ຈົ່ງ​ຕາມ​ເຮົາ​ມາ
ວັນທີ 20–26 ເດືອນ​ເມສາ. ໂມໄຊຢາ 4–6: “ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ”


“ວັນ​ທີ 20-26 ເດືອນ​ເມສາ. ໂມໄຊຢາ 4–6: ‘ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນ​ທີ 20-26 ເດືອນ​ເມສາ. ໂມໄຊຢາ 4–6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ກະ​ສັດ​ເບັນ​ຢາ​ມິນ​ສິດ​ສອນ​ຜູ້​ຄົນ​ຂອງ​ເພິ່ນ

In the Service of Your God [ພວກ​ທ່ານ​ກໍ​ຮັບ​ໃຊ້​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ນັ້ນ​ເອງ], ໂດຍ ວາວເຕີ ເຣນ

ວັນທີ 20–26 ເດືອນ​ເມສາ

ໂມໄຊຢາ 4–6

“ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ”

ຂະ​ນະ​ທີ່​ທ່ານ​ອ່ານ ແລະ ໄຕ່​ຕອງ ໂມໄຊຢາ 4–6, ໃຫ້​ເອົາ​ໃຈ​ໃສ່​ຕໍ່​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ສິ່ງ​ດີໆ​ຢ່າງ​ໃດ​ແດ່ ທີ່ທ່ານ​ຖືກ​ດົນ​ໃຈ​ໃຫ້​ເຮັດ? (ເບິ່ງ ໂມໄຊຢາ 5:2).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ທ່ານ​ເຄີຍ​ໄດ້​ຍິນ​ບາງ​ຄົນ​ເວົ້າ ແລະ ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ທ່ານຢູ່​ບໍ? ບາງ​ທີ​ທ່ານ​ໄດ້​ຕັດ​ສິນ​ໃຈ​ໃຊ້​ຊີ​ວິດ​ທີ່​ແຕກ​ຕ່າງ​ໜ້ອຍ​ໜຶ່ງ ເພາະ​ສິ່ງ​ທີ່​ທ່ານ​ໄດ້​ຍິນ—ຫລື ແຕກ​ຕ່າງ​ຫລາຍກວ່ານັ້ນ. ຄຳ​ເທດ​ສະ​ໜາ​ຂອງ​ກະ​ສັດ​ເບັນ​ຢາ​ມິນ ກໍ​ເປັນ​ຄຳ​ເທດ​ສະ​ໜາ​ແບບນັ້ນ​ຫລະ, ແລະ ຄວາມ​ຈິງ​ທີ່​ເພິ່ນ​ໄດ້​ສິດ​ສອນ ກໍ​ມີ​ຜົນ​ກະ​ທົບ​ແບບນັ້ນ​ຄື​ກັນ ຕໍ່​ຜູ້​ຄົນ​ທີ່​ໄດ້​ຍິນ​ເພິ່ນ​ກ່າວ. ກະ​ສັດ​ເບັນ​ຢາ​ມິນ​ໄດ້​ບອກ​ຜູ້​ຄົນ​ຂອງ​ເພິ່ນ​ເຖິງ​ສິ່ງ​ທີ່​ທູດ​ສະ​ຫວັນ​ໄດ້​ສິດ​ສອນ​ເພິ່ນ—ວ່າພອນ​ທີ່​ປະ​ເສີດນັ້ນ ຈະ​ຮັບ​ໄດ້​ຜ່ານ​ທາງ “ການ​ຊົດ​ໃຊ້​ດ້ວຍ​ໂລ​ຫິດ​ຂອງ​ພຣະ​ຄຣິດ” (ໂມໄຊຢາ 4:2). ຂ່າວ​ສານ​ຂອງ​ເພິ່ນ​ໄດ້​ປ່ຽນແປງ​ຄວາມ​ຄິດ​ທັງ​ໝົດ​ກ່ຽວ​ກັບ​ຕົວ​ເອງ (ເບິ່ງ ໂມໄຊຢາ 4:2), ໄດ້​ປ່ຽນ​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຂົາ (ເບິ່ງ ໂມໄຊຢາ 5:2), ແລະ ດົນ​ໃຈ​ພວກ​ເຂົາ​ໃຫ້​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ ວ່າ​ພວກ​ເຂົາ​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ສະ​ເໝີ (ເບິ່ງ ໂມໄຊຢາ 5:5). ນີ້​ຄື​ວິ​ທີ​ທີ່​ຖ້ອຍ​ຄຳ​ຂອງ​ກະ​ສັດ​ເບັນ​ຢາ​ມິນ ມີ​ຜົນ​ກະ​ທົບ​ຕໍ່​ຜູ້​ຄົນ​ຂອງ​ເພິ່ນ. ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ມີ​ຜົນ​ກະ​ທົບ​ຕໍ່​ທ່ານ​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂມໄຊຢາ 4

ຜ່ານ​ທາງ​ພຣະ​ເຢ​ຊູຄຣິດ, ເຮົາ​ສາ​ມາດ​ຮັບ ແລະ ຮັກ​ສາ​ການ​ປົດ​ບາບ​ຂອງ​ເຮົາ​ໄວ້​ໄດ້.

ການ​ເອົາ​ຊະ​ນະ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ. ມັນ​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ​ຫລາຍ​ທີ່​ສຸດ ທີ່​ຈະ​ກາຍ​ເປັນ “ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໂດຍ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ຄຣິດ” (ໂມໄຊຢາ 3:19). ບາງ​ເທື່ອ, ແມ່ນ​ແຕ່​ຕອນ​ທີ່​ທ່ານ​ຮູ້​ສຶກວ່າ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ແລ້ວ, ແຕ່ທ່ານກໍ​ຍາກ​ທີ່​ຈະ​ເກັບ​ຄວາມ​ຮູ້​ສຶກນັ້ນ​ໄວ້ ແລະ ຄົງຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ຄວາມຊອບ​ທຳ. ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ຜູ້​ຄົນ​ຂອງ​ເພິ່ນ ເຖິງ​ວິ​ທີ ຮັບ ແລະ ຮັກ​ສາ ການ​ປົດ​ບາບ ແລະ ດຳ​ລົງ​ຊີ​ວິດ​ແບບ​ໄພ່​ພົນ​ຕະ​ຫລອດ​ເວ​ລາ. ຂະ​ນະ​ທີ່​ທ່ານ​ສຶກ​ສາ ບົດທີ 4 ຂອງ ໂມໄຊຢາ, ທ່ານ​ອາດ​ຖາມ​ຕົວ​ເອງ ຄຳ​ຖາມ​ແບບ​ດັ່ງ​ຕໍ່​ໄປ​ນີ້:

ຂໍ້ທີ 1–12.ພອນ​ຢ່າງ​ໃດ​ແດ່​ທີ່​ການ​ປົດ​ບາບ​ນຳ​ມາສູ່​ຜູ້​ຄົນ​ຂອງ​ກະ​ສັດ​ເບັນ​ຢາ​ມິນ? ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ຫຍັງແດ່ ເພື່ອ​ຊ່ວຍ​ພວກ​ເຂົາ​ໃຫ້​ຮັກ​ສາ​ການ​ປົດ​ບາບ​ຂອງ​ພວກ​ເຂົາ​ໄວ້? ເພິ່ນ​ໄດ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ໄດ້​ຮັບ​ຄວາມ​ລອດ? ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ກ່າວ​ວ່າ ເຮົາ​ຄວນ “ເກັບ​ໄວ້​ໃນ​ຄວາມ​ຊົງ​ຈຳ​ສະ​ເໝີ” (ຂໍ້ທີ 11). ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ຈື່​ຈຳ​ສິ່ງ​ເຫລົ່າ​ນີ້?

ຂໍ້ທີ 12–16.ອີງ​ຕາມ​ຂໍ້​ເຫລົ່າ​ນີ້, ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ ຖ້າ​ຫາກ​ເຮົາ​ເຮັດ​ຕາມ​ສິ່ງ​ທີ່​ບັນ​ຍາຍ​ຢູ່​ໃນ ຂໍ້ທີ 11? ທ່ານ​ເຄີຍ​ປະ​ສົບ​ການ​ປ່ຽນ​ແປງ​ແບບນີ້​ໃນ​ຊີ​ວິດ​ຂອງ​ທ່ານ​ຢູ່​ບໍ? ການ​ປ່ຽນ​ແປງ​ເຫລົ່າ​ນັ້ນ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ບັນ​ຍາຍ​ຢູ່​ໃນ ໂມໄຊຢາ 3:19 ແນວ​ໃດ?

ຂໍ້ທີ 16–30.ການ​ແບ່ງ​ປັນ​ກັບ​ຄົນ​ຍາກ​ຈົນ ຊ່ວຍ​ເຮົາ​ໃຫ້​ຮັກ​ສາ​ການ​ປົດ​ບາບ​ຂອງ​ເຮົາ​ໄວ້​ແນວ​ໃດ? ທ່ານ​ຈະ​ນຳ​ໃຊ້ ຂໍ້ທີ 27 ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ແນວ​ໃດ?

ເບິ່ງ David A. Bednar, “Always Retain a Remission of Your Sins,” Ensign ຫລື Liahona, May 2016, 59–62; Dale G. Renlund, “Preserving the Heart’s Mighty Change,” Ensign ຫລື Liahona, Nov. 2009, 97–99 ນຳ​ອີກ.

ໂມໄຊຢາ 5:1–7

ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ ຢູ່​ໃນ​ໃຈ​ຂອງເຮົາ​ໄດ້.

ມັນ​ບໍ່​ແປກ​ແນວ​ໃດ​ສຳ​ລັບ​ຜູ້​ຄົນ​ທີ່​ຈະ​ເວົ້າ​ວ່າ, “ຂ້ອຍ​ປ່ຽນບໍ່​ໄດ້. ຂ້ອຍ​ເປັນ​ຄົນ​ແນວນີ້​ຢູ່​ແລ້ວ.” ກົງ​ກັນ​ຂ້າມ, ປະ​ສົບ​ການ​ຂອງ​ຜູ້​ຄົນ​ຂອງ​ກະ​ສັດ​ເບັນ​ຢາ​ມິນ ສະ​ແດງ​ໃຫ້ເຮົາ​ເຫັນ​ວິ​ທີ​ທີ່​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ປ່ຽນ​ແປງ​ໃຈ​ຂອງ​ເຮົາແທ້ໆ. ປະທານ​ຣະໂຊ ເອັມ ແນວສັນ ໄດ້​ສິດ​ສອນ​ວ່າ: “ເຮົາ​ສາ​ມາດ​ປ່ຽນ​ການ​ປະ​ພຶດ​ຂອງ​ເຮົາ. ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ອາດ​ປ່ຽນ​ໄປ. … ການ​ປ່ຽນ​ແປງ​ທີ່​ແທ້​ຈິງ—ການ​ປ່ຽນ​ແປງ​ທີ່​ຖາ​ວອນ—ສາ​ມາດ​ມາ​ເຖິງ​ຜ່ານ​ທາງ​ການ​ປິ່ນ​ປົວ, ການ​ຊຳ​ລະ​ລ້າງ, ແລະ ອຳນາດ​ແຫ່ງການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູຄຣິດ. … ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ ພຣະ​ກິດ​ຕິ​ຄຸນທີ່​ຊ່ວຍ​ໃຫ້​ເຮົາປ່ຽນ​ແປງ!” (“Decisions for Eternity,” Ensign ຫລື Liahona, Nov. 2013, 108).

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ທີ່​ຜູ້​ຄົນ​ຂອງ​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ປະ​ສົບ, ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່ “ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ” ພາ​ໄປ​ຫາ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ແທ້​ຈິງ ທີ່​ໄດ້​ເກີດ​ຂຶ້ນ​ແລ້ວ—ຫລື ສາ​ມາດ​ເກີດ​ຂຶ້ນ—ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ບາງ​ຢ່າງ​ທີ່ “ໃຫຍ່​ຫລວງ” ໄດ້ພາ​ທ່ານ​ໄປ​ສູ່​ການ​ປ່ຽນ​ໃຈ​ບໍ, ຫລື ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ທ່ານ ຄ່ອຍໆ​ເປັນ​ໄປ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ?

ເບິ່ງ ເອເຊກຽນ 36:26–27; ແອວມາ 5:14; David A. Bednar, “Converted unto the Lord,” Ensign ຫລື Liahona, Nov. 2012, 106–9 ນຳ​ອີກ.

ຮູບ​ພາບ
ພຣະ​ຄຣິດ​ປິ່ນ​ປົວຜູ້​ຍິງຄົນ​ໜຶ່ງ​ທີ່​ປ່ວຍ​ໂຊ

ພຣະ​ຜູ້ຊ່ວຍ​ໃຫ້ລອດ​ສາ​ມາດ​ປ່ຽນ​ໃຈ​ເຮົາ ແລະ ປ່ຽນ​ຊີ​ວິດ​ຂອງ​ເຮົາ. Healing Hands [ພຣະ​ຫັດ​ທີ່​ປິ່ນ​ປົວ], ໂດຍ ອາດາມ ອັບຣາມ

ໂມໄຊຢາ 5:5–15

ເຮົາ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ.

ເຫດ​ຜົນ​ຢ່າງ​ໜຶ່ງ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ຢາກ​ກ່າວ​ກັບ​ຜູ້​ຄົນ​ຂອງ​ເພິ່ນ ແມ່ນ​ເພິ່ນ​ຢາກ “ຕັ້ງ​ຊື່​ໃຫ້​ຜູ້​ຄົນ​ພວກນີ້.” ບາງ​ຄົນ​ເປັນ​ຊາວ​ນີ​ໄຟ ແລະ ບາງ​ຄົນ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ​ມິວ​ເລັກ, ແຕ່​ເພິ່ນບໍ່​ຄິດຈະ​ເອີ້ນ​ພວກ​ເຂົາ​ຕາມ​ຊື່​ເຫລົ່າ​ນັ້ນ. ເພິ່ນ​ໄດ້​ເຊື້ອ​ເຊີນ​ຜູ້​ຄົນ​ຂອງ​ເພິ່ນ ໃຫ້​ຮັບ​ເອົາ “ພຣະ​ນາມ​ຂອງ​ພຣະ​ຄຣິດ” ເພື່ອ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ການ​ເຮັດ​ພັນ​ທະ​ສັນ​ຍາ ທີ່​ຈະ​ເຊື່ອ​ຟັງ​ພຣະ​ເຈົ້າ (ໂມໄຊຢາ 1:11; 5:10). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ໂມໄຊຢາ 5:7–9 ວ່າການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ ໝາຍ​ຄວາມ​ວ່າ​ແນວ​ໃດ?

ແອວເດີ ດີ ທອດ ຄຣິສໂຕ​ເຟີສັນ ໄດ້​ສິດ​ສອນ​ວ່າ, “ແຫລ່ງ [ຂອງ​ສິນ​ທຳ ແລະ ພະ​ລັງ​ທາງວິນ​ຍານ] ແມ່ນ​ພຣະ​ເຈົ້າ. ການ​ເຂົ້າ​ຫາ​ພະ​ລັງ​ນັ້ນ​ແມ່ນ​ການ​ເຮັດ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ອົງ” (“The Power of Covenants,” Ensign ຫລື Liahona, May 2009, 20). ຂະ​ນະ​ທີ່​ທ່ານ​ອ່ານ ໂມໄຊຢາ 5:5–15, ໃຫ້ຂຽນ​ພອນ​ທີ່​ຈະ​ມາສູ່​ຊີ​ວິດ​ຂອງ​ທ່ານ​ລົງ​ໄວ້ ຂະ​ນະ​ທີ່​ທ່ານ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ​ນຳ​ພຣະ​ເຈົ້າ. ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ ຊ່ວຍ​ທ່ານ​ໃຫ້​ຮັກ​ສາ “ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ” ທີ່​ເກີດ​ຂຶ້ນ​ກັບ​ທ່ານ​ໄວ້ ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ໂມໄຊຢາ 4:9–12

ຄອບ​ຄົວ​ຂອງ​ທ່ານ​ຈະ “ເຊື່ອ​ໃນ​ພຣະ​ເຈົ້າ” ຫລາຍກວ່າ​ເກົ່າ​ໄດ້​ແນວ​ໃດ (ໂມໄຊຢາ 4:9) ແລະ “ເກັບ​ໄວ້​ໃນ​ຄວາມ​ຊົງ​ຈຳ​ສະ​ເໝີ, ເຖິງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ”? (ໂມໄຊຢາ 4:11). ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ອ່ານ ໂມໄຊຢາ 4:9–12 ແລະ ຊີ້ບອກ​ສຳ​ນວນ​ທີ່​ຊ່ວຍ​ສ້າງ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ເຈົ້າ. ແລ້ວ​ເຂົາ​ເຈົ້າ​ສາ​ມາດ​ຂຽນ​ສຳ​ນວນ​ເຫລົ່າ​ນັ້ນລົງ​ໄວ້ ແລະ ວາງ​ມັນ​ໄວ້ຫລາຍ​ບ່ອນ​ຢູ່​ໃນ​ເຮືອນ ເພື່ອ​ເປັນ​ສິ່ງ​ເຕືອນ​ໃຈ. ການ​ຈື່​ຈຳ​ສິ່ງ​ເຫລົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້ “ປິ​ຕິ​ຍິນ​ດີ​ຢູ່​ສະ​ເໝີ” ແລະ “ການ​ປົດ​ບາບ [ຂອງ​ເຮົາຈະ​ມີ​ຢູ່​ສະ​ເໝີ]” ແນວ​ໃດ? (ໂມໄຊຢາ 4:12).

ໂມໄຊຢາ 4:14–15

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ຂັດ​ແຍ້ງ ແລະ ການຜິດ​ຖຽງ​ກັນ ຈາກ​ຂໍ້​ເຫລົ່າ​ນີ້?

ໂມໄຊຢາ 4:16–26

ໃນທາງໃດທີ່ເຮົາເປັນຄົນຂໍທານທັງໝົດ? ອີງ​ຕາມ​ຂໍ້​ເຫລົ່າ​ນີ້, ເຮົາ​ຄວນ​ປະ​ຕິ​ບັດ​ຕໍ່​ລູກໆ​ຂອງ​ພຣະ​ເຈົ້າ​ໃນ​ແບບ​ໃດ? (ເບິ່ງ ໂມໄຊຢາ 4:26). ແມ່ນ​ໃຜຕ້ອງ​ການຄວາມ​ຊ່ວຍ​ເຫລືອ​ຈາກ​ເຮົາ?

ໂມໄຊຢາ 4:27

ຄອບ​ຄົວ​ຂອງ​ທ່ານ​ແລ່ນ​ໄວ​ກວ່າກຳ​ລັງ​ຂອງ​ຕົນ​ບໍ? ບາງ​ທີ​ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ສຳ​ຫລວດ​ເບິ່ງ​ກິດ​ຈະ​ກຳ​ຂອງ​ຕົວ​ເອງ ເພື່ອ​ໃຫ້​ແນ່​ໃຈ​ວ່າ ເຂົາເຈົ້າ​ພາກ​ພຽນ ທັງ​ສະ​ຫລາດ​ນຳ​ອີກ.

ໂມໄຊຢາ 5:5–15

ການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ ບົ່ງ​ບອກ​ເຖິງ​ຄວາມ​ສຳ​ພັນ​ຂອງ​ເຮົາ​ນຳ​ພຣະ​ອົງ​ແນວ​ໃດ? ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ຂຽນ​ຊື່​ຂອງ​ຕົນ​ໃສ່​ເທິງ​ສິ່ງ​ຂອງ​ທີ່​ເຂົາ​ເຈົ້າ​ເປັນ​ເຈົ້າ​ຂອງ. ເຮົາ​ຈະ​ສະ​ແດງ​ໃນ​ທາງ​ໃດ ເພື່ອບອກວ່າ​ເຮົາ “ເປັນ​ຂອງ” ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ບັນ​ຍາ​ກາດທີ່​ບຳ​ລຸງ​ລ້ຽງ ແລະ ຮູ້​ສຶກ​ເຖິງຄວາມ​ຮັກ. ວິ​ທີ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ປະ​ຕິ​ບັດ​ຕໍ່​ກັນ ສາ​ມາດ​ເປັນ​ອິດ​ທິ​ພົນ​ທີ່​ມີ​ຄວາມ​ໝາຍ​ເລິກ​ຊຶ້ງ​ໃຫ້​ແກ່​ບັນ​ຍາ​ກາດ​ໃນ​ບ້ານ​ເຮືອນ​ຂອງ​ທ່ານ​ໄດ້. ໃຫ້​ຊ່ວຍ​ສະ​ມາ​ຊິກ​ທຸກ​ຄົນ​ໃນ​ຄອບ​ຄົວ​ເຮັດ​ພາກ​ສ່ວນ​ຂອງ​ເຂົາ​ເຈົ້າ ໃນ​ການເຮັດ​ໃຫ້​ບ້ານ​ເຮືອນ​ເປັນ​ບ່ອນ​ທີ່​ໜ້າ​ຮັກ ແລະ ໜ້າ​ນັບ​ຖື ເພື່ອ​ວ່າ​ທຸກ​ຄົນ​ຈະ​ຮູ້​ສຶກ​ສະ​ບາຍ​ໃຈ ເມື່ອ​ແບ່ງ​ປັນ​ປະ​ສົບ​ການ, ຖາມ​ຄຳ​ຖາມ, ແລະ ສະ​ແດງ​ປະ​ຈັກ​ພະ​ຍານ. (ເບິ່ງ Teaching in the Savior’s Way, 15.)

ຮູບ​ພາບ
ພຣະ​ຄຣິດ​ກຳ​ລັງ​ເກືອ​ນົກ​ຢູ່​ສະ​ໜາມ

In His Constant Care [ຢູ່​ໃນ​ຄວາມ​ດູ​ແລ​ຂອງ​ພຣະ​ອົງສະ​ເໝີ], ໂດຍ ກະເຣກ ເຄ ອໍສັນ

ພິມ