ຈົ່ງ​ຕາມ​ເຮົາ​ມາ
ວັນທີ 6–12 ເດືອນ​ກໍລະກົດ. ແອວມາ 30–31: “ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ”


“ວັນທີ 6–12 ເດືອນ​ກໍລະກົດ. ແອວມາ 30–31: ‘ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 6–12 ເດືອນ​ກໍລະກົດ. ແອວມາ 30–31,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ແອວມາ​ສິດ​ສອນ​ໂຄຣິຫໍ

All Things Denote There Is a God (Alma and Korihor) [ທຸກ​ສິ່ງ​ທຸກ​ຢ່າງ​ຊີ້​ໃຫ້​ເຫັນ​ວ່າ ມັນ​ມີ​ພຣະ​ເຈົ້າ (ແອວມາ ແລະ ໂຄຣິຫໍ)], ໂດຍ ວາວເຕີ ເຣນ

ວັນທີ 6–12 ເດືອນ​ກໍລະກົດ

ແອວ​ມາ 30–31

“ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ”

ແອວມາ​ໄດ້​ເປັນ​ພະ​ຍານ​ເຖິງ “ຜົນ​ທີ່​ມີ​ອຳ​ນາດ” ຂອງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ (ແອວມາ 31:5). ຂະ​ນະ​ທີ່​ທ່ານ​ອ່ານ ແອວມາ 30–31, ໃຫ້​ບັນ​ທຶກຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ ເມື່ອ​ທ່ານ​ຮູ້​ສຶກ​ເຖິງ​ຜົນ​ກະ​ທົບ​ຂອງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຕໍ່​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເລື່ອງ​ລາວ​ຢູ່​ໃນ ແອວມາ 30–31 ສະ​ແດງ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ພະ​ລັງ​ຂອງຖ້ອຍ​ຄຳ—ສຳ​ລັບ​ທາງ​ຊົ່ວ ແລະ ສຳ​ລັບ​ທາງ​ດີ. “ຄວາມ​ຍົກ​ຍ້ອງ” ແລະ “ຄຳ​ເວົ້າ​ທີ່​ຮຸນ​ແຮງ​ຫລາຍ​ຂຶ້ນ” ຂອງ​ຄູ​ສອນ​ປອມ​ຊື່ ໂຄຣິຫໍ ໄດ້ເປັນ​ຜົນ​ຮ້າຍ​ທີ່​ຈະ​ນຳພາ “ຈິດ​ວິນ​ຍານ​ຫລາຍດວງ​ລົງ​ໄປ​ສູ່​ຄວາມ​ພິ​ນາດ” (ແອວມາ 30:31, 47). ຄ້າຍ​ຄື​ກັນ​ນັ້ນ, ຄຳ​ສອນ​ຂອງ​ຜູ້​ຂັດ​ຄ້ານ​ຊາວ​ນີ​ໄຟ​ຄົນ​ໜຶ່ງ​ຊື່ ໂຊຣຳ ກໍ​ໄດ້​ນຳ​ພາ​ຄົນ​ທັງ​ກຸ່ມ​ລົງ “ໄປ​ສູ່​ຄວາມ​ຜິດ​ພາດ​ອັນ​ໃຫຍ່​ຫລວງ” ແລະ “ບິດ​ເບືອນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ແອວມາ 31:9, 11).

ກົງ​ກັນ​ຂ້າມ, ແອວມາ​ມີ​ສັດ​ທາ​ທີ່ບໍ່​ຫວັ່ນ​ໄຫວວ່າ ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຈະ​ມີ “ຜົນ​ທີ່​ມີ​ອຳ​ນາດ​ແກ່​ຈິດ​ໃຈ​ຂອງ​ຜູ້​ຄົນ​ຍິ່ງກວ່າ​ດາບ, ຫລື ເໜືອກວ່າ​ສິ່ງ​ໃດໆ” (ແອວມາ 31:5)—ລວມ​ທັງ​ຖ້ອຍ​ຄຳ​ຂອງ​ໂຄຣິຫໍ ແລະ ໂຊຣຳ. ຖ້ອຍ​ຄຳ​ຂອງ​ແອວມາ​ສະ​ແດງ​ເຖິງ​ຄວາມ​ຈິງ​ນິ​ລັນ​ດອນ ແລະ ການ​ເອີ້ນ​ຫາ​ອຳ​ນາດ​ແຫ່ງ​ສະ​ຫວັນ​ເພື່ອ​ໃຫ້​ລະ​ງັບສຽງ​ຂອງ ໂຄຣິຫໍ (ເບິ່ງ ແອວມາ 30:39–50), ແລະ ມັນ​ໄດ້​ເຊື້ອ​ເຊີນ​ພອນ​ຂອງ​ສະ​ຫວັນ​ໃຫ້​ມາ​ສູ່​ຜູ້​ທີ່​ໄປ​ກັບ​ເພິ່ນ ເພື່ອ​ພາ​ຊາວ​ໂຊຣຳ​ກັບ​ຄືນ​ມາ​ຫາ​ຄວາມ​ຈິງ (ເບິ່ງ ແອວມາ 31:31–38). ຕໍ່​ໄປ​ນີ້​ແມ່ນ​ຕົວ​ຢ່າງທີ່​ສຳ​ຄັນ​ສຳ​ລັບ​ຜູ້​ຕິດ​ຕາມ​ພຣະ​ຄຣິດ​ໃນ​ທຸກວັນ​ນີ້, ເມື່ອ “ຄຳ​ເວົ້າ​ທີ່​ຮຸນ​ແຮງ​ຫລາຍ​ຂຶ້ນ” ແລະ “ຄວາມ​ຜິດ​ພາດ​ອັນ​ໃຫຍ່​ຫລວງ” ກັບ​ມາ​ມີ​ຜົນ​ກະ​ທົບ​ຢ່າງ​ມີ​ພະ​ລັງ​ຕໍ່​ຄວາມ​ຄິດ​ຂອງ​ຜູ້​ຄົນ​ຄືນ​ອີກ (ແອວມາ 30:31; 31:9). ແຕ່​ເຮົາ​ສາ​ມາດ​ພົບ​ເຫັນ​ຄວາມ​ຈິງ ໂດຍ​ການ​ມີ​ຄວາມ​ໄວ້​ວາງ​ໃຈ, ເໝືອນ​ດັ່ງ​ແອວມາ​ໄດ້​ມີ, “ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ” (ແອວມາ 31:5).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ແອວມາ 30:6, 12

ຜູ້​ຕໍ່​ຕ້ານ​ພຣະ​ຄຣິດ​ຄື​ຫຍັງ?

ຢູ່​ໃນ ແອວມາ 30, ໂຄຣິຫໍ​ຖືກ​ເອີ້ນ​ວ່າ “ຜູ້​ຕໍ່​ຕ້ານ​ພຣະ​ຄຣິດ” (ຂໍ້ທີ 6). ຜູ້​ຕໍ່​ຕ້ານ​ພຣະ​ຄຣິດ ຄື “ຜູ້​ທີ່ວາງ​ທ່າ​ເປັນ​ແບບ​ພຣະ​ຄຣິດ ແຕ່​ແທ້ໆ​ແລ້ວ ເຂົາ​ຕໍ່​ຕ້ານ​ພຣະ​ຄຣິດ (1 ໂຢຮັນ 2:18–22; 4:3–6; 2 ໂຢຮັນ 1:7). ໃນ​ຄວາມ​ໝາຍກວ້າງ ມັນ​ແມ່ນ​ທຸກ​ຄົນ ຫລື ທຸກ​ສິ່ງ​ທີ່​ປອມ​ແປງ​ພຣະ​ກິດ​ຕິ​ຄຸນ​ທີ່​ແທ້​ຈິງ ຫລື ແຜນ​ແຫ່ງ​ຄວາມ​ລອດ ແລະ ບໍ່​ວ່າ​ຈະ​ໃນ​ທາງ​ເປີດ​ເຜີຍ ຫລື ໃນ​ທາງ​ລັບ ໄດ້​ສ້າງ​ຕັ້ງ​ການ​ຕໍ່​ຕ້ານ​ພຣະ​ຄຣິດ” (Bible Dictionary, “Antichrist”).

ທ່ານ​ສັງ​ເກດ​ເຫັນ​ຫຍັງ​ແດ່​ທີ່ “ປອມ​ແປງ​ພຣະ​ກິດ​ຕິ​ຄຸນ​ທີ່​ແທ້​ຈິງ” ຢູ່​ໃນ​ໂລກ​ທຸກວັນ​ນີ້? ຍົກ​ຕົວ​ຢ່າງ, ຊິດສະເຕີ ຈູລີ ບີ ແບັກ, ອະ​ດີດ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ໄດ້​ສິດ​ສອນ​ວ່າ, “ບໍ່​ວ່າ​ຄຳ​ສອນ ຫລື ຫລັກ​ທຳ​ຂໍ້​ໃດ ທີ່ [ເຮົາ] ໄດ້​ຍິນ​ຈາກ​ຊາວ​ໂລກ ທີ່​ຕໍ່​ຕ້ານ​ຄອບ​ຄົວ ກໍ​ຕໍ່​ຕ້ານ​ພຣະ​ຄຣິດ​ຄື​ກັນ” (“Teaching the Doctrine of the Family,” Ensign, Mar. 2011, 15).

ຮູບ​ພາບ
ໂຄຣິຫໍ​ເວົ້າ​ກັບ​ແອວມາ

Korihor Confronts Alma [ໂຄຣິຫໍ​ປະ​ເຊີນ​ໜ້າ​ກັບ​ແອວມາ], ໂດຍ ຣໍເບີດ ທີ ແບແຣັດ

ແອວມາ 30:6–60

ພຣະ​ຄຳ​ພີ​ມໍ​ມອນ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຕໍ່​ຕ້ານ​ອິດ​ທິ​ພົນ​ຂອງ​ຜູ້​ທີ່​ພະ​ຍາ​ຍາມ​ຫລອກ​ລວງ​ເຮົາ.

ຂະ​ນະ​ທີ່​ທ່ານ​ອ່ານ ແອວມາ 30:6–31, ຄຳ​ສອນ​ຂອງ​ໂຄຣິຫໍ ຟັງ​ແລ້ວ​ອາດ​ຄື​ຄຸ້ນໆ​ຫູ. ມັນ​ເປັນ​ເພາະ, ດັ່ງ​ທີ່​ປະທານ​ເອສະຣາ ແທັບ ເບັນສັນ ໄດ້​ສິດ​ສອນ, ພຣະ​ຄຳ​ພີ​ມໍ​ມອນເປີດ​ເຜີຍ ແລະ ປົກ​ປ້ອງ​ເຮົາ​ຈາກ “ແບບ​ແຜນ​ທີ່​ຊົ່ວ​ຮ້າຍ, ຍຸດ​ທະ​ວິ​ທີ, ແລະ ຄຳ​ສອນ​ຂອງ​ມານ ໃນ​ວັນ​ເວ​ລາ​ຂອງ​ເຮົາ. ແບບແຜນ​ຂອງການ​ປະຖິ້ມ​ຄວາມ​ເຊື່ອ​ຢູ່ໃນ​ພຣະຄຳ​ພີມໍມອນ​ແມ່ນ​ຄ້າຍຄື​ກັນກັບ​ແບບແຜນ ທີ່ເຮົາ​ມີຢູ່​ໃນທຸກ​ວັນນີ້. ພຣະ​ເຈົ້າ, ດ້ວຍ​ຄວາມ​ຮູ້​ລ່ວງ​ໜ້າ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະອົງ, ໄດ້​ຊີ້​ນຳ​ການ​ສ້າງ​ພຣະ​ຄຳ​ພີ​ມໍ​ມອນ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ເຫັນ​ຄວາມ​ຜິດ ແລະ ຮູ້​ຈັກ​ວິ​ທີ​ທີ່​ຈະ​ຕໍ່​ຕ້ານ​ການ​ສຶກ​ສາ, ການ​ເມືອງ, ສາດ​ສະ​ໜາ, ແລະ ທິດ​ສະ​ດີ​ທີ່ບໍ່​ຖືກ​ຕ້ອງ ຂອງວັນ​ເວ​ລາ​ຂອງ​ເຮົາ” (Teachings of Presidents of the Church: Ezra Taft Benson, [2014], 132).

ໃຫ້​ຂຽນ​ຄຳ​ສອນ​ທີ່ບໍ່​ຖືກ​ຕ້ອງ​ບາງ​ສິ່ງ ທີ່​ໂຄຣິຫໍ​ໄດ້​ສິດ​ສອນ​ຢູ່​ໃນ ແອວມາ 30:6–31. ຜົນ​ສະ​ທ້ອນ​ຂອງ​ການ​ເຊື່ອ​ໃນ​ຄຳ​ສອນ​ເຫລົ່າ​ນີ້ ມີ​ຢ່າງ​ໃດ​ແດ່? ຍົກ​ຕົວ​ຢ່າງ, ແມ່ນ​ຫຍັງ​ຄື​ຜົນ​ຂອງ​ການ​ເຊື່ອວ່າ “ເວ​ລາ​ຄົນ​ຕາຍ​ໄປ, ມັນ​ເປັນ​ທີ່​ສຸດ​ຂອງ​ຊີ​ວິດ”? (ແອວມາ 30:18). ຄຳ​ສອນ​ທີ່ບໍ່​ຖືກ​ຕ້ອງ​ໃດ​ແດ່ ທີ່ສິດ​ສອນ​ໂດຍ​ໂຄຣິຫໍ ຄ້າຍ​ຄື​ກັບ​ຄຳ​ສອນ​ທີ່ບໍ່​ຖືກ​ຕ້ອງ​ທີ່​ທ່ານ​ສັງ​ເກດ​ເຫັນ​ຢູ່​ໃນ​ໂລກ​ທຸກວັນ​ນີ້?

ການ​ອ່ານ​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ລະ​ຫວ່າງ ໂຄຣິຫໍ ແລະ ແອວມາ ສາ​ມາດ​ຊ່ວຍ​ທ່ານ​ກະ​ກຽມ​ສຳ​ລັບ​ສະ​ຖາ​ນະ​ການ ເມື່ອ​ຄົນ​ອື່ນ​ພະ​ຍາ​ຍາມ​ທີ່​ຈະ​ຫລອກ​ລວງ​ທ່ານ. ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ສຶກ​ສາ ແອວມາ 30:29–60 ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ວິ​ທີ​ທີ່​ໂຄຣິຫໍ ໄດ້​ຖືກ​ຫລອກ (ເບິ່ງ ໂດຍ​ສະ​ເພາະ ຂໍ້ທີ 52–53). ທ່ານ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ຕອບ​ຮັບ​ຂອງ​ແອວມາ ຕໍ່​ການ​ສິດ​ສອນ​ຂອງ​ໂຄຣິຫໍ? (ເບິ່ງ ແອວມາ 30:31–35).

ແອວມາ 31

ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ມີ​ພະ​ລັງ​ທີ່​ຈະ​ນຳ​ພາ​ຜູ້​ຄົນ​ໄປ​ສູ່​ຄວາມ​ຊອບ​ທຳ.

ບັນ​ຫາ​ຂອງ​ຊາວ​ໂຊຣຳ ທີ່​ແຍກ​ຕົວ​ອອກ​ໄປ​ຈາກ​ຊາວ​ນີໄຟ ສຳ​ລັບ​ບາງ​ຄົນ​ອາດ​ເບິ່ງ​ຄື​ວ່າ ມັນ​ຕ້ອງ​ໄດ້​ແກ້​ໄຂ​ບັນ​ຫາ​ທາງ​ການ​ເມືອງ ແລະ ການ​ທະ​ຫານ (ເບິ່ງ ແອວມາ 31:1–4). ແຕ່​ແອວມາ​ໄດ້​ຮຽນ​ໄວ້​ວາງ​ໃຈ​ໃນ “ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ” (ແອວມາ 31:5). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ແອວມາ 31:5 ກ່ຽວ​ກັບ​ພະ​ລັງ​ຂອງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ? ທ່ານ​ເຄີຍ​ເຫັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ນຳ​ພາ “ຜູ້​ຄົນ​ມາ​ເຮັດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ” ແນວ​ໃດ? (ແອວມາ 31:5). ໃຫ້​ໄຕ່​ຕອງວິ​ທີ​ທີ່​ທ່ານ​ສາ​ມາດ “ພະ​ຍາ​ຍາມ” (ໃຊ້ ຫລື ທົດ​ລອງ) ພຣະ​ຄຳ​ຂອງ​ພຣະ​ເຈົ້າ ເພື່ອ​ຊ່ວຍ​ບາງ​ຄົນ​ທີ່​ທ່ານ​ຮັກ.

ເພື່ອ​ເຂົ້າ​ໃຈ​ຫລາຍກວ່າ​ເກົ່າ​ເຖິງ​ການ​ເຂົ້າ​ຫາ​ຂອງ​ແອວມາ ເພື່ອ​ຊ່ວຍ​ກູ້ຄົນ​ອື່ນໆ, ທ່ານ​ສາ​ມາດ​ປຽບ​ທຽບ​ທັດ​ສະ​ນະ​ຄະ​ຕິ, ຄວາມ​ຮູ້​ສຶກ, ແລະ ການ​ກະ​ທຳ​ຂອງ​ເພິ່ນ ກັບ​ຜູ້​ທີ່​ເປັນ​ຊາວ​ໂຊຣຳ, ດັ່ງ​ທີ່​ມີ​ບັນ​ຍາຍຢູ່​ໃນ ແອວມາ 31. ຕາ​ຕະ​ລາງ​ທີ່​ຄ້າຍ​ຄື​ກັນ​ກັບ​ອັນ​ຢູ່​ຂ້າງ​ລຸ່ມນີ້ ອາດຊ່ວຍ​ໄດ້. ທ່ານ​ສັງ​ເກດ​ເຫັນ​ຄວາມ​ແຕກ​ຕ່າງ​ແນວ​ໃດ​ແດ່? ທ່ານ​ຮູ້​ສຶກວ່າ ທ່ານ​ສາ​ມາດ​ເປັນຄື​ກັນ​ກັບ​ແອວມາ​ຫລາຍກວ່າ​ເກົ່າ​ແນວ​ໃດ?

ຊາວ​ໂຊຣຳ

ແອວມາ

ຊາວ​ໂຊຣຳ

ໄດ້ເຊື່ອ​ວ່າ ຜູ້​ທີ່​ຢູ່​ນອກ​ກຸ່ມ ຖືກ​ເອົາ​ລົງ​ໄປ​ນະ​ລົກ (ແອວມາ 31:17).

ແອວມາ

ໄດ້​ເຊື່ອ​ວ່າ​ຊາວ​ໂຊຣຳ ເປັນ “ພີ່​ນ້ອງ” ຂອງ​ເພິ່ນ ແລະ ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ “ປະ​ເສີດ” (ແອວມາ 31:35).

ຊາວ​ໂຊຣຳ

ໝົກ​ໝຸ້ນ​ຢູ່​ກັບ​ສິ່ງ​ຂອງ​ທີ່​ມີ​ຄ່າ (ແອວມາ 31:24, 28).

ແອວມາ

ປາດ​ຖະ​ໜາ​ທີ່​ຈະ​ນຳ​ພາ​ຈິດ​ວິນ​ຍານ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ (ແອວມາ 31:34).

ຊາວ​ໂຊຣຳ

ແອວມາ

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳ​ຂໍ້ໃດ​ທີ່​ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ແອວມາ 30:44

ໃຫ້​ຄິດ​ທີ່​ຈະ​ອ່ານ ແລະ ສົນ​ທະ​ນາ ແອວມາ 30:44 ນຳ​ກັນ ຂະ​ນະ​ທີ່​ພວກ​ທ່ານ​ໄປ​ຍ່າງ​ຫລິ້ນ​ຢູ່ນອກ ຫລື ເບິ່ງ​ຮູບ​ພາບ​ກ່ຽວ​ກັບ​ການ​ສ້າງ​ຂອງ​ພຣະ​ເຈົ້າ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຫັນ ທີ່​ເປັນ​ພະ​ຍານ​ເຖິງ​ພຣະ​ເຈົ້າ. ສິ່ງ​ເຫລົ່າ​ນີ້—ຫລື ປະ​ສົບ​ການ​ອື່ນໆ ທີ່​ເຮົາ​ເຄີຍ​ມີ—ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ ພຣະ​ເຈົ້າ​ມີ​ຈິງ​ແນວ​ໃດ?

ແອວມາ 30:56–60

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ແອວມາ 30:56–60 ກ່ຽວ​ກັບ​ວິ​ທີ​ທີ່​ມານ​ກະ​ທຳ​ກັບ​ບໍ​ລິ​ວານ​ຂອງ​ມັນ? ເຮົາ​ສາ​ມາດ​ເຮັດ​ສິ່ງ​ໃດ​ແດ່​ເພື່ອ​ປົກ​ປ້ອງ​ບ້ານ​ເຮືອນ​ຂອງ​ເຮົາ​ຈາກ​ອິດ​ທິ​ພົນ​ຂອງ​ມານ?

ແອວມາ 31:20–38

ຫລັງ​ຈາກ​ການ​ອ່ານ ແອວມາ 31:20–38 ກັບ​ຄອບ​ຄົວ​ຂອງ​ທ່ານ, ພວກ​ທ່ານ​ສາ​ມາດ​ສົນ​ທະ​ນາ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້: ຄຳ​ອະ​ທິ​ຖານ​ຂອງ​ແອວມາ​ແຕກ​ຕ່າງ​ຈາກ​ຄຳ​ອະ​ທິຖານ​ຂອງ​ຊາວ​ໂຊຣຳ​ແນວ​ໃດ? ເຮົາ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ແອວມາ ໃນ​ການ​ອະ​ທິ​ຖານ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ​ແນວ​ໃດ?

ເດັກ​ນ້ອຍ​ສາ​ມາດ​ວາງ​ກ້ອນ​ຫີນ​ໄວ້​ກ້ອງ​ໝອນ ເພື່ອ​ເປັນ​ສິ່ງ​ເຕືອນ​ເຂົາ​ໃຫ້​ຈື່​ຈຳ​ທີ່​ຈະ​ອະ​ທິ​ຖານ ທຸກ​ເຊົ້າ ແລະ ແລງ. ພວກ​ເຂົາ​ກໍ​ອາດ​ມັກ​ທີ່​ຈະ​ທາ​ສີ​ປະ​ດັບ​ກ້ອນ​ຫີນ​ຂອງ​ພວກ​ເຂົາ.

ແອວມາ 31:23

ເຮົາເຮັດ​ຫຍັງ​ແດ່​ທຸກວັນ ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ ເພື່ອ​ຮຽນ​ຮູ້ ແລະ ເວົ້າ​ລົມ​ກ່ຽວ​ກັບ​ພຣະ​ເຈົ້າ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ກະ​ກຽມ​ສິ່ງ​ທີ່​ຢູ່​ອ້ອມ​ຮອບ. “ສິ່ງ​ທີ່​ຢູ່​ອ້ອມຮອບ​ເຮົາ​ສາ​ມາດ​ເປັນ​ຜົນ​ກະ​ທົບ​ທີ່​ມີ​ພະ​ລັງ​ຕໍ່​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຮຽນ​ຮູ້ ແລະ ຕໍ່ຄວາມ​ຮູ້​ສຶກ​ຂອງ​ເຮົາ​ເຖິງ​ຄວາມ​ຈິງ​ໄດ້” (Teaching in the Savior’s Way, 15). ໃຫ້​ພະ​ຍາ​ຍາມ​ຊອກ​ຫາ​ສະ​ຖານ​ທີ່​ສຶກ​ສາພຣະ​ຄຳ​ພີ ບ່ອນທີ່​ຈະ​ເຊື້ອ​ເຊີນ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ມາ​ສະ​ຖິດ​ຢູ່​ນຳ. ເພງ ແລະ ຮູບ​ພາບ​ທີ່​ເຊີດ​ຊູ​ໃຈ ກໍ​ສາ​ມາດ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ມາ​ສະ​ຖິດ​ຢູ່​ນຳ​ໄດ້​ຄື​ກັນ.

ຮູບ​ພາບ
ໂຊຣຳອະ​ທິ​ຖານ​ຢູ່​ເທິງແຣ​ມີ​ອຳ​ທຳ

The Rameumptom [ແຣ​ມີ​ອຳ​ທຳ], ໂດຍ ແດວ ພາສັນ

ພິມ