ຈົ່ງ​ຕາມ​ເຮົາ​ມາ
ວັນທີ 9–15 ເດືອນ​ມີນາ. ຢາໂຄບ 1–4: “ຈົ່ງ​ຄືນ​ດີ​ກັບ​ພຣະ​ເຈົ້າ​​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ”


“ວັນທີ 9–15 ເດືອນ​ມີນາ. ຢາໂຄບ 1–4: ‘ຈົ່ງ​ຄືນ​ດີ​ກັບ​ພຣະ​ເຈົ້າ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 9–15 ເດືອນ​ມີນາ. ຢາໂຄບ 1–4,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ຜູ້​ຍິງ​ຄຸ​ເຂົ່າ​ຢູ່​ທີ່​ພຣະ​ບາດ​ຂອງ​ພຣະ​ເຢ​ຊູ

Forgiven [ຖືກ​ໃຫ້​ອະ​ໄພ], ໂດຍ ກະເຣກ ເຄ ອໍສັນ

ວັນທີ 9–15 ເດືອນ​ມີນາ

ຢາໂຄບ 1–4

ຈົ່ງ​ຄືນ​ດີ​ກັບ​ພຣະ​ເຈົ້າທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ

ເມື່ອ​ທ່ານ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທາງວິນ​ຍານ, ທ່ານ​ກໍ​ສະ​ແດງວ່າ ທ່ານ​ຢາກ​ໃຫ້​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສິດ​ສອນ​ທ່ານ. ຂະ​ນະ​ທີ່​ທ່ານ​ອ່ານ ຢາໂຄບ 1–4, ໃຫ້ຄິດ​ທີ່​ຈະ​ຂຽນ​ສິ່ງ​ທີ່​ທ່ານ​ໄດ້​ຮຽນຮູ້​ໄວ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຊາວ​ນີ​ໄຟນັບ​ຖື​ວ່າ ນີ​ໄຟ​ເປັນ “ຜູ້​ປົກ​ປັກ​ຮັກ​ສາ​ທີ່​ຍິ່ງ​ໃຫຍ່” ຂອງພວກ​ເຂົາ (ຢາໂຄບ 1:10). ເພິ່ນ​ໄດ້​ປົກ​ປ້ອງ​ພວກ​ເຂົາ​ຈາກ​ການ​ໂຈມ​ຕີ​ຂອງ​ສັດ​ຕູ, ແລະ ເພິ່ນ​ໄດ້​ເຕືອນ​ພວກ​ເຂົາ​ກ່ຽວ​ກັບ​ໄພ​ອັນ​ຕະ​ລາຍ​ທາງວິນ​ຍານ. ບັດ​ນີ້​ເພິ່ນ​ໄດ້​ຈາກ​ໄປ​ແລ້ວ, ແລະ ໜ້າ​ທີ່​ຂອງ​ການ​ເປັນ​ຜູ້​ນຳ​ຊາວ​ນີ​ໄຟ ກໍ​ຕົກ​ຢູ່​ທີ່ຢາໂຄບ, ຜູ້​ທີ່​ນີ​ໄຟ​ໄດ້​ອຸ​ທິດ​ຖວາຍ​ໃຫ້​ເປັນ​ປະ​ໂລ​ຫິດ ແລະ ສິດສອນ​ຜູ້​ຄົນ (ເບິ່ງ ຢາໂຄບ 1:18). ໂດຍ​ໄດ້​ຮັບ​ການ​ດົນ​ໃຈ, ຢາໂຄບຮູ້​ຈັກ​ວ່າ ຜູ້​ຄົນ​ຂອງ​ເພິ່ນ​ຕ້ອງໄດ້​ຮັບ​ການສິດ​ສອນ​ຢ່າງ “ຮຸນ​ແຮງ,” ເພາະ​ພວກ​ເຂົາ “ເລີ່ມ​ຕົ້ນ​ອອກ​ແຮງ​ງານ​ໃນ​ບາບ” (ຢາໂຄບ 2:7, 5). ບາບ​ເຫລົ່າ​ນີ້ ຄື​ກັນ​ກັບ​ສິ່ງ​ທີ່​ຜູ້​ຄົນດີ້ນ​ລົນ​ຢູ່​ທຸກວັນ​ນີ້: ການ​ໄຝ່​ຝັນ​ຫາ​ຄວາມ​ຮັ່ງ​ມີ ແລະ ການ​ຂາດ​ສິນ​ທຳ​ທາງ​ເພດ. ແລະ ເຖິງ​ແມ່ນຢາໂຄບຮູ້​ສຶກວ່າ ເພິ່ນ​ຕ້ອງ​ໄດ້​ກ່າວ​ໂທດ​ຄົນ​ຊົ່ວ​ຮ້າຍ​ເຫລົ່າ​ນີ້, ແຕ່​ຫົວ​ໃຈ​ຂອງ​ເພິ່ນ​ເຈັບ​ປວດ​ສຳ​ລັບ​ຜູ້​ຮັບ​ເຄາະ, ຜູ້​ຫົວ​ໃຈ “ຖືກ​ສຽບ​ແທງ​ເປັນ​ແຜ​ເລິກ” (ຢາໂຄບ 2:35). ຢາໂຄບ​ໄດ້​ເປັນ​ພະ​ຍານ​ວ່າ ການ​ປິ່ນ​ປົວ​ທັງ​ສອງ​ກຸ່ມ—ຄົນ​ບາບ ແລະ ຜູ້ເປັນ​ແຜ​ທາງວິນ​ຍານ—ມາ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ. ຂ່າວ​ສານ​ຂອງຢາໂຄບ, ເຊັ່ນ​ດຽວ​ກັບ​ຂ່າວ​ສານ​ຂອງ​ນີ​ໄຟກ່ອນ​ເພິ່ນ, ເປັນ​ການ​ເອີ້ນ​ໃຫ້ “ຄືນ​ດີ​ກັບ [ພຣະ​ເຈົ້າ] ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ” (ຢາໂຄບ 4:11).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຢາໂຄບ 1:6–8, 15–19; 2:1–11

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ຂະ​ຫຍາຍ​ການ​ເອີ້ນ​ຂອງ​ເຮົາ.

ສຳ​ລັບ​ຢາໂຄບ​ແລ້ວ, ​ການ​ສິດ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແມ່ນ​ຫລາຍກວ່າ ການມອບ​ໝາຍ​ຈາກ​ອ້າຍ​ຂອງ​ເພິ່ນ​ເທົ່ານັ້ນ—ມັນ​ແມ່ນ “ວຽກ​ງານ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ,” ສະ​ນັ້ນ ເພິ່ນ​ຈຶ່ງ​ໄດ້​ທຳ​ງານ​ຢ່າງ​ພາກ​ພຽນ ເພື່ອ “ຂະ​ຫຍາຍ​ໜ້າ​ທີ່ [ຂອງ​ເພິ່ນ]” (ຢາໂຄບ 1:17, 19). ປະ​ທານກໍດອນ ບີ ຮິງລີ ໄດ້​ສິດ​ສອນ​ວ່າ ເຮົາ​ຂະ​ຫຍາຍ​ການ​ເອີ້ນ​ຂອງ​ເຮົາ “ເມື່ອ​ເຮົາ​ຮັບ​ໃຊ້​ດ້ວຍ​ຄວາມ​ພາກ​ພຽນ, ເມື່ອ​ເຮົາ​ສິດ​ສອນ​ດ້ວຍ​ສັດ​ທາ ແລະ ປະ​ຈັກ​ພະ​ຍານ, ເມື່ອ​ເຮົາ​ເຊີດ​ຊູ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ເສີມ​ສ້າງຄວາມ​ເຊື່ອ​ໝັ້ນ​ຂອງ​ຄວາມ​ຊອບ​ທຳ ໃນ​ຊີ​ວິດ​ຂອງ​ຜູ້​ຄົນ​ທີ່​ເຮົາ​ສຳ​ພັດ” (“Magnify Your Calling,” Ensign, May 1989, 47). ໃຫ້​ຄິດ​ກ່ຽວ​ກັບ “[ວຽກ​ງານ ຂອງ​ທ່ານ​ເອງ] ຈາກ​ພຣະ​ຜູ້​ເປັນ​ເຈົ້າ” ຂະ​ນະ​ທີ່​ທ່ານ​ອ່ານ ຢາໂຄບ 1:6–8, 15–19 ແລະ 2:1–11. ເປັນ​ຫຍັງ​ຢາໂຄບ​ຈຶ່ງ​ຮັບ​ໃຊ້​ຢ່າງ​ຊື່​ສັດ? ຕົວ​ຢ່າງ​ຂອງ​ເພິ່ນ​ດົນ​ໃຈ​ໃຫ້​ທ່ານ​ເຮັດ​ຫຍັງ​ແດ່ ເພື່ອ​ຈະ​ໄດ້​ຂະ​ຫຍາຍ​ການ​ເອີ້ນ​ຂອງ​ທ່ານ​ຢູ່​ໃນ​ສາດ​ສະ​ໜາ​ຈັກ ແລະ ໜ້າ​ທີ່ຮັບ​ຜິດ​​ຊອບ​ຂອງ​ທ່ານ​ຢູ່​ທີ່​ບ້ານ?

ຢາໂຄບ 2:23–3:12

ພຣະ​ຜູ້​ເປັນ​ເຈົ້າ​ເບີກ​ບານ​ໃນພົມ​ມະ​ຈັນ.

ບາບ​ມີ​ຜົນ​ສະ​ທ້ອນ​ສຳ​ລັບ​ບຸກ​ຄົນ ແລະ ສຳ​ລັບ​ສັງ​ຄົມ. ໃນ​ການ​ກ່າວ​ກ່ຽວ​ກັບ​ບາບ​ທາງ​ເພດ, ຢາໂຄບໄດ້​ເຕືອນ​ເຖິງ​ຜົນ​ສະ​ທ້ອນ​ທັງ​ສອງແບບ. ເມື່ອ​ທ່ານ​ອ່ານ ຢາໂຄບ 2:31–35 ແລະ 3:10, ໃຫ້​ຊອກ​ຫາ​ວິ​ທີ​ທີ່​ການ​ຂາດ​ສິນ​ທຳມີ​ຜົນ​ກະ​ທົບ​ຕໍ່​ຊາວ​ນີ​ໄຟເປັນກຸ່ມ​ໃຫຍ່ ແລະ ເປັນ​ສ່ວນ​ບຸກ​ຄົນ​ແນວ​ໃດ. ວິ​ທີ​ເຫລົ່າ​ນີ້ຄ້າຍ​ຄື​ກັນ​ແນວ​ໃດ ກັບ​ຜົນ​ສະ​ທ້ອນຂອງການ​ຂາດ​ສິນ​ທຳ ທີ່​ທ່ານ​ເຫັນ​ໃນ​ໂລກ​ທຸກວັນ​ນີ້? ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຖ້ອຍ​ຄຳ​ຂອງ​ຢາໂຄບ ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ສິດ​ສອນ​ຄົນ​ທີ່​ທ່ານ​ຮັກ ເຖິງ​ຄວາມ​ສຳ​ຄັນ​ຂອງ​ພົມ​ມະ​ຈັນ? ທ່ານ​ໄດ້​ຮັບ​ພອນ​ແນວ​ໃດ ໂດຍ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ທີ່​ຈະ​ເປັນ​ຄົນ​ບໍ​ລິ​ສຸດ?

ໃຫ້​ສັງ​ເກດ​ເຫັນວ່າ ຢາໂຄບ​ກໍ​ໄດ້​ກ່າວ​ເຖິງ​ການ​ມີ​ເມຍ​ຫລາຍ​ຄົນ. ທ່ານ​ພົບ​ເຫັນ​ຫຍັງ​ແດ່ ຢູ່​ໃນ ຢາໂຄບ 2:23–30 ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈວ່າ ໃນ​ກໍ​ລະ​ນີ​ຈຳ​ກັດ, ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງບັນ​ຊາ​ຜູ້​ຄົນ​ຂອງ​ພຣະ​ອົງ​ໃຫ້​ແຕ່ງ​ເມຍ​ຫລາຍ​ຄົນ? ພຣະ​ອົງ​ຮູ້​ສຶກ​ແນວ​ໃດກ່ຽວກັບ​ຜູ້​ທີ່​ເຮັດ​ແນວນີ້ ປາດ​ສະ​ຈາກ​ການ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ພຣະ​ອົງ?

ຢາໂຄບ 4

ເຮົາ​ສາ​ມາດ​ຄືນ​ດີ​ກັບ​ພຣະ​ເຈົ້າ ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຢາໂຄບໄດ້​ອ້ອນວອນ​ຜູ້​ຄົນ​ຂອງ​ເພິ່ນ ໃຫ້ “ຄືນ​ດີ​ກັບ [ພຣະ​ເຈົ້າ] ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ” (ຢາໂຄບ 4:11). ທ່ານ​ຄິດ​ວ່າ ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ມັນ​ຊິ​ຊ່ວຍ​ໄດ້​ຢູ່​ບໍ ຖ້າ​ຫາກ​ທ່ານ​ເປີດ​ເບິ່ງ​ຄຳ​ວ່າ ຄືນ​ດີ ຢູ່ໃນ ວັດ​ຈະ​ນະ​ນຸ​ກົມ? ບາງ​ທີ​ທ່ານ​ສາ​ມາດ​ພົບ​ເຫັນ​ຖ້ອຍ​ຄຳ ຫລື ສຳ​ນວນ​ຢູ່​ໃນ​ບົດ​ນີ້ ທີ່​ໃຫ້​ຄຳ​ແນະ​ນຳ​ແກ່​ທ່ານ ເຖິງວິ​ທີ​ທີ່​ຈະ​ມາ​ຫາ​ພຣະ​ຄຣິດ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ຄືນ​ດີ​ກັບ​ພຣະ​ເຈົ້າ. ຍົກ​ຕົວ​ຢ່າງ, ຢາໂຄບ​ໄດ້​ສິດ​ສອນ​ວ່າ ກົດ​ຂອງ​ໂມ​ເຊ​ໄດ້​ຖືກມອບ​ໃຫ້ ເພື່ອ​ຊີ້ບອກ​ຜູ້​ຄົນໃຫ້​ໄປ​ຫາພຣະ​ເຢ​ຊູ​ຄຣິດ (ເບິ່ງ ຢາໂຄບ 4:5). ພຣະ​ເຈົ້າ​ໄດ້​ຈັດ​ຕຽມ​ຫຍັງ​ແດ່ ເພື່ອ​ຊີ້ບອກ​ທ່ານ​ໃຫ້​ໄປ​ຫາ​ພຣະ​ຄຣິດ? ທ່ານ​ໃຊ້​ສິ່ງ​ເຫລົ່າ​ນີ້ ເພື່ອ​ຈະ​ໄດ້​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ຂຶ້ນ​ແນວ​ໃດ?

ເບິ່ງ 2 ນີໄຟ 10:24 ນຳ​ອີກ.

ຢາໂຄບ 4:8–18

ເຮົາ​ສາ​ມາດ​ຫລີກລ້ຽງ​ຈາກ​ຄວາມ​ມືດບອດ​ທາງວິນ​ຍານໄດ້ ໂດຍ​ການ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຂະ​ນະ​ທີ່​ຢາໂຄບ​ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ຫັນ​ຜູ້​ຄົນ​ຂອງ​ເພິ່ນ ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ແທ້ໆ​ຫລາຍ​ກວ່າ​ເກົ່າ, ເພິ່ນ​ຈຶ່ງ​ໄດ້​ເຕືອນ​ພວກ​ເຂົາ​ວ່າ ບໍ່​ໃຫ້​ບອດ​ທາງວິນ​ຍານ ແລະ ບໍ່​ໃຫ້​ກຽດ​ຊັງ “ຄຳເວົ້າ​ອັນ​ແຈ່ມ​ແຈ້ງ” ຂອງ​ພຣະ​ກິດ​ຕິ​ຄຸນ (ເບິ່ງ ຢາໂຄບ 4:13–14). ແອວເດີ ຄວິນຕິນ ແອວ ຄຸກ ໄດ້​ເຕືອນ​ເຖິງ​ບັນ​ຫາ​ທີ່​ຄ້າຍ​ຄື​ກັນ​ໃນ​ສະ​ໄໝ​ຂອງ​ເຮົາ​ວ່າ: “ມີ​ແນວ​ໂນ້ມ​ໃນ​ໝູ່​ພວກ​ເຮົາ​ບາງ​ຄົນ ທີ່ຈະ ‘ເບິ່ງ​ກາຍ​ເຄື່ອງ​ໝາຍ’ ແທນ​ທີ່​ຈະ​ຮັກ​ສາ​ປະ​ຈັກ​ພະ​ຍານກ່ຽວ​ກັບ​ພື້ນ​ຖານ​ພຣະ​ກິດ​ຕິ​ຄຸນ. ເຮົາ​ເຮັດ​ສິ່ງນີ້ຕອນ​ເຮົາໃຊ້​ປັດ​ຊະ​ຍາ​ຂອງ​ມະ​ນຸດ​ແທນ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ, ເມື່ອ​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ຄວາມ​ບ້າ​ຄັ່ງ​ເລື່ອງ​ພຣະ​ກິດ​ຕິ​ຄຸນ, … ຫລື ນັບ​ຖື​ກົດ​ວ່າ​ສຳ​ຄັນ​ກວ່າ​ຄຳ​ສອນ. ການ​ຫລີກ​ລ້ຽງ​ຈາກ​ການ​ປະ​ພຶດ​ແບບນີ້ ຈະ​ຊ່ວຍ​ເຮົາ​ໃຫ້​ຫລີກ​ລ້ຽງ​ຈາກ​ຄວາມ​ມືດບອດ​ທາງ​ສາດ​ສະ​ໜາ ແລະ ຈາກ​ການ​ສະ​ດຸດ​ທີ່​ຢາໂຄບໄດ້​ບັນ​ຍາຍ” (“Looking beyond the Mark,” Ensign, Mar. 2003, 42).

ອີງ​ຕາມ ຢາໂຄບ 4:8–18, ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່ ເພື່ອ​ຈະ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຫລີກລ້ຽງ​ຈາກ​ຄວາມມືດບອດ​ທາງວິນ​ຍານ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ຢາໂຄບ 1:6–8, 15–19; 2:1–11; 4:18

ຄຳ​ໃດ ແລະ ສຳ​ນວນ​ໃດ ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່ບອກ​ເຖິງ​ຄວາມ​ຮັກ​ຂອງ​ຢາໂຄບ​ສຳ​ລັບ​ຜູ້​ທີ່​ເພິ່ນ​ນຳ​ພາ? ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ໄດ້​ເຮັດ​ຫຍັງ​ແດ່ ເພື່ອ​ຊ່ວຍ​ເຮົາໃຫ້​ຮູ້​ສຶກ​ເຖິງ “ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ກະ​ວົນ​ກະ​ວາຍ [ຂອງ​ພວກ​ເພິ່ນ] ເພື່ອ​ຄວາມ​ຜາ​ສຸກ​ຂອງ​ຈິດ​ວິນ​ຍານ [ຂອງ​ເຮົາ]”? (ຢາໂຄບ 2:3). ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດແບ່ງ​ປັນ​ວິ​ທີ​ທີ່​ເຮົາ​ສາ​ມາດ​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ຂອງສາດ​ສະ​ໜາ​ຈັກ​ຂອງ​ເຮົາ. ພວກ​ທ່ານ​ສາ​ມາດ​ວາງ​ແຜນ​ທີ່​ຈະ​ເຮັດ​ບາງ​ຢ່າງ​ເປັນ​ຄອບ​ຄົວ​ເພື່ອ​ຜູ້​ນຳຂອງ​ສາດ​ສະ​ໜາ​ຈັກ​ໃນ​ທ້ອງ​ຖິ່ນ, ດັ່ງ​ເຊັ່ນ​ການ​ຂຽນ​ຈົດ​ໝາຍ​ຂອບ​ໃຈ​ພວກ​ເພິ່ນ ສຳ​ລັບ​ການ​ຮັບ​ໃຊ້ ຫລື ຈື່​ຈຳ​ພວກ​ເພິ່ນ ແລະ ຄອບ​ຄົວ​ຂອງ​ພວກ​ເພິ່ນ ຢູ່​ໃນ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ທ່ານ.

ຢາໂຄບ 2:8

ພຣະ​ຄຳ​ຂອງ​ພຣະ​ເຈົ້າ ປິ່ນ​ປົວ “ຈິດ​ວິນ​ຍານ​ທີ່​ຖືກ​ບາດ​ເຈັບ” ແນວ​ໃດ?

ຢາໂຄບ 2:12–21

ຂໍ້​ເຫລົ່າ​ນີ້ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ຄວນ​ເບິ່ງ​ຄວາມ​ຮັ່ງ​ມີທາງ​ສິ່ງ​ຂອງ? ເຮົາ​ຈະ​ເຮັດ​ສິ່ງ​ໃດ ເພື່ອ​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ ຜູ້​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ເຮົາ?

ຢາໂຄບ 3:1–2

ຄຳ​ວ່າ​ມີ “ໃຈ​ບໍ​ລິ​ສຸດ” ແລະ “ຫວັງ​ໃນ​ພຣະ​ເຈົ້າ​ດ້ວຍ​ໃຈ​ໝັ້ນ​ຄົງ” ໝາຍ​ຄວາມ​ວ່າ​ແນວ​ໃດ?

ຢາໂຄບ 4:4–11

ວິ​ທີ​ໜຶ່ງ​ທີ່​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ ຄຳ​ວ່າ “ບໍ່​ຫວັ່ນ​ໄຫວ” ໃນ​ສັດ​ທາ​ຂອງ​ເຂົາ​ເຈົ້າ ແມ່ນ​ໃຫ້​ຊອກ​ຫາຕົ້ນ​ໄມ້ທີ່​ຢູ່​ໃກ້​ບ້ານ ແລະ ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຈັບສັ່ນ​ເບິ່ງຫລາຍໆງ່າ. ແລ້ວ​ໃຫ້​ເຂົາເຈົ້າ​ລອງ​ສັ່ນ​ລຳຕົ້ນ​ຂອງ​ມັນ. ເປັນ​ຫຍັງ​ຈຶ່ງ​ຍາກ​ທີ່​ຈະ​ສັ່ນ​ລຳຕົ້ນ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຄຳ​ສອນ​ຂອງ​ຢາໂຄບ ກ່ຽວ​ກັບ​ການ​ພັດ​ທະ​ນາ​ສັດ​ທາ ທີ່ “ບໍ່​ຫວັ່ນ​ໄຫວ”?

ຮູບ​ພາບ
ຕົ້ນ​ໄມ້​ໃຫຍ່​ຢູ່​ເດີ່ນ​ຫລິ້ນ

ຄື​ກັນ​ກັບ​ລຳຕົ້ນໄມ້, ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຄຣິດ ສາ​ມາດ “ບໍ່​ຫວັ່ນ​ໄຫວ.”

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຮັບ​ຟັງ​ພຣະ​ວິນ​ຍານ. ຂະ​ນະ​ທີ່​ທ່ານ​ສຶກ​ສາ, ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ທ່ານ (ເບິ່ງ ຄ&ພ 8:2–3), ເຖິງ​ແມ່ນ​ເບິ່ງ​ຄື​ວ່າ ມັນ​ບໍ່​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ທ່ານ​ກຳ​ລັງ​ອ່ານ​ກໍ​ຕາມ. ຄວາມ​ປະ​ທັບ​ໃຈ​ເຫລົ່າ​ນັ້ນ ສາ​ມາດ​ເປັນ​ສິ່ງ​ທີ່​ພຣະ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ຮູ້ ແລະ ເຮັດ.

ຮູບ​ພາບ
ຢາໂຄບ​ກຳ​ລັງ​ຂຽນ​ໃສ່​ແຜ່ນ​ຈາ​ລຶກ​ຄຳ

I Will Send Their Words Forth (Jacob the Teacher) [ເຮົາ​ຈະ​ສົ່ງ​ຄຳ​ເວົ້າ​ຂອງ​ພວກ​ເຂົາ​ໄປ (ຢາໂຄບ​ຜູ້​ເປັນ​ຄູ​ສອນ)], ໂດຍ ແອວສະແປ ເຄດລິນ ຢັງ

ພິມ