“ວັນທີ 10–16 ເດືອນສິງຫາ. ແອວມາ 53–63: ‘ໄດ້ຮັບການປົກປັກຮັກສາໄວ້ໂດຍອຳນາດອັນໜ້າອັດສະຈັນຂອງພຣະອົງ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີມໍມອນ 2020 (2020)
“ວັນທີ 10–16 ເດືອນສິງຫາ. ແອວມາ 53–63,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2020
ວັນທີ 10–16 ເດືອນສິງຫາ
ແອວມາ 53–63
“ໄດ້ຮັບການປົກປັກຮັກສາໄວ້ໂດຍອຳນາດອັນໜ້າອັດສະຈັນຂອງພຣະອົງ”
ເລື່ອງລາວຢູ່ໃນ ແອວມາ 53–63 ສາມາດຊ່ວຍທ່ານໃຫ້ເຫັນຜົນສະທ້ອນຂອງການດຳລົງຊີວິດຕາມຄວາມຈິງຂອງພຣະກິດຕິຄຸນ ຫລື ປະຕິເສດມັນກໍໄດ້. ຂະນະທີ່ທ່ານອ່ານ ແອວມາ 53–63, ໃຫ້ບັນທຶກການກະຕຸ້ນ ແລະ ໄຕ່ຕອງວິທີທີ່ທ່ານສາມາດດຳລົງຊີວິດຕາມຄວາມຈິງທີ່ທ່ານໄດ້ຮຽນຮູ້.
ບັນທຶກຄວາມປະທັບໃຈຂອງທ່ານ
ເມື່ອປຽບທຽບກັບກອງທັບຂອງຊາວເລມັນ, “ກອງທັບນ້ອຍ” ຂອງຮີລາມັນ (ແອວມາ 56:33) ຂອງຊາຍໜຸ່ມຊາວນີໄຟ 2,000 ຄົນ ຄົງບໍ່ຫວັງທີ່ຈະເອົາຊະນະໄດ້. ນອກເໜືອໄປຈາກທີ່ມີຈຳນວນໜ້ອຍແລ້ວ, ທະຫານຂອງຮີລາມັນ “ທຸກຄົນ … ຍັງໜຸ່ມນ້ອຍຫລາຍ,” ແລະ “ພວກເຂົາບໍ່ເຄີຍຕໍ່ສູ້ມາກ່ອນ” (ແອວມາ 56:46–47). ໃນບາງວິທີ, ສະຖານະການຂອງພວກເຂົາເບິ່ງຄືວ່າຄຸ້ນເຄີຍຕໍ່ເຮົາຜູ້ທີ່ບາງຄັ້ງຮູ້ສຶກວ່າຕົນເອງມີກຳລັງໜ້ອຍ ແລະ ໜັກໃຈ ໃນການຕໍ່ສູ້ໃນຍຸກສຸດທ້າຍຂອງເຮົາຕ້ານກັບຊາຕານ ແລະ ອິດທິພົນຂອງຄວາມຊົ່ວຮ້າຍຢູ່ໃນໂລກ.
ແຕ່ກອງທັບຂອງຮີລາມັນໄດ້ປຽບຊາວເລມັນ ທີ່ບໍ່ມີຫຍັງກ່ຽວຂ້ອງກັບຈຳນວນ ຫລື ຄວາມຊຳນານຂອງກອງທັບ. ພວກເຂົາໄດ້ເລືອກເອົາຮີລາມັນ, ສາດສະດາ, ໃຫ້ນຳພາພວກເຂົາ (ແອວມາ 53:19); “ພວກເຂົາໄດ້ຮັບການສິດສອນຈາກແມ່ຂອງພວກເຂົາ, ວ່າຖ້າຫາກພວກເຂົາບໍ່ສົງໃສ, ແລ້ວພຣະເຈົ້າຈະປົດປ່ອຍພວກເຂົາ” (ແອວມາ 56:47); ແລະ “ສັດທາຂອງພວກເຂົາມີຫລາຍທີ່ສຸດ ແລະ ພວກເຂົາໄດ້ຮັບການສິດສອນ.” ຜົນກໍຄື, ພວກເຂົາໄດ້ຮັບການປົກປ້ອງໂດຍ “ອຳນາດອັນໜ້າອັດສະຈັນໃຈຂອງພຣະເຈົ້າ” (ແອວມາ 57:26). ເຖິງແມ່ນວ່າພວກເຂົາທຸກຄົນໄດ້ຮັບບາດເຈັບຢູ່ໃນການຕໍ່ສູ້, ແຕ່ “ບໍ່ມີຜູ້ໃດເລີຍໃນພວກເຂົາທີ່ຖືກຂ້າ” (ແອວມາ 57:25). ສະນັ້ນ ເມື່ອຊີວິດເຮັດໃຫ້ເຮົາແຕ່ລະຄົນໄດ້ຮັບບາດເຈັບທາງວິນຍານ, ເຮົາສາມາດມີຄວາມກ້າຫານ—ຂ່າວສານຂອງກອງທັບຂອງຮີລາມັນ ແມ່ນວ່າ “ມັນມີພຣະເຈົ້າຜູ້ທ່ຽງທຳ, ແລະ ຜູ້ໃດກໍຕາມທີ່ບໍ່ສົງໃສ, ຜູ້ນັ້ນຈະໄດ້ຮັບການປົກປັກຮັກສາໄວ້ໂດຍອຳນາດອັນໜ້າອັດສະຈັນຂອງພຣະອົງ” (ແອວມາ 57:26).
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ແອວມາ 53:10–22; 56:43–48, 55–56; 57:20–27; 58:39–40
ເມື່ອເຮົາໃຊ້ສັດທາໃນພຣະເຈົ້າ, ພຣະອົງຈະອວຍພອນເຮົາ ໂດຍອຳນາດອັນໜ້າອັດສະຈັນຂອງພຣະອົງ.
ເລື່ອງລາວມະຫັດສະຈັນເຊັ່ນການໄດ້ໄຊຊະນະຂອງນັກຮົບໜຸ່ມຂອງຮີລາມັນ ອາດຍາກທີ່ຈະປຽບທຽບ ເພາະມັນເບິ່ງຄືວ່າ ບໍ່ເປັນຕາຈະເປັນໄປໄດ້. ແຕ່ເຫດຜົນຢ່າງໜຶ່ງຂອງເລື່ອງລາວເຊັ່ນນັ້ນຢູ່ໃນພຣະຄຳພີ ແມ່ນສະແດງໃຫ້ເຮົາເຫັນວ່າ ເມື່ອເຮົາມີສັດທາ, ພຣະເຈົ້າສາມາດທຳການມະຫັດສະຈັນໃນຊີວິດຂອງເຮົາໄດ້. ຂະນະທີ່ທ່ານອ່ານກ່ຽວກັບນັກຮົບໜຸ່ມຢູ່ໃນຂໍ້ດັ່ງຕໍ່ໄປນີ້, ໃຫ້ຊອກຫາຮ່ອງຮອຍກ່ຽວກັບວິທີທີ່ພວກເຂົາໄດ້ໃຊ້ສັດທາຂອງພວກເຂົາໃນພຣະເຈົ້າ, ສິ່ງທີ່ເຮັດໃຫ້ສັດທາຂອງພວກເຂົາເຂັ້ມແຂງ, ແລະ ສິ່ງທີ່ເຮັດໃຫ້ການມະຫັດສະຈັນເປັນໄປໄດ້: ແອວມາ 53:10–22; 56:43–48, 55–56; 57:20–27; ແລະ 58:39–40. ຕາຕະລາງດັ່ງຕໍ່ໄປນີ້ແນະນຳວິທີໜຶ່ງທີ່ທ່ານສາມາດບັນທຶກສິ່ງທີ່ທ່ານພົບເຫັນ.
ບຸກຄະລິກລັກສະນະຂອງພວກນັກຮົບຂອງຮີລາມັນ: | |
ສິ່ງທີ່ພວກເຂົາໄດ້ຖືກສິດສອນ: | |
ສິ່ງທີ່ພວກເຂົາໄດ້ເຮັດ: | |
ພອນທີ່ພວກເຂົາໄດ້ຮັບ: |
ຫລັງຈາກໄດ້ສຶກສາບົດເຫລົ່ານີ້ແລ້ວ, ທ່ານຮູ້ສຶກໄດ້ຮັບການດົນໃຈໃຫ້ເຮັດຫຍັງແດ່ ເພື່ອໃຊ້ສັດທາຂອງທ່ານ?
ຮີລາມັນໄດ້ອ້າງເຖິງບົດບາດຂອງຜູ້ເປັນແມ່ ໃນການເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງພວກນັກຮົບໜຸ່ມ (ເບິ່ງ ແອວມາ 56:47–48; 57:20–27). ບົດບາດໃດແດ່ທີ່ສະມາຊິກໃນຄອບຄົວ ແລະ ຄົນອື່ນໆມີ ໃນການສ້າງສັດທາຂອງທ່ານ? ທ່ານສາມາດເຮັດສິ່ງໃດ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງຄອບຄົວຂອງທ່ານ ແລະ ໝູ່ເພື່ອນ?
ເຮົາສາມາດເລືອກທີ່ຈະຄິດໃນທາງທີ່ດີທີ່ສຸດກ່ຽວກັບຄົນອື່ນ ແລະ ບໍ່ເສຍໃຈ.
ຮີລາມັນ ແລະ ເພໂຮຣັນ ທັງສອງມີເຫດຜົນພຽງພໍທີ່ຈະເສຍໃຈ. ຮີລາມັນບໍ່ໄດ້ຮັບຄວາມຊ່ວຍເຫລືອຢ່າງພຽງພໍໃຫ້ແກ່ກອງທັບຂອງເພິ່ນ, ແລະ ເພໂຮຣັນກໍຖືກກ່າວຫາແບບຜິດໆໂດຍໂມໂຣໄນ ເລື່ອງການບໍ່ໃຫ້ຄວາມຊ່ວຍເຫລືອ (ເບິ່ງ ແອວມາ 58:4–9, 31–32; 60). ແມ່ນຫຍັງທີ່ປະທັບໃຈທ່ານ ກ່ຽວກັບປະຕິກິລິຍາຂອງພວກເພິ່ນ ຢູ່ໃນ ແອວມາ 58:1–12, 31–37 ແລະ ແອວມາ 61? ທ່ານຈະເຮັດຕາມຕົວຢ່າງຂອງພວກເພິ່ນ ໃນສະຖານະການທີ່ຄ້າຍຄືກັນນີ້ແນວໃດ?
ແອວເດີ ເດວິດ ເອ ແບ໊ດນາ ໄດ້ສິດສອນວ່າ: “ໃນທາງໃດທາງໜຶ່ງ ແລະ ໃນເວລາໃດເວລາໜຶ່ງ, ຈະມີຄົນໃດຄົນໜຶ່ງໃນສາດສະໜາຈັກນີ້ທີ່ຈະເຮັດ ຫລື ເວົ້າບາງສິ່ງທີ່ຈະເຮັດໃຫ້ບໍ່ພໍໃຈໄດ້. ແນ່ນອນວ່າເຫດການເຊັ່ນນັ້ນຈະເກີດຂຶ້ນກັບເຮົາທຸກຄົນ—ແລະ ແນ່ນອນມັນຈະເກີດຂຶ້ນຫລາຍກວ່າໜຶ່ງເທື່ອ. … ທ່ານ ແລະ ຂ້າພະເຈົ້າບໍ່ສາມາດຄວບຄຸມເຈດຕະນາ ຫລື ການປະພຶດຂອງຄົນອື່ນໄດ້. ເຖິງຢ່າງໃດກໍຕາມ, ເຮົາເປັນຜູ້ກຳນົດວ່າເຮົາຈະກະທຳແນວໃດ. ກະລຸນາໃຫ້ຈື່ຈຳໄວ້ວ່າ ທ່ານ ແລະ ຂ້າພະເຈົ້າເປັນຕົວແທນຂອງຕົນທີ່ໄດ້ຮັບອຳເພີໃຈທາງສິນທຳ, ແລະ ເຮົາສາມາດເລືອກທີ່ຈະບໍ່ໃຫ້ຕົນເອງເສຍໃຈໄດ້” (“And Nothing Shall Offend Them,” Ensign ຫລື Liahona, Nov. 2006, 91).
ເບິ່ງ ສຸພາສິດ 16:32; ໂມໂຣໄນ 7:45; David A. Bednar, “Meek and Lowly of Heart,” Ensign ຫລື Liahona, May 2018, 30–33.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
ຂະນະທີ່ທ່ານອ່ານພຣະຄຳພີກັບຄອບຄົວຂອງທ່ານ, ພຣະວິນຍານສາມາດຊ່ວຍທ່ານໃຫ້ຮູ້ຈັກວ່າ ຫລັກທຳຂໍ້ໃດທີ່ຄວນເນັ້ນ ແລະ ຄວນສົນທະນາ ເພື່ອສະໜອງຄວາມຕ້ອງການຂອງຄອບຄົວຂອງທ່ານ. ຕໍ່ໄປນີ້ແມ່ນແນວຄິດບາງຢ່າງ.
ແອວມາ 53:10–17
ຊາວອານໄທ-ນີໄຟ-ລີໄຮ ໄດ້ເຮັດພັນທະສັນຍາວ່າຈະບໍ່ທຳການນອງເລືອດ. ພັນທະສັນຍາໃດແດ່ ທີ່ເຮົາໄດ້ເຮັດກັບພຣະເຈົ້າ? ສິ່ງໃດທີ່ເຮົາອ່ານຢູ່ໃນ ແອວມາ 53:10–17 ທີ່ດົນໃຈເຮົາໃຫ້ຊື່ສັດຫລາຍກວ່າເກົ່າ ຕໍ່ພັນທະສັນຍາຂອງເຮົາ?
ແອວມາ 53:20–21
ເຮົາຈະເປັນເໝືອນດັ່ງພວກຊາຍໜຸ່ມຂອງຮີລາມັນຫລາຍກວ່າເກົ່າໄດ້ແນວໃດ? ມັນອາດເປັນປະໂຫຍດທີ່ຈະສົນທະນາກ່ຽວກັບຄວາມໝາຍຂອງສຳນວນ ຢູ່ໃນຂໍ້ເຫລົ່ານີ້; ຍົກຕົວຢ່າງ, “ກ້າຫານ … ທັງດ້ານກຳລັງ ແລະ ຄວາມວ່ອງໄວ” ໝາຍຄວາມວ່າແນວໃດ? “ເດີນໄປຢ່າງພາກພູມໃຈຕໍ່ພຣະພັກຂອງ [ພຣະເຈົ້າ]” ໝາຍຄວາມວ່າແນວໃດ?
ແອວມາ 58:9–11, 33, 37
ໃນເວລາທີ່ຕ້ອງການຄວາມຊ່ວຍເຫລືອຫລາຍທີ່ສຸດ, ເຮົາຫັນໄປຫາພຣະບິດາເທິງສະຫວັນ, ດັ່ງທີ່ກຸ່ມທະຫານຂອງຊາວນີໄຟໄດ້ເຮັດບໍ? ພຣະອົງໄດ້ຕອບຄຳອະທິຖານຂອງພວກເຂົາແນວໃດ? ພຣະອົງໄດ້ຕອບຄຳອະທິຖານຂອງເຮົາແນວໃດ?
ແອວມາ 61:2, 9, 19
ເຮົາຮຽນຮູ້ຫຍັງແດ່ຈາກເພໂຮຣັນ ກ່ຽວກັບວິທີຕອບຮັບ ເມື່ອເຮົາຖືກກ່າວຫາແບບຜິດໆ?
ແອວມາ 62:39–41
ຕໍ່ໄປນີ້ແມ່ນກິດຈະກຳທີ່ໃຊ້ສິ່ງຂອງ ທີ່ສາມາດຊ່ວຍຄອບຄົວຂອງທ່ານໃຫ້ເຂົ້າໃຈວ່າ ເຮົາສາມາດເລືອກທີ່ຈະ “ແຂງກະດ້າງ” ຫລື “ອ່ອນໂຍນລົງ” ກັບບັນຫາຂອງເຮົາ: ໃຫ້ເອົາມັນຝະຣັ່ງ ແລະ ໄຂ່ດິບ ວາງລົງໃນນ້ຳຮ້ອນເດືອດ. ມັນຝະຣັ່ງ ແລະ ໄຂ່ເປັນຕົວແທນໃຫ້ເຮົາ, ແລະ ນ້ຳເປັນຕົວແທນໃຫ້ບັນຫາທີ່ເຮົາປະເຊີນ. ຂະນະທີ່ມັນຝະຣັ່ງ ແລະ ໄຂ່ຕົ້ມຢູ່, ພວກທ່ານສາມາດເວົ້າລົມກັນກ່ຽວກັບບັນຫາບາງຢ່າງທີ່ຄອບຄົວຂອງພວກທ່ານກຳລັງປະເຊີນຢູ່. ມີວິທີແຕກຕ່າງບາງຢ່າງໃດແດ່ທີ່ຈະໂຕ້ຕອບກັບບັນຫາແບບນີ້? ອີງຕາມ ແອວມາ 62:41, ປະຕິກິລິຍາຂອງເຮົາຕໍ່ບັນຫາມີຜົນກະທົບຕໍ່ເຮົາແນວໃດ? ຫລັງຈາກມັນຝະຣັ່ງ ແລະ ໄຂ່ ຕົ້ມສຸກແລ້ວ, ໃຫ້ຕັດມັນຝະຣັ່ງ ແລະ ແກະເປືອກໄຂ່ ເພື່ອສະແດງໃຫ້ເຫັນຕົວຢ່າງຂອງ “ບັນຫາ” ດຽວກັນ ທີ່ເຮັດໃຫ້ມັນຝະຣັ່ງອ່ອນນຸ້ມ ແລະ ໄຂ່ໄດ້ແຂງຕົວ. ຄອບຄົວຂອງເຮົາສາມາດເຮັດຫຍັງແດ່ ເພື່ອໃຫ້ແນ່ໃຈວ່າ ບັນຫາຂອງເຮົາຈະເຮັດໃຫ້ເຮົາຖ່ອມຕົວລົງ ແລະ ນຳພາເຮົາໃຫ້ເຂົ້າໃກ້ພຣະເຈົ້າຫລາຍກວ່າເກົ່າ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.