“ວັນທີ 20–26 ເດືອນກໍລະກົດ. ແອວມາ 36–38: ‘ຫວັງເພິ່ງພຣະເຈົ້າ ແລະ ມີຊີວິດ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີມໍມອນ 2020 (2020)
“ວັນທີ 20–26 ເດືອນກໍລະກົດ. ແອວມາ 36–38,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2020
ວັນທີ 20–26 ເດືອນກໍລະກົດ
ແອວມາ 36–38
“ຫວັງເພິ່ງພຣະເຈົ້າ ແລະ ມີຊີວິດ”
“ເມື່ອທ່ານຮູ້ສຶກເຖິງຄວາມປິຕິຍິນດີທີ່ມາຈາກການເຂົ້າໃຈພຣະກິດຕິຄຸນ, ທ່ານຈະຢາກນຳໃຊ້ສິ່ງທີ່ທ່ານຮຽນຮູ້” (ຈົ່ງສອນພຣະກິດຕິຄຸນຂອງເຮົາ [2004], 21). ໃຫ້ບັນທຶກຄວາມຄິດ ແລະ ຄວາມປະທັບໃຈຂອງທ່ານ ກ່ຽວກັບວິທີທີ່ຈະນຳໃຊ້ຄວາມຈິງທີ່ທ່ານຮຽນຮູ້.
ບັນທຶກຄວາມປະທັບໃຈຂອງທ່ານ
ເມື່ອແອວມາໄດ້ເຫັນຄວາມຊົ່ວຮ້າຍຢູ່ອ້ອມຮອບເພິ່ນ, ເພິ່ນໄດ້ຮູ້ສຶກ “ເສົ້າສະຫລົດໃຈ,” “ທຸກຍາກລຳບາກ,” ແລະ “ເຈັບປວດໃນຈິດວິນຍານ” ຫລາຍ (ແອວມາ 8:14). “ຄວາມຊົ່ວຮ້າຍຢູ່ໃນບັນດາຜູ້ຄົນເຫລົ່ານີ້,” ເພິ່ນໄດ້ກ່າວກັບຊາວໂຊຣຳ, “ເຮັດໃຫ້ຈິດວິນຍານຂອງຂ້ານ້ອຍເຈັບປວດ” (ແອວມາ 31:30). ເພິ່ນຮູ້ສຶກເຖິງບາງສິ່ງທີ່ຄ້າຍຄືກັນຫລັງຈາກໄດ້ກັບຈາກການເຜີຍແຜ່ຂອງເພິ່ນຕໍ່ຊາວໂຊຣຳ—ເພິ່ນໄດ້ສັງເກດເຫັນວ່າ “ໃຈຂອງຜູ້ຄົນເລີ່ມດື້ດ້ານຂຶ້ນ, ແລະ ພວກເຂົາບໍ່ພໍໃຈຍ້ອນວ່າຄວາມເຄັ່ງຄັດຂອງພຣະຄຳ,” ແລະ ສິ່ງນີ້ເຮັດໃຫ້ໃຈຂອງເພິ່ນ “ເສົ້າໂສກຢ່າງຍິ່ງ” (ແອວມາ 35:15). ແອວມາໄດ້ເຮັດສິ່ງໃດກ່ຽວກັບສິ່ງທີ່ເພິ່ນໄດ້ເຫັນ ແລະ ຮູ້ສຶກ? ເພິ່ນບໍ່ໄດ້ພຽງແຕ່ທໍ້ຖອຍໃຈ ແລະ ເຍາະເຍີ້ຍສະພາບຂອງໂລກເທົ່ານັ້ນ. ກົງກັນຂ້າມ, “ເພິ່ນໃຫ້ພວກລູກຊາຍຂອງເພິ່ນມາຫາເພິ່ນ” ແລະ ໄດ້ສິດສອນພວກເຂົາ “ກ່ຽວກັບຄວາມຊອບທຳ” (ແອວມາ 35:16). ເພິ່ນໄດ້ສິດສອນພວກເຂົາວ່າ “ບໍ່ມີທາງອື່ນ ຫລື ວິທີອື່ນໃດທີ່ມະນຸດຈະລອດໄດ້, ມີແຕ່ໃນ ແລະ ໂດຍທາງພຣະຄຣິດເທົ່ານັ້ນ. … ຈົ່ງເບິ່ງ, ພຣະອົງເປັນພຣະຄຳແຫ່ງຄວາມຈິງ ແລະ ຄວາມຊອບທຳ” (ແອວມາ 38:9).
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ເຮົາສາມາດເກີດຈາກພຣະເຈົ້າໄດ້ ເມື່ອເຮົາຖ່ອມຕົວ ແລະ ກັບໃຈ.
ມີໜ້ອຍຄົນທີ່ຈະມີປະສົບການທີ່ເປັນໜ້າຕື່ນເຕັ້ນຄືກັນກັບການປ່ຽນໃຈເຫລື້ອມໃສຂອງແອວມາ. ແຕ່ມັນມີຫລັກທຳຢູ່ໃນປະສົບການຂອງເພິ່ນ ຊຶ່ງເຮົາທຸກຄົນສາມາດຮຽນຮູ້ ແລະ ນຳໃຊ້ໄດ້, ເພາະວ່າທຸກຄົນຈະຕ້ອງ “ເກີດຈາກພຣະເຈົ້າ” (ແອວມາ 36:23). ຂະນະທີ່ທ່ານອ່ານ ແອວມາ 36, ໃຫ້ຊອກຫາຫລັກທຳທີ່ທ່ານສາມາດນຳໃຊ້. ຍົກຕົວຢ່າງ, ບາງຄົນທີ່ໄດ້ເກີດຈາກພຣະເຈົ້າ ຮູ້ສຶກແນວໃດກ່ຽວກັບບາບ? ກ່ຽວກັບພຣະເຢຊູຄຣິດ? ທ່ານກໍສາມາດຊອກຫາການທ້າທາຍທີ່ທ່ານອາດຄາດຄິດວ່າ ຈະເຫັນຢູ່ໃນຄວາມເຊື່ອຖື ແລະ ການກະທຳຂອງບາງຄົນທີ່ໄດ້ເກີດຈາກພຣະເຈົ້າ.
ເບິ່ງ ໂມໄຊຢາ 5:7; 27:25–26; ແອວມາ 5:14; 22:15; ຮີລາມັນ 3:35 ນຳອີກ.
ພຣະເຢຊູຄຣິດໄດ້ຊົດໃຊ້ແທນບາບຂອງຊາວໂລກ.
ທ່ານອາດສັງເກດເຫັນບາງສິ່ງທີ່ເກີດຊ້ຳຫລາຍເທື່ອຢູ່ໃນເລື່ອງລາວຂອງແອວມາ ໃນບົດນີ້. ມັນເປັນເພາະວ່າ ແອວມາ 36 ເປັນຕົວຢ່າງທີ່ດີເລີດເຖິງແບບແຜນຂອງການຂຽນບົດກະວີຂອງຊາວເຮັບເຣີ ທີ່ເອີ້ນວ່າ ໂວຫານຢ້ອນຄຳ, ຊຶ່ງໃນນັ້ນ ຖ້ອຍຄຳ ຫລື ແນວຄິດ ຖືກນຳສະເໜີໃນລຳດັບໃດໜຶ່ງໂດຍສະເພາະ, ທີ່ພາໄປຫາແນວຄິດທີ່ເປັນຈຸດໃຫຍ່ໃຈກາງ, ແລະ ແລ້ວຈະກ່າວຊ້ຳຄືນໃນລຳດັບກັບຫົວກັບຫາງ. ໃນ ແອວມາ 36, ແນວຄິດດັ່ງກ່າວ ຢູ່ໃນ ຂໍ້ທີ 3 ໄດ້ຖືກກ່າວຊ້ຳ ຢູ່ໃນ ຂໍ້ທີ 27, ແນວຄິດຢູ່ໃນ ຂໍ້ທີ 5 ໄດ້ຖືກກ່າວຊ້ຳ ຢູ່ໃນ ຂໍ້ທີ 26, ແລະ ອື່ນໆ. ແນວຄິດທີ່ເປັນຈຸດໃຫຍ່ໃຈກາງ ເປັນຂ່າວສານທີ່ສຳຄັນທີ່ສຸດຂອງໂວຫານຢ້ອນຄຳ. ໃຫ້ເບິ່ງດູວ່າ ທ່ານຈະສາມາດພົບເຫັນແນວຄິດທີ່ເປັນຈຸດໃຫຍ່ໃຈກາງ ຢູ່ໃນ ຂໍ້ທີ 17–18 ຫລືບໍ່. ໃຫ້ສັງເກດເບິ່ງວ່າ ການທີ່ “ນຶກໄດ້ເຖິງຄວາມຄິດນີ້” ມີຜົນກະທົບຕໍ່ແອວມາ ແລະ ໄດ້ປ່ຽນຊີວິດຂອງເພິ່ນແນວໃດ. ຄວາມຈິງນີ້ມີຜົນກະທົບຕໍ່ທ່ານແນວໃດ? ມີແນວຄິດທີ່ກ່າວຊ້ຳຢ່າງອື່ນໃດແດ່ທີ່ທ່ານພົບເຫັນຢູ່ໃນຂ່າວສານນີ້?
ເລື່ອງລາວກ່ຽວກັບການກັບໃຈ ແລະ ການໃຫ້ອະໄພນີ້ ດົນໃຈທ່ານແນວໃດ ເພື່ອໃຫ້ເຮັດຕາມຕົວຢ່າງຂອງແອວມາ ແລະ ຫັນໄປຫາພຣະຜູ້ຊ່ວຍໃຫ້ລອດ?
ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບໂວຫານຢ້ອນຄຳ, ໃຫ້ເບິ່ງ Book of Mormon Student Manual (Church Educational System manual [2009], 232–33).
ພຣະຄຳພີໄດ້ຖືກຮັກສາໄວ້ “ເພື່ອຈຸດປະສົງອັນສະຫລາດ.”
ທ່ານເຄີຍຄິດຢູ່ບໍກ່ຽວກັບວ່າ ມັນເປັນສິ່ງມະຫັດສະຈັນ ແລະ ເປັນພອນຫລາຍຂະໜາດໃດ ທີ່ມີພຣະຄຳພີໃນທຸກວັນນີ້? ພຣະເຈົ້າ “ໄດ້ມອບສິ່ງເຫລົ່ານີ້ໄວ້ກັບ [ເຮົາ], ຊຶ່ງເປັນສິ່ງສັກສິດ” (ແອວມາ 37:14). ຂະນະທີ່ທ່ານອ່ານ ແອວມາ 37, ໃຫ້ຊອກຫາພອນທີ່ມາຈາກການມີພຣະຄຳພີ. ທ່ານເຄີຍປະສົບກັບພອນເຫລົ່ານີ້ແນວໃດ? ເຮົາຈະໃຊ້ພຣະຄຳພີເພື່ອຊ່ວຍ “ສະແດງອຳນາດຂອງ [ພຣະເຈົ້າ] ອອກມາໃຫ້ຄົນລຸ້ນຫລັງເຫັນ” ໄດ້ແນວໃດ? (ແອວມາ 37:18).
ໃນ ແອວມາ 37:38–47, ແອວມາປຽບທຽບ “ພຣະຄຳຂອງພຣະຄຣິດ” ໃສ່ກັບ ເລຍໂຮນາ. ຂະນະທີ່ທ່ານໄຕ່ຕອງກ່ຽວກັບການປຽບທຽບນີ້, ໃຫ້ສະທ້ອນຄິດເຖິງຕອນທີ່ທ່ານໄດ້ປະສົບກັບສິ່ງມະຫັດສະຈັນ ແລະ ພະລັງຂອງຄຳສອນຂອງພຣະຄຣິດ “ມື້ແລ້ວມື້ເລົ່າ” (ແອວມາ 37:40).
ເບິ່ງ D. Todd Christofferson, “The Blessing of Scripture,” Ensign ຫລື Liahona, May 2010, 32–35 ນຳອີກ.
“ໂດຍເລື່ອງເລັກນ້ອຍ ແລະ ງ່າຍໆຈະນຳເລື່ອງໃຫຍ່ມາ.”
ບາງເທື່ອເຮົາອາດຮູ້ສຶກຄືກັບວ່າ ບັນຫາຂອງເຮົາໃຫຍ່ໂຕ ແລະ ສັບສົນຫລາຍ ຈົນວ່າການແກ້ໄຂຈະຕ້ອງໃຫຍ່ໂຕ ແລະ ສັບສົນຄືກັນ. ແຕ່ເທື່ອແລ້ວເທື່ອເລົ່າ, ພຣະຜູ້ເປັນເຈົ້າໄດ້ເລືອກໃຊ້ “ເລື່ອງເລັກນ້ອຍ ແລະ ງ່າຍໆ” (ແອວມາ 37:6) ເພື່ອບັນລຸວຽກງານຂອງພຣະອົງ ແລະ ອວຍພອນລູກໆຂອງພຣະອົງ. ຂະນະທີ່ທ່ານອ່ານ ແອວມາ 37:6–7, ໃຫ້ໄຕ່ຕອງ ແລະ ບັນທຶກວິທີທີ່ທ່ານເຫັນຫລັກທຳຂໍ້ນີ້ມີຜົນໃນຊີວິດຂອງທ່ານແນວໃດ. ເລື່ອງເລັກນ້ອຍ ແລະ ງ່າຍໆໃດແດ່ ທີ່ພຣະຜູ້ເປັນເຈົ້າໃຊ້ເປັນພອນໃຫ້ແກ່ທ່ານ ແລະ ບັນລຸວຽກງານຂອງພຣະອົງ?
ເບິ່ງ ແອວມາ 37:41–46; Dallin H. Oaks, “Small and Simple Things,” Ensign ຫລື Liahona, May 2018, 89–92 ນຳອີກ.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
ຂະນະທີ່ທ່ານອ່ານພຣະຄຳພີກັບຄອບຄົວຂອງທ່ານ, ພຣະວິນຍານສາມາດຊ່ວຍທ່ານໃຫ້ຮູ້ຈັກວ່າ ຫລັກທຳຂໍ້ໃດທີ່ຄວນເນັ້ນ ແລະ ຄວນສົນທະນາ ເພື່ອສະໜອງຄວາມຕ້ອງການຂອງຄອບຄົວຂອງທ່ານ. ຕໍ່ໄປນີ້ແມ່ນແນວຄິດບາງຢ່າງ.
ແອວມາ 36:5–26
ເຖິງແມ່ນວ່າປະສົບການຂອງແອວມາເປັນສິ່ງທີ່ພິເສດ, ແຕ່ການປ່ຽນໃຈເຫລື້ອມໃສຂອງເພິ່ນໄດ້ສະແດງໃຫ້ເຫັນຄຳສອນຫລາຍຢ່າງທີ່ກ່ຽວຂ້ອງກັບເຮົາທຸກຄົນ. ເຊື້ອເຊີນສະມາຊິກໃນຄອບຄົວແຕ່ລະຄົນໃຫ້ເລືອກເອົາຂໍ້ໜຶ່ງຈາກ ແອວມາ 36:5–26 ທີ່ສິດສອນກ່ຽວກັບການ “ເກີດຈາກພຣະເຈົ້າ.” ເຮົາຮຽນຮູ້ຫຍັງແດ່ ຈາກຂໍ້ພຣະຄຳພີເຫລົ່ານີ້? ບາງທີສະມາຊິກໃນຄອບຄົວສາມາດແບ່ງປັນວິທີທີ່ເຂົາເຈົ້ານຳໃຊ້ຫລັກທຳທີ່ແອວມາໄດ້ບັນຍາຍ.
ແອວມາ 36:18–21, 24
ເຮົາຈະໃຊ້ຂໍ້ເຫລົ່ານີ້ເພື່ອຊ່ວຍເຫລືອບາງຄົນໃຫ້ເຫັນວ່າການກັບໃຈເປັນປະສົບການທີ່ໜ້າປິຕິຍິນດີ, ບໍ່ແມ່ນປະສົບການທີ່ເປັນຕາຢ້ານແນວໃດ? ການກັບໃຈສາມາດດົນໃຈເຮົາໃຫ້ແບ່ງປັນພຣະກິດຕິຄຸນໃຫ້ກັບຄົນອື່ນແນວໃດ?
ແອວມາ 37:6–7, 38–46
ມີ “ເລື່ອງເລັກນ້ອຍ ແລະ ງ່າຍໆ” ບາງຢ່າງໃດແດ່ (ແອວມາ 37:6) ທີ່ນຳເລື່ອງໃຫຍ່ມາສູ່ຊີວິດຂອງເຮົາ? ພຣະຄຳຂອງພຣະຄຣິດເປັນຄືກັນກັບເລຍໂຮນາໃນແບບໃດ? ເຮົາຈະຊ່ວຍເຫລືອກັນແລະກັນໃຫ້ສຶກສາພຣະຄຳພີຢ່າງພາກພຽນຫລາຍກວ່າເກົ່າແນວໃດ?
ແອວມາ 37:35
ເປັນຫຍັງມັນຈຶ່ງເປັນເລື່ອງສະຫລາດທີ່ຈະຮຽນຮູ້ເພື່ອຮັກສາພຣະບັນຍັດ ຕອນຢູ່ “ໃນໄວໜຸ່ມ [ຂອງເຮົາ]”?
ແອວມາ 38:12
ຄອບຄົວຂອງທ່ານຮູ້ຈັກວ່າ ບັງຫຽນ ແມ່ນຫຍັງບໍ? ບາງທີທ່ານຄວນສະແດງຮູບ ບັງຫຽນ ແລະ ເວົ້າລົມກັນກ່ຽວກັບວິທີທີ່ມັນຖືກໃຊ້ເພື່ອຄວບຄຸມສັດ. ການ “ຄວບຄຸມກິເລດຕັນຫາ [ຂອງເຮົາ]” ໝາຍຄວາມວ່າແນວໃດ? ການຄວບຄຸມກິເລດຕັນຫາຂອງເຮົາ ຈະຊ່ວຍເຮົາໃຫ້ “ເຕັມໄປດ້ວຍຄວາມຮັກ” ແນວໃດ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.