ຈົ່ງ​ຕາມ​ເຮົາ​ມາ
ວັນທີ 1–7 ເດືອນ​ມິຖຸນາ. ແອວມາ 5–7: “ພວກທ່ານ​ເຄີຍ​ປະ​ສົບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່ນີ້​ໃນ​ໃຈ​ຂອງ​ພວກ​ທ່ານ​ແລ້ວ​ບໍ?”


“ວັນທີ 1–7 ເດືອນ​ມິຖຸນາ. ແອວມາ 5–7: ‘ພວກທ່ານ​ເຄີຍ​ປະ​ສົບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່ນີ້​ໃນ​ໃຈ​ຂອງ​ພວກ​ທ່ານ​ແລ້ວ​ບໍ?’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 1–7 ເດືອນ​ມິຖຸນາ. ແອວມາ 5–7,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ພຣະ​ເຢ​ຊູ​ອູ້ມແກະ​ນ້ອຍ

Ye Are Not Forgotten [ທ່ານ​ບໍ່​ໄດ້​ຖືກ​ລືມ], ໂດຍ ຈອນ ມິກນໍທັນ

ວັນທີ 1–7 ເດືອນ​ມິຖຸນາ

ແອວມາ 5–7

“ພວກທ່ານ​ເຄີຍ​ປະ​ສົບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່ນີ້​ໃນ​ໃຈ​ຂອງ​ພວກ​ທ່ານ​ແລ້ວ​ບໍ?”

ແອວມາ 5–7 ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ສະ​ທ້ອນ​ຄິດ​ເຖິງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ເຢ​ຊູ​ຄຣິດ ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ບັນ​ທຶກ​ສິ່ງ​ທີ່​ພຣະ​ວິນ​ຍານ​ສິດ​ສອນ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ແອວມາບໍ່​ຮູ້​ກ່ຽວ​ກັບການ​ຜ່າ​ຕັດ​ປ່ຽນ​ຫົວ​ໃຈ​ໃນ​ປະ​ຈຸ​ບັນ​ນີ້, ຊຶ່ງ​ເປັນ​ການ​ເອົາ​ຫົວ​ໃຈ​ທີ່​ດີ ມາໃສ່​ແທນ​ຫົວ​ໃຈ​ທີ່ບໍ່​ດີ ຫລື ເປັນ​ພະ​ຍາດ. ແຕ່​ເພິ່ນ​ຮູ້​ກ່ຽວ​ກັບ​ສິ່ງ​ທີ່​ມະ​ຫັດ​ສະ​ຈັນ​ຫລາຍກວ່າ ນັ້ນ​ຄື “ການ​ປ່ຽນ​ແປງ​ໃນ​ໃຈ” (ແອວມາ 5:26)—ຊຶ່ງ​ໂດຍ​ທາງນັ້ນ ພຣະ​ເຢ​ຊູ​ໄດ້ປະ​ທານ​ຊີ​ວິດ​ໃໝ່​ທາງວິນ​ຍານ​ໃຫ້​ເຮົາ, ຄື​ກັນ​ກັບ​ການ “ເກີດ​ໃໝ່” (ເບິ່ງ ແອວມາ 5:14, 49). ແອວມາ​ສາ​ມາດ​ເຫັນ​ໄດ້​ວ່າ ການ​ປ່ຽນ​ແປງ​ໃນ​ໃຈ​ນີ້ ເປັນ​ສິ່ງ​ທີ່​ຊາວ​ນີ​ໄຟຢ່າງ​ຫລວງ​ຫລາຍ​ຕ້ອງ​ການ. ບາງ​ຄົນ​ຮັ່ງ​ມີ ແລະ ບາງ​ຄົນຍາກ​ຈົນ, ບາງ​ຄົນທະ​ນົງ​ຕົວ ແລະ ບາງ​ຄົນ​ຖ່ອມ​ຕົວ, ບາງ​ຄົນ​ຂົ່ມ​ເຫັງ ແລະ ບາງ​ຄົນ​ຖືກ​ຂົ່ມ​ເຫັງ (ເບິ່ງ ແອວມາ 4:6–15). ແຕ່​ທຸກ​ຄົນ​ໃນ​ພວກ​ເຂົາ​ຕ້ອງ​ໄດ້​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ ເພື່ອ​ຮັບ​ການ​ປິ່ນ​ປົວ—ຄື​ກັນ​ກັບ​ທີ່​ເຮົາທຸກ​ຄົນ​ຕ້ອງ​ເຮັດ. ບໍ່​ວ່າ​ເຮົາ​ຈະ​ສະ​ແຫວງ​ຫາ​ທີ່​ຈະ​ເອົາ​ຊະ​ນະ​ຄວາມ​ທະ​ນົງ​ຕົວ ຫລື ອົດ​ທົນ​ກັບ​ຄວາມ​ທຸກທໍ​ລະ​ມານ, ຂ່າວ​ສານ​ຂອງ​ແອວມາ​ກໍ​ຍັງເໝືອນ​ເດີມ ທີ່​ວ່າ: “ຈົ່ງ​ມາ​ເຖີດ, ຢ່າ​ສູ່​ຢ້ານ” (ແອວມາ 7:15). ຈົ່ງ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປ່ຽນ​ແປງ​ໃຈ​ທີ່ແຂງ​ກະ​ດ້າງ, ເປັນ​ບາບ, ແລະ ເຈັບ​ປວດ ເປັນ​ໃຈ​ທີ່​ຖ່ອມ, ບໍ​ລິ​ສຸດ, ແລະ ໃໝ່.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ແອວມາ 5:14–33

ເຮົາ​ຕ້ອງ​ປະ​ສົບ​ກັບ—ແລະ ສືບ​ຕໍ່​ຮູ້​ສຶກ—ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ໃນ​ໃຈ.

ຄຳ​ຖາມ​ທີ່​ໃຫ້​ພິ​ຈາ​ລະ​ນາ​ຕົວ​ເອງ ທີ່​ແອວມາ​ໄດ້​ຖາມ​ຜູ້​ຄົນ​ຂອງ​ເຊ​ຣາ​ເຮັມ​ລາ, ມີ​ຢູ່​ໃນ ແອວມາ 5:14–33, ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຄົ້ນ​ຫາ​ຈິດ​ວິນ​ຍານ​ຂອງ​ທ່ານ​ເອງ ແລະ ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ​ປະ​ສົບ​ກັບ “ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ໃນ​ໃຈ” ຕະ​ຫລອດ​ຊົ່ວ​ຊີ​ວິດ​ຂອງ​ທ່ານ. ປະທານ​ເອັມ ຣະໂຊ ບາເລີດ ໄດ້​ອະ​ທິ​ບາຍ​ເຖິງ​ຄຸນ​ຄ່າ​ຂອງ​ຄຳ​ຖາມ​ເຫລົ່າ​ນີ້: “ເຮົາ​ຕ້ອງ​ໃຊ້​ເວ​ລາ​ຖາມ​ຕົວ​ເອງ​ເປັນ​ປະ​ຈຳ​ວ່າ, ‘ເຮົາ​ເປັນ​ຈັ່ງ​ໃດ?’ ມັນ​ກໍ​ເປັນ​ເໝືອນ​ກັບ​ການ​ສຳ​ພາດ​ຢ່າງ​ເປັນ​ສ່ວນ​ຕົວ​ກັບ​ຕົວ​ເອງ. … ເພື່ອ​ຈະ​ໃຫ້​ມີ​ການ​ຊີ້​ນຳ​ສຳ​ລັບ​ຕົວ​ຂ້າ​ພະ​ເຈົ້າ​ລະ​ຫວ່າງ​ການ​ສຳ​ພາດ​ສ່ວນ​ຕົວ​ນີ້, ຂ້າ​ພະ​ເຈົ້າ​ມັກ​ອ່ານ ແລະ ໄຕ່​ຕອງ​ຖ້ອຍ​ຄຳ​ທີ່ກໍ່​ໃຫ້​ເກີດ​ການ​ທົບ​ທວນ​ເຖິງ​ຊີ​ວິດ​ຂອງ​ຕົນ ທີ່​ພົບ​ເຫັນ​ຢູ່​ໃນ​ບົດ​ທີ​ຫ້າ​ຂອງ ແອວມາ” (“Return and Receive,” Ensign ຫລື Liahona, May 2017, 64).

ໃຫ້​ຄິດ​ທີ່​ຈະ​ອ່ານ​ຄຳ​ຖາມ​ຂອງ​ແອວມາ ຄື​ກັບ​ວ່າ​ທ່ານ​ກຳ​ລັງ​ສຳ​ພາດ​ຕົວ​ເອງ ແລະ ສຳ​ຫລວດ​ໃຈ​ຂອງ​ທ່ານ. ທ່ານ​ກໍ​ຄວນ​ບັນ​ທຶກ​ຄຳ​ຕອບ​ຂອງ​ທ່ານ ຕໍ່​ຄຳ​ຖາມ​ເຫລົ່າ​ນັ້ນ​ໄວ້. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ຕາມ​ຜົນ​ຂອງ​ການ​ສຳ​ພາດ​ຂອງ​ທ່ານ?

ເບິ່ງ Dale G. Renlund, “Preserving the Heart’s Mighty Change,” Ensign ຫລື Liahona, Nov. 2009, 97–99.

ຮູບ​ພາບ
ເດັກ​ນ້ອຍ​ຜູ້​ຍິງ​ກຳ​ລັງ​ຫລິ້ນ​ຢູ່​ໃກ້​ຕຽງ​ນອນ

ສາ​ນຸ​ສິດ​ແຕ່​ລະ​ຄົນ​ຂອງ​ພຣະ​ຄຣິດ ຈະ​ຕ້ອງ​ປະ​ສົບ​ກັບ “ການ​ປ່ຽນ​ແປງ​ໃນ​ໃຈ.”

ແອວມາ 5:33–62

ເຮົາ​ສາ​ມາດ​ມີ​ປະ​ຈັກ​ພະ​ຍານ​ຫລາຍ​ຂຶ້ນ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ແອວມາ​ໄດ້ສະ​ແດງ​ປະ​ຈັກ​ພະ​ຍານ​ທີ່​ມີ​ພະ​ລັງ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ເພິ່ນ​ກໍ​ໄດ້​ອະ​ທິ​ບາຍນຳ​ອີກ ເຖິງວິ​ທີ​ທີ່​ເພິ່ນ​ໄດ້​ຮັບ​ປະ​ຈັກ​ພະ​ຍານນັ້ນ. ຂະ​ນະ​ທີ່​ເພິ່ນ​ກ່າວ​ເປັນ​ພະ​ຍານ, ເພິ່ນບໍ່​ໄດ້​ກ່າວ​ເຖິງ​ປະ​ສົບ​ການ​ຂອງ​ເພິ່ນ ຕອນ​ເພິ່ນ​ໄດ້​ເຫັນ ແລະ ໄດ້​ຍິນ​ທູດ​ອົງ​ໜຶ່ງ (ເບິ່ງ ໂມໄຊຢາ 27:10–17) ແຕ່​ເພິ່ນ​ໄດ້​ບັນ​ຍາຍ​ເຖິງ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ ເພື່ອ​ຈະ​ໄດ້​ຮູ້​ຈັກ​ຄວາມ​ຈິງ​ດ້ວຍ​ຕົວ​ເອງ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ແອວມາ 5:44–51 ກ່ຽວ​ກັບ​ວິ​ທີ​ທີ່​ແອວມາ ໄດ້​ມາ​ຮູ້​ຈັກ​ຄວາມ​ຈິງ? ທ່ານ​ຈະ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ເພິ່ນ​ໄດ້​ແນວ​ໃດ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ທີ່​ຈະ​ມີ ຫລື ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈາກ​ການ​ສິດສອນ​ຂອງ​ແອວມາ ຢູ່​ໃນ ແອວມາ 5:33–35, 48–50, ແລະ 57–60?

ແອວມາ 7

ການ​ເຊື່ອ​ຟັງ​ຢ່າງ​ພາກ​ພຽນ ຈະ​ຊ່ວຍ​ເຮົາ​ໃຫ້​ຢູ່​ໃນ “ທາງຊຶ່ງຈະ​ນຳ​ໄປ​ສູ່​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.”

ຜູ້​ຄົນ​ຂອງ​ກີ​ເດ​ໂອນບໍ່​ໄດ້​ທົນ​ທຸກ​ກັບ​ສະ​ຖາ​ນະ​ການ​ແບບດຽວ​ກັນ​ກັບ​ຜູ້​ຄົນ​ຢູ່​ໃນ​ເມືອງ​ເຊ​ຣາ​ເຮັມ​ລາ, ສະ​ນັ້ນ​ພຣະ​ວິນ​ຍານ​ຈຶ່ງ​ໄດ້​ຊ່ວຍ​ແອວມາ​ຫລິງ​ເຫັນ​ຄວາມ​ຕ້ອງ​ການ​ຂອງ​ພວກ​ເຂົາ ແລະ ສິດ​ສອນ​ພວກ​ເຂົາ​ໃນ​ທາງ​ທີ່​ແຕກ​ຕ່າງ (ເບິ່ງ ແອວມາ 7:17, 26). ທ່ານ​ອາດ​ຫລິງເຫັນ​ຄວາມ​ແຕກ​ຕ່າງ​ບາງ​ຢ່າງ ລະ​ຫວ່າງ​ຂ່າວ​ສານ​ຂອງ​ແອວມາ ຢູ່​ໃນ​ເມືອງ​ເຊ​ຣາ​ເຮັມ​ລາ (ເບິ່ງ ແອວມາ 5) ແລະ ໃນ​ເມືອງ​ກີເດໂອນ (ເບິ່ງ ແອວມາ 7). ຍົກ​ຕົວ​ຢ່າງ, ແອວມາ​ໄດ້ສັງ​ເກດ​ເຫັນ​ວ່າ​ຜູ້​ຄົນ​ຂອງ​ກີ​ເດ​ໂອນ “ຢູ່​ໃນ​ທາງ​ຊຶ່ງ​ຈະ​ນຳ​ໄປ​ສູ່​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ” (ແອວມາ 7:19). ຕະ​ຫລອດ​ທົ່ວ​ຄຳ​ເທດ​ສະ​ໜາ​ຂອງ​ເພິ່ນ, ແອວມາ​ໄດ້​ສິດ​ສອນ​ພວກ​ເຂົາ​ຫລາຍ​ຢ່າງ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ຢູ່​ໃນ​ເສັ້ນ​ທາງ (ເບິ່ງ ແອວມາ 7). ເພິ່ນໄດ້​ແນະ​ນຳ​ສິ່ງ​ໃດ​ກັບ​ພວກ​ເຂົາ? ທ່ານ​ສາ​ມາດ​ນຳ​ໃຊ້​ສິ່ງ​ໃດ ໃນ​ຊີ​ວິດ​ຂອງ​ທ່ານ​ໃນ​ເວ​ລານີ້?

ແອວມາ 7:7–16

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ເອົາ​ບາບ, ຄວາມ​ເຈັບ​ປວດ, ແລະ ຄວາມ​ທຸກທໍ​ລະ​ມານ​ຂອງ​ເຮົາ​ໄປ.

ທ່ານ​ເຄີຍ​ຮູ້​ສຶກວ່າ ບໍ່​ມີ​ໃຜ​ເຂົ້າ​ໃຈ​ການດີ້ນ​ລົນ ຫລື ການ​ທ້າ​ທາຍ​ຂອງ​ທ່ານຢູ່​ບໍ? ຖ້າ​ເຄີຍ, ຄວາມ​ຈິງ​ທີ່​ສິດ​ສອນ​ຢູ່​ໃນ ແອວມາ 7:7–16 ສາ​ມາດ​ຊ່ວຍ​ໄດ້. ແອວເດີ ເດວິດ ເອ ແບ໊ດນາ ໄດ້​ເປັນ​ພະ​ຍານ​ວ່າ: “ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຮູ້​ຈັກ ແລະ ເຂົ້າ​ໃຈ​ຢ່າງ​ສົມ​ບູນ​ຄົບ​ຖ້ວນ, ເພາະ​ພຣະ​ອົງ​ໄດ້​ຮູ້​ສຶກ ແລະ ໄດ້​ອົນ​ທົນ​ຕໍ່​ພາ​ລະ​ຂອງ​ເຮົາ. ແລະ ເປັນ​ເພາະ​ການ​ເສຍ​ສະ​ລະ​ອັນ​ເປັນ​ນິດ ແລະ ນິ​ລັນ​ດອນ​ຂອງ​ພຣະ​ອົງ (ເບິ່ງ ແອວມາ 34:14), ພຣະ​ອົງ​ຈຶ່ງ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ເຕັມ​ທີ ແລະ ສາ​ມາດ​ເອື້ອມ​ອອກ​ມາ​ຫາ​ເຮົາ​ດ້ວຍ​ຄວາມ​ເມດ​ຕາ” (“Bear Up Their Burdens with Ease,” Ensign ຫລື Liahona, May 2014, 90).

ຂະ​ນະ​ທີ່​ທ່ານ​ອ່ານ ແອວມາ 7:7–16, ໃຫ້​ສະ​ທ້ອນ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່ຂໍ້​ເຫລົ່າ​ນີ້​ຊ່ວຍເຮົາ​ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ. ເຮົາ​ຈະ​ເຂົ້າ​ເຖິງ​ອຳ​ນາດຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຮົາໄດ້​ແນວ​ໃດ? ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ຄວາມ​ຄິດ​ຂອງ​ທ່ານ​ໄວ້.

ເບິ່ງ ເອຊາຢາ 53:3–5 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ແອວມາ 5:6–13

ເປັນ​ຫຍັງ​ແອວມາ​ຈຶ່ງ​ຢາກ​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ຈື່​ຈຳ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕໍ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ? ເລື່ອງ​ລາວ​ໃດ​ແດ່​ຈາກ​ປະ​ຫວັດ​ຄອບ​ຄົວ​ຂອງພວກ​ທ່ານ ທີ່​ສິດ​ສອນ​ພວກ​ທ່ານ​ກ່ຽວ​ກັບ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ? ບາງ​ທີ​ພວກ​ທ່ານ​ຄວນ​ເຂົ້າ​ຫາ familysearch.org/myfamily ເພື່ອ​ບັນ​ທຶກ​ເລື່ອງ​ລາວ​ເຫລົ່າ​ນີ້.

ແອວມາ 5:14–33

ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ອາດ​ຮູ້​ວ່າ ການ​ກະ​ກຽມ​ແມ່ນ​ຮູ້​ສຶກ​ແນວ​ໃດ—ຫລື ການບໍ່​ກະ​ກຽມ​ຮູ້​ສຶກ​ແນວ​ໃດ—ສຳ​ລັບ​ການ​ໄປ​ນອນ​ປ່າ, ການ​ສອບ​ເສັງ​ຢູ່​ໂຮງ​ຮຽນ, ຫລື ການ​ສຳ​ພາດ​ສະ​ໝັກ​ງານ. ປະ​ສົບ​ການ​ເມື່ອບໍ່​ດົນ​ມານີ້​ຢ່າງ​ໃດ​ແດ່​ທີ່​ເຂົາ​ເຈົ້າ​ສາ​ມາດ​ແບ່ງ​ປັນ ເພື່ອ​ສາ​ທິດ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ກະ​ກຽມ? ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ສຳ​ພາດ ແອວມາ 5:14–33 ແລະ ຊອກ​ຫາ​ຄຳ​ຖາມ​ທີ່​ແອວມາ​ໄດ້​ຖາມ ເພື່ອ​ກະ​ກຽມ​ຜູ້​ຄົນ​ຂອງ​ເພິ່ນ​ເພື່ອ​ພົບ​ພຣະ​ເຈົ້າ. ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ສາ​ມາດ​ເລືອກ​ເອົາ​ຄຳ​ຖາມ​ຂໍ້​ໜຶ່ງ ແລະ ແບ່ງ​ປັນ​ມັນ​ເຖິງວິ​ທີ​ທີ່​ມັນ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ກະ​ກຽມ​ເພື່ອ​ພົບ​ພຣະ​ເຈົ້າ. ຄອບ​ຄົວ​ຂອງ​ທ່ານ​ກໍ​ສາ​ມາດ​ຕິດ​ຄຳ​ຖາມ​ຫລາຍ​ຂໍ້​ຂອງ​ແອວມາ ໄວ້ຢູ່​ຫລາຍ​ບ່ອນ​ໃນ​ເຮືອນ​ຂອງ​ທ່ານ ເພື່ອ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໄຕ່​ຕອງ.

ແອວມາ 6:4–6

ມີ​ເຫດ​ຜົນ​ບາງ​ຢ່າງ​ໃດ​ແດ່​ທີ່​ເຮົາ​ໄປເຕົ້າ​ໂຮມ​ກັນ ໃນ​ຖາ​ນະ​ໄພ່​ພົນ? ເຮົາ​ຈະ​ເຮັດ​ໃຫ້​ເວ​ລາ​ຂອງ​ເຮົາ​ຢູ່​ທີ່​ໂບດ​ເປັນ​ປະ​ໂຫຍດ​ຕໍ່​ຕົວ​ເຮົາ​ເອງ ແລະ ຄົນ​ອື່ນ​ໄດ້​ແນວ​ໃດ?

ແອວມາ 7:9–16

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ຊ່ວຍ​ເຮົາ “[ບໍ່​ໃຫ້] ຢ້ານ” (ແອວມາ 7:15) ເມື່ອ​ເຮົາ​ຕ້ອງ​ໄດ້​ກັບ​ໃຈ ແລະ ປ່ຽນ​ແປງ? ຂໍ້​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ການ​ຫັນ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເມື່ອ​ເຮົາ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ? ສິ່ງ​ອື່ນ​ອີກ​ຢ່າງ​ໃດ​ແດ່​ທີ່​ເຮົາ​ໄດ້​ເຮັດ ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ? ພຣະ​ອົງ​ໄດ້​ຊ່ວຍ​ເຫລືອ​ເຮົາ​ໃນ​ວິ​ທີ​ໃດ?

ແອວມາ 7:23

ເຮົາຮູ້ໃຜ​ແດ່ ຜູ້​ທີ່​ເປັນ​ຕົວ​ຢ່າງ​ທີ່​ດີ ຂອງ​ຄຸນ​ສົມ​ບັດ​ຢ່າງ​ໜຶ່ງ ຫລື ຫລາຍກວ່ານັ້ນ ທີ່​ລະ​ບຸ​ຢູ່​ໃນ​ຂໍ້​ນີ້? ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ພັດ​ທະ​ນາ​ຄຸນ​ສົມ​ບັດ​ເຫລົ່າ​ນີ້?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຖາມ​ຄຳ​ຖາມ​ທີ່​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ປະ​ຕິ​ບັດ. ໃຫ້​ຄິດ​ທີ່​ຈະ​ຖາມ​ສິ່ງ​ທີ່​ກະ​ຕຸ້ນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ສະ​ທ້ອນ​ຄິດ​ເຖິງວິ​ທີ​ທີ່​ເຂົາ​ເຈົ້າ​ສາ​ມາດ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ໃຫ້​ເຕັມ​ປ່ຽມ​ຫລາຍກວ່າ​ເກົ່າ. “ຄຳ​ຖາມ​ເຫລົ່າ​ນີ້ ຕາມ​ປົກ​ກະ​ຕິ​ແລ້ວ ບໍ່ແມ່ນ​ສຳ​ລັບ​ການ​ສົນ​ທະ​ນາ; ມັນ​ແມ່ນ​ສຳ​ລັບ​ການ​ສະ​ທ້ອນ​ຄິດ​ສ່ວນ​ຕົວ” (Teaching in the Savior’s Way, 31).

ຮູບ​ພາບ
ພຣະ​ເຢ​ຊູ​ນຸ່ງ​ເສື້ອ​ຄຸມ​ສີ​ແດງ

Our Advocate [ຜູ້​ວິງວອນ​ແທນ​ເຮົາ], ໂດຍ ເຈ ບະໄຣອັນ ຫວອດ

ພິມ