“ວັນທີ 25–31 ເດືອນພຶດສະພາ. ໂມໄຊຢາ 29–ແອວມາ 4: ‘ພວກເຂົາຍັງແນ່ວແນ່ ແລະ ບໍ່ຫວັ່ນໄຫວ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີມໍມອນ 2020 (2020)
“ວັນທີ 25–31 ເດືອນພຶດສະພາ. ໂມໄຊຢາ 29–ແອວມາ 4,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2020
ວັນທີ 25–31 ເດືອນພຶດສະພາ
ໂມໄຊຢາ 29–ແອວມາ 4
“ພວກເຂົາຍັງແນ່ວແນ່ ແລະ ບໍ່ຫວັ່ນໄຫວ”
ການອ່ານພຣະຄຳພີເຊື້ອເຊີນການເປີດເຜີຍ. ຈົ່ງເປີດໃຈຕໍ່ຂ່າວສານທີ່ພຣະຜູ້ເປັນເຈົ້າປະສົງມອບໃຫ້ທ່ານ.
ບັນທຶກຄວາມປະທັບໃຈຂອງທ່ານ
ບາງຄົນອາດເຫັນວ່າ ຄຳສະເໜີຂອງກະສັດໂມໄຊຢາ ໃຫ້ເລືອກຕັ້ງຜູ້ຕັດສິນແທນກະສັດ ເປັນພຽງແຕ່ການປະຕິຮູບດ້ານການເມືອງທີ່ສະຫລາດເທົ່ານັ້ນ. ແຕ່ຊາວນີໄຟ, ໂດຍສະເພາະຜູ້ທີ່ຢູ່ໃຕ້ອຳນາດຂອງກະສັດໂນອາທີ່ຊົ່ວຮ້າຍ, ເຫັນວ່າການປ່ຽນແປງນີ້ ມີຄວາມສຳຄັນທາງວິນຍານນຳອີກ. ພວກເຂົາໄດ້ເຫັນວິທີທີ່ກະສັດທີ່ບໍ່ຊອບທຳໄດ້ສ້າງ “ຄວາມຊົ່ວຮ້າຍ” ແລະ “ຄວາມພິນາດອັນໃຫຍ່ຫລວງ” ພຽງໃດ ໃນບັນດາຜູ້ຄົນຂອງເພິ່ນ (ໂມໄຊຢາ 29:17), ແລະ ພວກເຂົາກໍມີຄວາມ “ກະຕືລືລົ້ນຢ່າງຍິ່ງ” ທີ່ຈະເປັນອິດສະລະຈາກອິດທິພົນເຊັ່ນນັ້ນ. ການປ່ຽນແປງນີ້ຈະປ່ອຍໃຫ້ພວກເຂົາຮັບຜິດຊອບຕໍ່ຄວາມຊອບທຳຂອງຕົວເອງ ແລະ “ຮັບເອົາບາບ [ຂອງພວກເຂົາ] ເອງ” (ໂມໄຊຢາ 29:38; ເບິ່ງ ຄຳສອນ ແລະ ພັນທະສັນຍາ 101:78 ນຳອີກ).
ແນ່ນອນ, ເມື່ອບໍ່ມີກະສັດ ກໍບໍ່ໝາຍຄວາມວ່າ ຈະບໍ່ມີບັນຫາໃນສັງຄົມຂອງຊາວນີໄຟ. ຜູ້ຄົນທີ່ເຕັມໄປດ້ວຍເລ່ຫລ່ຽມ ເຊັ່ນ ນີຮໍ ແລະ ອາມລິໄຊ ໄດ້ສົ່ງເສີມແນວຄິດທີ່ຜິດ, ຜູ້ທີ່ບໍ່ເຊື່ອຂົ່ມເຫັງໄພ່ພົນ, ແລະ ສະມາຊິກຂອງສາດສະໜາຈັກເປັນຈຳນວນຫລວງຫລາຍ ກັບກາຍເປັນຄົນທະນົງຕົວ ແລະ ຕົກໄປ. ແຕ່ “ຜູ້ຕິດຕາມທີ່ຖ່ອມຕົວຂອງພຣະເຈົ້າ” ຍັງ “ແນ່ວແນ່ ແລະ ບໍ່ຫວັ່ນໄຫວ” ເຖິງແມ່ນສິ່ງຕ່າງໆຈະເກີດຂຶ້ນອ້ອມຮອບພວກເຂົາກໍຕາມ (ແອວມາ 1:25). ແລະ ເພາະການປ່ຽນແປງທີ່ອະນຸມັດໂດຍໂມໄຊຢາ, ພວກເຂົາຈຶ່ງສາມາດ “ອອກສຽງຂອງຕົນ” ເພື່ອເປັນອິດທິພົນໃຫ້ແກ່ສັງຄົມຂອງພວກເຂົາ ໃນທາງດີ (ແອວມາ 2:6).
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ເຮົາສາມາດເປັນອິດທິພົນໃນທາງບວກ ໃນຊຸມຊົນຂອງເຮົາ.
ພຽງແຕ່ຫ້າປີໃນການປົກຄອງຂອງຜູ້ຕັດສິນ, ວິກິດໄດ້ເລີ່ມປະກົດຕົວ ທີ່ຈະທົດສອບຄຳປະກາດຂອງໂມໄຊຢາ ທີ່ວ່າ ສຽງຂອງຜູ້ຄົນ ຕາມປົກກະຕິແລ້ວ ຈະເລືອກເອົາສິ່ງທີ່ຖືກຕ້ອງສະເໝີ (ເບິ່ງ ໂມໄຊຢາ 29:26). ບັນຫາທີ່ກ່ຽວຂ້ອງກັບອິດສະລະພາບເລື່ອງສາດສະໜາ: ຊາຍຄົນໜຶ່ງຊື່ ອາມລິໄຊ ໄດ້ພະຍາຍາມ “ເຮັດໃຫ້ [ຜູ້ຄົນ] ໝົດສິດ ແລະ ສິດທິພິເສດ ຂອງສາດສະໜາຈັກ” (ແອວມາ 2:4). ທ່ານເຄີຍສັງເກດເຫັນສິດທິເລື່ອງສາດສະໜາຖືກຂົ່ມຂູ່ຢູ່ໃນປະເທດ ຫລື ໃນຊຸມຊົນຂອງທ່ານຢູ່ບໍ? ທ່ານຮຽນຮູ້ຫຍັງແດ່ຈາກວິທີທີ່ຊາວນີໄຟຮັບມືກັບການຂົ່ມຂູ່ນີ້? (ເບິ່ງ ແອວມາ 2:1–7).
ອາດມີບັນຫາທີ່ສຳຄັນຫລາຍຢ່າງເກີດຢູ່ໃນຊຸມຊົນຂອງທ່ານ. ຄືກັນກັບຊາວນີໄຟ, ເຮັດແນວໃດທ່ານຈຶ່ງຈະແນ່ໃຈໄດ້ວ່າ ສຽງຂອງທ່ານແມ່ນລວມຢູ່ໃນ “ສຽງຂອງຜູ້ຄົນ”? ບາງທີທ່ານອາໄສຢູ່ໃນບ່ອນທີ່ສຽງຂອງຜູ້ຄົນບໍ່ມີອິດທິພົນຫຍັງຫລາຍຕໍ່ຝ່າຍລັດຖະບານ; ຖ້າເປັນແນວນັ້ນ, ມີທາງອື່ນໃດບໍ່ ທີ່ທ່ານສາມາດເປັນອິດທິພົນໃນທາງບວກ ໃນຊຸມຊົນຂອງທ່ານ?
ເຮົາສາມາດຍອມຮັບ ແລະ ປະຕິເສດຄຳສອນທີ່ຜິດ.
ເຖິງແມ່ນວ່ານີຮໍ ໃນທີ່ສຸດໄດ້ສາລະພາບວ່າ ສິ່ງທີ່ລາວໄດ້ສິດສອນເປັນສິ່ງທີ່ຜິດ, ແຕ່ຄຳສອນຂອງລາວກໍຍັງມີອິດທິພົນຕໍ່ຊາວນີໄຟເປັນເວລາຫລາຍປີ (ເບິ່ງ ແອວມາ 1:15–16; 2:1–2; 14:14–18; 15:15; 21:4; 24:28). ເປັນຫຍັງຜູ້ຄົນຈຶ່ງພົບວ່າຄຳສອນຂອງນີຮໍ ເປັນໜ້າຈັບໃຈ? ຂະນະທີ່ທ່ານອ່ານ ແອວມາ 1:2–4, ໃຫ້ເບິ່ງວ່າ ທ່ານເຫັນຄວາມຂີ້ຕົວະຢູ່ໃນຄຳສອນຂອງນີຮໍຫລືບໍ່; ທ່ານອາດສັງເກດເຫັນວ່າ ຄຳສອນນັ້ນປະປົນໄປກັບຄວາມຈິງບາງຢ່າງ.
ກີເດໂອນໄດ້ຕໍ່ຕ້ານນີຮໍ “ດ້ວຍພຣະຄຳຂອງພຣະເຈົ້າ” (ແອວມາ 1:7, 9). ທ່ານສາມາດຄິດຫາຂໍ້ພຣະຄຳພີໃດໜຶ່ງໄດ້ບໍ ທີ່ພິສູດຄວາມຂີ້ຕົວະຂອງນີຮໍ? ຕໍ່ໄປນີ້ແມ່ນຕົວຢ່າງຈຳນວນໜຶ່ງ, ແຕ່ກໍຍັງມີຫລາຍກວ່ານີ້: ມັດທາຍ 7:21–23; 2 ນີໄຟ 26:29–31; ໂມໄຊຢາ 18:24–26; ແລະ ຮີລາມັນ 12:25–26. ຂໍ້ພຣະຄຳພີເຫລົ່ານີ້ຊ່ວຍທ່ານພິສູດຄວາມຂີ້ຕົວະ ທີ່ສິດສອນຢູ່ໃນທຸກວັນນີ້ແນວໃດ?
ວິທີໜຶ່ງອີກທີ່ຈະເຂົ້າຫາການສຶກສາຂອງທ່ານ ຢູ່ໃນ ແອວມາ 1 ແມ່ນການປຽບທຽບນີຮໍ ກັບຜູ້ຕິດຕາມຂອງລາວ (ຂໍ້ທີ 3–9, 16–20) ໃສ່ກັບ “ຜູ້ຄົນຂອງພຣະເຈົ້າ” (ຂໍ້ທີ 25–30; ເບິ່ງ 2 ນີໄຟ 26:29–31 ນຳອີກ). ທ່ານຈະສາມາດເປັນເໝືອນດັ່ງຜູ້ຄົນຂອງພຣະເຈົ້າໄດ້ແນວໃດ? ທ່ານເຄີຍສັງເກດເຫັນ “ການຫລອກລວງຂອງປະໂລຫິດ” ຢູ່ໃນການຮັບໃຊ້ຂອງທ່ານເອງບໍ?
ສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ ຈະບໍ່ໝົກໝຸ້ນຢູ່ກັບຂອງມີຄ່າ.
ບົດທີ 1 ແລະ 4 ຂອງ ແອວມາ ທັງສອງບັນຍາຍເຖິງໄລຍະທີ່ສາດສະໜາຈັກຈະເລີນຮຸ່ງເຮືອງຂຶ້ນ, ແຕ່ສະມາຊິກຂອງສາດສະໜາຈັກຕອບຮັບຕໍ່ຄວາມຈະເລີນຮຸ່ງເຮືອງໃນທາງທີ່ແຕກຕ່າງກັນ ໃນແຕ່ລະກໍລະນີ. ທ່ານສັງເກດເຫັນຄວາມແຕກຕ່າງຢ່າງໃດແດ່? ອີງຕາມສິ່ງທີ່ທ່ານພົບເຫັນ, ທ່ານຈະບັນຍາຍທ່າທີຂອງ “ຜູ້ຕິດຕາມທີ່ຖ່ອມຕົວຂອງພຣະເຈົ້າ” (ແອວມາ 4:15) ຕໍ່ຂອງມີຄ່າ ແລະ ຄວາມຈະເລີນຮຸ່ງເຮືອງ ໃນແບບໃດ? ທ່ານຮູ້ສຶກຖືກດົນໃຈໃຫ້ປ່ຽນແປງສິ່ງໃດ ກ່ຽວກັບທ່າທີຂອງທ່ານເອງ?
“ພຣະຄຳຂອງພຣະເຈົ້າ” ແລະ “ປະຈັກພະຍານອັນບໍລິສຸດ” ສາມາດປ່ຽນຈິດໃຈ.
ແມ່ນຫຍັງທີ່ເຮັດໃຫ້ແອວມາ “ເສົ້າສະຫລົດໃຈທີ່ສຸດ” (ແອວມາ 4:15) ໃນ ແອວມາ 4? ບາງຄົນອາດເວົ້າວ່າ ຕຳແໜ່ງຂອງການເປັນຫົວໜ້າຜູ້ຕັດສິນ ອາດເຮັດໃຫ້ ແອວມາໄດ້ຮັບບົດບາດທີ່ດີທີ່ສຸດ ເພື່ອແກ້ໄຂບັນຫາ ທີ່ເພິ່ນເຫັນໃນທ່າມກາງຜູ້ຄົນຂອງເພິ່ນ. ແຕ່ແອວມາ ເຊື່ອວ່າ ມີທາງອື່ນທີ່ດີກວ່ານັ້ນ. ແມ່ນຫຍັງທີ່ປະທັບໃຈທ່ານຫລາຍກ່ຽວກັບວິທີທີ່ເພິ່ນຊ່ວຍເຫລືອຜູ້ຄົນຂອງເພິ່ນ? ການສຶກສາຂອງທ່ານອາດດົນໃຈຄວາມຄິດກ່ຽວກັບວິທີທີ່ທ່ານສາມາດເປັນອິດທິພົນຕໍ່ຜູ້ຄົນທີ່ຢູ່ອ້ອມຮອບທ່ານ ໃນທາງທີ່ຊອບທຳ; ຖ້າເປັນແນວນັ້ນ, ໃຫ້ເຮັດຕາມຄວາມຄິດນັ້ນ.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
ຂະນະທີ່ທ່ານອ່ານພຣະຄຳພີກັບຄອບຄົວຂອງທ່ານ, ພຣະວິນຍານສາມາດຊ່ວຍທ່ານໃຫ້ຮູ້ຈັກວ່າ ຫລັກທຳຂໍ້ໃດທີ່ຄວນເນັ້ນ ແລະ ຄວນສົນທະນາ ເພື່ອສະໜອງຄວາມຕ້ອງການຂອງຄອບຄົວຂອງທ່ານ. ຕໍ່ໄປນີ້ແມ່ນແນວຄິດບາງຢ່າງ.
ແອວມາ 1:19–25
ຄອບຄົວຂອງທ່ານອາດໄດ້ຮັບຜົນປະໂຫຍດຈາກການບອກເຖິງວິທີຕ່າງໆທີ່ສະມາຊິກຂອງສາດສະໜາຈັກຮັບມືກັບການຂົ່ມເຫັງ ຢູ່ໃນຂໍ້ເຫລົ່ານີ້. ບາງທີທ່ານຄວນເຝິກວິທີທີ່ຈະຮັບມືຢ່າງເໝາະສົມ ເມື່ອຄົນອື່ນໂຈມຕີຄວາມເຊື່ອຖືຂອງທ່ານ. ວິດີໂອກ່ຽວກັບ Religious Freedom ອາດເປັນປະໂຫຍດ.
ແອວມາ 3:4
ຊາວອາມລິໄຊຢາກສະແດງອອກວ່າພວກເຂົາເປັນໃຜ ເມື່ອພວກເຂົາ “ມີເຄື່ອງໝາຍຕິດຢູ່ກັບຕົວ”? (ເບິ່ງ ແອວມາ 3:4, 13). ການປະກົດຕົວຂອງເຮົາ—ເຈດຕະນາ ຫລື ບໍ່ເຈດຕະນາ—ຈະສະແດງອອກວ່າເຮົາເປັນໃຜ? ຕອນນີ້ອາດເປັນເວລາເໝາະສົມທີ່ຈະທົບທວນ “ການນຸ່ງຖື ແລະ ການປະກົດຕົວ” ໃນປຶ້ມ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ (2011), 6–8.
ແອວມາ 4:2–3
ມີສິ່ງໃດ ຫລື ປະສົບການໃດ ທີ່ “ປຸກ [ເຮົາ] ໃຫ້ຕື່ນຂຶ້ນຫາຄວາມຊົງຈຳເຖິງໜ້າທີ່ [ຂອງເຮົາ]” ຕໍ່ພຣະເຈົ້າ? (ແອວມາ 4:3). ບາງທີອາດຈະໄດ້ຜົນດີກວ່າ ທີ່ຈະແບ່ງປັນຂໍ້ເຫລົ່ານີ້ ຫລັງຈາກໄດ້ປຸກໃຫ້ຄອບຄົວຂອງທ່ານຕື່ນນອນ ໃນຕອນເຊົ້າ. ແລ້ວ ພວກທ່ານຄວນສົນທະນາກ່ຽວກັບການທ້າທາຍທີ່ຈະປຸກຄົນໃຫ້ຕື່ນທາງຮ່າງກາຍ ເພື່ອຊ່ວຍເຂົາເຈົ້າໃຫ້ເຂົ້າໃຈການທ້າທາຍທີ່ຈະປຸກຄົນໃຫ້ຕື່ນທາງວິນຍານແນວໃດ.
ແອວມາ 4:10–11
ເຮົາຈະຫລີກເວັ້ນຈາກການເປັນ “ສະດຸດອັນໃຫຍ່ຫລວງແກ່ຜູ້ທີ່ບໍ່ເປັນຂອງສາດສະໜາຈັກໄດ້ແນວໃດ”? (ແອວມາ 4:10). ມັນອາດເປັນປະໂຫຍດທີ່ຈະເວົ້າລົມກັນກ່ຽວກັບວິທີທີ່ເຮົາສາມາດເຮັດໃຫ້ແນ່ໃຈວ່າ ການກະທຳຂອງຄົນອື່ນ, ໂດຍສະເພາະເພື່ອນສະມາຊິກຂອງສາດສະໜາຈັກດ້ວຍກັນ, ບໍ່ກາຍເປັນສະດຸດແກ່ຄວາມກ້າວໜ້າທາງວິນຍານຂອງເຮົາ.
ແອວມາ 4:19
ເພື່ອຊ່ວຍຄອບຄົວຂອງທ່ານໃຫ້ເຂົ້າໃຈພະລັງຂອງປະຈັກພະຍານ, ທ່ານສາມາດຂໍໃຫ້ເຂົາເຈົ້າຄິດເຖິງເວລາທີ່ປະຈັກພະຍານຂອງບາງຄົນເປັນຜົນກະທົບຕໍ່ເຂົາເຈົ້າຢ່າງເລິກຊຶ້ງ. ເປັນຫຍັງແອວມາຈຶ່ງໄດ້ເລືອກໃຊ້ປະຈັກພະຍານ ແລະ ພຣະຄຳຂອງພຣະເຈົ້າ ເພື່ອສຳພັດຫົວໃຈຂອງຜູ້ຄົນ? (ເບິ່ງ ແອວມາ 31:5 ນຳອີກ). ເປັນຫຍັງວິທີນີ້ຈຶ່ງມີປະສິດທິພາບຫລາຍກວ່າວິທີອື່ນໆ ທີ່ຜູ້ຄົນອາດໃຊ້ ເພື່ອຊັກຊວນຄົນອື່ນໆໃຫ້ປ່ຽນແປງ? ມີຜູ້ໃດບໍທີ່ເຮົາສາມາດເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຂົາເຈົ້າ ໂດຍການແບ່ງປັນປະຈັກພະຍານຂອງເຮົານຳເຂົາເຈົ້າ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.