ຈົ່ງ​ຕາມ​ເຮົາ​ມາ
ວັນທີ 11–17 ເດືອນ​ພຶດສະພາ. ໂມໄຊຢາ 18–24: “ພວກ​ເຮົາ​ໄດ້​ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ”


“ວັນທີ 11–17 ເດືອນ​ພຶດສະພາ. ໂມໄຊຢາ 18–24: ‘ພວກ​ເຮົາ​ໄດ້​ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 11–17 ເດືອນ​ພຶດສະພາ. ໂມໄຊຢາ 18–24,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ຜູ້​ຄົນ​ຂອງ​ລິມໄຮ​ລັກ​ໜີ

ມິເນີວາ ເຄ ໄທເກີດ (1888-1976), Escape of King Limhi and His People [ການ​ລັກ​ໜີ​ຂອງ​ກະ​ສັດ​ລິມໄຮ ແລະ ຜູ້​ຄົນ​ຂອງ​ເພິ່ນ], 1949-1951, ສີ​ນ້ຳ​ມັນ ເທິງ​ແຜ່ນ​ໄມ້​ອັດ, 35 7/8 x 48 ນິ້ວ. ຫໍ​ພິ​ພິດ​ທະ​ພັນ​ສິລະ​ປະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ບຣິກຳ ຢັງ, 1969.

ວັນທີ 11–17 ເດືອນ​ພຶດສະພາ

ໂມໄຊຢາ 18–24

ພວກ​ເຮົາ​ໄດ້​ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ

ປະທານ​ທອມມັສ ແອັສ ມອນສັນ ໄດ້​ສິດ​ສອນ​ວ່າ, “ເມື່ອ​ເຮົາ​ອ່ານ ແລະ ໄຕ່​ຕອງ​ພຣະ​ຄຳ​ພີ, ເຮົາ​ຈະ​ປະ​ສົບ​ກັບ​ການ​ສື່ມ​ທີ່​ອ່ອນ​ຫວານ​ຂອງ​ພຣະ​ວິນ​ຍານຕໍ່​ຈິດ​ວິນ​ຍານ​ຂອງ​ເຮົາ” (“We Never Walk Alone,” Ensign ຫລື Liahona, Nov. 2013, 122).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເລື່ອງ​ລາວ​ຂອງ​ແອວມາ ແລະ ຜູ້​ຄົນ​ຂອງ​ເພິ່ນ ຢູ່ໃນ ໂມໄຊຢາ 18; 23–24 ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ໝາຍ​ຂອງ​ການ “ມາ​ຫາ​ຝູງ​ຊົນ​ຂອງ​ພຣະ​ເຈົ້າ” (ໂມໄຊຢາ 18:8). ເມື່ອ​ພວກ​ເຂົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ, ພວກ​ເຂົາ​ກໍ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ທີ່​ຈະ “ຮັບ​ໃຊ້​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ” (ໂມໄຊຢາ 18:10). ເຖິງ​ແມ່ນ​ສິ່ງນີ້​ເປັນ​ການ​ເຮັດ​ຄຳ​ໝັ້ນ​ສັນ​ຍາ​ສ່ວນ​ຕົວ​ທີ່​ເຂັ້ມ​ງວດ, ແຕ່​ມັນ​ຍັງ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ວິ​ທີ​ທີ່​ພວກ​ເຂົາ​ປະ​ຕິ​ບັດ​ຕໍ່​ກັນ​ແລະ​ກັນ​ນຳ​ອີກ. ແມ່ນ​ແລ້ວ, ການ​ເດີນ​ທາງ​ກັບ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເປັນ​ເລື່ອງ​ສ່ວນ​ຕົວ ແລະ ເລື່ອງ​ບຸກ​ຄົນ, ແລະ ບໍ່​ມີ​ຄົນ​ໃດ​ສາ​ມາດ​ຮັກສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ໃຫ້​ເຮົາ, ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ເຮົາ​ຢູ່​ຕາມ​ລຳ​ພັງ. ເຮົາ​ຕ້ອງ​ການ​ກັນ​ແລະ​ກັນ. ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ໂດຍ​ການ​ຊ່ວຍ ແລະ ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ ຢູ່​ໃນ​ເສັ້ນ​ທາງ, “ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ” (ໂມໄຊຢາ 18:8–10). ຜູ້​ຄົນ​ຂອງ​ແອວມາ ໄດ້​ມີພາ​ລະ​ແບກ​ຫາບ​ທີ່​ໜັກ​ໜ່ວງ​ແທ້ໆ, ຄື​ກັນ​ກັບ​ເຮົາ​ທຸກ​ຄົນ. ແລະ ວິ​ທີ​ໜຶ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຫລືອ​ເຮົາ​ໃຫ້ “ທົນ​ຕໍ່​ພາ​ລະ​ແບກ​ຫາບ [ຂອງ​ເຮົາ] ຢ່າງ​ງ່າຍ​ດາຍ” (ໂມໄຊຢາ 24:15) ແມ່ນ​ໂດຍ​ການມອບ​ຊຸມ​ຊົນ​ຂອງ​ໄພ່​ພົນ​ໃຫ້​ເຮົາ ຜູ້​ທີ່​ໄດ້ສັນ​ຍາ​ທີ່​ຈະ​ເປັນ​ທຸກ​ກັບ​ເຮົາ ແລະ ປອບ​ໃຈ​ເຮົາ, ຄື​ກັນ​ກັບ​ທີ່​ເຮົາ​ໄດ້​ສັນ​ຍາ​ທີ່​ຈະ​ເຮັດ​ເພື່ອ​ເຂົາ​ເຈົ້າ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂມໄຊຢາ 18:1–17

ການ​ບັບ​ຕິ​ສະ​ມາ​ແມ່ນ​ຮ່ວມ​ທັງ​ພັນ​ທະ​ສັນ​ຍາ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ອົງ.

ໂມໄຊຢາ 18:8–10 ບັນ​ຈຸ​ຄຳ​ສອນ​ຂອງ​ແອວມາ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ, ຫລື ຄຳ​ສັນ​ຍາ​ທີ່​ເຮົາເຮັດ​ກັບ​ພຣະ​ເຈົ້າ ຕອນ​ຮັບ​ບັບ​ຕິ​ສະ​ມາ. ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ໃຫ້​ໄຕ່​ຕອງ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

  • ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້ ກ່ຽວ​ກັບ​ຄຳ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ​ຕອນ​ຮັບ​ບັບ​ຕິ​ສະ​ມາ? ພຣະ​ເຈົ້າ​ໄດ້​ສັນ​ຍາ​ຫຍັງ​ກັບ​ທ່ານ?

  • ການ​ເຮັດພັນ​ທະ​ສັນ​ຍາ​ທີ່​ຈະ​ຮັບ​ໃຊ້​ພຣະ​ເຈົ້າ (ເບິ່ງ ຂໍ້ທີ 10) ກ່ຽວ​ຂ້ອງ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ກັນ​ແລະ​ກັນ​ແນວ​ໃດ? (ເບິ່ງ ຂໍ້ທີ 8–9).

  • ທ່ານ​ໄດ້ເຮັດ​ຫຍັງ​ເພື່ອ​ຮັກ​ສາຄຳ​ສັນ​ຍາ​ຂອງ​ທ່ານ?

  • ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ທ່ານ ຊ່ວຍ​ທ່ານ​ໃຫ້ “ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ” ແນວ​ໃດ? (ໂມໄຊຢາ 18:14). ພຣະ​ວິນ​ຍານ​ຊ່ວຍ​ທ່ານ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ແນວ​ໃດ?

ຮູບ​ພາບ
ການ​ບັບ​ຕິ​ສະ​ມາ​ຢູ່​ໃນ​ນ້ຳ​ທະ​ເລ

ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ເຮົາ​ຮັບ​ເອົາ​ພອນ​ຂອງ​ພຣະ​ອົງ.

ເລື່ອງນີ້​ກໍ​ຍັງ​ເປີດ​ເຜີຍ​ແບບ​ແຜນ​ ທີ່​ຖືກ​ຕ້ອງ​ຂອງ​ການ​ບັບ​ຕິ​ສະ​ມາ​ນຳ​ອີກ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່ ຢູ່ໃນ ຂໍ້ທີ 14–17 ກ່ຽວ​ກັບ​ວິ​ທີ​ປະ​ຕິ​ບັດ​ການ​ບັບ​ຕິ​ສະ​ມາ? ທ່ານ​ຮຽນ​ຮູ້​ຫຍັງ​ອີກ​ແດ່​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ຈາກ ມັດທາຍ 3:16; ໂຣມ 6:3–5; 3 ນີໄຟ 11:21–28; ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:72–74?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37, 77, 79 ນຳ​ອີກ.

ໂມໄຊຢາ 18:17–30

ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ຄວນເປັນ​ອັນ​ໜຶ່ງ​ດຽວ​ກັນ.

ດັ່ງ​ທີ່​ແອວມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ຄົ້ນ​ພົບ, ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ບາງ​ເທື່ອ​ກໍ​ໝາຍ​ເຖິງ​ການ​ປະ​ທິດ​ທາງ​ທີ່​ຄຸ້ນເຄີຍ​ຂອງ​ຊີ​ວິດ ເພື່ອ​ບາງ​ສິ່ງ​ທີ່​ໃໝ່ ແລະ ແຕກ​ຕ່າງ. ແຕ່​ຜູ້​ຄົນ​ຂອງ​ແອວມາ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ຈາກ​ກັນ​ແລະ​ກັນ ໃນ​ການ​ເປັນ​ພາກ​ສ່ວນ​ຂອງ “ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ” (ໂມໄຊຢາ 18:17). ຄຳ​ສອນ​ຢູ່​ໃນ ໂມໄຊຢາ 18:17–30 ດົນ​ໃຈ​ທ່ານ​ໃຫ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ດີກວ່າ​ເກົ່າ​ແນວ​ໃດ? ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ຊ່ວຍ​ສະ​ມາ​ຊິກ​ຂອງ​ຫວອດ ຫລື ຂາ​ສາ​ຂອງ​ທ່ານ ໃຫ້ “ຜູກ​ພັນ​ກັນ​ໄວ້​ໃນ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ໃນ​ຄວາມ​ຮັກ”? (ໂມໄຊຢາ 18:21).

ເບິ່ງ Henry B. Eyring, “Our Hearts Knit as One,” Ensign ຫລື Liahona, Nov. 2008, 68–71 ນຳ​ອີກ.

ໂມໄຊຢາ 19–20

ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຈະ​ເກີດ​ເປັນ​ຈິງ.

ອະ​ບີ​ນາ​ໄດ​ໄດ້​ທຳ​ນາຍ​ກ່ຽວ​ກັບບາງ​ສິ່ງ​ທີ່​ຈະ​ເກີດ​ກັບ​ກະ​ສັດ​ໂນ​ອາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໂດຍ​ສະ​ເພາະ ຖ້າ​ຫາກ​ພວກ​ເຂົາ​ປະ​ຕິ​ເສດ​ທີ່​ຈະ​ກັບ​ໃຈ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ທຳ​ນາຍ​ບາງ​ຢ່າງ​ເຫລົ່າ​ນີ້ ຟັງ​ແລ້ວ​ກໍ​ບໍ່​ເປັນ​ໜ້າ​ເຊື່ອ (ເບິ່ງ ໂມໄຊຢາ 12:1–8, 14–15), ໂດຍ​ສະ​ເພາະ ນັບ​ແຕ່​ຊາວ​ນີ​ໄຟ​ໄດ້​ປົກ​ປ້ອງ​ຕົວ​ເອງ​ຈາກ​ຊາວ​ເລ​ມັນ ມາ​ເປັນ​ເວ​ລາ​ເກືອບ​ເຖິງ 50 ປີ​ແລ້ວ (ເບິ່ງ ໂມໄຊຢາ 9:16–18; 11:19). ແຕ່​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຈະ​ເກີດ​ເປັນ​ຈິງ—ໃນ​ວັນ​ເວ​ລາ​ຂອງ​ເຮົາ ເທົ່າໆ​ກັບ​ໃນ​ວັນ​ເວ​ລາ​ຂອງ​ອະ​ບີ​ນາ​ໄດ.

ທ່ານ​ພົບ​ເຫັນ​ຫຍັງ ຢູ່​ໃນ ໂມໄຊຢາ 19–20 ທີ່​ພາ​ໃຫ້​ກີ​ເດ​ໂອນ​ປະ​ກາດ​ວ່າ ການ​ທຳ​ນາຍ​ຂອງ​ອະ​ບີ​ນາ​ໄດ ໄດ້​ເກີດ​ເປັນ​ຈິງ​ແລ້ວ? (ເບິ່ງ ໂມໄຊຢາ 20:21). ເລື່ອງນີ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ທ່ານ​ແນວ​ໃດ ໃນ​ຄຳ​ເຕືອນ ແລະ ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ແລະ ໃນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ທ່ານ ທີ່​ຈະເຮັດ​ຕາມ​ຖ້ອຍ​ຄຳ​ຂອງ​ພວກ​ເພິ່ນ? ຕອນໃດ​ທີ່​ທ່ານ​ໄດ້​ເຫັນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ເກີດ​ເປັນ​ຈິງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ?

ໂມໄຊຢາ 21–24

ພຣະ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ພາ​ລະຂອງ​ເຮົາ​ເບົາ​ບາງ​ລົງ.

ທັງຜູ້​ຄົນ​ຂອງ​ລິມໄຮ ແລະ ຜູ້​ຄົນ​ຂອງ​ແອວມາ ໄດ້​ຕົກ​ຢູ່​ໃນ​ຄວາມ​ເປັນ​ທາດ, ເຖິງ​ແມ່ນ​ດ້ວຍ​ເຫດ​ຜົນ ແລະ ດ້ວຍ​ສະ​ຖາ​ນະ​ການ​ທີ່​ແຕກ​ຕ່າງ​ກັນ​ກໍ​ຕາມ. ທ່ານ​ສາ​ມາດ​ຮຽນຮູ້​ຫຍັງ​ແດ່​ໂດຍ​ການ​ປຽບ​ທຽບ​ເລື່ອງ​ລາວ​ຂອງ​ຜູ້​ຄົນ​ຂອງ​ລິມໄຮ ຢູ່​ໃນ ໂມໄຊຢາ 19–22 ໃສ່​ກັບ​ຜູ້​ຄົນ​ຂອງແອວມາ ຢູ່​ໃນ ໂມໄຊຢາ 18; 23–24? ທ່ານ​ສາ​ມາດ​ສັງ​ເກດ​ເຫັນ​ວິ​ທີ​ທີ່​ແຕ່​ລະ​ກຸ່ມ​ເຫລົ່າ​ນີ້ ໄດ້​ຕອບ​ຮັບ​ຕໍ່​ການ​ເປັນ​ຊະ​ເລີຍ ຫລື ວິ​ທີ​ທີ່​ແຕ່​ລະ​ກຸ່ມ​ໄດ້​ຖືກ​ປົດ​ປ່ອຍ​ໃນ​ທີ່​ສຸດ. ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ຈົ່ງ​ຊອກ​ຫາ​ຂ່າວ​ສານ​ທີ່​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ທ່ານ. ຍົກ​ຕົວ​ຢ່າງ, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເລື່ອງ​ເຫລົ່າ​ນີ້ ທີ່​ຈະ​ຊ່ວຍ​ທ່ານແບກ​ຫາບ​ພາ​ລະ​ຂອງ​ທ່ານ?

ໂມໄຊຢາ 23:21–24; 24:8–17

ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ.

ເຖິງ​ແມ່ນ​ວ່າພວກ​ເຂົາ​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ, ແຕ່​ແອວມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ຍັງ​ພົບ​ເຫັນ​ຕົວ​ເອງ​ຢູ່​ໃນ​ຄວາມ​ເປັນ​ທາດ​ຢູ່​ຄື​ເກົ່າ. ປະ​ສົບ​ການ​ຂອງ​ພວກ​ເຂົາ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ໄວ້​ວາງ​ໃຈ​ພຣະ​ຜູ້​ເປັນ​ເຈົ້າ ແລະ ການ​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ບໍ່​ໄດ້​ປ້ອງ​ກັນ​ຈາກ​ຄວາມ​ຫຍຸ້ງ​ຍາກ​ສະ​ເໝີ​ໄປ, ແຕ່​ມັນ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະຄວາມ​ຫຍຸ້ງ​ຍາກ​ເຫລົ່າ​ນັ້ນ. ຂະ​ນະ​ທີ່​ທ່ານ​ອ່ານ ໂມໄຊຢາ 23:21–24 ແລະ 24:8–17, ໃຫ້​ສັງ​ເກດ​ເບິ່ງ​ຂໍ້​ຄວາມ ແລະ ສຳ​ນວນ ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮຽນ​ຮູ້​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະເຈົ້າ, ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ທ່ານ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ.

ເບິ່ງ Thomas S. Monson, “I Will Not Fail Thee, nor Forsake Thee,” Ensign ຫລື Liahona, Nov. 2013, 85–87 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳຂໍ້ໃດ​ທີ່ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ໂມໄຊຢາ 18:1–4

ມີ​ຄຳ​ກ່າວ​ໄວ້​ວ່າ ນັບແກ່ນ​ຈາກ​ໝາກ​ນັ້ນ ນັບ​ໄດ້, ແຕ່​ນັບ​ໝາກ​ຈາກ​ແກ່ນ​ນັ້ນ ນັບ​ບໍ່​ໄດ້. ມີ​ພຽງ​ແຕ່​ຄົນ​ດຽວ​ທີ່​ຮັບ​ເອົາ​ປະ​ຈັກ​ພະ​ຍານ​ຂອງ​ອະ​ບີ​ນາ​ໄດ, ແຕ່​ບຸກ​ຄົນ​ນັ້ນ—ແອວມາ—​ໄດ້​ເປັນ​ອິດ​ທິ​ພົນ​ຕໍ່​ຊາວ​ນີ​ໄຟ​ຫລາຍ​ລຸ້ນ​ຄົນ. ບາງ​ທີ​ທ່ານ​ຄວນ​ໃຊ້​ໝາກ​ໄມ້​ໜ່ວຍ​ໜຶ່ງ​ທີ່​ມີ​ແກ່ນ ເພື່ອ​ສາ​ທິດ​ຫລັກ​ທຳ​ຂໍ້​ນີ້. ຂ່າວ​ສານນີ້​ກ່ຽວ​ຂ້ອງ​ກັບ​ຄອບ​ຄົວ​ຂອງ​ເຮົາ​ແນວ​ໃດ? ເຮົາ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາໃຫ້​ກັບ​ຄົນ​ອື່ນ?

ໂມໄຊຢາ 18:8–10

ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ ຈາກ​ຂໍ້​ເຫລົ່າ​ນີ້? (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:73, 77–79 ນຳ​ອີກ). ເຮົາໄດ້​ເຮັດ​ຫຍັງ​ເພື່ອ​ກະ​ກຽມ ຫລື ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ?

ໂມໄຊຢາ 18:30

ມີ​ບ່ອນ​ໃດ​ແດ່​ທີ່​ມີ​ຄວາມ​ໝາຍ​ພິ​ເສດ​ຕໍ່​ເຮົາ ເພາະ​ປະ​ສົບ​ການ​ທາງວິນ​ຍານ​ທີ່​ເຮົາ​ມີ​ຢູ່​ທີ່ນັ້ນ?

ໂມໄຊຢາ 21:11–16; 24:10–15

ເຮົາ​ຮຽນ​ຮູ້​ຫຍັງ​ແດ່ ໂດຍ​ການ​ປຽບ​ທຽບ​ຄວາມ​ສາ​ມາດ​ຂອງ​ຜູ້​ຄົນ​ຂອງ​ແອວມາ ໃສ່​ກັບ​ຂອງ​ຜູ້​ຄົນ​ຂອງ​ລິມໄຮ?

ໂມໄຊຢາ 21:15; 24:11–15

ຂໍ້​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ບາງວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ເວ​ລາ​ທີ່​ສະ​ດວກ​ສຳ​ລັບ​ທ່ານ. ສ່ວນ​ຫລາຍ​ແລ້ວ ມັນ​ເປັນ​ສິ່ງ​ງ່າຍ​ທີ່​ສຸດ ທີ່​ຈະ​ຮຽນ​ຮູ້ ເມື່ອ​ທ່ານ​ສາ​ມາດ​ສຶກ​ສາ​ພຣະ​ຄຳ​ພີ ໂດຍ​ປາດ​ສະ​ຈາກ​ສິ່ງ​ລົບ​ກວນ. ໃຫ້​ຊອກ​ຫາ​ເວ​ລາ​ທີ່​ສະ​ດວກ​ສຳ​ລັບ​ທ່ານ, ແລະ ໃຫ້​ສຶກ​ສາ​ຢ່າງ​ສະ​ໝ່ຳ​ສະ​ເໝີ ໃນ​ເວ​ລາ​ດຽວ​ກັນ​ນັ້ນ​ທຸກໆ​ວັນ.

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ

The Waters of Mormon [ນ້ຳ​ມໍ​ມອນ], ໂດຍ ໂຮເຮ ໂກໂກ

ພິມ