ຈົ່ງ​ຕາມ​ເຮົາ​ມາ
ວັນທີ 29 ເດືອນ​ມິຖຸນາ–ວັນທີ 5 ເດືອນ​ກໍລະກົດ. ແອວມາ 23–29: ພວກ​ເຂົາ “ບໍ່​ເຄີຍ​ຕົກ​ໄປ”


“ວັນທີ 29 ເດືອນ​ມິຖຸນາ–ວັນທີ 5 ເດືອນ​ກໍລະກົດ. ແອວມາ 23–29: ພວກ​ເຂົາ ‘ບໍ່​ເຄີຍ​ຕົກ​ໄປ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 29 ເດືອນ​ມິຖຸນາ–ວັນທີ 5 ເດືອນ​ກໍລະກົດ. ແອວມາ 23–29,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ຊາວ​ອານໄທ-ນີໄຟ-ລີໄຮ​ຝັງ​ອາ​ວຸດ​ຂອງ​ພວກ​ເຂົາ

Anti-Nephi-Lehies Bury Their Weapons of War [ຊາວ​ອານໄທ-ນີໄຟ-ລີໄຮ​ຝັງ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂອງ​ພວກ​ເຂົາ], ໂດຍ ໂຈດີ ລີບວິງ​ສະຕັນ

ວັນທີ 29 ເດືອນ​ມິຖຸນາ–ວັນທີ 5 ເດືອນ​ກໍລະກົດ

ແອວ​ມາ 23–29

ພວກ​ເຂົາ “ບໍ່​ເຄີຍ​ຕົກ​ໄປ”

ຂະ​ນະ​ທີ່​ທ່ານ​ສຶກ​ສາ ແອວມາ 23–29, ທ່ານ​ພົບ​ເຫັນ​ຂ່າວ​ສານ​ໃດ​ແດ່​ສຳ​ລັບ​ຕົວ​ທ່ານ​ເອງ ແລະ ຄອບ​ຄົວ​ຂອງ​ທ່ານ? ທ່ານ​ສາ​ມາດ​ແບ່ງ​ປັນ​ຫຍັງ​ແດ່​ຢູ່​ໃນ​ຫ້ອງ​ຮຽນ​ຢູ່​ໂບດ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ບາງ​ເທື່ອ​ທ່ານ​ກໍເຄີຍ​ສົງ​ໃສ​ຢູ່​ບໍ​ວ່າ ຜູ້​ຄົນ​ສາ​ມາດ​ປ່ຽນ​ແປງ​ແທ້ໆ? ບາງ​ທີ​ທ່ານ​ເປັນ​ຫ່ວງ​ກ່ຽວ​ກັບ​ວ່າ​ທ່ານ​ສາ​ມາດ​ເອົາ​ຊະ​ນະ​ການ​ເລືອກ​ທີ່ບໍ່​ດີ ທີ່​ໄດ້​ເຮັດ​ໄປ ຫລື ນິ​ໄສ​ທີ່ບໍ່​ດີ​ທີ່​ທ່ານ​ໄດ້​ພັດ​ທະ​ນາ​ຫລືບໍ່, ຫລື ທ່ານ​ອາດ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ຄ້າຍ​ຄື​ກັນ​ນັ້ນ​ກ່ຽວ​ກັບ​ຄົນ​ທີ່​ທ່ານ​ຮັກ. ຖ້າ​ເປັນ​ແນວນັ້ນ, ເລື່ອງ​ເລົ່າ​ກ່ຽວ​ກັບ​ຊາວ​ອານໄທ-ນີໄຟ-ລີໄຮ ສາ​ມາດ​ຊ່ວຍ​ທ່ານ​ໄດ້. ຜູ້​ຄົນ​ເຫລົ່າ​ນີ້​ໄດ້​ສາ​ບານ​ທີ່​ຈະ​ເປັນ​ສັດ​ຕູ​ຂອງ​ຊາວ​ນີໄຟ. ເມື່ອອຳໂມນ ແລະ ອ້າຍ​ນ້ອງ​ຂອງ​ລາວ​ໄດ້​ຕັດ​ສິນ​ໃຈ​ໄປ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່ພວກ​ເຂົາ, ຊາວ​ນີໄຟ “ກໍ​ຫົວ​ເຍາະ​ເຍີ້ຍ [ພວກ​ເຂົາ].” ການ​ຂ້າ​ຊາວ​ເລມັນ​ເບິ່ງ​ຄື​ເປັນ​ສິ່ງ​ທີ່​ໜ້າ​ເຊື່ອ​ຖື ຫລາຍກວ່າ​ທີ່​ຈະ​ໃຫ້​ພວກ​ເຂົາ​ປ່ຽນ​ໃຈ​ເຫລື້ອມ​ໃສ. (ເບິ່ງ ແອວມາ 26:23–25.)

ແຕ່​ຊາວ​ເລມັນ​ໄດ້​ປ່ຽນ—ຜ່ານ​ທາງ​ອຳ​ນາດ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ຄັ້ງ​ໜຶ່ງ​ພວກ​ເຂົາ​ເຄີຍ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ “ຄົນ​ແຂງ​ກະ​ດ້າງ ແລະ ປ່າ​ເຖື່ອນ” (ແອວມາ 17:14), ພວກ​ເຂົາ​ໄດ້​ກັບ​ກາຍ​ເປັນ​ຄົນ “ດີ​ເດັ່ນ​ຂຶ້ນ ຍ້ອນ​ວ່າ​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ພຣະ​ເຈົ້າ” (ແອວມາ 27:27). ຕາມ​ຈິງ​ແລ້ວ, ພວກ​ເຂົາ “ບໍ່​ເຄີຍ​ຕົກ​ໄປ” (ແອວມາ 23:6).

ບາງ​ທີ​ທ່ານ​ອາດ​ມີ​ປະ​ເພ​ນີ​ບໍ່​ຖືກ​ຕ້ອງ ທີ່​ຈະ​ປະ​ຖິ້ມ ຫລື ມີ “ອາ​ວຸດ​ແຫ່ງການ​ກະ​ບົດ” ທີ່​ຈະ​ວາງ​ລົງ (ແອວມາ 23:7). ຫລື ບາງ​ທີ​ທ່ານ​ພຽງ​ແຕ່ຕ້ອງ​ມີ​ຄວາມ​ອຸ​ທິດ​ຕົນ​ຫລາຍ​ຂຶ້ນ​ໃນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ ແລະ ມີຄວາມ​ໂນ້ມອ່ຽງ​ທີ່​ຈະ​ຕົກ​ໄປ​ໜ້ອຍ​ລົງ. ບໍ່​ວ່າ​ທ່ານ​ຕ້ອງ​ປ່ຽນ​ແປງ​ສິ່ງ​ໃດ​ກໍ​ຕາມ, ແອວມາ 23–29 ສາ​ມາດ​ໃຫ້​ຄວາມ​ຫວັງ​ແກ່​ທ່ານ ຊຶ່ງ, ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ການ​ປ່ຽນ​ແປງ​ອັນ​ຍາວ​ນານ​ສາ​ມາດ​ເປັນໄປ​ໄດ້.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ແອວມາ 23:1–5

ເມື່ອ​ລູກໆ​ຂອງ​ພຣະ​ເຈົ້າ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ, ພອນ​ອັນ​ຍິ່ງ​ໃຫຍ່​ຈະ​ຕິດ​ຕາມ​ມາ.

ເມື່ອ​ກະ​ສັດ​ຂອງ​ຊາວ​ເລມັນ​ໄດ້​ປະ​ກາດ​ວ່າ ຄວນ “ບໍ່ໄດ້ມີ​ອັນ​ກີດ​ຂວາງ” ພຣະ​ຄຳ​ຂອງ​ພຣະ​ເຈົ້າໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເພິ່ນ (ເບິ່ງ ແອວມາ 23:1–5), ເພິ່ນ​ໄດ້ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ພອນ​ອັນ​ຍິ່ງ​ໃຫຍ່​ທີ່​ຈະ​ມາ​ສູ່​ພວກ​ເຂົາ. ຂະ​ນະ​ທີ່​ທ່ານ​ອ່ານ ແອວມາ 23–29, ໃຫ້ຊອກ​ຫາ​ພອນ​ເຫລົ່າ​ນີ້. ທ່ານ​ຈະ​ຮັບ​ປະ​ກັນ​ໄດ້​ແນວ​ໃດ​ວ່າ ພຣະ​ຄຳ​ຂອງ​ພຣະ​ເຈົ້າ ຈະ “ບໍ່​ໄດ້​ມີ​ອັນ​ກີດ​ຂວາງ” ໃນ​ຊີ​ວິດ​ຂອງ​ທ່ານ ຫລື ໃນ​ຄອບ​ຄົວ​ຂອງ​ທ່ານ?

ແອວມາ 23–25; 27

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ປ່ຽນ​ແປງ​ຊີ​ວິດ​ຂອງ​ເຮົາ.

ຊາວ​ເລມັນ​ຜູ້​ທີ່​ອຳໂມນ ແລະ ອ້າຍ​ນ້ອງ​ຂອງ​ລາວໄດ້​ໄປ​ຫາ ເບິ່ງ​ຄື​ວ່າ​ເປັນ​ບຸກ​ຄົນ​ທີ່​ຄົງ​ຊິ​ບໍ່​ປ່ຽນ​ໃຈ​ເຫລື້ອມ​ໃສ—ພວກ​ເຂົາ​ໄດ້​ຖືກ​ກີດ​ກັນ​ໂດຍ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ເອງ. ແຕ່​ພວກ​ເຂົາ​ຫລາຍ​ຄົນ​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ໄດ້​ທຳ​ການ​ປ່ຽນ​ແປງ​ຂັ້ນ​ຕົ້ນ​ໃນ​ຊີ​ວິດ​ຂອງ​ພວກ​ເຂົາ. ເພື່ອ​ເປັນ​ສັນ​ຍາ​ລັກ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ພວກ​ເຂົາ​ເອງ, ຊາວ​ເລມັນ​ເຫລົ່າ​ນີ້ ຈຶ່ງ​ເອີ້ນ​ຕົວ​ເອງວ່າ ຊາວ​ອານໄທ-ນີໄຟ-ລີໄຮ. (ຄວາມ​ໝາຍ​ຂອງ​ຄຳ​ວ່າ “ອານໄທ” ໃນ​ກໍ​ລະ​ນີນີ້ ບໍ່​ໄດ້​ໝາຍ​ເຖິງ “ຜູ້ຕໍ່​ຕ້ານ” ເຊັ່ນ “ຜູ້ຕໍ່​ຕ້ານ-ພຣະ​ຄຣິດ.”)

ການ​ສະ​ທ້ອນ​ຄິດ​ກ່ຽວ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ຊາວ​ເລມັນ​ເຫລົ່າ​ນີ້ ອາດ​ກະ​ຕຸ້ນ​ທ່ານ​ໃຫ້​ໄຕ່​ຕອງ​ກ່ຽວ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ຕົວ​ທ່ານ​ເອງ “ໃນ​ພຣະ​ຜູ້​ເປັນ​ເຈົ້າ” (ແອວມາ 23:6). ວິ​ທີ​ໜຶ່ງ​ທີ່​ຈະ​ສຶກ​ສາ​ບົດ​ເຫລົ່າ​ນີ້ ອາດ​ເປັນ​ການ​ຊອກ​ຫາ​ວິ​ທີ​ທີ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ຊາວ​ອານໄທ-ນີໄຟ-ລີໄຮ ປ່ຽນ​ແປງ​ຊີ​ວິດ​ຂອງ​ພວກ​ເຂົາ​ແນວ​ໃດ. ຂໍ້​ດັ່ງ​ຕໍ່​ໄປ​ນີ້ ສາ​ມາດ​ຊ່ວຍ​ທ່ານ​ເລີ່ມ​ຕົ້ນ.

ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ກ່ຽວ​ກັບ​ການ​ປ່ຽນ​ແປງ ໃນ​ຕົວ​ຊາວ​ອານໄທ-ນີໄຟ-ລີໄຮ, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ທ່ານ​ເອງ​ຕໍ່​ພຣະ​ຄຣິດ ໄດ້​ປ່ຽນ​ແປງ​ທ່ານ​ແນວ​ໃດ. ທ່ານ​ຄິດ​ວ່າ ທ່ານ​ຍັງ​ມີ​ຫຍັງ​ອີກ​ແດ່​ທີ່​ຕ້ອງ​ປ່ຽນ​ແປງ ເພື່ອ​ວ່າ​ພຣະ​ກິດ​ຕິ​ຄຸນ​ຈະ​ສາ​ມາດ​ມີ​ພະ​ລັງ​ອັນ​ຍິ່ງ​ໃຫຍ່ກວ່າ​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ?

ແອວມາ 23:6–7

ແອວມາ 23:17–18

ແອວມາ 24:11–19

ແອວມາ 25:13–16

ແອວມາ 27:26–30

ແອວມາ 24:7–19; 26:17–22

ພຣະ​ເຈົ້າ​ມີ​ເມດ​ຕາ.

ເຖິງ​ແມ່ນ​ຄວາມ​ຜິດ​ບາບ​ທີ່ອຳໂມນ ແລະ ຊາວ​ອານໄທ-ນີໄຟ-ລີໄຮ ໄດ້​ເອົາ​ຊະ​ນະ ແມ່ນ​ແຕກ​ຕ່າງ​ຫລາຍ​ຈາກ​ທຸກ​ສິ່ງ​ໃນ​ຊີ​ວິດ​ຂອງ​ທ່ານ, ແຕ່​ເຮົາ​ທຸກ​ຄົນ​ກໍຕ້ອງ​ເພິ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ. ທ່ານ​ພົບ​ເຫັນ​ຫຍັງ​ແດ່ ຢູ່​ໃນ ແອວມາ 24:7–19 ແລະ 26:17–22 ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ? ຂະ​ນະ​ທີ່​ທ່ານ​ອ່ານ, ທ່ານ​ອາດ​ຄິດ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້: ວິ​ທີ​ທີ່​ທ່ານ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ກັບ​ໃຈ, ປະ​ສົບ​ການ​ຂອງ​ທ່ານ​ກັບ​ການ​ກັບ​ໃຈ, ວິ​ທີ​ທີ່​ທ່ານ​ໄດ້​ພະ​ຍາ​ຍາມ​ລະ​ເວັ້ນ​ຈາກ​ການ​ເຮັດ​ບາບ​ອີກ, ແລະ ພອນ​ທີ່​ໄດ້ມາ​ສູ່​ທ່ານ ຜ່ານ​ທາງ​ການ​ກັບ​ໃຈ. ເມື່ອ​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້​ໃນ​ທາງນີ້, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ?

ແອວມາ 2629

ການ​ຮັບ​ໃຊ້ພຣະ​ຜູ້​ເປັນ​ເຈົ້າ​ນຳ​ຄວາມ​ສຸກ​ມາ​ໃຫ້.

ເຖິງ​ແມ່ນ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ຈະ​ແຕກ​ຕ່າງ​ກັນ, ແຕ່ອຳໂມນ ແລະ ແອວມາ ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ທີ່​ຄ້າຍ​ຄື​ກັນ​ກ່ຽວ​ກັບການ​ອອກ​ແຮງ​ເຜີຍ​ແຜ່​ຂອງ​ເຂົາເຈົ້າ. ໃຫ້​ຄິດ​ທີ່​ຈະ​ອ່ານ ແອວມາ 26 ແລະ 29 ແລະ ປຽບ​ທຽບ​ທັງ​ສອງ​ໃສ່​ກັນ. ທ່ານ​ສັງ​ເກດ​ເຫັນ​ຫຍັງ​ແດ່​ທີ່ຄ້າຍ​ຄື​ກັນ? ຄຳ​ໃດ ຫລື ສຳ​ນວນ​ໃດ ທີ່​ເນັ້ນ​ຫລາຍ​ເທື່ອ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ອຳໂມນ ແລະ ແອວມາ ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ພົບ​ຄວາມ​ສຸກ​ທີ່​ແທ້​ຈິງ ເຖິງ​ແມ່ນ​ຈະ​ມີ​ການ​ທ້າ​ທາຍ​ກໍ​ຕາມ? (ເພື່ອ​ທົບ​ທວນ​ການ​ທ້າ​ທາຍ​ທີ່​ແອວມາ​ໄດ້​ປະ​ເຊີນ, ໃຫ້​ເບິ່ງ​ຫົວ​ຂໍ້​ບົດ ສຳ​ລັບ ແອວມາ 5–16. ເພື່ອ​ທົບ​ທວນ​ການ​ທ້າທາຍ​ຂອງ​ອຳໂມນ ແລະ ອ້າຍ​ນ້ອງ​ຂອງ​ລາວ, ໃຫ້​ເບິ່ງ​ຫົວ​ຂໍ້​ບົດ ສຳ​ລັບ ແອວມາ 17–28.)

ແອວມາ 26:5–7

ຟ່ອນ​ເຂົ້າ ແລະ ເລົ້າ ແມ່ນ​ຫຍັງ?

ໃນ​ລະ​ດູ​ເກັບ​ກ່ຽວ, ເຂົ້າ​ມັກ​ຈະ​ຖືກ​ຮວບ​ຮວມ​ໄວ້​ເປັນ​ມັດໆ ເອີ້ນ​ວ່າ ຟ່ອນ​ເຂົ້າ ແລະ ຖືກ​ເກັບ​ໄວ້​ຢູ່​ໃນສາງ, ບາງ​ເທື່ອ​ເອີ້ນ​ວ່າ ເລົ້າ. ແອວເດີ ເດວິດ ເອ ແບ໊ດນາ ໄດ້​ແບ່ງ​ປັນ​ການ​ຕີ​ຄວາມ​ໝາຍ​ທີ່​ອາດ​ເປັນ​ໄປ​ໄດ້ ຂອງ​ສັນ​ຍາ​ລັກ ຢູ່​ໃນ ແອວມາ 26:5: “ຟ່ອນ​ເຂົ້າ​ຢູ່​ໃນ​ຄຳ​ປຽບ​ທຽບ​ນີ້ ເປັນ​ຕົວ​ແທນ​ໃຫ້​ແກ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຫາ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ເລົ້າ​ຄື​ພຣະ​ວິ​ຫານ​ທີ່​ສັກ​ສິດ” (“Honorably Hold a Name and Standing,” Ensign ຫລື Liahona, May 2009, 97). ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ຄຳ​ປຽບ​ທຽບ ຢູ່​ໃນ ແອວມາ 26:5–7 ສິດ​ສອນ​ທ່ານ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫາ​ນ​ແນວ​ໃດ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ແອວມາ 24:6–19

ເປັນ​ຫຍັງ​ຊາວ​ອານໄທ-ນີໄຟ-ລີໄຮ​ຈຶ່ງ​ຝັງ​ອາ​ວຸດ​ຂອງ​ພວກ​ເຂົາ “ໃຫ້​ເລິກ​ລົງ​ໃນ​ແຜ່ນ​ດິນ”? (ແອວມາ 24:16). ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ທີ່​ຈະ​ຂຽນ​ສິ່ງ​ທີ່​ເຂົາ​ເຈົ້າ​ຢາກ​ເອົາ​ຊະ​ນະ ຫລື ປະ​ຖິ້ມ ໃສ່​ໃນ​ເຈ້ຍ. ແລ້ວ​ໃຫ້​ເຂົາ​ເຈົ້າ​ຂຸດ​ຂຸມ ແລະ ຝັງ​ເຈ້ຍ​ເຫລົ່າ​ນັ້ນ.

ແອວມາ 24:7–12

ການ​ສຶກ​ສາ​ຂໍ້​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ເຂົ້າ​ໃຈ​ຂອງ​ປະ​ທານ​ທີ່​ປະ​ເສີດ ແຫ່ງ​ການ​ກັບ​ໃຈ​ໄດ້. ຊາວ​ອານໄທ-ນີໄຟ-ລີໄຮ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ສິ່ງ​ໃດ​ແດ່​ເພື່ອ​ຊ່ວຍ​ພວກ​ເຂົາ​ໃຫ້​ກັບ​ໃຈ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງນີ້?

ແອວມາ 24:20–27

ເຮົາ​ໄດ້​ເຫັນ​ສິ່ງ​ໃດ​ທີ່​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ ໃນ​ການ​ປະ​ກາດ​ຂອງ​ມໍມອນ ທີ່​ວ່າ: “ພວກ​ເຮົາ​ຈຶ່ງ​ເຫັນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ກະ​ທຳ​ໃນ​ຫລາຍ​ວິ​ທີທາງ​ເພື່ອ​ຄວາມ​ລອດ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ”? (ແອວມາ 24:27).

ແອວມາ 26:2

ຄອບ​ຄົວ​ຂອງ​ທ່ານ​ຈະ​ຕອບ​ຄຳ​ຖາມ​ຂອງ​ອຳໂມນ ຢູ່​ໃນ ແອວມາ 26:2 ແນວ​ໃດ? ບາງ​ທີ​ທ່ານ​ຄວນຂຽນ​ຄຳ​ຕອບ​ໃສ່​ເຈ້ຍ​ແຜ່ນ​ໃຫຍ່ ແລະ ຕິດ​ມັນ​ໄວ້​ຢູ່​ໃນ​ບ່ອນ​ທີ່​ທຸກ​ຄົນ​ສາ​ມາດ​ຫລຽວ​ເຫັນ. ຊຸກ​ຍູ້​ສະ​ມາ​ຊິກ​ໃນ​ຄອບ​ຄົວໃຫ້​ຕື່ມ​ຄຳ​ຕອບ​ໃສ່​ນຳ ເມື່ອ​ເຂົາ​ເຈົ້າ​ຄິດ​ເຖິງ​ພອນ​ຢ່າງ​ອື່ນໆ​ທີ່​ພຣະ​ເຈົ້າ “ໄດ້​ປະ​ທານ​ໃຫ້​ແກ່​ເຮົາ.”

ແອວມາ 29:9

ອຳໂມນ ແລະ ແອວມາ​ໄດ້​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ແນວ​ໃດ? ໃຫ້​ຄິດ​ທີ່​ຈະ​ຊອກ​ເບິ່ງ​ເຄື່ອງ​ມືຢູ່​ໃນ​ບ້ານ​ເຮືອນ​ຂອງ​ທ່ານ ແລະ ສົນ​ທະ​ນາ​ກ່ຽວ​ກັບ​ແຕ່​ລະ​ຢ່າງ​ເປັນ​ປະ​ໂຫຍດ​ຕໍ່​ຄອບ​ຄົວ​ຂອງ​ທ່ານ​ແນວ​ໃດ. ສິ່ງນີ້​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວິ​ທີ​ທີ່​ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ເປັນ “ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ” ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ໃຊ້​ຫລາຍໆ​ຢ່າງ. ການ​ເຂົ້າ​ຫາ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ໃນ​ຫລາຍ​ວິ​ທີ​ທາງ ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ມີ​ຄວາມ​ສົນ​ໃຈ ແລະ ມີ​ສ່ວນ​ຮ່ວມ. ຍົກ​ຕົວ​ຢ່າງ, ຫລັງ​ຈາກ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຄອບ​ຄົວ​ອ່ານ​ຂໍ້​ໜຶ່ງ​ແລ້ວ, ລາວ​ສາ​ມາດ​ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ໜຶ່ງ​ກ່າວ​ຊ້ຳ​ສິ່ງ​ທີ່​ຫາ​ກໍ​ໄດ້​ອ່ານ​ໄປ ໃນ​ຄຳ​ຂອງ​ຕົວ​ເອງ.

ຮູບ​ພາບ
ຊາວ​ອານໄທ-ນີໄຟ-ລີໄຮ​ຝັງ​ອາ​ວຸດ​ຂອງ​ພວກ​ເຂົາ

ຮູບ​ພາບຊາວ​ອານໄທ-ນີໄຟ-ລີໄຮຝັງ​ອາ​ວຸດ​ຂອງ​ພວກ​ເຂົາ, ໂດຍ ແດນ ເບີ

ພິມ