ຈົ່ງ​ຕາມ​ເຮົາ​ມາ
ວັນທີ 27 ເດືອນ​ເມສາ–ວັນທີ 3 ເດືອນ​ພຶດສະພາ. ໂມໄຊຢາ 7–10: “ໂດຍ​ໄດ້​ຮັບ​ກຳ​ລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ”


“ວັນທີ 27 ເດືອນ​ເມສາ–ວັນທີ 3 ເດືອນ​ພຶດສະພາ. ໂມໄຊຢາ 7–10: ‘ໂດຍ​ໄດ້​ຮັບ​ກຳ​ລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 27 ເດືອນ​ເມສາ–ວັນທີ 3 ເດືອນ​ພຶດສະພາ. ໂມໄຊຢາ 7–10,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ອຳໂມນ​ສິດ​ສອນ​ກະສັດ​ລິມໄຮ

ມິເນີວາ ເຄ ໄທເກີດ (1888-1976), Ammon before King Limhi [ອຳໂມນ​ຢູ່​ຕໍ່​ໜ້າ​ກະສັດ​ລິມໄຮ], 1949-1951, ສີ​ນ້ຳ​ມັນ ເທິງແຜ່ນ​ໄມ້ອັດ, 35 15/16 x 48 ນິ້ວ. ຫໍ​ພິ​ພິດ​ທະ​ພັນ​ສິລະ​ປະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ບຣິກຳ ຢັງ, 1969.

ວັນທີ 27 ເດືອນ​ເມສາ–ວັນທີ 3 ເດືອນ​ພຶດສະພາ

ໂມໄຊຢາ 7–10

“ໂດຍ​ໄດ້​ຮັບ​ກຳ​ລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ”

ຂະ​ນະ​ທີ່​ທ່ານ​ອ່ານ, ພຣະ​ວິນ​ຍານ​ຈະດົນ​ໃຈ​ທ່ານ​ໃຫ້ສົນ​ໃຈ​ກັບ​ສຳ​ນວນ ຫລື ຂ່າວ​ສານ​ບາງ​ຢ່າງ. ໃຫ້​ຂຽນ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ວ່າ ຂ່າວ​ສານ​ເຫລົ່າ​ນັ້ນ​ກ່ຽວ​ຂ້ອງ​ກັບ​ທ່ານ​ແນວ​ໃດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຂະ​ນະ​ທີ່​ຜູ້​ຄົນ​ຂອງ​ກະສັດ​ໂມໄຊຢາ​ຊື່ນ​ຊົມ​ກັບ “ສັນ​ຕິ​ສຸກ​ຕິດ​ຕໍ່​ກັນ” ຢູ່​ໃນ​ເມືອງ​ເຊ​ຣາ​ເຮັມ​ລາ (ໂມໄຊຢາ 7:1), ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ໄດ້​ຫັນ​ໄປ​ຫາ​ຊາວ​ນິ​ໄຟ​ອີກ​ກຸ່ມ​ໜຶ່ງ, ຜູ້​ໄດ້​ໜີ​ໄປ​ຫລາຍ​ປີ​ແລ້ວ ເພື່ອ​ໄປ​ຢູ່​ໃນ​ແຜ່ນ​ດິນ ລີ​ໄຮ-ນີ​ໄຟ. ຫລາຍ​ລຸ້ນ​ຄົນ​ໄດ້​ຜ່ານ​ໄປ, ແລະ ຜູ້​ຄົນ​ຂອງ​ໂມໄຊຢາ ບໍ່​ໄດ້​ຍິນ​ຫຍັງ​ເລີຍ​ຈາກ​ພວກ​ເຂົາ. ສະ​ນັ້ນ ໂມໄຊຢາ​ຈຶ່ງ​ໄດ້​ຂໍ​ໃຫ້​ອຳໂມນ​ນຳ​ພາກຸ່ມ​ຄົ້ນ​ຫາ​ກຸ່ມ​ໜຶ່ງ ເພື່ອ​ໄປ​ຊອກ​ຫາ​ຊາວ​ນີ​ໄຟ​ຜູ້​ທີ່​ໄດ້​ໜີ​ໄປ. ກຸ່ມ​ຄົ້ນ​ຫາ ໄດ້​ພົບ​ເຫັນ​ວ່າ ຊາວ​ນີ​ໄຟ, “ເພາະ​ຄວາມ​ຊົ່ວ​ຮ້າຍ” (ໂມໄຊຢາ 7:24), ​ຊຶ່ງໄດ້​ກາຍເປັນ​ຊະ​ເລີຍ​ຂອງ​ຊາວ​ເລມັນ. ແຕ່​ເມື່ອ​ອຳໂມນ ແລະ ອ້າຍ​ນ້ອງ​ຂອງ​ລາວ​ໄດ້​ໄປ​ເຖິງ, ທັນ​ໃດ​ນັ້ນ ກໍ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຮັບ​ການ​ປົດ​ປ່ອຍ.

ບາງ​ເທື່ອ​ເຮົາ​ກໍ​ເປັນ​ເໝືອນ​ດັ່ງ​ຊາວ​ນີ​ໄຟ​ທີ່​ເປັນ​ຊະ​ເລີຍ​ເຫລົ່າ​ນີ້, ຮັບ​ທຸກ​ທໍ​ລະ​ມານ​ເພາະ​ບາບ​ຂອງ​ເຮົາ, ສົງ​ໃສວ່າ​ເມື່ອ​ໃດ​ເຮົາ​ຈຶ່ງ​ຈະ​ມີ​ສັນ​ຕິ​ສຸກ​ຄືນ​ອີກ. ບາງ​ເທື່ອ​ເຮົາ​ກໍ​ເປັນ​ເໝືອນ​ດັ່ງ​ອຳໂມນ, ຮູ້​ສຶກວ່າ​ໄດ້​ຖືກ​ກະ​ຕຸ້ນ​ໃຫ້​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ ແລະ ໃນ​ທີ່​ສຸດ​ພົບ​ເຫັນ​ວ່າ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ໄດ້​ດົນ​ໃຈ​ເຂົາ​ເຈົ້າ​ໃຫ້ “ເງີຍ​ໜ້າ [ຂອງ​ເຂົາ​ເຈົ້າ] ຂຶ້ນ, ແລະ ປິ​ຕິ​ຍິນ​ດີ, ແລະ ໝັ້ນ​ໃຈ​ໃນ​ພຣະ​ເຈົ້າ” (ໂມໄຊຢາ 7:19). ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ, ເຮົາ​ທຸກ​ຄົນ​ຕ້ອງ​ກັບ​ໃຈ ແລະ “ຫັນ​ໜ້າ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຈຸດ​ປະ​ສົງ​ເຕັມ​ທີ່​ແຫ່ງ​ໃຈ,” ດ້ວຍ​ສັດ​ທາ ວ່າ “ພຣະ​ອົງ​ຈະ … ປົດ​ປ່ອຍ [ເຮົາ]” (ໂມໄຊຢາ 7:33).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂມໄຊຢາ 7:14–33

ຖ້າ​ຫາກ​ເຮົາ​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ໝັ້ນ​ໃຈ​ໃນ​ພຣະ​ອົງ, ແລະ ຮັບ​ໃຊ້​ພຣະ​ອົງ, ແລ້ວ​ພຣະ​ອົງ​ຈະ​ປົດ​ປ່ອຍ​ເຮົາ.

ການ​ໄດ້​ພົບ​ກັບ​ອຳໂມນ, ຜູ້​ເປັນ​ຊາວ​ນີ​ໄຟ​ຈາກ​ເມືອງ​ເຊ​ຣາ​ເຮັມ​ລາ, ໄດ້​ເຮັດ​ໃຫ້​ກະສັດ​ລິມໄຮ​ມີ​ຄວາມ​ຫວັງ, ແລະ ເພິ່ນ​ຢາກ​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ມີ​ຄວາມ​ຫວັງ​ຄື​ກັນ. ຂະ​ນະ​ທີ່​ທ່ານ​ອ່ານ ໂມໄຊຢາ 7:14–33, ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ກະສັດ​ລິມໄຮ​ໄດ້​ກ່າວ​ຕໍ່​ຜູ້​ຄົນ​ຂອງ​ເພິ່ນ ເພື່ອ​ຊຸກ​ຍູ້​ພວກ​ເຂົາ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ພວກ​ເຂົາ, ແລະ ໃຫ້​ຄວາມ​ຫວັງ​ແກ່​ພວກ​ເຂົາ ວ່າ​ພຣະ​ເຈົ້າ​ຈະ​ຊ່ວຍ​ເຫລືອ​ພວກ​ເຂົາ. ເຖິງ​ແມ່ນ​ວ່າ​ທ່ານ​ອາດບໍ່​ໄດ້​ເຮັດ​ບາບ​ແບບ​ດຽວ​ກັນ​ກັບ​ທີ່​ຜູ້​ຄົນ​ຂອງ​ກະສັດ​ລິມໄຮ​ໄດ້​ເຮັດ, ຖ້ອຍ​ຄຳ​ຂອງ​ເພິ່ນ​ຊ່ວຍ​ທ່ານ​ໃຫ້​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນວ​ໃດ? ທ່ານ​ຈະ​ສັງ​ເກດ​ເຫັນ, ຍົກ​ຕົວ​ຢ່າງ, ວ່າ​ກະສັດ​ລິມໄຮ​ໄດ້​ເຕືອນ​ຜູ້​ຄົນ​ຂອງ​ເພິ່ນ​ກ່ຽວ​ກັບ​ເລື່ອງ​ລາວ​ທີ່​ຜ່ານ​ມາ ຊຶ່ງ​ພຣະ​ເຈົ້າ​ໄດ້​ປົດ​ປ່ອຍຜູ້​ຄົນ (ເບິ່ງ ຂໍ້ທີ 18–20). ເລື່ອງ​ລາວ​ເຫລົ່າ​ນີ້, ຕະ​ຫລອດ​ທັງ​ເລື່ອງ​ລາວ​ຢູ່​ໃນ​ພຣະ​ຄຳ​ພີ ຫລື ປະ​ສົບ​ການ​ສ່ວນ​ຕົວ, ຊ່ວຍ​ທ່ານ​ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ແນວ​ໃດ?

ໂມໄຊຢາ 8:5–12

ແຜ່ນ​ຈາ​ລຶກ 24 ແຜ່ນ ທີ່​ຜູ້​ຄົນ​ຂອງ​ກະສັດ​ລິມໄຮ​ພົບ​ເຫັນ​ແມ່ນ​ກ່ຽວ​ກັບ​ຫຍັງ?

ຂະ​ນະ​ທີ່​ຜູ້​ຄົນກຸ່ມ​ນ້ອຍ​ໜຶ່ງ​ຂອງ​ກະສັດ​ລິມໄຮ ໄດ້​ໄປ​ຊອກ​ຫາ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ ແຕ່ບໍ່​ພົບ, ພວກ​ເຂົາ​ໄດ້​ພົບ​ເຫັນ​ແຜ່ນ​ຈາ​ລຶກຄຳ 24 ແຜ່ນ ຊຶ່ງ​ມີ​ອັກ​ຂະ​ລະ​ທີ່ພວກ​ເຂົາ​ບໍ່​ຮູ້​ຈັກ. ແຜ່ນ​ຈາ​ລຶກ​ເຫລົ່າ​ນີ້, ຊຶ່ງ​ໃນ​ທີ່​ສຸດ ໄດ້​ຖືກ​ແປ​ໂດຍ​ກະສັດ​ໂມໄຊຢາ, ບອກ​ເຖິງ​ຜູ້​ຄົນ​ທີ່​ຮູ້​ຈັກ​ກັນ​ວ່າ​ເປັນ ຊາວ​ຢາ​ເຣັດ, ຜູ້​ໄດ້​ມາ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ ຈາກ​ຫໍ​ບາ​ເບນ ແລະ ໃນ​ທີ່​ສຸດ​ໄດ້​ຖືກ​ທຳ​ລາຍ (ເບິ່ງ ໂມໄຊຢາ 28:11–19). ຕໍ່​ມາ ໂມ​ໂຣ​ໄນ​ໄດ້​ຫຍໍ້​ແຜ່ນ​ຈາ​ລຶກ​ເຫລົ່າ​ນີ້ (ເບິ່ງ ອີເທີ 1:1–2), ຊຶ່ງ​ກາຍ​ເປັນ ໜັງ​ສື​ອີເທີ. ໃຫ້​ສັງ​ເກດເບິ່ງ ຢູ່​ໃນ ໂມໄຊຢາ 28:18 ເຖິງ​ຜົນ​ກະ​ທົບ​ຂອງ​ບັນ​ທຶກ​ເຫລົ່າ​ນີ້ ຕໍ່​ຜູ້​ຄົນ​ຂອງ​ໂມໄຊຢາ.

ໂມໄຊຢາ 8:12–19

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ໃຫ້​ມີ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ໄວ້ ເພື່ອ​ຜົນ​ປະ​ໂຫຍດ​ຂອງມວນ​ມະນຸດ.

ເມື່ອ​ກະສັດ​ລິມໄຮ​ໄດ້​ຍິນ​ປະ​ຈັກ​ພະ​ຍານ​ຂອງ​ອຳໂມນ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍົກ​ຜູ້​ໜຶ່ງ​ຂຶ້ນ​ເປັນ​ຜູ້​ພະ​ຍາ​ກອນ, ກະສັດ​ລິມໄຮ “ກໍ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ, ແລະ ຖວາຍ​ຄວາມ​ຂອບ​ພຣະ​ຄຸນ​ແດ່​ພຣະ​ເຈົ້າ” (ໂມໄຊຢາ 8:19). ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ເພິ່ນ​ຈຶ່ງ​ຮູ້​ສຶກ​ເຊັ່ນ​ນັ້ນ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຜູ້​ພະ​ຍາ​ກອນ ຈາກ​ຖ້ອຍ​ຄຳ​ຂອງ​ອຳໂມນ ຢູ່​ໃນ ໂມໄຊຢາ 8:13–19? ໃນ​ວັນ​ເວ​ລາ​ຂອງ​ເຮົາ, “ຝ່າຍ​ປະ​ທານ​ສູງ​ສຸດ ແລະ ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ຖືກ​ສະ​ໜັບ​ສະ​ໜູນ​ໃຫ້​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ” (Bible Dictionary, “Seer”). ເທື່ອ​ສຸດ​ທ້າຍ​ທີ່​ທ່ານ​ໄດ້​ໄຕ່​ຕອງ​ກ່ຽວ​ກັບ​ພອນ​ຂອງ​ການ​ມີ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ຢູ່​ໃນ​ໂລກນີ້ ແມ່ນ​ດົນ​ປານ​ໃດ​ແລ້ວ? ບາງ​ທີ​ທ່ານ​ຄວນ​ບັນ​ທຶກວິ​ທີ​ທີ່​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍເປັນ “ປະ​ໂຫຍດ​ອັນ​ຍິ່ງ​ໃຫຍ່” ຕໍ່​ທ່ານ​ໄວ້ (ໂມໄຊຢາ 8:18).

ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ເປັນ​ຜູ້​ພະ​ຍາ​ກອນ​ທີ່​ຍິ່ງ​ໃຫຍ່ ຜູ້ນຳ​ໜ້າ​ຍຸກ​ສະ​ໄໝ​ຂອງ​ເຮົາ (ເບິ່ງ ຄ&ພ 21:1; 124:125; ໂຈເຊັບ ສະມິດ—ປະຫວັດ 1:62). ເພິ່ນ​ເປັນ​ຕົວ​ຢ່າງ​ຂອງ​ຄຳ​ບັນ​ຍາຍ​ຂອງ​ອຳໂມນ​ກ່ຽວ​ກັບ​ຜູ້​ພະ​ຍາ​ກອນ ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເພິ່ນ​ແນວ​ໃດ?

ໂມໄຊຢາ 9–10

ເຮົາ​ສາ​ມາດ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຂອງ​ເຮົາ “ໂດຍ​ໄດ້​ຮັບ​ກຳ​ລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.”

ຊີນິບ​ໄດ້​ຍອມ​ຮັບ​ວ່າ ລາວ​ໄດ້​ເຮັດ​ຄວາມ​ຜິດ. ບາງ​ຄັ້ງ​ລາວ​ກໍ​ກະ​ຕື​ລື​ລົ້ນ​ຫລາຍ​ເກີນ​ໄປ, ແລະ ລາວ​ໄດ້​ເຮັດ​ໃຫ້ຜູ້​ຄົນ​ຂອງ​ລາວ—ບັນ​ພະ​ບຸ​ລຸດ​ຂອງ​ຜູ້​ຄົນ​ຂອງ​ກະສັດ​ລິມໄຮ—ຕົກ​ຢູ່​ໃນ​ສະ​ຖາ​ນະ​ການ​ທີ່​ລຳ​ບາກ ເພາະ​ການເຮັດ​ສັນ​ຍາ​ທີ່ບໍ່​ສະ​ຫລາດ ນຳກະສັດ​ເລມັນ. ແຕ່​ຕໍ່​ມາ, ເມື່ອ​ລາວ​ໄດ້​ເຮັດ​ສົງ​ຄາມ​ກັບ​ຊາວ​ເລມັນ, ລາວ​ໄດ້​ຊ່ວຍ​ຜູ້​ຄົນ​ຂອງ​ລາວ​ໃຫ້​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຂອງ​ພວກ​ເຂົາ​ດ້ວຍ​ສັດ​ທາ. ຂະ​ນະ​ທີ່​ທ່ານ​ອ່ານ ໂມໄຊຢາ 9–10, ໃຫ້​ຊອກ​ຫາ​ສິ່ງ​ທີ່​ຜູ້​ຄົນ​ຂອງ​ຊີນິບ​ໄດ້​ເຮັດ ເພື່ອ​ສະ​ແດງ​ອອກ​ເຖິງ​ສັດ​ທາ​ຂອງ​ພວກ​ເຂົາ. ພຣະ​ເຈົ້າ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ເຂັ້ມ​ແຂງ​ແນວ​ໃດ? ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ ທີ່ທ່ານ​ໄດ້​ອອກ​ໄປ “ໂດຍ​ໄດ້​ຮັບ​ກຳ​ລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ”? (ໂມໄຊຢາ 9:17; 10:10–11).

ໂມໄຊຢາ 10:11–17

ການ​ເລືອກ​ຂອງ​ເຮົາ​ສາ​ມາດ​ເປັນ​ອິດ​ທິ​ພົນ​ໃຫ້​ຫລາຍ​ລຸ້ນ​ຄົນ.

ອີງ​ຕາມ ໂມໄຊຢາ 10:11–17, ການ​ກະ​ທຳ ແລະ ທ່າ​ທີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ຊາວ​ເລມັນ ໄດ້​ກີດ​ກັນ​ຊາວ​ເລມັນ​ຈາກ​ການຮູ້​ຄວາມ​ຈິງ​ແນວ​ໃດ? ການ​ເລືອກ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ຊາວ​ເລມັນ ມີ​ຜົນ​ກະ​ທົບ​ຕໍ່​ຄົນ​ລຸ້ນ​ຫລັງ​ແນວ​ໃດ? ໃຫ້​ຄິດ​ກ່ຽວ​ກັບ​ຜູ້​ຄົນ​ທີ່ທ່ານ​ອາດ​ມີ​ອິດ​ທິ​ພົນ​ຕໍ່ ເພາະ​ຄວາມ​ເຊື່ອ ແລະ ການ​ເລືອກ​ຂອງ​ທ່ານ; ທ່ານ​ເຮັດ​ຫຍັງ​ແດ່​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ສັດ​ທາ​ຢ່າງ​ເຕັມ​ປ່ຽມ​ໃນ​ພຣະ​ຄຣິດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ໂມໄຊຢາ 7:19–20

ໃຫ້​ສັງ​ເກດ​ເບິ່ງ​ຕົວ​ຢ່າງ​ທີ່​ກະສັດ​ລິມໄຮ​ກ່າວ​ເຖິງ ເພື່ອ​ຊຸກ​ຍູ້​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ມີ​ສັດ​ທາ. ມີ​ຕົວ​ຢ່າງ​ໃດ​ແດ່​ຈາກ​ພຣະ​ຄຳ​ພີ ທີ່​ດົນ​ໃຈ​ເຮົາ​ໃຫ້ “ໝັ້ນ​ໃຈ​ໃນ​ພຣະ​ເຈົ້າ”? ໝັ້ນ​ໃຈ​ໃນ​ພຣະ​ເຈົ້າ ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ ໂມໄຊຢາ 9:17; 10:19 ນຳ​ອີກ). ມີ​ເລື່ອງ​ລາວ​ໃດ​ແດ່​ຈາກ​ຊີ​ວິດ​ຂອງ​ເຮົາ ຫລື ຊີ​ວິດ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ ທີ່​ເຮົາ​ສາ​ມາດ​ແບ່ງ​ປັນ ເພື່ອ​ດົນ​ໃຈ​ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ໃນ​ພຣະ​ເຈົ້າ​ຫລາຍກວ່າ​ເກົ່າ?

ໂມໄຊຢາ 7:26–27

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈາກ​ຂໍ້​ເຫລົ່າ​ນີ້? (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:22 ນຳ​ອີກ). ການ​ຮູ້​ຈັກ​ສິ່ງ​ເຫລົ່າ​ນີ້ ເຮັດ​ໃຫ້​ເຮົາ​ຮູ້​ບຸນ​ຄຸນ​ແນວ​ໃດ?

ໂມໄຊຢາ 8:13–18

ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເຂົ້າ​ໃຈວ່າ ຜູ້​ພະ​ຍາ​ກອນຄື​ຫຍັງ, ບາງ​ທີ​ທ່ານ​ຄວນ​ສະ​ແດງ​ຮູບ​ພາບ​ຂອງ​ເຄື່ອງ​ມື​ທີ່​ຊ່ວຍ​ເຮົາ​ໃຫ້​ເຫັນ​ບາງ​ສິ່ງ ທີ່​ເຮົາ​ບໍ່​ສາ​ມາດ​ຫລຽວ​ເຫັນ​ດ້ວຍ​ຕາ​ເປົ່າ, ດັ່ງ​ເຊັ່ນ ກ້ອງ​ສ່ອງ​ທາງ​ໄກ, ກ້ອງ​ສ່ອງ​ດາວ, ຫລື ກ້ອງ​ຈຸລະທັດ. ເຄື່ອງ​ມື​ເຫລົ່າ​ນີ້​ເປັນ​ຄື​ກັນ​ກັບ​ຜູ້​ພະ​ຍາ​ກອນ​ແນວ​ໃດ? (ເບິ່ງ ໂມເຊ 6:35–36). ຜູ້​ພະ​ຍາ​ກອນ​ສາ​ມາດ​ຫລຽວ​ເຫັນ​ສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ຫລຽວ​ເຫັນ​ແນວ​ໃດ? ເຮົາມີ​ຫລັກ​ຖານ​ໃດ​ແດ່ ທີ່​ວ່າ​ໂຈເຊັບ ສະມິດ ເປັນ​ຜູ້​ພະ​ຍາ​ກອນ?

ທ່ານ​ສາ​ມາດ​ສະ​ແດງ​ຮູບ​ພາບ​ຂອງ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ ແລະ ຖາມ​ຄອບ​ຄົວ​ຂອງ​ທ່ານ​ວ່າ ເຂົາ​ເຈົ້າ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພວກ​ເພິ່ນ. ເຮົາ​ຕິດ​ຕາມ​ພວກ​ເພິ່ນ​ແນວ​ໃດ?

ໂມໄຊຢາ 9:14–18; 10:1–10

ເມື່ອ​ຊາວ​ເລມັນ​ມາ​ໂຈມ​ຕີ, ຜູ້​ຄົນ​ຂອງ​ຊີນິບ​ກໍ​ພ້ອມ​ແລ້ວ ທາງຝ່າຍ​ຮ່າງ​ກາຍ ແລະ ທາງຝ່າຍ​ວິນ​ຍານ. ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຊີນິບ ແລະ ຜູ້​ຄົນ​ຂອງ​ລາວ ກ່ຽວ​ກັບ​ການ​ກະ​ກຽມ​ສຳ​ລັບ​ການ​ທ້າ​ທາຍ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ສະ​ແຫວງ​ຫາ​ຄວາມ​ຮູ້​ທາງວິນ​ຍານ​ຂອງ​ທ່ານ​ເອງ. ໂຄງ​ຮ່າງນີ້​ແນະ​ນຳ​ຂ່າວ​ສານ ແລະ ຫລັກ​ທຳ​ໃຫ້​ເອົາ​ໃຈ​ໃສ່​ຕໍ່, ແຕ່​ຢ່າ​ໃຫ້​ຄຳ​ແນະ​ນຳ​ເຫລົ່າ​ນີ້​ຈຳ​ກັດ​ການ​ສຶກ​ສາ​ຂອງ​ທ່ານ. ທ່ານ​ອາດ​ປະ​ທັບ​ໃຈ​ກັບ​ບາງ​ຂໍ້ ຫລື ຄົ້ນ​ພົບ​ຫລັກ​ທຳບາງ​ຢ່າງ​ທີ່ບໍ່​ໄດ້​ກ່າວ​ເຖິງ​ຢູ່​ໃນ​ນີ້. ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ທ່ານ.

ຮູບ​ພາບ
ໂຈເຊັບ ສະມິດ ກັບ​ໂມໂຣໄນ

Vision to Joseph Smith [ພາບ​ນິມິດ​ຕໍ່​ໂຈເຊັບ ສະມິດ], ໂດຍ ຄະລາກ ແຄວລີ ພຣາຍສ໌

ພິມ