ຈົ່ງ​ຕາມ​ເຮົາ​ມາ
ວັນທີ 8–14 ເດືອນ​ມິຖຸນາ. ແອວມາ 8–12: ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ


ວັນທີ 8–14 ເດືອນ​ມິຖຸນາ. ແອວມາ 8–12: ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 8–14 ເດືອນ​ມິຖຸນາ. ແອວມາ 8–12,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ແອວມາກຳ​ລັງ​ສັ່ງ​ສອນ

Teaching True Doctrine [ການ​ສິດ​ສອນ​ຄຳ​ສອນ​ທີ່​ແທ້​ຈິງ], ໂດຍ ໄມໂກ ທີ ມອມ

ວັນທີ 8–14 ເດືອນ​ມິຖຸນາ

ແອວມາ 8–12

ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ

ການ​ສຶກ​ສາ​ພຣະ​ຄຳ​ພີ​ເຊື້ອ​ເຊີນ​ການ​ເປີດ​ເຜີຍ. ສະ​ນັ້ນ ຂະ​ນະ​ທີ່​ທ່ານ​ອ່ານ ແອວມາ 8–12, ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ເລື່ອງ​ພຣະ​ວິນ​ຍານ ຂະ​ນະ​ທີ່​ພຣະ​ອົງ​ສິດ​ສອນ​ທ່ານ ຈາກ​ຂ່າວ​ສານ​ຂອງ​ແອວມາ ແລະ ແອມມິວເລັກ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ວຽກ​ງານ​ຂອງ​ພຣະ​ເຈົ້າ​ຈະ​ບໍ່​ລົ້ມ​ເຫລວ. ແຕ່​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ຊ່ວຍ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ ບາງ​ເທື່ອກໍ​ເບິ່ງ​ຄື​ວ່າ​ລົ້ມ​ເຫລວ—ຢ່າງ​ໜ້ອຍ, ເຮົາ​ບໍ່​ເຫັນ​ຜົນ​ທີ່​ເຮົາ​ຄາດ​ໝາຍ​ໃນ​ທັນ​ທີ​ທັນ​ໃດ. ບາງ​ເທື່ອ​ເຮົາ​ອາດ​ຮູ້​ສຶກ​ຄື​ກັນ​ກັບ​ແອວມາ ເມື່ອ​ເພິ່ນ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຢູ່​ເມືອງອຳໂມນ​ໄນຮາ—ຖືກ​ປະ​ຕິ​ເສດ, ຖືກ​ຖົ່ມ​ນ້ຳ​ລາຍ​ໃສ່, ແລະ ຖືກ​ຂັບ​ໄລ່​ໜີ. ແຕ່​ເມື່ອ​ທູດ​ອົງ​ໜຶ່ງ​ໄດ້​ແນະ​ນຳ​ເພິ່ນ​ໃຫ້​ກັບ​ຄືນ​ໄປ ແລະ ພະ​ຍາ​ຍາມ​ເຮັດອີກ, ແອວມາ​ກໍ​ໄດ້ “ກັບ​ຄືນ​ໄປ​ຢ່າງວ່ອງ​ໄວ” ດ້ວຍ​ຄວາມ​ກ້າ​ຫານ (ແອວມາ 8:18), ແລະ ພຣະ​ເຈົ້າ​ໄດ້​ກະ​ກຽມ​ວິ​ທີ​ທາງ​ໄວ້ໃຫ້​ເພິ່ນ. ບໍ່​ພຽງ​ແຕ່​ພຣະ​ອົງ​ໄດ້​ຈັດ​ຫາ​ອາ​ຫານ ແລະ ທີ່​ພັກ​ອາ​ໄສ​ໃຫ້​ແອວມາ​ເທົ່າ​ນັ້ນ, ແຕ່​ພຣະ​ອົງ​ຍັງ​ໄດ້​ກະ​ກຽມ​ແອມມິວເລັກ​ໃຫ້​ເພິ່ນ​ນຳ​ອີກ, ຜູ້​ທີ່​ໄດ້​ກາຍ​ເປັນ​ເພື່ອນຮ່ວມ​ງານ​ຂອງ​ເພິ່ນ, ເປັນ​ຜູ້​ປົກ​ປ້ອງ​ພຣະ​ກິດ​ຕິ​ຄຸນ​ທີ່ມີ​ພະ​ລັງ, ແລະ ເປັນ​ເພື່ອນ​ທີ່​ຊື່​ສັດ. ເມື່ອ​ເຮົາ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ຄວາມ​ຜິດ​ຫວັງ ຂະ​ນະ​ທີ່​ເຮົາ​ຮັບ​ໃຊ້​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​ຈື່​ຈຳ​ວິ​ທີ​ທີ່​ພຣະ​ເຈົ້າ​ຄ້ຳ​ຈູນ ແລະ ນຳ​ພາ​ແອວມາ, ແລະ ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ວ່າ​ພຣະ​ເຈົ້າ​ຈະ​ຄ້ຳ​ຈູນ ແລະ ນຳ​ພາ​ເຮົາ​ຄື​ກັນ, ແມ່ນ​ແຕ່​ໃນ​ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກກໍ​ຕາມ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ແອວມາ 8

ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ຮຽກ​ຮ້ອງ​ຄວາມບໍ່​ລົດ​ລະ ແລະ ຄວາມອົດ​ທົນ.

ເຖິງ​ແມ່ນ​ວ່າ​ບາງ​ຄົນ​ອາດ​ປະ​ຕິ​ເສດ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເລື່ອງ​ພຣະ​ກິດ​ຕິ​ຄຸນ, ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ທ່ານ​ສິ້ນ​ຫວັງ—ເຖິງ​ແນວ​ໃດ, ພຣະ​ຜູ້​ເປັນ​ເຈົ້າ​ກໍ​ບໍ່​ປະ​ຖິ້ມ​ບຸກ​ຄົນ​ນັ້ນ, ແລະ ພຣະ​ອົງ​ຈະ​ນຳ​ພາ​ທ່ານ​ໃຫ້​ຮູ້​ຈັກວິ​ທີ​ທີ່​ຈະ​ກະ​ທຳ. ໃນ​ກໍ​ລະ​ນີ​ຂອງ​ແອວມາ, ທູດ​ອົງ​ໜຶ່ງ​ໄດ້ສັ່ງ​ໃຫ້​ເພິ່ນ​ກັບ​ຄືນ​ໄປ​ເມືອງ​ອຳໂມນ​ໄນຮາ ເພື່ອສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ເຖິງ​ແມ່ນ​ຜູ້​ຄົນ​ໄດ້​ປະ​ຕິ​ເສດ​ເພິ່ນ​ຢ່າງ​ຮຸນ​ແຮງ​ແລ້ວ​ກໍ​ຕາມ (ເບິ່ງ ແອວມາ 8:14–16). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ແອວມາ ເລື່ອງ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ເຖິງ​ແມ່ນ​ຈະ​ມີ​ການ​ທ້າ​ທາຍ ແລະ ການ​ຕໍ່​ຕ້ານ​ກໍ​ຕາມ? ມີຂໍ້​ໃດ​ແດ່​ໃນ ແອວມາ 8 ທີ່​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຫລາຍກວ່າ​ເກົ່າ?

ເບິ່ງ 3 ນີໄຟ 18:30–32; Jeffrey R. Holland, “The Cost—and Blessings—of Discipleship,” Ensign ຫລື Liahona, May 2014, 6–9 ນຳ​ອີກ.

ແອວມາ 9:18–25; 10:16–23

ພຣະ​ເຈົ້າ​ຕັດ​ສິນ​ລູກໆ​ຂອງ​ພຣະ​ອົງ ອີງ​ຕາມ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຮູ້​ທີ່​ພວກ​ເຂົາ​ມີ.

ເມື່ອ​ອ່ານ​ກ່ຽວ​ກັບ​ວິ​ທີ​ທີ່​ຊາວ​ນີໄຟ ຢູ່​ໃນ​ເມືອງ​ອຳໂມນ​ໄນຮາ ກະ​ທຳ​ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ມັນງ່າຍ​ທີ່​ຈະ​ລືມ​ໄປ​ວ່າ ຄັ້ງ​ໜຶ່ງ​ພວກ​ເຂົາ​ເຄີຍ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ ແລະ “ເປັນ​ຄົນ​ທີ່​ໂປດ​ປານ​ທີ່​ສຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ແອວມາ 9:20). ຕາມ​ຈິງ​ແລ້ວ, ພາກ​ສ່ວນ​ໜຶ່ງ​ຂອງ​ຂ່າວ​ສານ​ຂອງ​ແອວມາ​ຕໍ່​ຜູ້​ຄົນ​ຢູ່​ໃນ​ເມືອງ​ອຳໂມນ​ໄນຮາ ແມ່ນ​ວ່າ​ເປັນ​ເພາະ​ພວກ​ເຂົາ​ໄດ້​ເຮັດ​ໃຈ​ແຂງ​ກະ​ດ້າງ ເຖິງ​ແມ່ນ​ໄດ້​ຮັບ​ພອນ​ຢ່າງ​ຫລວງ​ຫລາຍ​ກໍ​ຕາມ, ສະ​ພາບ​ຂອງ​ພວກ​ເຂົາ​ແມ່ນຮ້າຍ​ແຮງກວ່າ​ຊາວ​ເລມັນ​ອີກ​ຊ້ຳ, ຜູ້ໄດ້​ເຮັດ​ການ​ບາບ ສ່ວນ​ຫລາຍ​ເພາະ​ຄວາມ​ໂງ່​ຈ້າ. ສິ່ງ​ກົງ​ກັນ​ຂ້າມນີ້​ໄດ້​ສິດ​ສອນ​ເຮົາ​ຫຍັງ​ແດ່ ກ່ຽວ​ກັບວິ​ທີ​ທີ່​ພຣະ​ເຈົ້າ​ຕັດ​ສິນ​ລູກໆ​ຂອງ​ພຣະ​ອົງ?

ຂະ​ນະ​ທີ່​ທ່ານ​ອ່ານກ່ຽວ​ກັບ​ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ພຣະ​ເຈົ້າ​ປະ​ທານ​ໃຫ້​ຜູ້​ຄົນ​ຂອງ​ນີໄຟ (ເບິ່ງ ໂດຍ​ສະ​ເພາະ ແອວມາ 9:19–23), ໃຫ້​ໄຕ່​ຕອງ​ກ່ຽວ​ກັບ​ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ທ່ານ. ທ່ານ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອຈະ​ໄດ້​ຊື່​ສັດ​ຕໍ່​ພອນ​ເຫລົ່າ​ນີ້? ມີ​ສິ່ງ​ໃດ​ແດ່​ທີ່​ທ່ານ​ຮູ້​ສຶກວ່າ​ຕ້ອງ​ປ່ຽນ​ແປງ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 82:3 ນຳ​ອີກ.

ແອວມາ 11–12

ແຜນ​ຂອງ​ພຣະ​ເຈົ້າ​ເປັນ​ແຜນ​ແຫ່ງ​ການ​ໄຖ່.

ສາດ​ສະ​ດາ​ໃນພຣະ​ຄຳ​ພີ​ມໍມ​ອນ​ໄດ້​ໃຊ້​ຫລາຍ​ຊື່ ເພື່ອ​ບັນ​ຍາຍ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ, ເຊັ່ນ​ແຜນ​ແຫ່ງ​ຄວາມ​ລອດ ຫລື ແຜນ​ແຫ່ງ​ຄວາມ​ສຸກ. ຢູ່​ໃນ ແອວມາ 11–12, ແອວມາ ແລະ ແອມມິວເລັກ ອ້າງ​ເຖິງ​ມັນ​ວ່າ​ເປັນ​ແຜນ​ແຫ່ງ​ການ​ໄຖ່. ຂະ​ນະ​ທີ່​ທ່ານ​ອ່ານບົດ​ເຫລົ່າ​ນີ້, ໃຫ້​ໄຕ່​ຕອງ​ເຖິງວິ​ທີ​ທີ່​ຄຳ​ວ່າ “ການ​ໄຖ່” ຖືກ​ໃຊ້​ເພື່ອ​ບັນ​ຍານ​ເຖິງ​ແຜນ​ແນວ​ໃດ. ທ່ານ​ກໍ​ສາ​ມາດ​ຂຽນ​ບົດ​ສະ​ຫລຸບ​ທີ່​ສັ້ນໆ​ກໍ​ໄດ້ ເຖິງ​ສິ່ງ​ທີ່​ແອວມາ ແລະ ແອມມິວເລັກ ໄດ້​ສິດ​ສອນ​ກ່ຽວ​ກັບ​ພາກ​ສ່ວນ​ຂອງ​ແຜນ​ດັ່ງ​ຕໍ່​ໄປ​ນີ້.

ການ​ຕົກ:

ພຣະ​ຜູ້​ໄຖ່:

ການ​ກັບ​ໃຈ:

ຄວາມ​ຕາຍ:

ການຟື້ນ​ຄືນຊີ​ວິດ:

ການພິພາກສາ:

ໃຫ້​ສັງ​ເກດ​ເບິ່ງ​ຜົນ​ກະ​ທົບ​ຂອງ​ຖ້ອຍ​ຄຳ​ຂອງ​ແອມມິວເລັກ ທີ່​ມີ​ຕໍ່​ຜູ້​ຄົນ (ເບິ່ງ ແອວມາ 11:46). ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ຫລັກ​ທຳ​ເຫລົ່າ​ນີ້​ຈຶ່ງ​ມີ​ອິດ​ທິ​ພົນ​ທີ່​ມີ​ພະ​ລັງ​ຫລາຍ​ແທ້ໆ? ມັນ​ໄດ້​ເປັນ​ອິດ​ທິ​ພົນ​ຕໍ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ D. Todd Christofferson, “The Resurrection of Jesus Christ,” Ensign ຫລື Liahona, May 2014, 111–14 ນຳ​ອີກ.

ແອວມາ 12:8–18

ຖ້າ​ຫາກເຮົາ​ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ, ເຮົາ​ຈະ​ສາ​ມາດ​ຮັບ​ເອົາພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໄດ້​ຫລາຍກວ່າ​ເກົ່າ.

ບາງ​ຄົນ​ອາດ​ສົງ​ໃສວ່າ ເປັນ​ຫຍັງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈຶ່ງບໍ່​ເຮັດ​ໃຫ້​ທຸກ​ສິ່ງ​ເປັນ​ທີ່​ຮູ້​ຈັກ​ແກ່​ເຮົາ. ໃນ ແອວມາ 12:9–14, ແອວມາ​ໄດ້ອະ​ທິ​ບາຍ​ເຖິງ​ເຫດ​ຜົນ​ທີ່​ເປັນ​ໄປ​ໄດ້​ຢ່າງ​ໜຶ່ງ​ທີ່​ບາງ​ເທື່ອ​ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າຖືກ​ປິດ​ບັງ​ຈາກ​ເຮົາ. ຄຳ​ຖາມ​ເຫລົ່າ​ນີ້ສາ​ມາດ​ຊ່ວຍທ່ານ​ໄຕ່​ຕອງກ່ຽວ​ກັບ​ສິ່ງ​ທີ່​ເພິ່ນ​ໄດ້​ສິດ​ສອນ:

  • ການ​ເຮັດ​ໃຈ​ແຂງ​ກະ​ດ້າງ​ໝາຍ​ຄວາມ​ວ່າ​ແນວ​ໃດ? ທ່ານ​ເຄີຍ​ສັງ​ເກດ​ເຫັນ​ຄວາມ​ໂນ້ມ​ອ່ຽງນີ້​ບໍ ຢູ່​ໃນ​ຕົວ​ທ່ານ​ເອງ?

  • ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ປິດ​ບັງ​ພຣະ​ຄຳ​ຂອງ​ພຣະ​ອົງ ຈາກ​ຜູ້​ທີ່​ເຮັດ​ໃຈ​ແຂງ​ກະ​ດ້າງ?

  • ທ່ານ​ເຄີຍ​ປະ​ສົບ​ກັບ​ຄຳ​ສັນ​ຍາ​ຂອງ​ການ​ໄດ້​ຮັບ “ສ່ວນ​ໃຫຍ່​ຂອງ​ພຣະ​ຄຳ” ແນວ​ໃດ? (ແອວມາ 12:10). ປະ​ສົບ​ການນັ້ນ​ເປັນ​ຈັ່ງ​ໃດ?

  • ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ໃຫ້​ແນ່​ໃຈ​ວ່າ ພຣະ​ຄຳ​ຂອງ​ພຣະ​ເຈົ້າ “ພົບ​ໃນຕົວ [ທ່ານ]”? (ແອວມາ 12:13). ຖ້າ​ຫາກ​ທ່ານ​ມີ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ຕົວ​ທ່ານ, ມັນ​ມີຜົນ​ກະ​ທົບ​ຫຍັງ​ແດ່ຕໍ່ “ຄຳ​ເວົ້າ,” “ການ​ກະ​ທຳ,” ແລະ “ຄວາມ​ນຶກ​ຄິດ” ຂອງ​ທ່ານ? (ແອວມາ 12:14).

ສຳ​ລັບ​ຕົວ​ຢ່າງ​ໜຶ່ງ​ຂອງ​ຫລັກ​ທຳ​ເຫລົ່ານີ້, ໃຫ້​ປຽບ​ທຽບ​ແອມມິວເລັກ ໃສ່​ກັບຜູ້​ຄົນ​ອື່ນໆ​ຂອງ​ເມືອງ​ອຳໂມນ​ໄນຮາ. ປະ​ສົບ​ການ​ຂອງ​ແອມມິວເລັກ (ເບິ່ງ ໂດຍ​ສະ​ເພາະ ແອວມາ 10:1–11) ສະ​ແດງ​ໃຫ້​ເຫັນ​ສິ່ງ​ທີ່ແອວມາ​ໄດ້​ສິດ​ສອນ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ແອວມາ 8:10–18

ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ແອວມາ​ກ່ຽວ​ກັບ​ການ​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ “ຢ່າງວ່ອງ​ໄວ” (ຂໍ້ທີ 18) ເຖິງ​ແມ່ນ​ມັນ​ອາດ​ເປັນ​ການ​ຍາກ​ທີ່​ຈະ​ເຮັດ​ກໍ​ຕາມ? ເພື່ອ​ເນັ້ນ​ໜັກ​ຫລັກ​ທຳ​ນີ້​ກັບ​ເດັກ​ນ້ອຍ, ທ່ານ​ສາ​ມາດ​ຫລິ້ນ​ເກມ​ແບບ​ທີ່​ທ່ານ​ໃຫ້​ຄຳ​ແນະ​ນຳ​ໃຫ້​ເຮັດ​ບາງ​ຢ່າງ ແລະ ເບິ່ງວ່າ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ເຮັດ​ມັນ​ໄດ້​ໄວ​ປານ​ໃດ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ເຫັນ​ວ່າ ໃຜ​ພັບ​ເຄື່ອງ​ແລ້ວ​ໄວ​ກວ່າ​ໝູ່.

ແອວມາ 10:1-12

ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ຂອງ​ແອມມິວເລັກ ຢູ່​ໃນ​ຂໍ້​ເຫລົ່າ​ນີ້? ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ມີ​ຜົນ​ກະ​ທົບ​ຕໍ່​ຜູ້​ທີ່​ຮັບ​ຟັງ​ແນວ​ໃດ? ໃຫ້​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ວາງ​ແຜນ​ທີ່​ຈະ​ເຮັດ​ສິ່ງ​ໜຶ່ງ​ໃນ​ອາ​ທິດນີ້ ອີງ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ຕົວ​ຢ່າງ​ຂອງ​ແອມມິວເລັກ.

ແອວມາ 10:22–23

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້​ກ່ຽວ​ກັບ​ກຸ່ມຜູ້​ຄົນ​ທີ່​ຊອບ​ທຳ ສາ​ມາດ​ມີ​ອິດ​ທິ​ພົນ​ຢູ່ໃນ​ເມືອງ​ທີ່​ຊົ່ວ​ຮ້າຍ​ໄດ້?

ແອວມາ 11:34–37

ແມ່ນ​ຫຍັງ​ຄື​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ພຣະ​ເຢ​ຊູ​ຄຣິດ ຈະ​ໄຖ່​ເຮົາ ໃນ ບາບ​ຂອງ​ເຮົາ ແລະ ຈາກ ບາບ​ຂອງ​ເຮົາ? (ເບິ່ງ ຮີລາມັນ 5:10; ເບິ່ງ 1 ໂຢຮັນ 1:9–10) ນຳ​ອີກ. ເພື່ອ​ສະ​ແດງ​ສິ່ງ​ທີ່​ແອມມິວເລັກ​ໄດ້​ສິດ​ສອນ, ທ່ານ​ອາດ​ແບ່ງ​ປັນ​ເລື່ອງ​ເລົ່າ​ຈາກ​ຕອນ​ເລີ່ມ​ຕົ້ນ​ຂອງ​ຂ່າວ​ສານ​ຂອງ​ແອວເດີ ອາເລັນ ດີ ເຮນີ “Remembering in Whom We Have Trusted” (Ensign ຫລື Liahona, Nov. 2015, 121–23). ພຣະ​ເຢ​ຊູ​ຄຣິດ​ໄຖ່​ເຮົາ​ຈາກ​ບາບ​ຂອງ​ເຮົາ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ສຶກ​ສາ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ຍຸກ​ສຸດ​ທ້າຍ. ອ່ານ​ສິ່ງ​ທີ່​ສາດ​ສະດາ ແລະ ອັກ​ຄະ​ສາ​ວົກຂອງ​ຍຸກ​ສຸດ​ທ້າຍ ໄດ້​ສິດ​ສອນ​ກ່ຽວ​ກັບ​ຄວາມ​ຈິງ​ທີ່ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ຊີ້ບອກ​ຫົວ​ຂໍ້ ຢູ່ໃນ ແອວມາ 8–12 ແລະ ຊອກ​ຫາ​ຫົວ​ຂໍ້​ນັ້ນ ຢູ່ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອ​ລ່າ​ສຸດ (ເບິ່ງ Teaching in the Savior’s Way, 21).

ຮູບ​ພາບ
ແອວມາ​ກຳ​ລັງ​ກິນ​ເຂົ້າ​ກັບ​ແອມມິວເລັກ

ຮູບ​ພາບແອວມາກຳ​ລັງ​ກິນ​ເຂົ້າ​ກັບ​ແອມມິວເລັກ ໂດຍ ແດນ ເບີ

ພິມ