ຈົ່ງ​ຕາມ​ເຮົາ​ມາ
ວັນທີ 31 ເດືອນ​ສິງຫາ–ວັນທີ 6 ເດືອນ​ກັນຍາ: “ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່”


“ວັນທີ 31 ເດືອນ​ສິງຫາ–ວັນທີ 6 ເດືອນ​ກັນຍາ. ຮີລາມັນ 13–16: ‘ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 31 ເດືອນ​ສິງຫາ–ວັນທີ 6 ເດືອນ​ກັນຍາ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ຊາມູເອນ​ຄົນ​ເລມັນກຳ​ລັງ​ສິດ​ສອນ​ຢູ່​ເທິງ​ກຳ​ແພງ

Samuel the Lamanite on the Wall [ຊາມູເອນ​ຄົນ​ເລມັນຢູ່​ເທິງ​ກຳ​ແພງ], ໂດຍ ອາໂນລ໌ ຟຣີເບີກ

ວັນທີ 31 ເດືອນ​ສິງຫາ–ວັນທີ 6 ເດືອນ​ກັນຍາ

ຮີລາມັນ 13–16

“ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່”

ຂະ​ນະ​ທີ່​ທ່ານ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ໃນ​ອາ​ທິດນີ້, ໃຫ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ຫລັກ​ທຳ ຢູ່​ໃນ ຮີລາມັນ 13–16 ສ້າງ​ສັນ ແລະ ເສີມ​ກຳ​ລັງ​ໃຫ້​ແກ່​ສິ່ງ​ອື່ນໆ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ຢູ່​ໃນ​ພຣະ​ຄຳ​ພີ​ແນວ​ໃດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເທື່ອທຳ​ອິດ​ທີ່​ຊາມູເອນ​ຄົນ​ເລມັນ​ໄດ້​ພະ​ຍາ​ຍາມ​ແບ່ງ​ປັນ “ຂ່າວ​ອັນ​ໜ້າ​ຊື່ນ​ຊົມ” ຢູ່​ໃນ​ເມືອງ​ເຊຣາ​ເຮັມລາ (ຮີລາມັນ 13:7), ເພິ່ນ​ໄດ້​ຖືກ​ປະ​ຕິ​ເສດ ແລະ ຖືກ​ຂັບ​ໄລ່​ອອກ​ໄປ ໂດຍ​ຊາວ​ນີ​ໄຟ​ທີ່​ໃຈ​ແຂງ​ກະ​ດ້າງ. ທ່ານ​ສາ​ມາດ​ເວົ້າ​ໄດ້ ຄື​ກັບ​ວ່າ​ພວກ​ເຂົາ​ໄດ້​ສ້າງ​ກຳ​ແພງ​ທີ່ບໍ່​ຍອມ​ຮັບ​ອ້ອມ​ຮອບ​ໃຈ​ຂອງ​ພວກ​ເຂົາ ທີ່​ກີດ​ກັນ​ພວກ​ເຂົາ​ຈາກ​ການຮັບ​ເອົາ​ຂ່າວ​ສານ​ຂອງ​ຊາມູເອນ. ຊາມູເອນ​ໄດ້​ເຂົ້າ​ໃຈ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຂ່າວ​ສານ ທີ່​ເພິ່ນ​ໄດ້​ກ່າວ ແລະ ໄດ້​ສະ​ແດງ​ສັດ​ທາ​ໂດຍ​ການ​ເຮັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ “ວ່າ​ເພິ່ນ​ຄວນ​ກັບ​ຄືນ​ໄປ​ອີກ, ແລະ ທຳ​ນາຍ” (ຮີລາມັນ 13:3). ຄື​ກັນ​ກັບ​ດັ່ງ​ທີ່​ຊາມູເອນ​ໄດ້ປະ​ເຊີນ, ເຮົາທຸກ​ຄົນ​ກໍ​ປະ​ເຊີນ​ກັບ​ກຳ​ແພງ ຂະ​ນະ​ທີ່​ເຮົາ “ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ຮີລາມັນ 14:9) ແລະ ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ຕາມ​ສາດ​ສະ​ດາ​ຂອງ​ພຣະ​ອົງ. ແລະ ຄື​ກັນ​ກັບ​ຊາມູເອນ, ເຮົາ​ກໍ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ຄື​ກັນ, “ຜູ້​ຈະ​ສະ​ເດັດ​ມາ … ຢ່າງ​ແນ່ນອນ,” ແລະ ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້ “ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ” (ຮີລາມັນ 13:6; 14:13). ບໍ່​ແມ່ນ​ທຸກ​ຄົນ​ທີ່​ຈະ​ຮັບ​ຟັງ, ແລະ ບາງ​ຄົນ​ອາດ​ຕໍ່​ຕ້ານ​ເຮົາ​ຢ່າງ​ຮຸນ​ແຮງ. ແຕ່​ຜູ້​ທີ່​ເຊື່ອ​ໃນຂ່າວ​ສານນີ້​ດ້ວຍ​ສັດ​ທາ​ໃນ​ພຣະ​ຄຣິດ ຈະ​ພົບ​ວ່າ​ມັນ​ເປັນ “ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່” ແທ້ໆ (ຮີລາມັນ 16:14).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຮີລາມັນ 13

ພຣະ​ຜູ້​ເປັນ​ເຈົ້າໃຫ້​ຄຳ​ເຕືອນ​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ.

ໃນ​ພຣະ​ຄຳ​ພີ, ບາງ​ເທື່ອສາດ​ສະ​ດາ​ໄດ້ຖືກ​ປຽບ​ທຽບ​ກັບ​ນາຍ​ຍາມ​ຢູ່​ເທິງ​ກຳ​ແພງ ຫລື ຫໍ​ສູງ ຜູ້​ເຕືອນບອກ​ສິ່ງ​ອັນ​ຕະ​ລາຍ (ເບິ່ງ ເອຊາຢາ 62:6; ເອເຊກຽນ 33:1–7).

ປະທານ​ເອັມ ຣະໂຊ ບາເລີດ ໄດ້​ສິດ​ສອນ​ວ່າ: “ຕະ​ຫລອດ​ຫລາຍ​ສັດ​ຕະ​ວັດ, ສາດ​ສະ​ດາໄດ້​ບັນ​ລຸ​ໜ້າ​ທີ່​ຂອງ​ພວກ​ເພິ່ນ ເມື່ອ​ພວກ​ເພິ່ນ​ໄດ້​ເຕືອນ​ຜູ້​ຄົນ​ເຖິງ​ສິ່ງ​ອັນ​ຕະ​ລາຍ​ທີ່​ມີ​ຢູ່​ຕໍ່​ໜ້າ​ພວກ​ເຂົາ. ອັກ​ຄະ​ສາ​ວົກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ຖືກມອບ​ໝາຍ​ໃຫ້​ເຝົ້າ​ດູ​ແລ, ເຕືອນ, ແລະ ເອື້ອມ​ອອກ​ໄປ​ຊ່ວຍ​ເຫລືອ​ຄົນ​ທີ່​ສະ​ແຫວງ​ຫາ​ຄຳ​ຕອບ​ໃຫ້​ກັບ​ຄຳ​ຖາມ​ໃນ​ຊີ​ວິດ” (“God Is at the Helm,” Ensign ຫລື Liahona, Nov. 2015, 25).

ຂະ​ນະ​ທີ່​ທ່ານ​ສຶກ​ສາ ແລະ ໄຕ່​ຕອງ ຮີລາມັນ 13, ທ່ານ​ສາ​ມາດ​ໝາຍ​ຄຳ​ເຕືອນ​ຫລາຍ​ຢ່າງ​ທີ່​ຊາມູເອນ​ໄດ້​ບອກ. ຍົກ​ຕົວ​ຢ່າງ, ເພິ່ນ​ໄດ້​ສິດ​ສອນ​ຫຍັງ​ແດ່ກ່ຽວ​ກັບ​ການ​ກັບ​ໃຈ? ກ່ຽວ​ກັບ​ຄວາມ​ຖ່ອມ​ຕົວ ແລະ ຄວາມ​ຮັ່ງ​ມີ? ຄຳ​ເຕືອນ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ທ່ານ​ແນວ​ໃດ? ສາດ​ສະ​ດາ​ໃນ​ສະ​ໄໝ​ໃໝ່​ໄດ້​ເຕືອນ​ຫຍັງ​ແດ່​ເມື່ອບໍ່​ດົນ​ມານີ້, ແລະ ທ່ານ​ຮູ້​ສຶກວ່າ ທ່ານ​ຄວນ​ເຮັດ​ສິ່ງ​ໃດ​ກ່ຽວ​ກັບ​ຄຳ​ເຕືອນ​ເຫລົ່າ​ນັ້ນ?

ຮູບ​ພາບ
ປະທານ​ຣະໂຊ ເອັມ ແນວສັນ

ສາດ​ສະ​ດາຊີ້ທາງ​ໃຫ້​ເຮົາ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ.

ຮີລາມັນ 13–15

ພຣະ​ຜູ້​ເປັນ​ເຈົ້າ​ມີ​ເມດ​ຕາ​ຕໍ່​ຜູ້​ທີ່​ກັບ​ໃຈ.

ທຳ​ອິດ, ຊາມູເອນ​ໄດ້​ຖືກ​ສົ່ງ​ໄປ​ຫາ​ຊາວ​ນີ​ໄຟ ເພື່ອ​ແບ່ງ​ປັນ​ຂ່າວ​ສານ​ທີ່​ໜ້າ​ປິ​ຕິ​ຍິນ​ດີ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ ຮີລາມັນ 13:7). ເພາະ​ພວກ​ເຂົາ​ໄດ້​ປະ​ຕິ​ເສດ​ເພິ່ນ, ເພິ່ນ​ຈຶ່ງ​ໄດ້​ກັບ​ຄືນ​ໄປ​ພ້ອມ​ດ້ວຍ​ຄຳ​ເຕືອນ​ທີ່​ເຂັ້ມ​ງວດ​ເຖິງ​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ. ແຕ່​ຄຳ​ເຕືອນ​ເຫລົ່າ​ນັ້ນ ແມ່ນ​ຮ່ວມ​ດ້ວຍ​ຄຳ​ເຊື້ອ​ເຊີນ​ດ້ວຍ​ຄວາມ​ເມດ​ຕາ​ສະ​ເໝີ ເພື່ອ​ໃຫ້​ກັບ​ໃຈ; ໃຫ້​ຊອກ​ຫາ​ຄຳ​ເຊື້ອ​ເຊີນ​ເຫລົ່າ​ນີ້ ຕະ​ຫລອດ​ທົ່ວ ຮີລາມັນ 13–15 (ເບິ່ງ ໂດຍ​ສະ​ເພາະ ຮີລາມັນ 13:6, 11; 14:15–19; 15:7–8). ຄຳ​ເຊື້ອ​ເຊີນ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ທ່ານ​ແນວ​ໃດ? ທ່ານ​ຮູ້​ຫຍັງ​ແດ່ ຈາກ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້ ກ່ຽວ​ກັບ​ການ​ກັບ​ໃຈ? ຕອນ​ໃດ​ທີ່​ທ່ານ​ໄດ້​ປະ​ສົບ​ກັບ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ ທີ່​ມາ​ຈາກ​ການ​ກັບ​ໃຈ?

ຮີລາມັນ 14; 16:13–23

ເຄື່ອງ​ໝາຍ ແລະ ສິ່ງ​ມະ​ຫັດ​ສະ​ຈັນ ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ຜູ້​ທີ່ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ.

ຢູ່​ໃນ ຮີລາມັນ 14, ຊາມູເອນ​ໄດ້​ອະ​ທິ​ບາຍ​ເຫດ​ຜົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ໃຫ້​ມີ​ເຄື່ອງ​ໝາຍ​ເຖິງ​ການ​ກຳ​ເນີດ ແລະ ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: “ດ້ວຍ​ເຈດ​ຕະ​ນານີ້ ພວກ​ທ່ານ​ຈະ​ໄດ້​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ” (ຮີລາມັນ 14:12). ຂະ​ນະ​ທີ່​ທ່ານ​ສຶກ​ສາ ຮີລາມັນ 14, ໃຫ້​ສັງ​ເກດ​ເບິ່ງ​ເຄື່ອງ​ໝາຍ​ຂອງ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ ຂໍ້ທີ 1–8 ແລະ ເຄື່ອງ​ໝາຍ​ຂອງ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ ຢູ່​ໃນ ຂໍ້ທີ 20–28. ທ່ານ​ຄິດ​ວ່າ ເປັນ​ຫຍັງ​ເຄື່ອງ​ໝາຍ​ເຫລົ່າ​ນີ້​ຈຶ່ງເປັນ​ວິ​ທີ​ທີ່​ມີ​ປະ​ສິດ​ທິ​ພາບ ໃນ​ການ​ໃຫ້​ຄວາມສຳ​ຄັນ​ແກ່​ການ​ກຳ​ເນີດ ແລະ ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ?

ທ່ານ​ສາ​ມາດ​ຄິດ​ເຫັນ​ເຄື່ອງ​ໝາຍ​ໃດ​ບໍ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້ ເພື່ອ​ຊ່ວຍ​ທ່ານ​ເຊື່ອ​ໃນ​ພຣະ​ອົງ? ຍົກ​ຕົວ​ຢ່າງ, ສາດ​ສະ​ດາ​ໄດ້ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ເຄື່ອງ​ໝາຍ​ທີ່​ຈະ​ປະ​ກົດ​ຂຶ້ນ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ “ເຄື່ອງ​ໝາຍ​ແຫ່ງ​ການ​ເວລາ,” ຄູ່​ມື​ພຣະ​ຄຳ​ພີ, scriptures.ChurchofJesusChrist.org). ມີ​ອັນ​ໃດ​ບໍ​ໃນເຄື່ອງ​ໝາຍ​ເຫລົ່າ​ນີ້​ທີ່​ໄດ້​ເກີດ​ເປັນ​ຈິງ​ແລ້ວ ໃນ​ວັນ​ເວ​ລາ​ຂອງ​ເຮົາ? ເຄື່ອງ​ໝາຍ​ຢ່າງ​ອື່ນໆ​ທີ່​ນຳ​ພາ​ໄປ​ສູ່​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ອາດ​ເປັນ​ເລື່ອງ​ສ່ວນ​ຕົວ ແລະ ບໍ່​ຕື່ນ​ເຕັ້ນ​ຫລາຍ. ໃຫ້​ໃຊ້​ເວ​ລາ​ບຶດ​ໜຶ່ງ​ເພື່ອ​ໄຕ່​ຕອງວິ​ທີ​ທີ່​ທ່ານ​ໄດ້​ເປັນ​ພະ​ຍານ​ເຖິງ​ພຣະ​ຫັດ​ຂອງ​ພຣະ​ອົງ ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ.

ມີ​ຄຳ​ເຕືອນ​ແນວ​ໃດ​ທີ່ມອບ​ໃຫ້​ກ່ຽວ​ກັບ​ເຄື່ອງ​ໝາຍ ຢູ່​ໃນ ຮີລາມັນ 16:13–23? ທ່ານ​ຈະ​ຫລີກ​ເວັ້ນຈາກ​ທັດ​ສະ​ນະ​ຄະ​ຕິ​ຂອງ​ຜູ້​ຄົນ​ທີ່​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່ານີ້​ໄດ້​ແນວ​ໃດ?

ເບິ່ງ ແອວມາ 30:43–52; Ronald A. Rasband, “By Divine Design,” Ensign ຫລື Liahona, Nov. 2017, 55–57 ນຳ​ອີກ.

ຮີລາມັນ 16

ການ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ ນຳ​ພາ​ເຮົາ​ໃຫ້​ເຂົ້າ​ໃກ້​ຊິດ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍກວ່າ​ເກົ່າ.

ແອວເດີ ນຽວ ແອວ ແອນເດີເຊັນ ໄດ້​ສິດ​ສອນ​ວ່າ: “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ສຶກ​ສາ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ຢ່າງ​ລະ​ມັດ​ລະ​ວັງ, ດ້ວຍ​ຄວາມ​ອົດ​ທົນ, ແລະ ເຮັດ​ໃຫ້​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ສອດ​ຄ່ອງ​ກັບ​ຄຳ​ສອນ​​ທີ່​ດົນ​ໃຈຂອງ​ເພິ່ນ, ແລ້ວ​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ຈະ​ເພີ່ມ​ທະ​ວີ​ຂຶ້ນ​ເລື້ອຍໆ. ຖ້າ​ຫາກ​ເຮົາ​ບໍ່​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ເພິ່ນ ແລະ ຄິດ​ວ່າ​ເຮົາ​ຮູ້​ຫລາຍກວ່າ, ແລ້ວ​ສັດ​ທາ​ຂອງ​ເຮົາ​ຈະ​ໝົດ​ໄປ ແລະ ຄວາມ​ກ້າວ​ໜ້າ​ນິ​ລັນ​ດອນ​ຂອງ​ເຮົາ ຈະ​ມືດ​ມົວ” (“The Prophet of God,” Ensign ຫລື Liahona, May 2018, 26–27). ຖ້ອຍ​ຄຳ ແລະ ການ​ກະ​ທຳ​ຂອງ​ຊາວ​ນີ​ໄຟ ຢູ່​ໃນ ຮີລາມັນ 16 ຢືນ​ຢັນ​ສິ່ງ​ທີ່​ແອວ​ເດີ ແອນເດີເຊັນ ໄດ້​ສິດ​ສອນ​ແນວ​ໃດ? ຄຳ​ໝັ້ນ​ສັນ​ຍາ​ສ່ວນ​ຕົວ​ຢ່າງ​ໃດ​ແດ່​ທີ່​ທ່ານ​ຮູ້​ສຶກວ່າ​ຄວນ​ເຮັດ ກ່ຽວ​ກັບ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຂ່າວ​ສານ​ຂອງ​ພວກ​ເພິ່ນ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ຮີລາມັນ 13:3–4

ແມ່ນ​ຫຍັງ​ທີ່​ດົນ​ໃຈ​ຄອບ​ຄົວ​ຂອງ​ທ່ານ​ກ່ຽວ​ກັບ​ການ​ຕອບ​ຮັບ​ຂອງ​ຊາມູເອນ ຕໍ່​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ໃນ ຮີລາມັນ 13:3–4? ລະ​ຫວ່າງທີ່​ຄອບ​ຄົວ​ຂອງ​ທ່ານ​ສຶກ​ສາ​ໃນ​ອາ​ທິດນີ້, ບາງ​ທີ​ທ່ານ​ສາ​ມາດ​ຊຸກ​ຍູ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ແບ່ງ​ປັນ​ຄວາມ​ປະ​ທັບ​ໃຈ ທີ່ “ເຂົ້າ​ມາ​ໃນໃຈ [ຂອງ​ເຂົາ​ເຈົ້າ].”

ຮີລາມັນ 13:38

ແນວ​ຄິດ​ທີ່ວ່າ ສາ​ມາດ​ພົບ​ເຫັນ​ຄວາມ​ສຸກ​ໄດ້ ຢູ່ “ໃນ​ການ​ສ້າງ​ຄວາມ​ຊົ່ວ​ຮ້າຍ” ເປັນ​ເລື່ອງ​ທຳ​ມະ​ດາ​ຢູ່​ໃນ​ວັນ​ເວ​ລາ​ຂອງ​ເຮົາ. ໃນ​ທາງ​ໃດ​ແດ່​ທີ່​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ໄດ້​ນຳ​ຄວາມ​ສຸກ​ທີ່​ແທ້​ຈິງ​ມາ​ໃຫ້​ເຮົາ?

ຮີລາມັນ 15:3

ການ​ຕີ​ສອນ​ຂອງ​ພຣະ​ເຈົ້າ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຕໍ່​ເຮົາ​ແນວ​ໃດ? ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ຖ່ອມ​ຕົວ ວ່າ​ເຂົາ​ເຈົ້າ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ປັບ​ປຸງ.

ຮີລາມັນ 15:5–8

ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຈາກ​ຊາວ​ເລ​ມັນ ທີ່​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້? ທ່ານ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພວກ​ເຂົາ​ແນວ​ໃດ?

ຮີລາມັນ 16:1–3

ຄອບ​ຄົວ​ຂອງ​ທ່ານ​ຈະ​ມ່ວນ​ຊື່ນ​ກັບ​ການ​ສະ​ແດງ​ຕາມ​ເລື່ອງ​ຂອງ ຊາມູເອນ​ຄົນ​ເລມັນບໍ? ຫລັງ​ຈາກ​ໄດ້​ອ່ານ​ເລື່ອງ​ລາວ, ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄວນ​ປ່ຽນ​ຜຽນ​ກັນ​ຢືນ​ຢູ່​ເທິງ​ຕັ່ງ ແລະ ອ່ານ​ຄຳ​ທຳ​ນາຍ​ບາງ​ຢ່າງ​ຂອງ​ຊາມູເອນ ຂະ​ນະ​ທີ່​ສະ​ມາ​ຊິກ​ຄົນ​ອື່ນໆ​ທຳ​ທ່າ​ຍິງ​ລູກ​ທະ​ນູ ຫລື ແກວ່ງ​ກ້ອນ​ຫີນ​ໃສ່. ສິ່ງນີ້​ອາດຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ວິ​ທີ​ທີ່​ຊາມູເອນ ແລະ ຊາວ​ນີ​ໄຟ​ໄດ້​ຮູ້​ສຶກ. ເດັກ​ນ້ອຍ​ອາດ​ມັກ​ແຕ້ມ​ຮູບ​ກ່ຽວ​ກັບ​ເລື່ອງ​ລາວ. ເຮົາ​ຈະ​ເປັນ​ເໝືອນ​ດັ່ງ​ຊາມູເອນ ແລະ ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້ກັບ​ຄົນ​ອື່ນໄດ້​ແນວ​ໃດ ເຖິງ​ແມ່ນ​ຈະ​ມີ​ຄວາມຢ້ານ​ກົວກໍ​ຕາມ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ແບບ​ແຜນ. ແບບ​ແຜນ ຄື​ແຜນ​ການ ຫລື ແບບ​ຢ່າງ​ທີ່​ສາ​ມາດ​ໃຊ້​ເປັນ​ສິ່ງ​ນຳ​ພາ​ໃຫ້​ບັນ​ລຸ​ວຽກ​ງານ​ໃດ​ໜຶ່ງ. ໃນ​ພຣະ​ຄຳ​ພີ, ເຮົາ​ພົບ​ເຫັນ​ແບບ​ແຜນ​ທີ່​ສະ​ແດງ​ໃຫ້​ເຫັນ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ອົງ, ດັ່ງ​ເຊັ່ນ​ການ​ສົ່ງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໄປ​ເຕືອນ​ຜູ້​ຄົນ.

ຮູບ​ພາບ
ຊາ​ມູ​ເອນ​ຄົນ​ເລມັນ​ສິດ​ສອນ

© The Book of Mormon for Young Readers [ພຣະ​ຄຳ​ພີ​ມໍ​ມອນ​ສຳ​ລັບ​ຜູ້​ອ່ານ​ທີ່​ອາ​ຍຸ​ນ້ອຍ], Samuel the Lamanite [ຊາມູເອນ​ຄົນ​ເລມັນ], ໂດຍ ບຣິອານາ ຊໍຄຣອບ; ຫ້າມ​ລອກ​ແບບ

ພິມ