ຈົ່ງ​ຕາມ​ເຮົາ​ມາ
ວັນທີ 13–19 ເດືອນ​ກໍລະກົດ. ແອວມາ 32–35: “ປູກ​ພຣະ​ຄຳ​ນີ້​ໄວ້​ໃນ​ໃຈ​ຂອງ​ພວກ​ທ່ານ”


“ວັນທີ 13–19 ເດືອນ​ກໍລະກົດ. ແອວມາ 32–35: ‘ປູກ​ພຣະ​ຄຳ​ນີ້​ໄວ້​ໃນ​ໃຈ​ຂອງ​ພວກ​ທ່ານ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 13–19 ເດືອນ​ກໍລະກົດ. ແອວມາ 32–35,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ເມັດ​ພືດ​ຢູ່​ໃນ​ມື​ຂອງ​ເດັກ​ນ້ອຍ

ວັນທີ 13–19 ເດືອນ​ກໍລະກົດ

ແອວມາ 32–35

“ປູກ​ພຣະ​ຄຳ​ນີ້​ໄວ້​ໃນ​ໃຈ​ຂອງ​ພວກ​ທ່ານ”

ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທາງວິນ​ຍານ​ຂອງ​ທ່ານ ທີ່​ທ່ານ​ໄດ້​ຮັບ​ຂະ​ນະ​ທີ່​ທ່ານ​ສຶກ​ສາ ແອວມາ 32–35. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນໃຈ​ໃຫ້​ເຮັດ​ສິ່ງ​ໃດ ເພາະ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ສຳ​ລັບ​ຊາວ​ໂຊຣຳ, ຄຳ​ອະ​ທິ​ຖານ​ແມ່ນ​ເຈາະ​ຈົງ​ໃສ່​ຕົວ​ເອງ, ເປັນ​ການ​ປະ​ຕິ​ບັດ​ເປັນ​ປະ​ຈຳ​ທີ່​ໄດ້​ເກີດ​ຂຶ້ນ​ພຽງ​ແຕ່​ໜຶ່ງ​ເທື່ອ​ຕໍ່​ອາ​ທິດ. ມັນ​ຮ່ວມ​ດ້ວຍ​ການ​ຢືນ​ຢູ່​ບ່ອນ​ທີ່ໃຫ້​ທຸກ​ຄົນ​ເຫັນ ແລະ ເວົ້າ​ຊ້ຳ​ຄຳ​ເກົ່າ​ທີ່ບໍ່​ມີ​ປະ​ໂຫຍດ ແລະ ຄຳ​ທີ່​ໃຫ້​ຕົວ​ເອງ​ພໍ​ໃຈ. ບາງ​ທີ​ຮ້າຍກວ່ານັ້ນ, ຊາວ​ໂຊຣຳ​ຍັງ​ຂາດ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ—ແມ່ນ​ແຕ່​ປະ​ຕິ​ເສດ​ການ​ເປັນ​ຢູ່​ຂອງ​ພຣະ​ອົງ—ແລະ ໄດ້​ຂົ່ມ​ເຫັງ​ຄົນ​ຍາກ​ຈົນ (ເບິ່ງ ແອວມາ 31:9–25). ກົງ​ກັນ​ຂ້າມ, ແອວມາ ແລະ ແອມມິວເລັກ​ໄດ້​ສິດ​ສອນ​ຢ່າງ​ກ້າ​ຫານ ວ່າ​ການ​ອະ​ທິ​ຖານ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ໃຈ​ເຮົາ​ຫລາຍກວ່າ​ການ​ຢືນ​ຢູ່​ເທິງ​ເວ​ທີ. ແລະ ຖ້າ​ຫາກ​ມັນ​ບໍ່​ນຳ​ພາ​ໄປ​ສູ່​ການ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຄົນ​ທີ່​ຂັດ​ສົນ, ແລ້ວ​ມັນ​ກໍ “ບໍ່​ມີ​ປະ​ໂຫຍດ, ແລະ ບໍ່ຊ່ວຍ​ອັນ​ໃດ” (ແອວມາ 34:28). ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ, ມັນ​ເປັນ​ການ​ສະ​ແດງ​ອອກ​ເຖິງການ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ຜູ້​ສະ​ເໜີ​ມອບ​ການ​ໄຖ່​ໃຫ້ ຜ່ານ​ທາງ “ການ​ເສຍ​ສະ​ລະ​ອັນ​ບໍ່​ມີ​ຂອບ​ເຂດ ແລະ ນິ​ລັນ​ດອນ” ຂອງ​ພຣະ​ອົງ (ແອວມາ 34:10). ສັດ​ທາ​ເຊັ່ນ​ນັ້ນ, ແອວມາ​ໄດ້​ອະ​ທິ​ບາຍ, ແມ່ນ​ເກີດ​ມາ​ຈາກ​ຄວາມ​ຖ່ອມ​ຕົວ ແລະ “ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຊື່ອ” (ແອວມາ 32:27). ມັນ​ເຕີບ​ໂຕ​ຂຶ້ນ​ເລື້ອຍໆ, ຄື​ກັນ​ກັບ​ຕົ້ນ​ໄມ້, ແລະ ຮຽກ​ຮ້ອງ​ການ​ບຳ​ລຸງ​ລ້ຽງ​ເປັນ​ປະ​ຈຳ. ຂະ​ນະ​ທີ່​ທ່ານ​ອ່ານ ແອວມາ 32–35, ທ່ານ​ອາດ​ຄິດ​ກ່ຽວ​ກັບ​ສັດ​ທາ ແລະ ຄຳ​ອະ​ທິ​ຖານ​ຂອງ​ຕົວ​ເອງ; ທ່ານ​ເຄີຍ​ຮູ້​ສຶກ​ຢູ່​ບໍ​ວ່າ ທັດ​ສະ​ນະ​ຄະ​ຕິ​ເໝືອນ​ດັ່ງ​ຊາວ​ໂຊ​ຣຳ​ໄດ້​ຄືບ​ຄານ​ເຂົ້າ​ມາ​ໃນ​ຕົວທ່ານ? ທ່ານ​ຈະ​ບຳ​ລຸງ​ລ້ຽງ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ ເພື່ອ​ວ່າ​ມັນ​ຈະ​ກາຍ​ເປັນ “ຕົ້ນ​ທີ່ງອກ​ງາມ​ໄປ​ສູ່​ຊີ​ວິດ​ອັນ​ເປັນ​ນິດ”? (ແອວມາ 32:41).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ແອວມາ 32:1–16

ເຮົາ​ສາ​ມາດ​ເລືອກ​ທີ່​ຈະ​ຖ່ອມ​ຕົວ.

ແອວມາ​ໄດ້​ຫລິງ​ເຫັນ​ວ່າ ຊາວ​ໂຊຣຳ​ທີ່​ຍາກ​ຈົນ ເປັນ​ຄົນ​ຖ່ອມ​ຕົວ ແລະ “ຢູ່​ໃນ​ການ​ຕຽມ​ພ້ອມ​ທີ່​ຈະ​ຟັງ​ພຣະ​ຄຳ” (ແອວມາ 32:6). ຂະ​ນະ​ທີ່​ທ່ານ​ອ່ານ ແອວມາ 32:1–16, ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ຕຽມ​ພ້ອມ​ທີ່​ຈະ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

ປະ​ສົບ​ການ​ໃດ​ແດ່​ທີ່​ໄດ້​ເຮັດ​ໃຫ້​ທ່ານ​ຖ່ອມ​ຕົວ? ທ່ານ​ໄດ້​ເຮັດ​ສິ່ງ​ໃດ ເພື່ອ​ກາຍ​ເປັນ​ຄົນ​ຖ່ອມ​ຕົວ​ຫລາຍກວ່າ​ເກົ່າ? ຂໍ້​ເຫລົ່າ​ນີ້​ສາ​ມາດ​ສິດ​ສອນ​ທ່ານ​ເຖິງວິ​ທີ​ທີ່​ຈະ​ເລືອກ​ຄວາມ​ຖ່ອມ​ຕົວ ແທນ​ທີ່​ຈະ​ຖືກ​ບັງ​ຄັບ​ໃຫ້​ຖ່ອມ​ຕົວ. ຍົກ​ຕົວ​ຢ່າງ, ແມ່ນ​ຫຍັງ​ທີ່​ແຕກ​ຕ່າງ​ລະ​ຫວ່າງ “ຍາກ​ຈົນ​ທາງ​ໂລກ” ແລະ “ຍາກ​ຈົນ​ໃນ​ໃຈ”? (ຂໍ້ທີ 3). ຄຳ​ວ່າ “ຖ່ອມ​ຕົວ [ທ່ານ​ເອງ] ເພາະ​ພຣະ​ຄຳ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ຂໍ້ທີ 14).

ເບິ່ງ “Humility,” Gospel Topics, topics.ChurchofJesusChrist.org ນຳ​ອີກ.

ແອວມາ 32:17–43; 33–34

ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ປູກ ແລະ ບຳ​ລຸງ​ລ້ຽງ​ພຣະ​ຄຳ​ຂອງ​ພຣະ​ອົງ ຢູ່​ໃນ​ໃຈ​ເຮົາ.

ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ແອວມາ​ຈຶ່ງ​ໄດ້​ກ່າວ​ກ່ຽວ​ກັບ​ການ​ປູກ​ເມັດ​ພືດ ໃນ​ການ​ຕອບ​ຄຳ​ຖາມ​ຂອງ​ຊາວ​ໂຊຣຳ​ກ່ຽວ​ກັບ​ການ​ນະ​ມັດ​ສະ​ການ? ເມັດ​ພືດ​ທີ່​ແອວມາ​ໄດ້​ກ່າວ​ເຖິງ​ໝາຍ​ເຖິງຫຍັງ? (ເບິ່ງ ແອວມາ 32:28; 33:22–23). ຂະ​ນະ​ທີ່​ທ່ານ​ອ່ານ ແອວມາ 32:17–43, ໃຫ້​ສັງ​ເກດ​ເບິ່ງ​ຖ້ອຍ​ຄຳ ແລະ ສຳ​ນວນ​ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ວິ​ທີ​ທີ່​ຈະ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ສິ່ງ​ທີ່​ສັດ​ທາ​ເປັນ ແລະ ບໍ່​ໄດ້​ເປັນ? ແລ້ວ, ຂະ​ນະ​ທີ່​ທ່ານ​ອ່ານ ບົດທີ 33–34, ໃຫ້​ຊອກ​ຫາ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ຂອງ​ຊາວ​ໂຊຣຳ ທີ່​ວ່າ “[ເຮົາ] ຈະ​ປູກ​ເມັດ​ພືດ​ໄດ້​ດ້ວຍ​ວິ​ທີ​ໃດ?” (ແອວມາ 33:1).

ຕໍ່​ໄປ​ນີ້​ແມ່ນ​ອີກວິ​ທີ​ໜຶ່ງ ທີ່​ຈະ​ສຶກ​ສາ ແອວມາ 32–34: ແຕ້ມ​ຮູບ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ສຳ​ນວນ​ທີ່​ແຕກ​ຕ່າງ​ກັນ ຂອງ​ການ​ເຕີບ​ໂຕ​ຂອງ​ເມັດ​ພືດ. ແລ້ວ​ຂຽນ​ປ້າຍ​ໃສ່ຮູບ​ແຕ່​ລະ​ໃບ ດ້ວຍ​ຖ້ອຍ​ຄຳ​ຈາກ ແອວມາ 32:28–43 ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ເຖິງວິ​ທີທີ່​ຈະ​ປູກ ແລະ ບຳ​ລຸງ​ລ້ຽງ​ພຣະ​ຄຳ​ຢູ່​ໃນ​ໃຈ​ທ່ານ.

ເບິ່ງ ມັດ​ທາຍ 13:3–8, 18–23; ເຮັບເຣີ 11; Neil L. Andersen, “Faith Is Not by Chance, but by Choice,” Ensign ຫລື Liahona, Nov. 2015, 65–68; ນຳ​ອີກ.

ແອວມາ 33:2–11; 34:17–29

ເຮົາ​ສາ​ມາດ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ໃນ​ການ​ອະ​ທິຖານ, ໃນທຸກ​ເວ​ລາ ແລະ ໃນ​ທຸກ​ບ່ອນ.

ຄຳ​ແນະ​ນຳ​ຂອງ​ແອວມາ ແລະ ແອມ​ມິວ​ເລັກ ກ່ຽວ​ກັບ​ການ​ນະ​ມັດ​ສະ​ການ ແລະ ການ​ອະ​ທິຖານ ມີ​ເຈດ​ຕະ​ນາ​ທີ່​ຈະ​ແກ້​ໄຂ​ຄວາມ​ເຂົ້າ​ໃຈ​ຜິດ​ບາງ​ຢ່າງ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ທີ່​ຊາວ​ໂຊຣຳ ມີ (ເບິ່ງ ແອວມາ 31:13–23). ແຕ່​ຄວາມ​ຈິງ​ທີ່​ພວກ​ເພິ່ນ​ໄດ້​ສິດ​ສອນ ສາ​ມາດ​ຊ່ວຍ​ເຮົາ​ແຕ່​ລະ​ຄົນ​ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ອະ​ທິ​ຖານ ແລະ ການ​ນະ​ມັດ​ສະ​ການ​ຫລາຍກວ່າ​ເກົ່າ. ບາງ​ທີ​ທ່ານ​ຄວນ​ຂຽນ​ຄວາມ​ຈິງ​ກ່ຽວ​ກັບ​ການ​ອະ​ທິ​ຖານ ທີ່​ທ່ານ​ພົບ​ເຫັນຢູ່​ໃນ ແອວມາ 33:2–11 ແລະ 34:17–29 ໄວ້. ຢູ່​ທາງ​ຂ້າງ​ຂອງ​ຄວາມ​ຈິງ​ທີ່​ທ່ານ​ຂຽນ​ໄວ້​ນັ້ນ, ໃຫ້​ຂຽນ​ສິ່ງ​ທີ່​ອາດ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ການ​ອະ​ທິ​ຖານ ທີ່​ຄວາມ​ຈິງ​ເຫລົ່າ​ນີ້​ໄດ້​ແກ້​ໄຂ (ເບິ່ງ ແອວມາ 31:12–23). ສິ່ງ​ທີ່ທ່ານ​ຮຽນ​ຮູ້​ຈາກ​ຂໍ້​ເຫລົ່າ​ນີ້ ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ອະ​ທິ​ຖານ ແລະ ນະ​ມັດ​ສະ​ການ​ແນວ​ໃດ?

ແອວມາ 33:3–17

ຊີນັດ ແລະ ຊີໂນກ ແມ່ນ​ໃຜ?

ຊີນັດ ແລະ ຊີໂນກ ຄື​ສາດ​ສະ​ດາ​ຜູ້​ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ລະ​ຫວ່າງ​ສະ​ໄໝ​ພຣະ​ຄຳ​ພີ​ເດີມ, ແຕ່​ຄຳ​ສອນ​ຂອງ​ພວກ​ເພິ່ນບໍ່​ມີ​ບັນ​ທຶກ​ໄວ້ ຢູ່​ໃນ​ພຣະ​ຄຳ​ພີ​ເດີມ. ຊາວ​ນີໄຟໄດ້​ເຫັນ​ຄຳ​ສອນ​ຂອງ​ສາດ​ສະ​ດາ​ເຫລົ່າ​ນີ້, ບາງ​ທີ​ເພາະ​ວ່າຄຳ​ສອນ​ຂອງ​ພວກ​ເພິ່ນ​ລວມ​ຢູ່​ໃນ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ ທີ່​ນີໄຟ​ເອົາ​ມາ​ຈາກ​ລາບານ. ຄຳ​ສອນ​ດັ່ງ​ກ່າວ​ກໍ​ຖືກ​ອ້າງ​ເຖິງຢູ່​ໃນ 1 ນີໄຟ 19:10–12; ຢາໂຄບ 5:1; ແລະ ຮີລາມັນ 8:19–20 ນຳ​ອີກ.

ແອວມາ 34:30–41

“ນີ້​ເປັນ​ເວລາ … ທີ່​ຈະຕຽມ​ພ້ອມ​ເພື່ອ​ພົບ​ກັບ​ພຣະ​ເຈົ້າ.”

ຂະ​ນະ​ທີ່​ທ່ານ​ອ່ານ ແອວມາ 34:30–41, ໃຫ້​ພິ​ຈາ​ລະ​ນາ​ເຖິງວິ​ທີ​ທີ່​ທ່ານ​ອາດ​ຈະ “ປັບ​ປຸງ​ເວ​ລາ [ຂອງ​ທ່ານ] ຂະ​ນະ​ທີ່​ຢູ່​ໃນ​ຊີ​ວິດນີ້” (ຂໍ້ທີ 33). ການ​ກັບ​ໃຈ ແລະ ຄວາມ​ອົດ​ທົນ ຊ່ວຍ​ທ່ານ​ໃຫ້​ຕຽມ​ພ້ອມ​ທີ່​ຈະ​ພົບ​ພຣະ​ເຈົ້າ​ແນວ​ໃດ? ມີ​ສິ່ງໃດ​ບໍ​ທີ່​ທ່ານ​ຕ້ອງ​ປ່ຽນ​ແປງ ຊຶ່ງ​ທ່ານ​ໄດ້​ຜັດ​ວັນ? ໃຫ້​ແນ່​ໃຈ​ວ່າ​ທ່ານ​ເຮັດ​ຕາມ​ການ​ກະ​ຕຸ້ນ​ທາງວິນ​ຍານ ທີ່​ທ່ານ​ໄດ້​ຮັບ.

ເບິ່ງ ແອວມາ 12:24; Larry R. Lawrence, “What Lack I Yet?Ensign ຫລື Liahona, Nov. 2015, 33–35 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ແອວມາ 32:9–11; 33:2–11; 34:38–39

ມັນ​ຈະ​ເປັນ​ຈັ່ງ​ໃດ ຖ້າ​ຫາກ​ເຮົາ​ໄດ້​ຮັບ​ອະນຸ​ຍາດ​ໃຫ້​ນະ​ມັດ​ສະ​ການ ແລະ ອະ​ທິ​ຖານ ພຽງ​ແຕ່​ໃນ​ວັນ​ອາ​ທິດ​ເທົ່າ​ນັ້ນ? ຂະ​ນະ​ທີ່​ພວກທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້​ນຳ​ກັນ, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ສົນ​ທະ​ນາ​ວິ​ທີ​ທີ່​ເຂົາ​ເຈົ້າ​ສາ​ມາດ​ນະ​ມັດ​ສະ​ການ​ທຸກວັນ ແລະ ເຫດ​ຜົນ​ທີ່​ເຂົາ​ເຈົ້າ​ຂອບ​ຄຸນ​ທີ່​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ໄດ້.

ແອວມາ 32:28–43

ຮູບ​ພາບ​ຕົ້ນ​ໄມ້​ກໍ​ມີຢູ່​ໃນ​ໂຄງ​ຮ່າງນີ້; ທ່ານ​ສາ​ມາດ​ໃຊ້​ມັນ​ເພື່ອ​ສະ​ແດງ​ເຖິງ​ຖ້ອຍ​ຄຳ​ຂອງ​ແອວມາ ຢູ່​ໃນ​ຂໍ້​ເຫລົ່າ​ນີ້. ຫລື ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ໄປ​ຍ່າງ​ຫລິ້ນ ແລະ ຊົມ​ຕົ້ນ​ໄມ້​ທີ່​ຢູ່​ໃນ​ລະ​ດັບ​ຄວາມ​ເຕີບ​ໂຕ​ທີ່​ແຕກ​ຕ່າງ​ກັນ ແລະ ອ່ານ​ຂໍ້​ພຣະ​ຄຳ​ພີ​ຈາກ ແອວມາ 32 ທີ່​ປຽບ​ທຽບ​ການ​ເຕີບ​ໂຕ​ຂອງ​ຕົ້ນ​ໄມ້​ກັບ​ສັດ​ທາ​ຂອງ​ເຮົາ. ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ສາ​ມາດ​ປູກ​ເມັດ​ພືດ​ເມັດ​ໜຶ່ງ ແລະ ສົນ​ທະ​ນາ​ເຖິງ​ສິ່ງ​ທີ່​ເຮົາ​ຕ້ອງ​ເຮັດ ເພື່ອ​ຊ່ວຍ​ມັນ​ໃຫ້​ເຕີບ​ໂຕ. ໃນ​ອາ​ທິດ​ທີ່​ຈະ​ມາ​ເຖິງ ພວກທ່ານ​ສາ​ມາດກວດ​ເບິ່ງ​ເມັດ​ພືດຂອງ​ພວກ​ທ່ານ ແລະ ເຕືອນ​ກັນ​ແລະ​ກັນ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ບຳ​ລຸງ​ລ້ຽງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ໄປ​ຕະ​ຫລອດ.

ແອວມາ 33:2–11; 34:17–29

ຂໍ້​ເຫລົ່າ​ນີ້​ແນະ​ນຳ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ສາ​ມາດ​ພັດ​ທະ​ນາ​ການ​ອະ​ທິ​ຖານ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ​ຂອງ​ເຮົາ?

ແອວມາ 34:31

ປະ​ສົບ​ການ​ໃດ​ແດ່​ທີ່​ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າ ເມື່ອ​ເຮົາ​ກັບ​ໃຈ, ເຮົາ​ເລີ່ມ​ຕົ້ນ​ປະ​ສົບ​ກັບ​ພອນ​ຂອງ​ແຜນ​ແຫ່ງ​ການໄຖ່ “ທັນ​ທີ”?

ແອວມາ 34:33–35

ຄອບ​ຄົວ​ຂອງ​ທ່ານ​ຮູ້​ບໍ​ວ່າ ການຜັດ​ວັນ ໝາຍ​ຄວາມ​ວ່າ​ແນວ​ໃດ? ບາງ​ທີ​ບາງ​ຄົນ​ສາ​ມາດ​ແບ່ງ​ປັນ​ຕົວ​ຢ່າງ​ຂອງ​ການ​ຜັດ​ວັນ ແລະ ຜົນ​ສະ​ທ້ອນ​ໃນ​ທາງ​ລົບ​ຂອງ​ມັນ. ຄຳ​ວ່າ “ຜັດ​ວັນ​ແຫ່ງ​ການ​ກັບ​ໃຈ [ຂອງ​ເຮົາ]” ໝາຍ​ຄວາມ​ວ່າ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ແຕ້ມ​ຮູບ. ທ່ານ​ອາດ​ປ່ອຍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ້ມ​ຮູບ ຂະ​ນະ​ທີ່​ເຂົາ​ເຈົ້າ​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ. ຍົກ​ຕົວ​ຢ່າງ, ເຂົາ​ເຈົ້າ​ອາດ​ມ່ວນ​ຊື່ນ​ກັບ​ການ​ແຕ້ມ​ຮູບ ກ່ຽວ​ກັບ​ເມັດ​ພືດ​ເຕີບ​ໂຕ​ເປັນ​ຕົ້ນ​ໄມ້ ຂະ​ນະ​ທີ່​ເຂົາ​ເຈົ້າ​ສຶກ​ສາ ແອວມາ 32.

ຮູບ​ພາບ
ໝາກ​ຢູ່​ໃນ​ຕົ້ນ

“ເພາະຄວາມ​ພາກ​ພຽນ​ຂອງ​ພວກ​ທ່ານ ແລະ ສັດທາ​ຂອງ​ພວກ​ທ່ານ ແລະ ດ້ວຍ​ຄວາມ​ອົດ​ທົນ​ຂອງ​ພວກ​ທ່ານ​ໃນ​ການ​ບຳ​ລຸງ​ລ້ຽງ​ພຣະ​ຄຳ, … ຈົ່ງ​ເບິ່ງ, ໃນ​ບໍ່​ຊ້າ​ນີ້​ພວກ​ທ່ານ​ຈະ​ເກັບໝາກ​ຂອງ​ມັນ​ໄດ້ ຊຶ່ງ​ມີ​ຄ່າ​ທີ່​ສຸດ” (ແອວມາ 32:42).

ພິມ