ຈົ່ງ​ຕາມ​ເຮົາ​ມາ
ວັນທີ 18–24 ເດືອນ​ພຶດສະພາ. ໂມໄຊຢາ 25–28: “ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ”


“ວັນທີ 18–24 ເດືອນ​ພຶດສະພາ. ໂມໄຊຢາ 25–28: ‘ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 18–24 ເດືອນ​ພຶດສະພາ. ໂມໄຊຢາ 25–28,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ທູດ​ໄດ້​ມາ​ປະ​ກົດ​ຕໍ່​ແອວມາ ແລະ ພວກ​ລູກ​ຊາຍ​ຂອງ​ໂມໄຊຢາ

Conversion of Alma the Younger [ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ແອວມາ​ຜູ້​ເປັນ​ລູກ], ໂດຍ ແກຣີ ແອວ ແຄບ

ວັນທີ 18–24 ເດືອນ​ພຶດສະພາ

ໂມໄຊຢາ 25–28

“ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ”

ຫລັງ​ຈາກ “ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ [ແອວມາ],” ເພິ່ນ​ໄດ້​ຂຽນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເພິ່ນ “ເພື່ອ​ເພິ່ນ​ຈະ​ມີ​ມັນ” (ໂມໄຊຢາ 26:14, 33). ທ່ານ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ແອວມາ​ແນວ​ໃດ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຫລັງ​ຈາກ​ເກືອບ​ເຖິງ​ສາມ​ລຸ້ນ​ຄົນ​ຂອງ​ການ​ອາ​ໄສ​ຢູ່​ໃນຕ່າງ​ແຜ່ນ​ດິນ, ແລ້ວ​ຊາວ​ນີໄຟ​ກໍ​ໄດ້​ລວມ​ເຂົ້າ​ເປັນ​ຜູ້​ຄົນ​ດຽວ​ກັນ​ອີກ. ຜູ້​ຄົນ​ຂອງ​ລິມ​ໄຮ, ຜູ້​ຄົນ​ຂອງ​ແອວມາ, ແລະ ຜູ້​ຄົນ​ຂອງ​ໂມໄຊຢາ—ແມ່ນ​ແຕ່​ຜູ້​ຄົນ​ຂອງ​ເຊ​ຣາ​ເຮັມ​ລາ, ຜູ້ບໍ່​ໄດ້​ເປັນ​ທາ​ຍາດ​ຂອງ​ນີໄຟ—​ບັດ​ນີ້ ທຸກ​ຄົນ​ຖືກ “ນັບ​ເຂົ້າ​ຢູ່​ກັບ​ຊາວ​ນີໄຟ” (ໂມໄຊຢາ 25:13). ພວກ​ເຂົາ​ຫລາຍ​ຄົນ​ກໍ​ຢາກ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ແອວມາ​ໄດ້​ສະ​ຖາ​ປະ​ນາ​ຂຶ້ນ​ນຳ​ອີກ. ສະ​ນັ້ນ ທຸກ​ຄົນ​ທີ່ “ປາດ​ຖະ​ໜາ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ” ຈຶ່ງ​ໄດ້​ຮັບ​ບັບ​ຕິ​ສະ​ມາ, “ແລະ ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ” (ໂມໄຊຢາ 25:23–24). ຫລັງ​ຈາກ​ຫລາຍ​ປີ​ຂອງ​ການ​ຂັດ​ແຍ້ງ ແລະ ການ​ເປັນ​ຊະເລີຍ, ເບິ່ງ​ຄື​ວ່າ​ໃນ​ທີ່​ສຸດ ຊາວ​ນີໄຟ​ຈະ​ໄດ້​ຊື່ນ​ຊົມ​ກັບ​ຄວາມ​ສະຫງົບ​ສຸກ.

ແຕ່ບໍ່​ດົນ, ຜູ້​ທີ່ບໍ່​ເຊື່ອກໍ​ເລີ່ມ​ຕົ້ນ​ຂົ່ມ​ເຫັງ​ໄພ່​ພົນ. ສິ່ງ​ທີ່​ເຮັດ​ໃຫ້​ເຈັບ​ປວດ​ໃຈ​ຫລາຍ​ໂດຍ​ສະ​ເພາະ​ແມ່ນ​ວ່າ ຜູ້​ທີ່ບໍ່​ເຊື່ອ​ເຫລົ່າ​ນີ້ ແມ່ນ​ລູກ​ຂອງ​ຜູ້​ທີ່​ເຊື່ອນັ້ນ​ເອງ—ພວກ “ຄົນ​ລຸ້ນ​ໃໝ່” (ໂມໄຊຢາ 26:1), ລວມ​ທັງ​ພວກ​ລູກ​ຊາຍ​ຂອງ​ໂມໄຊຢາ ແລະ ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ແອວມາ. ແລ້ວ​ສິ່ງ​ມະ​ຫັດ​ສະ​ຈັນ​ໄດ້​ເກີດ​ຂຶ້ນ, ເລື່ອງ​ລາວ​ຂອງ​ການ​ມະ​ຫັດ​ສະ​ຈັນ​ນັ້ນ​ໄດ້​ໃຫ້​ຄວາມ​ຫວັງ​ແກ່​ພໍ່​ຜູ້​ທີ່​ເຈັບ​ປວດ​ໃຈ​ມາ​ຫລາຍ​ລຸ້ນ​ຄົນ. ແຕ່​ເລື່ອງ​ລາວ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ແອວມາ ບໍ່​ແມ່ນ​ພຽງ​ແຕ່​ສຳ​ລັບ​ພໍ່​ແມ່​ຂອງ​ລູກ ທີ່​ອອກນອກ​ທາງ​ເທົ່າ​ນັ້ນ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ແມ່ນ​ການ​ມະ​ຫັດ​ສະ​ຈັນ​ທີ່, ບໍ່​ວ່າ​ໃນ​ທາງ​ໃດ​ກໍ​ທາງ​ໜຶ່ງ, ຈຳ​ເປັນຕ້ອງ​ເກີດ​ຂຶ້ນ​ກັບ​ເຮົາ​ທຸກ​ຄົນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂມໄຊຢາ 26:1–6

ເຮົາ​ຮັບ​ຜິດ​ຊອບ​ຕໍ່​ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເອງ.

ຜູ້​ທີ່​ໄດ້​ຍິນ​ຄຳ​ເທດ​ສະ​ໜາ​ຂອງ​ກະ​ສັດ​ເບັນ​ຢາ​ມິນ ໄດ້​ປະ​ສົບ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ມະ​ຫັດ​ສະ​ຈັນ (ເບິ່ງ ໂມໄຊຢາ 5:1–7), ແຕ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນ​ປະ​ສົບ​ການ​ສ່ວນ​ຕົວ ທີ່ບໍ່​ສາ​ມາດ​ສົ່ງ​ຕໍ່​ໃຫ້​ຄົນ​ອື່ນ ຄື​ມູນ​ມໍ​ລະ​ດົກ​ທີ່​ສົ່ງ​ຕໍ່​ໃຫ້​ລູກໆ​ຂອງ​ບາງ​ຄົນ. ເຮົາ​ທຸກ​ຄົນ​ຈະ​ຕ້ອງ​ມີ​ປະ​ສົບ​ການ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ຕົວ​ເອງ ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂະ​ນະ​ທີ່​ທ່ານ​ອ່ານ ຢູ່​ໃນ ໂມໄຊຢາ 26:1–6 ກ່ຽວ​ກັບ “ຄົນ​ລຸ້ນ​ໃໝ່” ຂອງ​ຊາວ​ນີໄຟ​ທີ່ບໍ່​ເຊື່ອ, ໃຫ້​ສັງ​ເກດ​ເບິ່ງ​ຜົນ​ສະ​ທ້ອນ​ຂອງ​ຄວາມບໍ່​ເຊື່ອ​ຂອງ​ພວກ​ເຂົາ. ທ່ານ​ອາດ​ຄິດ​ກ່ຽວ​ກັບ​ຜູ້​ຄົນທີ່​ທ່ານ​ຢາກ​ພາ​ມາ​ຫາ​ພຣະ​ຄຣິດ​ນຳ​ອີກ. ເຖິງ​ແມ່ນ​ວ່າ​ທ່ານບໍ່​ສາ​ມາດມອບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສໃຫ້​ເຂົາ​ເຈົ້າ, ແຕ່​ພຣະ​ວິນ​ຍານ​ອາດ​ບອກ​ສິ່ງ​ທີ່​ທ່ານ ສາ​ມາດ ເຮັດ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ພົບ​ສັດ​ທາ. ຂະ​ນະ​ທີ່​ທ່ານ​ອ່ານ ຢູ່​ໃນ ໂມໄຊຢາ 25–28 ກ່ຽວ​ກັບ​ວິ​ທີ​ທີ່​ແອວມາ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆ ໄດ້​ຊ່ວຍ​ຄົນ​ລຸ້ນ​ໃໝ່, ແນວ​ຄິດ​ເພີ່ມ​ເຕີມ​ອາດ​ມາ​ສູ່​ທ່ານ.

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:25–29 ນຳ​ອີກ.

ໂມໄຊຢາ 26:6–39

ຜູ້​ຮັບ​ໃຊ້​ທີ່​ຊື່​ສັດ​ຂອງ​ພຣະ​ເຈົ້າ ຈະ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.

ບາງ​ເທື່ອ​ເຮົາອາດ​ຄິດ​ວ່າ ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ເຊັ່ນ ແອວມາ ຈະເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ສະ​ເໝີ​ໄປ. ຢູ່ໃນ ໂມໄຊຢາ 26 ເຮົາ​ອ່ານ​ເຖິງ​ບັນ​ຫາ​ຢູ່​ໃນ​ສາດ​ສະ​ໜາ​ຈັກ ທີ່​ແອວມາບໍ່​ເຄີຍ​ຈັດ​ການ​ມາ​ກ່ອນ, ແລະ “ເພິ່ນ​ຢ້ານ​ວ່າ​ເພິ່ນ​ຈະ​ເຮັດ​ຜິດ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ” (ໂມໄຊຢາ 26:13). ແອວມາ​ໄດ້​ເຮັດ​ສິ່ງ​ໃດ ໃນ​ສະ​ຖາ​ນະ​ການ​ເຊັ່ນ​ນີ້? (ເບິ່ງ ໂມໄຊຢາ 26:13–14, 33–34, 38–39). ປະ​ສົບ​ການ​ຂອງ​ແອວມາ ແນະ​ນຳ​ສິ່ງ​ໃດ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ອາດ​ເຂົ້າ​ຫາ​ບັນ​ຫາ​ທີ່​ຫຍຸ້ງ​ຍາກ​ຢູ່​ໃນ​ຄອບ​ຄົວ​ຂອງ​ທ່ານ ຫລື ໃນ​ການ​ຮັບ​ໃຊ້​ສາດ​ສະ​ໜາ​ຈັກ​ຂອງ​ທ່ານ?

ມັນ​ອາດ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ ທີ່​ຈະ​ຂຽນ​ຄວາມ​ຈິງ​ບາງ​ຢ່າງ​ທີ່​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ຕໍ່​ແອວມາ, ທີ່​ພົບ​ເຫັນ​ຢູ່​ໃນ ໂມໄຊຢາ 26:15–32. ໃຫ້​ສັງ​ເກດ​ເບິ່ງ ຄວາມ​ຈິງ​ບາງ​ຢ່າງ​ເຫລົ່າ​ນີ້ ບໍ່​ໄດ້ຕອບ​ຄຳ​ຖາມ​ຂອງ​ແອວມາ​ໂດຍ​ກົງ. ສິ່ງນີ້​ແນະ​ນຳ​ທ່ານ​ແນວ​ໃດ ກ່ຽວ​ກັບ​ການ​ອະ​ທິ​ຖານ ແລະ ການ​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ?

ໂມໄຊຢາ 27:8–37

ຊາຍ ແລະ ຍິງ​ທຸກ​ຄົນ ຈະ​ຕ້ອງ​ໄດ້​ເກີດ​ໃໝ່.

ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ວ່າ ແອວມາຜູ້​ເປັນ​ລູກ ຕ້ອງ​ການ ການ​ເກີດ​ໃໝ່​ທາງວິນ​ຍານ, ເພາະ​ເພິ່ນ ແລະ ພວກ​ລູກ​ຊາຍຂອງ​ໂມ​ໄຊຢາ “ເປັນ​ຄົນ​ຊົ່ວ​ຮ້າຍ​ແທ້ໆ​ໃນ​ຄົນ​ບາບ,” ຜູ້​ໄດ້​ທ່ອງ​ທ່ຽວ​ໄປ “ເພື່ອ​ທຳ​ລາຍ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ” (ໂມໄຊຢາ 28:4; 27:10). ແຕ່ບໍ່​ດົນ​ຫລັງ​ຈາກ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເພິ່ນ, ແອວມາ​ໄດ້​ເປັນ​ພະ​ຍານວ່າ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ແມ່ນ​ມີໃຫ້—ແລະ ຈຳ​ເປັນ—ຕໍ່​ທຸກ​ຄົນ: “ຢ່າ​ໄດ້​ແປກ​ໃຈ​ເລີຍ,” ເພິ່ນ​ເວົ້າ, “ວ່າ​ມະ​ນຸດ ທັງ​ປວງ … ຕ້ອງ​ເກີດ​ໃໝ່​ເສຍ​ກ່ອນ” (ໂມໄຊຢາ 27:25; ເນັ້ນ​ຄຳ​ເນີ້ງ). ສິ່ງນັ້ນ, ແນ່ນອນ, ແມ່ນ​ລວມ​ທັງ​ຕົວ​ທ່ານ.

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ແອວມາ, ທີ່​ພົບ​ເຫັນ​ຢູ່​ໃນ ໂມໄຊຢາ 27:8–37, ທ່ານ​ອາດ​ພະ​ຍາ​ຍາມ​ປຽບ​ທຽບ​ຕົວ​ເອງ​ໃສ່​ກັບ​ເພິ່ນ. ທ່ານບໍ່​ໄດ້​ພະ​ຍາ​ຍາມ​ທຳ​ລາຍ​ສາດ​ສະ​ໜາ​ຈັກ, ແຕ່​ທ່ານ​ສາ​ມາດ​ຄິດ​ເຖິງ​ສິ່ງ​ທີ່ກ່ຽວ​ກັບ​ຕົວ​ທ່ານ​ເອງ ທີ່​ຕ້ອງ​ປ່ຽນ. ເຊັ່ນ​ດຽວ​ກັນ​ກັບ​ບິ​ດາ​ຂອງ​ແອວມາ, ມີ​ໃຜ​ແດ່​ທີ່​ສະ​ໜັບ​ສະ​ໜູນ​ທ່ານ ແລະ ອະ​ທິ​ຖານ​ເພື່ອ​ທ່ານ “ດ້ວຍ​ສັດ​ທາ​ຫລາຍ”? ປະ​ສົບ​ການ​ໃດ​ແດ່​ທີ່​ໄດ້​ຊ່ວຍ “ເຮັດ​ໃຫ້ [ທ່ານ] ສຳ​ນຶກ​ເຖິງ ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ”? (ໂມໄຊຢາ 27:14). “ສິ່ງ​ຍິ່ງ​ໃຫຍ່” ໃດ​ແດ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ເພື່ອ​ທ່ານ ຫລື ຄອບ​ຄົວ​ຂອງ​ທ່ານ ທີ່​ທ່ານ​ຄວນ “ຈື່​ຈຳ”? (ໂມໄຊຢາ 27:16). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຖ້ອຍ​ຄຳ ແລະ ການ​ກະ​ທຳ​ຂອງ​ແອວມາຜູ້​ເປັນ​ລູກ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ເກີດ​ໃໝ່? ຄຳ​ຖາມ​ເຊັ່ນ​ນີ້​ອາດ​ຊ່ວຍ​ທ່ານ​ໃຫ້​ປະ​ເມີນຄວາມ​ກ້າວ​ໜ້າ​ຂອງ​ທ່ານ ໃນ​ຂັ້ນ​ຕອນ​ຂອງ​ການ​ເກີດ​ໃໝ່.

ເບິ່ງ ໂມໄຊຢາ 5:6–9; ແອວມາ 36 ນຳ​ອີກ.

ຮູບ​ພາບ
ແອວມາຜູ້​ເປັນ​ລູກ​ຖືກ​ຫາມ​ໄປ​ເຮືອນ​ຂອງ​ບິ​ດາ​ຂອງ​ເພິ່ນ

His Father Rejoiced [ບິ​ດາ​ຂອງ​ເພິ່ນ​ປິຕິ​ຍິນ​ດີ], ໂດຍ ວາວເຕີ ເຣນ

ໂມໄຊຢາ 27:14, 19–24

ພຣະ​ເຈົ້າ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ ແລະ ຈະ​ຕອບ​ຄຳ​ອະ​ທິ​ຖານເຫລົ່າ​ນັ້ນ​ອີງ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.

ບາງ​ທີ​ທ່ານ​ອາດຮູ້​ຈັກ​ພໍ່ ຫລື ແມ່​ຄົນ​ໃດຄົນ​ໜຶ່ງ ທີ່​ເປັນ​ຄື​ກັນ​ກັບ​ແອວມາ​ຜູ້​ເປັນ​ບິ​ດາ, ທີ່​ລູກ​ຊາຍ ຫລື ລູກ​ສາວ​ໄດ້ເລືອກ​ເຮັດ​ສິ່ງ​ທີ່​ທຳ​ລາຍ. ຫລື ທ່ານ​ອາດ​ເປັນ​ພໍ່ ຫລື ແມ່​ຄົນ​ນັ້ນ. ທ່ານ​ພົບ​ເຫັນ​ຫຍັງ​ຢູ່​ໃນ ໂມໄຊຢາ 27:14, 19–24 ທີ່​ໃຫ້​ຄວາມ​ຫວັງ​ແກ່​ທ່ານ? ຂໍ້​ເຫລົ່າ​ນີ້​ມີ​ອິດ​ທິ​ພົນ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ທ່ານ ເພື່ອ​ຄົນ​ອື່ນ​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ໂມໄຊຢາ 25:5–11

ຜູ້​ຄົນ​ຂອງ​ໂມໄຊຢາ​ຮູ້​ສຶກ​ແນວ​ໃດ​ຫລັງ​ຈາກ​ທີ່​ເພິ່ນ​ໄດ້​ອ່ານ​ບັນ​ທຶກ​ຂອງ​ຜູ້​ຄົນ​ຂອງ​ຊີ​ນິບ ແລະ ຜູ້​ຄົນ​ຂອງ​ແອວມາ​ໃຫ້​ພວກ​ເຂົາ​ຟັງ? ຄອບ​ຄົວ​ຂອງ​ທ່ານ​ໄດ້​ຮັກ​ສາ​ບັນ​ທຶກ​ໃດ​ບໍ ທີ່​ທ່ານ​ສາ​ມາດ​ຫາ​ອ່ານ​ໄດ້? ບາງ​ທີ​ທ່ານ​ສາ​ມາດ​ຕື່ມ​ບັນ​ທຶກ​ຂອງ​ທ່ານ​ໃສ່​ນຳ ຫລື ເລີ່ມ​ຕົ້ນ​ຂຽນ​ບັນ​ທຶກ​ຂອງ​ທ່ານ​ເອງ. ທ່ານ​ຈະ​ລວມ​ສິ່ງ​ໃດໃສ່​ໃນ​ບັນ​ທຶກ ທີ່​ອາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ (ລວມ​ທັງ​ຄົນ​ລຸ້ນ​ຫລັງ) ໃຫ້ “ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ​ຢ່າງ​ລົ້ນ​ເຫລືອ” ແລະ ຮຽນ​ຮູ້​ກ່ຽວ​ກັບ “ພຣະ​ກະ​ລຸ​ນາ​ທິ​ຄຸນ​ທັນ​ທີຂອງ​ພຣະ​ເຈົ້າ”? (ໂມໄຊຢາ 25:8, 10).

ໂມໄຊຢາ 25:16

ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ຜູ້​ຄົນ​ຂອງ​ລິມ​ໄຮ ທີ່​ຈະ​ຈື່​ຈຳ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ພວກ​ເຂົາ​ອອກຈາກ​ການ​ເປັນ​ຊະ​ເລີຍ? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ສິ່ງ​ໃດ​ເພື່ອເຮົາ ຊຶ່ງ​ເຮົາ​ຄວນ​ຈື່​ຈຳ?

ໂມໄຊຢາ 26:29–31; 27:35

ອີງ​ຕາມ​ຂໍ້​ເຫລົ່າ​ນີ້, ຜູ້​ຄົນ​ຄວນ​ເຮັດ​ສິ່ງ​ໃດ ເພື່ອ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ?

ໂມໄຊຢາ 27:21–24

ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ໃຫ້ຄິດ​ກ່ຽວ​ກັບ​ບາງ​ຄົນ​ຢູ່​ໃນ​ຄອບ​ຄົວ​ຂອງ​ທ່ານ ທີ່​ທ່ານ​ສາ​ມາດ​ອະ​ທິ​ຖານ ແລະ ຖື​ສິນ​ອົດ​ເຂົ້າ​ເພື່ອ.

ໂມໄຊຢາ 27–28

ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ສາ​ມາດ​ວາດ​ພາບ​ເລື່ອງ​ລາວ​ຢູ່​ໃນ​ບົດ​ເຫລົ່າ​ນີ້, ທ່ານ​ຄວນ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ແຕ້ມ​ຮູບ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ກ່ຽວ​ຂ້ອງ ແລະ ໃຊ້​ຮູບ​ເຫລົ່າ​ນັ້ນ ເພື່ອ​ເລົ່າ​ເລື່ອງ. ຫລື ເຂົາ​ເຈົ້າ​ອາດ​ຢາກ​ສະ​ແດງ​ຕາມ​ເລື່ອງ​ເລົ່າ; ເຂົາ​ເຈົ້າ​ຈະ​ສະ​ແດງ​ເຖິງ​ການ​ປ່ຽນ​ແປງ​ທີ່​ແອວມາ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ໄດ້​ປະ​ສົບ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ໃຊ້​​ສິ​ລະ​ປະ. ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ ແລະ ຫ້ອງ​ສະ​ໝຸດສື່​ສານ ຢູ່​ທີ່ ChurchofJesusChrist.org ບັນ​ຈຸ​ຮູບ​ພາບ ແລະ ວິ​ດີ​ໂອ​ຢ່າງ​ຫລວງ​ຫລາຍ ທີ່​ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ວາດ​ພາບ​ຄວາມ​ຄິດ ຫລື ວາດ​ພາບ​ເຫດ​ການ​ໄດ້.

ຮູບ​ພາບ
ທູດ​ປະ​ກົດ​ຕໍ່ແອວມາຜູ້​ເປັນ​ລູກ

ຮູບ​ພາບ​ທູດ​ປະ​ກົດ​ຕໍ່​ແອວມາ​ຜູ້​ເປັນ​ລູກ ໂດຍ ແຄວິນ ຂຽວ

ພິມ