ຈົ່ງ​ຕາມ​ເຮົາ​ມາ
ວັນທີ 14–20 ເດືອນ​ກັນຍາ. 3 ນີໄຟ 8–11: “ຈົ່ງ​ລຸກ​ຂຶ້ນ ແລະ ອອກ​ມາ​ຫາ​ເຮົາ​ເຖີດ”


“ວັນທີ 14–20 ເດືອນ​ກັນຍາ. 3 ນີໄຟ 8–11: ‘ຈົ່ງ​ລຸກ​ຂຶ້ນ ແລະ ອອກ​ມາ​ຫາ​ເຮົາ​ເຖີດ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 14–20 ເດືອນ​ກັນຍາ. 3 ນີໄຟ 8–11,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ພຣະ​ເຢ​ຊູ​ປະ​ກົດ​ຕໍ່​ຊາວ​ນີໄຟ

I Am the Light of the World [ເຮົາ​ເປັນ​ຄວາມ​ສະ​ຫວ່າງ​ຂອງ​ໂລກ], ໂດຍ ເຈມສ໌ ຟູເມີ

ວັນທີ 14–20 ເດືອນ​ກັນຍາ

3 ນີໄຟ 8–11

“ຈົ່ງ​ລຸກ​ຂຶ້ນ ແລະ ອອກ​ມາ​ຫາ​ເຮົາ​ເຖີດ”

ໃນ 3 ນີໄຟ 8–11, ຜູ້​ຄົນ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ​ກ່າວ​ກັບ​ພວກ​ເຂົາ. ຂະ​ນະ​ທີ່​ທ່ານ​ອ່ານ​ບົດ​ເຫລົ່າ​ນີ້, ໃຫ້​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ກ່າວ​ກັບ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

“ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຢຊູ​ຄຣິດ, ຜູ້​ທີ່​ສາດ​ສະ​ດາ​ໄດ້​ໃຫ້​ຖ້ອຍ​ຄຳ​ວ່າ​ຈະ​ມາ​ຍັງ​ໂລກ​ນີ້” (3 ນີໄຟ 11:10). ດ້ວຍ​ຖ້ອຍ​ຄຳ​ເຫລົ່າ​ນີ້, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ໄດ້​ແນະ​ນຳ​ພຣະ​ອົງ​ເອງ, ເຮັດ​ໃຫ້​ຄຳ​ທຳ​ນາຍຫລາຍກວ່າ 600 ປີ ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ເກີດ​ເປັນ​ຈິງ. “ການປະ​ກົດ​ນັ້ນ ແລະ ການ​ປະ​ກາດນັ້ນ,” ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້​ຂຽນ, “ໄດ້​ກໍ່​ຕັ້ງ​ຈຸດສູນ​ກາງ, ຊ່ວງ​ເວ​ລາ​ທີ່​ສຸດຍອດ, ໃນ​ປະ​ຫວັດ​ສາດ​ທັງ​ໝົດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ. ມັນ​ເປັນ​ການ​ສະ​ແດງ​ໃຫ້​ປະ​ຈັກ ແລະ ເປັນ​ຄຳ​ສັ່ງ​ທີ່ບອກ​ໃຫ້​ຮູ້ ແລະ ດົນ​ໃຈ​ສາດ​ສະ​ດາ​ຊາວ​ນີໄຟ​ທຸກ​ຄົນ. … ທຸກ​ຄົນ​ໄດ້​ເວົ້າ​ເຖິງ​ພຣະ​ອົງ, ໄດ້​ຮ້ອງ​ເພງກ່ຽວ​ກັບ​ພຣະ​ອົງ, ໄດ້​ຝັນ​ເຖິງ​ພຣະ​ອົງ, ແລະ ໄດ້​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ອົງ​ມາ​ປະ​ກົດ—ແຕ່ໃນ​ທີ່​ສຸດ​ພຣະ​ອົງ​ກໍ​ໄດ້ສະ​ເດັດ​ມາ. ວັນ​ແຫ່ງ​ການ​ລໍ​ຄອຍ! ພຣະ​ເຈົ້າ​ທີ່​ປ່ຽນ​ຄ່ຳ​ຄືນ​ທີ່​ມືດ​ມົວ​ເປັນ​ເຊົ້າ​ແຫ່ງ​ຄວາມ​ສະ​ຫວ່າງ​ໄດ້​ສະ​ເດັດ​ມາ​ແລ້ວ” (Christ and the New Covenant [1997], 250–51).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

3 ນີໄຟ 8–11

ພຣະ​ເຢ​ຊູ​ຄຣິດເປັນ​ຄວາມ​ສະ​ຫວ່າງ​ຂອງ​ໂລກ.

ທ່ານ​ອາດ​ສັງ​ເກດ​ເຫັນ​ວ່າ ຫົວ​ຂໍ້​ນັ້ນ​ກ່ຽວ​ຂ້ອງ​ກັບ​ຄວາມ​ມືດ ແລະ ຄວາມ​ສະ​ຫວ່າງ—ທັງ​ຮ່າງ​ກາຍ ແລະ ວິນ​ຍານ—ຖືກ​ເນັ້ນ​ຕະ​ຫລອດ​ທົ່ວ 3 ນີໄຟ 8–11. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ບົດ​ເຫລົ່າ​ນີ້​ກ່ຽວ​ກັບ​ຄວາມ​ມືດ ແລະ ຄວາມ​ສະ​ຫວ່າງ​ທາງວິນ​ຍານ? ແມ່ນ​ຫຍັງ​ທີ່​ນຳ​ຄວາມ​ມືດ​ມາ​ສູ່​ຊີ​ວິດ​ຂອງ​ທ່ານ? ແມ່ນ​ຫຍັງ​ທີ່​ນຳ​ຄວາມ​ສະ​ຫວ່າງ​ມາ​ໃຫ້? ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ເລືອກ​ທີ່​ຈະ​ແນະ​ນຳ​ພຣະ​ອົງ​ເອງວ່າ “ເປັນ​ຄວາມ​ສະ​ຫວ່າງ ແລະ ເປັນ​ຊີ​ວິດ​ຂອງ​ໂລກ”? (3 ນີໄຟ 9:18; 11:11). ພຣະ​ເຢ​ຊູ​ຄຣິດ​ໄດ້​ເປັນ​ຄວາມ​ສະ​ຫວ່າງ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

3 ນີໄຟ 8–10

ຖ້າ​ຫາກ​ເຮົາ​ກັບ​ໃຈ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ເຕົ້າ​ໂຮມ, ປົກ​ປ້ອງ, ແລະ ປິ່ນ​ປົວ​ເຮົາ.

ທ່ານ​ຄິດ​ວ່າ​ຜູ້​ຄົນ​ຈະ​ຮູ້​ສຶກ​ແນວ​ໃດ​ຫລັງ​ຈາກ​ໄດ້​ປະ​ສົບ​ກັບ​ຄວາມ​ພິ​ນາດ ແລະ ຄວາມ​ມືດ​ທີ່​ບັນ​ຍາຍ ຢູ່​ໃນ 3 ນີໄຟ 8? ທ່ານ​ຄິດ​ວ່າ​ພວກ​ເຂົາ​ອາດ​ຮູ້​ສຶກ​ແນວ​ໃດ ເມື່ອ​ພວກ​ເຂົາ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ກ່າວກ່ຽວ​ກັບ​ຄວາມ​ສະ​ຫວ່າງ, ຄວາມ​ເມດ​ຕາ, ແລະ ການ​ໄຖ່ ຢູ່​ໃນ ບົດທີ 9 ແລະ 10?

ເຖິງ​ແມ່ນ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ກາດ​ວ່າ ຄວາມ​ພິ​ນາດ​ທີ່ເປັນ​ຕາ​ຢ້ານ ເປັນ​ຜົນ​ຂອງ​ຄວາມ​ບາບ​ຂອງ​ຜູ້​ຄົນ, ພຣະ​ອົງ​ກໍ​ໄດ້​ສັນ​ຍາ​ວ່າ ພຣະ​ອົງ​ຈະ​ປິ່ນ​ປົວ​ຜູ້​ທີ່​ກັບ​ມາ​ຫາ​ພຣະ​ອົງ ແລະ ກັບ​ໃຈ (ເບິ່ງ 3 ນີໄຟ 9:2, 13). ແອວເດີ ນຽວ ແອວ ແອນເດີເຊັນ ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ຫລາຍ​ກັບ​ອ້ອມ​ແຂນ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄວາມ​ຮັກ​ສຳ​ລັບ​ການ​ກັບ​ໃຈ​ນັ້ນ ບໍ່​ວ່າ​ບາບນັ້ນ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ ແລະ ພ້ອມ​ແລ້ວ​ທີ່​ຈະ​ອະ​ໄພ​ບາບ​ໃຫ້​ເຮົາ” (“Repent … That I May Heal You,” Ensign ຫລື Liahona, Nov. 2009, 40).

ໃຫ້​ຄົ້ນ​ຄວ້າ 3 ນີໄຟ 9–10 ເພື່ອ​ຊອກ​ຫາຫລັກ​ຖານ​ເຖິງ​ຄວາມ​ເມດ​ຕາ​ຂອງ​ພຣະ​ຄຣິດ ແລະ ຄວາມ​ວ່ອງ​ໄວ​ຂອງ​ພຣະ​ອົງ​ທີ່​ຈະ​ໃຫ້​ອະ​ໄພ. ຍົກ​ຕົວ​ຢ່າງ, ທ່ານ​ພົບ​ເຫັນ​ຫຍັງ​ແດ່ ຢູ່​ໃນ 3 ນີໄຟ 9:13–22 ແລະ 10:1–6 ​ທີ່​ຊ່ວຍ​ທ່ານ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ໃຫ້​ໄຕ່​ຕອງ​ປະ​ສົບ​ການ ຕອນ​ທີ່​ທ່ານ​ຮູ້​ສຶກວ່າ​ພຣະ​ອົງ “ເຕົ້າ​ໂຮມ” ແລະ “ບຳ​ລຸງ​ລ້ຽງ” ທ່ານ (ເບິ່ງ 3 ນີໄຟ 10:4). ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ປະ​ສົບ​ການ​ເຫລົ່າ​ນີ້​ໄວ້​ໃນ​ປຶ້ມ​ບັນ​ທຶກສ່ວນ​ຕົວ ຫລື ແບ່ງ​ປັນ​ມັນ​ໃຫ້​ກັບ​ຄົນ​ທີ່​ທ່ານ​ຮັກ.

3 ນີໄຟ 11:1–8

ເຮົາ​ສາ​ມາດ​ຮຽນທີ່​ຈະ​ຮັບ​ຟັງ ແລະ ເຂົ້າ​ໃຈ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ.

ທ່ານ​ເຄີຍ​ຮູ້​ສຶກວ່າ​ທ່ານມີ​ບັນ​ຫາ​ເລື່ອງ​ຄວາມ​ເຂົ້າ​ໃຈ​ຂ່າວ​ສານ​ທີ່​ພຣະ​ເຈົ້າ​ໄດ້ສື່​ສານ​ກັບ​ທ່ານ​ບໍ? ບາງ​ທີ​ປະ​ສົບ​ການ​ຂອງ​ຜູ້​ຄົນ ຢູ່​ໃນ 3 ນີໄຟ 11:1–8 ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຫລັກ​ທຳ​ບາງ​ຢ່າງ​ເລື່ອງ​ການ​ຮັບ​ຟັງ ແລະ ເຂົ້າ​ໃຈ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ. ທ່ານ​ຄວນ​ສັງ​ເກດ​ເບິ່ງຈຸດ​ພິ​ເສດ​ຂອງ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ ທີ່​ຜູ້​ຄົນ​ໄດ້​ຍິນ ແລະ ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ສຸ​ລະ​ສຽງ​ໄດ້​ດີກວ່າ​ເກົ່າ. ເລື່ອງນີ້​ກ່ຽວ​ຂ້ອງ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ທີ່​ຈະ​ຮັບ​ຟັງ ແລະ ຮັບ​ຮູ້​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ ໃນ​ຊີ​ວິດ​ຂອງ​ທ່ານ ຜ່ານ​ທາງ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ແນວ​ໃດ?

3 ນີໄຟ 11:8–17

ພຣະ​ເຢ​ຊູ​ຄຣິດ​ເຊື້ອ​ເຊີນ​ເຮົາ​ໃຫ້​ມີ​ປະ​ຈັກ​ພະ​ຍານ​ສ່ວນ​ຕົວ​ເຖິງ​ພຣະ​ອົງ.

ມີ​ຜູ້​ຄົນ​ປະ​ມານ 2,500 ຄົນ ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ເມືອງ​ອຸ​ດົມ​ສົມ​ບູນ ຕອນ​ພຣະ​ເຢ​ຊູ​ຄຣິດ​ໄດ້​ປະ​ກົດ (ເບິ່ງ 3 ນີໄຟ 17:25). ເຖິງ​ແມ່ນມີ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ, ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຊື້ອ​ເຊີນ​ໃຫ້​ແຕ່​ລະ​ຄົນ​ມາ​ສຳ​ພັດ​ຮອຍ​ຕະ​ປູ​ຢູ່​ທີ່​ພຣະ​ຫັດ ແລະ ພຣະ​ບາດ​ຂອງ​ພຣະ​ອົງ “ເທື່ອ​ລະ​ຄົນ” (3 ນີໄຟ 11:14–15). ສິ່ງນີ້ບອກ​ທ່ານ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ປະ​ສົບ​ການ​ສ່ວນ​ຕົວ ທີ່​ສ້າງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ? ໃນ​ທາງ​ໃດ​ແດ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຊື້ອ​ເຊີນ​ທ່ານ​ໃຫ້ “ລຸກ​ຂຶ້ນ ແລະ ອອກ​ມາ​ຫາ” ພຣະ​ອົງ? (3 ນີໄຟ 11:14). ປະ​ສົບ​ການ​ໃດ​ແດ່​ທີ່ໄດ້​ຊ່ວຍ​ທ່ານ​ໃຫ້ມີ​ປະ​ຈັກ​ພະ​ຍານ​ວ່າ ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ທ່ານ? ທ່ານ​ກໍຄວນ​ພິ​ຈາ​ລະ​ນາ​ນຳ​ອີກ​ເຖິງວິ​ທີ​ທີ່​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ສາ​ມາດ​ດົນ​ໃຈຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ​ແນວ​ໃດ.

ຮູບ​ພາບ
ພຣະ​ເຢ​ຊູ​ສະ​ແດງ​ຮອຍ​ແຜ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ​ຕໍ່​ຊາວ​ນີໄຟ

One by One [ເທື່ອ​ລະ​ຄົນ], ໂດຍ ວາວເຕີ ເຣນ

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

3 ນີໄຟ 8–9

ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້ຮູ້​ສຶກ​ເຖິງ​ປະ​ສົບ​ການ​ທີ່​ບັນ​ຍາຍ ຢູ່​ໃນ 3 ນີໄຟ 8–9, ທ່ານ​ສາ​ມາດ​ເລົ່າ​ລຶ້ມ​ຄືນ ຫລື ຟັງ​ການ​ບັນ​ທຶກ​ບາງ​ພາກ​ສ່ວນ​ຂອງ​ບົດ​ເຫລົ່າ​ນີ້ ຢູ່​ໃນ​ຫ້ອງ​ມືດ. ສົນ​ທະ​ນາ​ກ່ຽວ​ກັບວ່າ ມັນ​ຊິ​ເປັນ​ຈັ່ງ​ໃດ ຖ້າ​ຫາກ​ໄດ້​ຢູ່​ໃນ​ຄວາມ​ມືດ​ເຖິງ​ສາມ​ວັນ. ແລ້ວ​ພວກ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຢ​ຊູ​ຄຣິດ​ເປັນ “ຄວາມ​ສະ​ຫວ່າງ … ​ຂອງ​ໂລກ” ແນວ​ໃດ (3 ນີໄຟ 9:18).

3 ນີໄຟ 10:1–6

ການວາດ​ພາບ​ເຫັນ​ແມ່​ໄກ່​ເຕົ້າ​ໂຮມ​ລູກ​ຂອງ​ມັນ ສາ​ມາດ​ເປັນ​ເຄື່ອງ​ມື​ສິດ​ສອນ​ທີ່​ມີ​ພະ​ລັງ ເພື່ອ​ຊ່ວຍ​ເດັກ​ນ້ອຍ​ໃຫ້​ເຂົ້າ​ໃຈ​ລັກ​ສະ​ນະ ແລະ ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ທ່ານ​ສາ​ມາດ​ອ່ານ​ຂໍ້​ເຫລົ່າ​ນີ້ ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ເບິ່ງ​ຮູບ​ແມ່ໄກ່ ແລະ ລູກ​ຂອງ​ມັນ. ເປັນ​ຫຍັງ​ແມ່​ໄກ່​ຈຶ່ງ​ຈຳເປັນ​ຕ້ອງ​ເຕົ້າ​ໂຮມ​ລູກ​ຂອງ​ມັນ? ເປັນ​ຫຍັງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ປະ​ສົງ​ທີ່​ຈະ​ເຕົ້າ​ໂຮມ​ເຮົາ​ໃຫ້​ຢູ່​ໃກ້​ພຣະ​ອົງ? ຈະ​ມີ​ຫຍັງ​ເກີດ​ຂຶ້ນ ຖ້າ​ຫາກ​ລູກ​ໄກ່​ເລືອກບໍ່​ໄປ​ຫາ​ແມ່​ຕອນ​ເອີ້ນ?

3 ນີໄຟ 11:1–7

ບາງ​ທີ​ທ່ານ​ສາ​ມາດ​ອ່ານ​ບາງ​ຂໍ້​ເຫລົ່າ​ນີ້ ດ້ວຍ, “ສຽງ [ແຜ່ວ] ເບົາ” (3 ນີໄຟ 11:3). ຜູ້​ຄົນ​ຕ້ອງ​ເຮັດ​ສິ່ງ​ໃດ ເພື່ອ​ຈະ​ເຂົ້າ​ໃຈ​ສຸ​ລະ​ສຽງ​ຈາກ​ສະ​ຫວັນ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ຂອງ​ພວກ​ເຂົາ?

3 ນີໄຟ 11:21–38

ມີ​ຄົນ​ໃດ​ບໍ​ໃນ​ຄອບ​ຄົວ​ຂອງ​ທ່ານ ທີ່​ກຳ​ລັງ​ກະ​ກຽມ​ຮັບ​ບັບ​ຕິ​ສະ​ມາ? ການ​ອ່ານ 3 ນີໄຟ 11:21–38 ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ກະ​ກຽມ. ການ​ໄຕ່​ຕອງ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ ຜູ້​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ​ແນວ​ໃດ?

3 ນີໄຟ 11:29–30

ຂໍ້​ເຫລົ່າ​ນີ້ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ການ​ຂັດ​ແຍ້ງ​ກັນ? ເຮົາ​ຈະ​ສາ​ມາດ​ກຳ​ຈັດ​ການ​ຂັດ​ແຍ້ງຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ​ໃຫ້ “ໝົດ​ໄປ” ໄດ້​ແນວ​ໃດ? (3 ນີໄຟ 11:30).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ. ແອວເດີ ຣິເຈີດ ຈີ ສະກາດ ໄດ້​ກ່າວ​ວ່າ, “ຄວາມ​ຮູ້​ທີ່​ຖືກ​ບັນ​ທຶກ​ໄວ້​ຢ່າງ​ລະ​ມັດ​ລະ​ວັງ ເປັນ​ຄວາມ​ຮູ້​ທີ່​ມີ​ໃຫ້​ໃນ​ເວ​ລາ​ທີ່​ມີ​ຄວາມ​ຕ້ອງ​ການ. … [ການ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທາງວິນ​ຍານໄວ້] ຈະ​ສົ່ງເສີມ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ເພີ່ມ​ເຕີມ” (“Acquiring Spiritual Knowledge,” Ensign, Nov. 1993, 88).

ຮູບ​ພາບ
ພຣະ​ເຢ​ຊູ​ປະ​ກົດ​ຕໍ່​ຊາວ​ນີໄຟ

One Shepherd [ຜູ້​ລ້ຽງ​ແຕ່​ພຽງຜູ້​ດຽວ], ໂດຍ ຮາວເວີດ ລີອອນ

ພິມ