ຈົ່ງ​ຕາມ​ເຮົາ​ມາ
ພາກ​ຫ້ອຍ​ທ້າຍ ຂ: “ຄວາມ​ຈິງ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ”


“ພາກ​ຫ້ອຍ​ທ້າຍ ຂ: ‘ຄວາມ​ຈິງ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ພາກ​ຫ້ອຍ​ທ້າຍ ຂ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ພາກ​ຫ້ອຍ​ທ້າຍ ຂ

“ຄວາມ​ຈິງ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ”

ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ຕຽມ​ໄວ້​ເພື່ອ​ໃຫ້​ອອກ​ມາ​ລະ​ຫວ່າງ​ຍຸກ​ສຸດ​ທ້າຍ, ຊຶ່ງ​ເປັນ​ເວ​ລາ​ທີ່​ຄວາມ​ສັບ​ສົນ​ໄດ້​ແຜ່​ລາມ​ໄປ​ທົ່ວ​ກ່ຽວ​ກັບ​ຄຳ​ສອນ, ຫລື ຄວາມ​ຈິງ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ. ພາກ​ສ່ວນ​ໜຶ່ງ​ໃນ​ຈຸດ​ປະ​ສົງ​ອັນ​ສູງສົ່ງ​ຂອງ​ປຶ້ມ​ເຫລັ້ມ​ນັ້ນ, ດັ່ງ​ທີ່​ນີໄຟ​ໄດ້​ເຫັນ​ລ່ວງ​ໜ້າ, ແມ່ນ​ເພື່ອ “ສະ​ຖາ​ປະ​ນາ​ຄວາມ​ຈິງ​ຂອງ [ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ],” ເພື່ອ “ເຮັດ​ໃຫ້​ຮູ້​ສິ່ງ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ” ທີ່​ໄດ້​ສູນ​ເສຍ​ໄປ​ເປັນ​ເວ​ລາ​ຫລາຍ​ສັດ​ຕະ​ວັດ, ແລະ ເພື່ອ “ເຮັດ​ໃຫ້​ຮູ້​ກັນ​ໃນ​ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ, ວ່າ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ຄື ພຣະ​ບຸດ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ” (1 ນີໄຟ 13:40).

ພຣະ​ຄຳ​ພີ​ມໍ​ມອນ​ເປີດ​ເຜີຍ​ຄວາມ​ຈິງ​ນິ​ລັນ​ດອນ ທີ່​ໄດ້​ສູນ​ເສຍ​ໄປ​ລະ​ຫວ່າງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ ແລະ ຕື່ມ​ພະ​ຍານ​ຢ່າງ​ທີ​ສອງ​ອັນ​ແຈ່ມ​ແຈ້ງ ໃສ່​ກັບ​ຄວາມ​ຈິງ​ຫລາຍ​ຢ່າງ ທີ່​ຖືກ​ສິດ​ສອນ​ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ. ຕໍ່​ໄປ​ນີ້​ແມ່ນ​ຄວາມ​ຈິງ​ສອງ​ສາມ​ຢ່າງ​ເຫລົ່າ​ນັ້ນ. ໃຫ້​ຊອກ​ຫາ​ຄວາມ​ຈິງ​ທີ່​ແຈ່ມ​ແຈ້ງ ແລະ ມີ​ຄ່າ​ເຫລົ່າ​ນີ້ ແລະ ຢ່າງ​ອື່ນໆ ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ.

ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ

  • ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ເຢ​ຊູ​ຄຣິດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ ເປັນ​ຕົນ​ເປັນ​ຕົວ​ຂອງ​ໃຜ​ລາວ ແຕ່​ມີ​ຈຸດ​ປະ​ສົງ​ດຽວ​ກັນ (ເບິ່ງ 3 ນີໄຟ 11:32, 36).

  • ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ ມີ​ຮ່າງ​ກາຍ​ທີ່ສຳ​ພັດ​ໄດ້ (ເບິ່ງ 3 ນີໄຟ 11:10–17).

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ກ່ຽວ​ກັບ​ຝ່າຍ​ພຣະ​ເຈົ້າ: 2 ນີໄຟ 31:6–8; ອີ​ເທີ 12:41

ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ

  • ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ເພື່ອ​ບາບ​ຂອງ​ເຮົາ ແລະ ໄດ້​ຮັບ​ຄວາມ​ທຸກ ເພື່ອ​ວ່າ​ພຣະ​ອົງ​ຈະ​ຮູ້​ວິ​ທີ​ຊ່ວຍ​ເຫລືອ​ເຮົາ (ເບິ່ງ ແອວມາ 7:11–13).

  • ເຮົາ​ສາ​ມາດ​ກາຍ​ເປັນ​ຄົນ​ດີ​ພ້ອມ​ໄດ້ ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ໂມ​ໂຣ​ໄນ 10:32–33).

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: 1 ນີໄຟ 10:6; 2 ນີໄຟ 2:6–9; ຢາໂຄບ 4:11–12; ໂມ​ໄຊ​ຢາ 3:1–19; ແອວມາ 34:8–16

ແຜນ​ແຫ່ງ​ຄວາມ​ລອດ

  • ການ​ຕົກ​ຂອງ​ອາ​ດາມ ແລະ ເອ​ວາ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ (ເບິ່ງ 2 ນີໄຟ 2:22–27).

  • ການ​ກົງ​ກັນ​ຂ້າມ​ແມ່ນ​ຈຳ​ເປັນ​ສຳ​ລັບ​ເຮົາ ເພື່ອຈະ​ສາ​ມາດ​ໃຊ້​ອຳ​ເພີ​ໃຈ (ເບິ່ງ 2 ນີໄຟ 2:11–16).

  • ເຮົາ​ຈະຖືກ​ພິ​ພາກ​ສາ​ອີງ​ຕາມ​ວຽກ​ງານ ແລະ ຄວາມ​ປາດ​ຖະ​ໜາ​ຂອງໃຈ​ເຮົາ (ເບິ່ງ ແອວມາ 41:3–7).

  • “ທະ​ເລ​ໄຟ ແລະ ມາດ” ເປັນ​ເຄື່ອງ​ໝາຍ​ຂອງ​ຄວາມເຈັບ​ປວດ ຂອງ​ການບໍ່​ກັບ​ໃຈ (ເບິ່ງ 2 ນີໄຟ 9:16–19; ໂມ​ໄຊ​ຢາ 3:24–27).

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ: 2 ນີໄຟ 9:11–26; ແອວມາ 22:12–14; 34:31–35; 42:1–26

ການ​ປະ​ຖິ້ມ​ຄວາມ​ເຊື່ອ ແລະ ການ​ຟື້ນ​ຟູ

  • ການ​ປະ​ຖິ້ມ​ຄວາມ​ເຊື່ອ​ອັນ​ຍິ່ງ​ໃຫຍ່​ໄດ້​ເກີດ​ຂຶ້ນ​ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມບໍ່​ເຊື່ອ​ຖື (ເບິ່ງ ມໍ​ມອນ 8:28, 31–41).

  • ພຣະ​ຄຳ​ພີ​ມໍ​ມອນ​ສະ​ຖາ​ປະ​ນາ​ຄວາມ​ຈິງ ທີ່​ຖືກ​ສິດ​ສອນ​ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ (ເບິ່ງ 1 ນີໄຟ 13:19–41; 2 ນີໄຟ 3:12).

  • ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ຄວນ​ຖືກ​ເອີ້ນ​ຕາມ​ພຣະ​ນາມ​ຂອງ​ພຣະ​ອົງ (ເບິ່ງ 3 ນີໄຟ 27:3–9).

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ປະ​ຖິ້ມ​ຄວາມ​ເຊື່ອ: 1 ນີໄຟ 13:1–9, 24–29; 2 ນີໄຟ 27–28

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ຟື້ນ​ຟູ: 1 ນີໄຟ 14:7–12; 22:7–11; 2 ນີໄຟ 3:7–24; 25:17–18

ສາດ​ສະ​ດາ ແລະ ການ​ເປີດ​ເຜີຍ

  • ສາດ​ສະ​ດາ​ທັງ​ຫລາຍ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ (ເບິ່ງ ໂມ​ໄຊ​ຢາ 13:33–35).

  • ຄວາມ​ຮູ້​ເຖິງ​ຄວາມ​ຈິງ​ທາງວິນ​ຍານ ມາ​ເຖິງ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (ເບິ່ງ ແອວມາ 5:45–47).

  • ພຣະ​ຄຣິສ​ຕະ​ທຳ​ຄຳ​ພີບໍ່​ໄດ້​ບັນ​ຈຸ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ທັງ​ໝົດ (ເບິ່ງ 2 ນີໄຟ 29:10–13).

  • ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ​ຍັງ​ບໍ່​ໝົດ​ໄປ​ເທື່ອ ໃນ​ວັນ​ເວ​ລາ​ຂອງ​ເຮົາ (ເບິ່ງ ມໍມອນ 9:7–9).

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ກ່ຽວ​ກັບ​ສາດ​ສະ​ດາ: 1 ນີໄຟ 22:1–2; ໂມ​ໄຊ​ຢາ 8:16–18; ຮີ​ລາ​ມັນ 13:24–33

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ເປີດ​ເຜີຍ: ຢາໂຄບ 4:8; ແອວມາ 12:9–11; 17:2–3; ໂມ​ໂຣ​ໄນ 10:5

ຖາ​ນະ​ປະ​ໂລ​ຫິດ

  • ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ເອີ້ນ ແລະ ຖືກ​ຕຽມ​ໄວ້ ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ (ເບິ່ງ ແອວມາ 13:1–3).

  • ບຸກ​ຄົນ​ຕ້ອງ​ໄດ້​ຮັບ​ສິດ​ອຳ​ນາດ​ຈາກ​ພຣະ​ເຈົ້າ ກ່ອນ​ຈະ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ (ເບິ່ງ ໂມ​ໄຊ​ຢາ 23:17).

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ: ໂມ​ໄຊ​ຢາ 18:17–20; ແອວມາ 13; ຮີ​ລາ​ມັນ 10:7

ພິ​ທີ​ການ ແລະ ພັນທະສັນຍາ

  • ການ​ບັບ​ຕິ​ສະ​ມາ​ເປັນ​ສິ່ງ​ສຳ​ຄັນ​ຕໍ່​ການ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ (ເບິ່ງ 2 ນີໄຟ 31:4–13, 17–18).

  • ການ​ບັບ​ຕິ​ສະ​ມາ​ຕ້ອງ​ຖືກ​ກະ​ທຳ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ (ເບິ່ງ 3 ນີໄຟ 11:23–27).

  • ເດັກ​ນ້ອຍໆ​ບໍ່​ຈຳ​ເປັນ​ຕ້ອງ​ຮັບ​ບັບ​ຕິ​ສະ​ມາ (ເບິ່ງ ໂມ​ໂຣ​ໄນ 8:8–12).

  • ພິ​ທີ​ການ​ຕ່າງໆ​ຕ້ອງ​ຖືກ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ຄຣິດ ໂດຍ​ບຸກຄົນ​ທີ່​ມີ​ສິດ​ອຳ​ນາດ​ທີ່​ຖືກ​ຕ້ອງ (ເບິ່ງ ໂມ​ໄຊ​ຢາ 18:17–18; 3 ນີໄຟ 11:21–27; ໂມ​ໂຣ​ໄນ 4:1).

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ກ່ຽວ​ກັບ​ພິ​ທີ​ການ: ໂມ​ໄຊ​ຢາ 18:8–17; 21:33–35; ແອວມາ 13:16; 3 ນີໄຟ 18:1–11; ໂມ​ໂຣ​ໄນ 2–6; 8:4–26

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ: 2 ນີໄຟ 11:5; ໂມ​ໄຊ​ຢາ 5:1–9; ແອວມາ 24:17–18

ການ​ແຕ່ງງານ ແລະ ຄອບຄົວ

  • ສາ​ມີ ແລະ ພັນ​ລະ​ຍາ​ຄວນ​ຮັກ​ກັນ​ແລະ​ກັນ (ເບິ່ງ ຢາ​ໂຄບ 3:5–7).

  • ພໍ່​ແມ່​ຄວນ​ລ້ຽງ​ດູ​ລູກ​ເຕົ້າ​ຂອງ​ຕົນ​ໄວ້​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ 1 ນີໄຟ 7:1).

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ແຕ່ງ​ງານ ແລະ ຄອບ​ຄົວ: 1 ນີໄຟ 1:1; 2 ນີໄຟ 25:26; ຢາໂຄບ 2:23–28; ເອໂນດ 1:1; ໂມ​ໄຊ​ຢາ 4:14–15; 3 ນີໄຟ 18:21

ພຣະບັນຍັດ

  • ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕຽມ​ວິ​ທີໃຫ້​ເຮົາ ເພື່ອບັນ​ລຸ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ (ເບິ່ງ 1 ນີໄຟ 3:7).

  • ພຣະ​ເຈົ້າ​ສັນ​ຍາ​ວ່າ ຈະ​ປະ​ທານ​ພອນ​ໃຫ້​ເຮົາ ຖ້າ​ຫາກ​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ (ເບິ່ງ ໂມ​ໄຊ​ຢາ 2:22–24).

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ​ກ່ຽວ​ກັບ​ພຣະ​ບັນ​ຍັດ: 1 ນີໄຟ 17:3; 22:30–31; ແອວມາ 37:13, 35; 50:20

ພິມ