ຈົ່ງ​ຕາມ​ເຮົາ​ມາ
ວັນທີ 4–10 ເດືອນ​ພຶດສະພາ. ໂມໄຊຢາ 11–17: “ແສງ​ສະ​ຫວ່າງ … ຈະ​ບໍ່​ມີ​ຄວາມ​ມືດ​ເລີຍ”


“ວັນທີ 4–10 ເດືອນ​ພຶດສະພາ. ໂມໄຊຢາ 11–17: ‘ແສງ​ສະ​ຫວ່າງ … ຈະ​ບໍ່​ມີ​ຄວາມ​ມືດ​ເລີຍ,’” ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 4–10 ເດືອນ​ພຶດສະພາ. ໂມໄຊຢາ 11–17,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ອະບີ​ນາໄດ​ເປັນ​ພະ​ຍານ​ຕໍ່​ກະ​ສັດ​ໂນອາ

Abinadi before King Noah [ອະບີ​ນາໄດ​ຢູ່​ຕໍ່​ໜ້າ​ກະສັດ​ໂນອາ], ໂດຍ ແອນດຣູ ໂບສ໌ລີ

ວັນທີ 4–10 ເດືອນ​ພຶດສະພາ

ໂມ​ໄຊ​ຢາ 11–17

“ແສງ​ສະ​ຫວ່າງ … ຈະ​ບໍ່​ມີ​ຄວາມ​ມືດ​ເລີຍ”

ຖ້ອຍ​ຄຳ​ຂອງອະບີ​ນາໄດ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ ຢ່າງ​ໜ້ອຍ​ຕໍ່​ຜູ້​ໜຶ່ງ​ຢູ່​ໃນ​ສານ​ຂອງ​ກະ​ສັດໂນອາ (ເບິ່ງ ໂມໄຊຢາ 17:2–4). ໃຫ້​ອ່ານ ໂມໄຊຢາ 11–17 ດ້ວຍ​ການ​ອະ​ທິ​ຖານ​ຢູ່​ໃນ​ໃຈ ເພື່ອ​ວ່າ​ທ່ານ​ຈະ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ປ່ຽນ​ແປງ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໄຟ​ທີ່​ລຸກ​ລາມ​ສາ​ມາດ​ເກີດ​ຈາກ​ເຊື້ອ​ໄຟ​ພຽງ​ເມັດ​ດຽວ. ອະບີ​ນາໄດ​ເປັນ​ພຽງ​ຄົນ​ດຽວ​ທີ່​ໄດ້​ເປັນ​ພະ​ຍານ​ຕໍ່​ຕ້ານ​ກະ​ສັດ​ທີ່​ມີ​ອິດ​ທິ​ພົນ ແລະ ສານ​ຂອງ​ເພິ່ນ. ພາກ​ສ່ວນ​ໃຫຍ່​ຂອງຖ້ອຍ​ຄຳ​ຂອງ​ເພິ່ນ​ໄດ້​ຖືກ​ປະ​ຕິ​ເສດ, ແລະ ເພິ່ນ​ໄດ້​ຖືກ​ສັ່ງ​ປະ​ຫານ. ແຕ່​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ຊຶ່ງ​ເປັນ “ແສງ​ສະ​ຫວ່າງ … ຈະ​ບໍ່​ມີ​ຄວາມ​ມືດ​ເລີຍ” (ໂມໄຊຢາ 16:9), ໄດ້​ມີ​ອິດ​ທິ​ພົນ​ຕໍ່​ປະ​ໂລ​ຫິດ​ໜຸ່ມ​ຄົນ​ໜຶ່ງ​ຊື່ ແອວມາ. ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ອັນ​ເລັກ​ນ້ອຍນັ້ນ ໄດ້​ເລີ່ມ​ຕົ້ນ​ເຕີບ​ໂຕ​ຂຶ້ນ ຂະ​ນະ​ທີ່​ແອວມາ​ໄດ້​ນຳ​ຫລາຍ​ຄົນ​ມາ​ສູ່​ການ​ກັບ​ໃຈ ແລະ ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ແປວ​ໄຟ​ທີ່​ໄດ້​ຂ້າ​ອະບີ​ນາໄດ ໄດ້​ດັບ​ມອດ​ໄປ​ແລ້ວ, ແຕ່​ແປວ​ໄຟ​ແຫ່ງ​ສັດ​ທາ​ທີ່​ຖ້ອຍ​ຄຳ​ຂອງ​ເພິ່ນ​ໄດ້​ກໍ່​ສ້າງ​ໄວ້ ຈະ​ມີ​ອິດ​ທິ​ພົນ​ຕະ​ຫລອດ​ໄປ​ຕໍ່​ຊາວ​ນີ​ໄຟ—ແລະ ຕໍ່​ຜູ້​ທີ່​ອ່ານ​ຖ້ອຍ​ຄຳ​ຂອງ​ເພິ່ນ ໃນ​ທຸກວັນ​ນີ້. ເຮົາ​ສ່ວນ​ຫລາຍ​ຈະ​ບໍ່​ເຄີຍ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທີ່ອະບີ​ນາໄດ​ໄດ້​ປະ​ເຊີນ ເພາະ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ, ແຕ່​ກໍມີ​ເວ​ລາ​ໃດ​ເວ​ລາ​ໜຶ່ງ ທີ່​ເຮົາ​ຖືກ​ທົດສອບ​ເລື່ອງ​ຄວາມ​ກ້າ​ຫານ ແລະ ສັດ​ທາ ເພາະ​ການຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ. ບາງ​ທີ​ການ​ສຶກ​ສາ​ປະ​ຈັກ​ພະ​ຍານ​ຂອງ​ອະບີ​ນາໄດ ຈະເຮັດ​ໃຫ້​ເຮົາ​ມີ​ປະ​ຈັກ​ພະ​ຍານ ແລະ ​ມີຄວາມ​ກ້າ​ຫານ​ຫລາຍກວ່າ​ເກົ່າ​ຄື​ກັນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂມໄຊຢາ 11–1317

ເຮົາ​ສາ​ມາດ​ຢືນ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ, ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ຢືນ​ຢູ່​ຄົນ​ດຽວ​ກໍ​ຕາມ.

ໃຫ້​ຄິດ​ເບິ່ງວ່າ ມັນ​ຄົງ​ເປັນ​ສິ່ງ​ທໍ້​ຖອຍ​ໃຈ​ຫລາຍ​ຂະ​ໜາດ​ໃດສຳ​ລັບ​ອະບີ​ນາໄດ ທີ່​ຈະ​ເອີ້ນ​ປ່າວ​ການ​ກັບ​ໃຈ ຕໍ່​ຜູ້​ຄົນ​ທີ່​ເບິ່ງ​ຄື​ວ່າ ບໍ່​ສົນ​ໃຈ​ເລີຍ​ກັບ​ການ​ປ່ຽນ​ແປງການ​ດຳລົງ​ຊີ​ວິດ​ໃນ​ທາງ​ທີ່​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ. ຂ່າວ​ສານ​ຂອງ​ເພິ່ນ​ຖືກ​ປະ​ຕິ​ເສດ​ເທື່ອ​ແລ້ວ​ເທື່ອ​ອີກ. ແຕ່​ອະບີ​ນາໄດບໍ່​ເຄີຍ​ຍົກ​ເລີກ.

ເມື່ອ​ໃດ​ທີ່​ທ່ານ​ເຄີຍ​ຮູ້​ສຶກວ່າ ທ່ານ​ຢືນ​ຢູ່​ຄົນ​ດຽວ​ໃນ​ການ​ປົກ​ປ້ອງ​ຄວາມ​ຈິງ? ຂະ​ນະ​ທີ່​ທ່ານ​ອ່ານ ໂມໄຊຢາ 11–13 ແລະ 17, ທ່ານ​ຮຽນ​ຮູ້​ຫຍັງ​ແດ່ ທີ່​ສາ​ມາດ​ຊ່ວຍ​ທ່ານ​ກຽມ​ພ້ອມ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ທ່ານ​ຢືນ​ຂຶ້ນ​ປົກ​ປ້ອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ? ຫລັກ​ທຳ​ອື່ນ​ໃດ​ແດ່​ທີ່​ທ່ານ​ໄດ້​ຮຽນ​ຮູ້​ຈາກ​ຕົວ​ຢ່າງ​ຂອງ​ອະບີ​ນາໄດ?

ໂມໄຊຢາ 12:19–30

ເຮົາ​ຕ້ອງ​ຕັ້ງ​ໃຈ​ເພື່ອ​ຈະ​ເຂົ້າ​ໃຈ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

ພວກ​ປະ​ໂລ​ຫິດ​ຂອງ​ກະ​ສັດ​ໂນອາ ກໍ​ຮູ້​ຈັກ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ດີ—ພວກ​ເຂົາ​ສາ​ມາດ​ອ້າງ​ເຖິງຂໍ້​ຄວາມ​ຢູ່​ໃນ​ພຣະ​ຄຳ​ພີ ແລະ ອ້າງວ່າ​ໄດ້​ສິດ​ສອນ​ພຣະ​ບັນ​ຍັດ. ແຕ່​ພຣະ​ບັນ​ຍັດ​ເຫລົ່າ​ນັ້ນ “ບໍ່​ມີ​ຂຽນ​ໄວ້​ໃນ​ໃຈ​ຂອງ [ພວກ​ເຂົາ],” ແລະ “[ພວກ​ເຂົາ] ບໍ່​ໄດ້​ຕັ້ງ​ໃຈ​ເພື່ອ​ໃຫ້​ເຂົ້າ​ໃຈ​ເລີຍ” (ໂມໄຊຢາ 13:11; 12:27). ດ້ວຍ​ເຫດນີ້, ຊີ​ວິດ​ຂອງ​ພວກ​ເຂົາ​ຈຶ່ງບໍ່​ມີ​ການ​ປ່ຽນ​ແປງ.

ຂະ​ນະ​ທີ່​ທ່ານ​ອ່ານ ໂມໄຊຢາ 12:19–30, ໃຫ້​ໄຕ່​ຕອງ​ກ່ຽວ​ກັບ​ວ່າ ການ​ຕັ້ງ​ໃຈ​ເພື່ອ​ໃຫ້​ເຂົ້າ​ໃຈ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ໝາຍ​ຄວາມ​ວ່າ​ແນວ​ໃດ. ສິ່ງນີ້​ໄດ້​ດົນ​ໃຈ​ທ່ານ​ໃຫ້​ປ່ຽນ​ແປງ​ຫລືບໍ່ ໃນ​ວິ​ທີ​ທີ່​ທ່ານ​ມີ​ສ່ວນ​ຮ່ວມ​ໃນ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ?

ໂມໄຊຢາ 13:1–9

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ໜັບ​ສະ​ໜູນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ໃນ​ວຽກ​ງານ​ຂອງ​ພຣະ​ອົງ.

ຕາມ​ຈິງ​ແລ້ວ, ປະ​ສົບ​ການ​ຂອງ​ອະບີ​ນາໄດ ໄດ້ສະ​ແດງ​ໃຫ້​ເຫັນ​ຫລາຍ​ຕົວ​ຢ່າງ​ເຖິງວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສະ​ໜັບ​ສະ​ໜູນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ—ທ່ານ​ສາ​ມາດ​ພົບ​ເຫັນ​ຫລາຍໆ​ຕົວ​ຢ່າງເຊັ່ນນັ້ນ ຢູ່​ໃນ ໂມໄຊຢາ 13:1–9. ກົງ​ກັນ​ຂ້າມ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປ່ອຍ​ໃຫ້​ອະບີ​ນາໄດ​ຖືກ​ຂົ່ມ​ເຫັງ, ຖືກ​ຈັບ​ເຂົ້າ​ຄຸກ, ແລະ ຖືກ​ຂ້າ​ເພາະ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່ເປີດ​ເຜີຍ​ວ່າ​ອະ​ບີ​ນາ​ໄດ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ? ຕົວ​ຢ່າງ​ຂອງ​ອະບີ​ນາໄດ​ເປັນ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ການ​ເອີ້ນ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ທ່ານ​ແນວ​ໃດ?

ໂມໄຊຢາ 14–15

ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ເພື່ອ​ເຮົາ.

ກະ​ສັດໂນອາ ແລະ ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ​ເຊື່ອ​ວ່າ ຄວາມ​ລອດ​ມີ​ມາ​ຜ່ານ​ທາງ​ກົດ​ຂອງ​ໂມ​ເຊ. ອະບີ​ນາໄດ​ຢາກ​ໃຫ້​ພວກ​ເຂົາ​ຮູ້​ວ່າ ຄວາມ​ລອດ​ມີ​ມາ​ຜ່ານ​ທາງ​ພຣະ​ເມ​ຊີ​ອາ, ພຣະ​ເຢ​ຊູ​ຄຣິດ. ຢູ່ໃນ ໂມໄຊຢາ 14–15, ໃຫ້​ສັງ​ເກດ​ເບິ່ງ​ຖ້ອຍ​ຄຳ ແລະ ສຳ​ນວນ​ທີ່​ບັນ​ຍາຍ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສິ່ງ​ທີ່​ພຣະ​ອົງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ເພື່ອ​ທ່ານ. ຂໍ້​ໃດ​ແດ່​ທີ່​ຊ່ວຍ​ທ່ານ​ໃຫ້​ມີ​ຄວາມ​ຮັກ ແລະ ຄວາມ​ຮູ້​ບຸນ​ຄຸນ​ຫລາຍກວ່າ​ເກົ່າ​ຕໍ່​ພຣະ​ອົງ?

ໂມໄຊຢາ 15:1–12

ພຣະ​ເຢ​ຊູ​ຄຣິດ​ເປັນ​ທັງ​ພຣະ​ບິ​ດາ ແລະ ພຣະ​ບຸດ​ແນວ​ໃດ?

ຂໍ້​ຄວາມ​ເຫລົ່າ​ນີ້ ບາງ​ເທື່ອ​ກໍ​ສັບ​ສົນ ເພາະ​ເບິ່ງ​ຄື​ວ່າ ອະບີ​ນາໄດ ໄດ້​ສອນ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ເປັນ​ອົງ​ດຽວ​ກັນ, ແຕ່​ເຮົາ​ຮູ້​ວ່າ ພວກ​ພຣະ​ອົງ​ເປັນ​ຕົວ​ຂອງ​ໃຜ​ລາວ. ອະບີ​ນາໄດ​ໝາຍ​ເຖິງ​ຫຍັງ? ເພິ່ນ​ໄດ້​ສິດ​ສອນ​ວ່າ ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບຸດ—ພຣະ​ເຢ​ໂຮ​ວາ—ຈະ​ເປັນ​ພຣະ​ຜູ້​ໄຖ່ (ເບິ່ງ ໂມໄຊຢາ 15:1), ຢູ່​ໃນ​ເນື້ອ​ໜັງ, ເຄິ່ງ​ມະ​ນຸດ ແລະ ເຄິ່ງ​ພຣະ​ເຈົ້າ (ຂໍ້ທີ 2–3). ພຣະ​ອົງ​ໄດ້​ຍິນຍອມ​ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ທັງ​ໝົດ (ຂໍ້ທີ 5–9). ເພາະ​ສິ່ງນີ້, ພຣະ​ເຢ​ຊູ​ຄຣິດ​ຈຶ່ງ​ໄດ້​ເປັນ​ທັງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ຢູ່​ໃນ​ໂລກ (ເບິ່ງ ໂຢຮັນ 14:6–10).

ອະບີ​ນາໄດ​ສືບ​ຕໍ່​ອະ​ທິ​ບາຍ​ວ່າ ພຣະ​ເຢ​ຊູ​ຄຣິດ​ກໍ​ຍັງ​ເປັນ​ພຣະ​ບິ​ດາ​ນຳ​ອີກ ໃນ​ຄວາມ​ໝາຍ​ທີ່​ວ່າ ເມື່ອ​ເຮົາ​ຮັບ​ເອົາ​ການ​ໄຖ່​ຂອງ​ພຣະ​ອົງ, ເຮົາ​ກໍ​ກາຍ​ເປັນ “ລູກ​ຫລານ​ຂອງ​ພຣະ​ອົງ” (ໂມໄຊຢາ 15:11–12). ໃນ​ອີກ​ຄຳ​ໜຶ່ງ, ເຮົາໄດ້​ເກີດ​ໃໝ່​ທາງວິນ​ຍານ​ຜ່ານ​ທາງ​ພຣະ​ອົງ (ເບິ່ງ ໂມໄຊຢາ 5:7).

ເບິ່ງ ໂຢຮັນ 5:25–27; 8:28–29; 17:20–23; “The Father and the Son,” Ensign, Apr. 2002, 12–18 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ໂມໄຊຢາ 11–1317

ອະບີ​ນາໄດ ແລະ ແອວມາ ເປັນ​ຕົວ​ຢ່າງ​ທີ່​ດົນ​ໃຈ ເຖິງ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ຄວາມ​ຈິງ​ຢູ່​ຕໍ່​ໄປ ເຖິງ​ແມ່ນ​ການ​ເຮັດ​ເຊັ່ນ​ນັ້ນ ບໍ່ເປັນ​ທີ່ນິ​ຍົມ​ກໍ​ຕາມ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ອາດ​ຖືກ​ສັງ​ຄົມ​ກົດ​ດັນ ເພື່ອ​ໃຫ້​ລົດ​ມາດ​ຕະ​ຖານ​ຂອງ​ເຂົາ​ເຈົ້າ​ລົງ. ເຂົາ​ເຈົ້າ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ອະບີ​ນາໄດ ແລະ ແອວມາ ກ່ຽວ​ກັບ​ການ​ປົກ​ປ້ອງ​ຄວາມ​ຈິງ? ຮູບ​ພາບ​ທີ່​ມາ​ກັບ​ໂຄງ​ຮ່າງນີ້​ສາ​ມາດ​ຊ່ວຍ​ຄອບ​ຄົວ​ທ່ານ​ໃຫ້​ວາດ​ພາບ​ເຫັນ​ເລື່ອງ​ລາວ​ໄດ້. ຫລັງ​ຈາກ​ໄດ້​ສຶກ​ສາ​ບົດ​ເຫລົ່າ​ນີ້​ແລ້ວ, ໃຫ້ຄິດ​ທີ່​ຈະຫລິ້ນ​ລະ​ຄອນ​ກ້ອມ ກ່ຽວ​ກັບສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຈິງ ເພື່ອ​ວ່າ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ຈະ​ສາ​ມາດ​ເຝິກ​ຝົນ​ການ​ຕອບ​ຮັບ​ຕໍ່​ຄວາມ​ກົດ​ດັນ ເພື່ອ​ໃຫ້​ລົດ​ມາດ​ຕະ​ຖານ​ຂອງ​ເຂົາ​ເຈົ້າ​ລົງ. ຫລື ພວກທ່ານ​ສາ​ມາດ​ເລົ່າ​ປະ​ສົບ​ການ​ໃຫ້​ກັນ​ຟັງ ເຖິງ​ຕອນ​ທີ່​ພວກທ່ານ​ໄດ້ປົກ​ປ້ອງ​ຄວາມ​ຈິງ.

ໂມໄຊຢາ 12:33–37; 13:11–24

ຄຳ​ວ່າ ມີ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ “ຂຽນ​ໄວ້​ໃນ​ໃຈ [ຂອງ​ເຮົາ]” ໝາຍ​ຄວາມ​ວ່າ​ແນວ​ໃດ? (ໂມໄຊຢາ 13:11). ບາງ​ທີ​ພວກທ່ານ​ຄວນ​ຂຽນ​ບາງ​ສິ່ງ (ຫລື ແຕ້ມ​ຮູບ​ຕາມ​ຄວາມ​ຄິດຂອງພວກ​ທ່ານ) ໃສ່​ໃນ​ຮູບ​ຫົວ​ໃຈ​ໃຫຍ່​ຢູ່​ໃນ​ເຈ້ຍ. ພຣະ​ບັນ​ຍັດ​ຂໍ້​ໃດ​ທີ່​ມີ​ຄ່າ​ຫລາຍ​ຕໍ່​ເຮົາ? ເຮົາ​ຈະ​ຂຽນ​ມັນ​ໄວ້​ໃນ​ໃຈ​ຂອງ​ເຮົາ​ແນວ​ໃດ?

ຮູບ​ພາບ
ພໍ່​ກັບ​ລູກ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ການ​ສຶກ​ສາ​ພຣະ​ຄຳ​ພີ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຂຽນ​ພຣະ​ບັນ​ຍັດ​ໄວ້​ໃນ​ໃຈ​ຂອງ​ເຮົາ.

ໂມໄຊຢາ 14

ຢູ່​ໃນ​ບົດ​ນີ້ ທ່ານ​ຈະ​ພົບ​ເຫັນ​ຄຳສັບ ແລະ ສຳ​ນວນ​ຫລາຍ​ອັນ ທີ່​ບັນ​ຍາຍ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຂຽນ​ຂໍ້​ຄວາມ​ເຫລົ່າ​ນັ້ນ​ໄວ້ ເມື່ອ​ພວກ​ທ່ານ​ພົບ​ເຫັນ​ມັນ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຂະ​ນະ​ທີ່​ເຮົາ​ສຶກ​ສາ​ຖ້ອຍ​ຄຳ ແລະ ສຳ​ນວນ​ເຫລົ່າ​ນີ້?

ໂມໄຊຢາ 15:26–27; 16:1–13

ຂໍ້​ເຫລົ່າ​ນີ້​ບັນ​ຍາຍ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ລູກໆ​ຂອງ​ພຣະ​ເຈົ້າ ຖ້າ​ຫາກ​ພຣະ​ເຢ​ຊູ “ບໍ່​ໄດ້​ສະ​ເດັດ​ມາ​ຍັງ​ແຜ່ນ​ດິນ​ໂລກ” (ໂມໄຊຢາ 16:6) ຫລື ຖ້າ​ຫາກ​ພວກ​ເຂົາ​ບໍ່​ຕິດ​ຕາມ​ພຣະ​ອົງ. ສິ່ງ​ທີ່​ດີ​ຢ່າງ​ໃດ​ແດ່ຈະ​ເກີດ​ຂຶ້ນ ເພາະ​ພຣະ​ອົງ​ໄດ້​ສະ​ເດັດ​ມາ ແລະ ໄດ້​ຊົດ​ໃຊ້​ເພື່ອ​ເຮົາ? ໃຫ້ເບິ່ງ​ວິ​ດີ​ໂອ “Why We Need a Savior” (ChurchofJesusChrist.org) ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ໃຊ້​ເລື່ອງ​ເລົ່າ ແລະ ຕົວ​ຢ່າງ​ເພື່ອ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມັກ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ໂດຍ​ການ​ໃຊ້​ເລື່ອງ​ເລົ່າ ແລະ ຄຳ​ອຸ​ປະ​ມາ. ໃຫ້ຄິດ​ຫາ​ຕົວ​ຢ່າງ ແລະ ເລື່ອງ​ເລົ່າ​ຈາກ​ປະ​ສົບ​ການ​ຂອງ​ທ່ານ​ເອງ ທີ່​ສາ​ມາດ​ເຮັດ​ໃຫ້​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ເກີດ​ເປັນ​ຕົວ​ເປັນ​ຕົນ ສຳ​ລັບ​ຄອບ​ຄົວ​ຂອງ​ທ່ານ (ເບິ່ງ Teaching in the Savior’s Way, 22).

ຮູບ​ພາບ
ອະບີ​ນາໄດ​ເປັນ​ພະ​ຍານ​ຕໍ່​ກະ​ສັດ​ໂນອາ

His Face Shone with Exceeding Luster [ໃບໜ້າ​ຂອງ​ເພິ່ນ​ສົ່ງ​ແສງ​ສະ​ຫວ່າງ​ອອກ​ມາ​ດ້ວຍ​ລັດ​ສະ​ໝີ], ໂດຍ ແຈຣາມີ ວິນບອກ

ພິມ