ຈົ່ງ​ຕາມ​ເຮົາ​ມາ
ວັນທີ 16–22 ເດືອນ​ມີນາ. ຢາໂຄບ 5–7: “ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ພວກ​ເຮົາ”


“ວັນທີ 16–22 ເດືອນ​ມີນາ. ຢາໂຄບ 5–7: ‘ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ພວກ​ເຮົາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 16–22 ເດືອນ​ມີນາ. ຢາໂຄບ 5–7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ພວກ​ຜູ້​ຊາຍ​ກຳ​ລັງ​ເຮັດ​ວຽກ​ຢູ່​ໃນ​ສວນ​ໝາກ​ກອກ

Allegory of the Olive Tree [ຄຳ​ປຽບ​ທຽບ​ກ່ຽວ​ກັບ​ຕົ້ນ​ໝາກ​ກອກ], ແບຼດ ເທຍ

ວັນທີ 16–22 ເດືອນ​ມີນາ

ຢາໂຄບ 5–7

ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ພວກ​ເຮົາ

ການ​ອ່ານ​ພຣະ​ຄຳ​ພີ​ເຊື້ອ​ເຊີນ​ການ​ເປີດ​ເຜີຍ. ດັ່ງ​ນັ້ນ ຂະ​ນະ​ທີ່​ທ່ານ​ອ່ານ ຢາໂຄບ 5–7, ໃຫ້​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ ເພື່ອ​ຊ່ວຍ​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ. ຂ່າວ​ສານ​ໃດ​ແດ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ສຳ​ລັບ​ທ່ານ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ມີ​ຫລາຍໆ​ຄົນ​ທີ່​ຍັງ​ບໍ່​ເຄີຍ​ໄດ້​ຍິນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເທື່ອ. ຖ້າ​ຫາກ​ທ່ານ​ຮູ້​ສຶກໜັກ​ໜ່ວງ​ກັບ​ພາ​ລະ​ເລື່ອງ​ການ​ເຕົ້າ​ໂຮມ​ເຂົາ​ເຈົ້າ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຄຳ​ປຽບ​ທຽບ​ກ່ຽວ​ກັບ​ຕົ້ນ​ໝາກ​ກອກ​ຢູ່​ໃນ ຢາໂຄບ 5 ມີ​ຄຳ​ເຕືອນ​ທີ່​ໃຫ້​ຄວາມ​ໝັ້ນ​ໃຈ ທີ່​ວ່າ: ສວນ​ອະ​ງຸ່ນ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ໄດ້​ມອບ​ສວນ​ຕອນ​ນ້ອຍ​ໃຫ້​ເຮົາ​ແຕ່​ລະ​ຄົນ ເພື່ອ​ຊ່ວຍ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ—ຄອບ​ຄົວ​ຂອງ​ເຮົາ, ໝູ່​ເພື່ອນ​ຂອງ​ເຮົາ, ຂອບ​ເຂດ​ອິດ​ທິ​ພົນ​ຂອງ​ເຮົາ. ແລະ ບາງ​ເທື່ອ​ຄົນ​ທຳ​ອິດ​ທີ່​ເຮົາ​ຊ່ວຍ​ເຕົ້າ​ໂຮມ ແມ່ນ​ຕົວ​ເຮົາ​ເອງ. ແຕ່​ເຮົາ​ບໍ່​ເຄີຍ​ຢູ່​ຄົນ​ດຽວ​ໃນ​ວຽກ​ງານນີ້, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ສວນ​ອະ​ງຸ່ນ​ໄດ້​ທຳ​ງານ​ຄຽງ​ຂ້າງ​ຄົນ​ໃຊ້​ຂອງ​ພຣະ​ອົງ (ເບິ່ງ ຢາໂຄບ 5:72). ພຣະ​ເຈົ້າ​ຮູ້ຈັກ ແລະ ຮັກລູກໆ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ຕຽມ​ທາງ​ສຳ​ລັບ​ເຂົາ​ເຈົ້າ​ແຕ່​ລະ​ຄົນ ເພື່ອ​ຈະ​ໄດ້​ຍິນ​ພຣະ​ກິດ​ຕິ​ຄຸນ, ແມ່ນ​ແຕ່​ຜູ້​ທີ່​ປະ​ຕິ​ເສດ​ພຣະ​ອົງ ໃນ​ອະ​ດີດ (ເບິ່ງ ຢາໂຄບ 4:15–18). ແລະ ແລ້ວ, ເມື່ອ​ວຽກ​ງານ​ສຳ​ເລັດ​ແລ້ວ, ທຸກ​ຄົນ​ທີ່​ໄດ້ “ອອກ​ແຮງ​ງານ​ຢ່າງ​ພາກ​ພຽນ​ກັບ [ພຣະ​ອົງ] … ຈະ​ມີ​ຄວາມ​ສຸກ​ກັບ [ພຣະ​ອົງ] ເພາະ​ໝາກ​ໄມ້​ໃນ​ສວນ​ອະ​ງຸ່ນ [ຂອງ​ພຣະ​ອົງ]” (ຢາໂຄບ 5:75).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຢາໂຄບ 5–6

ຄຳ​ປຽບ​ທຽບ​ຄື​ຫຍັງ?

ຄຳ​ປຽບ​ທຽບ​ຄືເລື່ອງ​ເລົ່າ​ທີ່​ສິດ​ສອນ​ຄວາມ​ຈິງ​ທາງວິນ​ຍານ ຜ່ານ​ທາງ​ສັນ​ຍາ​ລັກ. ຢູ່​ໃນ​ຄຳ​ປຽບ​ທຽບ​ເລື່ອງ​ຕົ້ນ​ໝາກກອກ, ຍົກ​ຕົວ​ຢ່າງ, ສວນ​ອະ​ງຸ່ນ​ເປັນ​ຕົວ​ແທນ​ໃຫ້​ແກ່​ແຜ່ນ​ດິນ​ໂລກ, ຕົ້ນ​ໝາກກອກ​ເທດ​ເປັນ​ຕົວ​ແທນ​ໃຫ້​ແກ່ອິດ​ສະ​ຣາ​ເອນ (ຜູ້​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ), ແລະ ຕົ້ນ​ໝາກກອກ​ປ່າ ເປັນ​ຕົວ​ແທນ​ໃຫ້​ແກ່ປະ​ຊາ​ຊາດ​ຂອງ​ຄົນ​ຕ່າງ​ຊາດ (ຜູ້​ທີ່​ຍັງ​ບໍ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ​ເທື່ອ).

ຂະ​ນະ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ຄຳ​ປຽບ​ທຽບ ຢູ່​ໃນ ຢາໂຄບ 5, ໃຫ້ຊອກ​ຫາ​ສັນ​ຍາ​ລັກ​ເພີ່ມ​ເຕີມ ແລະ ໃຫ້​ໄຕ່​ຕອງຄວາມ​ໝາຍ​ຂອງ​ມັນ. ຍົກ​ຕົວ​ຢ່າງ, ທ່ານ​ຄິດ​ວ່າໝາກ​ດີເປັນ​ຕົວ​ແທນ​ໃຫ້​ສິ່ງ​ໃດ? ​ໝາກບໍ່​ດີ​ສາ​ມາດ​ເປັນ​ເຄື່ອງ​ໝາຍ​ໃຫ້​ສິ່ງ​ໃດ?

ຢາໂຄບ 5; 6:3–5

ພຣະ​ເຢ​ຊູ​ຄຣິດຄື​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ສວນ​ອະ​ງຸ່ນ.

ກ່ອນ​ທ່ານ​ເລີ່ມ​ຕົ້ນ​ສຶກ​ສາ​ຄຳ​ປຽບ​ທຽບ​ຂອງ​ຕົ້ນ​ໝາກກອກ ຢູ່​ໃນ ຢາໂຄບ 5, ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ທົບ​ທວນ ຢາໂຄບ 4:10–18 ເພື່ອ​ຮຽນ​ຮູ້​ເຖິງ​ເຫດ​ຜົນ​ທີ່​ຢາໂຄບ​ຮູ້​ສຶກ​ດົນ​ໃຈ ໃຫ້​ແບ່ງ​ປັນ​ຄຳ​ປຽບ​ທຽບ​ນີ້​ກັບ​ຜູ້​ຄົນ​ຂອງ​ເພິ່ນ. ໃນ ຢາໂຄບ 6:3–5, ທ່ານ​ສາ​ມາດ​ພົບ​ເຫັນ​ຂ່າວ​ສານ​ເພີ່ມ​ເຕີມ​ບາງ​ຢ່າງ ທີ່​ຢາໂຄບ​ຢາກ​ເນັ້ນ; ໃຫ້ຊອກ​ຫາ​ຂ່າວ​ສານ​ເຫລົ່າ​ນີ້​ຢູ່​ໃນ​ຄຳ​ປຽບ​ທຽບ. ຂ່າວ​ສານ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ສຳ​ລັບ​ຕົວ​ທ່ານ​ເອງ ຢູ່​ໃນ ຢາໂຄບ 5?

ຢາໂຄບ 5 ເປັນ​ບົດ​ທີ່​ຍາວ—ຍາວກວ່າ​ບົດ​ອື່ນໆ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ບາງ​ທີ​ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ແຍກ​ມັນ​ເປັນ​ພາກ​ຕ່າງໆ​ດັ່ງ​ຕໍ່​ໄປ​ນີ້, ຊຶ່ງ​ບັນ​ຍາຍ​ເຖິງ​ໄລ​ຍະປະ​ຫວັດ​ສາດ​ຂອງ​ໂລກ ດັ່ງ​ນີ້:

ຂໍ້ທີ 3–14.ຊາວ​ອິດ​ສະ​ຣາ​ເອນ​ທີ່​ກະ​ຈັດ​ກະ​ຈາຍ​ໄປ​ກ່ອນ​ວັນ​ເວ​ລາ​ຂອງ​ພຣະ​ຄຣິດ

ຂໍ້ທີ 15–28.ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຄຣິດ ແລະ ອັກ​ຄະ​ສາ​ວົກ

ຂໍ້ທີ 29–49.ການ​ປະ​ຖິ້ມ​ຄວາມ​ເຊື່ອ​ຄັ້ງ​ຍິ່ງ​ໃຫຍ່

ຂໍ້ທີ 50–76.ການ​ເຕົ້າ​ໂຮມຊາວ​ອິດ​ສະ​ຣາ​ເອນ​ຢູ່​ໃນ​ຍຸກ​ສຸດ​ທ້າຍ

ຂໍ້ທີ 76–77.ຊ່ວງ​ໄລ​ຍະໜຶ່ງ​ພັນ​ປີ ແລະ ທີ່​ສຸດ​ຂອງ​ໂລກ

ສຳ​ລັບ​ຄວາມ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ຄຳ​ປຽບ​ທຽບ, ໃຫ້​ເບິ່ງ​ແຜນ​ພາບ​ທີ່​ຢູ່​ໃນ​ໂຄງ​ຮ່າງນີ້.

ຮູບ​ພາບ
ຄູ່​ອາ​ວຸ​ໂສ​ຢູ່​​ຕໍ່​ໜ້າຄອມ​ພິວ​ເຕີ​ກັບ​ຄົນ​ອື່ນໆ

ເຮົາ​ທຸກ​ຄົນ​ສາ​ມາດ​ຮັບ​ໃຊ້​ພຣະ​ເຈົ້າ ໂດຍ​ການ​ຊ່ວຍ​ພຣະ​ອົງ​ເຕົ້າ​ໂຮມ​ລູກໆ​ຂອງ​ພຣະ​ອົງ.

ຢາໂຄບ 5:61–75

ພຣະ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້​ຊ່ວຍ​ພຣະ​ອົງ​ເຕົ້າ​ໂຮມ​ລູກໆ​ຂອງ​ພຣະ​ອົງ.

“ຄົນ​ໃຊ້​ຜູ້​ອື່ນ” (ຢາໂຄບ 5:70) ທີ່​ຖືກ​ເອີ້ນ​ໃຫ້​ທຳ​ງານ​ຢູ່​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຮ່ວມ​ດ້ວຍ​ຜູ້​ຄົນ​ທີ່​ຄື​ທ່ານ—ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຮົາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ທີ່​ຈະ​ຊ່ວຍ​ພຣະ​ເຈົ້າ​ເຕົ້າ​ໂຮມ​ລູກໆ​ຂອງ​ພຣະ​ອົງ. ຫລັກ​ທຳ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ ຢູ່​ໃນ ຢາໂຄບ 5, ໂດຍ​ສະ​ເພາະ ຂໍ້ທີ 61–62 ແລະ 70–75, ກ່ຽວ​ກັບ​ການ​ທຳ​ງານ​ຢູ່​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ທ່ານ​ຮູ້​ສຶກ​ແນວ​ໃດ​ວ່າ ພຣະ​ອົງ​ໄດ້​ເອີ້ນ​ທ່ານ​ໃຫ້​ຮັບ​ໃຊ້ ຢູ່​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ອົງ? ທ່ານ​ມີປະ​ສົບ​ການ​ໃດ​ແດ່ ຂະ​ນະ​ທີ່​ມີ​ສ່ວນ​ຮ່ວມ​ຢູ່​ໃນ​ວຽກ​ງານ​ຂອງ​ພຣະ​ອົງ?

ເບິ່ງ ວິ​ດີ​ໂອ “Old Testament Olive Vineyard,” “Help the Church Grow” (ChurchofJesusChrist.org) ນຳ​ອີກ.

ຢາໂຄບ 7:1–23

ເຮົາ​ສາ​ມາດ​ຢືນ​ຢູ່​ຢ່າງ​ເຂັ້ມ​ແຂງ ເມື່ອ​ຄົນ​ອື່ນ​ທ້າ​ທາຍສັດ​ທາ​ຂອງ​ເຮົາ.

ປະ​ສົບ​ການ​ຂອງ​ຊາວ​ນີ​ໄຟ​ນຳ​ເຊ​ເຣັມ ມັກ​ຈະລຶ້ມ​ຄືນ​ໃນ​ທຸກວັນ​ນີ້: ມັນ​ຈະ​ມີ​ຜູ້​ຄົນ​ທີ່​ມີ​ຄວາມ​ຮູ້, ເວົ້າ​ຈາ​ດີ ທີ່​ພະ​ຍາ​ຍາມ​ທຳ​ລາຍ​ສັດ​ທາ​ຂອງ​ທ່ານ. ແຕ່ຢາໂຄບ “ຈະ​ຫວັ່ນ​ໄຫວບໍ່​ໄດ້” (ຢາໂຄບ 7:5). ຢາໂຄບຕອບ​ຮັບ​ແນວ​ໃດ ເມື່ອ​ສັດ​ທາ​ຂອງ​ເພິ່ນ​ຖືກ​ໂຈມ​ຕີ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ຕອບ​ຮັບ​ຂອງ​ເພິ່ນ? ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ໃນ​ເວ​ລານີ້ ເພື່ອ​ກະ​ກຽມ​ສຳ​ລັບ​ເວ​ລາ​ທີ່​ສັດ​ທາ​ຂອງ​ທ່ານ​ຈະ​ຖືກ​ທ້າ​ທາຍ?

ເບິ່ງ Jeffrey R. Holland, “The Cost—and Blessings—of Discipleship,” Ensign ຫລື Liahona, May 2014, 6–9 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ຢາໂຄບ 5

ບາງ​ຄອບ​ຄົວ​ພົບ​ເຫັນ​ວ່າ ມັນ​ເປັນ​ປະ​ໂຫຍດ​ທີ່​ຈະ​ແຕ້ມ​ຮູບ​ຈາກ​ຄຳ​ປຽບ​ທຽບ​ກ່ຽວ​ກັບ​ຕົ້ນ​ໝາກກອກ ຂະ​ນະ​ທີ່​ເຂົາ​ເຈົ້າ​ອ່ານມັນ. ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ເຮັດ​ແນວນັ້ນ, ຫລື ອາດ​ມີ​ວິ​ທີ​ອື່ນ​ອີກ ທີ່​ທ່ານ​ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ເຫັນ​ພາບສັນ​ຍາ​ລັກ​ຢູ່​ໃນ​ຄຳ​ປຽບ​ທຽບ​ນັ້ນ. ບາງ​ທີ​ທ່ານ​ສາ​ມາດ​ໝາຍ​ບາງ​ສ່ວນ​ຢູ່​ໜ້າ​ໂຕະ ຫລື ຢູ່​ພື້ນ ເພື່ອ​ເປັນ​ຕົວ​ແທນ​ໃຫ້​ແກ່​ສວນ​ອະ​ງຸ່ນ (ຫລື ແຜ່ນ​ດິນ​ໂລກ) ແລະ ອະ​ທິ​ບາຍ​ກ່ຽວ​ກັບ​ຕົ້ນ​ໝາກກອກ​ເທດ (ຫລື ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ) ດ້ວຍ​ສິ່ງ​ຂອງ, ດັ່ງ​ເຊັ່ນ ຮູບປິດ​ສະ​ໜາ, ທີ່​ສາ​ມາດ​ແຍກ​ອອກ​ເປັນຕ່ອນໆ (ເພື່ອເປັນ​ຕົວ​ແທນ​ໃຫ້​ແກ່​ຊາວ​ອິດ​ສະ​ຣາ​ເອນ​ທີ່​ກະ​ຈັດ​ກະ​ຈາຍ) ແລະ ແລ້ວ​ໃຫ້​ຮວບ​ຮວມທຸກ​ຕ່ອນ​ເຂົ້າ​ກັນ (ເພື່ອ​ເປັນ​ຕົວ​ແທນ​ໃຫ້​ແກ່​ການ​ເຕົ້າ​ໂຮມ​ຊາວ​ອິດ​ສະ​ຣາ​ເອນ). ຄຳ​ປຽບ​ທຽບ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ? ກ່ຽວ​ກັບ​ຄົນ​ໃຊ້​ຂອງ​ພຣະ​ອົງ?

ຢາໂຄບ 5:70–77

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທຳ​ງານ​ຢູ່​ໃນ​ສວນ​ອະ​ງຸ່ນ​ຂອງ​ພຣະ​ອົງ​ເປັນ “ເທື່ອ​ສຸດ​ທ້າຍ,” ແມ່ນ​ຫຍັງ​ທີ່​ດົນ​ໃຈ​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ “ດ້ວຍ​ກຳ​ລັງ​ຂອງ​ພວກ​ເຈົ້າ”? (ຢາໂຄບ 5:71). ທ່ານ​ສາ​ມາດ​​ເຊື້ອ​ເຊີນສະ​ມາ​ຊິກ​ໃນ​ຄອບ​ຄົວ ໃຫ້​ດັດ​ແປງ ຂໍ້ທີ 75 ໃສ່​ກັບ​ຕົວ​ເອງ ໂດຍ​ການ​ຕື່ມ​ຊື່​ຂອງ​ເຂົາ​ເຈົ້າ​ໃສ່​ໃນຂໍ້​ນີ້—ຍົກ​ຕົວ​ຢ່າງ, “[ຊື່] ຈະ​ມີ​ຄວາມ​ສຸກ​ກັບ​ເຮົາ.” ບາງ​ທີ​ເຂົາ​ເຈົ້າ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ ຊຶ່ງ​ໃນ​ນັ້ນ​ເຂົາ​ເຈົ້າ​ຮູ້​ສຶກ​ມີ​ຄວາມ​ສຸກ ຂະ​ນະ​ທີ່​ຮັບ​ໃຊ້​ພຣະ​ຜູ້​ເປັນເຈົ້າ​ຂອງ​ສວນ​ອະ​ງຸ່ນ, ຍົກ​ຕົວ​ຢ່າງ ຜ່ານ​ທາງ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ, ການ​ຮັບ​ໃຊ້​ຢູ່​ໃນ​ພຣະ​ວິ​ຫານ, ຫລື ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. (ເບິ່ງ M. Russell Ballard, “Put Your Trust in the Lord,” Ensign ຫລື Liahona, Nov. 2013, 43–45.)

ຢາໂຄບ 6:4–7

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເດ່ພຣະ​ຫັດ​ທີ່​ເມດ​ຕາ​ຂອງ​ພ​ຣະ​ອົງ​ມາ​ຫາ​ເຮົາ​ໃນ​ວິ​ທີ​ໃດ? ຄຳ​ວ່າ “ໃກ້​ຊິດ​ຕິດ​ແທດ” ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ໝາຍ​ຄວາມ​ວ່າ​ແນວ​ໃດ? ພຣະ​ຜູ້​ເປັນ​ເຈົ້າ​ໃກ້​ຊິດ​ຕິດ​ແທດ​ກັບ​ເຮົາ​ແນວ​ໃດ? ເຮົາ​ຈະ​ສາ​ມາດ​ໃກ້​ຊິດຕິດ​ແທດ​ກັບພຣະ​ອົງ​ໄດ້​ແນວ​ໃດ?

ຢາໂຄບ 7:1–12

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້ ກ່ຽວ​ກັບ​ວິ​ທີ​ທີ່​ຜູ້​ຄົນ​ພະ​ຍາ​ຍາມ​ທີ່​ຈະ​ນຳ​ພາ​ຄົນ​ອື່ນ​ໃຫ້​ຫລົງ​ທາງ? ເຮົາ​ຈະ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ຢາໂຄບ ແລະ ໝັ້ນ​ຄົງ​ໃນ​ສັດ​ທາ​ຂອງ​ເຮົາ ໃນ​ພຣະ​ຄຣິດ​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ທ່ອງ​ຈຳ​ຂໍ້​ພຣະ​ຄຳ​ພີ. ໃຫ້​ເລືອກ​ເອົາ​ຂໍ້​ພຣະ​ຄຳ​ພີ​ທີ່​ມີ​ຄວາມ​ໝາຍ​ຕໍ່​ຄອບ​ຄົວ​ຂອງ​ທ່ານ​ໂດຍ​ສະ​ເພາະ, ແລະ ໃຫ້​ທ່ອງ​ຈຳ​ມັນ​ນຳ​ກັນ. ແອວເດີ ຣິ​ເຈີດ ຈີ ສະ​ກາດ ໄດ້​ສິດສອນ​ວ່າ, “ຂໍ້​ພຣະ​ຄຳ​ພີ​ໃດ​ທີ່​ເຮົາທ່ອງ​ຈຳ ຈະ​ກາຍ​ເປັນ​ເພື່ອນ​ທີ່​ຍືນ​ຍົງ ຊຶ່ງ​ບໍ່​ອ່ອນ​ແອ​ເມື່ອ​ເວ​ລາ​ຜ່ານ​ໄປ” (“The Power of Scripture,” Ensign ຫລື Liahona, Nov. 2011, 6).

ພິມ