ຈົ່ງ​ຕາມ​ເຮົາ​ມາ
ວັນທີ 24–30 ເດືອນ​ສິງຫາ. ຮີລາມັນ 7–12: “ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ”


ວັນທີ 24–30 ເດືອນ​ສິງຫາ ຮີລາມັນ 7–12: ‘ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

ວັນທີ 24–30 ເດືອນ​ສິງຫາ ຮີລາມັນ 7–12,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ນີໄຟ​ອະ​ທິ​ຖານ​ຢູ່​ເທິງ​ຫໍ​ສູງ​ຢູ່​ໃນ​ສວນ

ຮູບ​ພາບນີໄຟຢູ່​ເທິງ​ຫໍ​ສູງ​ຢູ່​ໃນ​ສວນ ໂດຍ ແຈຣີ ທອມສັນ

ວັນທີ 24–30 ເດືອນ​ສິງຫາ

ຮີລາມັນ 7–12

“ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ”

ນີໄຟ, ລີໄຮ, ແລະ ຄົນ​ອື່ນໆ ໄດ້​ຮັບ “ການ​ເປີດ​ເຜີຍ​ຫລາຍ​ຢ່າງ​ທຸກໆ​ມື້” (ຮີລາມັນ 11:23). ການ​ເປີດ​ເຜີຍ​ເລື້ອຍໆ ບໍ່​ແມ່ນ​ສຳ​ລັບ​ສາດ​ສະ​ດາ​ເທົ່າ​ນັ້ນ—ມັນ​ມີ​ໃຫ້​ທ່ານ​ຄື​ກັນ. ການ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ໄດ້​ຮັບ​ການ​ເປີດ​ເຜີຍ​ເປັນ​ປະ​ຈຳ​ຫລາຍກວ່າ​ເກົ່າ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຮີລາມັນ ບິ​ດາ​ຂອງ​ນີໄຟ ໄດ້​ຊັກ​ຊວນ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ໃຫ້ “ຈື່​ຈຳ​ໄວ້, ຈື່​ຈຳ​ໄວ້”: ເພິ່ນ​ຢາກ​ໃຫ້​ພວກ​ເພິ່ນ​ຈື່​ຈຳ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເພິ່ນ, ຈື່​ຈຳ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ, ແລະ ເໜືອ​ສິ່ງ​ອື່ນ​ໃດ ໃຫ້​ຈື່​ຈຳ “ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ, ຄື ພຣະ​ຄຣິດ” (ເບິ່ງ ຮີລາມັນ 5:5–14). ມັນ​ແຈ່ມ​ແຈ້ງວ່າ ນີໄຟ​ໄດ້​ຈື່​ຈຳ, ເພາະ​ນີ້​ແມ່ນ​ຂ່າວ​ສານ​ຢ່າງ​ດຽວ​ກັນ​ກັບທີ່​ເພິ່ນໄດ້​ປະ​ກາດ​ຫລາຍ​ປີ​ຈາກນັ້ນ ຢ່າງ “ບໍ່​ຮູ້​ຈັກ​ອິດ​ເມື່ອຍ” (ຮີລາມັນ 10:4) ຕໍ່​ຜູ້​ຄົນ. “ພວກ​ທ່ານ​ລືມ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ໄດ້​ແນວ​ໃດ?” (ຮີລາມັນ 7:20), ເພິ່ນ​ໄດ້​ຖາມ. ຄວາມ​ພະ​ຍາ​ຍາມ​ທັງ​ໝົດ​ຂອງ​ນີໄຟ—ການ​ສັ່ງ​ສອນ, ການ​ອະ​ທິ​ຖານ, ການກະ​ທຳ​ການ​ມະ​ຫັດ​ສະ​ຈັນ, ແລະ ການ​ອ້ອນວອນຕໍ່​ພຣະ​ເຈົ້າ​ທູນ​ຂໍຄວາມ​ອຶດ​ຢາກ—ແມ່ນຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຊ່ວຍ​ຜູ້​ຄົນ​ໃຫ້​ຫັນ​ມາ​ຫາ​ພຣະ​ເຈົ້າ ແລະ ຈື່​ຈຳ​ພຣະ​ອົງ. ໃນ​ຫລາຍ​ວິ​ທີ​ທາງ, ການ​ລືມ​ພຣະ​ເຈົ້າ​ເປັນ​ບັນ​ຫາ​ທີ່​ໃຫຍ່ກວ່າ​ການບໍ່​ຮູ້​ຈັກ​ພຣະ​ອົງ​ເລີຍ, ແລະ ມັນ​ງ່າຍ​ທີ່​ຈະ​ລືມ​ພຣະ​ອົງ ເມື່ອ​ຄວາມ​ຄິດ​ຂອງ​ເຮົາ​ຖືກ​ລົບ​ກວນ​ໂດຍ “ສິ່ງ​ທີ່ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ” ແລະ ປົກ​ຄຸມ​ດ້ວຍບາບ (ຮີລາມັນ 7:21; ເບິ່ງ ຮີລາມັນ 12:2 ນຳ​ອີກ). ແຕ່, ດັ່ງ​ທີ່​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ນີໄຟ ສະ​ແດງ​ໃຫ້​ເຫັນ, ມັນ​ບໍ່​ເຄີຍ​ສາຍ​ເກີນ​ໄປ ທີ່​ຈະ​ຈື່​ຈຳ ແລະ “ຫັນ … ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ” (ຮີລາມັນ 7:17).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຮີລາມັນ 7–11

ສາດ​ສະ​ດາ​ເປີດ​ເຜີຍ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ.

ມີ​ສາດ​ສະ​ດາ​ຫລາຍ​ທ່ານ ທີ່ບັນ​ຍາຍ​ຕະ​ຫລອດ​ທົ່ວ​ພຣະ​ຄຳ​ພີ​ມໍ​ມອນ, ແຕ່ ຮີລາມັນ 7–11 ແມ່ນບ່ອນ​ໜຶ່ງ​ທີ່​ດີ​ເລີດ​ໂດຍ​ສະ​ເພາະ ທີ່​ຈະ​ຮຽນ​ຮູ້​ວ່າ​ສາດ​ສະ​ດາ​ຄື​ຫຍັງ, ສິ່ງ​ທີ່​ເພິ່ນ​ເຮັດ, ແລະ ວິ​ທີ​ທີ່​ເຮົາ​ຄວນ​ຮັບ​ເອົາ​ຖ້ອຍ​ຄຳ​ຂອງ​ເພິ່ນ. ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້, ໃຫ້​ເອົາ​ໃຈ​ໃສ່​ຕໍ່​ການ​ກະ​ທຳ, ຄວາມ​ຄິດ, ແລະ ປະ​ຕິ​ກິ​ລິ​ຍາ​ຂອງນີໄຟ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງນີໄຟ ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຫລາຍກວ່າ​ເກົ່າ ເຖິງ​ບົດ​ບາດ​ຂອງ​ສາດ​ສະ​ດາ ຢູ່​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ແນວ​ໃດ? ຕໍ່​ໄປ​ນີ້​ແມ່ນ​​ຕົວ​ຢ່າງ​ຈຳ​ນວນໜຶ່ງ: ທ່ານ​ພົບ​ເຫັນ​ຫຍັງອີກ​ແດ່?

ຮີລາມັນ 7:17–22.ສາດ​ສະດາ​ເອີ້ນປ່າວ​ການ​ກັບ​ໃຈ ແລະ ເຕືອນ​ເຖິງ​ຜົນ​ສະ​ທ້ອນ​ຂອງ​ບາບ.

ຮີລາມັນ 7:29; 9:21–36.ສາດ​ສະ​ດາ​ຮູ້​ຈັກ​ໂດຍ​ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ ເຖິງ​ສິ່ງ​ທີ່​ຜູ້​ຄົນ​ຕ້ອງ​ໄດ້​ຍິນ.

ຮີລາມັນ 10:7.ສາດ​ສະ​ດາ​ໄດ້​ຮັບ​ອຳ​ນາດ​ໃຫ້​ຜະ​ນຶກ​ຢູ່ໃນໂລກ ແລະ ຢູ່​ໃນ​ສະ​ຫວັນ (ເບິ່ງ ​ມັດ​ທາຍ 16:19; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:46).

ຮີລາມັນ 10:4–7, 11–12.

ຂໍ້​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ຮູ້​ສຶກ​ຂອງ​ທ່ານ ກ່ຽວ​ກັບ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ແນວ​ໃດ? ເພິ່ນ​ໄດ້​ສິດ​ສອນ​ຫຍັງ​ແດ່​ເມື່ອບໍ່​ດົນ​ມານີ້? ທ່ານ​ກຳ​ລັງ​ເຮັດ​ສິ່ງ​ໃດ​ໃນ​ການ​ຮັບ​ຟັງ ແລະ ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ເພິ່ນ?

ຮີລາມັນ 9–10

ເຄື່ອງ​ໝາຍ ແລະ ສິ່ງ​ມະ​ຫັດ​ສະ​ຈັນ ມີ​ປະ​ໂຫຍດ​ຫລາຍ ແຕ່ບໍ່​ພຽງ​ພໍ​ທີ່​ຈະ​ສ້າງ​ສັດ​ທາ​ອັນ​ທົນ​ທານ​ໄດ້.

ຖ້າ​ຫາກ​ເຄື່ອງ​ໝາຍ ແລະ ສິ່ງມະ​ຫັດ​ສະ​ຈັນ​ແມ່ນ​ພຽງ​ພໍ​ທີ່​ຈະ​ປ່ຽນ​ໃຈ​ຂອງ​ບຸກ​ຄົນ, ແລ້ວ​ຊາວນີໄຟ​ທຸກ​ຄົນ ຄົງ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ ໂດຍ​ເຄື່ອງ​ໝາຍ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ທີ່ນີໄຟ​ໄດ້​ມອບ​ໃຫ້ ຢູ່​ໃນ ຮີລາມັນ 9. ກົງ​ກັນ​ຂ້າມ, “ມັນ​ມີ​ການ​ແບ່ງ​ແຍກ​ເກີດ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ” (ຮີລາມັນ 10:1) ເພາະ​ວ່າ​ຫລາຍ​ຄົນ​ໃນ​ພວກ​ເຂົາ “ຍັງ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຢູ່” (ຮີລາມັນ 10:15). ຄົນ​ຊົ່ວ​ມີ​ປະ​ຕິກິ​ລິ​ຍາ​ແນວ​ໃດ​ຕໍ່​ເຄື່ອງ​ໝາຍ ແລະ ສິ່ງ​ມະ​ຫັດ​ສະ​ຈັນ? (ເບິ່ງ ຮີລາມັນ 10:12–15; ເບິ່ງ 3 ນີໄຟ 2:1–2 ນຳ​ອີກ). ການ​ໃຫ້​ເຄື່ອງ​ໝາຍ​ເປັນ​ຮາກ​ຖານ​ຂອງ​ປະ​ຈັກ​ພະ​ຍານ ເປັນສິ່ງ​ອັນ​ຕະ​ລາຍ​ແນວ​ໃດ?

ຮີລາມັນ 10:2–4

ການ​ໄຕ່​ຕອງ​ພາ​ໃຫ້​ເກີດ​ການ​ເປີດ​ເຜີຍ.

ຖ້າ​ຫາກ​ທ່ານ​ຮູ້​ສຶກ​ຖືກ​ຢຽບ​ຍ່ຳ, ກັງ​ວົນ, ຫລື ສັບ​ສົນ, ທ່ານ​ສາ​ມາດ​ຮຽນ​ຮູ້​ບົດ​ຮຽນ​ທີ່​ສຳ​ຄັນ ຈາກ​ຕົວ​ຢ່າງ​ຂອງນີໄຟ ຢູ່​ໃນ ຮີລາມັນ 10:2–4. ເພິ່ນ​ໄດ້​ເຮັດ​ຫຍັງ ເວ​ລາ​ເພິ່ນ​ຮູ້​ສຶກ “ເສົ້າ​ສະ​ຫລົດ​ໃຈ”? (ຂໍ້ທີ 3).

ປະທານ​ເຮັນຣີ ບີ ໄອຣິງ ໄດ້​ສິດ​ສອນ​ວ່າ, “ເມື່ອ​ເຮົາ​ໄຕ່​ຕອງ, ເຮົາ​ຈະ​ເຊື້ອ​ເຊີນ​ການ​ເປີດ​ເຜີຍໂດຍ​ພຣະ​ວິນ​ຍານ. ສຳ​ລັບ​ຂ້າ​ພະ​ເຈົ້າ, ການ​ໄຕ່​ຕອງ​ຄື​ການ​ຄິດ ແລະ ການ​ອະ​ທິ​ຖານ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ຫລັງ​ຈາກ​ການ​ອ່ານ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ​ຢ່າງ​ລະ​ມັດ​ລະ​ວັງ” (“Serve with the Spirit,” Ensign ຫລື Liahona, Nov. 2010, 60). ທ່ານ​ຈະ​ສ້າງນິ​ໄສ​ທີ່​ມັກ​ໄຕ່​ຕອງ​ໄດ້​ແນວ​ໃດ? ເພື່ອ​ອ່ານ​ກ່ຽວ​ກັບ​ວິ​ທີ​ໜຶ່ງ​ທີ່​ຈະ​ໄຕ່​ຕອງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ເປັນ​ປະ​ຈຳ, ໃຫ້ເບິ່ງຂ່າວ​ສານ​ຂອງ ບຣາເດີ ເດວິນ ຈີ ເດີແຣ້ນ “My Heart Pondereth Them Continually” (Ensign ຫລື Liahona, Nov. 2015, 112–15).

ເບິ່ງ ສຸພາສິດ 4:26; ລູກາ 2:19; 1 ນີໄຟ 11:1; 2 ນີໄຟ 4:15–16; 3 ນີໄຟ 17:3; ໂມໂຣໄນ 10:3; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:62 ນຳ​ອີກ.

ຮີລາມັນ 12

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ຈື່​ຈຳ​ພຣະ​ອົງ.

ຢູ່​ໃນ ຮີລາມັນ 12, ມໍມອນ, ຜູ້​ໄດ້​ຫຍໍ້​ແຜ່ນ​ຈາ​ລຶກ, ໄດ້​ສະ​ຫລຸບ​ບົດ​ຮຽນ​ບາງ​ຢ່າງ ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້​ຈາກ​ເລື່ອງ​ລາວ​ຂອງນີໄຟ ຢູ່​ໃນ​ບົດ​ຕ່າງໆ​ທີ່​ຜ່ານ​ມາ. ໃຫ້​ຄິດ​ທີ່​ຈະ​ໃຊ້​ຄຳ​ສະ​ຫລຸບ​ຂອງ​ເພິ່ນ ເພື່ອ​ເປັນ​ໂອ​ກາດ​ສຳ​ຫລວດໃຈ​ຂອງ​ທ່ານ​ເອງ. ທ່ານ​ຄວນ​ຄິດ​ທີ່​ຈະ​ຂຽນ​ສິ່ງຕ່າງໆ​ທີ່​ມໍມອນ​ກ່າວ​ເຖິງ ອັນ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ລືມ​ພຣະ​ຜູ້​ເປັນ​ເຈົ້າ. ສິ່ງ​ໃດ​ຊ່ວຍ​ທ່ານ​ໃຫ້​ຈື່​ຈຳ​ພຣະ​ອົງ? ທ່ານ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ປ່ຽນ​ແປງ​ສິ່ງ​ໃດ​ແດ່ ອີງ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ຮີລາມັນ 7–9

ມີ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ແນວ​ໃດ​ແດ່ ລະ​ຫວ່າງ​ສິ່ງ​ທີ່ນີໄຟ​ໄດ້​ເຮັດ ແລະ ສິ່ງ​ທີ່​ສາດ​ສະ​ດາ​ເຮັດ​ຢູ່​ໃນ​ທຸກວັນ​ນີ້? ສາດ​ສະ​ດາ​ຂອງ​ເຮົາ​ສິດ​ສອນ​ຫຍັງ​ແດ່​ໃນ​ທຸກວັນ​ນີ້? ບາງ​ທີ​ທ່ານ​ຄວນ​ເລືອກ​ຄຳ​ແນະ​ນຳ​ບາງ​ຢ່າງ ທີ່​ສາດ​ສະ​ດາ​ໄດ້​ມອບ​ໃຫ້​ເມື່ອບໍ່​ດົນ​ມານີ້ ແລະ ສົນ​ທະ​ນາ​ເປັນ​ຄອບ​ຄົວ ເຖິງວິ​ທີ​ທີ່ພວກ​ທ່ານ​ສາ​ມາດເຮັດ​ຕາມ​ຄຳ​ແນະ​ນຳ​ນັ້ນ​ໄດ້​ດີກວ່າ​ເກົ່າ​ແນວ​ໃດ.

ຮີລາມັນ 10:4–5, 11–12

ນີໄຟ​ສະ​ແດງ​ໃຫ້​ເຫັນ​ໃນວິ​ທີ​ໃດ ວ່າ​ເພິ່ນ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ ແທນ​ທີ່​ຈະ​ເຮັດ​ຕາມ​ຄວາມ​ປະ​ສົງ​ຂອງ​ຕົວ​ເອງ? ເຮົາ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ? ມີ​ທາງ​ໃດ​ແດ່​ທີ່​ຄອບ​ຄົວ​ຂອງ​ເຮົາ​ສາ​ມາດ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ດີກວ່າ​ເກົ່າ?

ຮີລາມັນ 11:1–16

ນີໄຟ​ປະ​ສົງ​ສິ່ງ​ໃດ ແລະ ເພິ່ນ​ໄດ້​ເຮັດ​ແນວ​ໃດ​ກັບ​ມັນ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ອະ​ທິ​ຖານ​ຈາກ​ຕົວ​ຢ່າງ​ຂອງ​ນີໄຟ?

ຮີລາມັນ 11:17–23

ເຮົາຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ລີ​ໄຮ ນ້ອງ​ຊາຍ​ຂອງ​ນີ​ໄຟ ຢູ່​ໃນ ຮີລາມັນ 11:17–23? ເຮົາ​ຮູ້​ໃຜ​ແດ່​ທີ່​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ ປາດ​ສະ​ຈາກ​ການ​ຖືກຮັບ​ຮູ້​ຫລາຍ?

ຮີລາມັນ 12:1–6

ທ່ານຮູ້​ຈັກ​ບົດ​ຮຽນ​ໃດ​ບໍ​ທີ່​ໃຊ້​ສິ່ງ​ຂອງ ທີ່​ທ່ານ​ສາ​ມາດ​ໃຊ້​ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ເຂົ້າ​ໃຈ​ຄຳ​ວ່າ “ຄວາມບໍ່​ໜັກ​ແໜ້ນ” ໝາຍ​ຄວາມ​ວ່າ​ແນວ​ໃດ? ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ລອງ​ເອົາ​ສິ່ງ​ຂອງ​ບາງ​ຢ່າງຢອງ​ໃສ່​ເທິງ​ຫົວ​ຂອງ​ຕົນ ແລະ ພະ​ຍາ​ຍາມບໍ່​ໃຫ້​ມັນ​ຕົກ. ແລ້ວ ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເບິ່ງ​ຢູ່​ໃນ ຮີລາມັນ 12:1–6 ເພື່ອ​ຊອກ​ຫາ​ເຫດ​ຜົນ​ທີ່​ຜູ້​ຄົນ​ບໍ່​ມີ​ຄວາມ​ໜັກ​ແໜ້ນ ໃນ​ການ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ຈະ​ມີ​ຄວາມ​ໜັກ​ແໜ້ນ​ທາງວິນ​ຍານ​ຢູ່​ຄື​ເກົ່າ​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ທົບທວນ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ໜຶ່ງ​ທີ່​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຈື່​ຈຳ​ຂໍ້​ພຣະ​ຄຳ​ພີ ທີ່​ເຂົາ​ເຈົ້າກຳ​ລັງ​ຮຽນ: ໃຫ້​ເລືອກ​ເອົາ​ຂໍ້​ໜຶ່ງ​ທີ່​ທ່ານ​ຄິດ​ວ່າ​ມີ​ຄວາມ​ໝາຍ, ແລະ ສະ​ແດງ​ມັນ​ໄວ້​ຢູ່​ໃນ​ເຮືອນ​ຂອງ​ທ່ານ ໃນ​ບ່ອນ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຈະ​ຫລຽວເຫັນ​ມັນ​ເລື້ອຍໆ. ໃຫ້​ເຊື້ອ​ເຊີນ​ສະ​ມາ​ຊິກໃນ​ຄອບ​ຄົວ​ຄົນ​ອື່ນໆ​ໃຫ້​ປ່ຽນ​ຜຽນ​ກັນ​ເລືອກ​ຂໍ້​ພຣະ​ຄຳ​ພີ​ເພື່ອ​ສະ​ແດງ, ແລະ ສົນ​ທະ​ນາ​ກ່ຽວ​ກັບ​ມັນ​ເມື່ອ​ຄອບ​ຄົວຢູ່​ນຳ​ກັນ, ດັ່ງ​ເຊັ່ນ​ຕອນ​ກິນ​ເຂົ້າ ຫລື ຕອນ​ອະ​ທິ​ຖານ​ເປັນ​ຄອບ​ຄົວ.

ຮູບ​ພາບ
ຊີອານທຳ​ຖືກ​ເປີດ​ເຜີຍ​ວ່າ​ເປັນ​ຄາດ​ຕະ​ກອນ

© The Book of Mormon for Young Readers [ພຣະ​ຄຳ​ພີ​ມໍ​ມອນ​ສຳ​ລັບ​ຜູ້​ອ່ານ​ທີ່​ອາ​ຍຸ​ນ້ອຍ], Seantum—The Murderer Is Discovered [ຊີອານທຳ—ຄາດ​ຕະ​ກອນ​ຖືກ​ເປີດ​ເຜີຍ], ໂດຍ ບຣິອານາ ຊໍຄຣອບ; ຫ້າມ​ລອກ​ແບບ

ພິມ