃນຄອບຄົວກຳລັງຕຽມຮັບບັບຕິສະມາບໍ, ຫລື ໄດ້ຮັບບັບຕິສະມາເມື່ອບໍ່ດົນມານີ້ບໍ? ບາງທີເຂົາເຈົ້າສາມາດບອກເຖິງເຫດຜົນທີ່ເຂົາເຈົ້າໄດ້ຕັດສິນໃຈຮັບບັບຕິສະມາ. ອີງຕາມຄຳສອນຂອງນີໄຟ, ມີເຫດຜົນຢ່າງໃດແດ່ ທີ່ເຮົາຄວນຮັບບັບຕິສະມາ? ມີພອນຢ່າງໃດແດ່ທີ່ເຮົາໄດ້ຮັບ ເມື່ອເຮົາຮັບບັບຕິສະມາ?
2 ນີໄຟ 31:17–21
ທ່ານຈະສາມາດຊ່ວຍຄອບຄົວຂອງທ່ານໃຫ້ເຂົ້າໃຈກ່ຽວກັບການປຽບທຽບຂອງນີໄຟກ່ຽວກັບ “ທາງຄັບ ແລະ ແຄບ” ໄດ້ແນວໃດ? (2 ນີໄຟ 31:18). ຍົກຕົວຢ່າງ, ທ່ານສາມາດຊ່ວຍກັນແຕ້ມຮູບໃບໜຶ່ງ ທີ່ເປັນເສັ້ນທາງ ຕາມທີ່ນີໄຟໄດ້ບັນຍາຍ ຢູ່ໃນ 2 ນີໄຟ 31:17–21, ຕິດປ້າຍຕ່າງໆໃສ່ ອັນທີ່ເຮົາຕ້ອງເຮັດ ເພື່ອຈະໄດ້ເຂົ້າໄປໃນເສັ້ນທາງ ແລະ ເດີນຕໍ່ໄປ. ພຣະຜູ້ຊ່ວຍໃຫ້ລອດຊ່ວຍເຮົາໃຫ້ກ້າວໜ້າຕາມເສັ້ນທາງແນວໃດ?
2 ນີໄຟ 31:20
ຖ້າຫາກທ່ານຢາກຊ່ວຍຄອບຄົວຂອງທ່ານໃຫ້ເຂົ້າໃຈຫລາຍຂຶ້ນ ກ່ຽວກັບວິທີທີ່ຈະອົດທົນຈົນເຖິງທີ່ສຸດ, ໜ້າທີ 6 ຂອງ ຈົ່ງສອນພຣະກິດຕິຄຸນຂອງເຮົາ ກໍມີຄວາມໝາຍທີ່ເປັນປະໂຫຍດ; ແລະ ຂ່າວສານຂອງແອວເດີ ແດວ ຈີ ເຣັນລັນ ກໍຄືກັນ “Latter-day Saints Keep on Trying” (Ensign ຫລື Liahona, May 2015, 56–58).
2 ນີໄຟ 32:8–9
ເພື່ອຊ່ວຍສະມາຊິກໃນຄອບຄົວໃຫ້ເຂົ້າໃຈວ່າ ເຮົາສາມາດ “ອະທິຖານສະເໝີ,” ທ່ານສາມາດຂຽນຫລາຍຢ່າງກ່ຽວກັບສະຖານະການ ຊຶ່ງໃນນັ້ນ ທ່ານສາມາດອະທິຖານ (ຫລື ແຕ້ມຮູບ ເພື່ອເປັນຕົວແທນໃຫ້ແກ່ສະຖານະການເຫລົ່ານັ້ນ). ແລ້ວຄອບຄົວຂອງທ່ານສາມາດຮ້ອງເພງ ທີ່ສິດສອນກ່ຽວກັບການອະທິຖານ, ດັ່ງເຊັ່ນ “ອະທິຖານແລ້ວບໍ່?” (ເພງສວດ ແລະ ເພງຂອງເດັກນ້ອຍ, ເລກທີ 54), ໃຫ້ປ່ຽນບາງຄຳຢູ່ໃນເພງ ດ້ວຍຄຳທີ່ຢູ່ໃນເຈ້ຍ. ພຣະຜູ້ເປັນເຈົ້າປະທານພອນໃຫ້ແກ່ເຮົາແນວໃດ ເມື່ອເຮົາອະທິຖານສະເໝີ?
2 ນີໄຟ 33:1–2
ແມ່ນຫຍັງອາດນຳພາຜູ້ຄົນໄປສູ່ “ໃຈແຂງກະດ້າງຕໍ່ພຣະວິນຍານສັກສິດ”? ເຮົາຈະເຮັດສິ່ງໃດ ເພື່ອໃຫ້ແນ່ໃຈວ່າ ພຣະວິນຍານບໍລິສຸດມີ “ບ່ອນຢູ່ໃນ [ເຮົາ]”?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.