ຈົ່ງ​ຕາມ​ເຮົາ​ມາ
ວັນທີ 17–23 ເດືອນ​ສິງຫາ. ຮີລາມັນ 1–6: “ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ”


“ວັນທີ 17–23 ເດືອນ​ສິງຫາ. ຮີລາມັນ 1–6: ‘ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 17–23 ເດືອນ​ສິງຫາ. ຮີລາມັນ 1–6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ຄື້ນ​ປະທະ​ໃສ່​ໂງ່ນ​ຫີນ

ວັນທີ 17–23 ເດືອນ​ສິງຫາ

ຮີລາມັນ 1–6

“ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ”

ຫລັກ​ທຳ​ຢູ່​ໃນ​ໂຄງ​ຮ່າງນີ້ ສາ​ມາດ​ຊ່ວຍ​ນຳ​ພາ​ການ​ສຶກ​ສາ​ຂອງ​ທ່ານ​ຢູ່​ໃນ ຮີລາມັນ 1–6, ແຕ່​ຢ່າ​ໃຫ້​ມັນ​ຈຳ​ກັດ​ທ່ານ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ນຳ​ພາ​ທ່ານ​ໄປ​ຫາ​ຄວາມ​ຈິງ​ທີ່​ທ່ານ​ຕ້ອງ​ການ​ທີ່​ຈະ​ຮຽນ​ຮູ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໜັງ​ສື​ຮີລາມັນ ບັນ​ທຶກ​ທັງ​ໄຊ​ຊະ​ນະ ແລະ ຄວາມ​ໂສກ​ເສົ້າ ຢູ່​ໃນ​ບັນ​ດາ​ຊາວ​ນີໄຟ ແລະ ຊາວ​ເລມັນ. ມັນ​ເລີ່ມ​ຕົ້ນ​ດ້ວຍ “ຄວາມ​ຫຍຸ້ງ​ຍາກ​ຢ່າງ​ຮ້າຍ​ແຮງ​ເກີດ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີ​ໄຟ” (ຮີລາມັນ 1:1), ແລະ ຄວາມ​ຫຍຸ້ງ​ຍາກ​ກໍ​ຫລັ່ງ​ໄຫລ​ມາ​ຕະ​ຫລອດ​ທົ່ວ​ບັນ​ທຶກ. ຢູ່​ໃນ​ໜັງ​ສືນີ້ ເຮົາ​ອ່ານ​ກ່ຽວ​ກັບ​ກົນ​ອຸ​ບາຍ​ທາງ​ດ້ານ​ການ​ເມືອງ, ພວກ​ໂຈນ, ການ​ປະ​ຕິ​ເສດ​ສາດ​ສະ​ດາ, ແລະ ຄວາມ​ທະ​ນົງ​ຕົວ ແລະ ຄວາມບໍ່​ເຊື່ອ​ຖື ຕະ​ຫລອດ​ທົ່ວ​ແຜ່ນ​ດິນ. ແຕ່​ເຮົາ​ກໍ​ຍັງ​ພົບ​ເຫັນ​ຕົວ​ຢ່າງ ເຊັ່ນ ນີໄຟ ແລະ ລີ​ໄຮ ແລະ “ຜູ້​ຄົນ​ທີ່​ຖ່ອມ​ຕົວ​ຢ່າງ​ຫລວງ​ຫລາຍ,” ຜູ້​ທີ່ບໍ່​ພຽງ​ແຕ່​ລອດ​ມາ​ໄດ້ ແຕ່​ຍັງຈະ​ເລີນ​ກ້າວ​ໜ້າ​ທາງວິນ​ຍານ​ນຳ​ອີກ (ຮີລາມັນ 3:34). ພວກ​ເຂົາ​ເຮັດ​ແນວນັ້ນ​ໄດ້​ແນວ​ໃດ? ພວກ​ເຂົາ​ຍັງ​ຄົງ​ເຂັ້ມ​ແຂງ​ຢູ່​ໄດ້​ແນວ​ໃດ ຂະ​ນະ​ທີ່​ຄວາມ​ສີ​ວິ​ໄລ​ຂອງ​ພວກ​ເຂົາ​ເລີ່ມ​ເສື່ອມ​ໂຊມ ແລະ ພັງ​ທະ​ລາຍໄປ? ໃນ​ທາງ​ດຽວ​ກັນ​ກັບ​ທີ່​ເຮົາ​ຍັງ​ຄົງ​ເຂັ້ມ​ແຂງຢູ່​ໃນ “ລົມ​ພະ​ຍຸ​ຮ້າຍ” ທີ່​ມານ​ສົ່ງ​ມາ “ຕີ [ເຮົາ]”—ໂດຍ​ການ​ສ້າງ​ຊີ​ວິດ​ຂອງ​ເຮົາ “ຢູ່​ເທິງ​ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່, ຄື​ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, … ເປັນ​ຮາກ​ຖານຊຶ່ງ​ຫາກ​ມະ​ນຸດ​ສ້າງ​ຂຶ້ນ​ເທິງ​ມັນ ພວກ​ເຂົາ​ຈະ​ຕົກ​ໄປບໍ່​ໄດ້” (ຮີລາມັນ 5:12).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຮີລາມັນ 1–6

ຄວາມ​ທະ​ນົງ​ຕົວ​ແຍກ​ເຮົາ​ຈາກ​ພຣະ​ວິນ​ຍານ ແລະ ພະ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຂະ​ນະ​ທີ່​ທ່ານ​ອ່ານ ຮີລາມັນ 1–6—ແລະ ຕະ​ຫລອດ​ທົ່ວ​ພຣະ​ຄຳ​ພີ​ມໍ​ມອນ—ທ່ານ​ອາດ​ສັງ​ເກດ​ເຫັນ​ແບບ​ແຜນ​ການ​ປະ​ພຶດ​ຂອງ​ຊາວ​ນີໄຟ: ເວ​ລາ​ຊາວ​ນີໄຟ​ຊອບ​ທຳ, ພຣະ​ເຈົ້າ​ອວຍ​ພອນ​ພວກ​ເຂົາ ແລະ ພວກ​ເຂົາ​ຈະ​ເລີນ​ຮຸ່ງ​ເຮືອງ. ບາງ​ຄັ້ງ, ພວກ​ເຂົາ​ໄດ້​ກາຍ​ເປັນ​ຄົນ​ທະ​ນົງ​ຕົວ ແລະ ຊົ່ວ​ຮ້າຍ, ຕັດ​ສິນ​ໃຈ​ເຮັດ​ສິ່ງ​ທີ່​ພາ​ໄປ​ສູ່ຄວາມ​ພິ​ນາດ ແລະ ຄວາມ​ທຸກ​ທໍ​ລະ​ມານ. ແລ້ວ​ພວກ​ເຂົາ​ກໍ​ຖ່ອມ​ຕົວ​ລົງ ແລະ ຖືກ​ດົນ​ໃຈ​ໃຫ້​ກັບ​ໃຈ, ແລະ ພຣະ​ເຈົ້າ​ກໍ​ອວຍ​ພອນ​ພວກ​ເຂົາ​ຄືນ​ອີກ. ແບບ​ແຜນ​ດັ່ງ​ກ່າວ​ໄດ້​ເກີດ​ຂຶ້ນເລື້ອຍໆ ຈົນ​ວ່າ​ບາງ​ຄົນ​ເອີ້ນ​ມັນ​ວ່າ “ວົງ​ວຽນ​ຂອງ​ຄວາມ​ທະນົງ​ຕົວ.”

ຮູບ​ພາບ
ວົງ​ວຽນ​ຂອງ​ຄວາມ​ທະນົງ​ຕົວ

“ວົງ​ວຽນ​ຂອງ​ຄວາມ​ທະນົງ​ຕົວ.”

ໃຫ້​ຊອກ​ຫາ​ຕົວ​ຢ່າງ​ຂອງວົງ​ວຽນ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ. ທ່ານ​ຄວນ​ໝາຍ​ຕົວ​ຢ່າງເຫລົ່າ​ນັ້ນ ເມື່ອ​ທ່ານ​ພົບ​ເຫັນ​ມັນ. ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ແບບ​ແຜນນີ້ ແລະ ເຫັນ​ວິ​ທີ​ທີ່​ມັນ​ອາດ​ກ່ຽວ​ຂ້ອງ​ກັບ​ຕົວທ່ານ:

  • ມີ​ຫລັກ​ຖານ​ໃດ​ແດ່ຂອງ​ຄວາມ​ທະ​ນົງ​ຕົວ ທີ່​ທ່ານ​ເຫັນ​ຢູ່​ໃນ​ບັນ​ດາ​ຊາວນີໄຟ? (ເບິ່ງ, ຍົກ​ຕົວ​ຢ່າງ, ຮີລາມັນ 3:33–34; 4:11–13). ທ່ານ​ເຫັນ​ຕົວ​ຢ່າງ​ທີ່​ຄ້າຍ​ຄື​ກັນ​ຂອງ​ຄວາມ​ທະ​ນົງ​ຕົວ ຢູ່​ໃນ​ຕົວ​ທ່ານ​ເອງ​ບໍ?

  • ມີ​ຜົນ​ສະ​ທ້ອນ​ຢ່າງ​ໃດ​ແດ່ຂອງ​ຄວາມ​ທະ​ນົງ​ຕົວ ແລະ ຄວາມ​ຊົ່ວ​ຮ້າຍ? (ເບິ່ງ ຮີລາມັນ 4:23–26). ມີ​ຜົນ​ສະ​ທ້ອນ​ຢ່າງ​ໃດ​ແດ່​ຂອງ​ຄວາມ​ຖ່ອມ​ຕົວ ແລະ ການ​ກັບ​ໃຈ? (ເບິ່ງ ຮີລາມັນ 3:27–30, 35; 4:14–16).

  • ຮີລາມັນ​ຢາກ​ໃຫ້​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ຈື່​ຈຳ​ສິ່ງ​ໃດ​ແດ່? (ເບິ່ງ ຮີລາມັນ 5:4–12). ການ​ຈື່​ຈຳ​ຄວາມ​ຈິງ​ເຫລົ່າ​ນີ້​ຊ່ວຍ​ທ່ານ​ຫລີກ​ເວັ້ນ​ຈາກ​ການ​ກາຍ​ເປັນ​ຄົນ​ທະ​ນົງ​ຕົວ​ແນວ​ໃດ?

ເບິ່ງ Dieter F. Uchtdorf, “Pride and the Priesthood,” Ensign ຫລື Liahona, Nov. 2010, 55–58 ນຳ​ອີກ.

ຮີລາມັນ 3:24–35

ເຮົາ​ສາ​ມາດ​ຖືກ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ໄດ້ ເມື່ອ​ເຮົາ​ມອບ​ໃຈ​ຂອງ​ເຮົາ​ໃຫ້​ແກ່​ພຣະ​ເຈົ້າ.

ຢູ່​ໃນ ຮີລາມັນ 3, ມໍ​ມອນ​ໄດ້​ບັນ​ຍາຍ​ເຖິງ​ເວ​ລາ​ທີ່​ສາດ​ສະ​ໜາ​ຈັກ​ຈະ​ເລີນ​ກ້າວ​ໜ້າ ແລະ ໄດ້​ຮັບ​ພອນ ຈົນ​ແມ່ນ​ແຕ່​ພວກ​ຜູ້​ນຳ​ປະ​ຫລາດ​ໃຈ (ເບິ່ງ ຂໍ້ທີ 24–32). ໃນ​ທີ່​ສຸດ​ບາງ​ຄົນ​ໄດ້​ກາຍ​ເປັນ​ຄົນ​ທະ​ນົງ​ຕົວ, ຂະ​ນະ​ທີ່​ຄົນ​ອື່ນໆ “ໄດ້​ເຂັ້ມ​ແຂງ​ຂຶ້ນ​ໄປ​ເລື້ອຍໆ ໃນ​ຄວາມ​ຖ່ອມ​ຕົວ​ຂອງ​ພວກ​ເຂົາ, … ຈົນ​ຊຳ​ລະ​ໃຈ​ຂອງ​ພວກ​ເຂົາ​ໃຫ້​ບໍ​ລິ​ສຸດ ແລະ ສັກ​ສິດ” (ຮີລາມັນ 3:35). ໃຫ້​ສັງ​ເກດ​ເບິ່ງ ຢູ່​ໃນ ຂໍ້ທີ 34–35 ເຖິງ​ສິ່ງ​ທີ່​ຄົນ​ຖ່ອມ​ຕົວ​ໄດ້​ເຮັດ ເພື່ອຈະ​ກັບ​ກາຍບໍ​ລິ​ສຸດ. ສິ່ງ​ເຫລົ່າ​ນີ້​ຊ່ວຍ​ທ່ານ​ໃຫ້​ກັບ​ກາຍບໍ​ລິ​ສຸດ​ຫລາຍກວ່າ​ເກົ່າ​ແນວ​ໃດ? ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ຮູ້​ວ່າ ຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org) ແປ​ຄວາມ​ໝາຍ​ຂອງ​ຄຳ​ວ່າ ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ ໝາຍ​ເຖິງ “ຂັ້ນ​ຕອນ​ຂອງ​ການ​ກາຍ​ເປັນ​ອິດ​ສະ​ລະ​ຈາກ​ບາບ, ບໍ​ລິ​ສຸດ, ສະ​ອາດ, ແລະ ສັກ​ສິດ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.” ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ​ແດ່ ເພື່ອ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ສາ​ນຸ​ສິດ​ເຫລົ່າ​ນີ້? ທ່ານ​ກຳ​ລັງເຮັດ​ສິ່ງ​ໃດ​ເພື່ອ​ຈະ​ໄດ້​ມອບ​ໃຈ​ຂອງ​ທ່ານ​ໃຫ້​ແກ່​ພຣະ​ເຈົ້າ?

ຮີລາມັນ 5:14–52

ສັດ​ທາ​ຂອງ​ເຮົາ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ ໂດຍ “ຄວາມ​ຍິ່ງ​ໃຫຍ່​ຂອງ​ຫລັກ​ຖານ​ທີ່ [ເຮົາ] ໄດ້​ຮັບ.”

ແອວເດີ ແຈັບຟະຣີ ອາ ຮໍແລນ ຄັ້ງ​ໜຶ່ງ​ໄດ້​ກ່າວ​ຕໍ່​ຜູ້​ທີ່ດີ້ນ​ລົນ​ກັບ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ວ່າ: “ທ່ານ​ມີ​ສັດ​ທາ​ຫລາຍກວ່າ​ທີ່​ທ່ານ​ຄິດ ເພາະ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ເອີ້ນ​ສິ່ງນີ້​ວ່າ ‘ຄວາມ​ຍິ່ງ​ໃຫຍ່​ຂອງ​ຫລັກ​ຖານ’ [ຮີລາມັນ 5:50]. … ຜົນ​ຂອງ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຈະ​ເປັນ​ຫລັກ​ຖານ​ໃນ​ຊີ​ວິດ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໃນ​ທຸກ​ແຫ່ງ​ຫົນ” (“Lord, I Believe,” Ensign ຫລື Liahona, May 2013, 94). ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ໃຫ້​ຄິດ​ກ່ຽວ​ກັບ​ຫລັກ​ຖານ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ທ່ານ. ຍົກ​ຕົວ​ຢ່າງ, ບາງ​ທີ​ທ່ານ​ອາດບໍ່​ເຄີຍ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໂດຍ​ກົງ, ແຕ່​ທ່ານ​ເຄີຍ​ຮູ້​ສຶກ “ສຽງ​ສື່ມ” ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ທີ່ “ໄດ້​ສຽບ​ແທງ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານ​ທຸກດວງ”? (ຮີລາມັນ 5:30; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:66 ນຳ​ອີກ). ບາງ​ທີ​ທ່ານ​ຍັງ​ຢູ່​ໃນ​ຄວາມ​ມືດ, ເອີ້ນ​ຫາ​ພຣະເຈົ້າ​ເພື່ອ​ຂໍ​ໃຫ້​ມີ​ສັດ​ທາ​ຫລາຍກວ່າ​ເກົ່າ, ແລະ “ເຕັມ​ໄປ​ດ້ວຍ​ຄວາມ​ສຸກ ຈົນ​ບໍ່​ອາດ​ຈະ​ພັນ​ລະ​ນາ​ໄດ້” (ຮີລາມັນ 5:40–47). ມີ​ປະ​ສົບ​ການ​ໃດ​ແດ່​ອື່ນ​ອີກ ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ ໃນ​ພຣະ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ຮີລາມັນ 3:27–30

ຂະ​ນະ​ທີ່​ສາດ​ສະ​ດາ​ມໍ​ມອນ​ໄດ້​ຫຍໍ້​ບັນ​ທຶກ​ທີ່​ສັກ​ສິດນີ້, ບາງ​ເທື່ອ​ເພິ່ນ​ກໍໄດ້​ໃຊ້​ຄຳ​ວ່າ “ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ” ເພື່ອ​ເນັ້ນ​ຄວາມ​ຈິງ​ທີ່​ສຳ​ຄັນ. ເພິ່ນ​ຢາກ​ໃຫ້​ເຮົາ​ເຫັນ​ຫຍັງຢູ່​ໃນ ຮີລາມັນ 3:27–30? ຕະ​ຫລອດ​ທົ່ວ​ການ​ສຶກ​ສາ​ຂອງ​ທ່ານ​ໃນ​ອາ​ທິດນີ້, ທ່ານ​ຄວນຢຸດ​ເປັນ​ບາງ​ຄັ້ງ ເພື່ອ​ຖາມ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ເຖິງວິ​ທີ​ທີ່​ເຂົາເຈົ້າ​ຈະ​ປະ​ກອບ​ສຳ​ນວນ ທີ່​ວ່າ “ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ” ໃຫ້​ສົມ​ບູນ​ແນວ​ໃດ ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ອ່ານ. ຄວາມ​ຈິງ​ໃດ​ແດ່​ທີ່ເຂົາ​ເຈົ້າ​ຢາກ​ເນັ້ນ?

ຮີລາມັນ 5:6–7

ພໍ່​ຕູ້​ປູ່​ຂອງປະ​ທານ​ໂຈດ ອາເບີດ ສະມິດ ຊື່ ໂຈດ ເອ ສະ​ມິດ ທີ່​ລ່ວງ​ລັບ​ໄປແລ້ວ ໄດ້​ມາ​ປະ​ກົດ​ຢູ່​ໃນ​ຄວາມ​ຝັນ​ຂອງ​ເພິ່ນ ແລະ ໄດ້​ຖາມ​ວ່າ, “ພໍ່​ຕູ້​ຢາກ​ຮູ້​ວ່າ ເຈົ້າ​ໄດ້​ເຮັດ​ຫຍັງ​ກັບ​ຊື່​ຂອງ​ພໍ່​ຕູ້.” ປະ​ທານ​ສະ​ມິດ ໄດ້​ຕອບ​ວ່າ, “ຫລານບໍ່​ໄດ້​ເຮັດ​ສິ່ງ​ໃດ​ກັບ​ຊື່​ຂອງ​ພໍ່​ຕູ້ ທີ່​ພໍ່​ຕູ້​ຕ້ອງ​ອັບ​ອາຍ” (ໃນ Teachings of Presidents of the Church: George Albert Smith [2011], xxvi). ຫລັງ​ຈາກ​ການ​ອ່ານ ຮີລາມັນ 5:6–7, ບາງ​ທີ​ທ່ານ​ຄວນ​ເວົ້າ​ລົມ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ກ່ຽວ​ກັບ​ການ​ຈື່​ຈຳ ແລະ ການ​ໃຫ້​ກຽດ​ແກ່​ຊື່​ທີ່​ເຮົາ​ໄດ້​ຮັບ, ລວມ​ທັງ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຮີລາມັນ 5:12

ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ວາດ​ພາບ​ເຫັນ​ຄວາມ​ໝາຍ​ຂອງ​ການມີ “ຮາກ​ຖານ​ທີ່​ແໜ້ນ​ໜາ,” ບາງ​ທີ​ທ່ານ​ຄວນ​ສ້າງໂຄງ​ຮ່າງ​ນ້ອຍ​ໃດ​ໜຶ່ງ​ນຳ​ກັນ ແລະ ວາງ​ມັນ​ໄວ້​ເທິງ​ຮາກ​ຖານ​ທີ່​ແຕກ​ຕ່າງ​ກັນ. ແລ້ວ ໃຫ້​ທ່ານສ້າງ “ລົມ​ພະ​ຍຸ​ຮ້າຍ” ໂດຍ​ການສີດ​ນ້ຳ​ໃສ່​ເທິງ​ມັນ ແລະ ໃຊ້​ພັດ​ລົມ ຫລື ໃຊ້​ເຄື່ອງ​ໄດ​ຜົມ ເພື່ອ​ສ້າງ​ລົມ. ມີຫຍັງ​ເກີດ​ຂຶ້ນ​ກັບ​ໂຄງ​ຮ່າງ​ດັ່ງ​ກ່າວ ເວ​ລາ​ມັນ​ຕັ້ງ​ຢູ່​ເທິງ​ຮາກ​ຖານ​ທີ່​ແຕກ​ຕ່າງ​ກັນ? ພຣະ​ເຢ​ຊູ​ຄຣິດ ເປັນ​ເໝືອນ​ດັ່ງ “ຮາກ​ຖານ​ທີ່​ແໜ້ນ​ໜາ” ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ?

ຮີລາມັນ 5:29–33

ປະ​ສົບ​ການ​ໃດ​ແດ່​ທີ່​ເຮົາ​ເຄີຍ​ມີ ກ່ຽວກັບ​ການ​ຮັບ​ຮູ້​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ ໃນ​ຊີ​ວິດ​ຂອງ​ເຮົາ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ມີ​ຄວາມ​ອົດ​ທົນ​ກັບ​ຕົວເອງ. ຮາກ​ຖານຂອງ​ສັດ​ທາ​ແມ່ນ​ຖືກ​ສ້າງ​ຂຶ້ນ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ. ຖ້າ​ຫາກ​ທ່ານ​ພົບ​ເຫັນ​ຄຳ​ສອນ​ໃດ​ໜຶ່ງ ຍາກ​ທີ່​ຈະ​ເຂົ້າໃຈ​ໃນ​ເວ​ລານີ້, ໃຫ້​ມີ​ຄວາມ​ອົດ​ທົນ. ໃຫ້​ໄວ້​ວາງ​ໃຈ​ວ່າ ຄວາມ​ເຂົ້າ​ໃຈ​ຈະ​ມີ​ມາ ຂະ​ນະ​ທີ່​ທ່ານ​ສ້າງ​ຮາກ​ຖານ​ຢູ່​ເທິງ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ໃຊ້​ສັດ​ທາ ແລະ ການ​ສຶກ​ສາ​ຢ່າງ​ພາກ​ພຽນ.

ຮູບ​ພາບ
ນີໄຟ ແລະ ລີໄຮ ຢູ່​ໃນ​ຄຸກ

© The Book of Mormon for Young Readers [ພຣະ​ຄຳ​ພີ​ມໍ​ມອນ​ສຳ​ລັບ​ຜູ້​ອ່ານ​ທີ່​ອາ​ຍຸ​ນ້ອຍ], Nephi and Lehi Encircled by a Pillar of Fire [ນີໄຟ ແລະ ລີໄຮ ຖືກ​ລ້ອມ​ດ້ວຍ​ເລົາ​ໄຟ], ໂດຍ ບຣິອານາ ຊໍຄຣອບ; ຫ້າມ​ລອກ​ແບບ

ພິມ