“ວັນທີ 15–21 ເດືອນມິຖຸນາ. ແອວມາ 13–16: ‘ເຂົ້າໄປໃນທີ່ພັກຂອງພຣະຜູ້ເປັນເຈົ້າ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີມໍມອນ 2020 (2020)
“ວັນທີ 15–21 ເດືອນມິຖຸນາ. ແອວມາ 13–16,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2020
ວັນທີ 15–21 ເດືອນມິຖຸນາ
ແອວມາ 13–16
“ເຂົ້າໄປໃນທີ່ພັກຂອງພຣະຜູ້ເປັນເຈົ້າ”
ການດົນໃຈທີ່ທ່ານໄດ້ຮັບ ຂະນະທີ່ທ່ານໄຕ່ຕອງຂໍ້ພຣະຄຳພີແມ່ນປະເສີດ. ທ່ານສາມາດສະແດງອອກວ່າ ທ່ານທະນຸຖະໜອມມັນ ໂດຍການບັນທຶກມັນໄວ້ ແລະ ກະທຳຕາມການດົນໃຈນັ້ນ.
ບັນທຶກຄວາມປະທັບໃຈຂອງທ່ານ
ໃນຫລາຍວິທີທາງ, ຊີວິດໃນເມືອງອຳໂມນໄນຮາ ບໍ່ດີສະເໝີໄປສຳລັບແອມມິວເລັກ ແລະ ຊີເອສຣອມ. ແອມມິວເລັກໄດ້ເປັນ “ຄົນທີ່ຖືກນັບຖືພໍສົມຄວນ,” ພ້ອມທັງ “ມີພີ່ນ້ອງ ແລະ ໝູ່ເພື່ອນຫລາຍຄົນ” ແລະ “ມີສິ່ງຂອງອັນມີຄ່າຢ່າງຫລວງຫລາຍ” (ແອວມາ 10:4). ຊີເອສຣອມເປັນຄົນ “ມີຄວາມຊຳນານທີ່ສຸດ” ໃນບັນດາທະນາຍຄວາມ ແລະ ກໍມີຄວາມສຸກກັບການ “ມີທຸລະກິດຫລາຍຢ່າງ” (ແອວມາ 10:31). ແລ້ວແອວມາໄດ້ມາເມືອງອຳໂມນໄນຮາພ້ອມດ້ວຍຄຳເຊື້ອເຊີນໃຫ້ກັບໃຈ ແລະ “ເຂົ້າໄປໃນທີ່ພັກຂອງພຣະຜູ້ເປັນເຈົ້າ” (ແອວມາ 13:16). ຕໍ່ແອມມິວເລັກ, ຊີເອສຣອມ, ແລະ ຄົນອື່ນໆ, ການຮັບເອົາຄຳເຊື້ອເຊີນນັ້ນ ຮຽກຮ້ອງໃຫ້ເສຍສະລະ ແລະ ແມ່ນແຕ່ຈະພາໄປສູ່ຄວາມຍາກລຳບາກຫລາຍທີ່ສຸດ ຈົນເກືອບຈະທົນຕໍ່ບໍ່ໄຫວ.
ແຕ່ແນ່ນອນ ເລື່ອງລາວບໍ່ໄດ້ສິ້ນສຸດລົງພຽງເທົ່ານັ້ນ. ຢູ່ໃນ ແອວມາ 13–16, ເຮົາໄດ້ຮຽນຮູ້ເຖິງສິ່ງທີ່ໄດ້ເກີດຂຶ້ນໃນທີ່ສຸດ ຕໍ່ຜູ້ທີ່ເຊື່ອ “ໃນອຳນາດຂອງພຣະຄຣິດອັນຈະນຳໄປສູ່ຄວາມລອດ” (ແອວມາ 15:6). ບາງເທື່ອກໍມີການປົດປ່ອຍ, ບາງເທື່ອກໍມີການປິ່ນປົວ—ແລະ ບາງເທື່ອບາງສິ່ງກໍບໍ່ງ່າຍຂຶ້ນໃນຊີວິດນີ້. ແຕ່ “ພຣະຜູ້ເປັນເຈົ້າຈະຮັບເອົາ [ຜູ້ຄົນຂອງພຣະອົງ] ຂຶ້ນໄປຫາພຣະອົງໃນລັດສະໝີພາບ” ສະເໝີ (ແອວມາ 14:11). ພຣະຜູ້ເປັນເຈົ້າຈະປະທານ “ອຳນາດໃຫ້, ຕາມສັດທາ [ຂອງເຮົາ] ທີ່ມີຢູ່ໃນພຣະຄຣິດ” ສະເໝີ (ແອວມາ 14:28). ແລະ “ສັດທາໃນພຣະຜູ້ເປັນເຈົ້າ” ຈະໃຫ້ “ຄວາມຫວັງວ່າ [ເຮົາ] ຈະໄດ້ຮັບຊີວິດນິລັນດອນ” ສະເໝີ (ແອວມາ 13:29). ຂະນະທີ່ທ່ານອ່ານບົດເຫລົ່ານີ້, ທ່ານສາມາດອຸ່ນໃຈໄດ້ກັບຄຳສັນຍາເຫລົ່ານີ້, ແລະ ທ່ານອາດເຂົ້າໃຈຫລາຍກວ່າເກົ່າເຖິງສິ່ງທີ່ແອວມາໝາຍເຖິງ ເມື່ອເພິ່ນກ່າວກ່ຽວກັບ “ທີ່ພັກຂອງພຣະຜູ້ເປັນເຈົ້າ.”
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ພິທີການຂອງຖານະປະໂລຫິດຊ່ວຍເຮົາໃຫ້ໄດ້ຮັບການໄຖ່ຜ່ານທາງພຣະເຢຊູຄຣິດ.
ທ່ານອາດຈື່ໄດ້ວ່າ ຢູ່ໃນ ແອວມາ 12, ແອວມາໄດ້ສິດສອນກ່ຽວກັບແຜນແຫ່ງການໄຖ່ຂອງພຣະເຈົ້າ (ເບິ່ງ ແອວມາ 12:24–27). ຢູ່ໃນບົດທີ 13, ເພິ່ນໄດ້ກ່າວກ່ຽວກັບປະໂລຫິດຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງໃຫ້ “ສິດສອນສິ່ງເຫລົ່ານີ້ໃຫ້ແກ່ຜູ້ຄົນ” (ແອວມາ 13:1). ຖ້ອຍຄຳຂອງແອວມາເປີດເຜີຍຄວາມຈິງທີ່ມີພະລັງຫລາຍຢ່າງກ່ຽວກັບຖານະປະໂລຫິດ. ບາງທີທ່ານສາມາດພະຍາຍາມຊີ້ບອກຢ່າງໜ້ອຍຄວາມຈິງຢ່າງໜຶ່ງໃນແຕ່ລະຂໍ້ ຢູ່ໃນ ແອວມາ 13:1–9. ຕໍ່ໄປນີ້ແມ່ນຕົວຢ່າງຈຳນວນໜຶ່ງ ເພື່ອຊ່ວຍທ່ານເລີ່ມຕົ້ນ:
-
ຂໍ້ທີ 1.ຖານະປະໂລຫິດຖືກເອີ້ນວ່າ “ລະບຽບຂອງພຣະບຸດ [ຂອງພຣະເຈົ້າ]” (ເບິ່ງ ຄຳສອນ ແລະ ພັນທະສັນຍາ 107:1–4 ນຳອີກ).
-
ຂໍ້ທີ 2.ພຣະເຈົ້າແຕ່ງຕັ້ງປະໂລຫິດໃຫ້ຊ່ວຍເຫລືອຜູ້ຄົນ ເພື່ອຫວັງເພິ່ງພຣະບຸດຂອງພຣະອົງສຳລັບການໄຖ່.
-
ຂໍ້ທີ 3.ຜູ້ດຳລົງຖານະປະໂລຫິດຖືກກະກຽມໄວ້ສຳລັບໜ້າທີ່ຮັບຜິດຊອບຂອງເຂົາເຈົ້າ “ນັບຕັ້ງແຕ່ການວາງຮາກຖານຂອງໂລກ.”
ທ່ານພົບເຫັນຫຍັງອີກແດ່? ທ່ານຮູ້ສຶກແນວໃດກ່ຽວກັບຖານະປະໂລຫິດ ຂະນະທີ່ທ່ານໄຕ່ຕອງກ່ຽວກັບຄວາມຈິງເຫລົ່ານີ້? ພິທີການຂອງຖານະປະໂລຫິດໄດ້ຊ່ວຍທ່ານຫວັງເພິ່ງພຣະຄິດສຳລັບການໄຖ່ແນວໃດ?
ມັນເປັນສິ່ງທີ່ໜ້າສົນໃຈ ທີ່ສັງເກດເຫັນວ່າ ຫລາຍຄົນຢູ່ໃນເມືອງອຳໂມນໄນຮາ ໄດ້ຕິດຕາມນີຮໍ (ເບິ່ງ ແອວມາ 14:18; 15:15). ລະບຽບຂອງປະໂລຫິດຂອງນີຮໍ (ເບິ່ງ ແອວມາ 1:3–6) ແຕກຕ່າງຈາກປະໂລຫິດທີ່ຖືກແຕ່ງຕັ້ງ “ຕາມລະບຽບຂອງພຣະບຸດຂອງພຣະເຈົ້າ” (ຄຳສອນ ແລະ ພັນທະສັນຍາ 107:3), ຜູ້ທີ່ແອວມາໄດ້ບັນຍາຍແນວໃດ? (ເບິ່ງ ແອວມາ 13:1–19).
ເບິ່ງ Dale G. Renlund, “The Priesthood and the Savior’s Atoning Power,” Ensign ຫລື Liahona, Nov. 2017, 64–67 ນຳອີກ.
ຜູ້ດຳລົງຖານະປະໂລຫິດເປັນພຽງແຕ່ບຸກຄົນທີ່ “ຖືກເອີ້ນ ແລະ ຖືກຕຽມໄວ້ນັບຕັ້ງແຕ່ການວາງຮາກຖານຂອງໂລກ” ເທົ່ານັ້ນບໍ?
ຄຳສອນຂອງແອວມາ ຢູ່ໃນ ແອວມາ 13:3 ອ້າງເຖິງຜູ້ດຳລົງຖານະປະໂລຫິດໂດຍສະເພາະ. ເຖິງຢ່າງໃດກໍຕາມ, ຫລັກທຳທີ່ເພິ່ນສິດສອນ—ວ່າຜູ້ຄົນໄດ້ຮັບການມອບໝາຍ ແລະ ຖືກກະກຽມໄວ້ເພື່ອບັນລຸບາງຢ່າງ “ນັບຕັ້ງແຕ່ການວາງຮາກຖານຂອງໂລກ”—ແມ່ນກ່ຽວຂ້ອງກັບເຮົາທຸກຄົນ. ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ສິດສອນວ່າ: “ກ່ອນເຮົາມາຢູ່ນີ້, ຜູ້ຍິງທີ່ຊອບທຳ ໄດ້ຮັບການມອບໝາຍໃນບາງຢ່າງໂດຍສະເພາະ ແລະ ຜູ້ຊາຍທີ່ຊອບທຳກໍໄດ້ຮັບການແຕ່ງຕັ້ງຕໍ່ຖານະປະໂລຫິດບາງຢ່າງໂດຍສະເພາະ. ເຖິງແມ່ນວ່າຕອນນີ້ເຮົາບໍ່ຈື່ສິ່ງເຫລົ່ານັ້ນ, ແຕ່ມັນບໍ່ໄດ້ປ່ຽນຄວາມຈິງທີ່ສະຫງ່າລາສີກ່ຽວກັບສິ່ງທີ່ຄັ້ງໜຶ່ງເຮົາໄດ້ຕົກລົງວ່າ ເຮົາຈະເຮັດ” (Teachings of Presidents of the Church: Spencer W. Kimball [2006], 215–16; ເບິ່ງ ຄຳສອນ ແລະ ພັນທະສັນຍາ 138:55–56 ນຳອີກ).
ບາງເທື່ອພຣະເຈົ້າກໍປ່ອຍໃຫ້ຄົນທີ່ຊອບທຳຮັບທຸກທໍລະມານ.
ແອວມາ 14 ບອກເຖິງຄົນທີ່ຊອບທຳ ຜູ້ໄດ້ຮັບທຸກທໍລະມານ ແລະ ແມ່ນແຕ່ເຖິງແກ່ຄວາມຕາຍ ເພາະຄວາມເຊື່ອຂອງພວກເຂົາ. ຄືກັນກັບຫລາຍຄົນ, ທ່ານອາດສົງໃສວ່າ ເປັນຫຍັງສິ່ງທີ່ບໍ່ດີຈຶ່ງເກີດກັບຜູ້ທີ່ພະຍາຍາມດຳລົງຊີວິດຢ່າງຊອບທຳ. ທ່ານອາດບໍ່ພົບເຫັນຄຳຕອບທັງໝົດ ຕໍ່ຄຳຖາມທີ່ຍາກນີ້ ຢູ່ໃນ ແອວມາ 14, ແຕ່ມັນມີຫລາຍສິ່ງທີ່ຈະຮຽນຮູ້ຈາກວິທີທີ່ແອວມາ ແລະ ແອມມິວເລັກຕອບຮັບຕໍ່ສະພາບການທີ່ພວກເພິ່ນໄດ້ປະເຊີນ. ຖ້ອຍຄຳ ແລະ ການກະທຳຂອງພວກເພິ່ນ ສິດສອນທ່ານຫຍັງແດ່ກ່ຽວກັບເຫດຜົນທີ່ບາງເທື່ອພຣະຜູ້ເປັນເຈົ້າປ່ອຍໃຫ້ຄົນຊອບທຳຮັບທຸກທໍລະມານ? ທ່ານຮຽນຮູ້ຫຍັງແດ່ຈາກພວກເພິ່ນກ່ຽວກັບການປະເຊີນກັບການຂົ່ມເຫັງ?
ເບິ່ງ ມັດທາຍ 5:43–44; ມາຣະໂກ 14:55–65; ໂຣມ 8:35–39; 1 ເປໂຕ 4:12–14; ຄຳສອນ ແລະ ພັນທະສັນຍາ 122:5–9 ນຳອີກ.
ການເປັນສານຸສິດຮຽກຮ້ອງການເສຍສະລະ.
ມັນອາດເປັນສິ່ງໜ້າສົນໃຈທີ່ຈະຂຽນບາງສິ່ງທີ່ແອມມິວເລັກໄດ້ປະຖິ້ມ ເພື່ອຮັບເອົາພຣະກິດຕິຄຸນ (ເບິ່ງ ແອວມາ 10:4–5; 15:16) ແລະ ປຽບທຽບມັນໃສ່ກັບຈຳນວນທີ່ເພິ່ນໄດ້ຮັບ (ເບິ່ງ ແອວມາ 15:18; 16:13–15; 34:8). ທ່ານເຕັມໃຈທີ່ຈະເສຍສະລະຫຍັງແດ່ເພື່ອກາຍເປັນສານຸສິດທີ່ຊື່ສັດຫລາຍກວ່າເກົ່າ?
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
ຂະນະທີ່ທ່ານອ່ານພຣະຄຳພີກັບຄອບຄົວຂອງທ່ານ, ພຣະວິນຍານສາມາດຊ່ວຍທ່ານໃຫ້ຮູ້ຈັກວ່າ ຫລັກທຳຂໍ້ໃດທີ່ຄວນເນັ້ນ ແລະ ຄວນສົນທະນາ ເພື່ອສະໜອງຄວາມຕ້ອງການຂອງຄອບຄົວຂອງທ່ານ. ຕໍ່ໄປນີ້ແມ່ນແນວຄິດບາງຢ່າງ.
ແອວມາ 13
ຄອບຄົວຂອງທ່ານອາດໄດ້ຮັບຜົນປະໂຫຍດຈາກການສັງເກດເຫັນຄຳວ່າ “ທີ່ພັກ” ທຸກເທື່ອ ທີ່ມັນປະກົດ ຢູ່ໃນ ແອວມາ 13. ຖ້ອຍຄຳ ແລະ ແນວຄິດຢ່າງອື່ນໃດແດ່ ທີ່ປະກົດຢູ່ກັບມັນ? ສິ່ງນີ້ຊ່ວຍເຮົາໃຫ້ເຂົ້າໃຈ ຄວາມໝາຍຂອງຄຳວ່າ “ທີ່ພັກຂອງພຣະຜູ້ເປັນເຈົ້າ” ແນວໃດ? ມັນແຕກຕ່າງຈາກທີ່ພັກທາງຮ່າງກາຍແນວໃດ?
ແອວມາ 13:10–12
ເພື່ອຊ່ວຍຄອບຄົວຂອງທ່ານໃຫ້ວາດພາບເຫັນສິ່ງທີ່ຂໍ້ເຫລົ່ານີ້ສິດສອນ, ບາງທີພວກທ່ານສາມາດລ້າງ ຫລື ຊັກບາງສິ່ງນຳກັນ—ດັ່ງເຊັ່ນ ຊັກເຄື່ອງນຸ່ງສີຂາວ. ເຮົາຮູ້ສຶກແນວໃດ ເມື່ອເຮົາເປິເປື້ອນ? ເຮົາຮູ້ສຶກແນວໃດ ເມື່ອເຮົາສະອາດຄືນອີກ? ຄວາມຮູ້ສຶກເຫລົ່ານີ້ ຄ້າຍຄືກັນກັບສິ່ງທີ່ເຮົາຮູ້ສຶກ ຕອນເຮົາເຮັດຄວາມຜິດບາບ ແລະ ແລ້ວກັບໃຈ ແລະ ກັບກາຍສະອາດຄືນໃໝ່ ຜ່ານທາງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດແນວໃດ?
ແອວມາ 15:1–12
ເຮົາຮຽນຮູ້ຫຍັງແດ່ຈາກປະສົບການຂອງຊີເອສຣອມກ່ຽວກັບອຳນາດຂອງພຣະຜູ້ເປັນເຈົ້າ ທີ່ຈະໃຫ້ຄວາມເຂັ້ມແຂງ ແລະ ປິ່ນປົວເຮົາ, ແມ່ນແຕ່ໃນເວລາທີ່ເຮົາເຮັດຄວາມຜິດ? ຖານະປະໂລຫິດມີບົດບາດແນວໃດ ໃນການທີ່ເຮົາຮັບເອົາຄວາມເຂັ້ມແຂງ ແລະ ການປິ່ນປົວຈາກພຣະອົງ?
ແອວມາ 16:1–10
ຫລັງຈາກໄດ້ອ່ານຂໍ້ເຫລົ່ານີ້ແລ້ວ, ທ່ານຄວນອ່ານ ແອວມາ 9:4. ເຮົາຮຽນຮູ້ຫຍັງແດ່ໂດຍການປຽບທຽບຄວາມແຕກຕ່າງລະຫວ່າງຄວາມຮູ້ສຶກຂອງໂຊຣຳ ກັບຄວາມຮູ້ສຶກຂອງຜູ້ຄົນໃນເມືອງອຳໂມນໄນຮາ ກ່ຽວກັບຖ້ອຍຄຳຂອງສາດສະດາ? ເຮົາເຮັດຫຍັງແດ່ເພື່ອຈະຊື່ສັດຕໍ່ຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່ຂອງເຮົາ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.