ຈົ່ງ​ຕາມ​ເຮົາ​ມາ
ວັນທີ 27 ເດືອນ​ກໍລະກົດ–ວັນທີ 2 ເດືອນ​ສິງຫາ. ແອວມາ 39–42: “ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່”


“ວັນທີ 27 ເດືອນ​ກໍລະກົດ–ວັນທີ 2 ເດືອນ​ສິງຫາ. ແອວມາ 39–42: ‘ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 27 ເດືອນ​ກໍລະກົດ–ວັນທີ 2 ເດືອນ​ສິງຫາ. ແອວມາ 39–42,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ພຣະ​ເຢ​ຊູ ແລະ ນາງ​ມາຣີ

Woman, Why Weepest Thou? [ນາງ​ເອີຍ, ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ໄຫ້?] ໂດຍ ມາກ ອາ ພິວ

ວັນທີ 27 ເດືອນ​ກໍລະກົດ–ວັນທີ 2 ເດືອນ​ສິງຫາ

ແອວມາ 39–42

“ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່”

ຂະ​ນະ​ທີ່​ທ່ານ​ສຶກ​ສາ ແອວມາ 39–42, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ໃຫ້​ຄວາມ​ຮູ້​ແກ່​ທ່ານ ກ່ຽວ​ກັບ​ສິ່ງ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເມື່ອ​ບາງ​ຄົນ​ທີ່​ເຮົາ​ຮັກ​ໄດ້​ເຮັດ​ຄວາມ​ຜິດ​ທີ່​ຮ້າຍ​ແຮງ, ມັນ​ອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຕອບ​ຮັບ. ພາກ​ສ່ວນ​ໜຶ່ງ​ທີ່​ເຮັດ​ໃຫ້ ແອວມາ 39–42 ມີ​ຄ່າ​ຫລາຍ​ແມ່ນ ມັນ​ເປີດ​ເຜີຍ​ວິ​ທີ​ທີ່​ແອວມາ—ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ​ຜູ້​ຄັ້ງ​ໜຶ່ງ​ເຄີຍ​ເປັນ​ທຸກ​ເພາະ​ບາບ​ຂອງ​ເພິ່ນ​ເອງ​ທີ່​ຕ້ອງ​ກັບ​ໃຈ—ໄດ້​ຈັດ​ການ​ກັບ​ສະ​ຖາ​ນະ​ການ​ເຊັ່ນ​ນັ້ນ. ໂຄຣິ​ອານທັນ ລູກ​ຊາຍ​ຂອງ​ແອວມາ​ໄດ້​ເຮັດ​ບາບ​ເລື່ອງ​ການ​ຮ່ວມ​ເພດ, ແລະ ແອວມາ, ດັ່ງ​ທີ່​ເຄີຍ​ເຮັດ​ເລື້ອຍໆ, ໄດ້​ໄວ້​ວາງ​ໃຈ​ໃນ​ພະ​ລັງ ແລະ ຄວາມ​ຈິງ​ຂອງ​ຄຳ​ສອນ ເພື່ອ​ຊຸກ​ຍູ້​ການ​ກັບ​ໃຈ (ເບິ່ງ ແອວມາ 4:19; 31:5). ໃນ​ບົດ​ເຫລົ່າ​ນີ້, ເຮົາ​ສັງ​ເກດ​ເຫັນ​ຄວາມ​ກ້າ​ຫານ​ຂອງ​ແອວມາ ໃນ​ການ​ກ່າວ​ໂທດ​ບາບ ແລະ ຄວາມ​ໂນ້ມ​ອ່ຽງ ແລະ ຄວາມ​ຮັກ​ຂອງ​ເພິ່ນ​ສຳ​ລັບ ໂຄຣິ​ອານທັນ. ແລະ ໃນ​ທີ່​ສຸດ, ເຮົາ​ຮູ້​ສຶກ​ເຖິງ​ຄວາມ​ໝັ້ນ​ໃຈ​ຂອງ​ແອວມາ ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ “ຈະ​ສະ​ເດັດ​ມາ​ເພື່ອ​ເອົາ [ບາບ ແລະ] ເພື່ອ​ປະ​ກາດ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມແຫ່ງ​ຄວາມ​ລອດ” ຕໍ່​ຜູ້​ທີ່​ກັບ​ໃຈ (ແອວມາ 39:15). ຄວາມ​ຈິງ​ທີ່​ໂຄຣິ​ອານທັນ ໃນ​ທີ່​ສຸດ​ໄດ້​ກັບ​ຄືນ​ມາ​ສູ່​ວຽກ​ງານ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ຈັກ (ເບິ່ງ ແອວມາ 49:30) ສາ​ມາດ​ໃຫ້​ຄວາມ​ຫວັງ​ແກ່​ເຮົາ ທີ່​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ ແລະ ການ​ໄຖ່ ເມື່ອ​ເຮົາ “ກັງ​ວົນ” (ແອວມາ 42:29) ກ່ຽວ​ກັບ​ບາບ​ຂອງ​ເຮົາ​ເອງ ຫລື ບາບ​ຂອງ​ບາງ​ຄົນ​ທີ່​ເຮົາ​ຮັກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ແອວມາ 39

ບາບ​ເລື່ອງ​ການ​ຮ່ວມ​ເພດ​ເປັນ​ສິ່ງ​ໜ້າ​ກຽດ​ຊັງ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເພື່ອ​ຊ່ວຍ​ລູກ​ຊາຍ​ຂອງ​ເພິ່ນ​ໃຫ້​ເຂົ້າ​ໃຈ​ເຖິງ​ຄວາມ​ຮ້າຍ​ແຮງ​ຂອງ​ບາບ​ເລື່ອງ​ການ​ຮ່ວມ​ເພດ, ແອວ​ມາ​ໄດ້​ສິດ​ສອນ “ວ່າສິ່ງ​ເຫລົ່າ​ນີ້​ເປັນ​ໜ້າ​ກຽດ​ຊັງ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ແອວມາ 39:5). ເປັນ​ຫຍັງ​ພົມ​ມະ​ຈັນ​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ? ຄຳ​ອະ​ທິ​ບາຍ​ດັ່ງ​ຕໍ່​ໄປ​ນີ້ ຈາກ​ແອວເດີ ແຈັບຟະຣີ ອາ ຮໍແລນ ອາດ​ເປັນ​ປະ​ໂຫຍດ:

“ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງວ່າ ຄວາມ​ເປັນ​ຫ່ວງ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ຄວາມ​ເປັນ​ມະ​ຕະ ແມ່ນ​ວິ​ທີ​ທີ່​ບຸກ​ຄົນ​ໄດ້​ເຂົ້າ​ມາ​ສູ່​ໂລກນີ້ ແລະ ວິ​ທີ​ທີ່​ເຂົາ​ອອກ​ໄປ​ຈາກ​ມັນ. ພຣະ​ອົງ​ໄດ້​ຈັດ​ຕັ້ງ​ຂອບ​ເຂດ​ທີ່​ເຄັ່ງ​ຄັດ​ໄວ້ ໃນ​ເລື່ອງເຫລົ່ານີ້.

“… ຄວາມ​ສຳ​ພັນ​ທາງ​ເພດ​ຂອງ​ມະ​ນຸດ ໄດ້​ຖືກ​ສະ​ຫງວນ​ໄວ້​ສຳ​ລັບ​ຄູ່​ຜົວ​ເມຍ​ທີ່​ແຕ່ງ​ງານ ເພາະ​ມັນ​ເປັນ​ເຄື່ອງ​ໝາຍ​ສູງ​ສຸດ​ຂອງ​ການ​ສົມ​ລົດ​ຢ່າງໝົດ​ຈົດ, ເປັນ​ຄວາມ​ໝົດ​ຈົດ ແລະ ເປັນ​ການ​ສົມ​ລົດ​ທີ່​ຖືກ​ແຕ່ງ​ຕັ້ງ ແລະ ຖືກ​ກຳ​ນົດ​ໂດຍ​ພຣະ​ເຈົ້າ. … ການ​ແຕ່ງ​ງານ​ແມ່ນ​ມີເຈດ​ຕະ​ນາ ໃຫ້​ໝາຍ​ເຖິງ​ການ​ລວມ​ຕົວ​ກັນ​ຢ່າງ​ສົມ​ບູນ​ຂອງ​ຊາຍ ແລະ ຍິງ. … ນີ້​ແມ່ນ​ການ​ສົມ​ລົດ​ທີ່​ສົມ​ບູນ​ແບບດັ່ງ​ກ່າວ ຊຶ່ງ​ເຮົາ​ໃຊ້​ຄຳ​ວ່າ ຜະ​ນຶກ ເພື່ອ​ຖ່າຍ​ທອດຄຳ​ສັນ​ຍາ​ນິ​ລັນ​ດອນ​ຂອງ​ມັນ” (“Personal Purity,” Ensign, Nov. 1998, 76).

ໃຫ້​ພິ​ຈາ​ລະ​ນາ​ຄຳ​ແນະ​ນຳ​ທີ່​ແອວມາ​ໄດ້​ມອບ​ໃຫ້​ແກ່​ໂຄຣິ​ອານທັນ ຢູ່​ໃນ ແອວມາ 39:8–15. ມັນ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຫລາຍກວ່າ​ເກົ່າ ເຖິງ​ຄວາມ​ສຳ​ຄັນ​ຂອງ​ກົດ​ພົມ​ມະ​ຈັນ ແລະ ເຖິງ​ວິ​ທີ​ທີ່​ຈະ​ເອົາ​ຊະ​ນະ​ການ​ລໍ້​ລວງ​ແນວ​ໃດ? ຄຳ​ສອນ​ຂອງ​ແອວມາ​ກໍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ວ່ອງ​ໄວ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຈະ​ໃຫ້​ອະ​ໄພ​ເຮົາ ເມື່ອ​ເຮົາ​ກັບ​ໃຈ ແລະ ວ່າ​ມັນ​ມີ​ຄວາມ​ຫວັງ​ສຳ​ລັບ​ເຮົາ​ທຸກ​ຄົນ. ຂະ​ນະ​ທີ່​ທ່ານ​ອ່ານ ແອວມາ 39–42 ໃນ​ອາ​ທິດນີ້, ໃຫ້​ຊອກ​ຫາ​ຫລັກ​ຖານ​ຂອງ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ. ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າເປັນ​ພອນ​ໃຫ້​ທ່ານ​ແນວ​ໃດ?

ເບິ່ງ “ຄວາມ​ບໍ​ລິ​ສຸດ​ທາງ​ເພດ,” ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, 35–37 ນຳ​ອີກ.

ແອວມາ 40–41

ເຮົາ​ຈະ​ຟື້ນ​ຄືນ​ຊີ​ວິດ ແລະ ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ເພື່ອຮັບ​ການ​ພິ​ພາກ​ສາ.

ເມື່ອ​ແອວມາ​ໄດ້​ສັງ​ເກດ​ເຫັນ​ວ່າ ໂຄຣິ​ອານທັນ​ມີ​ຄຳ​ຖາມ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ, ເພິ່ນ​ຈຶ່ງ​ໄດ້​ສິດ​ສອນ​ລາວ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ຫລັງ​ຈາກ​ເຮົາ​ຕາຍ. ຄວາມ​ຈິງ​ໃດ​ແດ່​ທີ່​ແອວມາ​ໄດ້​ສິດ​ສອນ ຢູ່​ໃນ ບົດທີ 40–41 ທີ່​ເປັນ​ປະ​ໂຫຍດ​ຕໍ່​ໂຄຣິ​ອານທັນ—ແລະ ຜູ້​ທີ່​ໄດ້​ເຮັດ​ການ​ບາບ—ໃຫ້​ເຂົ້າ​ໃຈ? ທ່ານ​ສາ​ມາດ​ຈັດ​ລະ​ບຽບ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້ ໂດຍ​ການ​ຊີ້ບອກ​ຫົວ​ຂໍ້​ທີ່​ແອວມາ​ໄດ້​ກ່າວ (ດັ່ງ​ເຊັ່ນ ໂລກວິນ​ຍານ, ການ​ຟື້ນ​ຄືນ​ຊີ​ວິດ, ແລະ ການ​ຟື້ນ​ຟູ) ແລະ ແລ້ວ​ໃຫ້​ຂຽນ​ສິ່ງ​ທີ່​ແອວມາ​ໄດ້​ສິດ​ສອນ​ກ່ຽວ​ກັບ​ແຕ່ລະ​ຢ່າງ. ການ​ຈື່​ຈຳ​ຄວາມ​ຈິງ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ຕອນ​ທີ່​ທ່ານ​ຮູ້​ສຶກຢາກ​ຂໍ​ການ​ໃຫ້​ອະ​ໄພ ຫລື ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ​ແນວ​ໃດ?

ແອວມາ 40

ເຮົາ​ສາ​ມາດ​ສະ​ແຫວງ​ຫາ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ເລື່ອງ​ພຣະ​ກິດ​ຕິ​ຄຸນ ດ້ວຍ​ສັດ​ທາ.

ບາງ​ເທື່ອ​ເຮົາ​ອາດ​ຄິດ​ວ່າ ສາດ​ສະ​ດາ​ຮູ້​ຈັກ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ທຸກ​ຂໍ້. ແຕ່​ໃຫ້​ສັງ​ເກດເບິ່ງວ່າ ຕະ​ຫລອດ​ທົ່ວ ບົດທີ 40, ແອວມາບໍ່​ມີ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ຫລາຍຂໍ້ ກ່ຽວ​ກັບ​ຊີ​ວິດ​ຫລັງ​ຈາກ​ຄວາມ​ຕາຍ. ເພິ່ນ​ໄດ້​ເຮັດ​ສິ່ງ​ໃດ ເພື່ອ​ຊອກ​ຫາ​ຄຳ​ຕອບ? ເພິ່ນ​ໄດ້​ເຮັດ​ສິ່ງ​ໃດ ເມື່ອ​ເພິ່ນບໍ່​ມີ​ຄຳ​ຕອບ? ໃຫ້​ພິ​ຈາ​ລະ​ນາ​ຕົວ​ຢ່າງ​ຂອງ​ແອວມາ ທີ່ອາດ​ຊ່ວຍ​ທ່ານ​ກັບ​ຄຳ​ຖາມ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ທີ່​ທ່ານ​ມີ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ອະ​ທິ​ຖານ

ກນ​ອະ​ທິ​ຖານ​ເປັນ​ວິ​ທີ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ພົບ​ເຫັນ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ເລື່ອງ​ພຣະ​ກິດ​ຕິ​ຄຸນ.

ແອວມາ 42

ການ​ຊົດໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຮັດ​ໃຫ້​ແຜນ​ແຫ່ງ​ການ​ໄຖ່​ເປັນ​ໄປ​ໄດ້.

ໂຄຣິ​ອານທັນ​ໄດ້​ເຊື່ອ​ວ່າ​ການ​ລົງ​ໂທດ​ສຳ​ລັບ​ບາບ ບໍ່​ຍຸດ​ຕິ​ທຳ (ເບິ່ງ ແອວມາ 42:1). ແຕ່ແອວມາ​ໄດ້​ສິດ​ສອນ​ວ່າ ມັນ​ມີ​ວິ​ທີ​ທາງ​ທີ່​ຈະ​ໜີ​ຈາກ “ສະ​ພາບ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ” ທີ່​ບາບນຳເຮົາ​ໄປ​ສູ່: ວິ​ທີ​ທາງ​ແມ່ນ​ການ​ກັບ​ໃຈ ແລະ ການ​ມີ​ສັດ​ທາ​ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ທັງ​ສອງ​ເປັນ​ຄວາມ​ເມດ​ຕາ ແລະ ຄວາມ​ທ່ຽງ​ທຳ (ເບິ່ງ ແອວມາ 42:15). ຂະ​ນະ​ທີ່​ທ່ານ​ອ່ານ ແອວມາ 42, ໃຫ້​ຊອກ​ຫາວິ​ທີ​ທີ່​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ໄດ້​ຮັບ​ຄວາມ​ເມດ​ຕາ​ປາດ​ສະ​ຈາກ “[ການ] ຂະ​ໂມຍ​ຄວາມ​ຍຸດ​ຕິ​ທຳ” ແນວ​ໃດ (ຂໍ້ທີ 25). ຄວາມ​ຈິງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ບົດ​ນີ້ ທີ່​ຊ່ວຍ​ທ່ານ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ແອວມາ 39:1–9

ຄອບ​ຄົວ​ຂອງ​ທ່ານ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ກົດ​ພົມ​ມະ​ຈັນ​ບໍ? ຖ້າ​ຈະໄດ້, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ດັ່ງຕໍ່​ໄປ​ນີ້ ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ: ແອວມາ 39:1–9; “ຄວາມ​ບໍ​ລິ​ສຸດ​ທາງ​ເພດ,” ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, 35–37. ໃຫ້​ໄຕ່​ຕອງວິ​ທີ​ທີ່​ທ່ານ​ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ພອນ​ຂອງ​ກົດ​ພົມ​ມະ​ຈັນ ແລະ ຄວາມ​ສະ​ໜິດ​ສະ​ໜົມ​ໃນ​ການ​ແຕ່ງ​ງານ (ສຳ​ລັບ​ຕົວ​ຢ່າງ, ໃຫ້​ເບິ່ງວິ​ດີ​ໂອ “How to Talk to Your Kids about Intimacy” ຢູ່​ທີ່ ChurchofJesusChrist.org).

ແອວມາ 39:9–15

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້ ກ່ຽວ​ກັບ​ການ​ຫລີກ​ເວັ້ນ​ຈາກ​ບາບ?

ແອວມາ 42:4

ທ່ານ​ສາ​ມາດ​ຫລິ້ນ​ເກມ ຊຶ່ງ​ໃນ​ເຈ້ຍ​ມີ​ຄຸນ​ລັກ​ສະ​ນະ​ຂອງ​ການ​ເປັນ​ເໝືອນ​ດັ່ງ​ພຣະຄຣິດ ຫລື ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂຽນ​ໃສ່​ຢູ່​ໃນ​ນັ້ນ ຢາຍ​ຢູ່​ທົ່ວ​ຫ້ອງ. ທ່ານ​ສາ​ມາດ​ເຫັນ​ໄດ້​ວ່າ ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ເກັບ​ເຈ້ຍ​ເຫລົ່າ​ນັ້ນໄດ້​ຫລາຍ​ປານ​ໃດ ຕາມ​ເວ​ລາ​ທີ່ກຳ​ນົດ​ໄວ້, ແລ້ວ​ໃຫ້​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ຂຽນ​ໄວ້​ຢູ່​ໃນ​ເຈ້ຍ ຊ່ວຍ​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ​ຫລາຍກວ່າ​ເກົ່າ​ແນວ​ໃດ. “ເວ​ລາ​ທີ່​ປະ​ທານ​ໃຫ້” ແກ່​ເຮົາ​ຢູ່​ໃນ​ໂລກນີ້ ເປັນ​ຄື​ກັນ​ກັບ​ເວ​ລາ​ທີ່ກຳ​ນົດ​ໄວ້​ຢູ່​ໃນ​ເກມນີ້​ແນວ​ໃດ? ເຮົາ​ຈະ​ໃຊ້ “ເວ​ລາ​ແຫ່ງ​ການ​ທົດ​ລອງ” ຂອງ​ເຮົາ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ເພື່ອ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ກວ່າ​ເກົ່າ​ແນວ​ໃດ?

ແອວມາ 42:12–15, 22–24

ບາງ​ທີ​ທ່ານ​ສາ​ມາດ​ສະ​ແດງ​ຄວາມ​ສຳ​ພັນ​ລະ​ຫວ່າງຄວາມ​ທ່ຽງ​ທຳ ແລະ ຄວາມ​ເມດ​ຕາ ໂດຍ​ການ​ໃຊ້​ຮູບ​ພາບ​ຕາ​ຊັ່ງ​ທີ່ລຽບ​ງ່າຍ ເພື່ອ​ສົນ​ທະ​ນາ​ກ່ຽວ​ກັບ​ຄຳ​ຖາມ ຄື​ກັນ​ກັບ​ດັ່ງ​ຕໍ່​ໄປ​ນີ້: ຕາ​ຊັ່ງ​ຈະ​ເປັນ​ຈັ່ງ​ໃດ​ເມື່ອ​ເຮົາ​ເຮັດ​ການ​ບາບ? ຄວາມ​ຍຸດ​ຕິ​ທຳ​ຮຽກ​ຮ້ອງ​ສິ່ງ​ໃດ ເພື່ອ​ໃຫ້​ຕາ​ຊັ່ງ​ສົມ​ດູນ? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຂອງ​ຄວາມ​ຍຸດ​ຕິ​ທຳ ແລະ ເຮັດ​ໃຫ້​ຄວາມ​ເມດ​ຕາ​ເປັນ​ໄປ​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ເອົາ​ໃຈ​ໃສ່​ຕໍ່​ຫລັກ​ທຳ​ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ທ່ານ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ດ້ວຍ​ການ​ອະ​ທິ​ຖານ, ໃຫ້​ຖາມ​ຕົວ​ເອງວ່າ, “ເຮົາ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ບ່ອນນີ້ ທີ່​ຈະ​ມີ​ຄວາມ​ໝາຍ​ຕໍ່​ຄອບ​ຄົວ​ຂອງ​ເຮົາ​ໂດຍ​ສະ​ເພາະ?” ໃຫ້​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ ຂະ​ນະ​ທີ່​ທ່ານ​ໄຕ່​ຕອງວິ​ທີ​ທີ່​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຄົ້ນ​ພົບ​ຄວາມ​ຈິງ​ເຫລົ່າ​ນີ້.

ຮູບ​ພາບ
ແອວມາ ແລະ ໂຄຣິ​ອານທັນ

This My Son [ລູກ​ຂອງ​ພໍ່], ໂດຍ ແອວສະແປດ ເຄດລິນ ຢັງ

ພິມ