ຈົ່ງ​ຕາມ​ເຮົາ​ມາ
ວັນທີ 22–28 ເດືອນ​ມິຖຸນາ. ແອວມາ 17–22: “ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ເຄື່ອງ​ມື”


“ວັນທີ 22–28 ເດືອນ​ມິຖຸນາ. ແອວມາ 17–22: ‘ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ເຄື່ອງ​ມື,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 22–28 ເດືອນ​ມິຖຸນາ. ແອວມາ 17–22,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ອຳໂມນ​ກຳ​ລັງ​ເວົ້າ​ກັບ​ກະ​ສັດ​ລາໂມໄນ

Ammon and King Lamoni [ອຳໂມນ ແລະ ກະ​ສັດ​ລາໂມໄນ], ໂດຍ ສະກາດ ເອັມ ສະໂນ

ວັນທີ 22–28 ເດືອນ​ມິຖຸນາ

ແອວ​ມາ 17–22

“ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ເຄື່ອງ​ມື”

ຂະ​ນະ​ທີ່​ທ່ານ​ອ່ານ ແອວມາ 17–22, ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທີ່​ມາ​ສູ່​ທ່ານ ແລະ ໃຫ້​ກະ​ທຳ​ຕາມນັ້ນ. ໃນ​ການ​ເຮັດ​ເຊັ່ນ​ນັ້ນ ຈະ​ສະ​ແດງ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ​ທ່ານ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ຕື່ມ​ອີກ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃຫ້​ຄິດ​ເຖິງ​ເຫດ​ຜົນ​ທັງ​ໝົດ​ຂອງ​ຜູ້​ຄົນ ທີ່ບໍ່​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ: “ຂ້ອຍບໍ່​ຮູ້​ຈັກ​ພຽງ​ພໍ” ຫລື “ຂ້ອຍບໍ່​ແນ່​ໃຈ​ວ່າ ເຂົາ​ເຈົ້າຊິ​ສົນ​ໃຈ” ຫລື ອາດ​ເປັນ​ວ່າ “ຖ້າ​ຂ້ອຍ​ເຮັດ​ໃຫ້​ເຂົາ​ເຈົ້າ​ຜິດ​ໃຈ ຊິ​ເປັນ​ຈັ່ງ​ໃດ?” ບາງ​ທີ​ທ່ານ​ພົບ​ເຫັນ​ຕົວ​ເອງວ່າ ກໍ​ຄິດ​ຄ້າຍ​ຄື​ກັນ​ນີ້ ໃນ​ບາງ​ຄັ້ງ. ຊາວ​ນີໄຟ​ໄດ້​ມີ​ເຫດ​ຜົນ​ອື່ນ​ອີກ ທີ່ບໍ່​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້ກັບ​ຊາວ​ເລມັນ: ພວກ​ເຂົາເປັນ “ຄົນ​ປ່າ ແລະ ແຂງ​ກະ​ດ້າງ ແລະ ປ່າ​ເຖື່ອນ, ເປັນຜູ້​ຄົນ​ທີ່​ເບີກ​ບານ​ໃນ​ການ​ຄາດ​ຕະ​ກຳ​ຊາວ​ນີໄຟ” (ແອວມາ 17:14; ເບິ່ງ ແອວມາ 26:23–25 ນຳ​ອີກ). ແຕ່​ພວກ​ລູກ​ຊາຍ​ຂອງໂມໄຊຢາ​ມີ​ເຫດ​ຜົນ​ທີ່​ໜັກ​ແໜ້ນກວ່ານັ້ນ ວ່າ​ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ຮູ້​ສຶກວ່າ ພວກ​ເຂົາ ຕ້ອງ ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບຊາວ​ເລມັນ: “ພວກ​ເຂົາ​ປາດ​ຖະ​ໜາ​ທີ່​ຈະ​ປະ​ກາດ​ຄວາມ​ລອດ​ໃຫ້​ແກ່​ມະ​ນຸດ​ທຸກ​ຄົນ, ເພາະ​ວ່າ​ພວກ​ເຂົາ​ທົນ​ບໍ່​ໄດ້​ທີ່​ຈິດ​ວິນ​ຍານ​ຂອງ​ຜູ້​ໜຶ່ງ​ຈະ​ຕ້ອງ​ຕາຍ” (ໂມໄຊຢາ 28:3). ຄວາມ​ຮັກ​ນີ້ ທີ່ດົນ​ໃຈ​ອຳໂມນ ແລະ ອ້າຍ​ນ້ອງ​ຂອງ​ລາວ ກໍ​ສາ​ມາດ​ດົນ​ໃຈ​ທ່ານ​ເພື່ອ​ໃຫ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຄອບ​ຄົວ​ຂອງ​ທ່ານ, ໝູ່​ເພື່ອນ, ແລະ ຄົນ​ທີ່​ທ່ານ​ຮູ້​ຈັກ​ນຳ​ອີກ—ແມ່ນ​ແຕ່​ໃຫ້​ກັບ​ຄົນ​ທີ່​ອາດ​ເບິ່ງ​ຄື​ວ່າ ຈະ​ບໍ່​ຮັບ​ເອົາ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ແອວມາ 17:1–4

ເມື່ອ​ເຮົາ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ​ເອງ, ແລ້ວ​ເຮົາ​ຈະ​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ມີ​ປະ​ສິດ​ທິ​ພາບ.

ທ່ານ​ເຄີຍ​ພົບ​ກັບ​ໝູ່​ເກົ່າ​ບໍ ແລະ ຮູ້​ສຶກ​ຄື​ກັນ​ກັບ​ທີ່​ແອວມາ​ໄດ້​ຮູ້​ສຶກ—ມີ​ຄວາມ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງທີ່​ພວກ​ເຂົາ​ໄດ້​ໝັ້ນ​ຄົງ​ໃນ​ສັດ​ທາ? (ເບິ່ງ ແອວມາ 17:1–2). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ພວກ​ລູກ​ຊາຍ​ຂອງ​ໂມໄຊຢາ ກ່ຽວ​ກັບ​ວິ​ທີ​ຮັກ​ສາ​ສັດ​ທາ​ຂອງ​ທ່ານ​ຢູ່​ໃນ​ພຣະ​ກິດ​ຕິ​ຄຸນ ແລະ ໝັ້ນ​ຄົງ​ໃນຄຳ​ໝັ້ນ​ສັນ​ຍາ? ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ກ່ຽວ​ກັບ​ຄວາມ​ເຂັ້ມ​ແຂງ​ທາງວິນ​ຍານ​ຂອງ​ພວກ​ລູກ​ຊາຍ​ຂອງ​ໂມໄຊຢາ, ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ?

ການ​ກະ​ກຽມ​ທາງວິນ​ຍານ​ຂອງ​ພວກ​ລູກ​ຊາຍ​ຂອງ​ໂມໄຊຢາ ມີ​ຜົນ​ກະ​ທົບ​ຕໍ່​ວຽກ​ງານ​ຂອງ​ພວກ​ເຂົາ​ກັບຊາວ​ເລມັນ​ແນວ​ໃດ? ບາງ​ທີ​ທ່ານ​ສາ​ມາດ​ໃຊ້​ໂອ​ກາດນີ້​ເພື່ອ​ປະ​ເມີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ທີ່​ຈະ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ “ດ້ວຍອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ” (ແອວມາ 17:3).

ແອວມາ 17:6–12

ເຮົາ​ສາ​ມາດ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ໃນ​ການ​ນຳ​ຄວາມ​ລອດ​ມາ​ໃຫ້​ລູກໆ​ຂອງ​ພຣະ​ອົງ.

ປະທານ​ທອມມັສ ແອັສ ມອນສັນ ໄດ້​ກ່າວ​ວ່າ, “ຂ້າ​ພະເຈົ້າ​ຢາກ​ໃຫ້ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ສະ​ເໝີ​ວ່າ ຖ້າ​ຫາກ​ພຣະ​ອົງ​ຕ້ອງ​ການ​ຄົນ​ໄປ​ແລ່ນ​ວຽກ​ໃຫ້​ພຣະ​ອົງ, ທອມ ມອນສັນ ຈະ​ໄປ​ແລ່ນ​ວຽກ​ໃຫ້​ພຣະ​ອົງ” (“On the Lord’s Errand: The Life of Thomas S. Monson,” ວິ​ດີ​ໂອ, ChurchofJesusChrist.org). ຂະ​ນະ​ທີ່​ທ່ານ​ອ່ານ ແອວມາ 17:6–12, ໃຫ້​ຊອກ​ຫາ​ສິ່ງ​ທີ່​ພວກ​ລູກ​ຊາຍ​ຂອງ​ໂມໄຊຢາ​ໄດ້​ເຮັດ ເພື່ອ​ວ່າ​ພວກ​ເຂົາ​ຈະ​ສາ​ມາດ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໄດ້. ທ່ານ​ຈະ​ສາ​ມາດ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຄົນອື່ນ​ໄດ້​ແນວ​ໃດ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ພວກ​ເຂົາ ທີ່​ເຮັດ​ໃຫ້​ທ່ານ​ກ້າ​ຫານ ທີ່​ຈະ​ເຮັດ​ຕາມ​ທີ່ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ທ່ານ​ເຮັດ?

ເບິ່ງ Dallin H. Oaks, “Sharing the Restored Gospel,” Ensign ຫລື Liahona, Nov. 2016, 57–60 ນຳ​ອີກ.

ແອວມາ 17–18

ເຮົາ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ກະ​ກຽມ​ທີ່​ຈະ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ໄດ້.

ລາໂມໄນ​ໄດ້​ເປັນ​ຜູ້​ນຳ​ຂອງ “ຄົນ​ປ່າ ແລະ ແຂງ​ກະ​ດ້າງ ແລະ ປ່າ​ເຖື່ອນ” (ແອວມາ 17:14), ແຕ່​ເພິ່ນ​ໄດ້​ເຊົາ​ນັບ​ຖື​ປະ​ເພ​ນີດັ້ງ​ເດີມ ແລະ ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບປະ​ຕິ​ກິ​ລິ​ຍາ​ຂອງ​ອຳໂມນ​ຕໍ່​ລາໂມໄນ, ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ອຳໂມນ​ໄດ້​ເຮັດ ທີ່​ຊ່ວຍ​ລາໂມໄນ​ໃຫ້ຍອມ​ຮັບ​ຂ່າວ​ສານ​ຂອງ​ລາວ. ຖ້າ​ຫາກ​ທ່ານ​ມີ​ຄວາມ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ເພື່ອ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ຄົນ​ອື່ນ, ໃຫ້​ຂຽນ​ການ​ກະ​ຕຸ້ນ​ເຫລົ່າ​ນີ້​ໄວ້.

ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ໝາຍ ຫລື ຂຽນ​ຄວາມ​ຈິງ​ທີ່ອຳໂມນ​ໄດ້​ສິດ​ສອນ​ລາໂມໄນ (ເບິ່ງ ແອວມາ 18:24–39) ແລະ ຄວາມ​ຈິງ​ທີ່ອາໂຣນ​ໄດ້​ສິດ​ສອນ​ບິ​ດາ​ຂອງ​ລາໂມໄນ (ເບິ່ງ ແອວມາ 22:1–16). ຂໍ້​ເຫລົ່າ​ນີ້​ແນະ​ນຳ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ຈິງ ທີ່​ທ່ານ​ສາ​ມາດ​ແບ່ງ​ປັນ​ໃຫ້​ກັບ​ຄົນ​ອື່ນ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ສະ​ແຫວງ​ຫາ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ກິດ​ຕິ​ຄຸນ?

ຮູບ​ພາບ
ອຳໂມນ​ປົກ​ປ້ອງ​ຝູງ​ສັດ​ຂອງ​ກະ​ສັດ

ມິເນີວາ ເຄ ໄທເກີດ (1888–1976), Ammon Saves the King’s Flocks [ອຳໂມນ​ປົກ​ປ້ອງ​ຝູງ​ສັດ​ຂອງ​ກະ​ສັດ], 1935–1945, ສີ​ນ້ຳ​ມັນ ເທິງ​ແຜ່ນ​ໄມ້​ອັດ, 35 x 48 ນິ້ວ. ຫໍ​ພິ​ພິດ​ທະ​ພັນ​ສິລະ​ປະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລບຣິກຳ ຢັງ.

ແອວມາ 18–22

ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ສາ​ມາດ​ມີ​ອິດ​ທິ​ພົນຢ່າງ​ກວ້າງ​ຂວາງໄດ້.

ເຖິງ​ແມ່ນ​ວ່າ​ເລື່ອງ​ລາວ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ທີ່​ເຮົາ​ໄດ້​ອ່ານ​ຢູ່​ໃນ​ພຣະ​ຄຳ​ພີ ມັກ​ຈະ​ກ່ຽວ​ຂ້ອງ​ກັບ​ເຫດ​ການ​ທີ່​ໜ້າ​ປະ​ທັບ​ໃຈ, ແຕ່ຈຸດ​ສຳ​ຄັນ​ທີ່​ສຸດ​ຂອງ​ເລື່ອງ​ເຫລົ່າ​ນັ້ນ ເຮົາ​ຈະ​ພົບ​ເຫັນ​ບຸກ​ຄົນ​ທີ່​ມີ​ຄວາມ​ກ້າ​ຫານ ທີ່​ຈະ​ເວົ້າ ແລະ ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ໃຫ້​ກັບ​ຄົນ​ອື່ນ. ວິ​ທີ​ໜຶ່ງ​ທີ່​ຈະ​ສຶກ​ສາ​ເຫດ​ການ ຢູ່​ໃນ ແອວມາ 18–22 ແມ່ນ​ການ​ຊອກ​ຫາຜົນ​ກະ​ທົບ​ຢ່າງກວ້າງ​ຂວາງ​ຂອງ​ບຸກ​ຄົນ​ທີ່​ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ຕົນ. ບາງ​ທີ​ທ່ານ​ຄວນ​ບັນ​ທຶກ​ສິ່ງ​ທີ່​ທ່ານ​ພົບ​ເຫັນ​ໄວ້​ໃນ​ແຜນ​ພາບ​ທີ່​ຄື​ກັນ​ກັບ​ອັນ​ນີ້:

ອຳໂມນ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ , ຜູ້​ທີ່​ໄດ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ , ແລະ ຜົນ​ຄື .

ແອວມາ 19:36

ພຣະ​ຜູ້​ເປັນ​ເຈົ້າ​ເດ່​ພຣະ​ຫັດ​ອອກ​ມາ​ຫາ​ເຮົາ ເມື່ອ​ເຮົາ​ກັບ​ໃຈ.

ໃນ​ທ້າຍ​ຂອງ​ເລື່ອງ​ລາວ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ລາໂມໄນ, ມໍມອນ​ໄດ້​ສິດ​ສອນ​ບາງ​ສິ່ງ​ທີ່​ສຳ​ຄັນ​ກ່ຽວ​ກັບ​ລັກ​ສະ​ນະ​ຂອງພຣະ​ຜູ້​ເປັນ​ເຈົ້າ. ແອວມາ 19:36 ແນະ​ນຳ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ລັກ​ສະ​ນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ເມື່ອ​ໃດ​ທີ່​ທ່ານ​ເຄີຍ​ຮູ້​ສຶກວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເດ່​ພຣະ​ຫັດ​ອອກ​ມາ​ຫາ​ທ່ານ? ທ່ານ​ຈະ​ຊ່ວຍ​ຄົນ​ທີ່​ທ່ານ​ຮັກ​ໃຫ້ຮູ້​ສຶກ​ເຖິງ​ຄວາມເມດ​ຕາ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ແອວມາ 17–19

ທ່ານ​ຈະ​ສາ​ມາດ​ເຮັດ​ໃຫ້​ຕົວ​ລະ​ຄອນ​ໃນ​ເລື່ອງ​ເຫລົ່າ​ນີ້​ກາຍ​ເປັນ​ພາບ​ທີ່​ມີ​ຊີ​ວິດ​ສຳ​ລັບ​ຄອບ​ຄົວ​ຂອງ​ທ່ານ​ໄດ້​ແນວ​ໃດ? ພວກ​ທ່ານ​ສາ​ມາດ​ສະ​ແດງ​ຕາມ​ເລື່ອງ ຕອນ​ທີ່ອຳໂມນ​ໄດ້​ປົກ​ປ້ອງ​ຝູງ​ແກະ ຫລື ເລື່ອງ​ລາວ​ຕອນ​ທີ່​ນາງ​ເອບິດ​ໄດ້​ໃຫ້​ຝູງ​ຊົນ​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ເປັນ​ພະ​ຍານ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ແຕ້ມ​ຮູບ​ຂອງ​ພາກ​ສ່ວນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ເລື່ອງ ແລະ ໃຊ້​ຮູບ​ເຫລົ່າ​ນັ້ນ​ເພື່ອ​ເລົ່າ​ເລື່ອງ. ຄອບ​ຄົວ​ຂອງ​ທ່ານ​ຈະ​ເຮັດ​ສິ່ງ​ໃດ ເພື່ອ​ຕິດ​ຕາມ​ຕົວ​ຢ່າງ​ຂອງອຳໂມນ ແລະ ເອບິດ?

ແອວມາ 18:24–39

ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ອ່ານ ແອວມາ 18:24–39 ນຳ​ກັນ ແລະ ຊີ້ບອກ​ຄວາມ​ຈິງ​ທີ່ອຳໂມນ​ໄດ້​ສິດສອນ​ລາໂມໄນ. ເປັນ​ຫຍັງ​ເຮົາ​ຈຶ່ງ​ຄິດ​ວ່າ ອຳໂມນ​ຈຶ່ງ​ສິດ​ສອນ​ລາໂມໄນ ໃຫ້​ຮູ້​ຈັກ​ຄວາມ​ຈິງ​ເຫລົ່າ​ນີ້​ກ່ອນ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ເຮົາ​ທີ່​ຈະ​ມີ​ປະ​ຈັກ​ພະ​ຍານ​ເຖິງຄວາມ​ຈິງ​ເຫລົ່າ​ນີ້?

ແອວມາ 20:8–15

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກວິ​ທີ​ທີ່​ລາໂມໄນ​ໄດ້ຕອບ​ຮັບ​ຕໍ່​ບິດາ​ຂອງ​ເພິ່ນ? ເຮົາ​ຈະ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ລາໂມໄນ ເພື່ອ​ປົກ​ປ້ອງ​ສິ່ງ​ທີ່​ຖືກ​ຕ້ອງ​ໄດ້​ແນວ​ໃດ? (ສຳ​ລັບ​ບາງ​ຕົວ​ຢ່າງ, ໃຫ້​ເບິ່ງ​ວິ​ດີ​ໂອ “Dare to Stand Alone” ຢູ່ທີ່ ChurchofJesusChrist.org.)

ແອວມາ 22:15–18

ໃຫ້ທົບ​ທວນ ແອວມາ 20:23 ເພື່ອ​ເບິ່ງວ່າ ບິ​ດາ​ຂອງ​ລາໂມໄນ​ເຕັມ​ໃຈ​ທີ່​ຈະ​ປະ​ຖິ້ມ​ສິ່ງ​ໃດ ເພື່ອ​ແລກ​ກັບ​ຊີ​ວິດ​ຂອງ​ເພິ່ນ. ແລ້ວ​ໃຫ້​ທົບ​ທວນ ແອວມາ 22:15 ເພື່ອ​ເບິ່ງວ່າ ເພິ່ນ​ເຕັມ​ໃຈ​ທີ່​ຈະ​ປະ​ຖິ້ມ​ສິ່ງ​ໃດ ເພື່ອ​ແລກ​ກັບ​ຄວາມ​ຜາສຸກ​ໃນ​ພຣະ​ກິດ​ຕິ​ຄຸນ. ເພິ່ນ​ເຕັມ​ໃຈ​ທີ່​ຈະ​​ປະ​ຖິ້ມ​ສິ່ງ​ໃດ ເພື່ອ​ຈະ​ໄດ້​ຮູ້​ຈັກ​ພຣະ​ເຈົ້າ? (ເບິ່ງ ຂໍ້ທີ 18). ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ແຕ່​ລະ​ຄົນ​ຄວນ​ຂຽນ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າ​ສາ​ມາດ​ປະ​ຖິ້ມ ເພື່ອ​ຈະ​ໄດ້​ຮູ້​ຈັກ​ພຣະ​ເຈົ້າ​ຢ່າງ​ເຕັມ​ປ່ຽມ​ຫລາຍກວ່າ​ເກົ່າ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊີ້ບອກ ແລະ ນຳ​ໃຊ້​ຫລັກ​ທຳ. ເຖິງ​ແມ່ນ​ລາຍ​ລະ​ອຽດ​ປີກ​ຍ່ອຍ​ຂອງ​ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີ ອາດບໍ່​ກ່ຽວ​ຂ້ອງ​ກັບ​ທ່ານ, ແຕ່​ຫລັກ​ທຳ​ຢູ່​ໃນ​ເລື່ອງ​ລາວ​ເຫລົ່ານີ້​ສ່ວນ​ຫລາຍ​ຈະ​ກ່ຽວ​ຂ້ອງ. ຂະ​ນະ​ທີ່ທ່ານ​ອ່ານ​ກ່ຽວ​ກັບ​ອຳໂມນ ແລະ ອາໂຣນ, ທ່ານ​ພົບ​ເຫັນ​ຫລັກ​ທຳ​ໃດ​ແດ່​ກ່ຽວ​ກັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ?

ຮູບ​ພາບ
ມະ​ເຫ​ສີ​ຂອງ​ກະ​ສັດລາໂມໄນ​ເປັນ​ລົມ​ລົ້ມ​ລົງ

ມະ​ເຫ​ສີ​ຂອງ​ກະ​ສັດລາໂມໄນ​ລຸກ​ຂຶ້ນ​ຈາກ​ພື້ນ, ສັນ​ລະ​ເສີນ​ພຣະ​ເຢ​ຊູ. Oh, Blessed Jesus [ໂອ້ ພຣະ​ເຢ​ຊູ​ຜູ້​ຊົງ​ມີ​ບາ​ລະ​ມີ​ເອີຍ], ໂດຍ ວາວເຕີ ເຣນ

ພິມ