ຈົ່ງ​ຕາມ​ເຮົາ​ມາ
ພາກ​ຫ້ອຍ​ທ້າຍ ກ: ພຣະ​ວິນ​ຍານ​ເປັນ​ພະ​ຍານ​ຕໍ່​ເຮົາ​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ຈິງ​ແທ້​ແນວ​ໃດ?


“ພາກ​ຫ້ອຍ​ທ້າຍ ກ: ພຣະ​ວິນ​ຍານ​ເປັນ​ພະ​ຍານ​ຕໍ່​ເຮົາ​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ຈິງ​ແທ້​ແນວ​ໃດ?” ຈົ່ງ​ຕາມ​ເຮົາ​ມາ—​ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ພາກ​ຫ້ອຍ​ທ້າຍ ກ,” ຈົ່ງ​ຕາມ​ເຮົາ​ມາ—​ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ພາກ​ຫ້ອຍ​ທ້າຍ ກ

ພຣະ​ວິນ​ຍານ​ເປັນ​ພະ​ຍານ​ຕໍ່​ເຮົາ​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ຈິງ​ແທ້​ແນວ​ໃດ?

ທ່ານ​ອາດ​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ຄຳ​ສັນ​ຍາ​ຂອງ​ໂມ​ໂຣ​ໄນ​ຕໍ່​ທຸກ​ຄົນ​ທີ່​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ວ່າ: “ຖ້າ​ຫາກ​ທ່ານ​ທູນ​ຖາມ​ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະນາ​ອັນ​ແທ້​ຈິງ, ໂດຍ​ມີ​ສັດທາ​ໃນ​ພຣະ​ຄຣິດ, ພຣະ​ອົງ​ຈະ​ສະ​ແດງ​ຄວາມ​ຈິງ​ຂອງ [ພຣະ​ຄຳ​ພີ​ມໍ​ມອນ] ໃຫ້​ປະຈັກ​ແກ່​ທ່ານ, ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ” (ໂມ​ໂຣ​ໄນ 10:4). ການ​ຮູ້​ຄວາມ​ຈິງ “ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” ໝາຍ​ຄວາມ​ວ່າ​ແນວ​ໃດ? ທ່ານ​ຈະ​ຮູ້​ຈັກ​ຕອນ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກ່າວ​ກັບ​ທ່ານໄດ້​ແນວ​ໃດ?

ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ຈື່​ຈຳ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສື່​ສານ​ກັບ​ເຮົາ ໃນ​ວິ​ທີ​ທາງ​ທີ່​ແຕກ​ຕ່າງ​ຈາກວິ​ທີ​ທາງ​ທີ່​ເຮົາ​ເຄີຍ​ສື່​ສານ​ກັບ​ກັນ​ແລະ​ກັນ. ແຕ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ​ປະ​ສົງ​ຈະ​ຊ່ວຍ​ທ່ານ​ໃຫ້​ຮຽນ​ຮູ້​ທີ່​ຈະ​ຮັບ​ຮູ້​ພຣະ​ວິນ​ຍານ. ພຣະ​ອົງ​ໄດ້​ປະ​ທານ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ທ່ານ, ຊຶ່ງ​ໃນ​ນັ້ນ ຜູ້​ຮັບ​ໃຊ້​ທີ່​ຊື່​ສັດ​ຫລາຍ​ຄົນ ໄດ້​ບັນ​ຍາຍ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ດ້ວຍ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຍົກ​ຕົວ​ຢ່າງ, ນີໄຟ​ໄດ້​ບອກ​ພວກ​ອ້າຍ​ຂອງ​ເພິ່ນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວກັບ​ພວກ​ເຂົາ “ດ້ວຍ​ສຽງ​ອັນ​ເບົາໆ,” ເຖິງ​ແມ່ນບໍ່​ໄດ້​ເປັນ​ສຸ​ລະ​ສຽງ​ທີ່​ພວກ​ເຂົາ​ສາ​ມາດ​ໄດ້​ຍິນ ດ້ວຍ​ຫູ​ຂອງ​ຕົວ​ເອງ​ກໍ​ຕາມ. ຕາມ​ຈິງ​ແລ້ວ, ນີໄຟ​ໄດ້​ກ່າວ​ວ່າ​ພວກ​ອ້າຍ​ຂອງ​ເພິ່ນ “ມີ​ໃຈ​ແຂງ” ແລະ “ຮູ້​ສຶກ ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ​ບໍ່​ໄດ້” (1 ນີໄຟ 17:45, ເນັ້ນ​ຄຳ​ເນີ້ງ). ເອ​ໂນດ​ໄດ້​ບັນ​ຍາຍ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ​ວ່າ “ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ໄດ້ “ເຂົ້າ​ສູ່​ຈິດ​ໃຈ [ຂອງ​ເພິ່ນ]” (ເອໂນດ 1:10). ແລະ ໃຫ້​ພິ​ຈາ​ລະ​ນາ​ຖ້ອຍ​ຄຳ​ເຫລົ່າ​ນີ້ ທີ່​ບັນ​ຍາຍກ່ຽວ​ກັບ​ສຽງ​ດັງວ່າ ມັນມາ​ຈາກ​ຟ້າ​ສະ​ຫວັນ ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່ຟື້ນ​ຄືນ​ພຣະ​ຊົນ​ໄດ້​ມາ​ປະ​ກົດ ຢູ່​ໃນ​ແຜ່ນ​ດິນ​ອຸ​ດົມ​ສົມ​ບູນ ທີ່​ວ່າ: “ມັນ​ບໍ່​ແມ່ນ​ສຽງ​ໂຫດ​ຫ້ຽມ, ທັງ​ບໍ່​ແມ່ນ​ສຽງ​ດັງ; ເຖິງ​ຢ່າງ​ໃດ​ກໍ​ຕາມ, … ມັນ​ໄດ້​ສຽບ​ແທງ​ພວກ​ເຂົາ​ຈົນ​ເຖິງ​ຮອດ​ຈິດ​ວິນ​ຍານ​ທຸກ​ສ່ວນ, ແລະ ໄດ້​ເຮັດ​ໃຫ້​ໃຈ​ຂອງ​ພວກ​ເຂົາ​ຮ້ອນ​ໄໝ້” (3 ນີໄຟ 11:3).

ບາງ​ທີ​ທ່ານ​ອາດ​ເຄີຍ​ໄດ້​ມີ​ປະ​ສົບ​ການ​ທີ່​ຄ້າຍ​ຄື​ກັນ​ນີ້, ຫລື ປະ​ສົບ​ການຂອງ​ທ່ານ​ອາດ​ແຕກ​ຕ່າງ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສື່​ສານ​ໃນ​ຫລາຍໆ​ວິ​ທີ​ທາງ, ແລະ ການ​ເປີດ​ເຜີຍ​ສາ​ມາດ​ມາ​ສູ່​ເຮົາ​ແຕ່​ລະ​ຄົນ​ໃນ​ວິ​ທີ​ທາງ​ທີ່​ແຕກ​ຕ່າງ​ກັນ. ແລະ ເມື່ອ​ພຣະ​ວິນ​ຍານ​ສະ​ຖິດ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ຈະ​ເຫັນ​ອິດ​ທິ​ພົນ​ຂອງ​ພຣະ​ອົງຕໍ່​ເຮົາ​ໃນ​ຫລາຍ​ວິ​ທີ​ທາງ. ອັກ​ຄະ​ສາ​ວົກ​ໂປ​ໂລ ໄດ້​ກ່າວ​ເຖິງ “ຜົນ​ຂອງ​ພຣະ​ວິນ​ຍານ”—ຄວາມ​ຮູ້​ສຶກ​ເຖິງ “ຄວາມ​ຮັກ, ຄວາມ​ຊື່ນ​ຊົມ​ຍິນ​ດີ, ສັນ​ຕິ​ສຸກ, ຄວາມ​ອົດ​ທົນ​ດົນ​ນານ, ຄວາມ​ເມດ​ຕາ​ປາ​ນີ, ຄວາມ​ດີ, ສັດ​ທາ, ຄວາມ​ສຸ​ພາບ​ອ່ອນ​ຫວານ, ການ​ຮູ້​ຈັກ​ບັງ​ຄັບ​ຕົນ,” ຢູ່​ໃນ​ບັນ​ດາ​ຈຳ​ນວນ​ອື່ນໆ (ຄາ​ລາ​ເຕຍ 5:22–23).

ຕໍ່​ໄປ​ນີ້​ແມ່ນ​ຄຳ​ສອນ​ຢ່າງ​ອື່ນໆ​ຈຳ​ນວນ​ໜຶ່ງ ແລະ ຕົວ​ຢ່າງ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ກ່ຽວ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຂະ​ນະ​ທີ່​ທ່ານ​ອ່ານ, ທ່ານ​ອາດ​ເຫັນ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ກ່າວ​ກັບ​ທ່ານ ຫລາຍກວ່າ​ທີ່​ທ່ານ​ຮັບ​ຮູ້, ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຢ່າງ​ຈິງ​ແທ້​ແນ່ນອນ.

ຄວາມ​ກະ​ຕັນ​ຍູ ແລະ ຄວາມຊື່ນ​ຊົມ

ພຣະ​ຄຳ​ພີ​ມໍ​ມອນ ເລີ່ມ​ຕົ້ນ​ດ້ວຍ​ຄຳ​ທຳ​ນາຍ​ຂອງລີ​ໄຮ ເຫັນ​ພາບ​ນິ​ມິດ​ທີ່ມະ​ຫັດ​ສະ​ຈັນ. ຢູ່​ໃນ​ພາບ​ນິ​ມິດນີ້, ເພິ່ນ​ໄດ້​ຮັບ​ປຶ້ມ​ເຫລັ້ມ​ໜຶ່ງ ແລະ ຖືກ​ເຊື້ອ​ເຊີນ​ໃຫ້​ອ່ານ​ມັນ. “ເມື່ອ​ເພິ່ນ​ອ່ານ​ໜັງ​ສື,” ບັນ​ທຶກບອກ​ກ່າວ, “ເພິ່ນ​ກໍ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.” ປະ​ສົບ​ການນີ້​ໄດ້ເຮັດ​ໃຫ້​ລີ​ໄຮ​ສັນ​ລະ​ເສີນ​ພຣະ​ເຈົ້າ ສຳ​ລັບ “ອຳ​ນາດ, ແລະ ພຣະ​ກະ​ລຸ​ນາ​ທິ​ຄຸນ, ແລະ ຄວາມ​ເມດ​ຕາ” ຂອງ​ພຣະ​ອົງ, ແລະ “ຈິດ​ວິນ​ຍານ [ຂອງ​ລີ​ໄຮ] ປິ​ຕິ​ຍິນ​ດີ, ແລະ ສຸດ​ໃຈ​ຂອງ​ເພິ່ນ​ອີ່ມ​ເອີບ” (1 ນີໄຟ 1:12, 14–15).

ທ່ານ​ເຄີຍ​ມີ​ປະ​ສົບ​ການ​ທີ່​ຄ້າຍ​ຄື​ກັນນີ້​ບໍ? ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ເຄີຍ​ເຮັດ​ໃຫ້​ໃຈ​ຂອງ​ທ່ານ​ເຕັມ​ໄປ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ພຣະ​ກະ​ລຸ​ນາ​ທິ​ຄຸນ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ​ບໍ? ຂໍ້​ຄວາມ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ເຄີຍ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ທ່ານ​ປິ​ຕິ​ຍິນ​ດີ​ບໍ? ຄວາມ​ຮູ້​ສຶກ​ເຫລົ່າ​ນີ້ ຄື​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ, ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ຖ້ອຍ​ຄຳ​ທີ່​ທ່ານ​ກຳ​ລັງ​ອ່ານ​ຢູ່ ມາ​ຈາກ​ພຣະ​ເຈົ້າ ແລະ ສິດ​ສອນ​ຄວາມ​ຈິງ​ຂອງ​ພຣະ​ອົງ.

ຫົວ​ໃຈ​ທີ່​ປ່ຽນ​ແປງ

ຫລັງ​ຈາກ​ໄດ້​ເທດ​ສະ​ໜາ​ສັ່ງ​ສອນ​ຢ່າງ​ໜ້າ​ອັດ​ສະ​ຈັນ​ໃຈ ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ແລ້ວ (ເບິ່ງ ໂມ​ໄຊ​ຢາ 2–4), ກະ​ສັດ​ເບັນ​ຢາ​ມິນ​ປາດ​ຖະ​ໜາຢາກ​ຮູ້​ວ່າ​ຜູ້​ຄົນ​ຂອງ​ເພິ່ນ “ເຊື່ອ​ຄຳ​ເວົ້າ​ທີ່​ເພິ່ນ​ກ່າວ​ໄປ​ຫລື​ບໍ່.” ພວກ​ເຂົາ​ໄດ້​ຕອບ​ວ່າ ພວກ​ເຂົາ​ເຊື່ອ​ຄຳ​ເວົ້າ​ຂອງ​ເພິ່ນ. ເປັນຫຍັງ? “ເພາະ​ພຣະ​ວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່ ໄດ້​ກະ​ທຳ​ໃຫ້​ມີ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ໃນ​ພວກ​ເຮົາ, ຫລື ໃນ​ໃຈ​ຂອງ​ພວກ​ເຂົາ, ຈົນ​ວ່າ​ພວກ​ເຮົາ​ບໍ່​ມີ​ໃຈ​ທີ່​ຈະ​ກະ​ທຳ​ຄວາມ​ຊົ່ວ​ອີກ​ຕໍ່​ໄປ, ແຕ່​ປາດ​ຖະ​ໜາ​ຈະ​ເຮັດ​ແຕ່​ຄວາມ​ດີ​ໂດຍ​ຕະ​ຫລອດ” (ໂມ​ໄຊ​ຢາ 5:1–2).

ບາງ​ທີ​ທ່ານ​ອາດ​ສັງ​ເກດ​ເຫັນ​ບາງ​ສິ່ງ​ທີ່​ຄ້າຍ​ຄື​ກັນ ຢູ່​ໃນ​ໃຈ​ຂອງ​ທ່ານ ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເປັນ​ຄົນ​ດີ​ຂຶ້ນກວ່າ​ເກົ່າ, ໃຫ້​ຫັນ​ໜີ​ຈາກ​ບາບ, ຫລື ໃຫ້​ເຮັດ​ບາງ​ສິ່ງ​ທີ່​ດີ​ໃຫ້​ບາງ​ຄົນ. ສິ່ງນີ້​ຄື​ການ​ເປັນ​ພະ​ຍານ​ທາງວິນ​ຍານ ທີ່​ທ່ານ​ຊອກ​ຫາ ວ່າ​ພຣະ​ຄຳ​ພີ​ເຫລັ້ມ​ນີ້ ແມ່ນ​ມາ​ຈາກ​ການດົນ​ໃຈ​ຈາກ​ພຣະ​ເຈົ້າ. ເພາະ​ມໍ​ມອນ​ໄດ້​ສອນ​ວ່າ, “ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຊື້ອ​ເຊີນ ແລະ ຊັກ​ຈູງ​ໃຫ້​ເຮັດ​ຄວາມ​ດີ, ແລະ ໃຫ້​ຮັກ​ພຣະ​ເຈົ້າ ແລະ ໃຫ້​ຮັບ​ໃຊ້​ພຣະ​ອົງ, ແມ່ນ​ມາ​ຈາກ​ການ​ດົນ​ໃຈ​ຈາກ​ພຣະ​ເຈົ້າ” (ໂມ​ໂຣ​ໄນ 7:13; ເບິ່ງ 2 ນີໄຟ 33:4, 10; ແອວມາ 19:33; ອີເທີ 4:11–12 ນຳ​ອີກ).

ຄວາມ​ຄິດທີ່​ໄດ້​ຮັບ​ຄວາມ​ສະ​ຫວ່າງ

ຕອນ​ແອວ​ມາ​ຢາກ​ຊ່ວຍ​ຊາວ​ໂຊ​ຣຳໃຫ້ “ທົດ​ລອງ​ຄຳ​ເວົ້າ [ຂອງ​ເພິ່ນ]” ແລະ ຮູ້​ດ້ວຍ​ຕົວ​ເອງວ່າ ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ເປັນ​ຄວາມ​ຈິງ, ເພິ່ນ​ຈຶ່ງ​ໄດ້​ປຽບ​ທຽບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ໃສ່​ກັບ​ເມັດ​ພືດ ດັ່ງ​ນີ້: “ມັນ​ຈະ​ເລີ່ມ​ພອງ​ຢູ່​ໃນ​ເອິກ​ຂອງ​ພວກ​ທ່ານ, ແລະ ເມື່ອ​ພວກ​ທ່ານ​ຮູ້ສຶກ​ເຖິງ​ການ​ພອງ​ນີ້, ພວກ​ທ່ານ​ຈະ​ເລີ່ມ​ກ່າວ​ຢູ່​ພາຍ​ໃນ​ຕົວ​ເອງ​ວ່າ—ມັນ​ຕ້ອງ​ເປັນ​ເມັດ​ດີ ຫລື​ ວ່າ​ພຣະ​ຄຳ​ນີ້​ດີ ເພາະ​ມັນ​ເລີ່ມ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ຂະຫຍາຍ​ອອກ; ແທ້​ຈິງ​ແລ້ວ, ມັນ​ເລີ່ມ​ເຮັດ​ໃຫ້​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ແຈ້ງ​ອອກ, ແທ້​ຈິງ​ແລ້ວ, ມັນ​ເລີ່ມມີ​ລົດ​ແຊບ​ສຳລັບ​ເຮົາ” (ແອວ​ມາ 32:27–28).

ທ່ານ “ໃຫ້​ບ່ອນ” ຢູ່​ໃນ​ໃຈ​ຂອງ​ທ່ານ​ແກ່​ຖ້ອຍ​ຄຳ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ເມື່ອ​ທ່ານ​ປ່ອຍ​ໃຫ້​ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ມີ​ອິດ​ທິ​ພົນ​ຕໍ່​ຊີ​ວິດ​ຂອງ​ທ່ານ ແລະ ນຳ​ພາ​ການ​ເລືອກ​ຂອງ​ທ່ານ. ແລະ ຖ້ອຍ​ຄຳ​ເຫລົ່າ​ນີ້​ຈະເຮັດ​ໃຫ້ “ຈິດ​ວິນ​ຍານ [ຂອງ​ທ່ານ]” ຂະ​ຫຍາຍ​ອອກ ແລະ ເຮັດ​ໃຫ້ “ຄວາມ​ເຂົ້າ​ໃຈ [ຂອງ​ທ່ານ] ແຈ້ງ​ອອກ​ແນວ​ໃດ”? ທ່ານ​ອາດ​ຮູ້​ສຶກວ່າ ທ່ານ​ເລີ່ມ​ເຂັ້ມ​ແຂງ​ຂຶ້ນ​ທາງວິນ​ຍານ. ທ່ານ​ອາດ​ຮູ້​ສຶກ​ມີ​ຄວາມ​ຮັກ ແລະ ເປີດ​ໃຈ​ຕໍ່​ຄົນ​ອື່ນຫລາຍກວ່າ​ເກົ່າ. ທ່ານ​ອາດ​ສັງ​ເກດ​ເຫັນ​ອີກວ່າ ທ່ານ​ເຂົ້າ​ໃຈ​ສິ່ງ​ຕ່າງໆ​ດີ​ຂຶ້ນກວ່າ​ເກົ່າ, ໂດຍ​ສະ​ເພາະ​ສິ່ງ​ທີ່​ເປັນ​ທາງ​ຝ່າຍ​ວິນ​ຍານ—ຄື​ກັນ​ກັບ​ວ່າ ມີ​ແສງ​ສ່ອງ​ເຂົ້າ​ໃນຄວາມ​ຄິດ​ຂອງ​ທ່ານ. ແລະ ທ່ານ​ອາດ​ເຫັນ​ດ້ວຍ​ກັບ​ຄຳ​ສອນ ທີ່​ສິດ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ວ່າ “ມີ​ລົດ​ແຊບ.” ຄວາມ​ຮູ້​ສຶກ​ເຊັ່ນ​ນັ້ນ ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ວ່າ ທ່ານ​ໄດ້​ຮັບ​ພະ​ຍານ​ທາງວິນ​ຍານ​ແທ້ໆ ເຖິງ​ຄວາມ​ຈິງ, ດັ່ງ​ທີ່​ແອວ​ມາ​ໄດ້​ປະ​ກາດ​ວ່າ: “ໂອ້ ດັ່ງ​ນັ້ນ​ແລ້ວ, ນີ້ບໍ່​ແມ່ນ​ຄວາມ​ຈິງ​ບໍ? ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ຖືກ​ແລ້ວ, ເພາະມັນ​ຄື​ຄວາມ​ສະຫວ່າງ; ແລະ ອັນ​ໃດ​ກໍ​ຕາມ​ທີ່​ເປັນ​ຄວາມ​ສະ​ຫວ່າງ​ຍ່ອມ​ດີ, ເພາະ​ຫລິງ​ເຫັນ​ໄດ້, ສະນັ້ນ ພວກ​ທ່ານ​ຕ້ອງ​ຮູ້​ວ່າ​ມັນ​ດີ” (ແອວມາ 32:35).

ທ່ານບໍ່​ຈຳ​ເປັນ​ຕ້ອງ​ສົງ​ໄສ

ສິ່ງ​ດັ່ງ​ກ່າວແມ່ນ​ບາງວິ​ທີ​ທາງ​ທີ່​ພຣະ​ວິນ​ຍານໃຊ້​ສື່​ສານ. ມີ​ຫລາຍໆ​ວິ​ທີ​ທາງອື່ນ​ອີກ. ໃຫ້​ຊອກ​ຫາ​ໂອ​ກາດ​ທີ່​ຈະຮັບ​ຟັງ​ສຸລະ​ສຽງ​ຂອງ​ພຣະ​ວິນ​ຍານ, ແລ້ວ​ທ່ານ​ຈະ​ໄດ້​ຮັບ​ການ​ເປັນ​ພະ​ຍານ​ທີ່​ຕໍ່​ເນື່ອງຂອງ​ພຣະ​ອົງ, ຊຶ່ງ​ຢືນ​ຢັນ​ການ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ແທ້​ຂອງ​ພຣະ​ຄຳ​ພີ​ມໍ​ມອນ.

ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ສັນ​ຍາ​ວ່າ: “ທ່ານບໍ່​ຈຳ​ເປັນ​ຕ້ອງ​ສົງ​ໄສກ່ຽວ​ກັບ​ຄວາມ​ຈິງ. ທ່ານບໍ່​ຈຳ​ເປັນ​ຕ້ອງ​ສົງ​ໄສວ່າ ທ່ານ​ຄວນ​ໄວ້​ວາງ​ໃຈ​ຜູ້​ໃດ. ຜ່ານ​ທາງ​ການ​ເປີດ​ເຜີຍ​ສ່ວນ​ຕົວ, ທ່ານ​ສາ​ມາດ​ໄດ້​ຮັບ​ການ​ເປັນ​ພະ​ຍານ ດ້ວຍ​ຕົວ​ເອງ ວ່າ​ພຣະ​ຄຳ​ພີ​ມໍ​ມອນ ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ວ່າ​ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ, ແລະ ວ່ານີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ບໍ່​ວ່າ​ໃຜຈະ​ເວົ້າ​ຫຍັງ ຫລື ເຮັດ​ຫຍັງ, ບໍ່​ມີ​ໃຜ​ສາ​ມາດ​ເອົາ​ປະ​ຈັກ​ພະ​ຍານ​ທີ່​ກ່າວ​ແກ່​ໃຈ​ທ່ານ ກ່ຽວ​ກັບ​ສິ່ງ​ໃດ​​ທີ່ເປັນ​ຄວາມ​ຈິງ ໄປ​ຈາກ​ທ່ານໄດ້.” (“Revelation for the Church, Revelation for Our Lives,” Ensign ຫລື Liahona, May 2018, 95).

ພິມ