ຈົ່ງ​ຕາມ​ເຮົາ​ມາ
ວັນທີ 3–9 ເດືອນ​ສິງຫາ. ແອວມາ 43–52: “ຍຶດ​ໝັ້ນ​ຢູ່​ໃນ​ສັດ​ທາ​ເຖິງ​ພຣະ​ຄຣິດ”


“ວັນທີ 3–9 ເດືອນ​ສິງຫາ. ແອວມາ 43–52: ‘ຍຶດ​ໝັ້ນ​ຢູ່​ໃນ​ສັດ​ທາ​ເຖິງ​ພຣະ​ຄຣິດ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 3–9 ເດືອນ​ສິງຫາ. ແອວມາ 43–52,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ໂມໂຣໄນ ແລະ ປ້າຍ​ແຫ່ງ​ເສ​ລີ​ພາບ

For the Blessings of Liberty [ສຳ​ລັບ​ພອນ​ແຫ່ງ​ເສ​ລີ​ພາບ], ໂດຍ ສະກາດ ເອັມ ສະໂນ

ວັນທີ 3–9 ເດືອນ​ສິງຫາ

ແອວມາ 43–52

“ຍຶດ​ໝັ້ນ​ຢູ່​ໃນ​ສັດ​ທາ​ເຖິງ​ພຣະ​ຄຣິດ”

ມັນ​ອາດ​ເບິ່ງ​ຄື​ວ່າ ເຫດ​ການ​ທີ່ບັນ​ຍາຍຢູ່​ໃນ ແອວມາ 43–52 ບໍ່​ກ່ຽວ​ຂ້ອງ​ກັບ​ທ່ານ​ໂດຍ​ສະ​ເພາະ. ແຕ່​ດັ່ງ​ທີ່​ຢູ່​ໃນ​ພຣະ​ຄຳ​ພີ​ທັງ​ໝົດ, ພຣະ​ຜູ້​ເປັນ​ເຈົ້າ​ມີ​ຂ່າວ​ສານ​ສຳ​ລັບ​ທ່ານ. ຈົ່ງ​ສະ​ແຫວງ​ຫາ​ມັນ​ດ້ວຍ​ການ​ອະ​ທິ​ຖານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເມື່ອ​ເຮົາ​ອ່ານ​ຂໍ້​ຄວາມ​ເຫລົ່ານີ້ ຢູ່​ໃນ​ຕອນ​ຕົ້ນ​ຂອງ ແອວມາ ບົດທີ 43—“ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຈະ​ກັບ​ມາ​ເວົ້າ​ກ່ຽວ​ກັບ​ສົງ​ຄາມ​ລະ​ຫວ່າງ​ຊາວ​ນີໄຟ ແລະ ຊາວ​ເລມັນ”—ມັນ​ເປັນ​ເລື່ອງ​ທຳ​ມະ​ດາ​ທີ່​ຈະ​ສົງ​ໃສວ່າ ເປັນ​ຫຍັງ​ມໍ​ມອນ​ຈຶ່ງ​ລວມ​ເລື່ອງ​ລາວ​ກ່ຽວ​ກັບ​ສົງ​ຄາມ​ເຫລົ່າ​ນີ້ ເມື່ອ​ເພິ່ນ​ມີ​ບ່ອນ​ຫວ່າງທີ່​ຈຳ​ກັດ​ຢູ່​ໃນ​ແຜ່ນ​ຈາ​ລຶກ (ເບິ່ງ ຄຳ​ຂອງ​ມໍມອນ 1:5). ມັນ​ເປັນ​ຄວາມ​ຈິງ​ທີ່​ເຮົາ​ກໍ​ມີ​ສົງ​ຄາມ​ຄື​ກັນ​ໃນ​ວັນ​ເວ​ລາ​ຂອງ​ເຮົາ, ແຕ່​ມັນ​ມີ​ຄ່າ​ຢູ່​ໃນ​ຖ້ອຍ​ຄຳ​ຂອງ​ເພິ່ນ ທີ່​ເກີນກວ່າ​ຈະ​ບັນ​ຍາຍ​ໄດ້ ເຖິງ​ຍຸດ​ທະ​ວິ​ທີ ແລະ ເລື່ອງ​ເສົ້າ​ຂອງ​ສົງ​ຄາມ. ຖ້ອຍ​ຄຳ​ຂອງ​ເພິ່ນ​ກໍ​ຍັງ​ກະ​ກຽມ​ເຮົາ​ສຳ​ລັບ​ສົງ​ຄາມ ຊຶ່ງ​ໃນ​ນັ້ນ “ເຮົາ​ທຸກ​ຄົນ​ຖືກ​ເກນ” (Hymns, no. 250), ສົງ​ຄາມ​ທີ່​ເຮົາ​ຕໍ່​ສູ້​ໃນແຕ່​ລະ​ວັນ​ແມ່ນ​ຕໍ່​ຕ້ານ​ອິດ​ທິ​ພົນ​ທີ່​ຊົ່ວ​ຮ້າຍ. ສົງ​ຄາມນີ້​ແມ່ນ​ເປັນ​ເລື່ອງ​ຈິງ, ແລະ ຜົນ​ສະ​ທ້ອນ​ຈະ​ກະ​ທົບ​ກະ​ເທືອນ​ກັບ​ຊີ​ວິດ​ນິ​ລັນ​ດອນ​ຂອງ​ເຮົາ. ເຊັ່ນ​ດຽວ​ກັບ​ຊາວ​ນີໄຟ, ເຮົາ​ໄດ້​ຮັບ “ກຳ​ລັງ​ໃຈ​ດ້ວຍ​ອຸ​ດົມ​ການ​ທີ່​ດີກວ່າ,” ຊຶ່ງເປັນ “ພຣະ​ເຈົ້າ​ຂອງ​ພວກ​ເຮົາ, ສາດ​ສະ​ໜາ​ຂອງ​ພວກ​ເຮົາ, ອິດ​ສະ​ລະ​ພາບ​ຂອງ​ພວກ​ເຮົາ, ແລະ ສັນ​ຕິ​ສຸກ​ຂອງ​ພວກ​ເຮົາ, [ຄອບ​ຄົວ] ຂອງ​ພວກ​ເຮົາ.” ໂມໂຣໄນ​ໄດ້​ເອີ້ນ​ສິ່ງນີ້​ວ່າ “ອຸ​ດົມ​ການ​ຂອງ​ຄຣິດ​ສະ​ຕຽນ,” ເປັນ​ອຸ​ດົມ​ການ​ດຽວ​ກັນ​ທີ່​ເຮົາ​ກຳ​ລັງ​ຕໍ່​ສູ້​ຢູ່​ໃນ​ທຸກວັນ​ນີ້ (ແອວມາ 43:45; 46:12, 16).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ແອວມາ 43–52

ການ​ຕໍ່​ສູ້​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ເຮົາ​ກ່ຽວ​ກັບ​ການ​ຕໍ່​ສູ້​ກັບ​ຄວາມ​ຊົ່ວ​ຮ້າຍ.

ການ​ອ່ານ​ກ່ຽວ​ກັບ​ສົງ​ຄາມ​ລະ​ຫວ່າງ​ຊາວ​ນີໄຟ ແລະ ຊາວ​ເລມັນ ອາດ​ມີ​ຄວາມ​ໝາຍ​ຫລາຍກວ່າ​ເກົ່າ​ຕໍ່​ທ່ານ ຖ້າ​ຫາກ​ທ່ານ​ຊອກ​ຫາ​ສິ່ງ​ທີ່ສາ​ມາດ​ປຽບ​ທຽບ​ໃສ່​ກັບ​ການ​ຕໍ່​ສູ້ສ່ວນ​ຕົວ​ທາງວິນ​ຍານ​ຂອງ​ທ່ານ. ຂະ​ນະ​ທີ່​ທ່ານ​ອ່ານ ແອວມາ 43–52, ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ຊາວ​ນີໄຟ​ໄດ້​ເຮັດ ທີ່​ເຮັດ​ໃຫ້​ພວກ​ເຂົາ​ປະ​ສົບ​ຄວາມ​ສຳ​ເລັດ (ຫລື ບໍ່​ສຳ​ເລັດ). ແລ້ວ​ໃຫ້​ໄຕ່​ຕອງວິ​ທີ​ທີ່​ທ່ານ​ສາ​ມາດ​ໃຊ້​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ເພື່ອ​ຊ່ວຍ​ທ່ານ​ເອົາ​ຊະ​ນະ​ການ​ຕໍ່​ສູ້​ທາງວິນ​ຍານ​ຂອງ​ທ່ານ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ຂໍ້​ເຫລົ່າ​ນີ້ ເຊັ່ນ​ດັ່ງ​ຕໍ່​ໄປ​ນີ້, ໃຫ້ຂຽນ​ຄວາມ​ຄິດ​ຂອງ​ທ່ານ​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ຊາວ​ນີໄຟ:

ພ້ອມນີ້​ກໍ​ໃຫ້​ສັງ​ເກດ​ເບິ່ງວິ​ທີ​ທີ່​ຊາວ​ເລມັນ ແລະ ພວກ​ທີ່​ແຍກ​ອອກ​ໄປ​ຈາກ​ຊາວ​ນີ​ໄຟ ໄດ້​ພະ​ຍາ​ຍາມ​ເອົາ​ຊະ​ນະ​ຊາວ​ນີໄຟ​ແນວ​ໃດ. ສິ່ງ​ເຫລົ່າ​ນີ້​ສາ​ມາດ​ເຕືອນ​ທ່ານ​ກ່ຽວ​ກັບ​ວິ​ທີ​ທີ່ຜູ້​ປໍ​ລະ​ປັກ​ອາດ​ພະ​ຍາ​ຍາມ​ໂຈມ​ຕີ​ທ່ານ. ຂະ​ນະ​ທີ່​ທ່ານ​ສຶກ​ສາ, ໃຫ້​ຂຽນ​ວິ​ທີ​ທີ່​ຊາ​ຕານ​ອາດ​ໂຈມ​ຕີ​ທ່ານ ໃນ​ວິ​ທີ​ທາງ​ທີ່​ຄ້າຍ​ຄື​ກັນ​ເຫລົ່າ​ນີ້:

  • ແອວມາ 43:8 ເຊຣາ​ເຮັມນາ​ໄດ້​ພະ​ຍາ​ຍາມ​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ລາວ​ຄຽດ​ແຄ້ນ ເພື່ອ​ວ່າ​ລາວ​ຈະ​ມີ​ອຳ​ນາດ​ເໜືອ​ພວກ​ເຂົາ. (ເມື່ອ​ເຮົາ​ມີ​ຄວາມ​ຄຽດ​ແຄ້ນ​ກັບ​ຄົນ​ອື່ນ, ເຮົາ​ໄດ້​ໃຫ້​ຊາ​ຕານ​ມີ​ອຳ​ນາດ​ເໜືອ​ເຮົາ.)

  • ແອວມາ 43:29 ຊາວ​ເລມັນ​ຢາກ​ນຳ​ຊາວ​ນີໄຟ ມາ​ເປັນ​ທາດ.

  • ແອວມາ 46:10

  • ແອວມາ 47:10–19

ຮູບ​ພາບ
ຊາວ​ນີໄຟ​ຕໍ່​ສູ້​ກັບ​ຊາວ​ເລມັນ

ມິເນີວາ ເຄ ໄທເກີດ (1888–1976), Defense of a Nephite City [ການປົກ​ປ້ອງ​ເມືອງ​ນີໄຟ], 1935, ສີ​ນ້ຳ​ມັນ ເທິງ​ແຜ່ນ​ໄມ້​ອັດ, 36 x 48 ນິ້ວ. ຫໍ​ພິ​ພິດ​ທະ​ພັນ​ສິ​ລະ​ປະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ບຣິກຳ ຢັງ.

ແອວມາ 46:11–28; 48:7–17

ເມື່ອເຮົາ​ພະ​ຍາ​ຍາມ​ເປັນ​ຄົນ​ຊື່​ສັດ​ຄື​ກັນ​ກັບ​ໂມໂຣໄນ, ເຮົາ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍກວ່າ​ເກົ່າ.

ທ່ານ​ຢາກ​ສາ​ມາດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດບໍ ແລະ ເຮັດ​ໃຫ້​ອຳ​ນາດ​ຂອງ​ຜູ້​ປໍ​ລະ​ປັກ​ມີ​ໜ້ອຍ​ລົງ​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ? ວິ​ທີ​ໜຶ່ງ​ແມ່ນ​ການ​ເຮັດ​ຕາມ​ການ​ຕັກ​ເຕືອນ ຢູ່​ໃນ ແອວມາ 48:17 ທີ່​ຈະ​ກາຍ​ເປັນ “ເໝືອນ​ດັ່ງ​ໂມໂຣໄນ.” ໃຫ້​ເອົາ​ໃຈ​ໃສ່​ຕໍ່​ຄຸນ​ສົມ​ບັດ ແລະ ການ​ກະ​ທຳ​ຂອງໂມໂຣໄນ ທີ່​ບັນ​ຍາຍ​ຕະ​ຫລອດ​ທົ່ວ ແອວມາ 43–52 ແຕ່​ໂດຍ​ສະ​ເພາະ ຢູ່​ໃນ 46:11–28 ແລະ 48:7–17. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ “ຄົນ​ແຂງ​ແຮງ” ຜູ້ນີ້? ຄຸນ​ສົມ​ບັດ ແລະ ການ​ກະ​ທຳ​ທີ່ຄື​ກັນ​ກັບ​ຂອງ​ເພິ່ນ ຈະ​ເຮັດ​ໃຫ້​ອຳ​ນາດ​ຂອງ​ມານ​ອ່ອນ​ແອ​ລົງ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ໂມໂຣໄນ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍກວ່າ​ເກົ່າ.

ແອວມາ 47

ຊາ​ຕານ​ລໍ້​ລວງ ແລະ ຫລອກ​ລວງ​ເຮົາ ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ.

ຊາ​ຕານ​ຮູ້​ວ່າ ເຮົາ​ສ່ວນ​ຫລາຍ​ຈະ​ບໍ່​ເຮັດ​ບາບ​ທີ່​ຮ້າຍ​ແຮງ ຫລື ເຊື່ອ​ຄວາມ​ຕົວະ​ທີ່​ໃຫຍ່​ໂຕ. ສະ​ນັ້ນ, ມັນ​ຈຶ່ງ​ໃຊ້​ຄວາມ​ຕົວະ ແລະ ການ​ລໍ້​ລວງ​ທີ່​ເຫັນ​ໄດ້​ຍາກ ເພື່ອ​ນຳ​ພາ​ເຮົາ​ໄປ​ຫາ​ບາບ​ທີ່​ເບິ່ງ​ຄື​ວ່າ​ເລັກ​ນ້ອຍ—ຫລາຍ​ເທົ່າ​ທີ່ມັນ​ຄິດ​ວ່າ ເຮົາ​ຈະ​ຮັບ​ເອົາ. ມັນ​ສືບ​ຕໍ່​ເຮັດ​ສິ່ງນີ້ ຈົນ​ກວ່າ​ເຮົາ​ໄດ້​ຢູ່​ຫ່າງ​ໄກ​ຈາກ​ບ່ອນ​ປອດ​ໄພ ຂອງ​ການ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ.

ທ່ານ​ສາ​ມາດ​ເຫັນ​ແບບ​ແຜນນີ້​ຢູ່​ໃນ​ເລື່ອງ​ລາວ​ຂອງ ອະ​ມາລີ​ໄຄຢາ ທີ່​ຫລອກ​ລວງ ລີຮອນໄທ, ມີ​ຢູ່​ໃນ ແອວມາ 47. ຂະ​ນະ​ທີ່​ທ່ານ​ສຶກ​ສາ, ໃຫ້​ໄຕ່​ຕອງວິ​ທີ​ທີ່​ຊາ​ຕານ​ອາດ​ພະ​ຍາ​ຍາມ​ຫລອກ​ລວງ​ທ່ານ, ດັ່ງ​ທີ່​​ໄດ້ບັນ​ຍາຍ​ໂດຍ ແອວເດີ ຣໍເບີດ ດີ ແຮວສ໌:

“ອະ​ມາລີ​ໄຄຢາ​ຜູ້​ທໍ​ລະ​ຍົດ​ຍົວະ​ຍົງ​ໃຫ້​ລີຮອນໄທ ‘ລົງ​ມາ’ ແລະ ພົບ​ກັບ​ລາວ​ໃນ​ຮ່ອມ​ພູ. ແຕ່​ເມື່ອ​ລີຮອນໄທ​ໄປ​ຈາກ​ທີ່​ໝັ້ນ​ຄົງ​ຂອງ​ພູ​ສູງນັ້ນ, ເພິ່ນ​ກໍ​ຖືກວາງ​ຢາ​ພິດ ‘ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ’ ຈົນ​ວ່າ​ເພິ່ນ​ຕາຍ, ແລະ ກອງ​ທັບ​ຂອງ​ເພິ່ນ​ຕົກ​ຢູ່​ໃນ​ກຳ​ມື​ຂອງອະ​ມາລີ​ໄຄຢາ (ເບິ່ງ ແອວມາ 47). ໂດຍ​ການ​ໂຕ້​ຖຽງ ແລະ ການ​ກ່າວ​ຫາ, ຄົນ​ບາງ​ຄົນ​ຈະ​ລໍ້​ລວງໃຫ້​ເຮົາ​ອອກ​ໄປ​ຈາກ​ທີ່​ໝັ້ນ​ຄົງ ຂອງ​ພູ​ສູງ. ທີ່​ໝັ້ນ​ຄົງ​ຂອງ​ພູ​ສູງ​ເປັນ​ບ່ອນ​ທີ່​ມີ​ແສງ​ສະ​ຫວ່າງ. … ມັນ​ເປັນ​ບ່ອນ​ທີ່​ປອດ​ໄພ” (“Christian Courage: The Price of Discipleship,” Ensign ຫລື Liahona, Nov. 2008, 74).

ເບິ່ງ 2 ນີໄຟ 26:22; 28:21–22 ນຳ​ອີກ.

ແອວມາ 50–51

ຄວາມ​ເປັນ​ອັນ​ໜຶ່ງອັນ​ດຽວ​ກັນ​ນຳ​ຄວາມ​ປອດ​ໄພ​ມາ​ໃຫ້.

ໃນ​ສະ​ຖາ​ນະ​ການ​ທີ່​ບັນ​ທຶກ​ຢູ່​ໃນ​ຕອນ​ຕົ້ນ​ຂອງ ແອວມາ 50, ມັນ​ເບິ່ງ​ຄື​ວ່າ ຊາວ​ເລມັນບໍ່​ມີ​ໂອ​ກາດ​ທີ່​ຈະ​ເອົາ​ຊະ​ນະ​ຊາວ​ນີໄຟ​ໄດ້​ເລີຍ. ເຄື່ອງ​ປ້ອງ​ກັນ, ການ​ເສີມ​ກຳ​ລັງ, ແລະ ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ຂອງຊາວ​ນີໄຟ ເຮັດ​ໃຫ້​ພວກ​ເຂົາ​ເບິ່ງ​ຄື​ວ່າ ຈະ​ບໍ່​ສາ​ມາດ​ເອົາ​ຊະ​ນະ​ໄດ້ (ເບິ່ງ ແອວມາ 49:28–30 ແລະ 50:17–20). ແຕ່ບໍ່​ດົນ​ຊາວ​ເລມັນ​ກໍ​ໄດ້​ຍຶດ​ເອົາ​ຫລາຍ​ຫົວ​ເມືອງ​ຂອງ​ພວກ​ເຂົາ—ລວມ​ທັງຫົວ​ເມືອງ​ເຫລົ່າ​ນັ້ນ​ທີ່​ໂມໂຣໄນ​ໄດ້​ປົກ​ປ້ອງ (ເບິ່ງ ແອວມາ 51:26–27). ສິ່ງນັ້ນ​ເກີດ​ຂຶ້ນ​ໄດ້​ແນວ​ໃດ? ໃຫ້​ຊອກ​ຫາ​ຄຳ​ຕອບ ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້ (ເບິ່ງ ໂດຍ​ສະ​ເພາະ ແອວມາ 51:1–12). ໄຕ່​ຕອງເຖິງ​ຄຳ​ເຕືອນ​ຢູ່​ໃນ​ເລື່ອງນີ້​ສຳ​ລັບ​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ແອວມາ 45:2–8

ການ​ອ່ານ​ຂໍ້​ເຫລົ່າ​ນີ້ນຳ​ກັນ​ອາດ​ດົນ​ໃຈ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ມີ​ການ​ສົນ​ທະ​ນາ​ສອງ​ຕໍ່​ສອງ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ, ດັ່ງ​ທີ່ແອວມາໄດ້​ເຮັດ​ກັບຮີລາມັນ.

ແອວມາ 46:12–22

ປ້າຍ​ແຫ່ງ​ເສ​ລີ​ພາບ ໄດ້​ດົນ​ໃຈ​ຊາວ​ນີໄຟ​ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ປົກ​ປ້ອງ​ສັດ​ທາ​ຂອງ​ພວກ​ເຂົາ. ແມ່ນ​ຫຍັງ​ທີ່​ດົນ​ໃຈ​ເຮົາ​ໃຫ້​ເຮັດ​ຄື​ກັນ​ນັ້ນ? ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ອາດ​ຢາກ​ເຮັດ ປ້າຍ​ແຫ່ງ​ເສ​ລີ​ພາບ ຂອງ​ພວກ​ທ່ານ​ເອງ—​ເຮັດ​ທຸງ ຫລື ປ້າຍ ທີ່​ມີ​ຖ້ອຍ​ຄຳ ຫລື ຮູບ​ພາບ​ທີ່​ເຕືອນ​ພວກ​ທ່ານ​ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ໃນ​ແຕ່​ລະ​ວັນ.

ແອວມາ 48:7–9; 49:1–9; 50:1–6

ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ ອ່ານ​ກ່ຽວ​ກັບການ​ເສີມ​ກຳ​ລັງ​ຂອງ​ຊາວ​ນີໄຟ, ພວກ​ທ່ານ​ສາ​ມາດ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ທ່ານ​ຈະ​ເສີມ​ກຳ​ລັງ​ໃຫ້​ບ້ານ​ເຮືອນ​ຂອງ​ພວກທ່ານ ເພື່ອ​ຕ້ານ​ກັບ​ຜູ້​ປໍ​ລະ​ປັກ. ເດັກ​ນ້ອຍ​ອາດ​ມັກ​ທີ່​ຈະ​ສ້າງ​ຄ້າຍ ດ້ວຍ​ສິ່ງ​ຂອງ​ເຊັ່ນ​ຕັ່ງ ແລະ ຜ້າ​ຫົ່ມ, ຫລື ພວກ​ເຂົາ​ສາ​ມາດ​ແຕ້ມ​ຮູບ​ຕາມ​ຄວາມ​ນຶກ​ຄິດ​ຂອງ​ພວກ​ເຂົາ ວ່າ​ຊາວ​ນີ​ໄຟສ້າງ​ສິ່ງ​ປ້ອງ​ກັນ​ໃນ​ແບບ​ໃດ.

ແອວມາ 51:1–12

ຂໍ້​ເຫລົ່າ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ສິ່ງ​ທີ່​ສາ​ມາດ​ເກີດ​ຂຶ້ນ​ໄດ້ ພາຍ​ໃນ​ຄອບ​ຄົວ​ຂອງ​ເຮົາ ເມື່ອພວກ​ເຮົາ​ມີ​ການ​ຂັດ​ແຍ້ງກັນ? ພວກເຮົາ​ຈະ​ສາ​ມາດ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຖາມ​ຄຳ​ຖາມ​ຂະ​ນະ​ທີ່​ທ່ານ​ສຶກ​ສາ. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ, ໃຫ້​ຖາມ​ຕົວ​ເອງ ສິ່ງ​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໄຕ່​ຕອງ​ວ່າ ທ່ານ​ດຳ​ລົງ​ຊີ​ວິດ​ຕາມ​ສິ່ງ​ທີ່​ທ່ານ​ອ່ານ ໄດ້​ດີ​ປານ​ໃດ.

ຮູບ​ພາບ
ໂມໂຣໄນ​ຖື​ປ້າຍ​ແຫ່ງ​ເສ​ລີ​ພາບ

Title of Liberty [ປ້າຍ​ແຫ່ງ​ເສ​ລີ​ພາບ], ໂດຍ ແລຣີ ຄອນແຣດ ວິນບອກ

ພິມ